ເຮົາຕ່າງມີຊີວິດເພື່ອພົບນະຄອນໃນຝັນ

ໂດຍ: ຄວັນສີເທົາ

ແຜນທີ່ໂລກທີ່ປາສະຈາກນະຄອນໃນຝັນ

ກໍໄຮ້ຄ່າແກ່ການເຫຼືອບຕາມອງ

ເພາະເປັນໂລກທີ່ລະເລີຍດິນແດນທີ່ມະນຸດໃຝ່ຝັນຈະໄປເຖິງ– Oscar Wilde

ເມື່ອລົດຂອງພວກເຮົາຄ່ອຍເຄື່ອນຕົວອອກຈາກຜູ້ຄົນໃນຕົວເມືອງກາຣ໌ກິລ ຍິ່ງຫ່າງໄກກໍຍິ່ງຮູ້ສຶກສຳຜັດໄດ້ເຖິງຄວາມງຽບທີ່ຄ່ອຍໆແຜ່ຊ່ານເຂົ້າມາ ວິວສອງຂ້າງທາງແຖວນີ້ແຕກຕ່າງຢ່າງສິ້ນເຊີງກັບເສັ້ນທາງທີ່ພວກເຮົາຜ່ານມາມື້ວານ ເພາະແຖວນີ້ພູມິປະເທດເຕັມໄປດ້ວຍພູຫົວໂລ້ນ (ຢ່າແມ້ແຕ່ຄິດທີ່ຈະປຽບທຽບກັບຫົວຄູບາ) ແຜ່ນດິນແຫ້ງແລງ ເວລາມີລົມພັດເບົາໆ ຈະເຫັນກ້ອນຫີນນ້ອຍໆກິ້ງໄປມາຕາມແຮງລົມ ບາງບ່ອນມີລົມຫົວກຸດນ້ອຍໆປັ່ນເອົາຝຸ່ນຂຶ້ນໜ້ອຍໜຶ່ງແລ້ວກໍຫາຍໄປ ບັນຍາກາດໃນຍາມນີ້ເໝືອນກັບວ່າຫຼຸດເຂົ້າໄປອີກໂລກໜຶ່ງເຊິ່ງໃຫ້ຄວາມຮູ້ສຶກວັງເວງ ແຕ່ໃນຂະນະດຽວກັນກໍຮູ້ສຶກອີ່ມອົກອີ່ມໃຈຢ່າງບອກບໍ່ຖືກ ໂລກມະນຸດກໍແບບນີ້ແຫຼະ–ເຕັມໄປດ້ວຍສະຖານທີ່ທີ່ແປກປະຫຼາດ ລີ້ລັບ ແລະ ຊັບຊ້ອນ ການທີ່ຈະເຂົ້າໃຈໂລກໄດ້ດີ ບາງຄັ້ງຈຶ່ງຈຳເປັນຕ້ອງໃຊ້ຄວາມຮູ້ສຶກສຳຜັດເຖິງຈະເຂົ້າໃຈຖ່ອງແທ້.

ພວກເຮົາເດີນທາງມາໄດ້ປະມານສີ່ສິບກິໂລແມັດກໍມາຮອດສະຖານທີ່ສັກສິດແຫ່ງທີ່ສອງອັນເປັນທີ່ຕັ້ງຂອງພຣະພຸດທະຮູບແກະສະລັກອີກອົງໜຶ່ງເຊິ່ງສ້າງໃນຍຸກດຽວກັນກັບອົງທີ່ພວກໄປຂາບທີ່ເມືອງກາຣ໌ກິລປະມານ ພ.ສ 600 ຍຸກຣາຊະວົງກຸສານະຈະເລີນຮຸ່ງເຮືອງ. ພຣະພຸດທະຮູບອົງນີ້ຕັ້ງຢູ່ແຄມທາງສ້າງຂຶ້ນຈາກການແກະພູເຂົາຫິນສູງປະມານສິບກວ່າແມັດ ເບິ່ງລົງໄປຈາກຫົນທາງຈະເຫັນສະເພາະຫົວຂອງອົງພຣະແລະລຳຕົວບາງສ່ວນ ເພາະດ້ານໜ້າພຸດທະຮູບມີອາຄານຫຼັງໜຶ່ງເຊິ່ງເປັນວັດທິເບດຕັ້ງຢູ່ ວັດນີ້ສ້າງຂຶ້ນພາຍຫຼັງການສ້າງພຸດທະຮູບເມື່ອປະມານ ພ.ສ 1800 ພໍແຕ່ກ້າວຂາເຂົ້າໄປໃນບໍລິເວນວັດຮູ້ສຶກໄດ້ເຖິງກິ່ນກໍາຍານ (ມີຄວັນ ແລະ ກິ່ນຄ້າຍຄືທູບບ້ານເຮົານີ້ແຫຼະ) ແລະຄວັນອົບອວນໄປທົ່ວບໍລິເວນ ກ່ອນຈະເຂົ້າໄປດ້ານໃນຈະມີຜ້າກັ້ງຂັ້ນໄວ້ ທຸກຄົນທີ່ຈະເຂົ້າໄປຕ້ອງຜ່ານຜ້າກັ້ງນີ້ກ່ອນ ຜູ້ຄົນສະລັບກັນເຂົ້າ-ອອກ ຜູ້ຂຽນເປີດຜ້າກັ້ງກຳລັງຈະກ້າວຂາເຂົ້າໄປ..ຈ໊ະເອ໋..ກັບຜູ້ຍິງຄົນໜຶ່ງ ຄິດໃນໃຈໜ້າຈະເຄີຍມີບ່າວສາວມາຈ໊ະເອ໋ກັນຢູ່ນີ້ຫຼາຍເທື່ອ ແຕ່ຈະ Fall in Love with each other ຫຼືບໍ່ນັ້ນ ອັນນີ້ຄວັນສີເທົາບໍ່ຮູ້ນຳ (ສະຖານທີ່ສັກສິດນະເທີ໋ຍ!) ເມື່ອເຂົ້າມາດ້ານໃນຕົງກາງເປັນພື້ນທີ່ວ່າງສຳລັບໃຫ້ຄົນບູຊາອົງພຣະ ດ້ານຂ້າງທັງສອງເປັນບ່ອນຢູ່ ແລະ ບ່ອນສູດມົນຂອງລາມະ ຮູບຊົງຂອງວັດນີ້ຄ້າຍຄືກັບຕົວເຈົ້າ (U).

ຢູ່ພາຍໃນນີ້ຈະເຫັນພຣະທັງອົງ ເປັນພຸດທະຮູບຢືນຊົງເຄື່ອງ ສູງປະມານເກົ້າແມັດ ປະດັບປະດາໄປດ້ວຍສາຍຄໍ ສາຍແຂນ ຕຸ້ມຫູ ສາຍແອວ ແລະ ສ້ອຍສັງວານ ມີທັງໝົດສີ່ແຂນ ແຕ່ລະແຂນຈະເຮັດທ່າທາງແຕກຕ່າງກັນອອກໄປ ດ້ານຊ້າຍ ມືເບື້ອງໜຶ່ງຖືໝໍ້ນ້ຳຢ່ອນລົງມາພຽງຫົວເຂົ່າ ອີກມືໜຶ່ງຍົກຂຶ້ນພຽງບ່າໄຫຼ່ເໝືອນກຳລັງຖືດອກໄມ້ ສ່ວນຝັ່ງຂວາ ມືໜຶ່ງຢ່ອນລົງລຸ່ມຜາຍມືອອກ ອີກມືໜຶ່ງຈັບພວງມາລາຍົກຂຶ້ນເໜືອບ່າໄຫຼ່ ພຣະສຽນ (ຫົວ) ປະດັບດ້ວຍເຄື່ອງປະດັບຕ່າງໆຢ່າງສວຍງາມ ດ້ານໜ້າອົງພຣະມີເຄື່ອງເຊັ່ນໄຫວ້ບູຊາຫຼາຍຢ່າງ ມີທັງນ້ຳສົ້ມ ນ້ຳຫວານ ນ້ຳແດງ ແລະ ສະໄປຣ ມີທຸງມົນຕຣາທິເບດຫ້ອຍລຽງລາຍເຕັມໄປທົ່ວ ຫຼາກຫຼາຍສີສັນ–ຂາວ ເຫຼືອງ ແດງ ມີທັງແສດ ສິ້ວ ສົ້ມ ເຫັນແລ້ວຮູ້ສຶກເຖິງຄວາມເຂັ້ມຂັງ ແລະ ສັກສິດ. ຕອນທີ່ພວກເຮົາເຂົ້າໄປ ມີລາມະກຳລັງນັ່ງສູດມົນຢູ່ອົງໜຶ່ງ ຄວັນກຳຍານອົບອວນໄປທົ່ວຫ້ອງ ພວກເຮົາຈຶ່ງອະນຸຍາດຂຶ້ນໄປດ້ານເທິງເພື່ອຊົມພຸດທະຮູບໃນໄລຍະເຜົາຜົນ ລາມະບອກວ່າຂຶ້ນໄປໄດ້ສະເພາະຄູບາເດີ ສ່ວນຍາດໂຍມບໍ່ອະນຸຍາດ.

ເວົ້າເຖິງພຣະສີອະຣິຍະເມດໄຕຣ ຢາກພາທຸກທ່ານໄປທຳຄວາມຮູ້ຈັກກັບພຣະອົງນີ້ຫຼາຍຂຶ້ນກວ່ານີ້ ເພາະເປັນພຣະໂພທິສັດອົງດຽວທີ່ຊາວພຸດທຸກນິກາຍທົ່ວໂລກໃຫ້ຄວາມເຄົາຣົບນັບຖື ແລະ ເປັນພຣະໂພທິສັດທີ່ຈະມາຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າໃນອະນາຄົດ. ພຣະພຸດທະສາສະໜາມີຄວາມເຊື່ອວ່າ ໃນພັດທະກັບ (ຊ່ວງອາຍຸຂອງໂລກ) ນີ້ມີພຣະພຸດທະເຈົ້າທັງໝົດຫ້າພຣະອົງ ແຕ່ລະອົງມີຊື່ວ່າດັ່ງນີ້: ກະກຸສັນໂທ, ໂກນາຄະມະໂນ, ກັດສະໂປ, ໂຄຕະໂມ ແລະ ອະຣິຍະເມດໄຕໂຍ ມາຮອດຕອນນີ້ມີພຣະພຸດທະເຈົ້າເກີດຂຶ້ນແລ້ວສີ່ພຣະອົງຕາມລຳດັບ ພຸດທະສາສະໜາທີ່ເຮົານັບຖືຢູ່ໃນເວລານີ້ເປັນສາສະໜາທີ່ເປັນຜົນມາຈາກການຕັດສະຮູ້ຂອງພຣະພຸດທະເຈົ້າອົງທີສີ່ນາມວ່າ ໂຄຕະໂມ (ໂຄດົມ) ຫຼືສາກະຍະມຸນີ. ເມື່ອພຸດທະສາສະໜາຂອງພຣະໂຄດົມ (ພຸດທະເຈົ້າອົງປັດຈຸບັນ) ສູນສິ້ນໄປ ຈະມີພຸດທະເຈົ້າອົງໃໝ່ເກີດຂຶ້ນມາ ພຣະພຸດທະເຈົ້າອົງນັ້ນຈະມີພຣະນາມວ່າ ພຣະສີອະຣິຍະເມດໄຕຣ ຫຼື ທີ່ຊາວອິນເດຍມັກເອີ້ນວ່າ ພຣະພຸດທະເຈົ້າໃນອະນາຄົດ (Future Buddha).

ຕອນນີ້ ພຣະສີອະຣິຍະເມດໄຕຣຍັງເປັນພຣະໂພທິສັດຢູ່ເທິງສະຫວັນຊັ້ນດຸສິດ ລໍເວລາທີ່ຈະລົງມາຕັດສະຮູ້ໃນອະນາຄົດ. ໃນຈັກກະວັດຕິສູດ ພຸດທະເຈົ້າໄດ້ເວົ້າເຖິງການເກີດຂຶ້ນຂອງພຣະສີອະຣິຍະເມດໄຕຣໄວ້ວ່າ ເມື່ອມະນຸດເສື່ອມຈາກສີລະທັມຈະເຮັດໃຫ້ອາຍຸໄຂຄ່ອຍໆຫຼຸດລົງຈົນຮອດສິບປີ ເມື່ອນັ້ນຈະເກີດຄວາມວຸ້ນວາຍຂຶ້ນໃນໂລກມະນຸດ ຜູ້ຄົນທີ່ມີຈິດໃຈໂຫດຮ້າຍຈະເຂັ່ນຂ້າກັນເອງຈົນລົ້ມຕາຍໄປທົ່ວ ຈະມີຄົນພຽງເລັກນ້ອຍຜູ້ມີສີລະທັມເທົ່ານັ້ນທີ່ສາມາດຢູ່ລອດໄດ້. ຄົນກຸ່ມນີ້ຈະຫຼີກໜີໄປປະພຶດທັມຕາມປ່າເຂົາລຳເນົາໄພ ເມື່ອຄົນທີ່ເສື່ອມສີລະທັມລົ້ມຕາຍກັນໄປໝົດແລ້ວ ພວກທີ່ຢູ່ໃນປ່າກໍຈະອອກມາສືບຕໍ່ສ້າງບ້ານແປງເຮືອນ ຊ່ວຍກັນໃນການປະກອບຄຸນງາມຄວາມດີ ເມື່ອນັ້ນອາຍຸສະເລ່ຍຂອງມະນຸດຈຶ່ງຈະຄ່ອຍໆເພີ່ມຂຶ້ນຈາກສິບປີໄປຈົນຮອດ ຮ້ອຍປີ ພັນປີ ໝື່ນປີ ເມື່ອອາຍຸໄຂສະເລ່ຍຂອງມະນຸດເພີ່ມຂຶ້ນຈົນຮອດແປດໝື່ນປີ ເມື່ອນັ້ນພຣະສີອະຣິຍະເມດໄຕຣຈະລົງມາເກີດ.

ຊາວພຸດເຊື່ອວ່າສັງຄົມໃນຍຸກພຣະສີອະຣິຍະເມດໄຕຣຈະເປັນສັງຄົມທີ່ເຕັມໄປດ້ວຍຄວາມເທົ່າທຽມ ປາສະຈາກຄວາມເຫຼື່ອມລ້ຳ ທຸກຄົນມີຄວາມສຸກສະເໝີເໝືອນກັນ ເປັນສັງຄົມທີ່ມີຄວາມຍຸຕິທັມ ຈະເຫັນໄດ້ວ່າພາບສັງຄົມໃນຍຸກພຣະສີອະຣິຍະເມດໄຕຣຈະແຕກຕ່າງກັນກັບຍຸກປັດຈຸບັນຢ່າງສິ້ນເຊີງ ເພາະຍຸກປັດຈຸບັນສັງຄົມມີຄວາມເຫຼື່ອມລ້ຳກັນຢ່າງຮຸນແຮງໂດຍສະເພາະທາງດ້ານເສດຖະກິດ ຜູ້ລວຍກໍລວຍຈົນລົນຟ້າ ໃນຂະນະທີ່ຜູ້ທຸກຍາກກໍທຸກຍາກຈົນຈົມດິນ. ສະນັ້ນ ເມື່ອໃດກໍຕາມທີ່ສັງຄົມເກີດຄວາມວຸ້ນວາຍ ຜູ້ຄົນຖືກກົດຂີ່ຂຸດຮີດ ເກີດຄວາມເຫຼື່ອມລ້ຳຢ່າງຮຸນແຮງ ເມື່ອນັ້ນ ມັກຈະມີຄົນອອກມາອ້າງຕົນວ່າເປັນພຣະສີອະຣິຍະເມດໄຕຣ ຫຼືບ້ານເຮົາເອີ້ນວ່າ ພຣະສີອານ ເຊິ່ງຈະມາທຳໜ້າທີ່ປົດປ່ອຍຜູ້ຄົນໃຫ້ເປັນອິດສະລະ.

ປະເທດລາວເຮົາໃນຍຸກທີ່ຝຣັ່ງປົກຄອງ ປະຊາຊົນລາວຖືກກົດຂີ່ຂຸດຮີດດ້ານຕ່າງໆຢ່າງໜັກໜ່ວງຈຶ່ງກໍ່ໃຫ້ເກີດຂະບວນການຕໍ່ສູ້ຂຶ້ນຕັ້ງແຕ່ເໜືອຮອດໃຕ້. ໜຶ່ງໃນຂະບວນການຕໍ່ສູ້ຕ້ານຝຣັ່ງທີ່ສໍາຄັນໃນສະໄໝນັ້ນຄື ຂະບວນການຕໍ່ສູ້ຂອງອົງແກ້ວ ມີນັກວິຊາການຕ່າງປະເທດບາງຄົນກ່າວວ່າຂະບວນການນີ້ເປັນຂະບວນການທີ່ໃຊ້ຄວາມເຊື່ອທາງສາສະໜາເປັນເຄື່ອງຈູງໃຈ ຄືປະຊາຊົນເຊື່ອວ່າອົງແກ້ວເປັນຜູ້ມີບຸນ (ຄ້າຍກັບວ່າເປັນພຣະສີອະຣິຍະເມດໄຕຣ) ມາທຳໜ້າທີ່ປົດປ່ອຍປະຊາຊົນລາວໃຫ້ເປັນອິດສະລະຈາກການປົກຄອງຂອງຝຣັ່ງ ການທີ່ອົງແກ້ວແລະຄະນະໄດ້ນຳເອົາຄວາມເຊື່ອທາງສາສະໜາມາເປັນເຄື່ອງກະຕຸ້ນໃຫ້ປະຊາຊົນຕໍ່ສູ້ກັບຄວາມອະຍຸຕິທັມທີ່ເກີດຂຶ້ນໃນສັງຄົມນັ້ນ ເປັນຜົນເຮັດໃຫ້ມີທະຫານຈຳນວນໜຶ່ງມາເຂົ້າຮ່ວມແລະກາຍເປັນຂະບວນການຄື່ນທຳອິດຂອງປະຊາຊົນລາວທີ່ລຸກຮືຂຶ້ນຕໍ່ສູ້ກັບຝຣັ່ງ ເຖິງແມ້ວ່າທ້າຍທີ່ສຸດຂະບວນການທີ່ວ່ານີ້ຈະບໍ່ໄດ້ຮັບໄຊຊະນະ ແຕ່ເຮົາກໍປະຕິເສດບໍ່ໄດ້ວ່າ ຂະບວນການນີ້ໄດ້ກາຍເປັນສ່ວນໜຶ່ງທີ່ຈຸດປະກາຍໃຫ້ເກີດການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງໃນເວລາຕໍ່ມາ.

ຄວາມຈິງບໍ່ສະເພາະແຕ່ໃນພຸດທະສາສະໜາເທົ່ານັ້ນທີ່ມີຄວາມເຊື່ອເລື່ອງຈະມີຜູ້ມີບຸນມາໂຜດຜາຍມະນຸດໃນອະນາຄົດ ໃນສາສະໜາພຣາມ-ຮິນດູກໍມີຄວາມເຊື່ອຄ້າຍໆກັນນີ້ ໂດຍເຊື່ອວ່າໃນອະນາຄົດເມື່ອໂລກເກີດຄວາມວຸ້ນວາຍຈົນກາຍເປັນກະລີຍຸກ ໂລກຈະເຕັມໄປດ້ວຍຄົນຊົ່ວນານັບປະການ ເມື່ອນັ້ນເຫຼົ່າເທວະດາຈະພາກັນໄປເຂົ້າເຝົ້າພຣະວິດສະນຸທີ່ວິມານໄວກູນເພື່ອຂໍໃຫ້ພຣະອົງຊ່ວຍໂລກໄວ້ ພຣະວິດສະນຸຈະອະວະຕານ (ແປງຮ່າງ) ລົງມາຊ່ວຍໂລກ ໂດຍການຂີ່ມ້າຂາວລົງມາຕໍ່ສູ້ກັບຄົນຊົ່ວທັງຫຼາຍ ສຸດທ້າຍພຣະອົງຈະເປັນຜູ້ຊະນະແລ້ວນຳໂລກກັບໄປສູ່ຄວາມຮົ່ມເຢັນອີກຄັ້ງ ເຊິ່ງເທບທີ່ພຣະວິດສະນຸອະວະຕານລົງມາໃນຄັ້ງນີ້ຈະມີຊື່ວ່າ ກັນກີ ເປັນເທບທີ່ຈະມີຂຶ້ນໃນອະນາຄົດເພື່ອຊ່ວຍເຫຼືອມະນຸດໃຫ້ພົ້ນຈາກກະລີຍຸກ. ນອກຈາກນີ້ ໃນສາສະໜາອິດສະລາມກໍມີຄວາມເຊື່ອວ່າໂລກເຮົາຈະມີສົງຄາມໃຫຍ່ໆເກີດຂຶ້ນສາມຄັ້ງ ແລະ ຄັ້ງສຸດທ້າຍຈະມີບຸລຸດຜູ້ໜຶ່ງຊື່ວ່າ ອິໝ່າມມະຮະດີ ຈະມາທຳໜ້າທີ່ນຳພາຜູ້ຄົນກຳຈັດຄວາມຊົ່ວຮ້າຍທັງຫຼາຍ ແລ້ວນຳສັນຕິສຸກມາສູ່ໂລກອີກຄັ້ງ.

ຈະສັງເກດເຫັນວ່າ ສາສະໜາທັງສາມຄື ພຸດ ອິດສະລາມ ພຣາມ-ຮິນດູ ມີຄວາມເຊື່ອໃກ້ຄຽງກັນກ່ຽວກັບຜູ້ມີບຸນຈະມາເກີດໃນອະນາຄົດ ເຮົາບໍ່ຮູ້ວ່າຄວາມເຊື່ອທັງສາມນີ້ມາຈາກແຫຼ່ງດຽວກັນຫຼືບໍ່ ແຕ່ນັ້ນກໍບໍ່ແມ່ນສາລະສໍາຄັນ. ສິ່ງທີ່ໜ້າສົນໃຈຄື ດ້ວຍເຫດໃດສາສະໜາທັງຫຼາຍຈຶ່ງເຊື່ອວ່າໃນອະນາຄົດຈະມີຜູ້ມີບຸນມາທຳໜ້າທີ່ກຳຈັດໄພອັນຕະລາຍ ແລ້ວຊ່ວຍເຫຼືອມະນຸດໃຫ້ຢູ່ດີມີສຸກອີກຄັ້ງ?

ເປັນໄປໄດ້ບໍ່ວ່າ ໂດຍທຳມະຊາດແລ້ວເຜົ່າພັນຂອງມະນຸດເປັນສິ່ງທີ່ມີຊີວິດທີ່ຢູ່ໄດ້ດ້ວຍຄວາມຫວັງ ຫາກປາສະຈາກຄວາມຫວັງຊີວິດຈະຫ່ຽວແຫ້ງແລະລົ້ມຕາຍໄປໃນທີ່ສຸດ ສະນັ້ນ ຖ້າເຊື່ອວ່າໃນອະນາຄົດຈະມີສັງຄົມທີ່ດີກວ່າ ພວກເຮົາຈະມີແຮງພັກດັນຄອຍຫຼໍ່ລ້ຽງໃຫ້ສາມາດດຳລົງຊີວິດຢູ່ຕໍ່ໄປໄດ້ ຊາຣ໌ລ ຣິຊາຣ໌ດ ຣິກ ສະໄນເດີ (Charles Richard Rick Snyder)–ຜູ້ຄົ້ນຄິດທິດສະດີຄວາມຫວັງ (Hope Theory) ບອກວ່າ ຄົນທີ່ມີຄວາມຫວັງໃນຊີວິດມັກຈະປະສົບຄວາມສຳເລັດ ແລະ ມີສຸຂະພາບກາຍ-ໃຈດີກວ່າຄົນທີ່ຈົມຢູ່ກັບຄວາມສິ້ນຫວັງໃນບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ. ທິດສະດີນີ້ບອກວ່າ ຄວາມຫວັງນັ້ນຕ້ອງມີອົງປະກອບສາມຢ່າງຄື ເປົ້າໝາຍ (Goals), ເສັ້ນທາງ (Pathways) ແລະ ຄວາມເຊື່ອໝັ້ນ (Agency).

ແນ່ນອນວ່າ ຫາກເຮົາມີເປົ້າໝາຍອິຫຍັງຈັກຢ່າງໃນຊີວິດ ບໍ່ວ່າຈະເປັນເປົ້າໝາຍນ້ອຍຫຼືໃຫຍ່ຍ່ອມກໍ່ໃຫ້ເກີດຄວາມຫວັງບາງຢ່າງຂຶ້ນໃນໃຈເຮົາຢ່າງຫຼີກລ້ຽງບໍ່ໄດ້ ທິດສະດີນີ້ແນະນຳວ່າ ເປົ້າໝາຍຄວນເປັນສິ່ງທີ່ມີຄຸນຄ່າຕໍ່ຈິດໃຈເຮົາຢ່າງແທ້ຈິງ ເພາະຫຼາຍຄົນມີເປົ້າໝາຍເພື່ອຄົນອື່ນເຊັ່ນ: ການສ້າງເຮືອນໃຫ້ພໍ່ແມ່ ການທ້ອນເງິນໄວ້ໃຫ້ລູກຮຽນໜັງສືເປັນຕົ້ນ ການມີເປົ້າໝາຍເພື່ອຜູ້ອື່ນເປັນເລື່ອງດີ ແຕ່ອາດຈະເຮັດໃຫ້ເຮົາທໍ້ຖອຍໄດ້ງ່າຍເມື່ອພົບກັບອຸປະສັກຕ່າງໆ. ສະນັ້ນ ເປົ້າໝາຍທີ່ດີຄວນເປັນສິ່ງທີ່ສອດຄ້ອງກັບຄຸນຄ່າທີ່ເຮົາຍຶດຖື ເຊັ່ນ: ບາງຄົນຕັ້ງເປົ້າໄວ້ວ່າ ປີນີ້ຈະພັດທະນາພາສາອັງກິດໃຫ້ດີຂຶ້ນ, ຈະຂຽນບົດຄວາມດີໆໃຫ້ຄົນໄດ້ອ່ານ, ຈະຜະລິດງານທາງສິລະປະໃຫ້ຄົນໄດ້ຊື່ນຊົມເປັນຕົ້ນ.

ສ່ວນເສັ້ນທາງຫຼືຈະເວົ້າອີກແບບໜຶ່ງຄືວິທີການທີ່ຈະນຳໄປສູ່ເປົ້າໝາຍນັ້ນ ບາງຄົນອາດຈະມີວິທີການທີ່ງ່າຍໆ ບາງຄົນອາດຈະຊັບຊ້ອນ ວິທີການຂອງແຕ່ລະຄົນອາດຈະເໝືອນຫຼືແຕກຕ່າງກັນ ແຕ່ເໜືອສິ່ງອື່ນໃດການລົງມືເຮັດທັນທີຖືເປັນເລື່ອງສຳຄັນ.ຍິ່ງໄປກວ່ານັ້ນຖ້າສາມາດເຮັດໄດ້ຢ່າງຕໍ່ເນື່ອງ (Consistency) ຍິ່ງເປັນການດີ ເພາະຄວາມຕໍ່ເນື່ອງຄືກຸນແຈສຳຄັນຂອງການບັນລຸເປົ້າໝາຍ ຫຼື ຢ່າງໜ້ອຍທີ່ສຸດຂໍໃຫ້ໄດ້ລົງມືເຮັດອິຫຍັງຈັກຢ່າງທີ່ສົ່ງຜົນບວກຕໍ່ເປົ້າໝາຍທີ່ເຮົາຕັ້ງໄວ້ກໍຖືວ່າໄດ້ເລີ່ມຕົ້ນແລ້ວ. ແນ່ນອນ ຈຸດເລີ່ມຕົ້ນຂອງການເຮັດສິ່ງໃດສິ່ງໜຶ່ງເປັນເລື່ອງຍາກແຕ່ຖ້າໄດ້ເລີ່ມລົງມືແລ້ວ ດ໋ຽວຫົນທາງຈະເປີດອອກເອງ ແລະ ອົງປະກອບສຸດທ້າຍຂອງທິດສະນີ້ຄື ຄວາມເຊື່ອໝັ້ນໃນຕົນເອງ ຫາກເຊື່ອວ່າເຮົາເຮັດໄດ້ ຄວາມພາກພຽນພະຍາຍາມຈະເກີດຂຶ້ນໂດຍອັດຕະໂນມັດ ເຄີຍໄດ້ຍິນຄຳເວົ້າຂອງນັກປັດຊະຍາຄົນໜຶ່ງທີ່ວ່າ “ຈົ່ງເຊື່ອກ່ອນ ແລ້ວຄວາມເຂົ້າໃຈຈະຕາມມາ” ຄຳວ່າ ເຊື່ອ ໃນທີ່ນີ້ອາດຈະມີຄວາມໝາຍກວມເອົາເຖິງຄຳວ່າຄວາມເຊື່ອໝັ້ນໃນສິ່ງໃດສິ່ງໜຶ່ງ ຫຼື ແມ້ກະທັ່ງຄວາມເຊື່ອໝັ້ນໃນຕົນເອງວ່າມີຄວາມສາມາດພຽງພໍທີ່ຈະເຮັດສິ່ງໃດສິ່ງໜຶ່ງໄດ້. ຖ້າເປັນເຊັ່ນນັ້ນ ມີຄວາມເປັນໄປໄດ້ວ່າ ຄວາມເຊື່ອກໍດີ ຄວາມເຊື່ອໝັ້ນໃນສິ່ງໃດສິ່ງໜຶ່ງກໍດີ ຄວາມເຊື່ອໝັ້ນໃນຕົນເອງກໍດີ ເປັນສິ່ງເຄື່ອງຫຼໍ່ລ້ຽງຈິດໃຈຂອງເຮົາໃຫ້ໝັ້ນຄົງໃນເສັ້ນທາງການຕໍ່ສູ້ເພື່ອໄປເຖິງຈຸດໝາຍໃດໜຶ່ງໄດ້ເປັນຢ່າງດີ.

ສະນັ້ນ ຄົງບໍ່ເປັນຄຳເວົ້າທີ່ເກີນເລີຍຄວາມເປັນຈິງທີ່ສະໄນເດີ–ຜູ້ຄົ້ນຄິດທິດສະດີຄວາມຫວັງ (Hope Theory) ບອກວ່າ ຄົນທີ່ມີຄວາມຫວັງ (ທິດສະດີຄວາມຫວັງມີອົງປະກອບສາມຢ່າງຄື ເປົ້າໝາຍ, ເສັ້ນທາງ ແລະ ຄວາມເຊື່ອໝັ້ນ) ໃນຊີວິດມັກຈະປະສົບຄວາມສຳເລັດ ແລະ ມີສຸຂະພາບກາຍ-ໃຈທີ່ດີກວ່າຄົນທີ່ຈົມຢູ່ກັບຄວາມສິ້ນຫວັງຂອງບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ.

ຕອນນີ້ ຄະນະພວກເຮົາກໍກຳລັງເດີນຢູ່ໃນເສັ້ນທາງແຫ່ງຄວາມຫວັງເຊັ່ນກັນ ເພາະຄວາມເຊື່ອກ່ຽວກັບພຸດທະເຈົ້າໃນອະນາຄົດຍັງຄົງແຜ່ປົກຄຸມໄປທົ່ວຫຸບເຂົາຕ່າງໆໃນອິນເດຍພາກເໜືອ ວັດທຸກແຫ່ງທີ່ພວກເຮົາໄປຂາບໄຫວ້ລ້ວນມີຮູບເຄົາລົບຂອງພຣະສີອະຣິຍະເມດໄຕຣທັງສິ້ນ ແມ້ວ່າປັດຈຸບັນດິນແດນແຫ່ງນີ້ຈະມີສາສະໜາອື່ນເຂົ້າມາແທນທີ່ພຸດທະສາສະໜາ ແຕ່ສາສະໜາທີ່ເຂົ້າມາທີຫຼັງນີ້ກໍມີຄວາມເຊື່ອເລື່ອງຜູ້ປົດປ່ອຍທີ່ຈະມາໃນອະນາຄົດເຊັ່ນດຽວກັນ ສະແດງໃຫ້ເຫັນວ່າ ຄວາມເຊື່ອທາງສາສະໜາມີອິດທິພົນຢ່າງສູງຕໍ່ຜູ້ຄົນໃນດິນແດນແຖບນີ້ ພວກເຂົາກໍເໝືອນມະນຸດທຸກຄົນທີ່ຕ່າງກໍຫວັງວ່າຈະມີຊີວິດໃນວັນຂ້າງໜ້າທີ່ດີກວ່າເດີມ. ພວກເຮົານັ່ງລົດຜ່ານພູເຂົາມາໜ່ວຍແລ້ວໜ່ວຍເລົ່າທັ້ງທີ່ເປັນພູເຂົາຫິມະແລະພູເຂົາຫົວໂລ້ນ ຍິ່ງລໍ້ລົດໝຸນໄວເທົ່າໃດກໍຍິ່ງເຮັດໃຫ້ພວກເຮົາເຂົ້າໃກ້ຈຸດໝາຍໄປທຸກທີ ເມື່ອລົດຄືບຄານເຂົ້າສູ່ເຂດເລຫ໌ ລາດັກ ເຈດີ ແລະ ວັດແບບທິເບດທີ່ເກົ່າແກ່ກໍຄ່ອຍໆປາກົດຕົວໃຫ້ເຫັນຖີ່ຂຶ້ນເລື້ອຍໆ ພ້ອມດຽວກັນນັ້ນ ພຣະອາທິດທີ່ສ່ອງສະຫວ່າງມາຕັ້ງແຕ່ເຊົ້າ ກໍຄ່ອຍໆມ້ອຍແສງລົງຈົນທ້ອງຟ້າກາຍເປັນສີເຫຼືອງແດງອ່ອນໆ ແລະແລ້ວຄວາມມືດດຳທີ່ວ່າງເປົ່າໃນອີກຝາກຟ້າໜຶ່ງກໍເຂົ້າມາແທນທີ່ຢ່າງສົມບູນ.

ລະດູການ ແລະ ວັນເວລາ ມີໝູນວຽນປ່ຽນຜ່ານເປັນເລື່ອງປົກກະຕິ ທ່າມກາງບັນຫາຫຼາຍຢ່າງໃນສັງຄົມຍຸກປັດຈຸບັນ ບໍ່ວ່າຈະເປັນເສດຖະກິດຝືດເຄືອງ ຄ່າຄອງຊີບສູງຂຶ້ນ ເຮົາປະຕິເສດບໍ່ໄດ້ວ່າສິ່ງເຫຼົ່ານີ້ສົ່ງຜົນກະທົບຕໍ່ຜູ້ຄົນຢ່າງກວ້າງຂວາງ ທ່າມກາງຄວາມສິ້ນຫວັງ ແລະ ເສື່ອມສັດທາ ຫວັງໄດ້ພຽງວ່າ ລະດູການ ແລະ ວັນເວລາ ຈະຍັງຄົງທຳໜ້າທີ່ຂອງມັນເໝືອນເດີມ–ໝູນວຽນປ່ຽນຜ່ານ.

ວັດພຣະຂາວພັນນາຣາມ

ທ້າຍລະດູແລ້ງ

30 ມີນາ 2024

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ