ໂດຍ: ຄວັນສີເທົາ
01
ຊີວິດຄືການເດີນທາງຈາກຈຸດໜຶ່ງໄປຫາຈຸດໜຶ່ງ ເຮົາເລີ່ມຈາກຈຸດ B ໄປຫາຈຸດ D.
B ຄື Birth, D ຄື Death ໃນລະຫວ່າງທາງຈະມີອີກຈຸດໜຶ່ງຄືຈຸດ C ເຊິ່ງມາຈາກຄຳວ່າ Choice ໝາຍເຖິງທາງເລືອກ ຊີວິດເຮົາເຕັມໄປດ້ວຍທາງເລືອກສະເໝີ ເລີ່ມຕັ້ງແຕ່ຕາເວັນຍັງບໍ່ທັນຂຶ້ນ ເຮົາເລືອກທີ່ຈະນອນຕໍ່ ຫຼື ຈະຕື່ນຂຶ້ນມາລ້າງໜ້າ ເລືອກທີ່ຈະອ່ານໜັງສື ຫຼື ຈະຈັບມືຖືຂຶ້ນມາເຂ່ຍ ເລືອກທີ່ຈະລຸກຂຶ້ນມາ ລ້າງຖ້ວຍ ລ້າງຈານ ກວາດເຮືອນ ຖູບ້ານ ຫຼື ຈະນອນບິດຂີ້ຄ້ານຢູ່ເທິງຕຽງ ອັນນີ້ກໍແລ້ວແຕ່ລະບຸກຄົນ
ແນ່ນອນ ເຮົາບໍ່ໄດ້ເວົ້າເຖິງຄວາມຖືກຫຼືຜິດ ເພາະທຸກຄົນມີສິດເລືອກວ່າຈະເຮັດຫຼືບໍ່ເຮັດສິ່ງໃດ ທັງນີ້ຂຶ້ນຢູ່ກັບວ່າ ໃຜມັກແບບໃດຫຼາຍກວ່າກັນ ສິ່ງທີ່ເຮົາເລືອກຈະເປັນປັດໄຈທີ່ຈະນຳພາຊີວິດໃນມື້ນັ້ນໆ ໄປສູ່ທິດທາງໃດໜຶ່ງ
ມື້ນີ້ ຄະນະພວກເຮົາໄດ້ເລືອກແລ້ວທີ່ຈະທ່ຽວຊົມທັມມະສາລາ ການຕັດສິນໃຈນີ້ ອາດຈະນຳພາພວກເຮົາໄປເຈີເຫດການບາງຢ່າງກໍເປັນໄດ້
ປ່ະ!! ໄປຊົມບັນຍາກາດນຳກັນ…
ພວກເຮົາພາກັນຂຶ້ນມາເທິງດາດຟ້າ ອາກາດຍັງຄົງໜາວເຢັນປົກກະຕິ ມີລົມພັດມາເປັນບາງຊ່ວງຈົນເຮັດໃຫ້ຂົນໜາວລຸກວາບໄປທົ່ວຮ່າງກາຍ ຂ້ອຍຍົກຈອກກາເຟຂຶ້ນມາຈິບເພື່ອໃຫ້ຮ່າງກາຍອົບອຸ່ນ ຢູ່ອີກຝາກຟ້າທີ່ໄກອອກໄປນັ້ນ ມີແສງສີເຫຼືອງແທງທະລຸຜ່າເມກໝອກຂຶ້ນມາ ເປັນສັນຍານເຕືອນໃຫ້ຮູ້ວ່າ ຕອນນີ້ ດວງອາທິດກຳລັງເຄື່ອນຕົວກັບມາສູ່ໂລກອີກຄັ້ງ ພາຍຫຼັງທີ່ຫາຍໄປເກືອບສິບສອງຊົ່ວໂມງ ແສງຄ່ອຍໆສະຫວ່າງຂຶ້ນຈົນກາຍເປັນເຊົ້າວັນໃໝ່ທີ່ສົມບູນ ຂ້ອຍແຫງນໜ້າຂຶ້ນໄປເບິ່ງດ້ານຫຼັງ ເຫັນຄວັນສີຂາວລອຍຂຶ້ນຟ້າ ເໝືອນມີຍັກກຳລັງສູບຢາແລ້ວພົ່ນຄວັນໃຫ້ອົບອວນໄປທົ່ວບໍລິເວນນັ້ນ ພູໜ່ວຍນີ້ມີຊື່ວ່າ ຕຣີອູນ (Triund) ເຊິ່ງມີຫິມະປົກຄຸມຕະຫຼອດປີ ສູງຈາກໜ້ານ້ຳທະເລປະມານ 2,828 ແມັດ ພວກເຮົາໃຊ້ເວລາຢູ່ບ່ອນນີ້ປະມານໜຶ່ງຊົ່ວໂມງ
ແປກຄືກັນເນາະ ຢູ່ບ້ານເຮົາພຣະອາທິດກໍຂຶ້ນທຸກມື້ແຕ່ບໍ່ຄ່ອຍສົນໃຈທີ່ຈະຊື່ນຊົມ ອາດເປັນເພາະສະພາບແວດລ້ອມບໍ່ເອື້ອອຳນວຍໃຫ້ເຮົາໄດ້ເບີກບານ ຫຼືເປັນເພາະເຮົາມົວຍຸ້ງຢູ່ກັບງານຕະຫຼອດເວລາ ຫຼືອາດຈະເປັນເພາະວ່າ ເຮົາຄຸ້ນຊິນກັບມັນເສຍແລ້ວ ຈະວ່າໄປສິ່ງໃດທີ່ເຮົາຄຸ້ນຊິນກັບມັນ ໃໝ່ໆເຮົາອາດຈະຮູ້ສຶກຕົວ ຫຼືຕື່ນເຕັ້ນກັບສິ່ງນັ້ນ ແຕ່ພໍນານໆໄປເຮົາມັກຈະເສີຍຊາຈົນເໝືອນກັບວ່າສິ່ງນັ້ນບໍ່ມີຢູ່ຈິງ ເປັນໄປໄດ້ວ່າ ແສງແດດຍາມເຊົ້າແບບນີ້ ແລະອາຍໝອກທີ່ກຳລັງຟຸ້ງຂະຈອນຢູ່ຕອນນີ້ ຂ້ອຍອາດຈະເບິ່ງບໍ່ເຫັນມັນກໍເປັນໄດ້ຫາກໃຊ້ຊີວິດໃນທີ່ແຫ່ງນີ້ຕໍ່ໄປຈົນເຄີຍຊິນ
ເມື່ອແສງອາທິດເລີ່ມຮ້ອນຂຶ້ນ ພວກເຮົາຈຶ່ງພາກັນຍ່າງລົງມາ
ກ່ອນທີ່ຈະຈາກໄປ ຂ້ອຍຍົກຈອກກາເຟຂຶ້ນຈິບອີກຄັ້ງ ຄູບາອົງໜຶ່ງຍ່າງມາຫາພ້ອມກັບຕົບຫຼັງ ປົ໋ວະ!! “ຂ້ອຍເຫັນກາເຟເຈົ້າໝົດແຕ່ດົນແລ້ວ” ຈິບຢູ່ນັ້ນແຫຼະ!!
ຂ້ອຍຄິດໃນໃຈ “ຄົນເຖົ້າກະແນວນີ້ລະ ບໍ່ເຂົ້າໃຈອາລົມໄວລຸ້ນດອກ!”
02
ຕະຫຼອດຍາມເຊົ້າມື້ນີ້ພວກເຮົາຍ່າງເລາະຊົມຕົວເມືອງທັມມະສາລາ ຫຼື ດາຣັມຊາລາ (Dharamshala) ເຊິ່ງຕັ້ງຢູ່ເຂດປົກຄອງຂອງກັນກຣາ (Kangra) ລັດຫິມະຈັນປະເທດ ປະເທດອິນເດຍ ທັມມະສາລາແບ່ງອອກເປັນສອງສ່ວນຄື ທັມມະສາລາລຸ່ມ ແລະ ທັມມະສາລາເທິງ ໂຮງແຮມທີ່ຄະນະພວກເຮົາໄປພັກນັ້ນແມ່ນທັມມະສາລາເທິງ ເຊິ່ງເປັນສະຖານທີ່ຕັ້ງຂອງສຳນັກງານລັດຖະບານພັດຖິ່ນຂອງຊາວທິເບດ ອົງທະໄລລາມະ–ຜູ້ນຳທາງຈິດວິນຍານຂອງຊາວທິເບດກໍປະທັບຢູ່ບ່ອນນີ້. ຄວາມຈິງມີສະຖານທີ່ສຳຄັນຫຼາຍແຫ່ງຢາກໄປຊົມ ແຕ່ດ້ວຍໄລຍະເວລາທີ່ມີຈຳກັດ ພວກເຮົາຈຶ່ງເລືອກໄປສະເພາະຈຸດທີ່ສຳຄັນ ແລະທີ່ຂາດບໍ່ໄດ້ຄື ວັດສັກລັກຄັງ (Tsuglagkhang Complex) ເຊິ່ງເປັນສະຖານທີ່ປະທັບຂອງອົງທະໄລລາມະ (Dalai Lama)
ບາງຄົນອາດຈະສົງໄສວ່າ ທະໄລລາມະຄືໃຜ? ມີຄວາມສຳຄັນແນວໃດ?
ການທີ່ຈະຮູ້ຈັກອົງທະໄລລາມະ ເຮົາຕ້ອງຢ້ອນກັບໄປເບິ່ງພຣະພຸດທະສາສະໜາໃນທິເບດເສຍກ່ອນ ພຣະພຸດທະສາສະໜາໃນທິເບດຈະມີ 3 ນິກາຍຫຼັກໆຄື ນິກາຍໝວກແດງ ນິກາຍໝວກເຫຼືອງ ແລະ ນິກາຍໝວກດຳ ທະໄລລາມະເປັນຜູ້ນຳນິກາຍໝວກເຫຼືອງ ເຊິ່ງມີຊື່ເອີ້ນເປັນທາງການວ່າ ນິກາຍເກລຸກປະ ພຣະໃນນິກາຍນີ້ຈະນຸ່ງຫົ່ມຈີວອນສີເຫຼືອງແລະໃສ່ໝວກເຫຼືອງ ຄຳວ່າ ທະໄລລາມະ ແປວ່າ ມະຫາສະໝຸດ ຫຼື ພຣະຊັ້ນສູງ ເປັນຕຳແໜ່ງຂອງຜູ້ນຳປະເທດທິເບດ ເຊິ່ງມີອຳນາດປົກຄອງທັງທາງອານາຈັກແລະສາສະນະຈັກ ຖານະທາງບ້ານເມືອງ ຖ້າທຽບກັບຕຳແໜ່ງຢູ່ໃນລາວກໍຄືປະທານປະເທດ ຖານະໃນທາງພຣະສົງກໍຄື ປະທານອົງການພຸດທະສາສະໜາສັມພັນລາວ (ປະທານສົງ)
ຊາວທິເບດມີຄວາມເຊື່ອເລື່ອງກັມຢ່າງເຂັ້ມຂຸ້ນ ໂດຍສະເພາະການກັບຊາດມາເກີດໃໝ່ ເຂົາເຈົ້າເຊື່ອວ່າຜູ້ທີ່ຈະດຳລົງຕຳແໜ່ງທະໄລລາມະນັ້ນ ຕ້ອງເປັນຜູ້ທີ່ມີບຸນຍາທິການສູງ ເມື່ອທະໄລລາມະອົງເກົ່າມໍຣະນະພາບໄປ ກໍຈະກັບຊາດມາເກີດເປັນທະໄລລາມະອົງໃໝ່ສືບຕໍ່ໄປເລື້ອຍໆ ເພື່ອມາໂຜດສັດໃຫ້ພົ້ນຈາກຄວາມທຸກຕ່າງໆ ທະໄລລາມະອົງປັດຈຸບັນເປັນອົງທີ່ສິບສີ່ ມີພຣະນາມວ່າ ເທັນຊິນ ກະຍັດໂຊ (Tenzin Gyatso) ປະສູດເມື່ອ ພ.ສ.2478 (ຄ.ສ.1935) ພຣະອົງໄດ້ສະເດັດມາລີ້ໄພຢູ່ທັມມະສາລາແຫ່ງນີ້ເມື່ອ ພ.ສ.2502 (ຄ.ສ.1959) ເພາະໄພທາງການເມືອງ
03
ຊ່ວງບ່າຍ ພວກເຮົາຍ່າງເລາະໄປຕາມຫົນທາງທີ່ທອດຍາວອອກໄປຈາກຕົວເມືອງ ຫົນທາງຄ່ອຍຍາກຂຶ້ນເລື້ອຍໆ ບາງບ່ອນເປັນຫີນຂະລຸຂະລະ
ຕອນນີ້ ພວກເຮົາກຳລັງມຸ່ງໜ້າໄປສູ່ນ້ຳຕົກຕາດແຫ່ງໜຶ່ງຊື່ວ່າ ພັກສູ (Bhagsu) ເຊິ່ງຢູ່ໄກຈາກຕົວເມືອງປະມານສອງກິໂລແມັດ ນ້ຳຕົກຕາດແຫ່ງນີ້ ເກີດຈາກການລະລາຍຂອງຫິມະ ແລ້ວໄຫຼເປັນສາຍຍາວຢຽດລົງມາຈາກພູເຂົາສູງ ພວກເຮົາຍ່າງໄປຮອດຈຸດທີ່ເຂົາກັ້ນນ້ຳໄວ້ ເພື່ອໃຫ້ນັກທ່ອງທ່ຽວໄດ້ຖ່າຍຮູບ
ບາງກຸ່ມກໍລົງອາບ ບາງກຸ່ມກໍພຽງແຕ່ແຍ່ໆຕີນລົງໄປ ແນ່ນອນ ພວກເຮົາຈັດຢູ່ໃນກຸ່ມທີ່ສອງ ຂະໜາດພຽງແຕ່ແຍ່ຕີນລົງໄປ ຄວາມເຢັນຍັງແຜ່ຊ່ານມາເຖິງຫົວໃຈ ແລະ ເລີຍຂຶ້ນມາເຖິງສະໝອງ ບອກໄດ້ຄຳດຽວວ່າ “ໂຄດເຢັນ”
ຢູ່ນ້ຳຕົກຕາດແຫ່ງນີ້ ພວກເຮົາໄດ້ສົນທະກັບລາມະອົງໜຶ່ງ (ລາມະ–ເປັນຄຳນຳໜ້າຊື່ພຣະສົງໃນທິເບດ) ລາມະອົງນີ້ເລົ່າໃຫ້ຟັງວ່າ “ລາວໜີມາຈາກທິເບດເມື່ອຊາວກວ່າປີທີ່ແລ້ວ ກອງທັບຈີນໄດ້ເຂົ້າຍຶດທິເບດ ເຮັດໃຫ້ປະຊາຊົນປະມານເກືອບແສນຄົນຕ້ອງຍົກຍ້າຍອອກທິເບດໄປສູ່ປະເທດເພື່ອນບ້ານເຊັ່ນ: ອິນເດຍ ເນປານ ພູຖານເປັນຕົ້ນ ລາວເລົ່າວ່າ ການລົບໜີອອກມານັ້ນເປັນເໝືອນໂສກະນາຕະກຳຂອງຊາວທິເບດ ເພາະວ່າຕ້ອງເດີນທາງຂ້າມພູເຂົານ້ຳແຂງບໍ່ຈັກວ່າເທົ່າໃດໜ່ວຍ ບາງຄົນຖືກນ້ຳແຂງກັດຈົນຂາຂາດກໍມີ ບາງຄົນກໍປ່ວຍໄຂ້ລະຫວ່າງທາງ ຕ້ອງອົດມື້ກິນມື້ ເຂົາເຈົ້າເດີນທາງຜ່ານຜ່າທັງຫິມະແລະພູເຂົາສູງຊັນທີ່ທຸລະກັນດານແທບຈະເອົາຊີວິດບໍ່ລອດ ລາວບອກວ່າລາວໂຊກດີທີ່ຮັກສາຊີວິດລອດມາໄດ້ ແຕ່ຫຼາຍຄົນຕ້ອງຖິ້ມຊີວິດໄວ້ລະຫວ່າງທາງ ຈັກແມ່ນເວນກຳຫຍັງຂອງຊາວທິເບດທີ່ຕ້ອງມາປະສົບກັບເຫດການແບບນີ້ ”
ໂດຍທົ່ວໄປແລ້ວ ຊາວທິເບດເປັນຊົນຊາດມັກຄວາມສະຫງົບສຸກ ເພາະໄດ້ຮັບການເຝິກອົບຮົມດ້ານສາສະໜາເປັນຢ່າງດີ ອົງທະໄລລາມະເລົ່າໄວ້ໃນໜັງສືແຜ່ນດິນແລະປະຊາຂົນຂອງຂ້າພະເຈົ້າວ່າ “ພວກເຮົາ (ໝາຍເຖິງຊາວທິເບດ) ບໍ່ທະເຍີທະຍານຢາກໄດ້ສິ່ງໃດ ພວກເຮົາພຽງແຕ່ຕ້ອງການຢູ່ຢ່າງສະຫງົບ ພຽງເພື່ອຮັກສາໄວ້ເຊິ່ງພຣະສາສະໜາແລະວັດທະນະທຳຂອງເຮົາ” ເພາະຄິດເຊັ່ນນີ້ ທິເບດຈຶ່ງປິດກັ້ນຕົນເອງໄວ້ກັບທຳມະຊາດ ທ່າມກາງພູເຂົາຫິມະແລະພົງໄພ ໂດຍບໍ່ສົນໃຈກັບຜູ້ຄົນພາຍນອກເລີຍ ເຊິ່ງຕໍ່ມາພຣະອົງບອກວ່າ ວິທີການນີ້ເປັນນະໂຍບາຍທີ່ຜິດພາດຢ່າງຍິ່ງ ເພາະເມື່ອທິເບດຖືກສັດຕູຮຸກຮານ ຫັນໜ້າໄປຫາປະເທດໃດກໍບໍ່ມີໃຜຍື່ນມືມາຊ່ວຍເຫຼືອເລີຍ “ນີ້ເປັນບົດຮຽນອັນຂົມຂື່ນສຳລັບເຮົາ ບັດນີ້ ໂລກແຄບລົງຈົນຢູ່ພຽງລຳພັງຄົນດຽວບໍ່ໄດ້ ແມ້ຈະບໍ່ທຳຮ້າຍຜູ້ໃດກໍຕາມ” ຈາກຄຳເວົ້ານີ້ພຣະອົງກຳລັງຈະບອກວ່າ ຈົ່ງຜູກມິດໄມຕີຕໍ່ກັນໄວ້ເພາະບໍ່ມີໃຜສາມາດປິດກັ້ນຕົນເອງຢູ່ຄົນດຽວໄດ້ ທຳມະຊາດສ້າງເຮົາມາໃຫ້ອາໄສເຊິ່ງກັນແລະກັນ
ບາງຄັ້ງການເປັນຄົນດີທ່າມກາງຄົນທີ່ຈ້ອງຈະເອົາປຽບຕະຫຼອດເວລາ ກໍເປັນການກະທຳທີ່ນຳມາເຊິ່ງຄວາມເສົ້າໂສກໄດ້ເຊັ່ນກັນ ຂ້ອຍຄິດວ່າ ເຮົາຄວນເປັນຄົນດີມີເມດຕາ ແຕ່ຢ່າໃຫ້ໃຜເອົາປຽບ
04
ຈາກເຫດການທາງການເມືອງໃນທິເບດນັ້ນ ບາງຄົນເລືອກທີ່ຈະທົນຢູ່ໃນປະເທດຕໍ່ໄປ ບາງຄົນເລືອກລະຖິ້ມບ້ານເຮືອນແລ້ວມຸ່ງໜ້າໄປສູ່ຈຸດໝາຍໃດໜຶ່ງ ເຊິ່ງບໍ່ມີໃຜຮູ້ເລີຍວ່າ ທ້າຍທີ່ສຸດ ສິ່ງທີ່ຕົນເອງເລືອກນັ້ນຈະນຳພາຊີວິດໄປສູ່ຈຸດໃດ ຄົນທີ່ເລືອກເດີນທາງອອກມາ ກໍບໍ່ຮູ້ວ່າຈຸດໝາຍປາຍທາງທີ່ແນ່ນອນນັ້ນຄືບ່ອນໃດ ທຸກຄົນພຽງແຕ່ເດີນອອກມາໃຫ້ພົ້ນຈາກບັນຫາທີ່ເຮັດໃຫ້ເຂົາເຈົ້າຂົມຂື່ນຈົນບໍ່ສາມາດທີ່ຈະທົນຢູ່ຕໍ່ໄປໄດ້ ແນ່ນອນ ໜຶ່ງໃນບຸກຄົນທີ່ເລືອກເດີນອອກມາກັບຄົນທັງຫຼາຍນັ້ນ ຄືອົງທະໄລລາມະ ພຣະອົງເລືອກແລ້ວວ່າ ຈະຂ້າມພົມແດນໄປລີ້ໄພຢູ່ປະເທດອິນເດຍ
“ຂ້າພະເຈົ້າພິຈາລະນາຢ່າງຖ້ວນຖີ່ແລ້ວວ່າ ຕ້ອງລະປະເທດ ຖ້າຂືນຢູ່ຕໍ່ຂ້າພະເຈົ້າກໍຊ່ວຍຫຍັງປະຊາຊົນອີກບໍ່ໄດ້ແລ້ວ ແລະ ຈີນຈະຕ້ອງຈັບຂ້າພະເຈົ້າໄດ້ໃນທີ່ສຸດ ຈຶ່ງຈຳຕ້ອງໜີໄປອິນເດຍ ຂໍໃຫ້ລັດຖະບານອິນເດຍຄຸ້ມໄພໃຫ້ ແລະ ພະຍາຍາມເຮັດໃຫ້ຊາວທິເບດຢູ່ໄດ້ດ້ວຍຄວາມຫວັງ”
ຜູ້ຂຽນເຊື່ອວ່າ ໃນສະຖານະການເຊັ່ນນີ້ ບໍ່ວ່າຈະເລືອກທາງໃດກໍເຮັດໃຫ້ຫຼີກໜີຄວາມເຈັບປວດບໍ່ພົ້ນ ລອງຄິດເບິ່ງວ່າ ຈາກຄົນທີ່ເຄີຍຢູ່ຢ່າງສະຫົງບສຸກໃນຜາສາດລາຊະວັງ ບັດນີ້ ຕ້ອງມາເລ່ລ່ອນຢູ່ຕາມພູຜາ ທ່າມກາງຫິມະອັນເໜັບໜາວ ຫາໝ່ອງຊຸກຫົວນອນແທບຈະບໍ່ມີ ບາງຄັ້ງກໍຫຼົງທາງແຕກອອກຈາກຂະບວນໃນຍາມຄ່ຳຄືນ ພຣະອົງເລົ່າວ່າ ມື້ທຳອິດຕ້ອງນັ່ງຢູ່ເທິງຫຼັງມ້າເປັນເວລາເກືອບຊາວຊົ່ວໂມງແທບບໍ່ໄດ້ນອນເລີຍ ບາງບ່ອນຕ້ອງລົງຈູງມ້າຜ່ານຜ່າພູເຂົານ້ຳແຂງ ເມື່ອໄປຮອດທາງແຍກຈະຕ້ອງເລືອກວ່າຈະໄປທາງໃດດີ ເພື່ອບໍ່ໃຫ້ທະຫານຂອງສັດຕູໄປດັກທາງຖືກ ຕະຫຼອດເສັ້ນທາງທີ່ເດີນຜ່ານມານັ້ນເຕັມໄປດ້ວຍທາງເລືອກ ເລືອກທີ່ຈະເດີນຕໍ່ຫຼືເລືອກທີ່ຈະຢຸດພັກ ເລືອກທີ່ຈະໄປຊ້າຍຫຼືຂວາ ເລືອກທີ່ຈະໄປຂ້າງໜ້າ ຫຼື ຈະຖອຍກັບມາຕັ້ງຫຼັກ
05
ຊີວິດເຮົາກໍເຊັ່ນດຽວກັນ
ຕະຫຼອດທາງເດີນຂອງຊີວິດເຕັມໄປດ້ວຍທາງເລືອກ ດຣ.ໄອໂຊ–ນັກຂຽນຊາວອາເມຣິກັນ ເຄີຍເວົ້າວ່າ ຊີວິດມະນຸດມີຄວາມຈິງພື້ນຖານສອງຂໍ້ຄື ໜຶ່ງ–ເຮົາມີເວລາຈຳກັດ ສອງ–ໃນເວລາທີ່ແສນຈຳກັດນັ້ນ ເຮົາມີທາງເລືອກຢ່າງບໍ່ຈຳກັດ
ການເລືອກແຕ່ລະຄັ້ງໝາຍຄວາມວ່າເຮົາກຳລັງນຳພາຊີວິດໄປສູ່ທິດທາງໃດໜຶ່ງ ບາງຄົນອາດຈະຮູ້ຈັກຈຸດໝາຍປາຍທາງທີ່ແນ່ນອນ ແຕ່ບາງຄົນບໍ່ຮູ້ເລີຍ ເຮົາພຽງແຕ່ເລືອກແລ້ວກ້າທີ່ຈະຍອມຮັບຜົນທີ່ຈະເກີດຂຶ້ນໃນອະນາຄົດເທົ່ານັ້ນເອງ ລະຫວ່າງທາງເດີນຂອງຊີວິດເຮົາມີສິ່ງໃຫ້ເລືອກແທບຈະຕະຫຼອດເວລາ ຖ້າເລືອກໃນທາງກາຍະພາບບໍ່ໄດ້ ເຮົາສາມາດເລືອກທີ່ຈະຕອບສະໜອງ (Reaction) ກັບເຫດການທີ່ເກີດຂຶ້ນນັ້ນແບບໃດ ເຮົາມີອິດສະລະຢ່າງເຕັມທີ່ ແມ້ແຕ່ຄົນຖືກມີດຈໍ່ຄໍ ກໍມີສິດເລືອກໄດ້ວ່າ ຈະຕາຍ ຫຼື ຈະຍອມໃຫ້ໂຈນເອົາຊັບສິນ ແລ້ວປ່ອຍເຮົາໄປ
ສິ່ງທີ່ໄດ້ຮຽນຮູ້ຈາກຈາກການສົນທະນາກັບລາມະອົງນັ້ນ ແລະ ຈາກເຫດການສະເດັດລີ້ໄພຂອງອົງທະໄລລາມະຄື ການເລືອກໃຊ້ຊີວິດໃນລະຫວ່າງທາງເດີນ ດັ່ງທີ່ອົງທະໄລລາມະເຮັດເປັນແບບຢ່າງມາແລ້ວ ໃນແງ່ກາຍະພາບ ພຣະອົງເລືອກທີ່ຈະເດີນອອກມາຈາກສະພາບບັນຫາທີ່ເກີດຂຶ້ນໃນກຸງລາຊາ ໃນແງ່ຈິດໃຈ ພຣະອົງເລືອກທີ່ຈະໃຊ້ຊີວິດຕໍ່ໄປຢ່າງມີຄວາມຫວັງ ແມ້ສັດຕູຈະກໍ່ກັມທຳເຂັນຕໍ່ປະເທດຂອງພຣະອົງຫຼາຍປານໃດກໍຕາມ ພຣະອົງເລືອກໄດ້ວ່າ ຈະໂກດແຄ້ນ ຫຼື ຈະໃຫ້ອະໄພ“ເຮົາບໍ່ຄວນຄິດແກ້ແຄ້ນ ຫຼື ຕອບແທນຄວາມຊົ່ວດ້ວຍຄວາມຊົ່ວ”
ແມ່ນແລ້ວ, ນີ້ຄືຄຳສອນຈາກພຣະອົງທ່ານ
ແນ່ນອນ ໃນແງ່ສະເກລ (Scale) ລະດັບສັງຄົມເຮົາຍອມບໍ່ໄດ້ຢູ່ແລ້ວ ທີ່ຈະໃຫ້ໃຜມາເອົາປຽບປະເທດຊາດຫຼືອົງກອນຂອງຕົນ ແຕ່ໃນແງ່ປັດເຈກະບຸກຄົນ ຖ້າການໃຫ້ອະໄພນັ້ນນຳມາເຊິ່ງການໃຊ້ຊີວິດຢ່າງມີຄວາມສຸກ ຂ້ອຍຄົງເລືອກເໝືອນອົງທະໄລລາມະ
ເວົ້າໄປເວົ້າມາ ຂ້ອຍກໍຕ້ອງເລືອກແລ້ວວ່າ ຈະນັ່ງລົມກັບລາມະຕໍ່ໄປຫຼືກັບຈະກັບໄປທີ່ພັກ ຕອນນີ້ ຕາເວັນຄ້ອຍໄປທາງທິດຕາເວັນຕົກຫຼາຍແລ້ວ ອີກບໍ່ດົນຄົງຈະລັບຫາຍຈາກຂອບຟ້າ ປ່ອຍໃຫ້ຊາວໂລກຜະເຊີນໜ້າຄວາມເໜັບໜາວຕໍ່ໄປ ໃນລະຫວ່າງທາງ ຂ້ອຍເຫັນເດັກນ້ອຍຄົນໜຶ່ງກຳລັງຕ້ອນຝູງແກະກັບບ້ານ ແກະໂຕໜຶ່ງແວະລົງກິນນ້ຳແຄມທາງ ແຕ່ກໍຕ້ອງຟ້າວຍ່າງກັບມາເຂົ້າຝູງອີກຄັ້ງ ເພາະໄມ້ແສ້ທີ່ຢູ່ໃນມືຂອງເດັກນ້ອຍຄົນນັ້ນ ຂ້ອຍຮູ້ສຶກສົງສານມັນຢ່າງຈັບໃຈ
ເປັນໄປໄດ້ບໍ່ວ່າ ການແວະລົງຂ້າງທາງ
ຄືການເລືອກຢ່າງໜຶ່ງ ໃນຊີວິດຂອງແກະນ້ອຍໂຕນັ້ນ
ລະດູໜາວ, ປີ 2564.
ແຜ່ນດິນແລະປະຊາຊົນຂອງຂ້າພະເຈົ້າ/My land and My people
ທະໄລລາມະ (ຂຽນ) ສ.ສິວະລັກ (ແປ)
ຕົວອຽງບາງສ່ວນມາຈາກໜັງສືເຫຼັ້ມນີ້