ສາຍບຸນຈາກນະຄອນຫຼວງວຽງຈັນ-ໄຊຍະບູລີ 3 ວັນ 2 ຄືນ

ຜ້າປ່າສາມັກຄີຈາກນະຄອນຫຼວງວຽງຈັນ ຖອດຖວາຍທີີວັດໂພສີສະຫວ່າງ ບ້ານນຳ້ພຸ ເມືອງບໍແຕນ ແຂວງໄຊຍະບູລີ ລະຫວ່າງວັນທີ່ 4-6/12/2020 ນຳໂດຍ ພຣະອາຈານ ແກ້ວພຣະຈັນ ຍົດປັນຍາ ເຈົ້າອະທິການວັດປ່າສະຫວັນພຣົມດົງໝາກຄາຍ.

ເຊົ້າວັນທີ 4 ເວລາ ປະມານ 8 ໂມງ ຄະນະເລີ່ມອອກເດີນຈາກນະຄອນຫລວງວຽງຈັນ ດ້ວຍຂະບວນລົດຕູ້ 29 ຄັນ ລົດເມ 1 ຄັນ ລວມຄະນະເດີນທາງໃນຄັ້ງນີ້ ຫຼາຍກວ່າ 50 ຄົນ.

10 ຊົ່ວໂມງຜ່ານໄປ ຄະນະເດີນທາງມາເຖີງທີ່ບ້ານເປົ້າຫມາຍກໍ່ພໍດີຄ່ຳ. ແຕ່ກໍ່ຍັງມີພີ່ນ້ອງຊາວບ້ານ ນ້ອງໆນັກຮຽນມາຢືນຕ້ອນຮັບຄະນະ ແລະ ຮ່ວມແຫ່ກອງຜ້າປ່າເຂົ້າບ້ານນຳກັນ.

ເຊົ້າວັນທີ 5 ຫຼັງຈາກພຣະສົງສັນພັດຕາຫານເຊົ້າ ຍາດໂຍມ ເສສັງ ມັງຄະລາຍາມິ ແລ້ວ ພຣະອາຈານ ໄດ້ຈັດທຣີບ ທ່ອງທ່ຽວທຳມະຊາດ ມີ ນ້ຳຕົກຕາດ ແກ້ງທຽນ ແລະ ສາຍແດນ ລາວ ໄທ ໃຫ້ຄະນະໃນຄັ້ງນີ້ດ້ວຍ. ໃຫ້ສາຍບຸນໄດ້ ຍ໊າວວ! ໄປ.

ນ້ຳຕົກຕາດຮຳ
ສາຍແດນລາວ ໄທ

ທ່ຽວເກືອບວ່າຫມົດມື້ ຈົນຮອດເວລາ ປະມານ 3 ໂມງກວ່າໆ ຄະນະຈື່ງໄດ້ພາກັນກັບ ໄປກຽມແຫ່ ກອງຜ້າປ່າກັນຕໍ່ ການແຫ່ເທື່ອນີ້ ຫຼາຍກວ່າມື້ມາຮອດ ເພາະຊາວບ້ານທຸກຄົນ ແລະ ບ້ານໄກ້ຄຽງ ໄດ້ມາລວມກັນ ໄປຕັ້ງຂະບວນແຫ່ທີ່ ໂຮງຮຽນບ້ານ ມາສູ່ວັດ. ຍ໊າວ!!! ກັນໄປ ອີກຮອບ

ໃນຊ່ວງຄ່ຳ ເປັນພິທີທາງສາສະໜາ ພຣະສົງສູດພຣະປະຣິດຕະມຸງຄຸນ ຟັງທັງມະເທສະນາຈາກພຣະອາຈານແລ້ວ ຜູ້ນູ່ງຂາວຫົ່ມຂາວ ຍາດຕິທັມ ລວມສູດມົນແລງໄປຈົນຮອດ ເວລາ 10 ໂມງ ຈຶ່ງໄດ້ເວລາພັກຜ່ອນ.

ເຊົ້າ ວັນທີ 6 ເປັນພິທີເຮັດບຸນຕັັກບາດໃຫຍ່ຂອງຄະນະ ຮ່ວມກັບຊາວບ້ານ ແລະ ຊາວບ້ານໄກ້ເຮືອນຄຽງ.ແລ້ວໆ  ທຸກຄົນກໍ່ມາເຕົ້າໂຮມກັນອີກເທື່ອຫນື່ງ ເພື່ອຮ່ວມອະນຸໂມທະນາຖວາຍກອງຜ້າປ່າໃຫ້ຄະນະສົງ ເປັນຜູ້ບໍລິຫານຈັດການ ກອງຜ້າປ່ານີ້ ໃນການສ້າງສາພັດທະນາວັດ ອັນເປັນການສຶບຖອດອາຍຸພຣະພຸດທະສາສະໜາສຶບຕໍ່ໄປ.

ຫຼັງຈາກສຳເລັດພິທີທາງສະນາ ສັດທາ ສາທຸຊົນ ຮັບປະທານອາຫານທີ່ຊາວບ້ານໄດ້ເຮັດຕ້ອນຮັບໄວ້ແລ້ວ ກໍ່ໄດ້ເວລາເດີນທາງກັບຂອງຄະນະ.

ໃນລະຫວ່າງເດີນທາງກັບ ແຕ່ລະຄົນເບິ່ງຄືບໍ່ໄດ້ເມື່ອຍຫລ້າ ແຕ່ກັບເວົ້າຈາພາເພີນກັນໄປລະຫວ່າງທາງ ໃຜມີຫຍັງ ໄດ້ປະສົບກັບເຫດການອັນໄດ່ ຈາກຄົນນັ້ນ ຄົນນີ້ ຈາກລູກໄພ້ ລູກເຂີຍ ຄົນນັ້ນຄົນນີ້ ກໍ່ມາເລົ່າສູ່ກັນຟັງ. ຢ່າງບົດສົນທະນາຕອນຫນື່ງຂອງເພີ່ນວ່າ.. ມີລູກເຂີຍຂອງນ້ອງແມ່ ທີ່ຮຽນຈົບ ດຣ.  ທີ່ເຫັນແມ່ໄປວັດທຸກມື້ໆຖາມວ່າ “ແມ່ໄປວັດແລ້ວໄດ້ຫຍັງ”  ແມ່ເພີ່ນຕອບວ່າ ແມ່ບໍ່ຮູ້ວ່າໄດ້ຫຍັງ ແຕ່ມັນເປັນຄວາມສຸກຂອງແມ່ ຄົນເຮົາສຸກບໍ່ຄົງທີ່ ທຸກບໍ່ຄົງທົນດອກລູກ ຊີວິດເຮົາຢູ່ບໍ່ດົນ.

ສາຍບຸນຄົງຮູ້ດີ ວ່າເຮົາໄປວັດແລ້ວໄດ້ຫຍັງ ມັນກໍ່ເປັນເລື່ອງຂອງເຮົາບໍ່ລະ  ແຕ່ສິ່ງຫນື່ງ ທີ່ເຮົາບໍ່ຄວນມີ ຄື ຢ່າໃຫ້ຄຳວ່າ “ເສັ້ນສາຍ” ມາບັງຄັບເຮົາ ອາດຈະດ້ວຍຄວາມເກງໃຈຂອງຜູ້ໃຫຍ່ ຫຣື ຄວາມຄຸ້ນເຄີຍກໍ່ແລ້ວແຕ່ ເຮົາຄວນມີອິດສະຫຼະ ໃນການຕັດສິນໃຈ ໄປດ້ວຍຄວາມຕັ້ງໃຈຢາກໄປ ໃຫ້ດ້ວຍຄວມຕັ້ງໃຈຢາກໃຫ້ ອິຫຼີ  ບໍ່ໄດ້ໃຫ້ເພື່ອອວດ ບໍ່ໄດ້ໄປເພື່ອຍໍ.

ຈາກດັ້ງເດີມ ຜ້າປ່າ ຄືການເອົາຜ້າໄປວ່າງ ພາດໄວ້ ຖອດໄວ້ ຕາມກິ່ງໄມ້ ເຫມືອນກັບຜ້າທີ່ຖີ້ມແລ້ວ ເພື່ອໃຫ້ພຣະສົງມາຊັກເອົາໄປເອງໂດຍທີ່ບໍ່ຕ້ອງກ່າວຄຳຖວາຍ ເຫມືອນການຖວາຍຂອງທົ່ວໄປ. ຜ້າປ່າສາມັກຄີ ໃນປັດຈຸບັນນີ້ ງ່າຍໆກໍ່ຄື ການຮ່ວມກັນຖວາຍຜ້າພ້ອມເຄື່ອງບໍລິວານ ຂະຫຍາຍ ເປັນເງິນ ຫຼື ສິ່ງຂອງທີ່ບໍລິຈາກເພື່ອສາທາລະນະປະໂຫຍດ. ປັດຈຸບັນພົບວ່າ ພິທີການຖອດຖວາຍ ຜ້າປ່າ ນັ້ນ ບໍ່ຈຳເປັນຕ້ອງນຳຜ້າໄປວາງຖີ້ມ ຫຼື ຖອດໄວ້ໃນປ່າອີກແລ້ວ ເພາະປັບໃຫ້ເຂົ້າກັບສັງຄົມສະໄໝໂດຍຖືເອົາຄວາມສະດວກຂອງສາທຸຊົນຜູ້ມາຮ່ວມປະກອບພິທີຖວາຍຜ້າປ່າ ເຊີ່ງຖືວ່າໄດ້ອຸປະໂລກເປັນຜ້າປ່າສຳເລັດແລ້ວ.

Author: Singkham
I regularly blog on dhamma, Buddhist news, How to IT, and more