ພວກເຮົາບໍ່ຮູ້ເລີຍວ່າ ທາງຂ້າງໜ້າຈະເປັນແນວໃດ່ ທຸກຄົນໄປເພາະໃຈເຖີງກ່ອນ. ເພາະພວກເຮົາເດີນທາງດ້ວຍລົດຈັກ ແລະ ຫຼາຍຄົນກໍ່ເບິ່ງວ່າມັນບໍ່ໄດ້ງ່າຍເຫມືອນການເດີນທາງດ້ວຍລົດໃຫຍ່.ການເດິນທາງຄັ້ງນີ້ ພວກເຮົາໄປໃສ່ແດ່ ແລະ ໄດ້ຫຍັງແດ່ໃນການເດີນທາງຄັ້ງນີ້?.
ຖືເປັນທຣີບອອຟເດີ້ເຍຍ 2021 ຂອງຂ້ອຍເລີຍກໍ່ວ່າໄດ້ ເຊີ່ງເປັນເວລາທີ່ຂ້ອຍຄິດວ່າຍາກຫຼາຍ ທີ່ຫມູ່ເຮົາຈະມີເວລາວ່າງຄືກັນ,ໄດ້ມາເຈີກັນ ໄດ້ອອກຄວາມເຫັນ ແລ້ວ ຕົກລົງ ອອກໄປທຣີບດ່ຽວກັນ. ພວກເຮົາງ່າຍໆ ລົງຄວາມເຫັນຕົກລົງກັນຕອນແລງ ວັນທີ່ 1 ໄດ້ເວລາ,ຈຸດນັດພົບ ແລະ ຕັ້ງກຸ່ມກັນຮຽບຮ້ອຍ.
ໂຮງໝໍປົວຕາທົ່ງປົ່ງ ເວລາ 5.00 AM ຄືສະຖານທີ່ ແລະ ເວລາທີ່ເຮົານັດກັນ ທຸກຄົນຕົງເວລາເປະ ນອກຈາກໝູ່ຄົນໜື່ງ. ຂໍ້ຄວາມໃນກຸ່ມກໍ່ບໍ່ອ່ານ ຕ້ອງໄດ້ໂທຕາມ ໂທຕາມ ພັດໄດ້ຄວາມວ່າ…. A.ໄປແລ້ວຫວາ? B. ອ້າວ! ຕົງເວລາເໝືອນຝຣັ່ງແດ່ແມ້ 😅. ພວກເຮົາໄດ້ລໍຖ້າປະມານ 5.25 AM ເຮົາຈື່ງໄດ້ພ້ອມກັນອອກຈາກຈຸດນັດພົບ.

ເວລານີ້ ຊ່າງເປັນເວລາ ທີ່ໜາວ ເຍັນ ພໍສົມຄວນ. ໂຊກດີແດ່ ດ້ວຍເສື້ອກັນໜາວຕົວດ່ຽວ ກໍ່ພໍເອົາຢູ່ ຄູ່ກັບສຸຂະພາບດີ ທຸກຄົນຈື່ງຫມົດຫ່ວງ.

ຫຼັງຈາກນັ້ນພວກເຮົາກໍ່ຂີ່ລົດເລາະຕາມບ້ານເມືອງ ຢູ່ໃສ່ວິວດີ ທິວທັດງາມ ຂີ່ຕາມກັນໄປຈຣາາ..

ຈອດພັກແປປ ແຮ່….. ເຮົາເອງ😊
ພັກໄປ ຂັບໄປ ນັບເວລາໄດ້ 6 ຊົ່ວໂມງກວ່າ ເວລາ ປະມານ 11 ໂມງ ພວກເຮົາຈຶ່ງຮອດ ເມືອງເຟືອງດິນແດນ ສວຍງາມ.


ຈຸດເດັ່ນຂອງເມືອງເຟືອງ ທີ່ດຶງດູດນັກທ່ອງທ່ຽວກໍ່ແມ່ນ ຜາ ອ້ອມຮອບຕົວເມືອງເຟືອງ ແລະ ຜາ ຫຼາກຫຼາຍຈຸດ ນ້ອຍໃຫຍ່ ສະຫຼັບລຽງລາຍກັນ ຕາມແນວທາງ.


ເສດຖະກິດຊຸມຊົນຂອງເມືອງເຟືອງນັ້ນ ຍັງຖື ກະສິກຳ ຄືການ ເຮັດນາ, ປູກຝັ່ງ, ລ້ຽງສັດຕາມລະດດູການ ແລະ ການຄ້າຂາຍເປັນຫຼັກ.

ການເດີນທາງມາທ່ຽວເມືອງເຟືອງເທື່ອນີ້ ເປັນຄັ້ງທຳອິດຂອງຂ້ອຍ ແລະ ກໍ່ເປັນຄັ້ງທຳອິດທີ່ເດີນທາງໄກດ້ວຍລົດຈັກ ແຖມຍັງບໍ່ມີຄວາມຊຳນານການທ່ອງທ່ຽວ ຂ້ອຍຈື່ງບໍ່ຄ່ອຍໄດ້ວ່າງແຜນຫຍັງ ຮູ້ພຽງວ່າ ເມືອງເຟືອງ ເປັນດິນແດນສວຍງາມ ຈື່ງຢາກໄປເບິ່ງ ເປັນການຂີ່ລົດທ່ຽວ ເລາະຕາມບາ້ນເມືອງ ແລະ ເບິ່ງປ້າຍບອກທາງເອົາ ແລະ ນີ້ຄືສະຖານທີ່ບາງສ່ວນ ທີ່ພວກເຮົາໄປສຳພັດມາ.






ຫາດຜາຕຶງ




ສາມໝື່ນຕູບເຟືອງ
ການເດີນທາງນຳຫມູ່ຄະນະ ໂດຍສະເພາະຢ່າງຍິ່ງ ຖ້າບ່ອນທີ່ຈະໄປນັ້ນມີຫຼາຍບ່ອນໄປ ຈະຕ້ອງຕົກລົງ ວາງແຜນກັນກ່ອນວ່າ ເມື່ອເຖີງຈຸດໝາຍແລ້ວ ຈະໄປໃສ່ກັນແດ່. ເພາະຖ້າບໍ່ດັ່ງນັ້ນ ອາດແຕກແຍກຈາກກັນ ບໍ່ເຂົ້າໃຈກັນກໍ່ໄດ້ ເພາະຄົນຫນື່ງຢາກໄປບ່ອນນີ້ ອີກຄົນຫນື່ງຢາກໄປແບບນັ້ນ. ເຫມືອນທີ່ພວກເຮົາບໍ່ໄດ້ວ່າງແຜນກັນດີໆ ຈືື່ງບໍ່ໄດ້ໄປບ່ອນອື່ນໆຕາມໃຈຕົວເອງ.