ສະຫຼຸບປະຫວັດສາດ 800 ປີຂອງຊາວໄຕລື້ໃນ ສິບສອງປັນນາ

ສິບສອງປັນນາ ອະດີດ ອະນາຈັກຂອງຊົນຊາດຊາວໄຕລື້ ທີ່ເຄີຍຈະເລີນຮຸ່ງເຮືອງ ເປັນຊົນຊາດທີ່ມີຊີວິດ, ປະເພນີ, ວັດທະນະທຳເປັນເອກະລັກ ແລະ ມີພາສາເວົ້າ ແລະ ຂຽນ ເປັນຂອງຕົນເອງ.

ຄຳວ່າ “ສິບສອງປັນນາ” ຫຼື “ພັນນາ” ໝາຍເຖີງ ອານາຈັກທີ່ເກີດຈາກ ການໂຮມພື້ນດິນນາຂອງຊາວໄຕລື້ ຫຼາຍໆບ້ານເຂົ້ານຳກັນ ໂຮມໄດ້ 1 ພັນນາ ຕັ້ງເປັນໜຶ່ງເມືອງ ລວມທັງໝົດ 12 ພັນນາ ກໍໄດ້ 12 ເມືອງ.

ຕາມຫຼັກຖານທາງປະຫວັດສາດກ່າວວ່າ ສິບສອງປັນນາ ປົກຄອງດ້ວຍລະບອບສັກດີນາປະເພນີ ມີພຣະຣາຊາຊົງເປັນພຣະປະມຸກມາແລ້ວເຖີງ 45 ພຣະອົງ ໂດຍມີສູນກາງຂອງອະນາຈັກ ຢູ່ທີ່ ຊ່ຽງຮຸ່ງ ຫຼື ຫໍຄຳຊຽງຮຸ່ງ ເຊິ່ງໄດ້ສະຖາປະນາມາໄດ້ປະມານ 800 ກວ່າປີ. ອະນາຈັກ ສິບສອງປັນນາ ຮຸ່ງເຮື່ອງຢູ່ ປະມານ 100 ປີ ກໍ່ເລີ່ມອ່ອນແອລົງ.

ໃນທີ່ສຸດກໍຕ້ອງຍອມອ່ອນນ້ອມ ເປັນເມືອງຂຶ້ນຂອງຈີນ ໃນສະໄໝຣາຊະວົງມົງໂກນ ທັງໃນໄລະຍະນັ້ນ ອິດທິພົນຂອງມຽນມ້າ ແລະ ສະຫຍາມປະເທດເລີ່ມແຂງແຮງຂຶ້ນ.

ອານາຈັກ ສິບສອງປັນນາ ຖືກຄຸກຄາມ ລາກດຶງ ໂດຍອະນາຈັກທີ່ແຂງແຮງກວ່າມາດົນ ຈົນເຂົ້າມາສູ່ຍຸກແຫ່ງການລ່າອະນານິຄົມຂອງ ອັງກິດ ແລະ ຝຣັ່ງໄດ້ເຂົ້າມາມີອິດທິພົນ ແລະ ຂີດເສັ້ນແບ່ງ ຈັດສັນ.

ໂດຍ ໃຫ້ ມຽນມ້າ ຢູ່ພາຍໃຕ້ການປົກຄອງຂອງອັງກິດ ຝຣັ່ງ ມີອິດທິພົນຢູ່ລາວ ແລະ ອິນດູຈີນ ແລະ ສິບສອງປັນນາ ຢູ່ພາຍໃຕ້ຈີນ.

ໃນໄລຍະຕໍ່ມາ ເໝົາເຈີຕຸງ ໄດ້ຂື້ນເປັນຜູ້ນຳຈີນ ໄດ້ປະຕິວັດ ແລະ ປ່ຽນແປງການປົກຄອງຂອງຈີນເປັນລະບອບຄອມມູນິດ ແລະ ໄດ້ຍຶດຄອງ ສິບສອງປັນນາ.

ກະສັດອົງສຸດທ້າຍຂອງຊາວໄຕລື້ ຄື “ເຈົ້າໝ່ອມຄຳລື” ແຫ່ງຣາຊະວົງຊ່ຽງຮຸ່ງ ຖືກປົດເປັນສາມັນຊົນ ແລະ ຕ້ອງເຮັດວຽກກັບລັດຖະບານຈີນໃໝ່ ໃນຖານະເປັນຜູ້ຊ່ຽວຊານສະຖາບັນຊົນຊາດ ສ່ວນເຊື້ອພະວົງຄົນອື່ນໆກໍຖືກປ່ຽນຊື່ໃຫ້ໃຫມ່ເປັນພາສາຈີນໝົດ.

ສ່ວນປະຊາຊົນຊາວໄຕລື້ໃນ ສິບສອງປັນນາ ໃນໄລຍະຫຼັງຈາກທີ່ຈີນຍຶດຄອງນັ້ນ ຕ້ອງຢູ່ຢ່າງຈຳກັດ ຖືກກີດກັນເລື່ອງການນັບຖືສາສະໜາ ແລະ ວິຖີປະຕິດັ້ງເດີມ.

ເພາະທາງການຈີນ ເຫັນວ່າ ວັດທະນະທຳຂອງຊາວໄຕລື້ເປັນສິ່ງທີ່ຫຼ້າຫຼັງ ແລະຕ້ອງການສ້າງຄວາມເປັນຈີນໃຫ້ກັບຊາວໄຕລື້ ແລະ ຍັງໄດ້ເຜົາທຳລາຍວັດ ແລະ ສາສະນະສະຖານ ທົ່ວແຜ່ນດິນ ສິບສອງປັນນາ ເພາະຕ້ອງການລ້າງຄວາມເຊື່ອທີ່ຊາວໄຕລື້ຍຶດຖືມາແຕ່ບູຮານ.

ນອກຈາກປິດກັ້ນເລື່ອງການນັບຖືສາສະໜາແລ້ວ ຊາວໄຕລື້ຍັງຖືກຫ້າມບໍ່ໃຫ້ຈັດກິດຈະກຳ ຫຼື ປະກອບພິທີກຳອັນໃດ ເຊັ່ນ ຈັດບຸນສົງການ,ເຮັດບຸນຕັກບາດ ແລະ ພິທີກຳທີ່ກ່ຽວກັບສາສະໜາອື່ນໆ.

ຍ້ອນຜິດສົງຄາມ ແລະ ການຮຸກຮານຂອງອະນາຈັກທີ່ແຂງແຮງກວ່າ ລວມທັງ ການຍຶດຄອງ ສິບສອງປັນນາ ຂອງລັດຖະບານ ເໝົາເຈີຕຸງ ເຮັດໃຫ້ຊາວໄຕລື້ບາງສ່ວນຕ້ອງອົບພະຍົບ ແລະ ຖືກກວາດຕ້ອນ ໄປຢູ່ສະຖານທີ່ຕ່າງໆ.

ຕໍ່ມາພາຍຫຼັງ ລັດຖະບານຈີນໄດ້ຫລຸດຜ່ອນຄວາມເຂັ້ມງວດ ຜ່ານຊວງການປະຕິວັດວັດທະນະທຳ ຊາວໄຕລື້ ໄດ້ສິດກັບມາເປັນຂອງຕົນເອງຄືເກົ່າ,ໄດ້ມີໂອກາດກັບມາເຮັດກິດຈະກຳທາງສາສະໜາທີ່ສຳຄັນຕ່າງໆ ແລະ ໄດ້ຟື້ນຟູ ສົ່ງເສີມວັດທະນະທຳອັນດີງາມທີ່ເຄີຍມີມາແຕ່ກ່ອນກັບມາອີກເທື່ອໜື່ງ.

ສິບສອງປັນນາ ຫຼື ເມືອງຊ່ຽງຮຸ່ງ ໄດ້ກັບມາມີຊີວິດຊີວາ,ເລີ່ມເປັນທີ່ສົນໃຈຕໍ່ນັກທ່ອງທ່ຽວ ແລະ ມີຊື່ສຽງຫຼາຍຂື້ນ ໃນນາມຂອງເມືອງທີ່ມີສີລະປະ,ວັດທະນະທຳ ແລະ ປະເພນີ ທີ່ມີສະເໜ່ເປັນເອກະລັກໃນຕົວ.

ແລະ ດ້ວຍ ດິນແດນ ສິບສອງປັນນານີ້ ຍັງຄົງມີ ວິຖີຊີວິດ,ວັດທະນະທຳ,ພູມປັນຍາດັ້ງເດີມ ແລະ ຍັງໝັ້ນຄົງໃນການນັບຖືພຸດທະສາສະໜາ ລວມທັງ ພາສາປາກເວົ້າ ໄກ້ຄຽງກັບຊົນຊາດລາວ ແລະ ໄທ ເໝືອນກັບວ່າ ເປັນບັນພະບຸລຸດສາຍເລືອດດຽວກັນ.

ດັ່ງນັ້ນ ຈຶ່ງມີນັກວິຊາການ,ນັກປະຫວັດສາດ,ນັກການສາສະໜາ ລວມທັງນັກທ່ອງທ່ຽວຄົນລາວ ຄົນໄທ ແລະ ຄົນທົ່ວໄປ ຢາກໄປຢ້ຽມຢາມຈັກເທື່ອໜື່ງໃນຊີວິດນີ້ ໂດຍສະເພາະ ພີ່ນ້ອງຊາວໄຕລື້ໃນປະເທດໃໝ່.

ປັດຈຸບັນນີ້ “ສິບສອງປັນນາ” ເຂດປົກຄອງຕົນເອງ ກາຍເປັນພຽງຊົນຊາດສ່ວນນ້ອຍ ຕັ້ງຢູ່ທາງທິດຕະເວັນຕົກສ່ຽງໃຕ້ໃນມົນທົນຍຸນນານ ເມືອງຄຸນມິ່ງ ຂອງປະເທດຈີນ. ມົນທົນຍຸນນານມີອະນາເຂດຕິດກັບປະເທດລາວ ແລະ ມຽນມາ ມີເນື້ອທີ່ກວ້າງຂວາງປະມານ 390,000 ຕລ.ກມ.² ເຊີ່ງເປັນມົນທົນທີ່ໃຫຍ່ເປັນອັນດັບ 3 ຂອງປະເທດຈີນ.

ມີປະຊາກອນ ຫຼາຍກວ່າ 48 ລ້ານຄົນ ສ່ວນຫຼາຍເປັນຄົນຮັ້ນ ຫຼື ຈີນ ທີ່ໄຕລື້ເອີ້ນວ່າ ຄົນຫໍ້ ປະມານ 29 ລ້ານຄົນ ສ່ວນທີ່ເຫຼືອອີກປະມານ 19 ລ້ານຄົນ ເປັນຊົນຊາດໄຕລື້ ແລະ ຊົນຊາດ,ຊົນເຜົ່າສ່ວນນ້ອຍອື່ນໆໂຮມຢູ່ນຳ

ປະຊາກອນທີ່ເປັນຊົນຊາດສ່ວນນ້ອຍ ໂດຍສະເພາະ ຊາວໄຕລື້ ຈະມັກອາໃສ່ຢູ່ ຕາມຊົນນະບົດ ທີ່ຍັງຄົງມີ ຄົນເວົ້າພາສາລື້,ມີວິຖີຊີວິດ ແລະ ສະຖາປັດຕະຍະກຳ ໃຫ້ພົບເຫັນ ສ່ວນໃນຕົວເມືອງສິບສອງປັນນາ ສ່ວນຫຼາຍຈະເປັນ ຫ້າງຮ້ານ ບ້ານເຮືອນ ຂອງຄົນຈີນທີ່ມາຕັ້ງຖິ່ນຖານອາໃສ່ຢູ່ໃຫມ່.

ຈາກເລື່ອງລາວ ຕະຫຼອດໄລຍະເວລາ ກວ່າ 800 ປີ ທີ່ຜ່ານມາ ເຮົາສາມາດເຫັນໄດ້ວ່າ ຄວາມຮຸ່ງເຮື່ອງ ແລະ ຄວາມເຊື່ອມຖອຍ ລ້ວນແຕ່ເປັນສິ່ງທີ່ເກີດຂື້ນມາແລ້ວ ໃນປະຫວັດສາດ ຊົນຊາດຊາວໄຕລື້.

ແນວໃດກໍຕາມ ດິນແດນ ສິບສອງປັນນາ ກໍຍັງຄົງຫຼົງເຫຼື່ອຮອງຮອຍແຫ່ງພູມປັນຍາເອົາໄວ້ ລວມທັງວິຖີຊີວິດ,ພາສາ,ວັດທະນະ,ປະເພນີ ອັນງົດງາມ ທີ່ມີຄວາມໄກ້ຄຽງກັບຊົນຊາດລາວ ແລະ ໄທ ຫຼືວ່າ ພວກເຂົາຄືຍາດພີ່ນ້ອງດຽວກັນທີ່ເຮົາຫຼົງລືມໄປແລ້ວ.

—————————
References:
https://en.wikipedia.org/wiki/Yunnan
https://www.blockdit.com/posts/5e8f07c0f0685812ddfe04c8
https://www.silpa-mag.com/culture/article_6863
http://www.oceansmile.com/China/SibsongpannaHistory.htm
https://www.youtube.com/watch?v=67wnbcD8G18&t=1814s

Author: Singkham
I regularly blog on dhamma, Buddhist news, How to IT, and more