ໂດຍ: ຄວັນສີເທົາ
ນ້ຳຕານມີຜົນຕໍ່ຮ່າງກາຍແບບໃດ
ຂ່າວກໍມີຜົນຕໍ່ຈິດໃຈແບບນັ້ນ–ນັກຂຽນຊາວສະວິດເຊີແລນຄົນໜຶ່ງກ່າວໄວ້ແບບນັ້ນ.
ວັນທີ 1 ກຸມພາ ພົນເອກອາວຸໂສ ມິນ ອອງ ລາຍ ທຳລັດຖະປະຫານ ລົ້ມລ້າງລັດຖະບານທີ່ມາຈາກການເລືອກຕັ້ງຂອງພັກ ເອັນແອລດີ (NLD) ຂອງນາງອອງຊານຊູຈີ, ຕົ້ນເດືອນພຶດສະພາ ຄວາມຂັດແຍ້ງກັນລະຫວ່າງອິດສະລະເອລ ກັບ ປາເລດສະໄຕ ລະເບີດຂຶ້ນອີກຄັ້ງ ທັງສອງຝ່າຍຕໍ່ສູ້ກັນເປັນເວລາສິບກວ່າວັນຈຶ່ງເຮັດສັນຍາຢຸດຍິງ, ວັນທີ 15 ສິງຫາ ຕາລິບັນຍຶດກຸງຄາບູຂອງອັບການິດສະຖານ, ຈີນກັບອາເມຣິກາຕ່າງກໍກ່າວຫາກັນວ່າ ໂຄວິດ-19 ເກີດມາຈາກຫ້ອງແລັບຂອງອີກຝ່າຍ, ໂຈໄບເດັນ ແອບນອນຫຼັບໃນລະຫວ່າງການປະຊຸມໂລກຮ້ອນ COP26 ທີ່ປະເທດສະກ໊ອດແລນດ໌, ດຣາມ່າເຈົ້າຍິງມາໂກະຂອງຍີ່ປຸ່ນແຕ່ງງານກັບສາມັນຊົນ, ຊາວເກົາຫຼີເໜືອຫົວໃຈສະຫຼາຍເພາະຜູ້ນຳຈ່ອຍລົງ ແລະ ຫຼ້າສຸດ Lisa Blackpink ສ້າງປະຫວັດສາດກັບການຊະນະລາງວັນ MTV VMAs 2022 ສາຂາ Best K-Pop Video.
ຄຳຖາມຄື ເຮົາຈຳເປັນຕ້ອງຮູ້ຂ່າວພວກນີ້ບໍ່?
ຫຼາຍຄົນອາດຈະຕອບໂດຍບໍ່ລັງເລເລີຍກໍເປັນໄດ້ວ່າ ແນ່ນອນ ເຮົາຈຳເປັນຕ້ອງຕິດຕາມຂ່າວສານ ເພື່ອໃຫ້ຮູ້ຄວາມເປັນໄປຂອງໂລກວ່າມີຫຍັງເກີດຂຶ້ນແດ່ໃນແຕ່ລະມື້.
ບໍ່ແມ່ນເລື່ອງແປກດອກ ທີ່ເຮົາຈະຄິດວ່າການຕິດຕາມຂ່າວສານເປັນເລື່ອງສຳຄັນ ເພາະເຮົາໄດ້ຮັບການອົບຮົມຈາກພໍ່ແມ່ ແລະຄົນອ້ອມຂ້າງວ່າ ການເບິ່ງຂ່າວຍ່ອມດີກວ່າການເບິ່ງກາຣ໌ຕູນແນ່ນອນ ຍິ່ງໃນຍຸກປັດຈຸບັນ ພຽງແຕ່ຈັບມືຖືຂຶ້ນມາ ແລ້ວເປີດເຂົ້າໄປໜ້າເຟສບຸ໊ກ ຫຼືອິນສະຕາແກຣມ ມີຂ່າວປາກົດຢູ່ໃນນັ້ນ ພຽບ! ທັງເລື່ອງສັງຄົມ ເສດຖະກິດ ການເມືອງ ສາສະໜາ ບັນເທີງ ກີລາ ການສຶກສາ ຮຽກໄດ້ວ່າ ມີແທບທຸກເລື່ອງ ຕັ້ງແຕ່ເລື່ອງຄວາມຂັດແຍ້ງກັນລະດັບປະເທດ ຈົນເຖິງເລື່ອງຜົວເມຍຕີກັນ ເຊິ່ງເປັນເລື່ອງລະດັບຄອບຄົວ ເຮົາຕິດຕາມຂ່າວໃນລັກສະນະນີ້ແທບທຸກວັນ ເພາະເຮົາຄິດວ່າ ຍິ່ງເຮົາຕິດຕາມຂ່າວສານຫຼາຍເທົ່າໃດ ຍິ່ງຈະເຮັດໃຫ້ຮອບຮູ້ຫຼາຍຂຶ້ນເທົ່ານັ້ນ
ແຕ່ທ່ານເຊື່ອບໍ່ວ່າ ງານສຶກສາວິໄຈທາງວິທະຍາສາດຫຼາຍຊິ້ນພົບວ່າ“ຂ່າວສົ່ງຜົນເສຍຕໍ່ສຸຂະພາບຈິດ”
ຄຳຖາມຄື ເປັນຫຍັງຂ່າວຈຶ່ງຂ່າວສົ່ງຜົນເສຍຕໍ່ສຸຂະພາບຈິດ?
ເພາະໂດຍສ່ວນໃຫຍ່ຂ່າວມັກນຳສະເໜີແຕ່ເລື່ອງຜິດປົກກະຕິ ແລະ ເຫດຮ້າຍຕ່າງໆທີ່ເກີດຂຶ້ນໃນສັງຄົມ
ວັນທີ 29 ສິງຫາ 2005 ພາຍຸເຮີຣິເຄນແຄທຣິນາ ພັດທຳລາຍເມືອງນິວອໍຣ໌ລີນ ລັດຫຼຸຍເຊຍນາ ເຂື່ອນແລະກຳແພງກັ້ນນ້ຳພັງທະລາຍທ່າມກາງພາຍຸຮ້າຍແຮງ ທີ່ພັກອາໄສແປດສິບເປີຣ໌ເຊັນຖືກນ້ຳຖ້ວມ ມີຄົນຢ່າງໜ້ອຍ 1,836 ຄົນເສຍຊີວິດ ແລະ ນັ້ນຄືໜຶ່ງໃນໄພພິບັດທາງທຳມະຊາດທີ່ຮຸນແຮງທີ່ສຸດໃນສະຫະລັດອາເມຣິກາ
ຕະຫຼອດອາທິດນັ້ນ ໂທລະພາບ ແລະ ໜັງສືພິມ ຕ່າງກໍລາຍງານຂ່າວວ່າ ມີເຫດຂົ່ມຂືນ ແລະ ຍິງກັນທົ່ວເມືອງນິວອໍຣ໌ລີນ ມີແກ໊ງເລ່ລ່ອນທ່ຽວປຸ້ນຊິງຊັບ ແລະ ສຸ່ມຍິງເຮືອບິນທີ່ພະຍາຍາມເຂົ້າໄປໃຫ້ການຊ່ວຍເຫຼືອ ຜູ້ຄົນປະມານ 25,000 ຄົນ ແອອັດກັນຢູ່ໃນສະໜາມຊູເປີຣ໌ໂດມ ເຊິ່ງເປັນບ່ອນລົບໄພພາຍຸທີ່ໃຫຍ່ທີ່ສຸດຂອງເມືອງ ໂດຍບໍ່ມີໄຟຟ້າ ແລະ ນ້ຳປະປາເລີຍ ນັກຂ່າວລາຍງານວ່າ ມີເດັກນ້ອຍສອງຄົນຖືກປາດຄໍ ແລະ ເດັກນ້ອຍຍິງອາຍຸເຈັດປີຖືກຂົ່ມຂືນແລ້ວຂ້າຖິ້ມ–ຂ່າວພວກນີ້ແຜ່ອອກໄປຢ່າງໄວວາ
ຜູ້ອ່ານລອງຄິດເບິ່ງວ່າ ເມື່ອຜູ້ຄົນໃນສັງຄົມໄດ້ຮັບຂ່າວແບບນີ້ເປັນປະຈຳທຸກວັນ ສະພາບຈິດໃຈຂອງຄົນໃນສັງຄົມຈະເປັນແບບໃດ ຂ່າວມີຜົນຕໍ່ຈິດໃຈເປັນຢ່າງຍິ່ງ ມີການສຳຫຼວດໃນສາມສິບປະເທດທົ່ວໂລກ ໂດຍການຖາມຄຳຖາມງ່າຍໆວ່າ “ໂດຍລວມແລ້ວ ເຈົ້າຄິດວ່າ ໂລກນີ້ດີຂຶ້ນ ເໝືອນເດີມ ຫຼືໂຫດຮ້າຍກວ່າເກົ່າ?” ເຊື່ອບໍ່ວ່າ ຄົນສ່ວນຫຼາຍຕອບວ່າ ໂລກນີ້ໂຫດຮ້າຍກວ່າເກົ່າ ແຕ່ຄວາມເປັນຈິງຄືໂລກນີ້ດີຂຶ້ນຂຶ້ນກວ່າເດີມຫຼາຍເທົ່າ ຕະຫຼອດສາມທົດສະວັດທີ່ຜ່ານມາ ຄວາມຍາກຈົນ ຄວາມອົດຢາກຂາດແຄນ ເຫຍື່ອສົງຄາມ ອາຊະຍາກັມ ການໃຊ້ແຮງງານເດັກນ້ອຍ ການເສຍຊີວິດຈາກໄພທຳມະຊາດ ແລະ ອຸບັດຕິເຫດທາງເຄື່ອງບິນ–ລ້ວນແລ້ວແຕ່ຫຼຸດລົງ ແຕ່ເປັນຫຍັງຄົນສ່ວນຫຼາຍຈຶ່ງບອກວ່າ ໂລກນີ້ໂຫດຮ້າຍກວ່າເດີມ ຄຳຕອບງ່າຍໆຄື ເພາະແຕ່ລະມື້ມີແຕ່ຂ່າວຮ້າຍຄອຍໄຫຼເຂົ້າຫູເຮົາຕະຫຼອດເວລາ ຈຶ່ງເຮັດໃຫ້ເຮົາຄິດວ່າໂລກບໍ່ໄດ້ດີໄປກວ່າເດີມ ແລະ ຍິ່ງໄປກວ່ານັ້ນຄື ຂ່າວພວກນີ້ເຮັດໃຫ້ເຮົາເສຍສຸຂະພາບຈິດ ເກີດຄວາມສັບສົນ ກັງວົນ ຫົດຫູ່ ແລະ ເສົ້າໃຈ
ຣຸດເກີຣ໌ ແບຣກແມນ (Rutger Bregman) ຜູ້ຂຽນໜັງສື Humankind a hopeful history ກ່າວໄວ້ວ່າ “ຂ່າວກໍເໝືອນຍາເສບຕິດທີ່ມີລິດເຮັດໃຫ້ຜູ້ເສບ ເກີດຄວາມວິຕົກກັງວົນ ເກີດພາວະຊຶມເສົ້າ ຄວາມຮູ້ສຶກຊ້າລົງ ເກີດພາວະບໍ່ເປັນມິດກັບຄົນອື່ນ ແລະ ຄວາມສາມາດໃນການຮຽນຮູ້ຫຼຸດລົງ”
ຣອບ ໂດເບລລີ (Rolf Dobelli) ຜູ້ຂຽນໜັງສື The Art of Thinking Clearly ກໍມີຄວາມເຫັນຄ້າຍໆກັນນີ້ ລາວປຽບທຽບວ່າ ຂ່າວກໍເໝືອນກັບນ້ຳຕານ ຍິ່ງກິນຍິ່ງກະຕຸ້ນໃຫ້ເຮົາຢາກເພີ່ມຂຶ້ນ ນ້ຳຕານເປັນສານທີ່ຍ່ອຍງ່າຍ ແຕ່ເປັນອັນຕະລາຍຕໍ່ສຸຂະພາບໃນໄລຍະຍາວ ໂດຍສະເພາະຜູ້ທີ່ກິນເກີນປະລິມານທີ່ຮ່າງກາຍຕ້ອງການ.
ຜູ້ຂຽນຄິດວ່າ ຖ້າໃຜເກາະຕິດສະຖານນະການນ້ຳຖ້ວມ ແລະ ພາຍຸຖະລົ່ມເມືອງນິວອໍຣ໌ລີນນີ້ຕະຫຼອດເວລາ ອາດຈະກໍ່ໃຫ້ເກີດຜົນເສຍບາງຢ່າງຕໍ່ສຸຂະພາບຈິດຢ່າງຫຼີກລ້ຽງບໍ່ໄດ້ ແຕ່ສິ່ງທີ່ເຊີຣ໌ໄພຣໄປກວ່ານັ້ນຄື ສອງສາມເດືອນຕໍ່ມາ ພາຍຫຼັງທີ່ນັກຂ່າວ ແລະ ຄໍລັມນິສຕ໌ທັງຫຼາຍຫັນໄປໃຫ້ສົນໃຈເລື່ອງອື່ນໆ ນັກວິໄຈໄດ້ຄົ້ນພົບຄວາມຈິງທີ່ເກີດຂຶ້ນໃນເມືອງນິວອໍຣ໌ລີນ ດັ່ງນີ້:
ສຽງທີ່ໄດ້ຍິນເໝືອນເປັນສຽງປືນນັ້ນ ແທ້ທີ່ຈິງຄືສຽງວາວລະບາຍແຮງດັນຂອງຖັງແກ໊ສ ໃນຊູເປີຣ໌ໂດມມີຜູ້ເສຍຊີວິດພຽງຫົກຄົນ ສີ່ຄົນເກີດຈາກໄພທຳມະຊາດ ໜຶ່ງຄົນເກີດຈາກການໃຊ້ຢາເກີນຂະໜາດ ແລະ ອີກຄົນເກີດຈາກການຂ້າຕົວຕາຍ ຜູ້ບັນຊາການຕຳຫຼວດເມືອງບອກວ່າ ບໍ່ເຄີຍໄດ້ຮັບການລາຍງານກ່ຽວກັບການຂົ່ມຂືນ ແລະ ຄາຕະກັມຢ່າງເປັນທາງການເລີຍແມ້ແຕ່ກໍລະນີດຽວ ອາດຈະມີການປຸ້ນຈີ້ຊິງຊັບພຽງເລັກນ້ອຍ ແຕ່ກໍເປັນການປຸ້ນຊິງເອົາອາຫານເພື່ອຄວາມຢູ່ລອດເທົ່ານັ້ນ ຄົນສ່ວນໃຫຍ່ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ເປັນຢ່າງດີ
ຄຳຖາມຄື ເປັນຫຍັງຂ່າວຈຶ່ງລາຍງານກ່ຽວກັບສະພາບການໃນເມືອງນີ້ ໃຫ້ເບິ່ງຄືວ່າໂຫດຮ້າຍປ່າເຖື່ອນແບບນັ້ນ?
ຄຳຕອບງ່າຍໆ ຄື ຂາຍຂ່າວ
ຂ່າວຈະຂາຍໄດ້ຕ້ອງເຮັດໃຫ້ເລື່ອງມັນໜ້າສົນໃຈ ຕື່ນເຕັ້ນ ຕົກໃຈ ກະຕຸ້ນໃຫ້ຢາກຮູ້ຢາກເຫັນ ເຮັດໃຫ້ເປັນກະແສ ຮູບພາບຕ້ອງໂດດເດັ່ນສະດຸດຕາ ເລື່ອງລາວຕ້ອງໜ້າຕິດຕາມ ຜູ້ຜະລິດຂ່າວຮູ້ດີເຖິງຂໍ້ເທັດຈິງນີ້ ແລະ ຮູ້ວິທີດຶງດູດເຮົາໃຫ້ເຂົ້າໄປອ່ານຂ່າວແບບນີ້ເລື້ອຍໆ ເພື່ອຫຍັງ? ເພື່ອເຂົາຈະໄດ້ນຳສະເໜີໂຄສະນາທີ່ຄັດສັນໄວ້ແລ້ວສຳລັບເຮົາ ແລະ ໂຄສະນາພວກນັ້ນແຫຼະທີ່ເຮັດໃຫ້ພວກເຂົາໄດ້ກຳໄລຢ່າງງາມ
ແນ່ນອນ, ຜູ້ຂຽນບໍ່ໄດ້ໝາຍຄວາມວ່າ ການຂຽນຂ່າວທັງໝົດເພື່ອຜົນປະໂຫຍດທາງທຸລະກິດເທົ່ານັ້ນ ເພາະມີຂ່າວຫຼາຍປະເພດທີ່ເຮັດໃຫ້ເຮົາເຂົ້າໃຈໂລກແລະຊີວິດຫຼາຍຂຶ້ນ ແຕ່ຂ່າວທີ່ພວກເຮົາກຳລັງເວົ້າກັນຢູ່ນີ້ຄື ການນຳສະເໜີຂ່າວທີ່ມຸ່ງເນັ້ນໃຫ້ຄົນມາສົນໃຈຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ ແລ້ວຫວັງກຳໄລທາງທຸລະກິດເທົ່ານັ້ນໂດຍບໍ່ສົນໃຈຜູ້ບໍລິໂພກເລີຍ ຂ່າວແບບນີ້ແຫຼະທີ່ຜູ້ຂຽນໝາຍເຖິງ ຂ່າວແບບນີ້ ນອກຈາກຈະກໍ່ໃຫ້ເກີດຜົນເສຍຕໍ່ສຸຂະພາບແລ້ວ ຍັງກໍ່ໃຫ້ເກີດຜົນເສຍຫຼາຍຢ່າງຕາມມາ
ຣອບ ໂດເບລລີ (Rolf Dobelli) ແນະນຳວ່າເຮົາຄວນຕີຕົວອອກຫ່າງຈາກຂ່າວທັງຫຼາຍ ເພາະເຫດຜົນຕໍ່ໄປນີ້:
ໜຶ່ງ–ສະໝອງຂອງເຮົາຕອບສະໜອງຕໍ່ຂໍ້ມູນແຕ່ລະປະເພດແຕກຕ່າງກັນ ເຊັ່ນ: ຂໍ້ມູນທີ່ກ່ຽວຂ້ອງກັບຜູ້ຄົນ ສັງຄມ ກຳລັງເປັນກະແສ ໜ້າຕື່ນເຕັ້ນ ຫົວຂໍ້ຂ່າວທີ່ຜູ້ຂຽນຍົກຂຶ້ນໃນເບື້ອງຕົ້ນນັ້ນຈັດຢູ່ໃນຂໍ້ມູນປະເພດນີ້ ຂ່າວແບບນີ້ຈະກະຕຸ້ນໃຫ້ເຮົາສົນໃຈໄດ້ງ່າຍ ແລະ ຢາກເສບຍິ່ງໆຂຶ້ນໄປ ແຕ່ບໍ່ຄ່ອຍມີປະໂຫຍດຕໍ່ຊີວິດ ຍິ່ງໄປກວ່ານັ້ນຍັງກໍ່ໃຫ້ເກີດການຕິດສິນໃຈຜິດພາດໄດ້ງ່າຍ ສ່ວນຂໍ້ມູນອີກປະເພດໜຶ່ງ ມີລັກສະນະເປັນນາມະທັມ ຊັບຊ້ອນ ຈິງຈັງ ແລະ ເຂົ້າໃຈຍາກ ຈະກະຕຸ້ນຄວາມສົນໃຈເຮົາໄດ້ນ້ອຍ ແຕ່ມີປະໂຫຍດຕໍ່ການດຳເນີນຊີວິດ ຊ່ວຍໃຫ້ເຮົາເຂົ້າໃຈຄວາມເປັນໄປຂອງໂລກແລະຊີວິດໄດ້ຫຼາຍຂຶ້ນ ແຕ່ອະນິດຈາ ສຳນັກຂ່າວທັງຫຼາຍບໍ່ຄ່ອຍນຳສະເໜີຂໍ້ມູນແບບນີ້ ເພາະຫຍັງ? ເພາະຄົນບໍ່ຄ່ອຍສົນໃຈ ແລະ ທີ່ສຳຄັນຄືພວກເຂົາກໍບໍ່ໄດ້ຄ່າໂຄສະນາ.
ສອງ–ຂໍ້ມູນຂ່າວສານແທບຈະບໍ່ມີປະໂຫຍດຕໍ່ຊີວິດເຮົາເລີຍ ລອງສັງເກດເບິ່ງກໍໄດ້ວ່າ ແຕ່ລະມື້ເຮົາຮັບຂ່າວສານຈັກເລື່ອງ ໂດເບລີ ບອກວ່າ ປະມານສາມສິບເລື່ອງຕໍ່ມື້ ນັ້ນສະແດງວ່າປີໜຶ່ງ ເຮົາຮັບຂ່າວສານປະມານໜຶ່ງໝື່ນເລື່ອງ ຄຳຖາມຄື ມີຂ່າວສານໃດແດ່ທີ່ຊ່ວຍໃຫ້ເຮົາຕັດສິນໃຈໄດ້ດີຂຶ້ນ? ຈາກການສຳຫຼວດຂອງໂດເບລລີ ບອກວ່າ ເຮົາຮັບມາຈຳນວນໝື່ນເລື່ອງ ແຕ່ທີ່ມີປະໂຫຍດຕໍ່ຊີວິດບໍ່ເກີນສອງເລື່ອງ ເມື່ອເປັນເປັນເຊັ່ນນັ້ນ ເປັນຫຍັງເຮົາຈຶ່ງຍັງຮັບຂ່າວສານຢູ່ຄືເກົ່າ ເພາະສຳນັກຂ່າວທັງຫຼາຍພະຍາຍາມບອກເຮົາວ່າ ຂ່າວສານຂອງພວກເຂົາ ຈະເຮັດໃຫ້ເຮົາໄດ້ປຽບຄົນອື່ນ.
ສາມ–ຂ່າວເຮັດໃຫ້ເຮົາເສຍເວລາ ໂດຍສະເລ່ຍເຮົາໃຊ້ເວລາໄປກັບການອ່ານຂ່າວສັບດາລະເຄິ່ງວັນ ນັ້ນໝາຍຄວາມວ່າ ເຮົາໃຊ້ເວລາໄປກັບການອ່ານຂ່າວປີລະເກືອບໜຶ່ງເດືອນ ຄືຊາວຫົກວັນ ເວລາຍາວນານຂະໜາດນີ້ເຮົາເອົາໄປໃຊ້ເຮັດຢ່າງອື່ນໜ້າຈະເກີດປະໂຫຍດຫຼາຍກວ່ານີ້.
ດ້ວຍເຫດຜົນທີ່ກ່າວທັງຂ້າງເທິງນັ້ນ ນິໂລລາສ ທາເລັບ (Nicolas Talep) ນັກສະຖິຕິຊາວເລບານອນ ຈຶ່ງຕັ້ງຂໍ້ສັງເກດວ່າ “ເຮົາບໍ່ມີເຫດຜົນພຽງພໍທີ່ຈະຮັບຂ່າວສານເລີຍ” ເຖິງຈະບໍ່ຮູ້ວ່າ Lisa Blackpink ຊະນະລາງວັນ MTV VMAs 2022 ກໍບໍ່ມີຜົນກະທົບຫຍັງຕໍ່ຊີວິດເຮົາເລີຍ ຣຸດເກີຣ໌ ແບຣກແມນ ກ່າວວ່າ ຂ້ອຍເລື່ອນຜ່ານຂ່າວຍາມເຊົ້າ ແລ້ວເອົາເວລາໄປອ່ານໜັງສືດີໆ ກ່ຽວກັບປະຫວັດສາດ ຈິດຕະວິທະຍາ ແລະ ປັດຊະຍາ ໂດເບລີ ກໍແນະນຳແບບດຽວກັນນີ້ວ່າ ເລີກເສບຂ່າວ ແລ້ວຫັນໄປອ່ານບົດຄວາມດີໆ ແທນ (ຄວັນສີເທົາຂຽນໄວ້ຫຼາຍໃນເວັບໄຊຕ໌ ເດັກວັດລາວ–ຂໍແນະນຳ) ຜູ້ຂຽນຄິດວ່າ ບໍ່ຈຳເປັນຕ້ອງເລີກອ່ານຂ່າວທັງໝົດກໍໄດ້ ພຽງແຕ່ຫຼຸດປະລິມານການເສບກໍພໍ ເລືອກເສບສະເພາະສິ່ງທີ່ເຮົາຄິດວ່າຈະເປັນປະໂຫຍດຕໍ່ການໃຊ້ຊີວິດ ແລະ ບໍ່ເປັນພິດຕໍ່ສຸຂະພາບ ທັງກາຍໃຈ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ຜູ້ອ່ານທີ່ຮັກທັງຫຼາຍ
ຂໍໃຫ້ທຸກທ່ານເຂົ້າໃຈໂລກແລະຊີວິດໄດ້ດີຂຶ້ນ–ໂດຍທີ່ຍັງເສບຂ່າວ.
ນະຄອນຫຼວງວຽງຈັນ, 31 ສິງຫາ 2022