ນ້ຳຕາທີ່ຂົມຂື່ນທີ່ສຸດທີ່ຫຼັ່ງຫົດຂຸມຝັງສົບ
ຄືນ້ຳຕາທີ່ເສຍໃຫ້ແກ່
ວາຈາທີ່ບໍ່ໄດ້ກ່າວແລະການກະທຳທີ່ບໍ່ໄດ້ເຮັດ
—
ຕັ້ງແຕ່ເກີດມາ ຄວັນສີເທົາ ບໍ່ເຄີຍກ່າວຄຳເວົ້າທີ່ສາມາດຕັດແຂນ ຕັດຂາ ຕັດຫົວ ຕັດຕົວ ຕັດຕີນ ແບບນີ້ຈັກເທື່ອ ທີ່ກ່າວມາຢາກບອກພຽງວ່າ ມັນຄົມອິຫຼີ ແມ່ນແລ້ວ ນີ້ຄືຄຳເວົ້າຂອງ Harriet Beecher Stowe ນັກຂຽນນະວະນິຍາຍຊາວອະເມຣິກັນ ເຊິ່ງ ດຣ.ໄອໂຊ ເລືອກມາວາງໄວ້ໜ້າທຳອິດຂອງບົດນີ້ ຜູ້ຂຽນເຊື່ອວ່າຄຳກ່າວນີ້ໜ້າຈະເປັນການບອກປະເດັນທີ່ສຳຄັນຂອງຫົວຂໍ້ນີ້ໄດ້ເປັນຢ່າງດີ..ແຕ່ຈະຄອບຄຸມທັງໝົດຫຼືບໍ່
ເຊີນອ່ານຫຍໍ້ໜ້າຕໍ່ໄປໄດ້ເລີຍ!
ດຣ.ໄອໂຊ ເລີ່ມຕົ້ນດ້ວຍຄຳຖາມທີ່ວ່າ ແມ່ນຫຍັງຄືສິ່ງດຽວທີ່ເຮົາຈະບໍ່ເສຍດາຍເມື່ອເຖິງບັ້ນປາຍຂອງຊີວິດ? (ກະລຸນາອ່ານຄຳຖາມອີກຄັ້ງ)
ໃນຕອນທຳອິດຂອງໜັງສືເຫຼັ້ມນີ້ ໄອໂຊໄດ້ເວົ້າວ່າ ໃນໂລກນີ້ມີຄວາມຈິງສອງຢ່າງຄື ໜຶ່ງ ເຮົາມີເວລາຈຳກັດ ສອງ ໃນຂະນະທີ່ເຮົາມີເວລາຈຳກັດ ເຮົາພັດມີທາງເລືອກຢ່າງບໍ່ຈຳກັດ ເມື່ອເປັນເຊັ່ນນັ້ນ ເມື່ອເຮົາເລືອກສິ່ງໜຶ່ງກໍອາດຈະເສຍດາຍກັບອີກສິ່ງໜຶ່ງ ເຊິ່ງເປັນສິ່ງທີ່ເຮົາບໍ່ໄດ້ເລືອກ ດັ່ງນັ້ນ ຄົນຈຶ່ງມັກກັງວົນແລະຢ້ານກົວຕໍ່ຄວາມເສຍດາຍຫຼືຄວາມເສຍໃຈຫຼາຍກວ່າສິ່ງອື່ນ
ສິ່ງທີ່ເຮົາຢ້ານທີ່ສຸດ ບໍ່ແມ່ນຄວາມຕາຍ ແຕ່ມັນຄືສອງສິ່ງນີ້
ໜຶ່ງ-ເຮົາຈະບໍ່ໄດ້ໃຊ້ຊີວິດຢ່າງເຕັມທີ່ເທົ່າທີ່ຄວນ
ສອງ-ເມື່ອຮອດບັ້ນປາຍຊີວິດເຮົາຈະເວົ້້າຄຳວ່າ ຂ້ອຍໜ້າຈະ.. (ອັນເປັນຄຳເວົ້າທີ່ສະແດງເຖິງເຫດການຫຼືສິ່ງທີ່ເຮົາມີໂອກາດ ແຕ່ ອະນິດຈັງ ອະນິດຈາ..ຜູ້ຂ້າເລືອກເອງທີ່ບໍ່ຍອມລົງມືເຮັດ)
ໄອໂຊ ຈຶ່ງໃຫ້ຄົນທີ່ລາວໄປສຳພາດເລົ່າເຖິງເຫດການ ອັນເປັນທາງແຍກຫຼືຈຸດຫັກເຫຂອງຊີວິດ ເມື່ອຮອດເວລາທີ່ຈະຕ້ອງຕັດສິນໃຈເລືອກທາງໃດທາງໜຶ່ງ ແລະເຫດການນັ້ນມີຜົນຕໍ່ຊີວິດແນວໃດ?
ໜຶ່ງໃນບັນດາຄົນທີ່ລາວໄປສຳພາດຄື ລຸງໂດນັລດ໌ ນັກຈິດຕະວິທະຍາ ຕອນຖືກສຳພາດລາວອາຍຸໄດ້ 84 ປີ ລາວບອກວ່າສິ່ງໜຶ່ງທີ່ເຮັດໃຫ້ຊີວິດລາວມີຄວາມໝາຍແລະມີຄວາມສຸກທີ່ສຸດຄື ການໄດ້ໃຊ້ຊີວິດກັບພັນລະຍາສຸດທີ່ຮັກເປັນເວລາຍາວນານເຖິງ 56 ປີ ພັນລະຍາຂອງລາວຫາກໍ່ເສຍຊີວິດໄປຫົກປີກ່ອນ
ເມື່ອໄດ້ຍິນເຊັ່ນນັ້ນອ້າຍໄອໂຊເຮົາກໍຟ້າວຍິງຄຳຖາມດ້ວຍຄວາມຢາກຮູ້ຢາກເຫັນ (ແຕ່ບໍ່ແມ່ນເຜືອກເລື່ອງຊາວບ້ານເດີ) ໄປວ່າ ແລ້ວລຸງໄປເຈີຜູ້ຍິງຄົນນັ້ນໄດ້ແນວໃດ ລຸງໂດນັລດ໌ ຈຶ່ງພາອ້າຍໄອໂຊຢ້ອນເວລາກັບໄປເມື່ອຫົກສິບສອງປີທີ່ແລ້ວ ຕອນທີ່ລຸງເປັນບ່າວສ່ຳນ້ອຍ
ຂ້ອຍເປັນຄົນຂີ້ອາຍແຮງ ໂດຍສະເພາະເວລາລົມກັບຜູ້ສາວ ໃນງານລ້ຽງສະໄໝທີ່ເປັນນັກສຶກສາໃໝ່ໆ ຂ້ອຍເຫັນສາວງາມຄົນໜຶ່ງທີ່ນັ່ງຢູ່ອີກຟາກໜຶ່ງຂອງຫ້ອງ ລາວໃສ່ເສື້ອສີເທົາ ຜົມສີອ່ອນໆເໝືອນດອກເລົາ ຮອຍຍິ້ມງາມທີ່ສຸດໃນສາມໂລກ ທັນທີທີ່ຂ້ອຍເຫຼືອບໄປເຫັນເທົ່ານັ້ນແຫຼະ ຂ້ອຍອຸທານອອກມາເລີຍວ່າ..ຄົນນີ້ແຫຼະຄືແມ່ຂອງລູກໃນອະນາຄົດ
ລາວສັງເກດເຫັນວ່າ ດວງຕາທຸກໜ່ວຍຂອງຜູ້ຊາຍໃນຫ້ອງລ້ວນແລ້ວແຕ່ຈ້ອງມອງໄປທີ່ຜູ້ຍິງຄົນນັ້ນ ລາວຮູ້ດີວ່າຜູ້ຍິງງາມໆທີ່ມີຄົນຫ້ອມລ້ອມແບບນີ້ມັກບໍ່ຄ່ອຍສົນໃຈເວົ້ານຳຜູ້ຊາຍຂີ້ອາຍ ບໍ່ຕ້ອງກ່າວໄປເຖິງວ່າຈະຊວນໃຫ້ໄປຟ້ອນນຳດອກ ດອກຟ້າກັບໝາວັດເອີ໋ຍ! ຍິ່ງຄິດຍິ່ງເສົ້າ ແລ້ວກໍຍັງຄິດຕໍ່ວ່າ ຖ້າຍ່າງເຂົ້າໄປຫາແລະຊວນໄປຟ້ອນແລ້ວ ລາວບໍ່ຍອມໄປ ກໍຈະສ່ຽງຕໍ່ການຂາຍໜ້າແລະໝູ່ຈະຫົວເລາະເຍາະເຍີ້ຍ
ລາວເລົ່າຕໍ່ວ່າ ຂ້ອຍກືນນ້ຳລາຍອຶກໜຶ່ງ (ພະຍາຍາມຮວບຮວມຄວາມກ້າ) ແລ້ວຍ່າງໄປຫາພ້ອມກັບກ່າວວ່າ ເຈົ້າຄືຄົນທີ່ຂ້ອຍຈະແຕ່ງງານນຳ ຄິດໃນໃຈ ອິຫຍັງວ່ະບັກອັນນີ້ ມຶງເປັນບ້າບໍ? (ຕົວໜັງສືເນີ້ງນັ້ນເປັນຄວາມຄິດຂອງຄວັນສີເທົາເດີ) ຜູ້ຍິງຄົນນັ້ນພຽງແຕ່ ເຮັດໜ້າງົງໆ ແລ້ວກໍຍອມອອກໄປຟ້ອນນຳລາວ ທຳອິດຄິດວ່າຈະຟ້ອນນຳກັນເພງດຽວເທົ່ານັ້ນ ເພງໜຶ່ງຜ່ານໄປ ບໍ່ຮູ້ວ່າເພງທີ່ສອງ-ສາມ-ສີ່ຜ່ານໄປຕັ້ງແຕ່ຍາມໃດ ພວກເຂົາຮູ້ຕົວອີກທີໜຶ່ງກໍພົບວ່າ ການຟ້ອນຄັ້ງນັ້ນ ຍາວນານໄປຈົນຕະຫຼອດຊີວິດ..
“ພໍແລ້ວລຸງ” ເບົາຫວານຂຶ້ນຕາແລ້ວ..ອິຫຍັງຊິຫວານຂະໜາດນັ້ນ (ຖ້າຂ້ອຍເປັນຄົນສຳພາດຂ້ອຍຈະເວົ້າຄຳນີ້)
ເລື່ອງຂອງລຸງຄົນນີ້ສະແດງໃຫ້ເຫັນວ່າ ການຕັດສິນໃຈທຸກຄັ້ງມີຜົນຢ່າງຍິ່ງຕໍ່ການໃຊ້ຊີວິດ ລອງຄິດເບິ່ງວ່າຖ້າໂດນັລດ໌ບໍ່ກ້າເຂົ້າໄປຫາຜູ້ສາວໃນມື້ນັ້ນ ຊີວິດລາວໃນມື້ນີ້ຊິເປັນແບບໃດ ລາວຍັງຊິພູມໃຈກັບການຕັດສິນໃຈຄັ້ງນັ້ນຫຼືບໍ່? ບາງທີ ຈຸດຫັກເຫຂອງຊີວິດກໍເກີດຂຶ້ນຈາກການຕັດສິນໃຈພຽງເລັກໆນ້ອຍໆ ແນ່ນອນ ການຕັດສິນໃຈທຸກຄັ້ງຍ່ອມມີຄວາມສ່ຽງລໍຖ້າຢູ່ສະເໝີເພາະເຮົາບໍ່ຮູ້ວ່າອະນາຄົດໜ້າຕາເປັນແບບໃດ ເຮົາຈຶ່ງຄວນສົນໃຈ ສິ່ງທີ່ເຮົາຕ້ອງການ ບໍ່ແມ່ນຖອຍໜີສິ່ງທີ່ເຮົາຢ້ານກົວ ທຸກຄັ້ງທີ່ເຮົາບໍ່ເລືອກສິ່ງທີ່ເຮົາຕ້ອງການ ສະແດງວ່າເຮົາກຳລັງເພາະພັນເຊື້ອແຫ່ງຄວາມເສຍດາຍໄວ້ໃນອະນາຄົດ
ດັ່ງນັ້ນ ການທີ່ເຮົາຈະບໍ່ເສຍດາຍໃນພາຍຫຼັງຈຶ່ງຈຳເປັນຕ້ອງສ່ຽງໃຫ້ຫຼາຍຂຶ້ນ
ສ່ຽງທັງໆທີ່ຮູ້ວ່າໂອກາດທີ່ຈະສຳເລັດມີນ້ອຍກວ່າລົ້ມເຫຼວຫຼາຍເທົ່າ ສູ້ທັງໆທີ່ຮູ້ວ່າແພ້ ຍັງດີກວ່າຍອມແພ້ ທັງໆທີ່ຍັງບໍ່ໄດ້ສູ້ ໜຶ່ງໃນບຸກຄົນທີ່ລາວສຳພາດໄດ້ກ່າວວ່າ ເວລາພິຈາລະນາຄວາມສ່ຽງລາວຈະນຶກເຖິງພາບສິ່ງທີ່ດີທີ່ສຸດທີ່ອາດຈະເກີດຂຶ້ນຈາກຄວາມສ່ຽງນັ້ນກ່ອນ ແລ້ວຈິງນຶກເຖິງພາບອັນເປັນຜົນຮ້າຍທີ່ສຸດທີ່ອາດຈະເກີດຂຶ້ນທີຫຼັງ ເມື່ອໃດກໍຕາມທີ່ລາວສາມາດຍອມຮັບຜົນຮ້າຍທີ່ອາດຈະເກີດຂຶ້ນຈາກຄວາມສ່ຽງນັ້ນໄດ້ ລາວບອກວ່າ ບໍ່ມີເຫດຜົນເລີຍທີ່ລາວຈະບໍ່ສ່ຽງ ເພາະຖ້າຍອມຮັບຜົນຮ້າຍທີ່ສຸດໄດ້ແລ້ວກໍບໍ່ມີຫຍັງຈະຕ້ອງຢ້ານກົວອີກຕໍ່ໄປ ຢ່າງນ້ອຍທີ່ສຸດເຮົາຈະຮູ້ຄຳຕອບວ່າ ຜົນທີ່ເກີດຂຶ້ນເປັນແນວໃດ
ການບໍ່ຍອມສ່ຽງຈະເຮັດໃຫ້ຮູ້ສຶກເສຍດາຍໄປຕະຫຼອດຊີວິດ ຜູ້ຂຽນຄິດວ່າຖ້າສ່ຽງແລ້ວຮູ້ຄຳຕອບຍັງດີກວ່າມານັ່ງຄິດຫາຄຳຕອບໃນພາຍຫຼັງ ລອງນຶກພາບເບິ່ງວ່າຖ້າລຸງໂດນັລດ໌ບໍ່ກ້າຍ່າງເຂົ້າໄປຈີບສາວໃນມື້ນັ້ນ ລາວຈະບໍ່ມີວັນຮູ້ຄຳຕອບເລີຍວ່າ ຜູ້ຍິງຄົນນັ້ນກໍມີໃຈໃຫ້ລາວເຊັ່ນກັນ ທີ່ສຳຄັນລາວຄົງຈະບໍ່ໄດ້ມານັ່ງເລົ່າເລື່ອງອັນມີຄວາມໝາຍແລະໃຫ້ຄວາມສຸກແກ່ລາວໃຫ້ເຮົາຟັງເຊັ່ນນີ້ ຫຼື ຖ້າມື້ນັ້ນຜູ້ສາວຕອບປະຕິເສດ ຢ່າງນ້ອຍລາວກໍພຽງແຕ່ຮູ້ສຶກອັບອາຍຂາຍຂີ້ໜ້າ ຖ້າໃຫ້ເລືອກລະຫວ່າງ ຮູ້ສຶກອັບອາຍຂາຍຂີ້ໜ້າກັບຮູ້ສຶກເສຍດາຍໄປຕະຫຼອດຊີວິດ ຜູ້ອ່ານຈະເລືອກຄວາມຮູ້ສຶກໃດ?
ຜູ້ຂຽນເຊື່ອວ່າຄົງບໍ່ມີໃຜຢາກມີຄວາມຮູ້ສຶກທີ່ວ່າ..ເມື່ອມານັ່ງລະນຶກເຖິງອະດີດແລ້ວ ໂອ້ອ່າວຫາຄວາມຫຼັງດ້ວຍຄວາມເສຍດາຍ ເພາະຄວາມຮູ້ສຶກອັບອາຍຂາຍຂີ້ໜ້າກັບຮູ້ສຶກເສຍດາຍ ມັນມີຄວາມທໍລະມານຕ່າງກັນ ການອັບອາຍຂາຍໜ້າເປັນຄວາມຮູ້ສຶກພຽງຊົ່ວຄາວ ແຕ່ຄວາມຮູ້ສຶກເສຍດາຍ..ຈະຍືນຍາວໄປຕະຫຼອດຊີວິດ.
ສ່ຽງໃຫ້ຫຼາຍຂຶ້ນ ກ້າຫານໃຫ້ຫຼາຍຂຶ້ນ ຟັງສຽງຫົວໃຈຕົນເອງໃຫ້ຫຼາຍຂຶ້ນ ມຸ່ງໜ້າໄປຍັງສິ່ງທີ່ເຮົາຕ້ອງການ ບໍ່ແມ່ນຖອຍໜີສິ່ງທີ່ເຮົາຢ້ານກົວ ຢາກໃຫ້ອ່ານອີກຄັ້ງ “ນ້ຳຕາທີ່ຂົມຂື່ນທີ່ສຸດຄືນ້ຳຕາທີ່ເກີດຈາກວາຈາທີ່ບໍ່ໄດ້ກ່າວແລະການກະທຳທີ່ບໍ່ໄດ້ເຮັດ”
ດັ່ງນັ້ນ ຄວາມລັບຂໍ້ທີ່ສອງຂອງການເປັນຢູ່ຢ່າງມີຄວາມໝາຍແລະຕາຍຢ່າງມີຄວາມສຸກຄື ຢ່າປ່ອຍໃຫ້ເສຍດາຍ
ແລ້ວເຈີກັນໃນຄວາມລັບຂໍ້ຕໍ່ໄປ..
ຄວັນສີເທົາ ອ່ານ
ຕົ້ນລະດູຝົນ, ປີ 2564.