ໂດຍ: ຄວັນສີເທົາ
ຮູບປັ້ນພຣະສີອະຣິຍະເມດໄຕຕັ້ງເດັ່ນສູງທຽມຟ້າທ່າມກາງຫຸບເຂົານູບຣາທີ່ແຫ້ງແລ້ງແລະເໜັບໜາວ ເປັນເໝືອນດັ່ງເທບພຣະເຈົ້າທີ່ຄອຍປົກປ້ອງແລະຮັກສາມວນມະນຸດໃຫ້ລອດພົ້ນຈາກອັນຕະລາຍແລະໄພທຳມະຊາດ ຜູ້ຄົນພາກັນຍ່າງວຽນຮອບອົງພຣະຢ່າງບໍ່ຂາດສາຍ ບາງຄົນມີເຄື່ອງເຊັ່ນໄຫວ້ຢູ່ໃນມື ບາງຄົນຖືກ້ອງໄລຟ໌ສົດ ທ່າມກາງລົມໜາວທີ່ພັດແຮງຂຶ້ນເລື້ອຍໆ ຄະນະພວກເຮົາກຳລັງຢືນຖ່າຍຮູບຢູ່ຕໍ່ໜ້າຮູບປັ້ນພາຍຫຼັງຍ່າງວຽນຄົບສາມຮອບແລ້ວ. ວັດແຫ່ງນີ້ມີຊື່ວ່າ ວັດດິດສະກິດ (Diskit Gompa).
ພຣະພຸດທະຮູບທີ່ຕັ້ງຢູ່ຕໍ່ໜ້າເຮັດໃຫ້ລະລຶກເຖິງຄວາມພາກພຽນ ແລະສັດທາຂອງຜູ້ສ້າງ ແມ້ວ່າຈະຢູ່ຫ່າງໄກຄວາມຈະເລີນ (ທາງວັດຖຸ) ຫຼາຍປານໃດກໍຕາມ ຄວາມຫ່າງໄກເຫຼົ່ານີ້ກໍບໍ່ເປັນອຸປະສັກຂອງເຫຼົ່າສັດທາທັງຫຼາຍເລີຍ. ຄົນທີ່ມີຄວາມມຸ່ງໝັ້ນ ແລະຄວາມພາກພຽນພຽງພໍ ສາມາດຍ້າຍໄດ້ແມ້ກະທັ້ງພູເຂົາທັງໜ່ວຍ ຫີນຜາທີ່ວ່າແຂງແຮງທົນທານກໍຕ້ອງຍອມແພ້ໃຫ້ແກ່ມະນຸດຜູ້ມີຄວາມມຸ່ງໝັ້ນ. ພຣະພຸດທະຮູບອົງນີ້ເປັນຜົນມາຈາກຄວາມພາກພຽນແລະມຸ່ງໝັ້ນທີ່ວ່ານີ້ເອງ ມີສິ່ງປຸກສ້າງຫຼາຍຮ້ອຍຫຼາຍພັນແຫ່ງໃນໂລກທີ່ລົງມືກໍ່ສ້າງ ແຕ່ບໍ່ສໍາເລັດ ເປັນໄປໄດ້ບໍ່ວ່າຄວາມບໍ່ສໍາເລັດນັ້ນສ່ວນໜຶ່ງເປັນເພາະຄວາມມຸ່ງໝັ້ນ ແລະ ຄວາມພາກພຽນຂອງຜູ້ສ້າງມີບໍ່ພຽງພໍ. ອາດຈະເປັນເພາະເຫດນີ້ ມະຫາຊະນົກ (ຊາດທີ່ບຳເພັນວິຣິຍະບາຣະມີ) ຈຶ່ງກ່າວເຕືອນຄົນທີ່ມີຄວາມຝັນທັງຫຼາຍວ່າ “ເກີດເປັນຄົນຄວນພະຍາຍາມເລື້ອຍໄປ ຈົນກວ່າຈະໄດ້ໃນສິ່ງທີ່ຕົນປາຖະໜາ”
ພາຍຫຼັງຖ່າຍຮູບ ແລະ ບັນທຶກວິດີໂອຈົນພໍໃຈແລ້ວ ຄະນະພວກເຮົາຈຶ່ງພາກັນຍ່າງລົງໄປຫາເຂດສັງຄາວາດ. ວັດນີ້ແບ່ງອອກເປັນສອງເຂດຄື ເຂດທີ່ພຣະພຸດທະຮູບຕັ້ງຢູ່ເປັນໂຊນສຳຫຼັບການທ່ອງທ່ຽວແລະສັກກາຣະບູຊາຂອງຄົນທົ່ວໄປ ສ່ວນອີກພື້ນທີ່ໜຶ່ງເປັນທີ່ຢູ່ຂອງພຣະສົງ (ພາສາພຣະເອີ້ນວ່າ ສັງຄາວາດ) ທີ່ຕັ້ງຢູ່ພູເຂົາອີກໜ່ວຍໜຶ່ງໃກ້ໆກັນ ເຂດນີ້ປະກອບມີກຸດຕິ ຫໍບູຊາ ຫໍສູດມົນ ໂຮງຮຽນ ແລະອາຄານອະເນກປະສົງອື່ນໆ. ພວກເຮົາຄ່ອຍໆຍ່າງລົງຈາກພູບ່ອນທີ່ອົງພຣະຕັ້ງຢູ່ ເລາະໄປຕາມເສັ້ນທາງທີ່ລາດຄ້ອຍລົງຈົນຮອດພື້ນພຽງ ຈາກນັ້ນຈຶ່ງຄ່ອຍໆອຽງສູງຂຶ້ນອີກຄັ້ງ ລັກສະນະຄ້າຍຄືກັບລົດລົງຈາກພູໜ່ວຍໜຶ່ງແລ້ວກຽມຢຽບຄັນເລັ່ງເພື່ອທີ່ຈະຂຶ້ນອີກໜ່ວຍໜຶ່ງ. ແນມເບິ່ງຈາກທີ່ໄກ ພູເຂົາທີ່ເປັນເຂດສັງຄາວາດນີ້ມີລັກສະນະຄ້ອຍຊັນສູງຂຶ້ນໄປຕາມລຳດັບ ອາຄານກໍປຸກລຽງລາຍສູງຂຶ້ນໄປຕາມລະດັບຂອງໜ່ວຍພູ ເຫັນແລ້ວຮູ້ສຶກເຖິງຄວາມເຂັ້ມຂັງ ແລະຄວາມສວຍງາມທີ່ກົມກືນກັບທຳມະຊາດ.
ພວກເຮົາຍ່າງໄປໄດ້ປະມານເກືອບສິບນາທີຈຶ່ງຮອດປະຕູທາງເຂົ້າ ຂວາມືມີຮ້ານຂາຍເຄື່ອງທີ່ລະນຶກຢູ່ຮ້ານໜຶ່ງ ຈຶ່ງພາກັນຍ່າງເຂົ້າໄປເບິ່ງ ປາກົດວ່າ ອູ໋..ມີເຄື່ອງໜ້າສົນໃຈຫຼາຍຢ່າງ ຮູບຖ່າຍຂອງພຣະສີອະຣິຍະເມດໄຕຣກັບທິວທັດທຳມະຊາດໂດຍມີພູເຂົາຫິມາລັຍເປັນສາກຫຼັງ ມີແຕ່ຮູບງາມໆ (ຄິດໃນໃຈ ສົງໄສຄືຊິເສຍເງິນຫຼາຍຣູປີຢູ່ດອກ) “ຂໍເບິ່ງຮູບນັ້ນແດ່” ຄູບາອົງໜຶ່ງກ່າວຂຶ້ນ. ໂອ໋..ຮູບນັ້ນກະງາມ “ເອົາມາເບິ່ງແດ່” ຈັບຮູບນັ້ນວາງຮູບນີ້ ຈັບໄປຈັບມາ ຈັບເບິ່ງຈົນຮູບທີ່ວາງໃນແຜງຂາຍຈົນຊິໝົດລະ.
ປ່ະ..ຍ່າງຕໍ່ເຖາະເຮົາ. ເອົາເກັບໄວ້ຊ່ະ ພໍ່ອອກ.
ຫ໊ະ!..ຂໍຕົກໃຈແທນຄົນຂາຍໜ້ອຍໜຶ່ງ ລາວຄືຊິດ່າໃນໃຈຢູ່ດອກ ແຕ່ກໍເຫັນໃຈແດ່ ພຣະມີງົບນ້ອຍ.
ການຍ່າງໃນລະດັບຄວາມສູງສາມພັນແມັດຈາກໜ້ານ້ຳທະເລບໍ່ແມ່ນເລື່ອງໜ້າອະພິລົມພໍປານໃດ ເພາະຍິ່ງສູງອົກຊີແຊນຍິ່ງເບົາບາງເຮັດໃຫ້ເມື່ອຍງ່າຍ ຍ່າງໄປບໍ່ເກີນຮ້ອຍແມັດກໍເຊົ່າຮາບໆແລ້ວ. ພວກເຮົາຍ່າງລັດເລາະໄປຕາມເສັ້ນທາງຄົດໂຄ້ງລະຫວ່າງອາຄານຫຼັງນີ້ຂຶ້ນໄປສູ່ຫຼັງນັ້ນ ບາງຊ່ວງດີແດ່ກໍມີຮາວໃຫ້ຈັບພະຍຸງສັງຂານຂຶ້ນໄປ ຫຼາຍບ່ອນບໍ່ມີກໍອາໄສກຳລັງຂາຕົນເອງລ້ວນໆ. ໃນທີ່ສຸດຈຶ່ງມາຮອດບ່ອນມ້ານັ່ງ ສຽງລົມຫາຍໃຈຂອງແຕ່ຄົນສົ່ງສັນຍານເປັນເອກະສັນ ວ່າ ຄວນພັກກ່ອນ. ພໍແຕ່ຈຸ່ມກົ້ນລົງຈຸພື້ນ ຈົກກວດນ້ຳອອກມາກຳລັງຈະຍົກຂຶ້ນໃສ່ປາກ “ນິມົນ ນິໂມ໊ນ..ຢ່າຟ້າວນັ່ງເທື່ອ ຂຶ້ນມາເທິງກ່ອນ” ອາຈານຮ້ອງມາໃສ່ຈາກດ້ານເທິງ. ຖາມວ່າລຸກຂຶ້ນບໍ່? ຫຶ…ບໍ່ກ້າຂັດດອກ ຄຳສັ່ງຈາກຂັ້ນເທິງເນາະ (ໝາຍເຖິງຂັ້ນໄດ). ເມື່ອພວກເຮົາຍ່າງຂຶ້ນມາຮອດ ອາຈານກຳລັງສົນທະນາກັບລາມະອົງໜຶ່ງ ລາມະອົງນັ້ນເລົ່າວ່າ “ວັດແຫ່ງນີ້ສ້າງຂຶ້ນໃນສະຕະວັດທີ 14 ມາຮອດປັດຈຸມີອາຍຸປະມານ 600 ກວ່າປີແລ້ວ ຖືໄດ້ວ່າເປັນວັດທີ່ເກົ່າແກ່ແລະໃຫຍ່ທີ່ສຸດໃນຫຸບເຂົານູບຣາ. ປັດຈຸບັນມີລາມະຈຳພັນສາຢູ່ປະມານ 50 ອົງ ນອກຈາກນີ້ຍັງມີໂຮງຮຽນປະຖົມເພື່ອໃຫ້ເດັກນ້ອຍໃນເຂດນີ້ໄດ້ຮຽນໜັງສື. ສ່ວນຮູບປັ້ນພຣະສີອະຣິຍະເມດໄຕນັ້ນສ້າງຂຶ້ນເມື່ອປີ 2006 ເປັນພຣະພຸດທະຮູບນັ່ງຢ່ອນພຣະບາດ (ຕີນ) ສູງປະມານ 31 ແມັດ ໃຊ້ເວລາໃນການສ້າງປະມານ 4 ປີຈຶ່ງສຳເລັດ”
ຫຼັງຈາກສົນທະນາກັນພໍສົມຄວນແລ້ວເພິ່ນກໍພາຄະນະພວກເຮົາເຂົ້າໄປຊົມພາຍໃນອາຄານແຕ່ລະບ່ອນ. ພາຍໃນຫໍບູຊາມີພຣະພຸດທະຮູບເກົ່າແກ່ອົງໜຶ່ງຊື່ວ່າ ພຣະໂຈໂວສັກກະຍະມຸນີ ເຊິ່ງຈຳລອງມາຈາກວັດໂຈຄັງໃນທິເບດ ເປັນພຸດທະຮູບທີ່ສັກສິດແລະໄດ້ຮັບຄວາມເຄົາລົບສູງສຸດຈາກຊາວທິເບດເໝືອນທີ່ພຣະບາງເປັນທີ່ເຄົາລົບຂອງຄົນລາວນັ້ນແຫຼະ. ນອກຈາກນີ້ກໍມີຮູບອົງທະໄລລາມະ ແລະບູຣະພາຈານສອງສາມອົງຕັ້ງຮຽງກັນຢູ່ດ້ານໜ້າພຣະໂຈໂວສັກກະຍະມຸນີ ພາຍໃນຫໍບູຊານີ້ມີຂອງໃຊ້ເກົ່າແກ່ຫຼາຍຊະນິດທີ່່ເກັບໄວ້ໃນຕູ້ແກ້ວລຽງກັນໄວ້ຢ່າງເປັນລະບຽບ ຮູບແຕ້ມຜືນຜ້າບາງຮູບມີອາຍຸຫຼາຍຮ້ອຍປີ. ເມື່ອກຣາບພຣະແລະຍ່າງເບິ່ງວັດຖຸບູຮານຈົນເມື່ອຍຂາແລ້ວຈຶ່ງພາກັນມານັ່ງຈິບນ້ຳຊາ.
ໃນຂະນະທີ່ນັ່ງຈິບນ້ຳຊາຢູ່ຫໍບູຊານີ້ເຮັດໃຫ້ນຶກເຖິງເລື່ອງລາວຂອງລາມະອົງໜຶ່ງຊື່ວ່າ ຣັມປາ ເປັນລູກຊາຍຫຼ້າຂອງຄອບຄົວຊົນຊັ້ນສູງຄອບຄົວໜຶ່ງໃນທິເບດ. ຣັມປາໄດ້ຮັບການລ້ຽງດູເຊັ່ນດຽວກັນກັບລູກຄົນລວຍທັງຫຼາຍຄື ຕ້ອງຕັ້ງຢູ່ໃນກົດລະບຽບ ມີຄົນຄອຍດູແລ ຫາກເຮັດຜິດຕ້ອງໄດ້ຮັບການລົງໂທດ ຄົນທົ່ວໄປອາດຈະມອງລູກຄົນລວຍໂດຍສະເພາະຄອບຄົວຣັມປາວ່າໜ້າຈະໄດ້ຮັບຄວາມສະດວກສະບາຍ ບໍ່ຕ້ອງດິ້ນຮົນປາກກັດຕີນທີບເໝືອນຄົນອື່ນ ເຊິ່ງກໍມີສ່ວນຈິງ ແຕ່ອີກດ້ານໜຶ່ງພວກເຂົາໄດ້ຮັບຄວາມກົດດັນຕ່າງໆນານາ ເພື່ອໃຫ້ໄດ້ຮັບການຍອມຮັບວ່າເປັນຜູ້ດີ.
“ຕອບແທນຄວາມດີດ້ວຍຄວາມດີ
ຢ່າດື້ດ້ານຕໍ່ຜູ້ຊົງສີນ
ອ່ານບົດຮຽນແລະທຳຄວາມເຂົ້າໃຈໃຫ້ທ່ອງແທ້
ຊ່ວຍເຫຼືອຄົນອ້ອມຂ້າງ
ເຂັ້ມງວດກວດຂັນກັບຄົນລ້ຳລວຍເພື່ອສອນໃຫ້ຮູ້ຈັກຄວາມມີເຫດຜົນແລະເຫັນອົກເຫັນໃຈເພື່ອນມະນຸດ
ຫຼຸດຢ່ອນຜ່ອນຜັນໃຫ້ແກ່ຄົນຍາກຈົນ ເພື່ອສະແດງຄວາມມີເມດຕາປານີ
ຊຳລະໜີ້ສິນຕາມກຳນົດເວລານັດໝາຍ”
ຂໍ້ຄວາມເຫຼົ່ານີ້ຄືສິ່ງທີ່ຣັມປາແລະເພື່ອນພ້ອງຕ້ອງທ່ອງໃຫ້ຈຳຂຶ້ນໃຈ ບໍ່ແມ່ນຄຳສອນ ແຕ່ມັນຄືກົດບັນຍັດທີ່ຈະຕ້ອງປະບັດຕາມໃຫ້ໄດ້.
ຊີວິດໃນວັຍເຍົາຂອງຣັມປາເຕັມໄປດ້ວຍຄວາມກົດດັນແລະເຄັ່ງຄຽດ ເພາະຕ້ອງຝຶກຄວາມເຂັ້ມແຂງທາງຮ່າງກາຍແລະຈິດໃຈ “ວັນຄືນໃນວັຍເຍົາຂອງເຮົານັ້ນເຄັ່ງຄຽດຍິ່ງໜັກ ໃນຊາວສີ່ຊົ່ວໂມງຂອງໜຶ່ງວັນ ເຮົາຈະຕ້ອງຕື່ນຢູ່ເຖິງສິບແປດຊົ່ວໂມງ ຊາວທິເບດຖືກັນວ່າ ເປັນການປະໝາດຢ່າງຍິ່ງທີ່ຈະນອນຫຼັບໃນຂະນະທີ່ຍັງມີແສງສະຫວ່າງ ເພາະວ່າພູດຜີປີສາດຈະສາມາດທຳອັນຕະລາຍໄດ້ ແມ້ແຕ່ເດັກນ້ອຍກໍຈະໄດ້ຮັບການດູແລໃຫ້ຕື່ນຢູ່ສະເໝີເພື່ອບໍ່ໃຫ້ປີສາດເຂົ້າສິງ ຄົນເຈັບປ່ວຍກໍຕ້ອງຕື່ນຢູ່ຕະຫຼອດວັນໂດຍມີລາມະເປັນຜູ້ຄອຍເຝົ້າບໍ່ໃຫ້ຫຼັບໄຫຼ ແມ້ແຕ່ຄົນໃກ້ຈະຕາຍກໍຕ້ອງຖືກປຸກເຕືອນໃຫ້ມີສະຕິຢູ່ສະເໝີເພື່ອທີ່ຈະໄປສູ່ພົບພູມອື່ນໄດ້ໂດຍບໍ່ຫຼົງໄຫຼ” ເພາະມີຄວາມເຊື່ອແບບນີ້ຈຶ່ງເຮັດໃຫ້ຊາວທິເບດທັງຫຼາຍໃຊ້ຊີວິດຢູ່ດ້ວຍຄວາມບໍ່ປະໝາດ ພວກເຂົາມັກຈະມີລູກຕຸ້ມຫຼືລູກປະຄຳຕິດຕົວໄວ້ຕະຫຼອດເວລາເພື່ອຝຶກສະຕິ.
ຊາວທິເບດຖືໄດ້ວ່າເປັນຊົນຊາດໜຶ່ງທີ່ມີຄວາມມຸມານະອົດທົນເປັນຢ່າງຍິ່ງ ເນື່ອງດ້ວຍສະພາບພູມິປະເທດເຕັມໄປດ້ວຍພູເຂົາ ມີອາກາດທີ່ແປປວນ ຊ່ວງລະດູຮ້ອນ ກາງເວັນອຸນຫະພູມປະມານ 30 ອົງສາ ແຕ່ພໍຕົກກາງຄືນຈະຫຼຸດລົງຈົນຕິດລົບ 40 ອົງສາ ລະດູໜາວຍິ່ງບໍ່ຕ້ອງເວົ້າເຖິງເມື່ອຕ້ອງຢູ່ກັບສະພາບອາກາດເຊັ່ນນີ້ຈຶ່ງມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງມີສຸຂະພາບຮ່ງກາຍທີ່ແຂງແຮງ. ເພື່ອຝຶກຄົນໃຫ້ມີຄວາມເຂັ້ມແຂງ ບາງຄອບຄົວເຖິງກັບມີປະເພນີເອົາເດັກນ້ອຍເກີດໃໝ່ຈຸ່ມລົງໃນນ້ຳເຢັນ ຫາກວ່າສາມາດທົນທານໄດ້ກໍສົມຄວນມີຊີວິດຕໍ່ໄປ ຫາກວ່າທົນບໍ່ໄດ້ກໍບໍ່ສົມຄວນທີ່ຈະເຕີບໃຫຍ່ຂຶ້ນມາພົບກັບຄວາມລຳບາກຕ່າງໆທີ່ລໍຢູ່ຂ້າງໜ້ານານັບປະການ.
ຣັມປາໃຊ້ຊີວິດຢູ່ກັບຄອບຄົວເກືອບເຈັດປີ
ເມື່ອວັນເກີດຄົບເຈັດປີກຳລັງຈະມາເຖິງຕາມທຳນຽມທິເບດຈະມີໝໍໂຫນມາທຳນາຍດວງຊະຕາ. ໃນທິເບດ ມີຄວາມເຊື່ອວ່າການກະທຳທຸກຢ່າງຂຶ້ນຢູ່ກັບການກຳນົດຂອງດວງດາວ ນັບຕັ້ງແຕ່ເລື່ອງເລັກນ້ອຍເຊັ່ນ: ການຊື້ງົວໄປຈົນຮອດການຕັດສິນໃຈຍຶດອາຊີບໃດໆກໍຕາມລ້ວນກ່ຽວຂ້ອງກັບດວງຊະຕາທັງນັ້ນ. ຈາກການທຳນາຍຂອງໝໍໂຫນເຮັດຊີວິດຂອງຣັມປາຕ້ອງພັດພາກຈາກພໍ່ແມ່ໄປຕະຫຼອດການ–ນັ້ນຄືການໄປບວດເປັນລາມະເມື່ອອາຍຸຄົບເຈັດປີບໍລິບູນ ຫຼືຈະເວົ້າອີກແບບໜຶ່ງກໍຄືຕັດຫາງປ່ອຍວັດດີໆນີ້ເອງ. ກ່ອນມື້ທີ່ຈະອອກບວດພໍ່ແມ່ຂອງຣັມປາໄດ້ຈັດງານລ້ຽງສົ່ງໂດຍການເຊີນແຂກມາຮ່ວມເປັນຈຳນວນຫຼວງຫຼາຍ ເນື່ອງຈາກພໍ່ແມ່ເປັນຄົນມີໜ້າຕາໃນສັງຄົມ ຜູ້ຄົນຈຶ່ງມາຮ່ວມງານມາກໜ້າຫຼາຍຕາ ງານລ້ຽງໄດ້ເລີ່ມຂຶ້ນຢ່າງເປັນທາງການ ສຽງດົນຕີດັ່ງສະນັ່ນຫວັ່ນໄຫວ ທຸກຄົນດື່ມສັງສັນກັນຢ່າງສະໜຸກສະໜານ ງານດຳເນີນໄປຕັ້ງແຕ່ຊ່ວງເຊົ້າຈົນຮອດຄ້າຍແລງ ເມື່ອງານລ້ຽງດຳເນີນໄປເຖິງຈຸດໜຶ່ງກໍເຂົ້າສູ່ພາວະອີ່ມຕົວຄືທຸກຄົນເມົາມາຍ ນັກດົນຕີເມື່ອຍລ້າ ຄົນໃຊ້ທີ່ເສີບອາຫານກໍອ່ອນແຮງ ພຣະອາທິດທີ່ສ່ອງແສງມາແຕ່ເຊົ້າກໍຊາລົງ ຄວາມຄຶກຄື້ນຄ່ອຍໆຊົບເຊົາລົງ ບັນດາແຂກຄົນຕ່າງກໍອີ່ມໜໍາສຳລານແລະຮູ້ສຶກອືດອາດຂຶ້ນແລ້ວກໍຄ່ອຍທະຍອຍກັນກັບເຮືອນຂອງຕົນເທື່ອລະຄົນສອງຄົນຈົນເຫຼືອພຽງພາບງານລ້ຽງທີ່ວ່າງເປົ່າ.
ໃນຄືນວັນກ່ອນທີ່ຣັມປາຈະອອກບວດພໍ່ຂອງລາວໄດ້ເອີ້ນເຂົ້າໄປຫາເພື່ອບອກລາຄັ້ງສຸດທ້າຍ
ພໍ່ຂອງລາວບອກວ່າ ຕາມປົກກະຕິເມື່ອພຣະສົງຈະຮັບກຸລະບຸດເຂົ້າວັດ ເພິ່ນຈະມີວິທີທົດສອບທີ່ແຕກຕ່າງກັນລະຫວ່າງຄົນທີ່ມີບັນດາສັກກັບຄົນທົ່ວໄປ (ຄອບຄົວຣັມປາຈັດຢູ່ໃນກຸ່ມຄົນທີ່ມີບັນດາສັກ) ຕາມທຳນຽມຂອງທິເບດ ລູກຊາຍຂອງຜູ້ມີບັນດາສັກຈະໄດ້ຮັບການປະຕິບັດຢ່າງເຄັ່ງຄັດ ສ່ວນລູກຂອງຄົນທົ່ວໄປຈະໄດ້ຮັບປະຕິບັດຢ່າງກາຣຸນ ໝາຍຄວາມວ່າຣັມປາຈະຕ້ອງໄດ້ຮັບການທົດສອບຢ່າງໜັກກ່ອນທີ່ຈະໄດ້ເຂົ້າໄປຢູ່ໃນສຳນັກສົງ “ລູກພໍ່ ເຈົ້າອາດຈະຄິດວ່າພໍ່ເຂັ້ມງວດກວດຂັນແລະບໍ່ຫ່ວງໃຍເຈົ້າເລີຍ ຄວາມຫ່ວງໃຍຂອງພໍ່ນັ້ນຢູ່ທີ່ຊື່ສຽງຂອງວົງຕະກູນ ພໍ່ຂໍບອກເຈົ້າວ່າ ຖ້າເຈົ້າບໍ່ສາມາດຜ່ານການທົດສອບເຂົ້າໄປໃນສຳນັກສົງໄດ້ແລ້ວ ເຈົ້າບໍ່ຕ້ອງກັບມາໃຫ້ພໍ່ເຫັນໜ້າອີກ ເຈົ້າຈະກາຍເປັນຄົນແປກໜ້າສຳລັບເຮືອນຫຼັງນີ້ທັນທີ” ເໝືອນເປັນການເຕືອນໃຫ້ຮູ້ດ້ວຍຫວັງດີ ແຕ່ເຈືອປົນດ້ວຍການບັງຄັບວ່າ ຕ້ອງຜ່ານດ່ານແຕ່ລະດ່ານໃຫ້ໄດ້.
ຄືນນັ້ນຣັມປານອນປີ້ນໄປປີ້ນມາ ນຶກຄິດເຖິງສິ່ງຕ່າງໆໃນອະດີດ ພິກຊ້າຍ ພິກຂວາ ກວ່າຈະຫຼັບລົງໄດ້ກໍຂ້ອນຊິແຈ້ງແລ້ວ. ເມື່ອແສງເງິນແສງທອງເລີ່ມຈັບຂອບຟ້າທຸກຄົນພາຍໃນບ້ານຍັງຄົງຫຼັບໄຫຼເພາະຄວາມອິດເມື່ອຍຕັ້ງແຕ່ມື້ວານ ຄົນໃຊ້ໄດ້ປຸກຣັມປາໃຫ້ຕື່ນຂຶ້ນແລ້ວກໍຍົກຈອກນ້ຳຊາແລະເຂົ້າໜົມມາໃຫ້ ເມື່ອກິນໝົດແລ້ວລາວກໍບອກຣັມປາໃຫ້ຍ່າງອອກໄປຢ່າງງຽບໆເພື່ອບໍ່ໃຫ້ມີສຽງລົບກວນຄົນທີ່ກຳລັງຫຼັບຢູ່. ຣັມປາຍ່າງອອກຈາກເຮືອນມາຍ່າງງຽບໆທ່າມກາງແສງຂະມຸຂະມົວ ລັດເລາະໄປຕາມເຮືອນຊານບ້ານຊ່ອງຈົນໄປຊອດໃສ່ຖະໜົນໃຫຍ່ ແສງໃນຍາມເຊົ້າຄ່ອຍໆຂັບໄລ່ຄວາມມືດໃຫ້ຫາຍໄປ ນີ້ເປັນການຈາກຄອບຄົວຄັ້ງທຳອິດຂອງລາວເຊິ່ງເປັນການລາຈາກທີ່ເປົ່າປ່ຽວ ແລະງຽບເຫງົາ–ບໍ່ມີແມ້ແຕ່ຄົນດຽວຍ່າງມາສົ່ງແລະໄຮ້ຄຳອວຍພອນໃດໆທັງສິ້ນ.
ເມື່ອຍ່າງມາຮອດໜ້າວັດມີເດັກນ້ອຍສອງສາມຄົນຢືນຢູ່ໜ້າປະຕູເຂົ້າວັດນັ້ນກ່ອນແລ້ວ ພວກເຂົາມີຈຸດສົງດຽວກັນກັບຣັມປາ–ນັ້ນຄືການມາຂໍເຂົ້າບວດເປັນລາມະ. ສຳນັກສົງແຫ່ງນີ້ມີຊື່ວ່າ ຈັກໂປຣີ (Chakpori Monasty) ທຳໜ້າທີ່ເໝືອນວິທະຍາລັຍການແພດແຫ່ງທິເບດ. ພວກເຂົາພະຍາຍາມເຄາະປະຕູຢູ່ເຫີງນານ ແຕ່ກໍບໍ່ມີວີ່ແວວວ່າຈະມີຄົນມາເປີດ ເດັກນ້ອຍຄົນໜຶ່ງຈຶ່ງອູ້ມໝາກຫີນທຸບໃສ່ປະຕູຈົນເກີດສຽງດັງ ເຄີງ! ທັນໃດນັ້ນກໍມີລາມະຮ່າງໃຫຍ່ຍັກອົງໜຶ່ງຖືໄມ້ແສ້ເປີດປະຕູອອກມາ ແລ້ວຊາກໃສ່ວ່າ “ໄອ້..ພວກເດັກເປດ! ສູມາເຮັດຫຍັງຢູ່ນີ້?”
“ພວກຂ້ານ້ອຍຈະມາຂໍບວດເພື່ອຮຽນໜັງສື” ຕອບດ້ວຍຄວາມສັ່ນເຊັນ
“ພວກເຈົ້ານີ້ຫວ໋າ ຊິມາຮຽນໜັງສື ໄປລໍຖ້າຢູ່ພຸ້ນກ່ອນໄປ໋ ພຣະຈົວແລ້ວວຽກລະຈັ່ງຊິອອກມາເບິ່ງ”
ວ່າແລ້ວລາມະອົງນັ້ນກໍປິດປະຕູປັງ..ຫາຍເຂົ້າໄປໃນວັດ ປ່ອຍໃຫ້ເດັກນ້ອຍເຫຼົ່ານັ້ນຢືນລໍຖ້າຢູ່ນານສອງນານ ບາງຄົນທົນບໍ່ໄຫວກໍນັ່ງລົງກັບພື້ນ ດຶກກ້ອນຫີນຫຼິ້ນດ້ວຍສາຍຕາທີ່ໄຮ້ຄວາມຫວັງ ໜຶ່ງຊົ່ວໂມງຜ່ານໄປກໍໄຮ້ວີ່ແວວ ສອງ ສາມ ຊົ່ວໂມງຜ່ານໄປທຸກຢ່າງຍັງຄົງງຽບງັນ ເຂົ້າໜົມແລະນ້ຳຊາທີ່ກິນຕັ້ງແຕ່ເຊົ້າຕອນນີ້ຖືກຍ່ອຍສະຫຼາຍໄປໝົດແລ້ວ ທ້ອງກໍຮ້ອງ ນ້ຳລາຍກໍແຫ້ງ ຍິ່ງເມື່ອໄດ້ກິ່ນອາຫານທີ່ລອຍອອກມາຈາກດ້ານໃນກຳແພງວັດກໍຍິ່ງກະຕຸ້ນໃຫ້ເກີດຄວາມຫິວທໍລະມານຍິ່ງຂຶ້ນ. ໃນທີ່ສຸດປະຕູກໍເປີດອອກ ລາມະອົງເດີມປາກົດຂຶ້ນພ້ອມກັບໄມ້ແສ້ ຖາມໃຖ່ເທື່ອລະຄົນໄລ່ລຽງກັນໄປວ່າ ເປັນໃຜ ມາຈາກໃສ ເປັນລູກເຕົ້າເຫຼົ່າຫຼານຜູ້ໃດ ເປັນຫຍັງຈຶ່ງຕ້ອງມາບວດ ຈົນມາຮອດເດັກນ້ອຍຄົນໜຶ່ງຕອບວ່າ
“ຂ້ານ້ອຍເປັນລູກຄົນຂາຍຊີ້ນ”
“ຫ໊ະ..ເຈົ້າວ່າແນວໃດເກາະ ຂາຍຊີ້ນຫວ໋າ ໄອ້ພວກຂ້າສັດຕັດຊີວິດ ພວກລະເມີດຄຳສອນພຸດທະເຈົ້າ ມຶງຍັງກ້າມາສະເໜີໜ້າຢູ່ນີ້ອີກຫວ໋າ ໄປໄກໆໄປ໋ ຖ້າບໍ່ໄປຊິບອກພຣະຈົວມາລຸມກະທືບ” ແລ້ວກໍເງືອດໄມ້ແສ້ຂຶ້ນທໍາທ່າຈະຕີ. ດ້ວຍຄວາມຢ້ານທີ່ເປັນທຶນເດີມຢູ່ແລ້ວ ເດັກນ້ອຍຄົນນັ້ນຈຶ່ງຟ້າວລຸກຂຶ້ນແລ່ນໜີໄປທັນທີ
ທີນີ້ ກໍມາຮອດຄິວຂອງຣັມປາ “ເຈົ້າເດ້! ມາຈາກໃສ? ອໍ້! ລູກຂຸນນາງຫັ້ນຫວ໋າ ໂອໂຫ້! ເຈົ້າຊາຍນ້ອຍທີ່ຢາກມາຖືເພດເປັນສະມະນະ ດ໋ຽວກໍຮູ້ວ່າທາດແທ້ຂອງເຈົ້າເປັນແນວໃດ ຂໍບອກໄວ້ກ່ອນ ວັດແຫ່ງນີ້ບໍ່ແມ່ນສະຖານທີ່ສຳລັບພະເນົ້າພະນໍ້ເອົາໃຈເຈົ້າຊາຍທີ່ພໍ່ແມ່ເຄີຍໂອ໋ມາກ່ອນ ລາມະທັງເວົ້າທັງຕອດຫົວໄປນຳ ແລ້ວບອກວ່າ ຖອຍໄປສີ່ສິບກ້າວ ນັ່ງສະມາທິລໍຖ້າຢູ່ຫັ້ນກ່ອນ ຫ້າມຫຼັບຕາ ຫ້າມເໜັງຕີງ” ເມື່ອສັ່ງແລ້ວກໍຫາຍເຂົ້າໄປໃນວັດອີກຄັ້ງ. ຣັມປາຈັບເອົາຫໍ່ເສື້ອຜ້າແລ້ວກໍຍ່າງຖອຍກັບຫຼັງສີ່ສິບກ້າວ ນັ່ງສະມາທິເອົາມືວາງໄວ້ທີ່ຫົວເຂົ່າທັງສອງໂດຍບໍ່ກ້າເຄື່ອນໄຫວເລີຍແມ້ແຕ່ນ້ອຍ ລາວນັ່ງຢູ່ແບບນັ້ນຈົນກະທັ່ງພຣະອາທິດເລີ່ມຄ້ອຍບ່າຍໄປຈົນຮອດແລງ ພາຍຫຼັງທີ່ກິນເຂົ້າໜົມຕັ້ງແຕ່ເຊົ້າມາຮອດຕອນນີ້ກໍຍັງບໍ່ທັນໄດ້ກິນຫຍັງອີກເລີຍ ຫິວເຂົ້າ ຫິວນ້ຳ ທັງອິດເມື່ອຍແທບຈະເປັນລົມ ລາວຄິດໃນໃຈນີ້ບໍຄືຂອງຂວັນວັນເກີດຄົບອາຍຸເຈັດປີທີ່ພໍ່ແມ່ມອບໃຫ້ ຊ່າງເປັນວັນເກີດທີ່ໜ້າຫົດຫູ່ແລະທໍລະມານ. ຕອນນີ້ພຣະອາທິດລັບຂອບຟ້າໄປແລ້ວ ຄວາມມືດເລີ່ມຄືບຄານເຂົ້າມາພ້ອມກັນກັບລົມໜາວເຢັນພັດມາກະທົບໃບໄມ້ເຮັດໃຫ້ເກີດສຽງທີ່ໜ້າສະພຶງກົວໃນຍາມຄ່ຳຄືນ ສ່ວນຣັມປາເດັກນ້ອຍຜູ້ໜ້າສົງສານບໍ່ກ້າແມ້ກະທັ່ງຂະຍັບຂັບເຄື່ອນຮ່າງກາຍອາດຈະເປັນເພາະຄວາມຢ້ານກົວຫຼືແຂ່ງຂາຂອງລາວແຂງຊາໄປແລ້ວກໍເປັນໄດ້. ໜ້ອຍໜຶ່ງມີສຽງຍ່າງຂອງສິ່ງທີ່ມີຊີວິດກົງມາຫາເຮັດໃຫ້ຍິ່ງເພີ່ມຄວາມຫວາດກົວໄປອີກ ເມື່ອມາຮອດໃກ້ໆລາວຈຶ່ງຮູ້ວ່າເປັນລາມະເຖົ້າອົງໜຶ່ງຖືນ້ຳຊາກັບເຂົ້າໜົມມາໃຫ້ ທຳອິດລາວບໍ່ກ້າຮັບເອົາ ເພາະຢ້ານຜິດກົດທີ່ລາມະອົງກ່ອນສັ່ງໄວ້ ແຕ່ລາມະຜູ້ທີ່ເອົາມາສົ່ງບອກວ່າ
“ຮັບເອົາເຖິະ ໃນຍາມຄ່ຳຄືນເຈົ້າສາມາດເຄື່ອນໄຫວໄດ້” ລາວຈຶ່ງຟ້າວຈັບເອົາເຂົ້າໜົມກັບນ້ຳຊາມາກິນດ້ວຍຄວາມຫິວໂຫຍ ລາມະອົງນັ້ນບອກວ່າ“ເມື່ອກິນແລ້ວກໍນອນພັກຜ່ອນສາ ຕອນເຊົ້າຕາເວັນຂຶ້ນຟ້າແຈ້ງແລ້ວຄ່ອຍນັ່ງສະມາທິຕໍ່ ຣັມປາເອີ໋ຍ ເຈົ້າຢ່າຄິດວ່າເປັນການທໍລະມານ ນີ້ເປັນພຽງດ່ານທຳອິດເພື່ອຝຶກຝົນຄວາມອົດທົນ ຫາກສາມາດຜ່ານໄປໄດ້ເຈົ້າຈະໄດ້ຮຽນສິ່ງທີ່ສູງຂຶ້ນໄປກວ່ານີ້” ເມື່ອເວົ້າຈົບແລ້ວກໍຈາກໄປ ປ່ອຍຣັມປາໄວ້ໃນຄວາມມືດຢ່າງໂດດດ່ຽວ ທ່າມກາງຄວາມມືດມີພຽງແສງວັບແວມຂອງຕະກຽງນ້ຳມັນເນີຍໄຕ້ລຽງລາຍຢູ່ຕາມກຸດຕິສົງແລະແສງສະຫຼົວຈາກດວງດາວສອງສາມດວງພາຍໃຕ້ທ້ອງຟ້າໃນຍາມຄ່ຳຄືນທີ່ເໜັບໜາວ ເດັກນ້ອຍຄົນໜຶ່ງກຳລັງນອນຄົດຄູ້ຢູ່ໜ້າວັດຢ່າງດຽວດາຍ. ຣັມປາເລົ່າວ່າ ລາວຕ້ອງນັ່ງສະມາທິຢູ່ແບບນີ້ເຖິງສາມວັນສາມຄືນຈຶ່ງສາມາດຜ່ານບົດທົດສອບນີ້ໄດ້.
ເມື່ອເຂົ້າວັດແລ້ວ ອັນດັບທໍາອິດຄືການໄປນະມັດສະການເຈົ້າອາວາດຜູ້ເປັນປະມຸກສູງສຸດໃນວັດແຫ່ງນີ້ ທ່ານມີຊື່ວ່າ ລາມະຊັມປາ-ລາ (Xhampa-la) ເປັນຜູ້ເຄັ່ງຄັດລະບຽບວິນັຍເປັນຢ່າງຍິ່ງ. ພາຍຫຼັງທີ່ສະແດງຄວາມເຄົາລົບແລ້ວກໍພາກັນນັ່ງລົງ ເຈົ້າອາວາດເພັ່ງພິນິດຢູ່ໜ້ອຍໜຶ່ງຈຶ່ງກ່າວຂຶ້ນວ່າ
“ຣັມປາ ອາຈານຮູ້ທຸກຢ່າງກ່ຽວກັບເຈົ້າແລ້ວ ລວມເຖິງຄຳພະຍາກອນດວງຊະຕາຂອງເຈົ້າ ເຈົ້າໄດ້ຮັບການທົດສອບເລື່ອງຄວາມທໍລະຫົດອົດທົນຢ່າງໜັກດ້ວຍເຫດຜົນອັນສົມຄວນເຊິ່ງຕໍ່ໄປເຈົ້າຈະຮູ້ເອງ. ໃນບັນດານັກບວດເປັນພັນໆອົງມີພຽງອົງດຽວເທົ່ານັ້ນທີ່ມີຄວາມສາມາດສຳລັບອົງຄວາມຮູ້ຂັ້ນສູງ ນັກບວດສ່ວນໃຫຍ່ພາກັນຈົມຢູ່ກັບຄວາມຮູ້ຂັ້ນພື້ນຖານແລະປະຕິບັດກິດຂອງຕົນໄປວັນໆຕາມຄວາມເຄີຍຊິນ ພວກນີ້ຈະວ່າໄປແລ້ວກໍເປັນພຽງຊ່າງສີມືທີ່ຄອຍໝຸນວົງລໍ້ແຫ່ງບົດສູດມົນເທົ່ານັ້ນໂດຍບໍ່ຮູ້ວ່າເຮັດໄປເພື່ອຫຍັງ ຣັມປາ..ເຈົ້າຈະໄດ້ຮັບການສຶກສາຢ່າງທ່ອງແທ້ເປັນພິເສດ ເຈົ້າຈະໄດ້ຮູ້ຊຶ້ງເຖິງສາດຕ່າງໆ ແຕ່ເສັ້ນທາງຊີວິດຂອງເຈົ້ານັ້ນຈະຍາກລຳບາກແລະໜ້າທໍ້ແທ້ ການປະຕິບັດໃຫ້ເຫັນແຈ້ງນັ້ນເປັນສິ່ງທີ່ຍາກຢ່າງຍິ່ງ”
ຣັມປາຄ່ອຍໆຮຽນຮູ້ເລື່ອງກົດລະບຽບແລະໜ້າທີ່ຕ່າງໆພາຍໃນວັດເຊັ່ນ ເວລາໃດຄືເວລາແຫ່ງການສູດມົນ ເວລາແຫ່ງການຮຽນໜັງສື ແລະເວລາແຫ່ງການອອກແຮງງານ ໃນສຳນັກສົງແຫ່ງນີ້ຂຶ້ນຊື່ເລື່ອງຄວາມເຄັ່ງຄັດຂອງກົດລະບຽບ ແມ້ແຕ່ຊື່ວັດເອງກໍບົ່ງບອກແລ້ວວ່າ ຈັກໂປຣີ ແປວ່າ ພູເຂົາເຫຼັກ ດ້ວຍເຫດນີ້ພໍ່ຂອງຣັມປາຈຶ່ງສົ່ງລາວມາທີ່ນີ້ ເພື່ອໃຫ້ໄດ້ຮັບການຝຶກຝົນຢ່າງດີທີ່ສຸດ ເມື່ອໄປເປັນຜູ້ນຳສົງໃນອະນາຄົດຈຶ່ງຈະສາມາດຄວບຄຸມກາຍໃຈຕົນເອງໄດ້ດີ ເພາະລະບຽບວິນັຍຄືສິ່ງທີ່ສ້າງນິໄສຂອງຜູ້ຄົນ.
ກິດຈະວັດປະຈຳວັນໃນຈັກໂປຣີເລີ່ມຕົ້ນຂຶ້ນເມື່ອເວລາທ່ຽງຄືນ ເມື່ອໄດ້ຍິນສຽງສັນຍານແກທີ່ດັງກ້ອງໄປທົ່ວວັດ ທຸກຄົນຕ້ອງຟ້າວລຸກຂຶ້ນແຕ່ງຕົວແລ້ວຍ່າງງົວເງຍໄປທີ່ຫ້ອງສູດມົນ ການສູດມົນໃນຍາມດຶກເປັນສິ່ງທີ່ໜ້າເບື່ອໜ່າຍແລະຫງຸດຫງິດ ໃນວັດແຫ່ງນີ້ຈຶ່ງມີຄະຕິສອນໃຈວ່າ “ການພັກຜ່ອນຈິດໃຈຢ່າງສຸກສະຫງົບນັ້ນ ດີກວ່າການໄປນັ່ງນິ້ງຢູ່ຕໍ່ໜ້າພຣະພຸດທະຮູບເພື່ອສູດມົນລະງັບຄວາມຂຸ່ນເຄືອງ” ເວົ້າໃຫ້ເຂົ້າໃຈງ່າຍກໍຄືຢ່າຄິດວ່າການສູດມົນເປັນສິ່ງທີ່ໜ້າເບື່ອໜ່າຍ ແຕ່ມັນຄືການພັກຜ່ອນຈິດໃຈໃຫ້ເກີດຄວາມສຸກສະຫງົບ ຖ້າມານັ່ງສູດມົນດ້ວຍຄວາມຫງຸດຫງິດກໍບໍ່ຕ່າງຫຍັງກັບມານັ່ງໜ້າບູດໃສ່ພຸດທະຮູບເຊິ່ງມັນເສຍເວລາຖິ້ມຊື່ໆ ແນວໃດກໍຕ້ອງສູດຢູ່ແລ້ວກໍສູດດ້ວຍຄວາມເຕັມໃຈໄປເລີຍ.
ຊາວທິເບດເຊື່ອວ່າ “ສຽງສູດມົນທີ່ກ້ອງກັງວານນັ້ນມີອຳນາດສັກສິດ ເຊັ່ນດຽວກັບສຽງດົນຕີທີ່ມີຄື່ນຄວາມຖີ່ສາມາດເຮັດໃຫ້ແກ້ວແຕກໄດ້” ພິທີສູດມົນຈຶ່ງກາຍເປັນພິທີກັມທີ່ສັກສິດໄປໃນຕົວ. ລາມະທັງຫຼາຍນັ່ງລຽງລາຍກັນເປັນສອງແຖວຫັນໜ້າເຂົ້າກັນ ສຽງສູດມົນຜະສົມສຽງກອງແລະສຽງລະຄັງດັງກັງວານໄປທົ່ວວັດ ຄວັນກຳຍານລອຍອົບອວນໄປທົ່ວຫ້ອງ ທ່າມກາງຄວາມມືດສະຫຼົວນັ້ນຄ້າຍໆກັບວ່າມີສິ່ງສັກສິດກໍາລັງຈັບຈ້ອງເບິ່ງແຕ່ລະຄົນຢູ່. ໂດຍທົ່ວໄປຈະໃຊ້ເວລາສູດປະມານໜຶ່ງຊົ່ວໂມງ ແລ້ວກໍກັບໄປນອນ. ສູດອີກເທື່ອທີສອງຄືເວລາສີ່ໂມງ ຮັບປະທານອາຫານຫ້າໂມງເຊົ້າ ຫົກໂມງເຂົ້າຫ້ອງຮຽນ ເກົ້າໂມງສູດມົນຮອບທີສາມ ສິບໂມງກັບມາເຂົ້າຮຽນວິຊາໃໝ່ຈົນຮອດບ່າຍໜຶ່ງໂມງ ຈາກນັ້ນກໍສູດມົນອີກຄັ້ງກ່ອນຮັບປະທານອາຫານ ບ່າຍສອງເປັນເວລາເຮັດງານໜັກເພື່ອຝຶກຝົນຮ່າງກາຍໃຫ້ມີຄວາມເຂັ້ມແຂງ ບ່າຍສາມເປັນເວລາພັກສະຫງົບ ນອນນິ້ງໆ ຫ້າມລົມກັນ ປ່ອຍໃຫ້ຮ່າງກາຍໄດ້ພັກຜ່ອນ ຈາກນັ້ນສີ່ໂມງແລງກໍກັບເຂົ້າຮຽນອີກຄັ້ງຈົນຮອດເວລາເກົ້າໂມງກາງຄືນຈຶ່ງຈະສາມາດເຂົ້ານອນໄດ້ ຮອດທ່ຽງຄືນກໍລຸກຂຶ້ນສູດມົນອີກຄັ້ງ ກິດຈະວັດຈະວົນວຽນຢູ່ແບບນີ້ເລື້ອຍໄປ.
ທຸກຄົນທີ່ຢູ່ພາຍໃນສຳນັກສົງຈັກໂປຣີແຫ່ງນີ້ ນອກຈາກປະຕິບັດກິດຈະວັດປະຈຳວັນຢ່າງເຄັ່ງຄັດແລ້ວ ຍັງຕ້ອງຍຶດໝັ້ນໃນຄຳສອນຂອງພຣະສັມມາສັມພຸດທະເຈົ້າທີ່ວ່າ “ຈົ່ງສະແດງຕົນເປັນຕົວຢ່າງທີ່ດີ ປະຕິບັດຊອບຕໍ່ຜູ້ອື່ນ ແລະງົດເວັ້ນຈາກຄວາມຊົ່ວທັງມວນ” ກິດຈະວັດທີ່ກ່າວໄປແລ້ວນັ້ນເປັນຕົວຊີ້ວັດໄດ້ເປັນຢ່າງດີວ່າຜູ້ໃດມີພຶດຕິກຳແບບໃດ. ແມ້ທຸກອົງຈະປະຕິບັດກິດຈະວັດເໝືອນກັນ ແຕ່ຄວາມຕັ້ງໃຈແລະຄວາມມຸ່ງໝັ້ນແຕກຕ່າງກັນ ເມື່ອເປັນເຊັ່ນນີ້ແນ່ນອນວ່າຜົນທີ່ເກີດຂຶ້ນພາຍໃນໃຈຂອງແຕ່ລະຄົນຍ່ອມແຕກຕ່າງກັນ ເໝືອນນາຍຊ່າງທີ່ພິຖີພິກັບງານສິລະປະກັບຊ່າງທີ່ເຮັດພໍແລ້ວມື ຜົນງານທີ່ອອກມາຍ່ອມຕ່າງກັນ. ສະນັ້ນ ພຽງແຕ່ມີຕາຕະລາງກິດຈະວັດຍັງບໍ່ພໍ ຕ້ອງມີຄວາມໃສ່ໃຈ ຄວາມມຸ່ງໝັ້ນ ແລະຄວາມມຸມານະອົດທົນໃນຂະນະທີ່ເຮັດກິດທັງຫຼາຍເຫຼົ່ານັ້ນພ້ອມ. ແມ້ແຕ່ພຣະພຸດທະເຈົ້າກໍບອກສະເໝີວ່າ “ຄົນເຮົາຈະພົ້ນທຸກໄດ້ເພາະຄວາມພາກພຽນພະຍາຍາມ”
ຈາກເລື່ອງລາວຂອງຊີວິດຣັມປາຈະເຫັນໄດ້ວ່າ ຊີວິດເຮົາເໝືອນມີບາງສິ່ງບາງຢ່າງທີ່ເບິ່ງບໍ່ເຫັນຄອຍກຳກັບດູແລຢູ່ ສິ່ງທີ່ວ່ານັ້ນເປັນຕົວກຳນົດໃຫ້ເຮົາລ້ຽວຊ້າຍຫຼືຂວາ ເມື່ອລ້ຽວແລ້ວກໍປ່ອຍໃຫ້ເຮົາຜະເຊີນໜ້າກັບຄວາມເປັນຈິງພຽງລຳພັງ ຊາວທິເບດເອີ້ນສິ່ງທີ່ເບິ່ງບໍ່ເຫັນນັ້ນວ່າ ດວງຊະຕາ ອີກມຸມໜຶ່ງເໝືອນກັບວ່າມະນຸດມີອິດສະລະ–ສາມາດກຳນົດຊີວິດຕົນເອງໄດ້. ຂ້ອຍຄິດວ່າຊີວິດມະນຸດເຮົາອາດຈະມີທັງສອງສິ່ງນີ້ຄຽງຄູ່ກັນໄປ ໜຶ່ງ-ດວງຊະຕາ ແລະສອງ-ການເລືອກຢ່າງອິດສະລະຂອງເຮົາເອງ ເມື່ອດວງຊະຕາກຳນົດໃຫ້ເຮົາເປັນແບບນັ້ນແບບນີ້ແລ້ວ ເຮົາຈະເລືອກສູ້ຕໍ່ຫຼືທໍ້ຖອຍ ອັນນີ້ຂຶ້ນກັບເຮົາເອງ ພາຍໃນຂອບເຂດທີ່ດວງຊະຕາກຳນົດໄວ້ໃຫ້ເຮົາສາມາດມີອິດສະລະໄດ້ເຕັມທີ່ ເໝືອນຣັມປາທີ່ຖືກກຳນົດໃຫ້ເປັນລາມະ ແລະລາວກໍພຽນພະຍາຍາມເຕັມທີ່ກັບສິ່ງທີ່ເປັນຢູ່ນັ້ນ ນີ້ຄືອິດສະລະທີ່ລາວເລືອກໄດ້.
ຕອນນີ້ ເວລາເກືອບສີ່ໂມງແລ້ວ ຫຼຽວລົງໄປດ້ານລຸ່ມຍັງຄົງເຫັນຮູບປັ້ນພຣະສີອະຣິຍະເມດໄຕຕັ້ງເດັ່ນເປັນສະຫງ່າ ລົມຫົວກຸດກຳລັງພັດດິນຊາຍຟຸ້ງອົບອວນໄປທ່ົວຫຸບເຂົາ ໃນຂະນະທີ່ພວກເຮົາກຳລັງຍ່າງລົງຈາກວັດ ຊາວບ້ານກຸ່ມໜຶ່ງກຳລັງນັ່ງລ້າງຈານຢູ່ຂ້າງກຸດຕິ ນາຍຊ່າງກຳລັງປັບປຸງອາຄານທີ່ຊຸດໂຊມ ລາມະອົງໜຶ່ງກຳລັງນັບລູກປະຄຳຍ່າງສວນທາງພວກເຮົາຂຶ້ນໄປ ຄົນຂາຍເຄື່ອງກຳລັງຍື່ນຮູບໃຫ້ນັກທ່ອງທ່ຽວເບິ່ງ ຍາມກຳລັງເປີດປະຕູໃຫ້ລົດເຂົ້າ-ອອກ ເປັນໄປໄດ້ບໍ່ວ່າ ພາບທັງຫຼາຍທີ່ປາກົດຢູ່ຕອນນີ້ມີຄວາມກ່ຽວຂ້ອງກັບດວງຊະຕາ. ດວງຊະຕານຳພວກເຂົາໃຫ້ມາຢູ່ຈຸດນີ້ ແລະ ພວກເຂົາກໍເລືອກທີ່ຈະຕໍ່ສູ້ດິ້ນຮົນພາຍໃນຂອບເຂດທີ່ຖືກກຳນົດໄວ້ແລ້ວດ້ວຍຄວາມພາກພຽນພະຍາມທີ່ແຕກຕ່າງກັນອອກໄປ ໂດຍມີຈຸດໝາຍດຽວກັນຄືການຫຼຸດພົ້ນໄປຈາກຄວາມທຸກຕ່າງໆຂອງແຕ່ລະຄົນ. ມະນຸດຕ້ອງມີຄວາມພາກພຽນພະຍາຍາມພຽງໃດ ຈຶ່ງໄດ້ຊື່ວ່າເປັນຜູ້ມີຄວາມມຸ່ງໝັ້ນແລະມານະອົດທົນພຽງພໍຕໍ່ການປະສົບຄວາມສຳເລັດຕາມທີ່ຕົນມຸ່ງຫວັງ.
ຄຳຕອບອາດຈະເປັນວ່າ “ຄວນພະຍາຍາມເລື້ອຍໄປ ຈົນກວ່າຈະໄດ້ໃນສິ່ງທີ່ຕົນປາຖະໜາ”
ພຣະຂາວພັນນາຣາມ
ກາງລະດູຝົນ, ປີ 2024.