ໂດຍ: ຄວັນສີເທົາ
ຂໍຢືມໄທມ໌ແມັກຊີນ (Time Machine) ຂອງໂດເຣມ່ອນແປບໜຶ່ງ ເພື່ອຍ້ອນເວລາກັບໄປ ເລົ່າເຖິງເຫດການທີ່ເກີດຂຶ້ນມື້ວານນີ້ເພີ່ມເຕີມ. ໃນຂະນະທີ່ພວກເຮົາກຳລັງຊື້ຊິມມືຖືຢູ່ດ້ານນອກສະໜາມບິນເມືອງສີນາກາຣ໌ຢູ່ນັ້ນ ຂ້ອຍເຫຼືອບໄປເຫັນທະຫານໃນຊຸດເຄື່ອງແບບຢືນຖືປືນຍ່າງໄປຍ່າງມາຢູ່ບໍລິເວນອາຄານຫຼັງໜຶ່ງ ແຫງນໜ້າຂຶ້ນເທິງດາດຟ້າ ຮັ່ນແນ…ຢືນຢູ່ຫັ້ນອີກຄົນໜຶ່ງ ຄິດໃນໃຈ ປືນລັ່ນໃສ່ພຣະຊ່ະໜໍ! ພາຍຫຼັງທີ່ພວກເຮົາຂຶ້ນລົດມາແລ້ວ ໄດ້ທັກທາຍສະບາຍດີກັບໂຊເຟີລົດ Hello, how are you? I’m fine. Thank you and you ເປັນຕົ້ນ. ໂຊເຟີລົດຄົນນີ້ຈະເປັນຜູ້ນຳພາພວກເຮົາໄປສະຖານທີ່ຕ່າງໆຕະຫຼອດສິບສອງວັນແຫ່ງການເດີນທາງຄັ້ງນີ້. ລາວມີຊື່ວ່າ ອັດຊະຣາບ (Ashraf) ອາຍຸ 65 ປີ ອາຊີບເປັນຄົນຂັບລົດ. ສອງຂ້າງທາງທີ່ພວກເຮົານັ່ງລົດຜ່ານມີທະຫານຢືນຖືປືນຢູ່ເປັນຈຸດໆ ອາຈານຖາມອັດຊະຣາບວ່າ
“ມື້ອື່ນພວກເຮົາຈະສາມາດເດີນທາງໄປເມືອງກາຣ໌ກິລໄດ້ບໍ່?”
(ຖະໜົນຈາກສີນາກາຣ໌ໄປກາຣ໌ກິລຈະປິດເປັນບາງຊ່ວງ ເນື່ອງຈາກວ່າບາງຄັ້ງມີຫິມະເຈື່ອນທັບຫົນທາງ ຫຼືຖະໜົນເປ່ເພ)
“ຂ້ອຍກໍບໍ່ໝັ້ນໃຈຄືກັນ”
ອາຈານຄິດວ່າລາວໜ້າຈະບໍ່ເຂົ້າໃຈຄຳຖາມດີ ກໍເລີຍຖາມຢ້ຳຄຳເດີມອີກເທື່ອໜຶ່ງ ຄຳຕອບຄື “ຂ້ອຍກໍບໍ່ໝັ້ນໃຈຄືກັນ” ນ້ຳສຽງໜັກແໜ້ນກວ່າເກົ່າ. ຮວຍ! ພໍ່ໃຫຍ່ນີ້ຄືເວົ້າແນວນີ້. “ແລ້ວເຮົາຈະເດີນທາງໄປຕາມໂປຣແກຣມທີ່ວາງໄວ້ໄດ້ແນວໃດ ຊັ້ນນາ?” ອາຈານຖາມຕໍ່.
“ບໍ່ຕ້ອງກັງວົນດອກ ມື້ອື່ນກໍຄືມື້ອື່ນ ບໍ່ມີໃຜຮູ້ຄືວ່າ ຫົນທາງຈະເປີດຫຼືບໍ່. ມື້ອື່ນເຊົ້າ ຂ້ອຍຈະໂທໄປຫາເຈົ້າໜ້າທີ່ທີ່ປະຈຳການຢູ່ຕາມຈຸດຕ່າງໆ ຕອນນັ້ນ ຂ້ອຍຈຶ່ງຊິໃຫ້ຄຳຕອບໄດ້”
ໂອເຄ, ແລ້ວແຕ່ໂຊກຊະຕາລະຊັ້ນ!
ຫຼັງຈາກທີ່ສົ່ງພວກເຮົາເຂົ້າທີ່ພັກແລ້ວ ລາວກໍກັບໄປນອນເຮືອນກັບຄອບຄົວຢ່າງສະບາຍອາລົມ ປ່ອຍໃຫ້ພວກເຮົາກັງວົນກັບຄວາມບໍ່ແນ່ນອນຂອງຄຳເວົ້າທີ່ວ່າ “ຂ້ອຍກໍບໍ່ໝັ້ນໃຈ” ຖ້າວ່າມື້ອື່ນຖະໜົນປິດ ໝາຍຄວາມວ່າ ເຮົາຕ້ອງເສຍເວລາໄປອີກມື້ໜຶ່ງ (ມື້ທຳອິດຄືເຄື່ອງດີເລຍ໌) ຫາກວ່າມື້ຮືກໍຍັງປິດອີກ ແລ້ວຈະເຮັດແນວໃດຕໍ່? ອ່າ..ວ່າຈະບໍ່ຄິດແລ້ວເດ້ ແຕ່ກໍອົດບໍ່ໄດ້ ເຄີຍເປັນບໍ່ ຍິ່ງເຮົາພະຍາຍາມບໍ່ຄິດເຖິງເລື່ອງໃດ ຈິດໃຈເຮົາກັບຍິ່ງຄຸ່ນຄິດຢູ່ກັບເລື່ອງນັ້ນຫຼາຍຂຶ້ນ.
ບາງທີການເດີນທາງພ້ອມກັບແຜນການທີ່ຊັດເຈນ ກໍເຮັດໃຫ້ເຮົາກັງວົນກັບອະນາຄົດໄດ້ບໍ່ໜ້ອຍເລີຍ
ເວົ້າເຖິງເລື່ອງນີ້ຄິດເຖິງກົດຂອງຮ໊ອບສະຕັດເຕີຣ໌ (Hofstadter) ທີ່ວ່າ “ພາລະກິດໃດກໍຕາມທີ່ເຈົ້າວາງແຜນໄວ້ວ່າຈະເຮັດ ມັກຈະໃຊ້ເວລາດົນກວ່າເຈົ້າຄາດການໄວ້ສະເໝີ” ເຮົາມັກຈະເຫັນເຫດການແບບນີ້ເກີດຂຶ້ນກັບໂຄງການໃຫຍ່ໆໃນໂລກ ເຊິ່ງຕົວຢ່າງທີ່ຊັດເຈນຄື ການສ້າງໂອເປຣາ ເຮົ້າສ໌ (Opera House) ທີ່ເມືອງຊິດນີ່ ປະເທດອົດສະຕາລີ ລັດຖະບານຮູ້ດີວ່າ ໂຄງການໃຫຍ່ແບບນີ້ມັກຈະສຳເລັດຊ້າກວ່າປົກກະຕິ ຈຶ່ງວາງແຜນໄວ້ຢ່າງຮອບຄອບ ທັງໆທີ່ເຜື່ອເວລາໄວ້ແລ້ວວ່າ ຈະເຮັດໃຫ້ສຳເລັດພາຍໃນເວລາສີ່ປີ ແຕ່ຄວາມຈິງຄືໃຊ້ເວລາໃນການກໍ່ສ້າງເຖິງສິບສີ່ປີ ໃຊ້ງົບປະມານເກີນກວ່າທີ່ຕັ້ງໄວ້ເຖິງໜຶ່ງພັນສີ່ຮ້ອຍເປີຣ໌ເຊັນ.
ໃນເມື່ອເລື່ອງແບບນີ້ມີໃຫ້ເຮົາເຫັນເປັນປະຈຳ ຈະບໍ່ໃຫ້ເຮົາຄິດກັງວົນໄດ້ແນວໃດເນາະ!
ແຜນການເດີນທາງທີ່ຂຽນໄວ້ຄືສາເຫດໜຶ່ງທີ່ເຮັດໃຫ້ເກີດຄວາມກັງວົນຕະຫຼອດເວລາ ກັງວົນວ່າ ຝົນຈະຕົກ ລົດຈະຕິດ ດິນຈະຖະຫຼົ່ມ ລົດຈະເກີດອຸບັດຕິເຫດ ຖະໜົນຈະຂາດ ດິນຈະສະໄລຊ໌ ກັງວົນໄປສາລະພັດຢ່າງ–ເພາະຫາກສິ່ງເຫຼົ່ານີ້ເກີດຂຶ້ນ ນັ້ນໝາຍຄວາມວ່າເຮົາຈະບໍ່ສາມາດໄປຮອດຈຸດໝາຍປາຍທາງຕາມເວລາທີ່ກຳນົດໄວ້.
ໂອລິເວີຣ໌ ເບີຣ໌ກແມນ ຜູ້ຂຽນໜັງສື “ຊີວິດເຮົາມີພຽງສີ່ພັນສັບດາ” ບອກວ່າ “ບັນຫາຂອງການທຸ້ມເທຈິດໃຈໃຫ້ກັບການວາງແຜນອະນາຄົດຫຼາຍຈົນເກີນໄປຄື ແມ້ບາງຄັ້ງມັນຈະສາມາດປ້ອງກັນຫາຍະນະໄດ້ ແຕ່ສ່ວນໃຫຍ່ມັນມັກຈະກໍ່ໃຫ້ເກີດຄວາມວິຕົກກັງວົນຫຼາຍຂຶ້ນກວ່າເກົ່າ” ນັກວາງແຜນທັງຫຼາຍມັກຄິດວ່າ ຕົນເອງສາມາດຄວບຄຸມອະນາຄົດໄດ້ດ້ວຍແຜນການ ແຕ່ຄວາມຈິງຄື ໂລກນີ້ມີສິ່ງຊັບຊ້ອນຫຼາຍກວ່ານັ້ນ ມີຫຼາຍປັດໄຈທີ່ຈະເຂົ້າມາປ່ຽນແຜນຂອງເຮົາໃຫ້ເປັນໄປອີກແບບໜຶ່ງ ຈະໝັ້ນໃຈໄດ້ແນວໃດວ່າ ເຈົ້າຈະບໍ່ຕົກເຄື່ອງບິນ ແມ້ຈະເດີນທາງໄປຮອດສະໜາມກ່ອນເວລາເຖິງສີ່ຫ້າຊົ່ວໂມງ ບາງທີ ເຄື່ອງບິນໃກ້ຈະອອກ ເມຍເຈົ້າອາດຈະປ່ວຍ ລູກອາດຈະເກີດອຸບັດເຫດ ຫຼືຖ້ຽວບິນອາດຈະຖືກຍົກເລີກ–ບໍ່ມີຫຍັງກາຣັນຕີໄດ້ເລີຍ.
ເຮົາຈະສັງເກດເຫັນວ່າ
ມະນຸດສ່ວນຫຼາຍລ້ວນແຕ່ມີຊີວິດເພື່ອວັນຂ້າງໜ້າທັງນັ້ນ ພວກເຮົາໃຊ້ຊີວິດເໝືອນກັບວ່າ ມື້ນີ້ມີຄຸນຄ່າເປັນພຽງຮາກຖານຂອງສິ່ງອື່ນເທົ່ານັ້ນ ພວກເຮົາໄດ້ຮັບການສັ່ງສອນໃຫ້ຕັ້ງໃຈຮຽນໜັງສື ຈະໄດ້ມີງານດີໆເຮັດ ຫຼືຈະໄດ້ເປັນເຈົ້າເປັນນາຍໃນອະນາຄົດ ອົດອອມເງິນໃນມື້ນີ້ ເພື່ອອະນາຄົດທີ່ດີໃນວັນໜ້າ. ພໍ່ແມ່ ແລະ ຄົນອ້ອມຂ້າງລ້ວນບອກສອນເຮົາໃຫ້ມອງເຫັນອະນາຄົດວ່າເປັນສິ່ງສຳຄັນ ໂດຍລືມຄິດໄປວ່າ ຊີວິດໃນມື້ນີ້ກໍຄືຊີວິດເຊັ່ນກັນ ໂອລິເວີຣ໌ ເບີຣ໌ກແມນ ບອກວ່າ “ຄົນທີ່ປະສົບຜົນສຳເລັດໃນລະບົບເສດຖະກິດແບບທຶນນິຍົມ ມັກປະພຶດຕົນເໝືອນກັບວ່າ ຊີວິດທີ່ມີຢູ່ໃນປັດຈຸບັນເປັນພຽງພາຫະນະທີ່ມີໄວ້ເພື່ອເດີນໄປສູ່ພາວະທີ່ມີຄວາມສຸກໃນອະນາຄົດ ຜົນທີ່ຕາມມາກໍຄື ວັນເວລາໃນແຕ່ລະມື້ຂອງພວກເຂົາຄ່ອຍໆຫຼຸດທອນຄວາມໝາຍລົງ ແມ້ວ່າຕົວເລກໃນບັນຊີຂອງພວກເຂົາຈະເພີ່ມຂຶ້ນກໍຕາມ” ການໃຊ້ຊີວິດທີ່ຄອຍກັງວົນເຖິງແຕ່ອະນາຄົດຫຼາຍຈົນເກີນໄປ ບາງທີ ກໍເຮັດໃຫ້ສິ່ງຕ່າງໆທີ່ເຮົາປະສົບຢູ່ໃນປັດຈຸບັນມີຄວາມໝາຍນ້ອຍລົງ ເຮົາຈະໝັ້ນໃຈໄດ້ແນວໃດວ່າ ຈະໄດ້ສຳຜັດກັບຄຸນຄ່າທີ່ແທ້ຈິງໃນອະນາຄົດຕາມທີ່ເຮົາວາດຝັນໄວ້ ບາງທີ ອະນາຄົດທີ່ວ່ານັ້ນອາດຈະບໍ່ມີຈິງກໍເປັນໄດ້.
ເຮົາເວົ້າໄດ້ບໍ່ວ່າ “ທຸກການກະທຳຄວນເປັນລາງວັນໃນຕົວມັນເອງ”
ອະລັນ ວັດຕ໌ (Alan Watts) ນັກປັດຊະຍາຊາວອັງກິດເຄີຍກ່າວເຖິງລະບົບການສຶກສາວ່າ “ຕອນຍັງນ້ອຍເຮົາຖືກສົ່ງໄປເນີຣ໌ດເຊີຣີ່ (Nursery School) ເພື່ອກຽມຄວາມພ້ອມສຳລັບການເປັນນັກຮຽນອະນຸບານ ຈາກນັ້ນ ກໍເຂົ້າຮຽນ ປ.1 ປ.2 ປ.3…ແລ້ວພໍເຮົາຂຶ້ນຊັ້ນມັດທະຍົມ ເຂົາກໍບອກວ່ານີ້ຄືການກະກຽມສຳລັບເຂົ້າມະຫາວິທະຍາລັຍ ພໍເຂົ້າມະຫາວິທະຍາລັຍແລ້ວ ກໍບອກໃຫ້ເຮົາກຽມພ້ອມສຳລັບໂລກແຫ່ງການເຮັດງານ ມະນຸດເໝືອນກັບລາທີ່ມີໄມ້ຍື່ນອອກມາຈາກປອກຄໍ ປາຍໄມ້ມີແຄລ໋ອດຫ້ອຍຕ່ອງແຕ່ງໃຫ້ມັນໄລ່ງັບຢູ່ເລື້ອຍໄປ ມັນບໍ່ເຄີຍຢູ່ບ່ອນນີ້ ແລະບໍ່ເຄີຍໄປຮອດບ່ອນນັ້ນ ຊ່າງໄຮ້ເຊິ່ງຊີວິດຊີວາຢ່າງແທ້ຈິງ” ພວກເຮົາໄຂວ່ຄວ້າຫາແຕ່ອະນາຄົດຕະຫຼອດເວລາ ເມື່ອທຸກຢ່າງບໍ່ເປັນໄປຕາມແຜນການ ເຮົາກໍເກີດຄວາມເດືອດຮ້ອນກັງວົນໃຈໄດ້ງ່າຍໆ ເປັນໄປໄດ້ວ່າ ສິ່ງທີ່ພວກເຮົາກັງວົນຢູ່ໃນຕອນນີ້ຄື ຜົນກະທົບທີ່ເກີດຈາກລະບົບສັງຄົມທີ່ເຮົາຢູ່ (ລະບົບທຶນນິຍົມ ແລະລະບົບການຮຽນທີ່ພວກເຮົາໄດ້ຮັບມາ) ຫຼືຜູ້ອ່ານຄິດວ່າແນວໃດ?
ຕື່ນເຊົ້າມື້ຕໍ່ມາ ພາຍຫຼັງທຳທຸລະສ່ວນຕົວຮຽບຮ້ອຍແລ້ວ ຄະນະພວກເຮົາຈຶ່ງພາກັນລາກກະເປົ໋າລົງມາທີ່ໜ້າຄາວເຕີຣ໌ (ຈັກຊິໄດ້ເດີນທາງຕໍ່ຫຼືບໍ່ “ບໍ່ຮູ້” ແຕ່ກຽມໄວ້ກ່ອນ) ເວລາປະມານຫົກໂມງເຊົ້າ ພວກເຮົາຍ່າງອອກໄປຫາຮ້ານຊາ (ອິນເດຍເອີ້ນວ່າ ມາຊາລາ ຈາຍ) ຖະໜົນໃນເມືອງສີນາກາຣ໌ຍາມນີ້ຂ້ອນຂ້າງວ່າງເປົ່າ ເໝືອນມີພຽງພວກເຮົາກັບໝາຈອນຈັດສາມສີ່ຕົວເທົ່ານັ້ນທີ່ເຄື່ອນໄຫວໄປມາ ຊາວເມືອງຍັງບໍ່ທັນຕື່ນນອນ ຍ່າງອອກມາຈາກໂຮງແຮມປະມານຮ້ອຍແມັດກໍເຫັນຮ້ານນ້ຳຊາ ເມື່ອກ້າວຂາເຂົ້າໄປຮູ້ສຶກໄດ້ທັນທີເລີຍວ່າ ອ່າ..ອາກາດອຸ່ນຂຶ້ນເປັນກອງເລີຍ. ພາຍໃນຮ້ານມີຄົນນັ່ງຢູ່ຫັ້ນກ່ອນແລ້ວສາມສີ່ຄົນ ອາຍຄວັນທີ່ເກີດຈາກຈອກນ້ຳຊາລອຍຄຸ້ງອົບອວນໄປທົ່ວຫ້ອງ ແສງທີ່ສາດສ່ອງເຂົ້າມາຜ່ານທາງປ່ອງຢ້ຽມ ເຮັດໃຫ້ບັນຍາກາດພາຍໃນຮ້ານຄລາສສິກໄປອີກແບບໜຶ່ງ ພະນັກງານຍ່າງກັບໄປກັບມາເພື່ອເຊີຣ໌ບອາຫານ ແລະນ້ຳຊາແກ່ພວກເຮົາ
ສຳລັບອາຫານເຊົ້າມື້ນີ້ ມີສາມຢ່າງຄື ໜຶ່ງ-ປາຣະຖາ (Paratha) ເປັນອາຫານຊະນິດໜຶ່ງທີ່ເຮັດດ້ວຍແປ້ງທາເກືອກັບນ້ຳມັນມີເຄື່ອງເທດຜະສົມຢູ່ໜ້ອຍໜຶ່ງ ເຮັດເປັນແຜ່ນບາງໆເໝືອນເຂົ້າຫູຊ້າງບ້ານເຮົາ ແລ້ວນຳໄປຂາງໄຟໃຫ້ສຸກ ສອງ-ດານ (Dal) ເປັນແກງຊະນິດໜຶ່ງທີ່ເຮັດຈາກໝາກຖົ່ວ ຂີ້ມິ້ນ ແລະເຄື່ອງເທດ ສາມ-ຊາອິນເດຍ (Masala jai) ຄືຊານົມທີ່ຜະສົມກັບເຄື່ອງເທດ ເມື່ອສັ່ງມາເສັດຊັບຮຽບຮ້ອຍກໍລົງມືທັນທີ ກິນໄປໄດ້ສອງສາມຄຳ ອາຈານຄືຊິຮູ້ວ່າອາຫານບໍ່ຄ່ອຍຖືກປາກພວກເຮົາປານໃດ ກໍເລີຍເວົ້າຂຶ້ນວ່າ ກິນລົງໄປໂລດ ບໍ່ຕ້ອງຖາມຫາຄວາມແຊບ ຄິດສາວ່າ ກິນເພື່ອໃຫ້ຮ່າງກາຍມີພະລັງງານກໍພໍ. ແມ້ວ່າຫຼາຍຄົນຈະບໍ່ສະແດງອາການ ແຕ່ສີໜ້າແຕ່ລະຄົນມີມະຕິເປັນເອກະສັນເລີຍວ່າ “ບໍ່ແຊບ” ໂດຍສະເພາະດານ ເມື່ອກິນເຂົ້າໄປແລ້ວບອກໄດ້ຄຳດຽວເລີຍວ່າ “ລ່ຽນ” ຮູ້ສຶກພະອຶດພະອົມ ຈະຄາຍຖິ້ມກະເສຍດາຍເງິນ ຈະກືນລົງໄປ ຮ່າງກາຍກໍບໍ່ຄ່ອຍ welcome ປານໃດ
ຄົນອື່ນຍັງພໍໄຫວ ແຕ່ຄວັນສີເທົາເລີ່ມບໍ່ໄຫວແລ້ວ
ຮູ້ໄດ້ແນວໃດວ່າຊິບໍ່ໄຫວ ເພາະຖິ້ມຫຼັກຖານໄວ້ເຕັມຈານເລີຍ ປາຣະຖາໝົດໄປບໍ່ພໍເຄິ່ງ ຄິດໃນໃຈ ຊວຍລະງານນິ! ອາຈານກໍຢໍ້າອີກວ່າ ເອົາໃຫ້ໝົດໃດ໋ ເສຍດາຍເງິນ. ເວົ້າເຖິງຂະໜາດນີ້ແລ້ວ ກໍຕ້ອງສະແດງຄວາມຮັບຜິດຊອບດ້ວຍການກິນໃຫ້ໝົດ. ບາງຄົນອາດຈະຄິດວ່າ ຄືບໍ່ແບ່ງໃຫ້ຄົນອື່ນຊັ້ນ? ຢ່າຄິດແບ່ງເລີຍ ເພາະຕອນນີ້ຄືຊິບໍ່ມີໃຜຮັບນ້ຳໃຈຈາກກັນດອກ. ຂ້ອຍປະເມີນແລ້ວວ່າ ຈັ່ງໃດກໍກິນບໍ່ໝົດແນ່ນອນ ແຕ່ກໍຕ້ອງຮັບຜິດຊອບໃນສ່ວນຂອງຕົນເອງ
“ຫໍ່” ຄຳສັ້ນໆ ທີ່ຊ່ວຍກອບກູ້ສະຖານະການ.
ພວກເຮົາຍ່າງອອກຈາກຮ້ານຊາພ້ອມກັບທ້ອງໄສ້ທີ່ບໍ່ຄຸ້ນເຄີຍກັບອາຫານເຊົ້າແບບນີ້ ແຕ່ກໍຍັງດີກວ່າບໍ່ມີຫຍັງໃຫ້ກະເພາະຍ່ອຍໃນຍາມທີ່ມັນຮ້ອງຖາມຫາ. ຄວາມຈິງແລ້ວ, ເມື່ອອອກເດີນທາງຫົວໃຈເຮົາຈະເປີດກວ້າງກວ່າເກົ່າ ເພື່ອໂອບກອດເອົາທຸກສິ່ງທີ່ລະຫວ່າງທາງຢິບຍື່ນໃຫ້ ທັນທີທີ່ກ້າວຂາອອກຈາກເຮືອນຫຼືສະຖານທີ່ຄຸ້ນເຄີຍ ເຮົາມັກເຜື່ອໃຈໄວ້ເຈີກັບສະຖານະການທີ່ບໍ່ຄາດຄິດສະເໝີ ໂດຍສະເພາະການເດີນທາງໃນອິນເດຍພາກເໜືອ ທຸກກ້າວຍ່າງຄືການຜະຈົນໄພ ແຕ່ກໍເພາະສິ່ງນີ້ແຫຼະທີ່ເຮັດໃຫ້ການເດີນທາງມີຊີວິດຊີວາ. ພວກເຮົາຍ່າງກັບມາຮອດໜ້າໂຮງແຮມເຫັນອັດຊະຣາບຈອດລົດລໍຖ້າຢູ່ຫັ້ນແລ້ວ ພໍແຕ່ເຫັນລົດ ຄວາມກັງວົນເກົ່າກໍເລີ່ມຜຸດຂຶ້ນອີກຄັ້ງ ຄວາມກັງວົນເດີມໆມັກເກີດຂຶ້ນ ເມື່ອມີເຫດປັດໄຈທີ່ສາມາດເຊື່ອມໂຍງໄປຫາຄວາມກັງວົນນັ້ນອີກຄັ້ງ ແມ້ບາງເລື່ອງເຮົາອາດຈະລືມມັນໄປແລ້ວກໍຕາມ ຕອນນີ້ ເໝືອນກັບວ່າຄວາມຜິດຫວັງກັບຄວາມສົມຫວັງ ເປັນສອງສິ່ງທີ່ມີພຽງເສັ້ນບາງໆຂວາງກັ້ນໄວ້ເທົ່ານັ້ນ ຈະໄດ້ເດີນທາງຕໍ່ຫຼືຈະຕ້ອງລໍຖ້າອີກໜຶ່ງມື້ ຂຶ້ນກັບວ່າອັດຊະຣາບຈະໃຫ້ຄຳຕອບແນວໃດ.
ເບິ່ງຄືວ່າ ຄວາມກັງວົນຂອງພວກເຮົາໃນຄັ້ງນີ້ມີສາເຫດມາຈາກການຂຽນແຜນການເດີນທາງທີ່ແນ່ນອນວ່າ ມື້ນີ້ຕ້ອງໄປບ່ອນນັ້ນ ມື້ອື່ນຕ້ອງໄປໃຫ້ເຖິງອີກທີ່ໜຶ່ງ ການເວົ້າແບບນີ້ບໍ່ໄດ້ໝາຍຄວາມວ່າ ການເດີນທາງບໍ່ຄວນມີແຜນການ ຂ້ອຍຄິດວ່າ ແຜນການຈຳເປັນຈະຕ້ອງມີ ແຕ່ເປັນແຜນການທີ່ສາມາດຢືດຢຸ່ນໄດ້ (Flexibility) ຕາມສະຖານະການ. ການຟິກ (fix) ສິ່ງໃດສິ່ງໜຶ່ງໄວ້ໂດຍບໍ່ສາມາດໂອນອ່ອນຜ່ອນຕາມໄດ້ເລີຍນັ້ນ ຄືສາເຫດທີ່ແທ້ຈິງຂອງຄວາມກັງວົນ. ຄວາມຈິງ ບໍ່ສະເພາະແຕ່ແຜນການເດີນທາງດອກທີ່ຫາກຟິກໄວ້ແລ້ວກໍ່ໃຫ້ເກີດຄວາມກັງວົນຕາມມາ ແຕ່ຄືທຸກຢ່າງໃນຊີວິດ ວັດທະນະທຳ ຄວາມເຊື່ອ ສາສະໜາ ການສຶກສາ ການເມືອງເປັນຕົ້ນ. ຫາກເຮົາຍຶດຖືສິ່ງເຫຼົ່ານີ້ຈົນບໍ່ເຫຼືອພື້ນທີ່ໄວ້ໃຫ້ສິ່ງທີ່ແຕກຕ່າງເລີຍ–ນັ້ນຄືທີ່ມາຂອງຄວາມກັງວົນ ສັບສົນ ແລະທຸກໃຈທີ່ແທ້ຈິງ.
ໂດຍທົ່ວໄປແລ້ວ ຄວາມກັງວົນຈະຫາຍໄປເມື່ອເຮົາໄດ້ຄຳຕອບທີ່ຊັດເຈນ (ບໍ່ວ່າຄຳຕອບນັ້ນຈະເປັນໄປຕາມທີ່ເຮົາຫວັງຫຼືບໍ່ກໍຕາມ) ຄຳສອນທາງພຸດທະສາສະໜາບອກວ່າ ຄວາມຄິດເໝືອນນ້ຳໃນໜອງຍິ່ງກວນກໍຍິ່ງຂຸ່ນ ຂະນະທີ່ເຮົາວິຕົກກັງວົນຄືພາວະທີ່ຈິດໃຈກຳລັງຂຸ່ນມົວ ຍິ່ງຂຸ່ນເຮົາຍິ່ງມີໂອກາດທຸກໃຈຫຼາຍຂຶ້ນ ສະນັ້ນ ພຣະຈຶ່ງຢ້ຳເຕືອນຢູ່ສະເໝີວ່າ ຈົ່ງມີສະຕິຢູ່ກັບປັດຈຸບັນ ໂອບກອດທຸກຊ່ວງເວລາຂອງຊີວິດໄວ້ ຊຶມຊັບເອົາເຫດການທີ່ກຳລັງເກີດຂຶ້ນເໝືອນກັບວ່າມັນຈະເກີດຂຶ້ນມາພຽງຄັ້ງດຽວ ທຸກຊ່ວງເວລາລ້ວນມີຄຸນຄ່າໃນຕົວມັນເອງ ສະນັ້ນ ຢ່າວິຕົກກັງວົນເຖິງອະນາຄົດຫຼາຍຈົນເກີນໄປ ເພາະແນວໃດໆ ມື້ອື່ນກໍຈະມີສິ່ງໃຫ້ວິຕົກກັງວົນໃນຕົວມັນເອງຢູ່ແລ້ວ. ໃນຂະນະທີ່ພວກເຮົາກຳລັງກ້າວຍ່າງໄປຫາອັດຊະຣາບ ຂ້ອຍເຫຼືອບໄປເຫັນກະເປົ໋າເດີນທາງທີ່ຈັດວາງໄວ້ຢ່າງເປັນລະບຽບຢູ່ເທິງຫຼັງຄາລົດ–ນັ້ນຄືເຄື່ອງໝາຍທີ່ບົ່ງບອກວ່າ “ມື້ນີ້ຖະໜົນເປີດ”
ພຣະຂາວພັນນາຣາມ, ນະຄອນຫຼວງວຽງຈັນ
20 ກໍລະກົດ 2023
ເອກະສານອ້າງອິງ:
ຊີວິດເຮົາມີພຽງສີ່ພັນສັບປະດາ Four Thousand Weeks: Time Management for Mortals
Oliver Burkeman ຂຽນ
ວາດຝັນ ຄຸນາວົງ ແປ
ສຳນັກພິມອະມະຣິນຮາວທູ