ທີ່ໃດມີຄວາມເສົ້າ

ໂດຍ: ຄວັນສີເທົາ

ອາຄານເກົ່າແກ່ແລະຊຸດໂຊມທີ່ປາກົດຢູ່ດ້ານໜ້າ ເຮັດໃຫ້ເກີດຄວາມຮູ້ສຶກບາງສິ່ງບາງຢ່າງຂຶ້ນພາຍໃນໃຈ ທ້ອງຟ້າຂອງເຊົ້ານີ້ບໍ່ໄດ້ເປັນສີຟ້າເໝືອນວັນທີ່ຜ່ານໆມາ ຍາມທີ່ທ້ອງຟ້າໄຮ້ແສງຕາເວັນມັກຈະກໍ່ໃຫ້ເກີດຄວາມອຶມຄຶ້ມ ໝົ່ນເທົາ ແລະ ໝອງເສົ້າ ເຊັ່ນດຽວກັນກັບໃຈເຮົາທີ່ບາງຄັ້ງເກີດຄວາມຮູ້ສຶກບາງຢ່າງຂຶ້ນໂດຍທີ່ຕົນເອງກໍອະທິບາຍບໍ່ຖືກ–ໝົ່ນເສົ້າ ເຫງົາຊຶມ ແລະ ໂດດດ່ຽວ.

ຕອນນີ້ ຄະນະພວກເຮົາມາຢືນຢູ່ໜ້າອາຄານຂອງວັດແຫ່ງໜຶ່ງໃນເມືອງເລຫ໌ ລາດັກ ເປັນອາຄານເກົ່າແກ່ທີ່ຜ່ານຮ້ອນຜ່ານໜາວມາເປັນເວລານານ ຜ່ານການສ້ອມແຊມແລະແຕ່ງເຕີມມາບໍ່ຮູ້ວ່າຈັກຄັ້ງ ເພື່ອໃຫ້ອາຄານຍັງທົນຕໍ່ການໃຊ້ງານຕໍ່ໄປໄດ້. ອາດຈະເປັນເພາະສະພາບແວດລ້ອມພາໄປຫຼືເທບພະເຈົ້າອົງໃດບັນດານກໍບໍ່ຮູ້ ເມື່ອມາຢືນຢູ່ທ່າມກາງອາຄານໃນວັດແຫ່ງນີ້ແລ້ວຮູ້ສຶກບາງຢ່າງທີ່ອະທິບາຍບໍ່ຖືກ ຈະບອກວ່າ ເປັນຄວາມເສົ້າໂສກເສຍໃຈ ກໍເວົ້າບໍ່ໄດ້ເຕັມປາກ ເປັນຄວາມຮູ້ສຶກໝົ່ນເສົ້າເໝືອນເວລາທີ່ເຮົາຢູ່ຄົນດຽວໃນວັນຝົນຕົກ ແລ້ວມອງຜ່ານແກ້ວປ່ອງຢ້ຽມ–ອາລົມແບບໃດແບບນັ້ນເລີຍ.

ເວົ້າເຖິງຄວາມເສົ້າເຮັດໃຫ້ນຶກເຖິງຄົນໆໜຶ່ງທີ່ກ່າວເຖິງເລື່ອງນີ້ຜ່ານເລື່ອງລາວຊີວິດຂອງເຂົາເອງໄດ້ຢ່າງເຖິງແກ່ນທີ່ສຸດ ຈາກຄົນທີ່ເຄີຍເດັ່ນດັງ ປຽບດັ່ງດວງດາວຂອງສັງຄົມ ແຕ່ດ້ວຍເຫດການບາງຢ່າງເຮັດໃຫ້ຊີວິດຜົກຜັນກາຍມາເປັນນັກໂທດທີ່ສັງຄົມລັງກຽດ ເພາະຄວາມຜິດບາງຢ່າງທີ່ຕົວເຂົາເອງບໍ່ເຫັນດ້ວຍເລີຍວ່າມັນເປັນຄວາມຜິດ–ນັ້ນຄືການຮັກຮ່ວມເພດ. ຄົນທີ່ຜູ້ຂຽນກຳລັງກ່າວເຖິງນີ້ຊື່ວ່າ ອອດສະກ້າ ໄວດ໌ (Oscar wilde)–ນັກຂຽນ ນັກກະວີຊາວໄອຣິດທີ່ປະສົບຄວາມສຳເລັດ ແລະ ມີຊື່ສຽງທີ່ສຸດຄົນໜຶ່ງໃນຍຸກວິກຕໍເຣຍ (Victorian era).

ຊີວິດຂອງໄວດ໌ເລີ່ມຂຶ້ນຕົ້ນເມື່ອປີ ຄ.ສ 1854 ໃນຄອບຄົວຂອງປັນຍາຊົນທີ່ມັ່ງຄັ່ງແລະເປັນທີ່ນັບໜ້າຖືຕາຂອງຄົນໃນສັງຄົມ. ໄວດ໌ໄດ້ກໍເໝືອນເດັກນ້ອຍທີ່ຢູ່ໃນຄອບຄົວຮັ່ງມີທົ່ວໄປທີ່ໄດ້ຮັບການສຶກສາແລະອົບຮົມຕົນເປັນຢ່າງດີ ໄດ້ຮຽນຮູ້ພາສາເຢຍລະມັນ ແລະ ຝຣັ່ງຕັ້ງແຕ່ຍັງນ້ອຍຈາກຄູທີ່ພໍ່ແມ່ຈ້າງມາສອນພິເສດ ກ່ອນທີ່ຈະໄດ້ເຂົ້າໂຮງຮຽນເມື່ອອາຍຸເກົ້າປີແລະເລີ່ມສົນໃຈງານຄລາສສິກແລະພາສາເກຣັກໄປພ້ອມໆກັນ. ຕໍ່ມາ ຈຶ່ງໄດ້ເຂົ້າຮຽນໃນລະດັບວິທະຍາລັຍທີ່ບ້ານເກີດ–ດັບລິນ ເພາະມີຜົນການຮຽນດີຈຶ່ງໄດ້ຮັບທຶນໄປສຶກສາຕໍ່ທີ່ວິທະຍາລັຍໃນເມືອງອ໊ອກຟອຣ໌ດ (Oxford) ໄລຍະທີ່ກຳລັງສຶກສາຢູ່ໃນວິທະຍາລັຍແຫ່ງນີ້ໄວດ໌ໄດ້ພິສູດໃຫ້ເຫັນວ່າ ເຂົາເປັນນັກຮຽນທີ່ມີຄວາມສາມາດທາງພາສາ ແລະ ງານປະພັນຢ່າງແທ້ຈິງ.

ຊ່ວງທີ່ຮຽນຢູ່ອ໊ອກຟອຣ໌ດນີ້ເອງທີ່ໄວດ໌ຫັນມາສົນໃຈງານທາງປັດຊະຍາ ໂດຍສະເພາະແນວຄິດເລື່ອງສຸນທະຣີຍະນິຍົມ (Aestheticism) ດ້ວຍຄວາມທີ່ໄວລດ໌ເປັນຄົນຮຽນເກັ່ງເປັນທຶນເດີມຢູ່ແລ້ວ ເມື່ອມາສຶກສາປັດຊະຍາຈຶ່ງກາຍເປັນຜູ້ທີ່ມີຊື່ສຽງທາງດ້ານນີ້ ເລື່ອງນີ້ສະແດງອອກຜ່ານການທີ່ລາວໄດ້ຮັບຄັດເລືອກໃຫ້ເປັນໜຶ່ງໃນຕົວແທນຂອງແນວຄິດສຸນທະຣີຍະນິຍົມໃຫ້ໄປບັນຍາຍໃນອົງກອນແລະມະຫາວິທະຍາລັຍຕ່າງໆໃນສະຫະລັດອາເມຣິກາແລະການາດາຕະຫຼອດເວລາໜຶ່ງປີເຕັມ ຈາກນັ້ນຈຶ່ງກັບມາທີ່ກຸງລອນດອນແລະກ້າວເຂົ້າສູ່ສັງຄົມທີ່ທັນສະໄໝທີ່ສຸດໃນເວລານັ້ນ.

ຊີວິດຈິງຂອງໄວລດ໌…ໄດ້ເລີ່ມຂຶ້ນແລ້ວ

ດ້ວຍແນວຄິດຂອງລັດທິສຸນທະຣີຍະນິຍົມທີ່ເຊື່ອວ່າເປົ້າໝາຍຂອງສິລະປະຄືການປຸກເລົ້າອາລົມສຸນທະຣີຍະທາງຜັດສະເທົ່ານັ້ນເຊັ່ນ: ຄວາມປີຕິ ຄວາມເພີດເພີນທີ່ເກີດຂຶ້ນຈາກການເສບງານສິລະປະ ເພາະສິລະປະເປັນສິ່ງມີຄຸນຄ່າໃນຕົນເອງ ບໍ່ໄດ້ຂຶ້ນຢູ່ກັບແນວຄິດທາງສີລະທັມ ສັງຄົມ ຫຼື ການເມືອງໃດໆ ທັງສິ້ນ. ອາລົມສຸນທະຣີຍະທີ່ເກີດຂຶ້ນຈາກງານສິລະປະນັ້ນເປັນສິ່ງທີ່ມີຄຸນຄ່າທີ່ສຸດທີ່ມະນຸດຈະພຶງມີໄດ້. ເປົ້າໝາຍຂອງສິລະປະຈຶ່ງບໍ່ມີສ່ວນໃນການຫຼໍ່ຫຼອມຫຼືທຳລາຍສີລະທັມ ດັ່ງທີ່ໄວລດ໌ກ່າວໄວ້ໃນຄຳນໍາຂອງນະວະນິຍາຍເລື່ອງໜຶ່ງວ່າ “ໂລກນີ້ບໍ່ມີໜັງສືທີ່ມີສີລະທັມຫຼືໄຮ້ສີລະທັມ ມີແຕ່ໜັງສືທີ່ຂຽນໄດ້ດີກັບຂຽນໄດ້ບໍ່ດີເທົ່ານັ້ນເອງ” ແນວຄິດນີ້ບໍ່ໄດ້ຈຳກັດຢູ່ສະເພາະໃນແວດວົງສິລະປະເທົ່ານັ້ນ ແຕ່ນັກສຸນທະຣີຍະນິຍົມທັງຫຼາຍຍັງໄດ້ຍຶດຖືເປັນແນວທາງດໍາເນີນຊີວິດດ້ວຍ ເພາະພວກເຂົາຢາກໃຫ້ຊີວິດເປັນດັ່ງງານສິລະປະຊິ້ນໜຶ່ງ ໂດຍສະເພາະໃນກໍລະນີຂອງໄວລດ໌ ແນວຄິດດັ່ງກ່າວນີ້ສະແດງອອກຜ່ານງານຂຽນແລະຊີວິດສ່ວນຕົວຂອງເຂົາເອງ.

ໄວລດ໌ຂຽນງານຫຼາກຫຼາຍປະເພດບໍ່ວ່າຈະເປັນກະວີນິພົນ ບົດຄວາມ ບົດວິຈານ ແລະ ບົດລະຄອນ ເນື້ອໃນຂອງງານຂຽນຂອງເຂົາສ່ວນຫຼາຍເປັນການວິພາກວິຈານແລະສຽດສີສັງຄົມຊັ້ນສູງໃນສະໄໝນັ້ນທີ່ມີແຕ່ຄວາມຫຼອກລວງແລະໄຮ້ແກ່ນສານ ເຮັດໃຫ້ໄວດ໌ເປັນທີ່ນິຍົມຂອງຜູ້ຄົນຢ່າງກວ້າງຂວາງ. ປີ 1980 ໄວລດ໌ໄດ້ຂຽນນະວະນິຍາຍເຫຼັ້ມໜຶ່ງຊື່ວ່າ The Picture of Dorian Gray ເມື່ອໜັງສືເຫຼັ້ມນີ້ໄດ້ເຜີຍແຜ່ອອກສູ່ສາທາລະນະຊົນ ໄດ້ກໍ່ໃຫ້ເກີດການວິພາກວິຈານກັນຢ່າງໜັກ ເພາະມີເນື້ອຫາບາງສ່ວນມີນັຍບົ່ງເຖິງການຮັກຮ່ວມເພດ ດ້ວຍເຫດນີ້ ຊື່ສຽງຂອງເຂົາຈຶ່ງທະຍານຂຶ້ນສູ່ຈຸດສູງສຸດ ແທບຈະບໍ່ມີຜູ້ໃດໃນລອນດອນທີ່ບໍ່ຮູ້ຈັກນັກຂຽນນາມວ່າ ອອດສະກ້າຣ໌ ໄວລດ໌. ລາວໄດ້ກາຍເປັນພາບລັກຂອງປັນຍາຊົນໜຸ່ມເຈົ້າສຳອາງໃນເຄື່ອງແຕ່ງກາຍທີ່ສະດຸດຕາ ແລະ ບົດສົນທະນາອັນເຕັມໄປດ້ວຍໄຫວພິບປະຕິພານ.

ແຕ່ກໍຢ່າງວ່າລະ ຊີວິດກໍເໝືອນເສັ້ນກຣາບໃນຕະຫຼາດຮຸ້ນທັງຫຼາຍນັ້ນແຫຼະ ມັນບໍ່ສາມາດເດີນໄປເປັນເສັ້ນກົງໄດ້ເລີຍ

ຊີວິດຂອງໄວລດ໌ກໍຕົກຢູ່ໃນກົດເກນຂໍ້ນີ້ ເມື່ອທະຍານຂຶ້ນເຖິງຈຸດສູງສຸດໄດ້ ກໍສາມາດຕົກລົງມາສູ່ຈຸດຕ່ຳສຸດໄດ້ເຊັ່ນກັນ. ໄວລດ໌ກໍເໝືອນກັບວີຣະບູຣຸດໃນງານໂສກະນາຕະກັມທັງຫຼາຍທີ່ຊະຕາກັມນຳພາຊີວິດໄປປະສົບກັບຫາຍະນະຕ່າງໆອັນເກີດຈາກການຕັດສິນໃຈຜິດພາດເລັກໆນ້ອຍໆ ຊະຕາກັມທີ່ວ່ານັ້ນເກີດມາຈາກການກະທຳຂອງເຂົາເອງ ດັ່ງຄຳກ່າວຂອງລາວເອງໃນຈົດໝາຍສະບັບໜຶ່ງວ່າ “ຂ້າພະເຈົ້າເປັນຜູ້ທຳລາຍຕົນເອງ ເພາະບໍ່ມີໃຜຖືກທຳລາຍໄດ້ ຍົກເວັ້ນຈາກນ້ຳມືຂອງຕົນເອງ ທຸກການກະທຳອັນເລັກນ້ອຍໃນແຕ່ລະວັນຄືສິ່ງທີ່ສ້າງແລະທຳລາຍຕົວຕົນຂອງເຮົາເອງ” ການກະທໍາທີ່ທໍາລາຍຊີວິດຂອງໄວລດ໌ກໍຄືການມີຄວາມສຳພັນທາງເພດທີ່ສັງຄົມອັງກິດໃນສະໄໝນັ້ນບໍ່ອະນຸຍາດໃຫ້ມີໄດ້.

ຍິ່ງຫ້າມກໍຍິ່ງກະຕຸ້ນຄວາມຢາກຮູ້

ປີ 1884 ໄວລດ໌ໄດ້ແຕ່ງງານກັບຍິງສາວຄົນໜຶ່ງທີ່ມີຖານະມັ່ງຄັ່ງທັດທຽມກັບຕົວເອງ (ຕໍ່ມາມີລູກນຳກັນສອງຄົນ) ແຕ່ໃນຂະນະດຽວກັບໄວລດ໌ກໍມີຄວາມສຳພັນລັບກັບຜູ້ຊາຍອີກຄົນໜຶ່ງດ້ວຍ ຍັງບໍ່ພໍເທົ່ານັ້ນຕໍ່ມາໄວລດ໌ໄດ້ພົບກັບໜຸ່ມຮູບງາມຄົນໜຶ່ງຊື່ວ່າ ດັກລາສ ເປັນໜຸ່ມທີ່ມີສະເໜ່ໜ້າຫຼົງໄຫຼຈົນເຮັດໃຫ້ໄວລດ໌ບໍ່ສາມາດທົນຕໍ່ແຮງດຶງດູດຂອງຜູ້ຊາຍຄົນນີ້ໄດ້ ເຊັ່ນດຽວກັນດັກລາສກໍປາບປື້ມໃຈທີ່ມີຄົນດັງລະດັບອັດສະຣິຍະດ້ານວັນນະກັມຂອງຍຸກສະໄໝມາໃຫ້ຄວາມສົນໃຈ ຕ່າງຄົນຕ່າງຫຼົງໄຫຼໃນກັນແລະກັນ ທັງສອງຈຶ່ງມີຄວາມສຳພັນກັນເຊີງຊູ້ສາວ. ຄວາມສຳພັນຂອງພວກເຂົາດຳເນີນໄປຢ່າງລາບລື່ນ ໄວລດ໌ໄດ້ໃຫ້ຄຳແນະນຳແກ່ດັກລາສທີ່ຕັ້ງເປົ້າໝາຍວ່າຈະເປັນນັກກະວີ ທັງຄູ່ເປັນທັງມິດສະຫາຍແລະຊູ້ຮັກໃນເວລາດຽວກັນ ໄວລດ໌ປົນເປີດັກລາສທຸກຢ່າງທີ່ເຂົາຕ້ອງການ–ໃຫ້ທັງວັດຖຸສິ່ງຂອງ ຊັບສິນສະລິງຄານ ໃຫ້ທັງເງິນຕາ ເວລາ ແລະຄວາມຮັກ.

ເມື່ອອາລົມສຸນທະຣີຍະເກີດຂຶ້ນຈົນຖ້ວມທົ້ນ ຈົນບົດບັງເສັ້ນທາງຊີວິດຂອງຄົນໆໜຶ່ງໃຫ້ເຫຼືອພຽງຄວາມມືດມິດທີ່ວ່າງເປົ່າ ເນື່ອງຈາກດັກລາສເປັນໜຸ່ມເຈົ້າສຳລານ ເຂົາຈຶ່ງນຳພາໄວລດ໌ເຂົ້າສູ່ໂລກແຫ່ງການພະນັນ ແລະ ຊ່ອງໂສເພນີຊາຍໃຕ້ດິນ. ແລະແລ້ວຊີວິດຂອງໄວລດ໌ທີ່ເດັ່ນດັງແລະເປັ່ງແສງສະຫວ່າງປຽບດັ່ງດວງດາວເທິງທ້ອງຟ້າກໍຄ່ອຍໆມ້ອຍແສງລົງຈົນມືດມິດ ເພາະຈົດໝາຍສະບັບໜຶ່ງທີ່ໄວດ໌ຂຽນເຖິງດັກລາສໄດ້ຖືກເຜີຍແຜ່ອອກສູ່ສາຍຕາຂອງສາທາລະຊົນ ເຮັດໃຫ້ຊື່ສຽງຂອງໄວລດ໌ກາຍເປັນປະເດັນອື້ສາວຂຶ້ນໃນສັງຄົມລອນດອນທັນທີ. ບິດາຂອງດັກລາສຜູ້ບໍ່ເຫັນດ້ວຍກັບຄວາມສຳພັນຂອງທັງສອງມາແຕ່ຕົ້ນຢູ່ແລ້ວຈຶ່ງຖືໂອກາດນີ້ລວບລວມຫຼັກຖານກ່ຽວກັບລົດສະນິຍົມແລະພຶດຕິກັມທາງເພດຂອງໄວລດ໌ ແລ້ວສົ່ງຟ້ອງຕໍ່ສານເຮັດໃຫ້ໄວລດ໌ຖືຕັດສິນວ່າມີຄວາມຜິດໃນຖານະທີ່ກະທຳລາມົກອະນາຈານ (Gross Indecency) ມີໂທດຈຳຄຸກເປັນເວລາສອງປີ.

ຕະຫຼອດໄລຍະເວລາທີ່ຢູ່ໃນຄຸກນັ້ນ ໄວລດ໌ໄດ້ຮັບຄວາມທຸກຂະເວທະນາທັງກາຍແລະໃຈ ສຸຂະພາບເສື່ອມໂຊມ ກຳລັງໃຈທີ່ເຄີຍມີກໍທົດຖອຍ ຄວາມເສົ້າຍິ່ງເພີ່ມຂຶ້ນເປັນຫຼາຍເທົ່າເມື່ອຂາດການຕິດຕໍ່ກັບຄົນຮັກຢ່າງສິ້ນເຊີງ–ດັກລາສ. ໄວລດ໌ໄດ້ບັນຍາຍເຖິງອາລົມໃນຊ່ວງນັ້ນໄວ້ວ່າ ຄວາມທຸກຄືຂະນະໜຶ່ງດຽວອັນຍາວນານ ເຮົາບໍ່ສາມາດແບ່ງແຍກມັນອອກເປັນລະດູການ ເຮົາເຮັດໄດ້ພຽງບັນທຶກຫ້ວງແຫ່ງອາລົມແລະຈົດຈຳການກັບມາຂອງອາລົມເຫຼົ່ານັ້ນ. ສຳລັບພວກເຮົາແລ້ວ ເວລາບໍ່ໄດ້ເດີນໄປຂ້າງໜ້າ ມັນໂຄຈອນເປັນວັດຕະຈັກທີ່ໝຸນວົນອ້ອມຮອບແກນກາງແຫ່ງຄວາມເຈັບປວດ ໃນຫ້ວງຍາມທີ່ປະສົບກັບຄວາມລຳບາກຄ້າຍກັບວ່າເວລາເດີນໄປຢ່າງເຊື່ອງຊ້າ ແລະ ຍາວນານ ຍິ່ງຖ້າຄວາມທຸກນັ້ນເກີດຂຶ້ນໃນຄຸກທີ່ວິຖີຊີວິດເຕັມໄປດ້ວຍກົດເກນຕ່າງໆເໝືອນທີ່ໄວລດ໌ກຳລັງປະສົບຢູ່ຕອນນີ້ດ້ວຍແລ້ວ ຄວາມທຸກກໍຍິ່ງທະວີຄູນເປັນຫຼາຍເທົ່າ ຄ້າຍໆກັບວ່າທຸກສິ່ງຢຸດນິ້ງ ແລະ ເປັນອຳມະພາດໄປທັງໝົດ.

ໃນຄວາມນິ້ງງັນປຽບດັ່ງຊີວິດເປັນອຳມພາດ ທຸກໆເຫດການຖືກກຳນົດດ້ວຍຮູບແບບທີ່ບໍ່ອາດປ່ຽນແປງໄດ້. ດ້ວຍເຫດນີ້ ເຮົາຈຶ່ງດື່ມກິນ ແລະລົ້ມລົງເພື່ອສູດມົນຂໍພອນ ຫຼືບໍ່ກໍຄຸເຂົ່າລົງເພື່ອອະທິຖານຕາມກົດເຫຼັກຂອງຫຼັກເກນອັນຕາຍຕົວ ຄວາມເປັນອຳມະພາດນີ້ເຮັດໃຫ້ວັນທີ່ໂຫດຮ້າຍແຕ່ລະວັນເໝືອນກັນໄປໝົດ ມັນໄດ້ຖ່າຍທອດຕົນເອງອອກມາເພື່ອເນັ້ນຢ້ຳຄວາມແຕກຕ່າງຂອງມັນກັບໂລກພາຍນອກທີ່ມີແກ່ນສານຄືຄວາມປ່ຽນແປງຢ່າງບໍ່ຮູ້ຈັກຈົບສິ້ນ  

ດ້ວຍຄວາມທຸກແສນສາຫັດທີ່ໄວລດ໌ກໍາລັງປະສົບຢູ່ນັ້ນເຮັດໃຫ້ລາວມອງທຸກຢ່າງເປັນດັ່ງເຊື້ອໄຟແຫ່ງຄວາມເສົ້າ ແມ້ແຕ່ແສງແຫ່ງພຣະອາທິດທີ່ກຳລັງຈະລັບຂອບຟ້າ ຄົນທົ່ວໄປອາດຈະມອງວ່າເປັນຄວາມສວຍງາມຂອງໂມງຍາມ ແຕ່ສຳລັບໄວລດ໌ໃນຕອນນີ້ແລ້ວ ທຸກຢ່າງຄືຄວາມເສົ້າ ແມ້ແຕ່ລະດູການກໍມີພຽງໜຶ່ງດຽວ–ນັ້ນຄືລະດູການແຫ່ງຄວາມເສົ້າ.

ທ້ອງຟ້າພາຍນອກອາດຈະເປັນສີຟ້າແລະສີເຫຼືອງທອງ ແຕ່ແສງສະຫວ່າງທີ່ສາດສ່ອງຜ່ານແກ້ວປ່ອງຢ້ຽມອັນໜາທຶບເຂົ້າມາຍັງທີ່ທີ່ພວກເຮົານັ່ງຢູ່ນັ້ນເປັນສີເທົາແລະມືດສະຫຼົວ ຫ້ອງຂັງຈຶ່ງເປັນຍາມສົນທະຍາຢູ່ສະເໝີ ເຊັ່ນດຽວກັນກັບພາຍໃນໃຈຂອງຂ້າພະເຈົ້າທີ່ມີແຕ່ຍາມມົວໝອງຢູ່ຕະຫຼອດເວລາ

ເມື່ອອ່ານຈົດໝາຍຂອງໄວລດ໌ມາຮອດນີ້ ເຮັດໃຫ້ນຶກເຖິງຄໍາເວົ້າຂອງພຸດທະເຈົ້າທີ່ວ່າ ພຣະອະຣະຫັນ (ຜູ້ທີ່ມີຈິດຜ່ອງໃສ) ຢູ່ສະຖານທີ່ໃດ ສະຖານທີ່ແຫ່ງນັ້ນຍ່ອມເປັນສະຖານທີ່ຮົ່ມເຢັນສະເໝີ ຈາກຄໍາກ່າວນີ້ ເປັນໄປໄດ້ບໍ່ວ່າສະຖານທີ່ທີ່ເຮົາອາໄສຢູ່ຈະມີບັນຍາກາດແບບໃດ ຂຶ້ນຢູ່ກັບວ່າ ສະພາບຈິດໃຈເຮົາໃນຂະນະນັ້ນເປັນແນວໃດ–ເສົ້າໂສກ ເສຍໃຈ ຫຼື ຊື່ນເບີນ ສຳລານໃຈ. ໃນກໍລະນີຂອງໄວລດ໌ ແນ່ນອນວ່າສະພາບຈິດໃຈຂອງເຂົາເຕັມໄປດ້ວຍຄວາມໂດດດ່ຽວ ແລະ ປ່ຽວເຫງົາ ສະນັ້ນ ສິ່ງແວດລ້ອມທີ່ເຂົາປະສົບຢູ່ຈຶ່ງເສົ້າຊ້ອຍໄປຕາມໆກັນ.

ແຕ່ກໍຢ່າງວ່າແຫຼະ…ທຸກສິ່ງສາມາດມອງໄດ້ຫຼາຍກວ່າໜຶ່ງດ້ານສະເໝີ.

ຄວາມເສົ້າກໍເຊັ່ນກັນ ໄວລດ໌ນອກຈາກຈະມີຄວາມສາມາດໃນດ້ານການປະພັນ ແລະ ໄຫວພິບປະຕິພານແລ້ວ ສິ່ງໜຶ່ງທີ່ລາວໄດ້ຮຽນຮູ້ໃນໄລຍະທີ່ຢູ່ໃນຫ້ອງຂັງນັ້ນຄື ການມີມູມມອງຕໍ່ຄວາມເສົ້າໃນມິຕິທີ່ຕ່າງອອກໄປ ລາວພົບວ່າຄວາມເສົ້າກໍມີປະໂຫຍດຂອງມັນເອງ ເຮົາສາມາດປ່ຽນຄວາມທຸກ ແລະ ຄວາມເສົ້າໂສກໃຫ້ເປັນປະສົບການທາງຈິດວິນຍານໄດ້. ໄວດ໌ຂຽນໄວ້ວ່າ “ທີ່ໃດມີຄວາມເສົ້າ ທີ່ນັ້ນມີສະຖານທີ່ສັກສິດ ອາດຈະເປັນຄວາມຈິງທີ່ວ່າ ເມື່ອມີຄວາມເສົ້າ ຈິດໃຈເຮົາມັກຈະລະອຽດອ່ອນເປັນພິເສດ ເຮົາຈະມອງເຫັນລາຍລະອຽດຂອງສິ່ງຕ່າງໆໄດ້ດີຂຶ້ນ ທ່າມກາງຄວາມເສົ້າທີ່ໄວດ໌ຕ້ອງຜະເຊີນນັ້ນ ເຮັດໃຫ້ລາວມອງເຫັນທໍາມະຊາດຢ່າງໜຶ່ງທີ່ເຊື່ອງຊ້ອນຢູ່ໃນຕົນເອງ–ນັ້ນຄືການຮູ້ຈັກຖ່ອມຕົນ.

ຄວາມຖ່ອມຕົນຫຼືຄວາມນອບນ້ອມຄືສິ່ງທີ່ແປກປະຫຼາດທີ່ສຸດໃນບັນດາທຸກສັບພະສິ່ງ ເຮົາຈະໄດ້ມາກໍຕໍ່ເມື່ອຍອມສະລະທຸກສິ່ງທີ່ມີ ເມື່ອເຮົາສູນເສຍທຸກສິ່ງໄປແລ້ວເທົ່ານັ້ນ ເຮົາຈຶ່ງຈະຮູ້ວ່າມີມັນຢູ່ໃນຄອບຄອງ”

ນີ້ຄືໜຶ່ງໃນບົດຮຽນທາງຈິດວິນຍານທີ່ມີຄຸນຄ່າທີ່ສຸດທີ່ໄວລດ໌ໄດ້ຮັບ ມັນຄົງຈະເກີດຂຶ້ນບໍ່ໄດ້ຫາກລາວຍັງຄົງໃຊ້ຊີວິດເປັນດາວເດັ່ນໃນສັງຄົມເໝືອນເດີມ ສະນັ້ນ ຈຶ່ງສາມາດກ່າວໄດ້ວ່າ ຄວາມເສົ້າເຮັດໃຫ້ເຮົາຮູ້ຈັກຕົນເອງດີຂຶ້ນ ແລະ ການຮູ້ຈັກຕົນເອງເປັນບໍ່ເກີດແຫ່ງພູມປັນຍາທັງປວງ ໂສເຄຣຕີສ–ນັກປັດຊະຍາຊາວເກຣັກກໍເຫັນດ້ວຍກັບຄຳເວົ້ານີ້ເຊັ່ນກັນ. ຜ່ານການປະສົບການແຫ່ງຄວາມທຸກ ແລະ ຄວາມໂສກເສົ້າ ເຮັດໃຫ້ໄວລດ໌ເຂົ້າໃຈຊີວິດຂອງຕົນເອງໄດ້ເປັນຢ່າງດີ ເບື້ອງຫຼັງຄວາມສຸກສັນແລະສຽງຫົວເລາະອາດມີອາລົມອັນຫຍາບກະດ້າງ ເມີນເສີຍ ແລະ ເຢັນຊາ ແຕ່ເບື້ອງຫຼັງຄວາມເສົ້າມີຄວາມເສົ້າຢູ່ສະເໝີ ຄວາມເຈັບປວດນັ້ນຕ່າງຈາກຄວາມສໍາລານເພາະມັນບໍ່ສວມໃສ່ໜ້າກາກ

ຈາກຄຳເວົ້ານີ້ເຮັດໃຫ້ເຮົາເຂົ້າໃຈປະໂຫຍກທີ່ກ່າວມາຂ້າງເທິງນັ້ນໄດ້ດີຂຶ້ນ–ທີ່ໃດມີຄວາມເສົ້າ ທີ່ນັ້ນມີສະຖານທີ່ສັກສິດ ສະຖານທີ່ສັກສິດທີ່ວ່ານີ້ຄືສະຖານທີ່ທີ່ມີໄວ້ສຳລັບເຝິກຝົນຈິດວິນຍານຂອງຕົນເອງໃຫ້ລະອຽດອ່ອນຈົນສາມາດເຂົ້າເຖິງພາວະທີ່ເປັນບໍຣົມມະສຸກໄດ້ ດັ່ງທີ່ດັນເຕ້ (Dante)–ນັກກະວີຄົນສຳຄັນຂອງຟໍເຣນຊ໌ເຄີຍກ່າວໄວ້ວ່າ “ຄວາມເສົ້າເຮັດໃຫ້ເຮົາກັບໄປເປັນໜຶ່ງດຽວກັບພຣະຜູ້ເປັນເຈົ້າ” ເຊັ່ນດຽວກັບເກີເທ່ (Goethe)–ນັກຂຽນຊາວເຢຍລະມັນກໍກ່າວເຖິງຄວາມເສົ້າໄວ້ຄ້າຍໆກັນນີ້ວ່າ “ຜູ້ໃດບໍ່ເຄີຍກິນເຂົ້າໜົມປັງໃນຄວາມເສົ້າ ຜູ້ໃດບໍ່ເຄີຍໃຊ້ໂມງຍາມແຫ່ງຄ່ຳຄືນສະອື້ນໄຫ້ແລະເຝົ້າລໍຟ້າສາງ ຜູ້ນັ້ນບໍ່ຮູ້ຈັກທ່ານ–ອໍານາດແຫ່ງສະຫວັນ” ເຮົາອາດຈະກ່າວໄດ້ວ່າ ຄວາມເສົ້ານັ້ນແຫຼະຄືຄວາມຈິງຂອງຊີວິດ ເພາະມັນຊ່ວຍຂັດເກົາຈິດໃຈໃຫ້ຮູ້ຈັກຄວາມອ່ອນໂຍນ ຄວາມອ່ອນນ້ອມຖ່ອມຕົວ ແລະ ມີເມດຕາຕໍ່ເພື່ອນມະນຸດຫຼາຍຂຶ້ນ.

ດັ່ງທີ່ໄວລດ໌ກ່າວໄວ້ວ່າ

ສຳລັບຜູ້ຕ້ອງຂັງ ນ້ຳຕາເປັນສ່ວນໜຶ່ງຂອງຊີວິດປະຈຳວັັນ ເມື່ອຢູ່ໃນຄຸກ ວັນທີ່ເຮົາບໍ່ໄດ້ຫຼັ່ງນ້ຳຕາຄືວັນທີ່ຫົວໃຈເຮົາແຂງກະດ້າງ ບໍ່ແມ່ນວັນທີ່ຫົວໃຈເຮົາເປັນສຸກ

ໃນໄລຍະສອງປີທີ່ໄວລດ໌ຢູ່ໃນຫ້ອງຂັງນັ້ນ ລາວໃຊ້ເວລາສ່ວນໜຶ່ງໄປກັບການອ່ານແລະຂຽນງານເທົ່າທີ່ສາມາດເຮັດໄດ້ ກ່ອນໄດ້ຮັບປ່ອຍຕົວສາມເດືອນ ໄວດ໌ໄດ້ຂຽນຈົດໝາຍຂະໜາດຍາວສະບັບໜຶ່ງ ຕໍ່ມາພິມເປັນໜັງສືຊື່ວ່າ De Profundis ເຊິ່ງກໍຄືເຫຼັ້ມທີ່ຜູ້ຂຽນກໍາລັງກ່າວເຖິງນີ້ເອງ. ຈົດໝາຍສະບັບນີ້ມີເນື້ອໃນສ່ວນໜຶ່ງກ່າວເຖິງຄວາມສຳພັນລະຫວ່າງໄວດ໌ກັບດັກລາສ (ເມື່ອພິມເປັນເຫຼັ້ມເນື້ອຫາສ່ວນນີ້ຖືກຕັດອອກໄປ) ສ່ວນທີ່ສອງກ່າວເຖິງເຄາະກັມທີ່ໄວດ໌ປະສົບແລະບົດຮຽນທີ່ໄດ້ຮັບຈາກເຄາະກັມນັ້ນ. ໄວດ໌ພົ້ນໂທດໃນປີ ຄ.ສ 1897 ແມ້ຈະໄດ້ຮັບອິດສະຫຼະພາບແລ້ວ ແຕ່ສັງຄົມລອນດອນທີ່ຄັ້ງໜຶ່ງເຄີຍເຊີດຊູບູຊາເຂົາເໝືອນດັ່ງເທບພະເຈົ້າທາງວັນນະກັມກັບບໍ່ອ້າແຂນຍອມຮັບເຂົາອີກຕໍ່ໄປ ໄວລດ໌ຈຶ່ງຍ້າຍໄປຢູ່ປາຣີສກັບດັກລາສທີ່ລໍຄອຍຢູ່ທີ່ນັ້ນກ່ອນແລ້ວ ເໝືອນເຄາະກັມກັບຜູ້ຊາຍຄົນນີ້ຍັງບໍ່ທັນຈົບສິ້ນ ທັງສອງຢູ່ນຳກັນໄດ້ບໍ່ດົນ ດັກລາສກໍຖິ້ມລາວໄປອີກຄັ້ງ. ໄວລດ໌ໃຊ້ເວລາ ແລະ ເງິນທີ່ເຫຼືອຢູ່ສ່ວນໜຶ່ງນັ້ນໄປກັບການດື່ມເຫຼົ້າ ເດີນຊັດເຊພະເນຈອນໄປໃນກຸງປາຣີສ. ຊີວິດທີ່ໄຮ້ແສງໄຟຄອຍສອດສ່ອງ ສິ້ນຍາດຂາດມິດ ອາດຈະງຽບເຫງົາ ແຕ່ກໍເຮັດໃຫ້ລາວໄດ້ຢູ່ກັບຕົນເອງແລະເຂົ້າໃຈຄວາມຈິງຂອງຊີວິຫຼາຍຂຶ້ນ. ວັນທີ 30 ພະຈິກ 1900 ນັກຂຽນ ນັກກະວີຜູ້ທີ່ຄັ້ງໜຶ່ງເຄີຍປະສົບຄວາມສຳເລັດ ແລະ ມີຊື່ສຽງທີ່ສຸດຄົນໜຶ່ງໃນຍຸກວິກຕໍເຣຍກໍໄດ້ຈາກພວກເຮົາໄປ ເຫຼືອໄວ້ພຽງຄວາມຄວາມຊົງຈຳທີ່ຂົມຂື່ນ.

ແມ່ນຫຼືບໍ່ວ່າ ພວກເຮົາຕ່າງກໍມີຄວາມເສົ້າເປັນຂອງຕົນເອງ ເພາະຄວາມເສົ້າເປັນສ່ວນໜຶ່ງຂອງຊີວິດ ເຮົາເສົ້າເມື່ອສູນເສຍສິ່ງອັນເປັນທີ່ຮັກ ຫຼືບໍ່ໄດ້ດັ່ງໃຈໃນສິ່ງທີ່ມຸ່ງຫວັງ ແນ່ນອນ ບໍ່ມີໃຜມັກພາວະໂສກເສົ້າ ແຕ່ເຮົາກໍດຳລົງຢູ່ຢ່າງປາສະຈາກມັນບໍ່ໄດ້ ດັ່ງນັ້ນ ເຮົາຈຶ່ງພະຍາຍາມພັກໄສໄລ່ສົ່ງຄວາມເສົ້າໃຫ້ຫ່າງໄກອອກໄປຈາກຊີວິດ. ຫຼາຍຄົນອາດຈະຄິດວ່າເມື່ອຜ່ານມໍລະສຸມຊີວິດຄັ້ງນີ້ໄປແລ້ວຈະໄດ້ພົບວັນໃໝ່ທີ່ດີກວ່າເດີມ ແຕ່ຊີວິດກໍມັກໂຍນມໍລະສຸມລະລອກໃໝ່ມາໃຫ້ເຮົາຢູ່ສະເໝີ ສິ່ງທີ່ສາມາດເຮັດໄດ້ກໍຄືຍອມຮັບເພື່ອຮຽນຮູ້ ແລະ ພ້ອມທີ່ຈະປ່ຽນພາວະມໍລະສຸມທັງຫຼາຍໃຫ້ກາຍເປັນປະສົບການທາງຈິດວິນຍານ ດັ່ງທີ່ໄວລດ໌ໄດ້ເຮັດເປັນຕົວຢ່າງມາແລ້ວນັ້ນ ໄວລດ໌ໄດ້ສູນເສຍທຸກສິ່ງທຸກຢ່າງທັງຮ່າງກາຍແລະຈິດໃຈ ແຕ່ການສູນເສຍທີ່ວ່ານັ້ນກັບເຮັດໃຫ້ລາວຄົ້ນພົບບາງຢ່າງໃນເວລາດຽວກັນ.

ເຊັ່ນດຽວກັບການຈາກໄປຂອງໄວລດ໌ ຄະນະພວກເຮົາກໍກຳລັງຈະຈາກໄປເຊັ່ນກັນ

ພາຍຫຼັງທີ່ເກັບພາບອາຄານ ຮູບແຕ້ມ ແລະ ບັນຍາກາດພາຍໃນວັດແລ້ວ ພວກເຮົາກໍອຳລາວັດແຫ່ງນີ້. ໃນຂະນະທີ່ກຳລັງຍ່າງກ້າວອອກຈາກປະຕູວັດກໍເຫຼືອບຕາໄປເຫັນທາງເດີນເສັ້ນໜຶ່ງເຊິ່ງຄົງຈະນານໆທີຈະມີຄົນສັນຈອນຜ່ານມາເທື່ອໜຶ່ງ ຫີນທີ່ລຽງລາຍເປັນແຖວຍາວຢຽດຕາມຮິມທາງຖືກປົກຄຸມໄປດ້ວຍຝຸ່ນທີ່ໜາເຕິະ ໃບໄມ້ແຫ້ງລ່ວງຫຼົ່ນເລ່ຍລາດກະຈາຍໄປທົ່ວພື້ນດິນບໍລິເວນນັ້ນ ດ້ານຊ້າຍມີອາຄານເກົ່າແກ່ຫຼັງໜຶ່ງທີ່ຝຸ່ນເກາະກຸມຈົນໝອງໝົ່ນພໍໆກັນກອງຫີນ ທ້ອງຟ້າໃນຍາມນີ້ກໍຍັງຄົງອຶ້ມຄຶ້ມ ແລະ ໝົ່ນເທົາເໝືອນຕອນທີ່ພວກເຮົາມາຮອດ. ບໍ່ຮູ້ວ່າ ເປັນເພາະສະພາບແວດລ້ອມເຮັດໃຫ້ເກີດຄວາມເສົ້າ ຫຼື ຈິດໃຈໝົ່ນເທົາຈຶ່ງມອງເຫັນທຸກຢ່າງເປັນສິ່ງເສົ້າໝອງ ຫຼື ທັງສອງຕ່າງໝົ່ນເທົາ ເມື່ອມາຜະສົມກັນ ຈຶ່ງກາຍເປັນອາລົມເສົ້າຢ່າງສົມບູນ.

ເສົ້າເຖີດ…ເພື່ອໃຫ້ເຮົາໄດ້ຢູ່ກັບຕົນເອງຫຼາຍຂຶ້ນ.

ວັດພຣະຂາວພັນນາຣາມ

ທ້າຍລະດູແລ້ງ

23 ເມສາ 2024

ເອກະສານອ້າງອິງ

ຂໍ້ຄວາມທີ່ເປັນຕົວອຽງທັງໝົດມາຈາກໜັງສືຊື່ De Profundis ຂຽນໂດຍ ອອດສະກ້າຣ໌ ໄວລດ໌ ແປໂດຍ ຣະຕິພອນ ຊັຍປິຍະພອນ, ສໍານັກພິມພາຣາກຣາບ. 2565.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ