ປີໃໝ່..ຄວນຖາມໃຈຕົນເອງ

ໂດຍ: ຄວັນສີເທົາ

ປີທີ່ກຳລັງຈະຜ່ານໄປນີ້ເຮົາເອີ້ນວ່າ “ປີເກົ່າ” ສ່ວນປີທີ່ກຳລັງຄືບຄານເຂົ້າມາເຮົາເອີ້ນວ່າ “ປີໃໝ່”

ເຮົາຜ່ານປີໃໝ່ມາຫຼາຍຄັ້ງຫຼາຍຫົນຕາມອາຍຸຂອງແຕ່ລະຄົນວ່າເກີດມາດົນປານໃດແລ້ວ ມະນຸດເຮົາກໍປຽບເໝືອນຄົນເດີນທາງ ທີ່ເດີນໄປເລື່ອຍໆໂດຍບໍ່ຮູ້ວ່າຊິສິ້ນສຸດເມື່ອໃດ ໃນການເດີນທາງນີ້ ບາງຄົນອາດຈະຮູ້ຈຸດໝາຍປາຍທາງທີ່ແນ່ນອນ ບາງຄົນອາດຈະກຳລັງຄົ້ນຫາ ແຕ່ວ່າບາງຄົນກໍຍັງມືດມົນເໝືອນຄົນກຳລັງເດີນໃຕ້ທ້ອງຟ້າທີ່ໄຮ້ດວງດາວ ແຕ່ສິ່ງເຫຼົ່ານີ້ ເຮົາບໍ່ສາມາດນຳມາເປັນມາດຕະຖານຕັດສິນໄດ້ວ່າ ຊີວິດຂອງໃຜດີກວ່າຂອງໃຜ ເພາະແຕ່ລະຄົນກໍເດີນໄປຕາມເສັ້ນທາງທີ່ຕົນເລືອກ ເຖິງແມ່ນວ່າຈະດີຫຼືຮ້າຍ ແຕ່ສຸດທ້າຍເສັ້ນທາງນັ້ນຄືສິ່ງທີ່ເຂົາເລືອກເອງ

ການເດີນທາງເຮັດໃຫ້ເກີດການຮຽນຮູ້ຫຼາຍຢ່າງ ຫຼາຍສະຖານທີ່ທີ່ກ້າວຜ່ານອາດຈະໃຫ້ຄວາມຮູ້ສຶກທີ່ບໍ່ຄືກັນ ບາງບ່ອນຮູ້ສຶກສະຫງົບ ບາງບ່ອນຮູ້ສຶກຕື່ນເຕັ້ນ ບາງບ່ອນຮູ້ສຶກສົດຊື່ນ ບາງບ່ອນຮູ້ສຶກເຫງົາຫງອຍ ບາງບ່ອນພຽງແຕ່ເດີນຜ່ານໄປໂດຍບໍ່ມີຄວາມຮູ້ສຶກໃດໆເກີດຂຶ້ນເລີຍ ທຸກໆສະຖານທີ່ທີ່ເຮົາຜ່ານໄປ ຈຶ່ງໃຫ້ຄຸນຄ່າແລະຄວາມໝາຍທີ່ຕ່າງກັນ ເມື່ອເຄື່ອນຜ່ານໄປແລ້ວ ເຮົາບໍ່ສາມາດຢ້ອນເວລາກັບໄປໄດ້ອີກ “ບໍ່ມີໃຜກ້າວຍ່າງລົງນໍ້າສາຍເດີມໄດ້ເປັນຄັ້ງທີ່ສອງ ເພາະນ້ຳກໍບໍ່ແມ່ນສາຍເດີມ ຄົນກໍບໍ່ແມ່ນຄົນເດີມ” ແມ່ນແລ້ວ ນີ້ຄືຄຳເວົ້າຂອງເຮຣາຄລິຕຸສ  (Heraclitus) ໜຶ່ງໃນນັກປັດຊະຍາຜູ້ມີຊື່ສຽງສະໄໝເກຣັກບູຮານ ລາວກໍາລັງບອກເຮົາວ່າທຸກຢ່າງລ້ວນເປັນສິ່ງບໍ່ແນ່ນອນ ມີການປ່ຽນແປງຕະຫຼອດເວລາ ສະຖານທີ່ທີ່ເຮົາເຄີຍຜ່ານມາ ເມື່ອຢ້ອນເວລາກັບໄປໃໝ່ອີກຄັ້ງ ສິ່ງນັ້ນແລະຕົວເຮົາຈະບໍ່ເໝືອນເດີມອີກຕໍ່ໄປ ຢ່າງໜ້ອຍທີ່ສຸດ ຄວາມຮູ້ສຶກທີ່ເກີດຂຶ້ນກໍຕ່າງໄປຈາກຄັ້ງທຳອິດຢ່າງແນ່ນອນ

ຊີວິດເຕັມໄປດ້ວຍສິ່ງທີ່ບໍ່ແນ່ນອນ ແຕ່ກໍເພາະຄວາມບໍ່ແນ່ນອນນີ້ແຫຼະ ທີ່ເຮັດໃຫ້ໂລກມະນຸດມີຊີວິດຊີວາ ລອງຄິດເບິ່ງວ່າຖ້າທຸກສິ່ງທຸກຢ່າງຖືກກຳໜົດມາວ່າ ຕ້ອງເປັນແບບນັ້ນແບບນີ້ຕະຫຼອດໄປ ໂດຍທີ່ເຮົາບໍ່ມີສິດປ່ຽນແປງສິ່ງໃດໄດ້ເລຍ ໂລກນີ້ຄົງຈະໜ້າເບື່ອບໍ່ໜ້ອຍ ທຸກໆເຊົ້າທີ່ຕື່ນຂຶ້ນມາແລ້ວຮູ້ວ່າຊິພົບເຈີກັບສິ່ງໃດ ແນ່ນອນວິຖີຊີວິດແບບນີ້ອາດຈະຮູ້ສຶກປອດໄພ ແຕ່ມັນຄົງໜ້າເບື່ອໜ່າຍ ດັ່ງນັ້ນ ຄວາມບໍ່ແນ່ນອນຈຶ່ງເປັນສິ່ງທີ່ສາມາດສັນສ້າງສິ່ງຕ່າງໆໄດ້ ໃນຂະນະດຽວກັນ ເພາະຄວາມບໍ່ແນ່ນອນນີ້ແຫຼະສິ່ງຕ່າງໆຈຶ່ງບໍ່ສາມາດຢູ່ຍົງຄົງກະພັນໄດ້ ແຕ່ນັ້ນບໍ່ແມ່ນສິ່ງທີ່ເຮົາຕ້ອງກັງວົນ ການບໍ່ຮູ້ວ່າວັນຂ້າງໜ້າຈະພົບເຈີກັບສິ່ງໃດ ເຖິງແມ່ນຈະຮູ້ສຶກບໍ່ປອດໄພ ແຕ່ມັນກໍໜ້າຕື່ນເຕັ້ນດີບໍ່ແມ່ນຕິ ເມື່ອຮູ້ແລ້ວວ່າໂລກມັນກໍເປັນໄປແບບນີ້ ເຈົ້າຈະມັກຫຼືບໍ່ ທຸກສິ່ງກໍດຳເນີນໄປແນວນັ້ນ “ບໍ່ມີຫຍັງທີ່ຈະບໍ່ຜັນຜ່ານ ເພາະທຳມະຊາດບໍ່ໄດ້ສ້າງກາລເວລາໃຫ້ຢຸດຢູ່ກັບທີ່”

ບາງຄົນອາດຈະຖາມວ່າ ເມື່ອຮູ້ແນວນີ້ແລ້ວມະນຸດຄວນທຳຕົວແນວໃດລະ?

ຄຳຕອບອາດຈະມີຫຼາຍຢ່າງ ສ່ວນຕົວຜູ້ຂຽນຄົງຕອບວ່າ ບໍ່ຕ້ອງເຮັດຫຍັງ! ພຽງຍອມຮັບວ່ານີ້ຄືຄວາມເປັນຈິງຂອງໂລກ ເປັນເລື່ອງທຳມະດາຂອງໂລກ ມີເກີດກໍຕ້ອງມີຕາຍ ແຕ່ເປົ້າໝາຍທີ່ເຮົາຄວນສະແຫວງຫາໃນຊີວິດຄືສິ່ງໃດ ນີ້ຕ່າງຫາກຄືສິ່ງທີ່ມະນຸດຄວນຈະຖາມ

ການໃຊ້ຊີວິດຢູ່ກັບສິ່ງທີ່ບໍ່ແນ່ນອນອາດຈະເປັນຊີວິດທີ່ບໍ່ໜ້າອະພິລົມຊົມຊື່ນ ເພາະເຕັມໄປດ້ວຍຄວາມຂົມຂື່ນຕ່າງໆນານາ ແຕ່ໃນທາງກັບກັນກໍມີຄວາມລ່າເລີງສະໜຸກສະໜານ ໝາຍຄວາມວ່າບາງຄັ້ງກໍສຸກ ບາງຄັ້ງກໍເສົ້າ ໝຸນວຽນປ່ຽນກັນໄປ ແຕ່ຂໍໃຫ້ຮູ້ວ່າບໍ່ມີພາວະໃດຢູ່ໄດ້ແບບເດີມຕະຫຼອດການ ເພາະຄວາມປ່ຽນແປງເປັນທຳມະຊາດຂອງທຸກສິ່ງ ທຸກກໍຢູ່ໄດ້ພຽງຊົ່ວຄາວ ສຸກກໍຢູ່ໄດ້ພຽງຊົ່ວຄາວ ແຕ່ສິ່ງທີ່ເຮົາຄວນຖາມຄື

ເຮົາໄດ້ເຮັດໃນສິ່ງທີ່ເຮົາຄວນເຮັດແລ້ວຫຼືຍັງ?

ເມື່ອມີຄວາມທຸກມະນຸດຈະຫາທາງແກ້ດ້ວຍວິທີການຕ່າງໆ ຜູ້ທີ່ນັບຖືສາສະໜາເທວະນິຍົມອາດຈະອ້ອນວອນພຣະເຈົ້າໃຫ້ຊ່ວຍບັນເທົາຄວາມທຸກທີ່ເກີດຂຶ້ນ ຖ້າເປັນຊາວພຸດອາດຈະແກ້ດ້ວຍການສູດມົນພາວະນາເພື່ອບັນເທົາຄວາມເຂັ້ມຂຸ້ນຂອງບັນຫາໃຫ້ຈາງລົງ ການອ້ອນວອນແລະສວດມົນພາວະນາອາດຈະຊ່ວຍໄດ້ເປັນບາງຄັ້ງ ແຕ່ບໍ່ໄດ້ໝາຍຄວາມວ່າຈະແກ້ບັນຫາໄດ້ທຸກຢ່າງໄປ ເພາະວ່າບໍ່ມີບົດສູດໃດສາມາດເຮັດໃຫ້ຄົນເປັນອະຣະຫັນ ແຕ່ບາງຄັ້ງເຮົາກໍຕ້ອງການບົດສູດນັ້ນ ເພື່ອບັນເທົາທຸກທີ່ເກີດຂຶ້ນໃນໃຈທີ່ຟຸ້ງຊ່ານ ແລ້ວຄວາມທຸກນັ້ນຈະເກີດຂຶ້ນອີກຄັ້ງ ສ່ວນພວກເຮົາກໍຫາວິທີແກ້ມັນອີກຫົນ

ຢ່າຄິດວ່າຊີວິດຈະສະບາຍຂຶ້ນ ແຕ່ໃຫ້ຄິດວ່າເຮັດແນວໃດຊິຮັບມືກັບບັນຫາທີ່ເກີດຂຶ້ນໄດ້ ເພາະຍິ່ງເຮົາເຕີບໃຫຍ່ບັນຫາກໍໃຫຍ່ຕາມ “ມື້ນີ້ອາດເຈີບັນຫາທີ່ຍຸ້ງຍາກ ມື້ອື່ນມັນຈະຍາກຍິ່ງກວ່ານີ້ ສ່ວນມື້ຕໍ່ໄປຈະເປັນມື້ທີ່ສວຍງາມ ແຕ່ຄົນສ່ວນຫຼາຍຈະລົ້ມເລີກຄວາມຕັ້ງໃຈໃນຕອນແລງຂອງມື້ອື່ນ” ນີ້ຄືຂໍ້ຄິດຈາກແຈັກໝ່າ (Jack Ma) ມະຫາເສດຖີຈາກເມືອງຈີນ ຫົນທາງໃນວັນຂ້າງໜ້າເຮົາອາດຈະເຈີບັນຫານານັບປະການ ສິ່ງທີ່ສຳຄັນຄືເຮົາຈະຍັງໝັ້ນຄົງກັບສິ່ງທີ່ເຮົາຕ້ອງການໃນຊີວິດຫຼືບໍ່ ເຮົາສາມາດອົດທົນຕໍ່ຄວາມຍາກລຳບາກທີ່ຕ້ອງເຈີໄດ້ຫຼືບໍ່ ຄຳຖາມເຫຼົ່ານີ້ບໍ່ມີໃຜໃຫ້ຄຳຕອບໄດ້ນອກຈາກຕົວເຮົາເອງ

ເຖິງຢ່າງໃດກໍຕາມ ບໍ່ວ່າຊີວິດຈະພົບເຈີຄວາມສຸກຫຼືທຸກໜ້ອຍຫຼາຍສ່ຳໃດ ເຮົາຮູ້ດີວ່າທ້າຍທີ່ສຸດແລ້ວ..ທຸກຢ່າງຈະດຳເນີນໄປສູ່ຈຸດໝາຍໃດໜຶ່ງ (ໂລກອາດຈະດຳເນີນໄປສູ່ວັນສຸດທ້າຍ ມະນຸດກໍດຳເນີນໄປສູ່ຄວາມຕາຍ) ມື້ວານຜ່ານມາແລ້ວ ມືນີ້ ອາທິດນີ້ ເດືອນນີ້ ແລະປີນີ້ກຳລັງຈະຜ່ານໄປ ເຮົາທຸກຄົນກໍຍັງດິ້ນຮົນຕໍ່ໄປ ໂດຍບໍ່ຮູ້ວ່າວັນໃໝ່ຈະຕື່ນຂຶ້ນມາເຈີກັບສິ່ງໃດແດ່ ແຕ່ການບໍ່ຮູ້ວ່າຊີວິດຈະເປັນແນວໃດໃນເຫດການຂ້າງໜ້າ ອາດຈະເປັນເຫດໃຫ້ບາງຄົນຢ້ານກົວຈົນບໍ່ກ້າເຮັດສິ່ງໃດ ສຳລັບບາງຄົນກັບເຮັດໃຫ້ຫົວໃຈເຂົາເຕັ້ນໄວຂຶ້ນ..ໄວຂຶ້ນ ຈົນກາຍເປັນເລື່ອງທ້າທາຍໃນການຄົ້ນຫາເປົ້າໝາຍຂອງຊີວິດຕໍ່ໄປ ຄຳຖາມຄື ແລ້ວຫົວໃຈເຈົ້າລະຮູ້ສຶກແນວໃດ ຢ້ານກົວຫຼືຕື່ນເຕັ້ນ?

ຂໍໃຫ້ປີຕໍ່ໄປເປັນປີທີ່ທ້າທາຍສຳລັບທຸກຄົນ

Happy New Year In Advance.

ທ້າຍລະດູໜາວ, ປີ 2564.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ