ແລ້ວເຮົາຈະຈາກໄປ..ແມງໄມ້ຈະຍັງຄົງສົ່ງສຽງ

01

ຄວາມຜູກພັນມັກເຮັດໃຫ້ເຮົາຮູ້ສຶກດີ

ແຕ່ບາງທີ ກໍນຳມາເຊິ່ງຄວາມເສົ້າໄດ້ເຊັ່ນກັນ

ການກັກຕົວເປັນມາດຕະການທີ່ລັດຖະບານລາວໄດ້ບັງຄັບໃຊ້ຢ່າງເຄັ່ງຄັດ ໃນຊ່ວງໂຄວິດ-19 ກຳລັງແຜ່ລະບາດຢ່າງຮຸນແຮງ ເພື່ອບໍ່ໃຫ້ຄົນທີ່ກັບມາຈາກຕ່າງປະເທດນຳເຊື້ອພະຍາດມາສູ່ຄົນພາຍໃນປະເທດຂອງຕົນ ຂ້ອຍເປັນໜຶ່ງໃນຜູ້ຄົນທີ່ກັບມາຈາກປະເທດເພື່ອນບ້ານ ແລະ ກໍຕ້ອງປະຕິບັດຕາມມາດຕະການນີ້ຢ່າງເຄັ່ງຄັດ ໃນຊ່ວງທີ່ກັກຕົວນີ້ ພະນັກງານທີ່ດູແລສູນ ກໍໃຫ້ຄວາມສະດວກຫຼາຍຢ່າງ

ຄວາມຈິງກ່ອນທີ່ຈະມາຢູ່ທີ່ນີ້ ຂ້ອຍໄດ້ສອບຖາມຂໍ້ມູນນຳໝູ່ທີ່ມາຢູ່ກ່ອນວ່າສະພາບການເປັນແນວໃດ ເຂົາບອກວ່າ ສະຖານທີ່ຂ້ອນຂ້າງໂອເຄ ສ່ວນເລື່ອງອາຫານຈະມີຄົນມາສົ່ງສາມຄາບຕໍ່ມື້ ແຕ່ວ່າ ບາງມື້ ຂ້ອນຂ້າງຈະຊ້າຈັກໜ້ອຍ ແຕ່ເຂົາກໍມາສົ່ງບໍ່ເຄີຍຂາດ ເມື່ອຂ້ອຍມາເຈີສະຖານະການຈິງ ຈຶ່ງຮູ້ວ່າ ເອີ ແມ່ນຄວາມໝູ່ອິຫຼີ ແຕ່ທີ່ໝູ່ມັນເວົ້າຜິດໄປກໍຄືບໍ່ແມ່ນ ບາງມື້ ທີ່ເຂົາມາສົ່ງຊ້າ ຫຼາຍມື້ເລີຍແຫຼະ! ຂ້ອຍເປັນໂຣກກົດໄຫຼຢ້ອນ ຖ້າໃຜເຄີຍເປັນໂຣກນີ້ຈະຮູ້ເລີຍວ່າ ເຮົາຕ້ອງກິນເຂົ້າເປັນເວລາ ຖ້າຮອດຍາມກິນນ້ຳຍ່ອຍມັນຈະເລີ່ມອອກມາ ແຕ່ວ່າເມື່ອບໍ່ມີອາຫານໃຫ້ຍ່ອຍມັນຈະຍ່ອຍກະເພາະເຮົາ ສະນັ້ນ ຖ້າຜິດເວລາກໍຕຽມຍາໄວ້ເລີຍ ເພາະວ່າມັນແສບທ້ອງ ຂ້ອຍຈຶ່ງໄດ້ກຽມເຂົ້າໜົມໄວ້ເພື່ອໃຫ້ນ້ຳຍ່ອຍມັນໄດ້ທຳໜ້າທີ່ຕາມເວລາ ຖ້າຈະລໍພະນັກງານຄົງມີຫວັງກະເພາະຈະກາຍເປັນອາຫານຂອງຂ້ອຍເອງເປັນແນ່ແທ້

ກໍຢ່າງວ່າແຫຼະເນາະ ໃນໂລກນີ້ບໍ່ໃຜສາມາດເຮັດຖືກໃຈເຮົາໄດ້ຈະຫຼອດເວລາ ເຊັ່ນດຽວກັນເຮົາກໍບໍ່ສາມາດເຮັດໃຫ້ຄົນອື່ນຖືກໃຈໄປເສຍທຸກຢ່າງ ສະນັ້ນ ກໍຕ້ອງເຂົ້າໃຈຄວາມຈິງຂໍ້ນີ້ນຳ ຖ້າເຮົາມອງຂໍ້ເທັດຈິງທີ່ວ່າ ໃນສະຖານທີ່ກັກຕົວແຫ່ງນີ້ ມີຄົນເປັນຮ້ອຍ ຫຼາຍຮ້ອຍຄົນເລີຍແຫຼະ ຈະໃຫ້ພະນັກງານມາດູແລເຮົາໃຫ້ກິນອີ່ມນຸ່ງອຸ່ນຄືກັບຢູ່ບ້ານຕົນເອງ ກໍເປັນໄປບໍ່ໄດ້ດອກ ລຳພັງແຕ່ຊຸດທີ່ພະນັກງານໃສ່ເຫັນແລ້ວກໍໜ້າເຫັນໃຈ ຈະຍ່າງກໍລຳບາກ ຈະເວົ້າກໍລຳບາກ ຮ້ອນກໍຮ້ອນ ຫາຍໃຈກໍຄົງລຳບາກບໍ່ໜ້ອຍ ສະນັ້ນ ແທນທີ່ເຮົາສະຈົ່ມນັ້ນຈົ່ມນີ້ ເຮົາຄວນຈະເຫັນໃຈເຊິ່ງກັນ ແລະ ກັນ ໃນຍາມລຳບາກເຊັ່ນນີ້ ບໍ່ແມ່ນຍາມທີ່ຈະມາຈົ່ມມາດ່າຄົນນັ້ນຄົນນີ້ ແຕ່ເປັນເວລາທີ່ເຮົາຈະຕ້ອງສາມັກຄີກັນເພື່ອຊິຜ່ານວິກິດນີ້ໄປໃຫ້ໄດ້ ອາຫານອາດຈະຊ້າແນ່ ສະຖານທີ່ອາດຈະບໍ່ສະດວກປານໃດ ກໍຄວນເຂົ້າໃຈນຳກັນເນາະວ່າ ມັນບໍ່ແມ່ນສະຖານະການປົກກະຕິ

02

ຫ້ອງເບີສິບສອງມາເອົານ້ຳເດີ! ນ້ຳທີ່ສັ່ງໄວ້ໄດ້ແລ້ວ

ໃຜຊິຊື້ເລກມາຊື້ໄດ້ເດີ! ສຽງແມ່ຄ້າຄົນໜຶ່ງດັງມາຈາກຫົວຂັ້ນໄດຝັ່ງທາງທິດຕາເວັນຕົກ ລາວມັກເອົາເຄື່ອງດື່ມມາສົ່ງຄົນທີ່ກັກຕົວເປັນປະຈຳ ມື້ລະຫຼາຍເທື່ອ

ລົມໜາວມາເຢືອນປາຍເດືອນຕຸລາ

ເຮັດໃຫ້ຫົວໃຈອ້າຍສັ່ນໄຫວ

ຄິດຮອດຄວາມຮັກປາຍເດືອນເມສາ

ທີ່ນ້ອງແກ້ວຕາລືມຖິ່ນໄປ

ວົນວຽນມາບັນຈົບ..ຄົນທີ່ຄົບມາປ່ຽນໃຈ

ແລະເພງອື່ນໆກໍດັງຂຶ້ນສະລັບໄປສະລັບມາ ບໍ່ໄດ້ຕັ້ງໃຈຟັງດອກແຕ່ສຽງກໍທະລຸປະຕູ ຜ່ານເຂົ້າມາສູ່ໂສຕະປະສາດເອງ (ຫູ) ຟັງມາຫຼາຍມື້ຈົນເກືອບຊິຮ້ອງຕາມໄດ້ແລ້ວ

ນີ້ຄືບັນຍາກາດຊ່ວງກັກຕົວ ບາງທີ ກໍມີສຽງອຶກກະທຶກຄຶກໂຄມເໝືອນກັບໄປຍ່າງເລາະຊື້ເຄື່ອງຢູ່ຕະຫຼາດສົດ ບາງທີ ກໍເໝືອນໄປເດີນຕາມຫ້າງຮ້ານທີ່ຂາຍລຳໂພງ ຟັງໄປຟັງມາ ເອີ ກໍໄດ້ບັນຍາກາດໄປອີກແບບໜຶ່ງ

ຂ້ອຍກັກຕົວຢູ່ນີ້ 14 ມື້ ມາຮອດມື້ທຳອິດກໍຮູ້ສຶກແປກໜ້າກັບສະຖານທີ່ ຮູ້ສຶກກັງວົນ ແລະ ສັບສົນກັບຫຼາຍຢ່າງ ປະຕູ, ເພດານ, ປ່ອງຢ້ຽມ, ຫ້ອງນ້ຳ, ຫ້ອງນອນ ລ້ວນແລ້ວແຕ່ເປັນສິ່ງແປກໜ້າສຳລັບຜູ້ມາໃໝ່ ແຕ່ແລ້ວຄວາມແປກໜ້າກໍຄ່ອຍໆຫາຍໄປ ແລະ ກໍ່ສ້າງຄວາມຮູ້ສຶກໃໝ່ຂຶ້ນມາແທນ ເປັນຄວາມຮູ້ສຶກທີ່ຄຸ້ນເຄີຍກັບສິ່ງເຫຼົ່ານີ້ ປະຕູບານເກົ່າທີ່ທຽວເຂົ້າ-ອອກທຸກມື້, ເພດານອັນເກົ່າທີ່ມອງເຫັນທຸກເຊົ້າ-ແລງ, ປ້ອງຢ້ຽມບານເກົ່າທີ່ມັກໄປຢືນເບິ່ງຍາມຕາເວັນກຳລັງຈະຕົກດິນ ມື້ໃດຝົນຕົກຈະມີເມັດນ້ຳຄ້າງຕິດຢູ່ຕາມແກ້ວປ່ອງຢ້ຽມ ເຮັດໃຫ້ບໍ່ສາມາດມອງຜ່ານອອກໄປຂ້າງນອກໄດ້ຢ່າງຊັດເຈນ ແຕ່ກໍບໍ່ເຖິງຂັ້ນວ່າມືດມິດ ຄວາມບໍ່ຊັດເຈນບາງຄັ້ງກໍນຳມາເຊິ່ງຄວາມງົດງາມ  ເບິ່ງແລ້ວຮູ້ສຶກເຄວ້ງຄວ້າງ ວ່າງເປົ່າ ແຕ່ຂະນະດຽວກັນກໍເຮັດໃຫ້ສຸກໃຈບໍ່ໜ້ອຍ

Photo by: ຄວັນສີເທົາ

03

ເດິກສະຫງັດຄືນໜຶ່ງ

ພາຍຫຼັງທີ່ສຽງອຶກກະທຶກຄຶກໂຄມຈາກແມ່ຄ້າ ແລະ ລຳໂພງ ງຽບສະຫງົບລົງແລ້ວ ຈະມີແດ່ກໍແຕ່ສຽງແມງໄມ້ ທີ່ຮ້ອງລະງົມໄປທົ່ວບໍລິເວນ ຄືນນີ້ ຂ້ອຍນອນບໍ່ຄ່ອຍຫຼັບເພາະລິດກາເຟ (ຊົດໄປຫຼາຍຈອກ) ກໍເລີຍລຸກຂຶ້ນມານັ່ງຟັງສຽງແມງໄມ້ເຫຼົ່ານັ້ນ ເປັນຄວາມຈິງທີ່ຫຼວງພໍ່ພຸດທະທາດເຄີຍກ່າວວ່າ ສັດໂລກທີ່ນອນຫຼາຍທີ່ສຸດຄືສັດມະນຸດ ຍິ່ງເດິກແມງໄມ້ກໍຍິ່ງຄົງສົ່ງສຽງ ບໍ່ມີທີທ່າວ່າຈະເຊົາ ສ່ວນມະນຸດສ່ວນຫຼາຍກຳລັງຫຼັບໄຫຼ ເຖິງແມ່ນວ່າຈະມີສຽງລະງົມ ແຕ່ບັນຍາກາດກໍແຕກຕ່າງຈາກສຽງອຶກກະທຶກຄຶກໂຄມຍາມກາງເວັນ ອາດຈະເປັນເພາະສຽງແມງໄມ້ບໍ່ແມ່ນສຽງທີ່ຈະເຮັດໃຫ້ໃຈມະນຸດຕື່ນເຕັ້ນ ຫວື໋ຫວ໋າ ຫຼື ຫຶກເຫີມ ເໝືອນກັບສຽງດົນຕີ ຈຶ່ງເຮັດໃຫ້ຮູ້ສຶກໄດ້ເຖິງຄວາມສະຫງົບທີ່ເກີດຂຶ້ນພາຍໃນໃຈ ບາງທີ ຄວາມງຽບກໍເຮັດໃຫ້ເຮົາຄິດເຖິງເລື່ອງລາວຕ່າງໆນານາ ບໍ່ຄິດຮອດອະດີດ ກໍກົງວົນເຖິງອະນາຄົດ ຄິດໄປສາລະພັດຢ່າງ ຈາກຈິດໃຈທີ່ສະຫງົບກໍຄ່ອຍໆຟຸ້ງຊ່ານ ຫຼາຍຄົນອາດຈະເຄີຍມີປະສົບການແບບນີ້ ເວລາຢູ່ຄົນດຽວຢ່າງງຽບໆ ປາກສະຈາກເຄື່ອງມືສື່ສານໃດໆ ມັກຈະມີຄຳຖາມເກີດຂຶ້ນພາຍໃນໃຈ ຫຼາຍຄຳຖາມເຮົາກໍບໍ່ສາມາດຕອບຕົນເອງໄດ້ ເຊິ່ງແຕ່ລະຄົນກໍມີຄຳຖາມທີ່ແຕກຕ່າງກັນ ແລ້ວແຕ່ບຸກນັ້ນສົນໃຈເລື່ອງໃດໃນຊ່ວງເວລານັ້ນໆ ສຳລັບຜູ້ຂຽນ ເນື່ອງຈາກວ່າຊ່ວງນີ້ຄຸກຄີຢູ່ກັບໜັງສືແນວປັດຊະຍາ ດັ່ງນັ້ນ ຄຳຖາມທີ່ຜຸດຂຶ້ນມາຈຶ່ງເປັນຄຳຖາມແນວນີ້

ເປັນຫຍັງເຮົາຈຶ່ງຕ້ອງເກີດມາໃນໂລກນີ້? 

ເຮົາຕັ້ງໃຈມາເອງ ຫຼືວ່າ ມີຄົນໂຍນເຮົາເຂົ້າມາ?

ເມື່ອມາຢູ່ໃນໂລກນີ້ແລ້ວເຮົາມີອິດສະລະທີ່ຈະໃຊ້ຊີວິດຕາມທີ່ເຮົາຕ້ອງການຫຼືບໍ່ ຫຼືວ່າເຮົາພຽງແຕ່ດຳເນີນຊີວິດໄປຕາມບົດທີ່ໃຜກໍບໍ່ຮູ້ຂຽນໄວ້ໃຫ້ ແລະ ສຸດທ້າຍເຮົາກໍຕາຍໄປຕາມບົດທີ່ເຂົາຂຽນນັ້ນ

ມະນຸດເກີດຂຶ້ນມາແລ້ວລ້ວນດິ້ນຮົນທຸກວິທີທາງ ເພື່ອໃຫ້ມີຊີວິດລອດ ແຕ່ສຸດທ້າຍເຮົາກໍບໍ່ລອດ ຈະຕ້ອງພ່າຍແພ້ຕໍ່ຄວາມຕາຍ ແລະ ເມື່ອຕາຍແລ້ວຊິໄປໃສຕໍ່ ເຮົາມາເຮັດຫຍັງຢູ່ໃນໂລກນີ້..

ຕົກລົງແລ້ວ ຊີວິດຄືຫຍັງ? ຄຳຖາມຕ່າງໆເຫຼົ່ານີ້ມັກຈະເກີດຂຶ້ນຍາມຢູ່ ພຽງລຳພັງຢ່າງງຽບໆ ຍິ່ງຄິດກໍຍິ່ງເຈີແຕ່ຄຳຖາມ ບາງຄົນ ອາດຈະຄັນປາກຢາກຖາມຂຶ້ນເຊັ່ນກັນວ່າ ຄວັນສີເທົາ ຕົກລົງວ່າ ທີ່ເຈົ້າຖາມມາທັງໝັດນັ້ນເຈົ້າຕອບໄດ້ຈັກຂໍ້ບໍ່ນິ ອັນນີ້ກໍຕ້ອງສາລະພາບຕົງໆວ່າ ຂ້ອຍກໍຫາຄຳຕອບບໍ່ເຈີເຊັ່ນກັນ

ແຕ່ຖ້າຈະໃຫ້ຂ້ອຍຕອບຈັກໜຶ່ງຂໍ້ ຂ້ອຍຄົງເລືອກຂໍ້ສຸດທ້າຍທີ່ວ່າ

ຊີວິດຄືຫຍັງ?

ເຮົາຈະສັງເກດເຫັນວ່າ ຊີວິດມະນຸດລ້ວນກ່ຽວຂ້ອງກັບຄວາມປ່ຽນແປງຕະຫຼອດເວລາ ປ່ຽນຈາກເດັກນ້ອຍໄປເປັນຜູ້ໃຫຍ່ ຈາກຜູ້ໃຫຍ່ໄປເປັນຜູ້ເຖົ້າ ຈາກຜູ້ເຖົ້າໄປເປັນເຖົ້າຖ່ານ ຫຼື ຖ້າມອງໃນແງ່ພັດທະນາການທາງດ້ານຈິດໃຈ ອາດຈະມອງໄດ້ວ່າ ປ່ຽນຈາກຄົນທີ່ບໍ່ເຄີຍມີປະສົບການໄປເປັນຄົນມີປະສົບການ ປ່ຽນຈາກຄົນທີ່ບໍ່ຮູ້ຫຍັງໄປເປັນຄົນທີ່ໄດ້ຮູ້ຕົນເອງ ແລະ ຮູ້ໂລກຫຼາຍຂຶ້ນ ປ່ຽນວິທີການມອງໂລກແບບໜຶ່ງໄປເປັນອີກແບບໜຶ່ງ ສະຫຼຸບແລ້ວ ຊີວິດລ້ວນແລ້ວແຕ່ຄຸກຄີຢູ່ກັບຄວາມປ່ຽນແປງຕະຫຼອດເວລາ ສະນັ້ນ ຖ້າຈະບອກວ່າ ຊີວິດຄືການປ່ຽນແປງ ກໍບໍ່ໜ້າຈະຜິດ

ຖ້າເຮົາຍອມຮັບວ່າຊີວິດຄືການປ່ຽນແປງເຮົາຈະບໍ່ເປັນທຸກກັບຫຼາຍຢ່າງທີ່ກຳລັງຈະປ່ຽນໄປ ເພາະທ້າຍທີ່ສຸດເຮົາກໍຮູ້ຢູ່ວ່າ ໂລກກໍເປັນໄປແບບນີ້ ມະນຸດຈະຍິນດີ ຫຼື ບໍ່ຍິນດີ ຈະມີຄວາມສຸກ ຫຼື ຈະເຈັບປວດພຽງໃດ ໂລກຈະຍັງຄົງໝຸນ ແລະ ດຳເນີນໄປເປັນປົກກະຕິ

ຄົນທີ່ກັກຕົວໃນສະຖານທີ່ແຫ່ງນີ້ເມື່ອຮອດເວລາກໍຕ້ອງຈາກໄປ ຂ້ອຍເອງກໍກຳລັງຈະຈາກສະຖານທີ່ແຫ່ງນີ້ໄປ ໃນອີກບໍ່ດົນເຊັ່ນກັນ

ສຸດທ້າຍ ບໍ່ວ່າເຮົາຈະຢູ່ຫຼືຈະໄປ ແມງໄມ້ຈະຍັງຄົງສົ່ງສຽງ ແມ່ຄ້າຈະຍັງຄົງຂາຍເຄື່ອງ ດົນຕີຈະຍັງຄົງດັງ ຕໍ່ໄປ

ໂລກ ແລະ ຊີວິດ ກໍດຳເນີນໄປແບບນີ້ແຫຼະ

ຄວັນສີເທົາ ຂຽນ

ນະຄອນຫຼວງວຽງຈັນ, ປີ 2564.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ