ຄວາມເປັນໄປຂອງຊີວິດ

ລະດູຝົນຂອງເດືອນກໍລະກົດ ນອກຈາກຈະເຮັດໃຫ້ຫຍ້າທີ່ຫ່ຽວແຫ້ງມານານຫຼາຍເດືອນກັບຄືນມີຊີວິດຊີວາອີກຄັ້ງໜຶ່ງແລ້ວ ກໍຍັງເຮັດໃຫ້ອາກາດຂ້າງນອກໃນຍາມແລງເຢັນສະບາຍດີ

ຂ້ອຍກຳລັງຢືນຊື່ນຊົມຕາເວັນທີ່ກຳລັງຈະລັບຂອບຟ້າຜ່ານທາງປ່ອງຢ້ຽມ ໃນຫ້ອງມີໜັງສືສອງສາມເຫຼັ້ມທີ່ຂ້ອຍພົກຕິດຕົວມາເພື່ອອ່ານໃນຍາມວ່າງ ມຸມຫ້ອງອີກດ້ານໜຶ່ງມີກາຊົງກາເຟກັບເຂົ້າໜົມສອງສາມຫໍ່ ເມື່ອຮູ້ສຶກເມື່ອຍລ້າກັບການຂຽນງານ ອ່ານໜັງສືແລະການນອນ ຂ້ອຍມັກຈະມານັ່ງດື່ມກາເຟ ພ້ອມກັບເບິ່ງວິດີໂອໄຮ້ສາລະ ໃຫ້ຫາຍເມື່ອຍ (ຄວາມຈິງວິດີໂອບໍ່ໄດ້ໄຮ້ສາລະດອກ ເພາະແຕ່ລະຢ່າງມີຄຸນຄ່າຂອງມັນເອງ ຢ່າງໜ້ອຍກໍເຮັດໃຫ້ຂ້ອຍຫາຍເມື່ອຍລະຫວ໋າ)

ຊີວິດແບບນີ້ຄົງຈະຢູ່ກັບຂ້ອຍໄປຫຼາຍວັນ ທີ່ກ່າວມາທັງໝົດນີ້ພຽງແຕ່ຢາກສົ່ງຂ່າວວ່າ ຕອນນີ້ ຂ້ອຍໄດ້ກັບມາສູ່ມາຕຸພູມແລ້ວແລະກຳລັງກັກຕົວຢູ່ສູນກັກຕົວແຫ່ງໜຶ່ງເຊິ່ງບໍ່ໄກຈາກຕົວເມືອງວຽງຈັນປານໃດ ຈະວ່າໄປວິຖີຊີວິດແບບນີ້ກໍຮູ້ສຶກດີບໍ່ໜ້ອຍເພາະເຮັດໃຫ້ຂ້ອຍໄດ້ຢູ່ກັບຕົນເອງ ໄດ້ຟັງສຽງຂອງຫົວໃຈຕົນເອງ ໄດ້ເຫັນທຳມະຊາດຂອງຕົນເອງຫຼາຍຂຶ້ນ ຄົນເຮົາເວລາຢູ່ຄົນດຽວມັກຈະຄິດແລະສະແດງຕົວຕົນອອກມາແບບໜຶ່ງ ເວລາຢູ່ກັບເພື່ອນກໍສະແດງຕົນໄປອີກແບບໜຶ່ງ

ຈະວ່າໄປແລ້ວ ເຮົາສາມາດທີ່ຈະຮູ້ຈັກຄົນຄົນໜຶ່ງໄດ້ ກໍເທົ່າທີ່ເຂົາສະແດງອອກມາໃຫ້ເຮົາເຫັນເທົ່ານັ້ນແຫຼະ

ເຮົາບໍ່ມີທາງຮູ້ດອກວ່າແທ້ທີ່ຈິງແລ້ວຄົນຄົນນັ້ນເປັນຄົນແນວໃດ ການຕັດສິນເຂົາຈາກພາບລັກພາຍນອກອາດຈະບໍ່ກົງກັບຄວາມເປັນຈິງກໍໄດ້ ຂ້ອຍເຄີຍໄດ້ຍິນເລື່ອງເລົ່າວ່າ ມີຄອບຄົວຊາວນາຄົວຄອບໜຶ່ງທີ່ມີລູກນ້ອຍໜຶ່ງຄົນແລະລ້ຽງໝາໄວ້ອີກໜຶ່ງໂຕ ມື້ໜຶ່ງ (ຮູ້ສຶກວ່າໜຶ່ງຊິຫຼາຍເກີນໄປເນາະ) ເນື່ອງຈາກສອງສາມີພັນລະຍາຈຳເປັນຕ້ອງອອກໄປເຮັດວຽກຢູ່ກາງທົ່ງນຳກັນ ທັງສອງກໍເລີຍປຶກສາກັນວ່າຊິໃຫ້ຜູ້ໃດດູແລລູກ ຜູ້ເປັນເມຍອອກຄວາມເຫັນວ່າໃຫ້ປ່ຽນເວນກັນກໍໄດ້ ຄົນໜຶ່ງໄປເຮັດວຽກແລ້ວຄົນໜຶ່ງກໍຕ້ອງດູແລລູກ ແຕ່ວ່າຜູ້ເປັນຜົວບໍ່ເຫັນດ້ວຍພ້ອມກັບສະເໝີໄອເດຍວ່າອອກໄປເຮັດວຽກທັງສອງນີ້ແຫຼະສ່ວນລູກເອົານອນໄວ້ໃນເຮືອນໃຫ້ໝາບັກຕູບເຝົ້າກໍໄດ້ດອກ ເມຍບໍ່ຢາກຂັດໃຈກໍເລຍເຫັນດີນຳດ້ວຍຄວາມຈຳຍອມ ດັ່ງນັ້ນ ພວກເຂົາຈຶ່ງເອົາລູກນ້ອຍນອນໄວ້ໃນເຮືອນ ປິດປະຕູໄວ້ໃຫ້ຢູ່ກັບໝາບັກຕູບ ສາມຊົ່ວໂມງຜ່ານໄປສອງຜົວເມຍໄດ້ຍິນສຽງບັກຕູບເຫົ່າກໍເລີຍພາກັນຟ້າວແລ່ນກັບມາເບິ່ງ ພາບທີ່ປາກົດຕໍ່ໜ້າທັງສອງ ເຮັດໃຫ້ຜູ້ເປັນພັນລະຍາແທບຈະເປັນລົມ ໝາ-ທັງຫົວທັງຕົວທັງປາກເຕັມໄປດ້ວຍເລືອດ ຜູ້ເປັນສາມີ ເມື່ອເຫັນເຊັ່ນນັ້ນກໍບໍ່ລໍຊ້າຈັບໄມ້ໜ້າສາມມາຟາດໃສ່ຫົວບັກຕູບຢ່າງບໍ່ຢັ້ງມືດ້ວຍຄວາມໂມໂຫ ໂທດຖານທີ່ມັນກັດລູກນ້ອຍຈົນເຖິງແກ່ຄວາມຕາຍ ຜູ້ເປັນພັນລະຍາຟ້າວແລ່ນເຂົ້າໄປຫາລູກນ້ອຍເພື່ອຊິໄດ້ຊ່ວຍເຫຼືອທັນ ເມື່ອໄປຮອດອູ່ທີ່ລູກນອນ ບໍລິເວນນັ້ນເຕັມໄປດ້ວຍເລືອດ ຫົວໃຈຂອງຜູ້ເປັນແມ່ທີ່ຮ້ອງໄຫ້ຢູ່ແລ້ວນ້ຳຕາຍິ່ງໄຫຼອອກມາຫຼາຍກວ່າເກົ່າ ແຕ່ນ້ຳຕາທີ່ໄຫຼອອກມາຕອນນີ້ ບໍ່ແມ່ນເພາະການຈາກໄປຂອງລູກນ້ອຍ ແຕ່ເພາະຂ້າງໆອູ່ມີງູນອນຕາຍຢູ່ໂຕໜຶ່ງ

ສະຫຼຸບກໍຄື ທີ່ຕົນໂຕບັກຕູບເຕັມໄປດ້ວຍເລືອດນັ້ນເພາະມັນຕໍ່ສູ່ກັບງູທີ່ຈະມາກິນລູກຂອງພວກເຂົາ..ເລື່ອງຈົບລົງພຽງເທົ່ານີ້

ຜູ້ຂຽນບໍ່ຮູ້ດອກວ່າເລື່ອງນີ້ເປັນເລື່ອງຈິງຫຼືເລື່ອງແຕ່ງ ແຕ່ມັນສະທ້ອນສັງຄົມມະນຸດເຮົາໄດ້ເປັນຢ່າງດີ ຜູ້ອ່ານເຊື່ອບໍ່ວ່າມີຫຼາຍຄົນໃນໂລກທີ່ມີຊະຕາກຳເໝືອນກັບບັກຕູບ ພຽງເພາະຄົນອື່ນຕັດສິນພວກເຂົາຈາກພາບລັກພາຍນອກ ທັງໆທີ່ຍັງບໍ່ທັນຮູ້ເລີຍວ່າຂໍ້ເທັດຈິງເປັນແນວໃດແຕ່ກໍຟ້າວດ່ວນຕັດສິນໃຈໄປແລ້ວວ່າຕ້ອງເປັນແນວນັ້ນຕ້ອງເປັນແນວນີ້ ບາງຄົນຮູ້ຂໍ້ມູນມາພຽງໜ້ອຍດຽວ ສົມມຸດຂໍ້ມູນມີສິບສ່ວນ ຮູ້ມາພຽງສອງສ່ວນ ແຕ່ບອກວ່າຮູ້ທຸກຊອກທຸກມຸມ ແລ້ວກໍທ່ຽວຕັດສິນຄົນນັ້ນຄົນນີ້ວ່າບໍ່ດີຕາມທີ່ຕົນຄິດ ຢ່າລືມວ່າໃນຂະນະທີ່ເຮົາຊີ້ໜ້າດ່າຄົນອື່ນ ມືນິ້ວໜຶ່ງເຮົາຊີ້ໄປທີ່ຄົນອື່ນ ແຕ່ອີກສາມນິ້ວມັນຊີ້ມາທີ່ຕົວເຮົາ

ສະນັ້ນ ແທນທີ່ຈະຕັດສິນຄົນອື່ນ ເຮົາຄວນກັບມາພິຈາລະນາຕົນເອງໃຫ້ຫຼາຍຂຶ້ນ ຕຳໜິຕົນເອງໃຫ້ຫຼາຍຂຶ້ນ ຄວາມຈິງເຮົາບໍ່ສາມາດໄປຕັດຄົນອື່ນໄດ້ດ້ວຍຊ້ຳວ່າເປັນແບບນັ້ນແບບນີ້ ມະນຸດໄດ້ຮັບການເຝິກຝົນມາແຕກຕ່າງກັນ ໄດ້ກ່ຽວຂ້ອງກັບສະພາບແວດລ້ອມມາຕ່າງກັນ ສະນັ້ນ ເຮົາຈຶ່ງບໍ່ສາມາດຕັດສິນໄດ້ເລີຍວ່າແທ້ທີ່ຈິງແລ້ວ ເຂົາເປັນຄົນແນວໃດ

ຖາມວ່າເພາະຫຍັງ?

ເພາະເຮົາສາມາດທີ່ຈະຮູ້ຈັກຄົນຄົນໜຶ່ງໄດ້

ເທົ່າທີ່ເຂົາສະແດງອອກມາໃຫ້ເຮົາເຫັນເທົ່ານັ້ນແຫຼະ

ຖາມວ່າ ຄູບາ..ຮູ້ໄດ້ຈັ່ງໃດ?

ກໍລອງສັງເກດຕົນເອງເບິ່ງ ເວລາຢູ່ຄົນດຽວ ເວລາທີ່ເປັນຕົວຂອງຕົວເອງທີ່ສຸດ ເອົາງ່າຍໆ ເວລາເຂົ້າຫ້ອງນ້ຳ ເຮົາຈະສະແດງອອກໄດ້ເປັນທຳມະຊາດທີ່ສຸດ ຢາກຜິວປາກ ຢາກຮ້ອງເພງແບບຜິດໆຖືກໆ ເຮົາກໍເຮັດໂດຍບໍ່ຮູ້ສຶກອາຍ ແຕ່ວ່າເວລາຢູ່ກັບຜູ້ອື່ນເຮົາຈະສະແດງອອກອີກແບບໜຶ່ງ ຈະວ່າເສແສ້ງກໍຄົງບໍ່ຜິດ

ຄິດໄປຄິດມາ ຮູ້ສຶກຕົວຂຶ້ນວ່າ

ເອ໊ະ..(…) ມາຢືນຈົ່ມບ້າອິຫຍັງຢູ່ວ່ະ

ໄປອາບນ້ຳໄດ້ແລ້ວ!!!

ຄວັນສີເທົາ ຂຽນ

ຫຼັກຊາວເຈັດ, ປີ 2564.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ