ໂດຍ: ຄວັນສີເທົາ
ຄວາມຜິດພາດຄືໂອກາດທີ່ຈະໄດ້ປ່ຽນແປງຕົນເອງ
ຄົນສ່ວນໃຫຍ່ມັກໝົກໝຸ້ນຢູ່ກັບຊີວິດເດີມໆ ຄວາມເຊື່ອເດີມໆ ຄ່ານິຍົມເດີມໆທີ່ຕົນຄິດວ່າຖືກຕ້ອງທີ່ສຸດແລ້ວ ແນ່ນອນ ສິ່ງເຫຼົ່ານີ້ເຮັດໃຫ້ເຮົາຮູ້ສຶກປອດໄພ ແຕ່ຫຼາຍຄັ້ງ ການໃຊ້ຊີວິດແບບນີ້ມັກນຳເຮົາໄປສູ່ສະຖານະການທີ່ຍາກລຳບາກ ທ່າມກາງສັງຄົມທີ່ປ່ຽນແປງຕະຫຼອດເວລາ ຫຼາຍຄົນບອກວ່າ ການໃຊ້ຊີວິດແບບນີ້ ທ້າຍທີ່ສຸດແລ້ວ ບໍ່ໜ້າຈະແມ່ນການໃຊ້ຊີ້ວິດຢ່າງແທ້ຈິງ
“ຄວາມແນ່ໃຈຄືສັດຕູຂອງການເຕີບໂຕ” ຂ້ອຍເຫັນດ້ວຍກັບຄຳເວົ້ານີ້ຂອງມາຣ໌ກ ແມນສັນ–ນັກຂຽນ ແລະ ບລ໋ອກເກີຣ໌ ຊາວອະເມຣິກັນ ຄວາມດີ ຄວາມຈິງ ຄວາມງາມ ບໍ່ໜ້າຈະມີພຽງໜຶ່ງດຽວ ເປີດໂອກາດໃຫ້ຕົນເອງໄດ້ຜິດພາດແນ່ກໍໄດ້ ເພື່ອໃຫ້ຊີວິດໄດ້ຊິມລົດຊາດຂອງຄວາມທ້າທາຍ ເພາະໂລກນີ້ເຕັມໄປດ້ວຍຄວາມບໍ່ແນ່ນອນ ການປັກໃຈເຊື່ອຢູ່ກັບສິ່ງໃດສິ່ງໜຶ່ງຢ່າງໂງຫົວບໍ່ຂຶ້ນ ອາດຈະເຮັດໃຫ້ເສຍໂອກາດໃນການພັດທະນາຕົນເອງກໍເປັນໄດ້
ໄດ້ເວລາ..ອອກໄປໃຊ້ຊີວິດແລ້ວມ້າງງງ!
“ຢ່າລືມປັກໄຟເດີ”
“ໂດຍ ຂ້ານ້ອຍເກັບໝົດແລ້ວ ຍັງເຫຼືອແຕ່ຜ້າຂົນໜູ ລໍໃຫ້ອາຈານອາບນໍ້າແລ້ວກ່ອນ ຈຶ່ງຊິຜັບໃສ່ກະເປົ໋າ”
“ຄູບາອີກສອງອົງຕື່ນແລ້ວຫວາ?”
“ໜ້າຈະກຳລັງຈະລົງມາແລ້ວ ຂ້ານ້ອຍ”
ນີ້ຄືບົດສົນທະນາລະຫວ່າງຂ້ອຍກັບອາຈານກ່ອນທີ່ຈະອອກຈາກທີ່ພັກໃນດາຣັມຊາຣາ
ຕອນນີ້ເວລາສາມໂມງເຊົ້າ ຄະນະເດີນທາງພວກເຮົາກຳລັງຈະອອກຈາກທີ່ພັກເພື່ອເດີນທາງຕໍ່ໄປສູ່ອີກເມືອງໜຶ່ງ ພວກເຮົາໄດ້ເດີນທາງມາຮອດດາຣັມຊາຣາ ເມື່ອວັນທີ 10 ເດືອນເມສາ 2560; ພາຍຫຼັງທີ່ໃຊ້ເວລາໜຶ່ງມື້ເຕັມໆໃນການເດີນທ່ຽວຊົມບ້ານເມືອງ ແລະ ສະຖານທີ່ສຳຄັນທາງພຣະພຸດທະສະໜາໃນເມືອງນີ້. ດາຣັມຊາຣາ (Dharamshala) ຕັ້ງຢູ່ເຂດປົກຄອງຂອງກັນກຣາ (Kangra) ລັດຫິມະຈັນປະເທດ ປະເທດອິນເດຍ; ແບ່ງອອກເປັນສອງສ່ວນຄື ດາຣັມຊາຣາລຸ່ມ ແລະ ດາຣັມຊາຣາເທິງ ໂຮງແຮມທີ່ຄະນະພວກເຮົາໄປພັກນັ້ນແມ່ນດາຣັມຊາຣາເທິງ ເຊິ່ງເປັນສະຖານທີ່ປະທັບຂອງອົງທະໄລລາມະ–ຜູ້ນຳທາງຈິດວິນຍານຂອງຊາວທິເບດ. ຈາກບັນທຶກສ່ວນຕົວຜູ້ຂຽນບັນຍາຍບັນຍາດໃນເມືອງນີ້ໄວ້ວ່າ:
“ຊາວເມືອງດາຣັມຊາລາມັກດຳລົງຊີວິດຢູ່ດ້ວຍການເຝິກສະຕິຕະຫຼອດເວລາ ນັບຕັ້ງແຕ່ພຣະສົງ-ສາມະເນນໄປຈົນເຖິງພໍ່ຄ້າຊາວຂາຍຕາມທ້ອງຕະຫຼາດ ເວລາຍ່າງໄປຕາມຖະໜົນຫົນທາງມັກຈະເຫັນພວກເຂົາຖືສາຍປະຄຳຕິດຕົວໄວ້ແທບທຸກຄົນ ແລະ ຍາມວ່າງຈະນັບລູກປະຄຳເພື່ອເຝິກສະຕິຕາມແນວຄຳສອນທາງພຣະພຸດທະສາສະໜາ. ພຣະພຸດທະສາສະໜາໃນເມືອງນີ້ເປັນພຸດທະສາສະໜາແບບວັດຊະຣະຍານ ຫຼື ແບບທິເບດ ໂດຍມີອົງທະໄລລາມະເປັນຜູ້ນຳສູງສຸດ. ຊາວທິເບດທີ່ອົບພະຍົບມາຢູ່ນີ້ບໍ່ສາມາດທີ່ຈະມີດິນເປັນຂອງຕົນເອງ ຕ້ອງເຊົ່ານຳລັດຖະບານອິນເດຍເທົ່ານັ້ນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ພວກເຂົາເປັນຄົນຂະຫຍັນຂັນແຂງ ບໍ່ມີຂໍທານເລີຍແມ່ນແຕ່ຄົນດຽວ”
ໃນເຊົ້າມື້ນັ້ນ ພວກເຮົາຕື່ນມາຕັ້ງແຕ່ສາມໂມງເຊົ້າເພື່ອມາລໍລົດໂດຍສານໄປອີກເມືອງໜຶ່ງ ທີ່ມີຊື່ວ່າ ມະນາລີ ເຊິ່ງຕັ້ງຢູ່ທາງຕອນເໜືອຂອງປະເທດອິນເດຍ ຜູ້ອ່ານອາດຈະສົງໄສວ່າລົດຄືອອກແຕ່ເຊົ້າແທ້ຄູບາ? ຄວາມຈິງເລື່ອງນີ້ຂ້ອຍກໍສົງໄສຄືກັນ ເຊິ່ງອາຈານຜູ້ນຳຄະນະໃຫ້ເຫດຜົນວ່າ ການມາອິນເດຍຕ້ອງຮູ້ເລື່ອງໜຶ່ງຄື ບໍ່ມີຫຍັງແນ່ນອນ ຕາມປົກກະຕິລົດໂດຍສານຄິວນີ້ ຈະອອກຖ້ຽວທຳອິດປະມານຫ້າໂມງເຊົ້າ ແຕ່ຖ້າຄົນຜູ້ໂດຍສານເຕັມກ່ອນ ເຂົາກໍອອກກ່ອນເວລາ. ສະນັ້ນ ອອກມາລໍສາມໂມງນີ້ແຫຼະດີແລ້ວ ບາງເທື່ອອາດຈະໄດ້ອອກກ່ອນເວລາກໍເປັນໄດ້, ທ່ອງໄວ້ບໍ່ມີຫຍັງແນ່ນອນ.
ຕອນນີ້ອາກາດຂ້າງນອກປະມານຫ້າອົງສາ
ຖາມວ່າໜາວບໍ່?
ຢາກສາລະພາບວ່າເປັນຄັ້ງທຳອິດໃນຊີວິດທີ່ມາເຈີອາກາດໜາວຂະໜາດນີ້ ແຂ້ວເບື້ອງລຸ່ມກັບເບື້ອງເທິງກະທົບກັນປານວ່ານັກດົນຕີລົວກອງ ໜຶ່ງຊົ່ວໂມງຜ່ານໄປ ຄົນຂາຍປີ້ຍັງບໍ່ທັນຕື່ນເລີຍ ໄຟໜ້າສະຖານີຍັງບໍ່ເປີດດ້ວຍຊ້ຳ..ແຂ້ວຂອງຂ້ອຍກໍຍັງຄົງຕີກອງຕໍ່ໄປ ພວກເຮົາພາກັນນັ່ງສັ່ນງອກໆຢູ່ດ້ານໜ້າສະຖານີ ຕາທັງແປດໜ່ວຍຈ້ອງໄປທີ່ຫ້ອງຄົນຂາຍປີ້ ໄດ້ແຕ່ຄິດໃນໃຈວ່າ “ຍາມໃດມຶງຊິຕື່ນ ເທບພະເຈົ້າເອີຍ ພຣະຊິຕາຍໜາວແລ້ວນິ” ພວກເຮົາລໍຖ້າຢູ່ຫັ້ນເກືອບສອງຊົ່ວໂມງກໍຍັງບໍ່ມີວີ່ແວວວ່າຊິມີຄົນຍ່າງອອກມາ ກໍເລີຍພາກັນຍ່າງວົນໄປວຽນມາເພື່ອວອຣ໌ມ (warm) ຮ່າງກາຍໃຫ້ອົບອຸ່ນ
ແລະ ແລ້ວນາທີທີ່ລໍຄອຍກໍມາຮອດຈົນໄດ້ ສົມກັບຄຳທີ່ພຣະເພິ່ນວ່າອິຫຼີ “ຄວາມອົດທົນເຮັດໃຫ້ຄົນເປັນຄົນດີ ອົດທົນເຖິງທີ່ໄດ້ດີທຸກຄົນ” ພວກເຮົາຟ້າວຍ່າງເຂົ້າໄປຫາທັນທີ ເມື່ອໄປຮອດໜ້າຫ້ອງ. ກູຣູຈີ (ເປັນຄຳເອີ້ນນັກບວດ) ຊິໄປໃສ? ມະນາລີ. ອາຈານຕອບ. ແລ້ວລາວກໍຍື່ນປີ້ມາໃຫ້ພວກເຮົາສີ່ໃບ ພ້ອມກັບມີສຽງກຳຊັບຕາມມາວ່າ ອີກສາມສິບນາທີລົດອອກເດີ. ຢາກຈະຮ້ອງອອກມາດັງໆພາຍໃນວ່າງແຂ້ວວ່າ ສ..ສັດເອີຍ! ປ່ອຍໃຫ້ລໍມາສາມຊົ່ວໂມງແລ້ວ ຍັງຊິໃຫ້ລໍອີກຢູ່ຫວາ?
ໃນຂະນະທີ່ລໍອີກສາມສິບນາທີນັ້ນ ພວກເຮົາກໍໄດ້ຊື້ເຂົ້າຈີ່ແບບທິເບດມາກິນກັບຊາຮ້ອນໆ ແລະ ນີ້ກໍເປັນຄັ້ງທຳອິດເຊັ່ນກັນທີ່ໄດ້ກິນເຂົ້າຈີ່ກັບຊາຮ້ອນ ບອກໄດ້ຄຳດຽວເລີຍວ່າ ແຊບຈົນລືມກັບວັດ. ເໝືອນກັບວ່າອາລົມທີ່ເດືອດປຸດໆວ່າງກີ້ນີ້ໄດ້ມະລາຍຫາຍໄປກັບລົມໜາວຢ່າງໄວວາ ຕອນນີ້ກຳລັງເມົາມັນກັບນ້ຳຊາ ແລະ ເຂົ້າຈີ່. ອາຈານບອກວ່າສັນຫຼາຍໆ ກວ່າເຮົາຊິໄດ້ສັນອີກກໍປະມານເກືອບທ່ຽງ ເພາະມື້ນີ້ຕ້ອງນັ່ງລົດທັງວັນ. ຕອນນີ້ເວລາປະມານຫົກໂມງເຄິ່ງລໍ້ລົດກຳລັງໝຸນອອກຈາກດາຣັມຊາຣາເພື່ອມຸ່ງໜ້າສູ່ມະນາລີດ້ວຍໄລຍະທາງ 280 ກິໂລແມັດ.
ພໍລົດອອກມາປະມານສາມສິບນາທີ ດ້ວຍຄວາມເມື່ອຍລ້າຈາກການອຶດນອນ ໜັງຕາກໍຄ່ອຍໆຢ່ອນລົງມາປິດກັນ ບາງຄົນກໍສັບປະຫງົກ ບາງຄົນກໍກຳລັງເຄີບເຄີ້ມ ດົນໆຈະມີລົດສວນຂຶ້ນມາຄັນໜຶ່ງສອງຄັນ ລົດພວກເຮົາໄດ້ແລ່ນຜ່ານໝູ່ບ້ານແຫ່ງໜຶ່ງ ໃນຂະນະທີ່ຫຼາຍຄົນກຳລັງເຄີ້ມຫຼັບຢູ່ນັ້ນ ກໍມີສຽງດັງຂຶ້ນ ຕູມ! ແມ່ນຫຍັງ ແມ່ນຫຍັງ? ຂ້ອຍລຸກຂຶ້ນໂດຍບໍ່ຮູ້ຕົວ ມືຍັງສັ່ນຢູ່ (ບໍ່ຮູ້ວ່າສັ່ນໜາວ ຫຼື ສັ່ນເພາະຕົກໃຈ) ເມື່ອສີຕາເບິ່ງດີໆ ຈຶ່ງຮູ້ວ່າມີລົດອີກຄັນສວນທາງມາ ແຕ່ວ່າຫຼີກກັນບໍ່ວິດຈຶ່ງເຮັດໃຫ້ຕຳກັນແບບສຽງໆ.
ຫຼັງຈາກນັ້ນ ຄວາມວຸ້ນວາຍກໍເກີດຂຶ້ນ ໂຊເຟີທັງສອງຄົນລົມກັນບໍ່ຮູ້ເລື່ອງ. ຄວາມຈິງພວກເຂົາເຂົ້າໃຈພາສາກັນດີ ແຕ່ຕ່າງຄົນກໍຕ່າງໂທດອີກຝ່າຍ ບໍ່ມີໃຜຍອມຮັບຜິດ ຖຽງກັນຢູ່ເກືອບຊົ່ວໂມງເຄິ່ງ. ພວກເຮົາກໍໄດ້ແຕ່ນັ່ງຕາເຫຼື້ອມເມົ້າໆເບິ່ງພວກເຂົາຖຽງກັນຊື່ໆ ຄິດໃນໃຈ “ພາສາກໍເຂົ້າໃຈກັນດີ ແຕ່ເປັນຫຍັງຄືເວົ້າກັນບໍ່ຮູ້ເລື່ອງ ຢາກຈະຍ່າງໄປບອກວ່າ ສູກໍຜິດທັງສອງຄົນນັ້ນແຫຼະ ແຕ່ຕິດຢູ່ທີ່ວ່າ ເວົ້າພາສາມັນບໍ່ໄດ້” (ຢ້ຳອີກຄັ້ງ..ຄຳທີ່ຢູ່ໃນວົງຢືມ ຄິດໃນໃຈຊື່ໆເດີ). ຜ່ານໄປເກືອບສອງຊົ່ວໂມງ ສຸດທ້າຍ ກໍມີລົດອີກຄັນມາຮັບພວກເຮົາໄປ. ຂ້ອຍຍັງສົງໄສຢູ່ວ່າ ຫຼັງຈາກທີ່ພວກເຮົາອອກໄປແລ້ວ ທັງສອງຍັງຊິຖຽງກັນຕໍ່ຢູ່ບໍ່ ຫຼື ມັນເປັນວິທີຂ້າເວລາໃນລະຫວ່າງລໍໃຫ້ລົດອີກຄັນມາຮັບພວກເຮົາ? ອັນນີ້ກໍຈົນດ້ວຍກະໝ່ອມທີ່ຈະຕອບໄດ້. ແຕ່ຖ້າບໍ່ຄິດຫຍັງຫຼາຍ ຄິດເສຍວ່າ ພວກເຂົາໄດ້ສະແດງລະຄອນສາກໜຶ່ງໃຫ້ເບິ່ງກໍແລ້ວກັນ.
ຂ້ອຍເຄີຍຄິດວ່າ ຄົງບໍ່ມີທາງລົດເສັ້ນໃດທີ່ຍາກລຳບາກໄປກວ່າ ເສັ້ນທາງລະຫວ່າງວຽງຈັນ-ຫຼວງພະບາງ ອີກແລ້ວ ແຕ່ຂໍໂທດ ຂ້ອຍຄິດຜິດ. ຖ້າໃຜໄດ້ມາເຈີເສັ້ນທາງລະຫວ່າງດາຣັມຊາຣາ-ມະນາລີ ຈະຮູ້ວ່າ ເສັ້ນທາງ ວຽງຈັນ-ຫຼວງພະບາງນັ້ນ ໃນແງ່ຂອງຄວາມຍາກລຳບາກ ແລະ ສຽວໄສ້ ບໍ່ໄດ້ເສດໜຶ່ງສ່ວນສິບຂອງທາງເສັ້ນນີ້ເລີຍ. ຂີ້ຝຸ່ນ, ຂີ້ຕົມ, ຂຸມ, ບໍ່, ພູ, ເຫວ ແລະ ທາງແຄບແສນແຄບ ສວນທາງກັນແທບຈະບໍ່ໄດ້ ສາລະພັດຄວາມລຳບາກເໝືອນຈະມາລວມໄວ້ໃນທາງເສັ້ນນີ້ ຂ້ອຍຄິດວ່າ ຖ້າຄົນຂັບເຜີສະຕິແມ່ນແຕ່ວິນາທີດຽວ ມີຫວັງຕົກເຫວຢ່າງແນ່ນອນ ທີ່ສຳຄັນເຫວສູງ ສູງ ແລະ ສູງ ບໍ່ຮູ້ວ່າຊິເອົາຄຳໃດມາປຽບທຽບເພື່ອໃຫ້ເຫັນພາບ ເອົາເປັນວ່າ ສູງແບບໂຄດປູ່ໂຄດຍ່າກໍແລ້ວກັນ ມັນສູງອິຫຼີ ຖ້າຕົກລົງໄປ ຂ້ອຍຄິດວ່າ ຢ່າວ່າແຕ່ສົບເລີຍທີ່ຫາບໍ່ເຈີ ແມ່ນແຕ່ກະດູກ ແລະ ວິນຍານກໍຫາບໍ່ເຈີເຊັ່ນກັນ.
ຕາມປົກກະຕິເວລາເຮົານັ່ງລົດໂດຍສານ ເມື່ອຮອດສະຖານີໃນແຕ່ລະເມືອງເຂົາມັກຈະແວະຈອດປະມານສິບ ຫຼື ຊາວນາທີ ເຊິ່ງລົດຄັນນີ້ກໍໜີບໍ່ພົ້ນກົດເກນຂໍ້ນີ້ເຊັ່ນກັນ. ການຈອດໃນແຕ່ລະສະຖານີກໍຈະມີຄົນຂຶ້ນ-ຄົນລົງ ຄົນເກົ່າລົງໄປ ຄົນໃໝ່ກໍຂຶ້ນມາ ສະລັບສັບປ່ຽນກັນໄປຕະຫຼອດທາງ. ບາງຄົນກໍລົງໄປທຳທຸລະສ່ວນຕົວແລ້ວກໍຂຶ້ນມາໃໝ່ ພວກເຮົາກໍເຊັ່ນດຽວກັນ ລົງໄປແລ້ວກໍຂຶ້ນມາ ແຕ່ວ່າຄວາມບັນໄລໄດ້ເກີດຂຶ້ນຢູ່ສະຖານີແຫ່ງໜຶ່ງ. ຕາມປົກກະຕິ ຂ້ອຍຈະເປັນຜູ້ດູແລຖົງພາຍຂອງອາຈານເຊິ່ງມີເອກະສານທຸກຢ່າງຢູ່ໃນນັ້ນ ຕັ້ງແຕ່ປີ້ລົດ, ບັດປະຊາຊົນ, ພາສະປອດ ຈົນຮອດບັດເອທີເອັມ ແລະ ເງິນສົດ ຈະຢູ່ໃນຖົງນີ້ທັງໝົດ.
ອາຈານກຳຊັບວ່າຮັກສາໄວ້ໃຫ້ດີເດີ ເວລາພາຍໃຫ້ບ່ຽງມາດ້ານໜ້າໜ້ອຍໜຶ່ງ ແມ່ນແຕ່ເວລາຫຼັບກໍໃຫ້ກອດໄວ້ ເພາະມັກຈະມີໂຈນມາລັກກະເປົ໋າຕອນເຮົາເຜີຫຼັບເປັນປະຈຳ. ສະນັ້ນ ຖ້າຖົງນີ້ຫາຍທຣິບເຮົາກໍຈົບທັນທີ. ຂ້ອຍກໍຮັກສາຖົງມາຕະຫຼອດທາງ ແຕ່ມາຮອດສະຖານີແຫ່ງໜຶ່ງອາຈານເອີ້ນເອົາຖົງເພື່ອຊິເອົາເງິນໄປຊື້ນ້ຳດື່ມ ແລ້ວກໍຍື່ນຖົງໃຫ້ຄູບາອີກອົງທີ່ນັ່ງຢູ່ເບາະໃກ້ກັນ.
ເມື່ອຖົງປ່ຽນມື ເຫດການກໍປ່ຽນໄປ
ເມື່ອພວກເຮົາທັງຄະນະຮູ້ສຶກປວດປັດສະວະ (ປວດເບົາ) ພ້ອມກັນທັງສີ່ອົງ. ອາຈານຍ່າງລົງໄປກ່ອນ ແລ້ວເຮົາທັງສາມຈຶ່ງຍ່າງຕາມໄປ ລະຍະທາງຈາກລົດໄປຫາຫ້ອງນ້ຳຍາວປະມານຮ້ອຍກວ່າແມັດ ເມື່ອໄປຮອດໜ້າຫ້ອງນ້ຳ ອາຈານງວາກມາຖາມວ່າ ຖົງເດ້? (ເພາະຕ້ອງຈ່າຍຄ່າເຂົ້າຫ້ອງນ້ຳ) ຕາທັງຫົກໜ່ວຍແນມໜ້າກັນລ໋ອກແລັກ! ລ໋ອກແລັກ!
ຢ່າວ່າໃດ໋ ເອົາວາງໄວ້ເບາະລົດ? ອາຈານຖາມຂຶ້ນດ້ວຍດວງຕາທີ່ເປີດກວ້າງ.
ແມ່ນແລ້ວ ຂ້ານ້ອຍ. ຄູບາອີກອົງຕອບ.
ເຊື່ອບໍ່ພວກເຮົາທັງສີ່ແລ່ນໜ້າຕັ້ງ ແລ່ນແບບຍ່ຽວຫົດຕົດຫາຍ ເມື່ອມາຮອດລົດ ເບາະລົດທີ່ຂ້ອຍນັ່ງວ່າງເປົ່າ ໄຮ້ຖົງ ໄຮ້ກະເປົ໋າ ໄຮ້ຄົນນັ່ງ ຄວາມວ່າງເປົ່ານັ້ນເປັນເໝືອນການຄວັກເອົາຫົວໃຈຈາກໜ້າເອິກຂ້າງຊ້າຍໃຫ້ເຮ່ຍຫາຍໄປກັບສາຍລົມ. ຂ້ອຍໜ້າຊີດ ນ້ຳລາຍແຫ້ງ ແທບຈະເປັນລົມ ບໍ່ສະເພາະແຕ່ຂ້ອຍຄົນດຽວ, ທຸກຄົນໃນຄະນະພວກເຮົາລ້ວນແລ້ວແຕ່ຕື່ນຕົກໃຈກັບເຫດການທີ່ເກີດຂຶ້ນ ອາການຂ້ອຍເລີ່ມຟື້ນຂຶ້ນມາໜ້ອຍໜຶ່ງ ເມື່ອຄູບາອີກອົງທີ່ແລ່ນມາຮອດທີຫຼັງ ແລ້ວຍ່າງໄປຈັບເອົາຖົງທີ່ວາງໄວ້ອີກເບາະຂຶ້ນມາ. ພ້ອມກັບບອກວ່າ ຂ້ານ້ອຍຍ້າຍເບາະນັ່ງ. ຫຶມ..ຈັກຊິສັນຫາຄຳໃດມາເວົ້າກັບເຈົ້າດີ…ຫືມ.
ຄວາມຕື່ນເຕັ້ນເກົ່າຄ່ອຍໆຫາຍໄປ ໃນຂະນະດຽວກັນ ຄວາມຕື່ນເຕັ້ນໃໝ່ກໍກຳລັງຈະກ້າວເຂົ້າມາ ເຖິງແມ່ນວ່າຖະໜົນຫົນທາງຈະຍາກລຳບາກ ແລະ ອັນຕະລາຍພຽງໃດ ແຕ່ສອງຂ້າງທາງກໍມີວິວທີ່ສວຍງາມໃຫ້ພວກເຮົາໄດ້ຊື່ນຊົມ ບາງໝ່ອງມີແມ່ນ້ຳຄົດຄ້ຽວໄປຕາມລ້ອງພູ ບາງໝ່ອງເບິ່ງເຫັນຫິມະປົກຄຸມພູທັງໜ່ວຍຢູ່ໄກໆ ບາງໝ່ອງມີກ້ອນເມກນ້ອຍໆລອຍຜ່ານເປັນບາງຄັ້ງຄາວ ໃນລົດມີສຽງເພງດັງຄະເຄົ້າໄປກັບສຽງຄົນຕະຫຼອດທາງ ບັນຍາກາດແບບນີ້ ເໝືອນເປັນຂອງຂວັນທີ່ຄອຍຫຼໍ່ລ້ຽງຈິດວິນຍານນັກເດີນທາງທັງຫຼາຍຜູ້ກຳລັງມຸ່ງໜ້າໄປສູ່ຈຸດໝາຍໃດໜຶ່ງ ໄດ້ຕື່ນເຕັ້ນກັບວິວທີ່ສວຍງາມ ໃນຂະນະດຽວກັນກໍຕື່ນຕົກໃຈກັບຄວາມອັນຕະລາຍ ມັນເປັນສະເໝືອນຄວາມໂຊກດີ ແລະ ໂຊກຮ້າຍທີ່ທະຍອຍມາພ້ອມໆກັນ
ສຸດທ້າຍ ພວກເຮົາກໍເດີນທາງມາຮອດເມືອງມະນາລີຈົນໄດ້ຢ່າງທຸລັກທຸເລ.
ຕອນນີ້ ເວລາປະມານເຈັດໂມງແລງ ເມືອງແຫ່ງນີ້ມີຜູ້ຄົນຍ່າງຄວັກໄຂວ່ກັນໄປມາຕາມຖະໜົນຫົນທາງໃນຍາມຄ່ຳຄືນ ມີແສງໄຟສະຫຼົວຕາມຫ້າງຮ້ານຕ່າງໆ ອາກາດຂ້ອນຂ້າງໜາວເຢັນກວ່າດາຣັມຊາຣາ ເພາະມີຫິມະປົກຄຸມຕະຫຼອດປີ. ພວກເຮົາໄດ້ພັກຢູ່ໂຮງແຮມແຫ່ງໜຶ່ງເຊິ່ງສາມາດເບິ່ງເຫັນພູເຂົາທາງປ່ອງຢ້ຽມທີ່ປົກຄຸມໄປດ້ວຍຫິມະຂາວໂອກໂລກ ເຫັນແລ້ວເໝືອນກັບກຳລັງຢູ່ໃນຄວາມຝັນ ແຕ່ພາບທີ່ປາກົດຕໍ່ໜ້ານັ້ນເປັນພາບຫິມະຈິງ ແລະ ມື້ອື່ນເຊົ້າ ພວກເຮົາຈະໄປຍ່າງຢູ່ເທິງນັ້ນ. ເພາະສິ່ງນີ້ນີ້ແຫຼະເປັນສິ່ງຈູງໃຈໃຫ້ພວກເຮົາດົ້ນເດີນທາງມາ ເຖິງແມ່ນວ່າໄລຍະທາງຈະຍາວໄກ, ຈະຍາກລຳບາກ ແລະ ອັນຕະລາຍພຽງໃດ ກໍຕາມ. ເມື່ອເຫັນວິວທີ່ປາກົດຢູ່ທາງໜ້າມັນເປັນສະເໝືອນຂອງຂວັນອັນລ້ຳຄ່າທີ່ຄວາມລຳບາກເຫຼົ່ານັ້ນໄດ້ມອບໃຫ້.
ຄືນນັ້ນ ກ່ອນເຂົ້ານອນຂ້ອຍໄດ້ຫວນລະນຶກເຖິງຮອບວັນທີ່ຜ່ານມາ ທັງນຶກປຽບທຽບໃນໃຈວ່າ ຄວາມຈິງ ການເດີນທາງຂອງຊີວິດກໍບໍ່ໜ້າຈະແຕກຕ່າງຈາກການເດີນໃນຄັ້ງນີ້ພໍປານໃດ. ທາງເດີນຂອງຊີວິດລ້ວນເຕັມໄປດ້ວຍຂວາກໝາມ, ຂີ້ຕົມ ແລະ ຂຸມບໍ່ ບາງໝ່ອງເສັ້ນທາງກໍຫ້ອຍໂຫນຢູ່ເທິງພູຜາ ເຊິ່ງສາມາດຕົກລົງມາໄດ້ທຸກເມື່ອ ຖ້າຜູ້ໃດເດີນໄປດ້ວຍຄວາມປະໝາດ ຫຼົງຊື່ນຊົມຢູ່ກັບສິ່ງສວຍງາມຂ້າງທາງຫຼາຍຈົນເກີນໄປ ອາດຈະເຮັດໃຫ້ຕົກຂຸມຕົກບໍ່ ຫຼື ບາງທີ ອາດຈະຕົກເຫວໄປເລີຍກໍເປັນໄດ້. ສະນັ້ນ ການຂັບລົດຄືຊີວິດນີ້ໄປສູ່ຈຸດໝາຍໃດໜຶ່ງ ຈຶ່ງຈຳເປັນຕ້ອງມີສະຕິຢູ່ກັບພວງມາລັຍ, ໂຟກັດໄປຂ້າງໜ້າ ແລະ ເຫຼືອບຕາຊື່ນຊົມວິວຂ້າງທາງເປັນຄັ້ງຄາວ
ຂ້ອຍຄິດວ່າ ການເດີນທາງແບບນີ້ ເປັນການເດີນທາງທີ່ໃຫ້ທັງຄວາມສະນຸກ, ຄວາມຕົກໃຈ, ຄວາມຕື່ນເຕັ້ນ ແລະ ຄວາມຫວັງ ທຸກຄົນຕ່າງມອງໄປຂ້າງໜ້າ ໃນຂະນະດຽວກັນກໍບໍ່ລືມຊື່ນຊົມບັນດາວິວທີ່ສວຍງາມຕາມຂ້າງທາງ. ການມອງໄປຂ້າງໜ້າຢ່າງດຽວອາດຈະເຮັດໃຫ້ເຮົາກາຍເປັນຄົນຈິງຈັງ ແລະ ເຄັ່ງຂຶມຕະຫຼອດເວລາ ເຊິ່ງໃຜກໍຮູ້ວ່າພາວະແບບນີ້ບໍ່ເປັນຜົນດີຕໍ່ສຸຂະພາບ ດັ່ງນັ້ນ ໃນການດຳເນີນຊີວິດເຮົາຈຶ່ງຈຳເປັນຕ້ອງມີທັງຄວາມຈິງຈັງ, ຕື່ນເຕັ້ນ, ຕົກໃຈ, ເສົ້າໂສກ, ຜ່ອນຄາຍ ແລະ ຄວາມຫວັງ ທັງໝົດນີ້ມາລວມກັນຈະກໍ່ໃຫ້ເກີດເປັນສີສັນຂອງຊີວິດ.
ຕອນນີ້ ເວລາເກືອບທ່ຽງຄືນແລ້ວ ອາຈານ ແລະ ຄູບາອີກສອງອົງຫຼັບໄປຕັ້ງແຕ່ຍາມໃດກໍບໍ່ຮູ້ ແຕ່ດວງຕາທັງສອງຂອງຂ້ອຍຍັງຄົງເປີດກວ້າງ ອາດຈະເພາະຄວາມຕື່ນເຕັ້ນ ຫຼື ຄວາມກັງວົນ ຫຼື ທັງສອງຢ່າງຜະສົມກັນ. ທ່າມກາງຄວາມງຽບນັ້ນ ຄຳເວົ້າຂອງອາຈານທີ່ວ່າ ການເດີນທາງໃນອິນເດຍບໍ່ມີຫຍັງແນ່ນອນ ກໍໄດ້ຜຸດຂຶ້ນມາອີກຄັ້ງ. ເຮົາອາດຈະເຈີກັບຄວາມຕື່ນເຕັ້ນ ຫຼື ຄວາມເສົ້າໂສກກໍໄດ້ “ຊີວິດບໍ່ເຄີຍໃຫ້ຄວາມໝັ້ນໃຈແກ່ເຮົາຮ້ອຍເປີເຊັນ” ບໍ່ຮູ້ວ່າມື້ອື່ນຊິຕື່ນມາພົບກັບຫຍັງແດ່ ເພາະບົນເສັ້ນທາງເຕັມໄປດ້ວຍຄວາມບໍ່ແນ່ນອນ.
ຂ້ອຍເບິ່ງອອກໄປຂ້າງນອກຜ່ານປ່ອງຢ້ຽມບານເກົ່າ ຍັງຄົງເຫັນຫິມະຂາວເປັນພາບເລືອນລາງ ລົມໜາວຄ່ອຍໆພັດມາກະທົບແກ້ວປ່ອງຢ້ຽມເປັນລະລອກ. ບໍ່ແນ່ ຈັກໜ່ອຍມັນອາດຈະຫາຍໄປ ຫຼື ອາດຈະພັດມາໃໝ່ຫຼາຍກວ່າເດີມ ທຸກຢ່າງມີໂອກາດຜັນແປໄດ້ຕະຫຼອດເວລາ.
ມີໃຜຮູ້ບໍ່ວ່າ ລົມໜາວໃນຄືນນີ້…ຈະພັດຜ່ານອີກນານເທົ່າໃດ?
ຕົ້ນລະດູໜາວ, ປີ 2564.