ໂດຍ: ຄວັນສີເທົາ
ໃນຍຸກປັດຈຸບັນ ການງານຫຼາຍຢ່າງໄດ້ປ່ຽນໄປ ເທັກໂນໂລຊີໃໝ່ໆເກີດຂຶ້ນແທບຈະຕະຫຼອດເວລາ ທັກສະທີ່ເຄີຍໃຊ້ໄດ້ຜົນດີໃນອະດີດອາດຈະຫຼ້າສະໄໝໄປແລ້ວ ການເຝິກທັກສະໃໝ່ໆຈຶ່ງກາຍເປັນເລື່ອງຈຳເປັນແລະກຳລັງຈະກາຍເປັນເລື່ອງປົກກະຕິ ເພື່ອປັບຕົວໃຫ້ເຂົ້າກັບສະພາບສັງຄົມທີ່ປ່ຽນແປງຢູ່ຕະຫຼອດເວລາ ໃຜກໍຮູ້ວ່າການເຝິກທັກສະໃໝ່ໆເປັນສິ່ງທີ່ຍາກ ແຕ່ນ້ອຍຄົນທີ່ຈະຮູ້ວ່າການລະຖິ້ມທັກສະທີ່ເຝິກໄດ້ແລ້ວນັ້ນ ເປັນສິ່ງທີ່ຍາກຍິ່ງກວ່າບໍ່ສະເພາະແຕ່ທັກສະບາງຢ່າງທີ່ເຮົາບໍ່ສາມາດລະຖິ້ມໄປໄດ້ ແຕ່ຍັງລວມເຖິງຄວາມຄິດ ຄວາມເຊື່ອ ຄວາມຮູ້ ຫຼື ຄວາມຈິງທີ່ເຮົາຍຶດຖືຢູ່ ເຮົາບໍ່ສາມາດທີ່ຈະລະຖິ້ມໄປໄດ້ງ່າຍໆ
ສິ່ງນີ້ເປັນເພາະຫຍັງ?
ຣອບ ໂດເບລລີ ເວົ້າເຖິງເລື່ອງນີ້ໄວ້ໃນປຶ້ມທີ່ຊື່ວ່າ The Art of Thinking Clearly ວ່າ
“ຄົນເຮົາມັກຄິດວ່າຄວາມຄິດ ແລະ ຄວາມເຊື່ອຂອງຕົນເອງເປັນສິ່ງທີ່ໜ້າເຊື່ອຖືທີ່ສຸດ ແຕ່ການເຊື່ອໝັ້ນໃນຄວາມຄິດຂອງຕົນເອງຢ່າງແຮງກ້າແລະຍາວນານເກີນໄປ ຈະເຮັດໃຫ້ເຮົາມອງເຫັນຄວາມຈິງໄດ້ຍາກຂຶ້ນ”
ໂດເບລລີ ໄດ້ຍົກເອົາການທົດລອງຂອງນັກຈິດຕະວິທະຍາຄົນໜຶ່ງມາຊື່ວ່າ ໂຍຮັນສ໌ສັນ ມາອະທິບາຍວ່າ ລາວໃຫ້ຜູ້ເຂົ້າຮ່ວມການທົດລອງ ເບິ່ງຮູບສອງຮູບພຽງແວ໊ບດຽວ ແລ້ວໃຫ້ບອກວ່າຮູບໃດງາມກວ່າກັນ ຈາກນັ້ນ ກໍເອົາຮູບທີ່ຄົນໆນັ້ນບອກວ່າງາມນັ້ນມາໃຫ້ເບິ່ງໃກ້ໆ ພ້ອມກັບໃຫ້ອະທິບາຍວ່າດ້ວຍເຫດໃດຈຶ່ງຄິດວ່າຮູບນີ້ງາມກວ່າອີກຮູບໜຶ່ງ ຜູ້ເຂົ້າຮ່ວມກໍອະທິບາຍຢ່າງລະອຽດເລີຍວ່າ ເພາະຈັ່ງຊັ້ນ ເພາະຈັ່ງຊີ້ ຮູບນີ້ຈຶ່ງງາມກວ່າຮູບນັ້ນ
ແຕ່ສິ່ງທີ່ເຊີໄພຣສ໌ (Surprise) ກໍຄື ໃນຂະນະທີ່ໂຍຮັນສ໌ສັນເອົາຮູບມາໃຫ້ຜູ້ເຂົ້າຮ່ວມເບິ່ງໃກ້ໆ ລາວໄດ້ລັກປ່ຽນຮູບໂດຍທີ່ຜູ້ເຂົ້າຮ່ວມບໍ່ທັນໄດ້ສັງເກດ ປະເດັນຄືຜູ້ເຂົ້າຮ່ວມອະທິບາຍຮູບນັ້ນໄດ້ຢ່າງລະອຽດ ທັງໆທີ່ບໍ່ແມ່ນຮູບທີ່ຕົນເອງເລືອກເລີຍ.
ການທົດລອງນີ້ສະແດງໃຫເຮົາເຫັນວ່າ ເມື່ອເຮົາໄດ້ຄິດຫຼືເຊື່ອສິ່ງໃດແລ້ວ ເຮົາຈະປັກໃຈເຊື່ອສິ່ງນັ້ນ ແລ້ວຫາເຫດຜົນມາອະທິບາຍ ໂດຍຄິດວ່າຕົນເອງຄິດທົບທວນດີແລ້ວ ເຊິ່ງແທ້ຈິງ ເປັນພຽງການເຊື່ອມໂຍງຂໍ້ມູນໃສ່ກັນເທົ່ານັ້ນ ເວົ້າງ່າຍໆ ວ່າ ບໍ່ແມ່ນການຄິດທົບທວນຢ່າງແທ້ຈິງ ພາສາທາງພຸດທະສາສະໜາເອີ້ນວ່າ ອະໂຍນິໂສມະນະສິການ ຄື ການຄິດແບບລວກໆ ພິຈາລະນາບໍ່ຖີ່ຖ້ວນ ຖຸ້ຍ! ຍິ່ງອະທິບາຍຍິ່ງງົງ ເອົາເປັນວ່າ ເຮົາທົບທວນບໍ່ຖີ່ຖ້ວນ ແຕ່ຄິດວ່າຕົນເອງທົບທວນຖີ່ຖ້ວນດີແລ້ວ ແລະ ເຮົາກໍເສືອກຄິດວ່າ ນີ້ແຫຼະຄືສິ່ງທີ່ຖືກຕ້ອງທີ່ສຸດ
ເມື່ອເຮົາເຊື່ອໝັ້ນໃນຄວາມຄິດ ແລະ ຄວາມເຊື່ອຂອງຕົນເອງຫຼາຍຈົນເກີນໄປ ເວລາໄປເຈີຄົນທີ່ຄິດແຕກຕ່າງກັນ ໂດເບລລີ ບອກວ່າມັກຈະເກີດປະຕິກິຣິຍາຂຶ້ນສາມຢ່າງຄື
ໜຶ່ງ–ການຄິດວ່າອີກຝ່າຍບໍ່ມີຄວາມຮູ້ ຄວາມຄິດແບບນີ້ມັກເກີດຂຶ້ນກັບນັກເຄື່ອນໄຫວທາງການເມືອງທັງຫຼາຍພວກເຂົາຈຶ່ງເຊື່ອວ່າ ຕົນເອງສາມາດໂນ້ມນ້າວຄົນອື່ນດ້ວຍການສອນແລະອະທິບາຍໃຫ້ເຂົ້າໃຈ ເພາະຖ້າຄົນອື່ນໄດ້ຮູ້ຂໍ້ມູນເໝືອນທີ່ຕົນເອງໄດ້ຮູ້ມາ ອີກຝ່າຍກໍຈະຄິດແບບດຽວກັບຕົນ.
ສອງ–ການຄິດວ່າອີກຝ່າຍໂງ່ ຄວາມຄິດແບບນີ້ມັກເກີດຂຶ້ນກັບພວກຫົວບູຮານທັງຫຼາຍ ພວກເຂົາເຊື່ອວ່າ ກໍອ່ານຂໍ້ມູນຄືກັນກັບຕົນນັ້ນແຫຼະ ແຕ່ບໍ່ສາມາດສະຫຼຸບ ຫຼືຈັບປະເດັນໄດ້ ເພາະຄິດວ່າອີກຝ່າຍປຶກຈົນເກີນໄປ ເຊິ່ງເປັນການດູຖູກສະຕິປັນຍາຄົນອື່ນ.
ສາມ–ການຄິດວ່າອີກຝ່າຍມີເຈຕະນາບໍ່ດີ ຄວາມຄິດແບບນີ້ມັກເກີດຂຶ້ນກັບສາວົກຂອງສາສະໜາທັງຫຼາຍ ໂດຍພວກເຂົາມັກມອງວ່າ ຄົນອື່ນອາດຈະຮູ້ແລະເຂົ້າໃຈທຸກຢ່າງ ແຕ່ຈົງໃຈເປັນປະຕິປັກຕໍກັນ ໂດຍສະເພາະມັກມອງຄົນທີ່ບໍ່ສັດທາວ່າ ເປັນຜີຫ່າຊາຕານ.
ບໍ່ໜ້າເຊື່ອວ່າ ການຍຶດຕິດໃນຄວາມຄິດແລະຄວາມເຊື່ອຂອງຕົນຫຼາຍຈົນເກີນໄປຈະເຮັດໃຫ້ເຮົາມອງຄົນທີ່ຄິດແຕກຕ່າງໄດ້ເຖິງພຽງນີ້ ຜູ້ອ່ານທັງຫຼາຍ ຊີວິດມະນຸດເປັນເລື່ອງຕະຫຼົກ ທີ່ຂຳບໍ່ຄ່ອຍອອກ ເພາະເຮົາຍຶດໝັ້ນໃນຄວາມຄິດແລະຄວາມເຊື່ອຂອງຕົນເອງຫຼາຍຈົນເກີນໄປ ບາງຄັ້ງ ເຖິງຂັ້ນຍອມຮັບໃນຄວາມບໍ່ຮູ້ຂອງຕົນເອງບໍ່ໄດ້ ປະໂຫຍກນີ້ ອາຕະມາບໍ່ໄດ້ເວົ້າລອຍໆ
ຜູ້ຊາຍຄົນໜຶ່ງນອນໝົດສະຕິຢູ່ເທິງເຮືອນ ເພາະເລືອດອອກຫຼາຍ ອັນສືບເນື່ອງມາຈາກການໃຊ້ມີດປາດມືຕົນເອງ ໂຊກດີທີ່ມີຄົນມາເຫັນແລ້ວເອົາໄປສົ່ງຢູ່ໂຮງໝໍ ເຊົ້າມື້ຕໍ່ມາລາວໄດ້ຮັບການຮັກສາດ້ວຍການເຈາະລະບາຍເລືອດອອກຫ້າຈຸດ ຈຸດທີໜຶ່ງແລະສອງເລືອດອອກປົກກະຕິ ແຕ່ຈຸດທີສາມສີ່ຫ້າເລືອດບໍ່ຄ່ອຍໄຫຼ ໝໍຈຶ່ງນຳຖ້ວຍແກ້ວຮ້ອນມາງວມໄວ້ເພື່ອດູດເລືອດອອກ ຜູ້ຊາຍຄົນນີ້ນອນແຜ່ຊັ້ນນອກຢູ່ເທິງຕຽງ ຫາຍໃຈພະງາບພະງາບ ຈະຕາຍບໍ່ຕາຍແລ ຈາກນັ້ນ ໝໍກໍເອົາປີງມາວາງໄວ້ປາກບາດແຜ ເມື່ອຕົວໃດດູດກິນເລືອດຈົນອີ່ມແລ້ວກໍຈັບອອກໄປ ແລ້ວເອົາຕົວໃໝ່ມາວາງໄວ້ແທນ ຜູ້ຊາຍຄົນນີ້ຈະໄດ້ຮັບອະນຸຍາດໃຫ້ອອກໂຮງໝໍໃນອີກສາມເດືອນຂ້າງໜ້າ ຖ້າລາວບໍ່ຕາຍຫ່າໄປເສຍກ່ອນ ອັນນີ້ເວົ້າແບບຫຍາບຄາຍ
ເວົ້າແບບສຸພາບຄື ຖ້າວ່າລາວຍັງມີຊີວິດລອດຕໍ່ໄປ
ໜຶ່ງໃນຄວາມເຊື່ອທີ່ຕະຫຼົກ ແລະ ແສນເຈັບປວດຂອງມວນມະນຸດສະຍະຊາດຄື ທິດສະດີການຮັກສາຄົນໄຂ້ແບບນີ້ແຫຼະ ເຊິ່ງເປັນທິດສະດີໄດ້ຮັບການປະຕິບັດກັນມາເປັນເວລາເກືອບສອງພັນປີ ໂດຍທິດສະດີນີ້ໄດ້ຮັບການຂະໜານນາມວ່າ ²ຂອງແຫຼວສີ່ຢ່າງ² ໄດ້ແກ່: ນ້ຳເຫຼືອງ ນ້ຳບີ ເສມຫະ ແລະເລືອດ ໂດຍເຊື່ອວ່າໂຣກໄພທຸກຊະນິດເກີດມາຈາກການບໍ່ສົມດຸນຂອງຂອງແຫຼວສີ່ຢ່າງນີ້
ສະນັ້ນ ວິທີຮັກສາຄືການເຮັດໃຫ້ຂອງແຫຼວເຫຼົ່ານີ້ສົມດຸນກັນ
ເພາະຄວາມເຊື່ອແບບນີ້ ເຮັດປະເທດຝຣັ່ງນຳເຂົ້າປີງ ຈຳນວນ 40 ລ້ານຕົວ ໃນປີ 1830 ຕົວເລກນີ້ສະແດງໃຫ້ເຫັນວ່າ ວິທີການຮັກສາແບບດູດເລືອດອອກ ໄດ້ຮັບຄວາມນິຍົມ ແລະ ມີອິດທິພົນຕໍ່ວົງການແພດຫຼາຍພຽງໃດ ແຕ່ຕະຫຼົກຍິ່ງໄປກວ່ານັ້ນຄື ວິທີການຮັກສາແບບນີ້ບໍ່ເຄີຍມີທິດສະດີທາງວິທະຍາດສາດໃດຮອງຮັບເລີຍແມ້ແຕ່ນ້ອຍ ຄວາມຈິງການເຈັບປ່ວຍໃນລັກສະນະນີ້ສາມາດຮັກສາໃຫ້ດີຂຶ້ນໄດ້ໂດຍບໍ່ຕ້ອງເຈາະເລືອດ ແລະ ຄົນສ່ວນໃຫຍ່ຈະດີຂຶ້ນພາຍໃນສອງສາມວັນ
ແຕ່ດ້ວຍເຫດໃດວົງການແພດໃນສະໄໝນັ້ນຈຶ່ງຍັງໃຊ້ທິດສະການການຮັກສາແບບ ຂອງແຫຼວສີ່ຢ່າງ? ຄຳຕອບງ່າຍໆຄື ເພາະເຮົາຍຶດໝັ້ນໃນທິດສະດີຫຼາຍຈົນເກີນໄປ
ເພາະເຫດໃດຈຶ່ງຍຶດໝັ້ນ?
ຢາກໃຫ້ອ່ານປະໂຫຍກນີ້ອີກຄັ້ງ “ເພາະເຮົາຍອມຮັບໃນຄວາມບໍ່ຮູ້ຂອງຕົນເອງບໍ່ໄດ້”
ຣອບ ໂດເລລີ ບອກວ່າ: “ເພາະມະນຸດເຮົາຈະຍອມຖິ້ມຄວາມເຊື່ອຜິດໆ ໄດ້ ກໍຕໍ່ເມື່ອເຮົາມີທິດສະດີໃໝ່ທີ່ດີກວ່າເທົ່ານັ້ນ” ໂທມັສ ຄູນ–ນັກປັດຊະຍາ ແລະ ນັກປະຫວັດສາດຊາວອະເມຣິກາ ກໍກ່າວໄວ້ເຊັ່ນກັນວ່າ: “ທິດສະດີທັງຫຼາຍບໍ່ໄດ້ຖືກຫັກລ້າງ ເພາະມີຂໍ້ບົກພ່ອງ ແຕ່ເພາະມີທິດສະດີໃໝ່ທີ່ດີກວ່າເກີດຂຶ້ນຕ່າງຫາກ” ຄວາມຈິງ ເລື່ອງແບບນີ້ບໍ່ໄດ້ເກີດຂຶ້ນສະເພາະແຕ່ວົງການແພດດອກ ວົງການການວິທະຍາສາດ ສາສະໜາ ປັດຊະຍາ ການເມືອງ ການສຶກສາ ແລະ ວົງການອື່ນໆ ກໍມັກມີການຍຶດຕິດຢູ່ກັບແນວຄິດຫຼືຄວາມເຊື່ອໃດໜຶ່ງເຊັ່ນກັນ ໂດຍບໍ່ຍອມປ່ອຍຖິ້ມຄວາມຄິດເດີມ ເຊິ່ງບາງຄັ້ງ ແມ້ຈະມີເຫດຜົນທີ່ຄວນປ່ອຍຖິ້ມໄດ້ແລ້ວ ແຕ່ພວກເຂົາກໍຍັງຍຶດຕິດຢູ່ກັບຄວາມເຊື່ອນັ້ນໆ
ວົງການສຶກສາພາສາບາລີໃນຣາຊະອານາຈັກໄທ ເປັນອີກໜຶ່ງຕົວຢ່າງທີ່ຜູ້ຂຽນຄິດວ່າ ໜ້າຈະເປັນສິ່ງທີ່ອະທິບາຍປະເດັນທີ່ພວກເຮົາກຳລັງພິຈາລະນາກັນຢູ່ນີ້ໄດ້ເປັນຢ່າງດີ ຕາມປົກກະຕິ ການສອບເສັງພາສາບາລີຈະຈັດຂຶ້ນປີລະໜຶ່ງຄັ້ງ ຖ້າເສັງຕົກກໍຄື ຕ້ອງກັບໄປຮຽນໃໝ່ ແລ້ວຈະໄດ້ເສັງອີກທີຄື ປີໜ້າ ແລະ ຮູບແບບໃນການຮຽນຄື ຜູ້ສອນບໍ່ໄດ້ອອກຂໍ້ສອບ ຜູ້ອອກຂໍ້ສອບບໍ່ໄດ້ສອນ ແລະ ຜູ້ກວດຂໍ້ສອບກໍເປັນອີກກຸ່ມໜຶ່ງ
ດ້ວຍການຮຽນການໃນລັກສະນະນີ້ ມີຄົນລຸ້ນໃໝ່ຫຼາຍຄົນພະຍາຍາມຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງປັບປ່ຽນຮູບແບບການຮຽນການສອນໃຫ້ທັນສະໄໝຂຶ້ນ ຜູ້ຂຽນເຄີຍໄດ້ຍິນອາຈານທ່ານໜຶ່ງເລົ່າວ່າ ເພິ່ນເຄີຍໄປຂໍໃຫ້ແມ່ກອງບາລີສະໜາມຫຼວງສະເໜີຕໍ່ຄະນະກຳມະການເພື່ອປັບປຸງຫຼັກສູດການຮຽນການສອນພາສາບາລີ ຄຳຕອບທີ່ໄດ້ຄື “ ການປັບປຸງເປັນເລື່ອງທີ່ດີ ແຕ່ຂໍໃຫ້ຂ້ານ້ອຍຕາຍໄປເສຍກ່ອນ” ນີ້ຄືຕົວຢ່າງຂອງການຍຶດຕິດໃນທິດສະດີຫຼາຍຈົນເກີນໄປ ຜົນທີ່ໄດ້ຄືມີຄົນສົນໃຈໃນການບາລີຫຼຸດນ້ອຍຖອຍລົງ ຖ້າທຽບໃສ່ກັບສະໄໝກ່ອນ. ເຮົາໃນຖານະຄົນລຸ້ນໃໝ່ເຂົ້າໃຈໄດ້ວ່າ ການຈັດການຮຽນການສອນໃນລັກສະນະເກົ່າກໍຍັງໄດ້ຜົນດີ ແຕ່ກໍມີຄວາມເປັນໄປໄດ້ບໍ່ແມ່ນຕິ
ຖ້າເຮົາປັບປຸງໃໝ່ແລ້ວ ມັນຈະໄດ້ຜົນດີກວ່າເດີມ
ສະນັ້ນ ເພື່ອຫຼີກເວັ້ນຄວາມເຊື່ອໝັ້ນໃນທັກສະ ຄວາມຄິດ ຄວາມເຊື່ອ ຄວາມຮູ້ ປະເພນີ ສາສະໜາ ຄວາມຈິງ ແລະ ສິ່ງອື່ນໆ ທີ່ເຮົາຍຶດຖືຢູ່ຫຼາຍຈົນເກີນໄປ ເຮົາຈຶ່ງຄວນທົບທວນສິ່ງເຫຼົ່ານັ້ນຢູ່ເລື້ອຍໆ ໂດເບລລີ ແນະນຳວ່າ “ຍິ່ງເຊື່ອໃນສິ່ງໃດສິ່ງໜຶ່ງຫຼາຍເທົ່າໃດ ເຮົາຍິ່ງຕ້ອງພະຍາຍາມໂຕ້ແຍ້ງຄວາມເຊື່ອຂອງຕົນເອງໃຫ້ຫຼາຍຂຶ້ນເທົ່ານັ້ນ” ການກ້າຕັ້ງຄຳຖາມກັບຄວາມຄິດຄວາມເຊື່ອທີ່ຕົນເອງຍຶດຖືຢູ່ຈະຊ່ວຍໃຫ້ເຮົາໄດ້ຄຳຕອບຫຼາຍຂຶ້ນ ບາງທີ ຄຳຕອບໃນແຕ່ລະຊ່ວງວັຍອາດຈະແຕກຕ່າງກັນ
ທັງນີ້ເຮົາຕ້ອງໝັ່ນສົງໄສໃນສິ່ງທີ່ຕົນຍຶດຖືຢູ່
ຖ້າເຮົາຢຸດຕັ້ງຄຳຖາມໃນສິ່ງທີ່ເຮົາເຊື່ອ ຄົນອື່ນກໍຈະຕັ້ງຄຳຖາມຕໍ່ຄວາມຄິດ ຫຼືຄວາມເຊື່ອນັ້ນ ບັນຫາກໍຄື ເວລາທີ່ຄວາມເຊື່ອທີ່ເຮົາຍຶດຖືຢ່າງໜຽວແໜ້ນຖືກຕັ້ງຄຳຖາມ ເຮົາມັກຈະປິດກັ້ນແທນທີ່ຈະເປີດໃຈ ເພາະມະນຸດສ່ວນໃຫຍ່ມັກຈະມີຈຸດບອດໃນຄວາມຮູ້ແລະຄວາມຄິດຂອງຕົນເອງ ແລະຈຸດບອດເຫຼົ່ານີ້ມັກເຮັດໃຫ້ເຮົາເບິ່ງບໍ່ເຫັນຈຸດບອດຂອງຕົນເອງ (ຍິ່ງເວົ້າຍິ່ງງົງເນາະ) ມັນເປັນເໝືອນຈຸດບອດຊ້ອນຈຸດບອດ ຍິ່ງໄປກວ່ານັ້ນເພາະຈຸດບອດນີ້ເອງທີ່ຂວາງກັ້ນການຄິດທົບທວນ
ການທີ່ຈະຄິດທົບທວນໄດ້ ກໍດ້ວຍອາໄສການຮູ້ເຖິງຄຸນປະໂຫຍດຂອງມັນເສຍກ່ອນ
ການຄິດທົບທວນຈະຊ່ວຍໃຫ້ເຮົາໄດ້ຮຽນຮູ້ຫຼາຍຂຶ້ນ ມີຄວາມສຸກກັບການໃຊ້ຊີວິດຫຼາຍຂຶ້ນ ປ່ອຍວາງສິ່ງທີ່ຄວນປ່ອຍວາງ ເມື່ອຮູ້ວ່າ ສິ່ງນັ້ນບໍ່ເປັນປະໂຫຍດຕໍ່ຊີວິດ ແຕ່ຈະຮູ້ວ່າ ສິ່ງນັ້ນເປັນປະໂຫຍດຫຼືບໍ່ເປັນ ກໍຕ້ອງອາໄສການພິນິດພິຈາລະນາ ເວົ້າໄປເວົ້າມາ ກໍວົນກັບມາຫາຄຳເດີມນັ້ນແຫຼະເນາະ ການຄິດທົບທວນ
ອາດາມ ແກຣນ ບອກວ່າ:
“ການຄິດທົບທວນຊ່ວຍໃຫ້ເຮົາສ້າງທາງອອກແບບໃໝ່ສຳລັບບັນຫາເດີມ ແລະວົກກັບໄປທີ່ທາງອອກເດີມເມື່ອເຈີບັນຫາໃໝ່ ມັນຄືການຮຽນຮູ້ຈາກຄົນອ້ອມຕົວຫຼາຍຂຶ້ນ ແລະ ດຳເນີນຊີວິດດ້ວຍຄວາມເສຍໃຈນ້ອຍລົງ ເຄື່ອງໝາຍແຫ່ງປັນຍາຄືການຮູ້ວ່າ ຄວນຖິ້ມເຄື່ອງມືບາງຢ່າງທີ່ເຮົາຫວງແຫນທີ່ສຸດຕອນໃດ ແລະ ຄວນຖິ້ມຕົວຕົນບາງສ່ວນທີ່ເຮົາເຊີດຊູບູຊາທີ່ສຸດຕອນໃດ ”
ເຮົາມາຊ່ວຍກັນທົບທວນ ທັກສະ ຄວາມຄິດ ຄວາມເຊື່ອ ຄວາມຮູ້ ປະເພນີ ສາສະໜາ ຄວາມຈິງ ແລະ ສິ່ງອື່ນໆ ທີ່ເຮົາຍຶດຖືຢູ່ກັນເຖາະ!
ບາງທີ ເຮົາອາດຈະເຈີສິ່ງທີ່ດີກວ່າເດີມກໍເປັນໄດ້
Who knows?
ນະຄອນຫຼວງວຽງຈັນ,
18 ສິງຫາ 2022