ຈົ່ງຄົບຄົນທີ່ຢາກໃຫ້ເຈົ້າໄດ້ດີ

“ຄົບຄົນດີມີສີແກ່ຕົວ ຄົບຄົນຊົ່ວພາຕົວໝົ່ນໝອງ”

ຂ້ອຍຂ້ອນຂ້າງຈະເຫັນດ້ວຍກັບຄຳສຸພາສິດນີ້ເປັນເວລາຍາວນານ ຖ້າຈື່ບໍ່ຜິດຂ້ອຍໜ້າຈະເຫັນຄຳສຸພາສິດນີ້ຄັ້ງອິດ ຕອນຮຽນຢູ່ ມ.3 ແລະ ກໍເຊື່ອເຊັ່ນນັ້ນມາເລື້ອຍໆວ່າ ຖ້າເຮົາຄົບຄົນດີ ຊີວິດກໍຈະເຈີແຕ່ຄວາມເປັນສິຣິມຸງຄຸນ ມີຄວາມຈະເລີນກ້າວໜ້າ ທັງທາງດ້ານການຮຽນ ແລະ ການງານ ໃນທາງກົງກັນຂ້າມ ຖ້າຄົບຄົນຊົ່ວຊີວິດກໍຈະເກືອກກົ້ວຢູ່ກັບສິ່ງທີ່ມົວໝອງ; ເຮັດໃຫ້ຊີວິດຕົກຕ່ຳ ຈົນທ້າຍທີ່ສຸດອາດຈະເຖິງເປັນຄົນໄຮ້ຍາດຂາດມິດ ຫຼື ຮ້າຍໄປກວ່ານັ້ນອາດຈະບໍ່ມີຮອດທີ່ຢູ່ອາໄສເປັນຫຼັກເປັນແຫຼ່ງ ແລະ ກາຍເປັນຄົນເລ່ລ່ອນໄປໃນທີ່ສຸດ. ແຕ່ຄວມເຊື່ອດັ່ງກ່າວເລີ່ມສັ່ນຄອນ ເມື່ອຂ້ອຍໄດ້ໄປເຈີຂໍ້ຄວາມໜຶ່ງ ເຊິ່ງເປັນຄຳເວົ້າທຳມະດ໋າ ທຳມະດາ ແຕ່ວ່າເຂົາໃຫ້ເຫດຜົນໄດ້ໜ້າຟັງ ຂໍ້ຄວາມທີ່ວ່ານັ້ນຄື “ຈົ່ງຄົບຄົນທີ່ຢາກໃຫ້ເຈົ້າໄດ້ດີ”

ການຄົບຄົນດີເປັນເລື່ອງດີ ແຕ່ມີເງື່ອນໄຂວ່າ ຄົນດີຄົນນັ້ນຕ້ອງປາຖະໜາດີຕໍ່ເຮົາຢ່າງແທ້ຈິງ. ເປັນໄປໄດ້ທີ່ຄົນດີອາດຈະບໍ່ໄດ້ປາຖະໜາດີຕໍ່ຄົນອື່ນຢ່າງແທ້ຈິງ ງານສຶກສາທາງຈິດຕະວິທະຍາອະທິບາຍເລື່ອງນີ້ໄວ້ວ່າ:

ບາງຄົນ ເປັນຄົນແຂງແຮງ, ໃຈດີມີເມດຕາ, ມີຖານະທາງສັງຄົມດີ ແລະ ຕ້ອງການເຮັດໃນສິ່ງທີ່ຖືກຕ້ອງ; ຢາກຊ່ວຍເຫຼືອຄົນອື່ນ; ຢາກດຶງຄົນອື່ນຂຶ້ນມາຈາກຂຸມບໍ່ແຫ່ງອະບາຍະມຸກທັງຫຼາຍ. ແຕ່ມີຄວາມເປັນໄປໄດ້ສູງທີ່ຄວາມປາຖະໜາດີຂອງບຸກຄົນນັ້ນ ຈະເປັນພຽງຄວາມປາຖະໜາດີ ເພື່ອໃຫ້ຄົນອື່ນມອງຕົນເອງວ່າເປັນຜູ້ທີ່ມີເມດຕາຢ່າງບໍ່ຈົບສິ້ນ ຫຼື ຢາກຊ່ວຍເຫຼືອຄົນອື່ນພຽງເພາະຕົນຈະເປັນຄົນດີຢ່າງງ່າຍໆ ເມື່ອໄດ້ຍືນຄຽງຄູ່ກັບຄົນທີ່ໄຮ້ຄວາມຮັບຜິດຊອບ”

ບາງຄົນ ອາດຈະບໍ່ເຫັນດ້ວຍກັບຂໍ້ຄວາມທີ່ກ່າວມາຂ້າງເທິງ ແຕ່ລອງສົມມຸດວ່າ ຄົນດີຄົນນັ້ນຄືຕົວເຮົາເອງ ເຮົາຢາກຊ່ວຍເຫຼືອຄົນອື່ນໃຫ້ຂຶ້ນມາຈາກຂຸມບໍ່ແຫ່ງຄວາມມົວໝອງທັງຫຼາຍເຊັ່ນ: ການຕິດເຫຼົ້າ, ຕິດຢາ, ຕິດການພະນັນເປັນຕົ້ນ ດ້ວຍການໄປຄົບຄ້າສະມາຄົມກັບບຸກຄົນໆນັ້ນ ຫຼື ກຸ່ມນັ້ນ ເພື່ອຫວັງວ່າ ວັນໜຶ່ງເຮົາຈະດຶງພວກເຂົາຂຶ້ນມາໄດ້. ແຕ່ການສຶກສາທາງຈິດຕະວິທະຍາເຂົາບອກວ່າ ເປັນໄປໄດ້ສູງແຮງທີ່ຄວາມປາຖະໜາດີຂອງເຮົານັ້ນ ຈະເປັນພຽງຄວາມປະຖະໜາ ພຽງເພື່ອໃຫ້ຄົນອື່ນເບິ່ງເຮົາວ່າເປັນຄົນດີ, ມີເມດຕາ, ມີຄວາມເອື້ອເຟື້ອເຜື່ອແຜ່ຢ່າງບໍ່ມີທີ່ສິ້ນສຸດ ຫຼື ການຊ່ວຍເຫຼືອຄົນອື່ນນັ້ນ ພຽງເພາະຕົນຈະໄດ້ເປັນຄົນດີຢ່າງງ່າຍໆ ເມື່ອໄດ້ຍືນຄຽງຄູ່ກັບຄົນທີ່ມົວໝອງທັງຫຼາຍເຫຼົ່ານັ້ນ. ສົມມຸດວ່າ ໃນຫ້ອງຮຽນຫ້ອງໜຶ່ງມີນັກຮຽນທັງໝົດ 30 ຄົນ ຖ້າທຸກໆເດືອນເຮົາເສັງໄດ້ລຳດັບທີ່ 15. ໃນແງ່ຂອງການຄົບເພື່ອນ ເຮົາມັກຈະເລືອກຄົບກຸ່ມນັກຮຽນທີ່ໄດ້ອັນດັບໂລ່ກວ່າຕົນເອງ ເພາະວ່າຕົນຈະດູດີຂຶ້ນໃນສາຍຕາຂອງກຸ່ມຄົນທີ່ເຮົາຄົບ. ທີ່ມັນເປັນເຊັ່ນນັ້ນເພາະຫຍັງ? ງານສຶກສາດັ່ງກ່າວບອກວ່າ: “ເພາະການໄຫຼລົງຕ່ຳນັ້ນ ມັນງ່າຍກວ່າການປີນຂຶ້ນທີ່ສູງຫຼາຍເທົ່າ”  ການນອນເຂ່ຍໂທລະສັບນັ້ນ ມັນງ່າຍກວ່າການລຸກຂຶ້ນມາອ່ານໜັງສື, ການຄົບເພື່ອນທີ່ໄດ້ອັນດັບການຮຽນທີ່ໂລ່ກວ່າ ມັນງ່າຍກວ່າການຄົບເພື່ອນຜູ້ໄດ້ອັນດີກວ່າ ເພາະບໍ່ຈຳເປັນຕ້ອງຝືນເພື່ອອັບເກຣດໃຫ້ສູງຂຶ້ນ.

ທີ່ຜູ້ຂຽນເອົາເລື່ອງນີ້ມາເລົ່າສູ່ຟັງ ພຽງເພາະຢາກບອກວ່າ: ການຄົບຄົນດີນັ້ນ ອາດຈະບໍ່ໄດ້ນຳສີ (ສິຣິ) ມາສູ່ຕົວເຮົາສະເໝີໄປ ບໍ່ແມ່ນຄົນດີທຸກຄົນຈະປາຖະໜາໃຫ້ຄົນອື່ນໄດ້ດີ ເພາະສ່ວນຫຼາຍ ຄົນທີ່ວ່າດີນັ້ນ ເຮັດດີເພາະຮູ້ສຶກວ່າ ການໄຫຼລົງຕ່ຳນັ້ນ ມັນງ່າຍກວ່າການປີນຂຶ້ນທີ່ສູງ ຫຼື ຊ່ວຍເຫຼືອຄົນອື່ນພຽງເພາະຕົນຈະໄດ້ເປັນຄົນດີຢ່າງງ່າຍໆ ເມື່ອທຽບກັບຄົນທີ່ຕ່ຳກວ່າຕົນ. ສະນັ້ນ ຖ້າຈະຄົບຄົນດີຄວນເບິ່ງໃຫ້ດີວ່າ ຄົນດີຄົນນັ້ນປາຖະໜາດີຕໍ່ເຮົາຫຼືບໍ່ ຖ້າຄຳຕອບຄື “ບໍ່” ຈົ່ງຫຼີກໜີໄປໄກໆຈາກຄົນດີປະເພດນັ້ນຊ່ະ.

ແຕ່ເຖິງຢ່າງໃດກໍຕາມ ການຄົບຄົນດີ ຫຼື ຄົນທີ່ຢູ່ສູງກວ່າເຮົາກໍເປັນສິ່ງທີ່ເຮົາຄວນເຮັດ. ການທີ່ຈະຮູ້ວ່າໃຜຄືຄົນທີ່ປາຖະໜາດີຕໍ່ເຮົາຢ່າງແທ້ຈິງໃຫ້ເບິ່ງສິ່ງທີ່ເຂົາສະແດງອອກ ພວກເຂົາຈະບໍ່ສາມາດທົນເຫັນຄວາມເສື່ອມຊາມຂອງເຮົາ; ພ້ອມທີ່ຈະດຶງເຮົາຂຶ້ນຈາກຂຸມບໍ່ແຫ່ງຄວາມຫຼົງຜິດທັງຫຼາຍ ແລະ ທີ່ສຳຄັນພວກເຂົາຈະບໍ່ມີວັນອິດສາ ເມື່ອເຮົາມີພັດທະນາການຂຶ້ນເລື້ອຍໆຈົນກະທັ່ງປະສົບຜົນສຳເລັດ. ພວກເຂົາຈະສະໜັບສະໜຸນຢ່າງເຕັມທີ່ ເມື່ອເຮົາເຮັດຄຸນງາມຄວາມດີຕໍ່ຕົນເອງ ແລະ ຜູ້ອື່ນ. ທີນີ້ ເມື່ອເຂົາປາຖະໜາດີຕໍ່ເຮົາແລ້ວ ເຮົາເອງກໍຕ້ອງມີຄວາມປາຖະໜາເຊັ່ນກັນວ່າ ຢາກກ້າວອອກມາຈາກຄວາມມືດມົນທັງຫຼາຍ ແລ້ວມາຮ່ວມມືກັນສ້າງສະພາບທີ່ເອື້ອຕໍ່ການພັດທະນາໃນທາງທີ່ດີຂຶ້ນ ເພາະການທີ່ຄົນໆໜຶ່ງຈະປ່ຽນຕົນເອງໃຫ້ດີຂຶ້ນໄດ້ນັ້ນ ຈຳເປັນຕ້ອງມີຄວາມປາຖະໜາຢ່າງແຮງກ້າ ລຳພັງຄວາມໂນ້ມນ້າວບໍ່ສາມາດເຮັດໃຫ້ເຮົາປ່ຽນໄປໃນທາງທີ່ດີຂຶ້ນໄດ້. ເມື່ອພວກເຮົາໃຝ່ທີ່ຈະພັດທະນາໃຫ້ກ້າວໄປຂ້າງໜ້າ ຈະເຮັດໃຫ້ມອງເຫັນຂໍ້ບົກພ່ອງຂອງຕົນເອງ ແລ້ວຫາທາງແກ້ໄຂໃຫ້ດີກວ່າເກົ່າ ເພາະມະນຸດເຮົາມີສັກກະຍະພາບທີ່ຈະດີຂຶ້ນໄດ້ ກວ່າສະພາບທີ່ເປັນຢູ່.

ທັງນີ້ທັງນັ້ນ ການຄົບຄົນດີ ຫຼື ຄົນທີ່ຢູ່ສູງກວ່າເຮົາບໍ່ແມ່ນເລື່ອງງ່າຍເໝືອນກັບການຢູ່ຮ່ວມກັບຄົນທີ່ໄດ້ອັນດັບໂລ່ກວ່າເຮົາ ເພາະເຮົາຕ້ອງມີຄວາມກ້າ, ມີຄວາມລະອາຍ ແລະ ສາມາດປົກປ້ອງຕົນເອງຈາກພິດຮ້າຍຂອງຄົນໃຈດີພຽງເພາະຢາກດູດີໃນສາຍຕາຄົນອື່ນ. ຈໍຣ໌ແດນ ບີ ປີເຕີຣ໌ສັນ–ນັກຈິດຕະວິທະຍາຊາວແຄນນາດາ ຜູ້ຂຽນໜັງສື 12 ກົດທີ່ໃຊ້ໄດ້ຕະຫຼອດຊີວວິດ ໃຫ້ຄຳແນະນຳວ່າ: ຖ້າເຈົ້າມີໝູ່ ຫຼື ຄົນໆໜຶ່ງທີ່ເຈົ້າບໍ່ຄິດຈະແນະນຳໃຫ້ເອື້ອຍ, ອ້າຍ, ນ້ອງ ຫຼື ພໍ່ແມ່ຂອງເຈົ້າໃຫ້ຮູ້ຈັກ ແລ້ວເປັນຫຍັງເຈົ້າຈຶ່ງຍັງຄົບໝູ່ຄົນນັ້ນຢູ່. ເຈົ້າອາດຈະຕອບວ່າ ເພາະຄວາມຊື່ສັດເດ້! ປີເຕີຣ໌ສັນ ເວົ້າແບບເຢີຍຫຍັນຢ່າງເຈັບແສບວ່າ ຄວາມໂງ່ກັບຄວາມຊື່ສັດມັນຕ່າງກັນ.

ເພາະສະນັ້ນ ຈົ່ງຄົບຄົນທີ່ຢາກໃຫ້ເຈົ້າໄດ້ດີ.

ຄວັນສີເທົາ ອ່ານ

ຕົ້ນລະດູໜາວ, 2564.

——————————–

ເອກະສານອ້າງອິງ

ຈໍຣ໌ແດນ ບີ ປີເຕີຣ໌ສັນ, 12 ກົດທີ່ໃຊ້ໄດ້ຕະຫຼອດຊີວິດ, (ກຸງເທບຯ: ອະມະຣິນຮາວທູ, 2563).

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ