ຄວາມສຸກລ່ອງຫົນກັບຄົນເດີນທາງ

ໂດຍ: ຄວັນສີເທົາ

01

ຈຸດເລີ່ມຕົ້ນເກີດຂຶ້ນຈາກວົງພາເຂົ້າ

“ເຮົາໄປຍ່າງຫຼິ້ນຢູ່ພູເຂົາຄວາຍກັນບໍ່?” ຄູບາອົງໜຶ່ງຖາມຂຶ້ນ ໃນຂະນະທີ່ຂ້ອຍກຳລັງຈະເອົາຄຳເຂົ້າໃສ່ປາກ

“ເອົາຕິ!..ກຳລັງຄິດຢາກຍ່າງພໍດີເລີຍ”

“ຄັ້ນຊັ້ນລອງຖາມໝູ່ພວກເບິ່ງກ່ອນເດີວ່າມີໃຜສົນໃຈແດ່”

ມື້ຕໍ່ມາ ຄູບາອົງເດີມບອກວ່າ “ຕອນນີ້ ມີຄົນຈະໄປປະມານສິບກວ່າຄົນແລ້ວ”

“ໂອ່..ເກີນຄາດໝາຍ” ຂ້ອຍຄິດໃນໃຈ ແລ້ວບອກໄປວ່າ “ຄັນຊັ້ນໃຫ້ແຕ່ລະຄົນຕຽມຕົວເລີຍ”

ການໄປຄັ້ງນີ້ເປັນການເດີນທາງ ເຄິ່ງຍ່າງທຸດົງ ເປັນການໄປພັກຜ່ອນ ແລະ ເຝິກໃຈ ພາຍຫຼັງທີ່ພຣະສົງສາມະເນນບໍ່ຄ່ອຍໄດ້ອອກວັດໄປທາງໃດ ເປັນເວລາເກືອບສາມເດືອນແລ້ວ (ເພາະໂຄວິດ) ໂດຍສ່ວນຕົວ ນອກຈາກຄວາມຕັ້ງໃຈທີ່ເວົ້າມານັ້ນ ຍັງມີວັດຖຸປະສົງອີກອັນໜຶ່ງຄື

ຢາກພາຕົວເອງອອກໄປຈາກໂລກໂຊຊ່ຽວມີເດຍຈັກມື້ສອງມື້ ເພື່ອໃຫ້ສະໝອງໄດ້ພັກຜ່ອນ ວາງວຽກບ້ານທີ່ແສນຈະປວດຫົວໄວ້ ແລ້ວອອກໄປສືບອາກາດທີ່ບໍລິສຸດ ພາຮ່າງກາຍອອກໄປກາງແຈ້ງ ໃຫ້ແສງແດດໄດ້ກະທົບໜ້າ ໄປສຳຜັດລົມໜາວທີ່ເຢືອກເຢັນທ່າມກາງຫ້ວຍນ້ຳແລະລຳທານ ຈາກນັ້ນ ຈຶ່ງຄ່ອຍກັບມາປວດຫົວ ຈ້ອງໜ້າຈໍ ແລະສືບຕໍ່ດົມຂີ້ຝຸ່ນໃນເມືອງຕໍ່ໄປ (ທັງຂີ້ຝຸ່ນຈິງ ແລະ ຂີ້ຝຸ່ນຈາກເທັກໂນໂລຊີ)

ແມ່ນແລ້ວ–ການເດີນທາງຄັ້ງນີ້ ເກີດຂຶ້ນງ່າຍໆ ໃນວົງພາເຂົ້ານີ້ແຫຼະ

02

ມື້ທີ່ນັດໝາຍມາຮອດແລ້ວ!!!

ທຸກຄົນຕ່າງຕື່ນເຕັ້ນບວກຫຶກເຫີມ ເພາະມີຄວາມຢາກໄປເປັນທຶນເດີມຢູ່ແລ້ວ ຍິ່ງມີຄົນບອກວ່າ ບ່ອນທີ່ຈະໄປກາງເຕັ້ນນັ້ນ ບັນຍາກາດໂຄດດີ ມີໜ້າຜາໃຫ້ຊົມວິວ ພວກເຮົາຈະໄປຢືນຊິວໆ ຈິບນ້ຳຊາແກ້ຄວາມໜາວ ຕົກກາງຄືນຈະມີດາວໃຫ້ເບິ່ງເປັນລ້ານໆດວງ ຫຼັງຈາກເມົາຊາກັນແລ້ວ ເຮົາຈະນັ່ງສະມາທິໄດ້ດີເພາະບໍ່ເຮັດໃຫ້ເຫງົານອນ ໂອ່..ພຽງແຕ່ຄິດ ກໍຢາກໄປເຕັມທົນແລ້ວ ນັ່ງສະມາທິທ່າມກາງດວງດາວ ໃຜບໍ່ໄປຖືວ່າພາດສຸດໆເລີຍ

ແຕ່ຢ່າຟ້າວຄິດໄປໄກເຖິງຂະໜາດນັ້ນ

ທຸກຄົນໃຈເຢັນໆ ຢູ່ກັບປັດຈຸບັນນີ້ກ່ອນ ຫາຍໃຈເຂົ້າເລິກໆ ພຸດໂທ ພຸດໂທ…

ພຸດໂທໄປ ພຸດໂທມາ ເລີ່ມຊິໂມໂຫແລ້ວເດ້ນິ ເພາະລົດທີ່ຈະມາຮັບ ນັດໝາຍກັນໄວ້ວ່າແປດໂມງເຊົ້າ ຕອນນີ້ ປາເຂົ້າໄປເກົ້າໂມງເຄິ່ງແລ້ວ ຍັງບໍ່ເຫັນວີ່ແວວແມ້ແຕ່ຄວັນເລີຍ

ຍາມໃດຊິມາຮອດ!!!

03

ກີດໆ!!! ກີດໆ!!!

ຕາຍຍາກອິຫຼີ ວ່າແຕ່ຈົ່ມຫາກໍມາຮອດພໍດີ

ທຸກຄົນຟ້າວຂຶ້ນເລີຍ ຍັງ ຍັງ..ຄູບາອີກອົງຍັງມົວສັນເຂົ້າຢູ່ນັ້ນແຫຼະ ຟ້າວມາທະແມ້! ຊິສິບໂມງແລ້ວເດ້ນິ ເສັ້ນທາງຍັງອີກຍາວໄກ ກວ່າຈະໄປຮອດຕ້ອງໃຊ້ເວລາຫຼາຍຊົ່ວໂມງ ຄວາມຕື່ນເຕັ້ນທີ່ຫາຍໄປກ່ອນໜ້ານັ້ນ ຄ່ອຍໆກໍ່ຕົວຂຶ້ນມາໃໝ່ອີກຄັ້ງ ໄດ້ເວລາອອກເດີນທາງແລ້ວ

Let’s go!!!

04

ພວກເຮົານັ່ງລົດຝ່າຂີ້ຝຸ່ນມາລົງຢູ່ວັດແຫ່ງໜຶ່ງເຊິ່ງຕັ້ງຢູ່ແຄມຕີນພູ ພາຍຫຼັງທີ່ສັນເພນແລ້ວກໍກຽມຕົວກຽມໃຈ ທີ່ຈະໄປຜະເຊີນໜ້າກັບພູເຂົາ ເຊິ່ງຕາມແຜນການຈະຕ້ອງໃຊ້ເວລາຍ່າງຂຶ້ນໄປປະມານສີ່ຊົ່ວໂມງ ແຕ່ກ່ອນທີ່ຈະຂຶ້ນພູນັ້ນ ຕ້ອງຍ່າງຜ່ານປ່າໜ້ອຍໜຶ່ງເພື່ອໄປຫາຜູ້ນຳທາງ ເຊິ່ງຢູ່ວັດເລິກເຂົ້າໄປໃນປ່າໜ້ອຍໜຶ່ງ

ພວກເຮົາ (ປະມານສິບກວ່າຄົນ) ຍ່າງລັດປ່າມາປະມານສິບນາທີກໍຮອດວັດແຫ່ງນັ້ນ ລໍຖ້າອີກກຸ່ມໜຶ່ງທີ່ຍ່າງມາຕາມຫຼັງ ສິບນາທີຜ່ານໄປຍັງໄຮ້ວີ່ແວວ ບາງຄົນເລີ່ມຫຼຽວຊ້າຍແລຂວາ ໃນທຳນອງວ່າ ປານໃດຊິມາຮອດ ຢາກອອກເດີນທາງແລ້ວ ສິບຫ້ານາທີຜ່ານໄປຍັງໄຮ້ວີ່ແວວ ຊາວນາທີຜ່ານໄປກໍຍັງບໍ່ເຫັນໃຜຊອດມາ

ຮວຍ!..ບໍ່ແມ່ນເຂົາເຈົ້າຫຼົງປ່າແລ້ວຫວາ

ຂໍ້ຄວາມບັນທັດເທິງນັ້ນ ເປັນຄວາມຈິງ ພີ່ນ້ອງເອີ໋ຍ!!

ຢາກຈະບ້າຕາຍ..ຍ່າງມາບໍ່ພໍກິໂລຫຼົງທາງຊະແລ້ວ

ໄປຕາມດູ໋…ທັງໂທ ທັງໃຫ້ອີກກຸ່ມໜຶ່ງໄປຕາມຫາກັນຈ້າລະຫວັ່ນ

ອາຕະມາລະເມື່ອຍນຳຕັ້ງແຕ່ຍັງບໍ່ທັນໄດ້ຂຶ້ນພູເລີຍ

05

ເມື່ອທຸກຄົນມາພ້ອມໜ້າກັນແລ້ວ ກໍເລີຍມາລົມກັນວ່າ ເຮົາມີສອງເປົ້າໝາຍໃຫ້ໄປຄື

ໜຶ່ງ-ໄປຜານ້ຳຍ້ອຍ ໃຊ້ເວລາໃນການເດີນທາງສີ່ຊົ່ວໂມງ ຫຼືອາດຈະຫຼາຍກວ່ານັ້ນ

ສອງ-ໄປຫ້ວຍແຖວໃກ້ໆວັດ ໃຊ້ເວລາປະມານສາມສິບນາທີ

ຫຼາຍຄົນເຫັນດີວ່າໄປບ່ອນສາມສິບນາທີກໍພໍແລ້ວ (ໃຈຂ້ອຍຢາກໄປບ່ອນສີ່ຊົ່ວໂມງພຸ້ນແລ້ວ ເພາະຕັ້ງທ່າມາຍ່າງໂດຍສະເພາະ ແຕ່ກໍຄົບລົບໃນສຽງສ່ວນຫຼາຍ) ຂ້ອຍຈັບໂທລະສັບຂຶ້ນມາເປີດເບິ່ງ ໂມງໃນນັ້ນບອກວ່າ ເວລາບ່າຍໂມງພໍດີ

ປ່ະ!! ອອກເດີນທາງກັນເຖາະ

06

ຍ່າງມາປະມານຊາວນາທີ ຂ້ອຍຄິດໃນໃຈອີກສິບນາທີກໍຮອດແລ້ວ ເຫັນຫຼາຍຄົນເຫື່ອເລີ່ມຊຶມອອກແດ່ແລ້ວ ຄູບາອົງໜຶ່ງເປັນຄົນຫຸ່ນຂ້ອນຂ້າງໃຫຍ່ ຖ້າເວົ້າແບບບໍ່ເກງໃຈຄືເປັນຄົນຕຸ້ຍນັ້ນແຫຼະ ອົງນີ້ເຫື່ອຍ້ອຍໜ້າຜາກແລ້ວ ຂ້ອຍເອີ້ນໄປຖາມຫົວໜ້ານຳທາງວ່າ “ໃກ້ຊິຮອດແລ້ວບໍ່?”

“ຍ່າງມາເລື້ອຍໆ” ນີ້ຄືຄຳຕອບທີ່ໄດ້ມາ

ພວກເຮົາກໍພາກັນຕັ້ງໜ້າຍ່າງແບບມີຄວາມຫວັງວ່າ ອີກບໍ່ດົນກໍໜ້າຈະຮອດ ແຕ່ຈົນແລ້ວຈົນລອດຍັງບໍ່ເຖິງທີ່ໝາຍຈັກເທື່ອ ສາມສິບນາທີຜ່ານໄປເປັນທີ່ຮຽບຮ້ອຍ ຕອນນີ້ ທາງເລີ່ມຍາກຂຶ້ນ ບາງບ່ອນມີຫີນລຽງລາຍຢູ່ເປັນຈຸດເໝືອນມີຄົນຈັບມາວາງໄວ້ ພູເລີ່ມຊັນຂຶ້ນໄປເລື້ອຍໆ ຊັນຂຶ້ນ ຊັນຂຶ້ນ ບໍ່ມີທີທ່າວ່າຈະຮອດບ່ອນຮາບພຽງເລີຍ

ຂ້ອຍເລີ່ມນ້ຳລາຍແຫ້ງ ລິ້ນຫ້ອຍ ເຫື່ອໄຄຍ້ອຍ (ອ່ານດີໆ ໄຄ–ບໍ່ແມ່ນໄຂ່) ຈາກໜ້າຜາກ ໄຫຼລົງມາລະຫວ່າງຄິ້ວ ຂ້ອຍປົດແວ່ນອອກ ແລ້ວດຶງຈີວອນມາເຊັດ ສາຍຕາທັງສອງຍັງຄົງຈັບຈ້ອງເສັ້ນທາງທີ່ຊັນຂຶ້ນໄປ ຂຶ້ນໄປ ແລະ ຂຶ້ນໄປ ເຫັນຈົວນ້ອຍກຸ່ມໜຶ່ງກຳລັງຈ່ອງຕົ້ນໄມ້ພະຍຸງຕົວເອງໃຫ້ກ້າວພົ້ນຈາກຫີນກ້ອນໜຶ່ງ

ຈັບໂທລະສັບອອກມາ ເວລາໃນນັ້ນບອກວວ່າ 13.49 ນາທີ

ຄິດໃນໃຈ “ສາມສິບນາທີຂອງຜູ້ນຳທາງກັບສາມສິບນາທີເຮົາ ຈັ່ງແມ່ນຕ່າງກັນປານຟ້າກັບເຫວ”

ຂ້ອຍຄ່ອຍໆຍ່າງຂຶ້ນໄປ ບ່ອນໃດທີ່ຊັນຫຼາຍກໍຈ່ອງຕົ້ນໄມ້ພະຍຸງຕົວຂຶ້ນ ເມື່ອຍຈົນຮູ້ສຶກຕາລາຍກໍຢຸດພັກໜ້ອຍໜຶ່ງ ແລ້ວກໍຍ່າງຕໍ່ ສຸດທ້າຍກໍມາທັນກຸ່ມຜູ້ນຳທາງຈົນໄດ້

ອ່າາ..ຮອດແລ້ວ

07

          ອົດເອົາເດີ!..ຍັງອີກບໍ່ໄກດອກ

          ຫ໋າ!…ຍັງມີອີກຢູ່ຫວ໋າ? ໃສວ່າສາມສິບນາທີ?

ນີ້ມັນຜ່ານມາຊົ່ວໂມງກວ່າແລ້ວດ໋າຍຍຍ!!!

ເປັນຄວາມຈິງທີ່ນິ້ວກົມບອກວ່າ ການເດີນຂຶ້ນພູເຂົາ ເຮັດໃຫ້ເຮົາຮູ້ວ່າ ຕົນເອງອ່ອນແອພຽງໃດ ຖ້າຈະປຽບທຽບການເດີນທາງຄັ້ງນີ້ເໝືອນການແຂ່ງຂັນເຕະບານ ພວກເຮົາກໍຫາກໍ່ຜ່ານເຄິ່ງເວລາທຳອິດໄປເທົ່ານັ້ນ ຍັງເຄິ່ງທີສອງເຊິ່ງໜ້າຈະໂຫດແລະຫິນພໍສົມຄວນ..ເຫດການເປັນໄປຕາມຄາດ

ພະລັງງານທີ່ກິນລົງໄປຊ່ວງເພນນັ້ນ ໄດ້ຮັບການເຜົາຜານໄປເກືອບຈະໝົດແລ້ວ ຕອນນີ້ ພະລັງງານເຫຼືອໜ້ອຍເຕັມທີ ເຮື່ອແຮງກໍອ່ອນລ້າລົງເລື້ອຍໆ ແຕ່ໄລຍະທາງຍັງຍາວໄກ ທຸກຄົນເຮັດໄດ້ພຽງເຄື່ອນໄປຂ້າງໜ້າເລື້ອຍໆ ຕາບໃດທີ່ຍັງກ້າວຂາ ນັ້ນໝາຍຄວາມວ່າເຮົາເຂົ້າໃກ້ເປົ້າໝາຍໄປທຸກທີ ຂໍພຽງແຕ່ບໍ່ຢຸດກ້າວ ເຮົາຈະເຖິງເປົ້າໝາຍທີ່ແສນຍາວນານນີ້ຢ່າງແນ່ນອນ

ແຕ່ຕອນນີ້

ຂໍນ້ຳຈັກອຶກແດ່ ນ້ຳລາຍໜຽວອີກແລ້ວ

08

ຈະວ່າໄປ ຮ່າງກາຍມະນຸດກໍມີລະບົບການທຳງານສະເພາະຂອງມັນເປັນຢ່າງດີ ເມື່ອໃດທີ່ຄິດວ່າຄວນພັກ ແມ້ໃຈຢາກຈະໄປຕໍ່ ມັນຈະຄອຍສົ່ງສັນຍານເຕືອນມາບອກວ່າ

ຢຸດກ່ອນເຖາະຄູບາເອີ໋ຍ… ຂ້ານ້ອຍບໍ່ໄຫວແລ້ວ

ພວກເຮົາຄ່ອຍໆຍ່າງລົງໄປຕາມສັນພູ ຈົນຮອດຫ້ວຍແຫ່ງໜຶ່ງ ເຊິ່ງບໍ່ມີນ້ຳແມ້ແຕ່ຢົດດຽວ ເຫັນແຕ່ກ້ອນຫີນໂຄ້ໂລ້ເຄ້ເລ້ ນອນລຽງລາຍ ເປັນຂົວໃຫ້ພວກເຮົາໄຕ່ຂ້າມໄປອີກຝັ່ງໜຶ່ງ

ຕອນນີ້ ສັນຍານອິນເຕີເນັດຫາຍໄປເປັນທີ່ຮຽບຮ້ອຍ

ເປັນການຕັດຂາດຈາກໂລກພາຍນອກຢ່າງສິ້ນເຊີງ ຖ້າມີບັນຫາຫຍັງກໍຄົງຕ້ອງຊ່ວຍເຫຼືອກັນຕາມສະພາບການພາຍຫຼັງຂ້າມຫ້ວຍມາແລ້ວ ພວກເຮົາກໍຂຶ້ນພູອີກໜ່ວຍ ແຕ່ໜ່ວຍນີ້ບໍ່ຄ່ອນຊັນປານໃດ ເລາະຂຶ້ນໄປທາງຊ້າຍຕາມສັນພູ ແລ້ວບ່ຽງລົງໄປຫາຫ້ວຍອີກເທື່ອໜຶ່ງ ຂ້ອຍໄດ້ຍິນສຽງນ້ຳໄຫຼດັງ ຈ໊ອກ ຈ໊ອກ ຈ໊ອກ ຜ່ານຮາງລິນນ້ຳນີ້ໄປອີກປະມານສາມສິບແມັດ ມີລານຫີນກວ້າງສາມາດກາງເຕັ້ນໄດ້ປະມານສິບເຕັ້ນ ເຄິ່ງກາງລານຫີນນີ້ມີຂຸມໃຫຍ່ຢູ່ຂຸມໜຶ່ງ ເໝາະສຳລັບຂົນຟືນມາໃສ່ ແລ້ວສຸມໄຟຝິງ

ເວົ້າໄປເວົ້າມາ

ໝ່ອງນີ້ຫຼະ..ຄືບ່ອນທີ່ເຮົາຈະນອນພັກແຮມຄ້າງຄືນ

ການເກັບຟືນ ກາງເຕັ້ນ ຕັດໄມ້ ຮ່າຍນ້ຳ ເປັນສິ່ງທີ່ຕ້ອງຫາມາໄວ້ໃຫ້ພຽງພໍກ່ອນຕາເວັນຕົກດິນ ເພາະຖ້າມືດມາແລ້ວພວກເຮົາຈະລຳບາກ

ໄດ້ເວລາພັກແຂ່ງພັກຂາແລ້ວໂວ້ຍ!!!!

09

ບັນຍາກາດທີ່ຈິນຕະນາການໄວ້ແຕ່ເຊົ້າ

ແທນທີ່ຈະກາງເຕັ້ນນອນເບິ່ງດາວແຄມໜ້າຜາ ກັບເປັນການລ້ອມກອງໄຟທ່າມກາງປ່າແລະລຳຫ້ວຍ ນັ່ງຝິງໄຟ ຈິບນ້ຳຊາ  ຊົມແສງຈັນ ຟັງສຽງນ້ຳໄຫຼ ບັນຍາກາດແບບນີ້ກໍໃຫ້ຄວາມສວຍງາມໄດ້ເຊັ່ນກັນນນ!!!

ຂ້ອຍຍ່າງອອກຈາກກອງໄຟ ມານັ່ງຢູ່ໂງ່ນຫີນອັນໜຶ່ງ

ແຫງນໜ້າຂຶ້ນເທິງຟ້າ ດວງຈັນຍັງຄົງສ່ອງແສງທະລຸປາຍໄມ້ລົງມາສູ່ພື້ນດິນ ແມ້ບາງຄັ້ງຈະມີເມກດຳບົດບັງເປັນບາງຊ່ວງ ແຕ່ພາຍຫຼັງເມກກ້ອນນັ້ນຜ່ານໄປ ດວງຈັນກໍຍັງຄົງທຳໜ້າທີ່ສ່ອງແສງໄດ້ເປັນປົກກະຕິ

ເໝືອນຊີວິດຂອງມະນຸດເລີຍ

ທີ່ຕ້ອງມີຊ່ວງດຳມືດ ຊ່ວງເຕັມໄປດ້ວຍບັນຫາ ແຕ່ພາຍຫຼັງທີ່ຜ່ານຊ່ວງນັ້ນມາໄດ້ ເຮົາກໍຍັງມີສັກກະຍະພາບທີ່ຈະສ່ອງແສງຕໍ່ໄປເປັນປົກກະຕິ ແມ້ວ່າບາງຄົນຈະມີເມກມາບົດບັງຫຼາຍກວ່າຄົນອື່ນ ແຕ່ກໍບໍ່ໄດ້ເຮັດໃຫ້ສັກກະຍະພາບຂອງບຸກຄົນນັ້ນຫຼຸດລົງເລີຍ ກົງກັນຂ້າມບາງຄົນອາດຈະເຂັ້ມແຂງຫຼາຍຂຶ້ນກວ່າເດີມຫຼາຍເທົ່າ

ທັງນີ້ ຂຶ້ນຢູ່ກັບວ່າເຮົາມີມຸມມອງຕໍ່ເມກດຳນັ້ນແບບໃດ

10

ສິບໂມງກວ່າໆ

ປ່າດົງພົງໄພເລີ່ມງຽບສະຫງັດຜະສົມຄວາມວັງເວງ ຂ້ອຍລຸກຂຶ້ນຈາກໂງ່ນຫີນ ຫຼຽວລົງໄປດ້ານລຸ່ມຍັງຄົງເຫັນຈົວນ້ອຍກຸ່ມໜຶ່ງນັ່ງອ້ອມກອງໄຟ ເມື່ອສອດຕົວເຂົ້າໄປໃນເຕັ້ນແລ້ວກໍກົ້ມລົງໄຫວ້ພຣະສູດມົນໜ້ອຍໜຶ່ງ ເຊິ່ງເປັນເລື່ອງປົກກະຕິຂອງຂ້ອຍ ເວລາໄປນອນຢູ່ສະຖານທີ່ໃໝ່ ບໍ່ວ່າເປັນປ່າຫຼືບ້ານ ຂ້ອຍມັກຈະສູດມົນບົດນີ້ກ່ອນນອນ ການສູດມົນບໍ່ແມ່ນເພື່ອປ້ອງກັນໄພ ແຕ່ເປັນການແຜ່ເມດຕາໃຫ້ກັບສັບພະສັດ

ບົດສູດບົດນີ້ ກໍເວົ້າເຖິງການແຜ່ເມດຕາໃຫ້ແກ່ສັບພະສັດ ເທວະດາ ພູດຜີປີສາດ ມະນຸດ ອະມະນຸດ ທັງຫຼາຍ ຄັມພີປະຣະມັດຖະໂຊຕິກາ ໄດ້ເວົ້າເຖິງທີ່ມາຂອງບົດສູດນີ້ວ່າ ສະໄໝໜຶ່ງ ພຣະພຸດທະເຈົ້າປະທັບຢູ່ໃນວັດພຣະເຊຕະວັນ ເມືອງສາວັດຖີ ໄດ້ໃຫ້ມົນບົດນີ້ແກ່ພຣະສົງກຸ່ມໜຶ່ງ ເຊິ່ງໄປປະຕິບັດທັມຢູ່ໃນປ່າເລິກ ແລ້ວຖືກຜີຫຼອກຈົນບໍ່ສາມາດປະຕິບັດທັມໄດ້ ຈຶ່ງກັບມາລາຍງານພຣະພຸດທະເຈົ້າ ພຣະອົງບອກໃຫ້ກັບໄປບ່ອນເກົ່າອີກ ແລ້ວໃຫ້ສູດມົນນີ້ເປັນປະຈຳ ຫຼັງຈາກທີ່ປະຕິບັດຕາມຄຳຂອງພຣະພຸດທະເຈົ້າແລ້ວ ປາກົດວ່າພຣະສົງກຸ່ມນັ້ນສາມາດປະຕິບັດທັມໄດ້ເປັນປົກກະຕິ ໂດຍບໍ່ມີສິ່ງໃດມາລົບກວນເລີຍ

ສະນັ້ນ ຄູບາອາຈານຈຶ່ງຍຶດຖືເປັນແນວປະຕິບັດວ່າ ເມື່ອເຂົ້າປ່າ ກ່ອນເຂົ້ານອນຄວນແຜ່ເມດຕາຈິດໃຫ້ສັບພະສັດດ້ວຍບົດສູດມົນທີ່ມີຊື່ວ່າ “ກະຣະນີຍະເມດຕາສູດ”

11

ພາຍຫຼັງທີ່ສູດມົນ

ຂ້ອຍລົ້ມຫົວລົງນອນ ຕັ້ງໃຈເປີດຫົວເຕັ້ນໄວ້ເພື່ອໃຫ້ເຫັນພຣະຈັນໄດ້ຊັດ ຢາກຈະເກັບບັນຍາກາດແບບນີ້ໄວ້ໃຫ້ນານແສນນານ ຂ້ອຍຈັບບິກກັບປຶ້ມຂຶ້ນມາ ແລ້ວຂຽນຄວາມຮູ້ສຶກຕອນນັ້ນລົງໄປວ່າ

“ພື້ນດິນມີສຽງນ້ຳໄຫຼ

ເທິງຟ້າດວງຈັນກຳລັງສ່ອງແສງ

ຄູບາອົງໜຶ່ງນອນຄົດຢູ່ໃນເຕັ້ນທ່າມກາງຄວາມເໜັບໜາວ”

ເປັນໜຶ່ງໃນຄ່ຳຄືນທີ່ມີຄວາມສຸກທີ່ສຸດ ຄວາມສຸກແບບນີ້ ຈັກເດືອນຈັກປີຈຶ່ງຈະຫາໄດ້ຄັ້ງໜຶ່ງ ຄືນນີ້ ຂ້ອຍເຂົ້ານອນທ່າມກາງອ້ອມກອດຂອງສິ່ງທີ່ຍິ່ງໃຫຍ່ທີ່ຊື່ວ່າ “ທຳມະຊາດ”

12

ແຕ່ກໍຢ່າງວ່າລະເນາະ

ທຸກຢ່າງລ້ວນເປັນຂອງຊົ່ວຄາວ ຄວາມສຸກໃນຄ່ຳຄືນນີ້ກໍເຊັ່ນກັນ ມີໄລຍະເວລາສັ້ນໆ ພຽງສາມຊົ່ວໂມງ ຂ້ອຍສະດຸ້ງຕື່ນຂຶ້ນມາ ປະມານຕີໜຶ່ງເພາະທົນພິດບາດແຜຂອງຄວາມໜາວບໍ່ໄຫວ ເໝືອນມີຄົນເອົານ້ຳແຂງມາຖອກໄວ້ພະລານຫີນ ແລ້ວປ່ອຍໃຫ້ພວກເຮົາກາງເຕັ້ນນອນຢ່າງເໜັບໜາວ

ຄວາມຮູ້ສຶກໃນຕອນນັ້ນຄືກັນກັບກຳລັງນອນຢູ່ເທິງນ້ຳແຂງດີໆນີ້ເອງ

ຂ້ອຍພະຍາຍາມຂົດຂາເຂົ້າທຸກທ່າທາງ ຖ້າມີຄົນເອົາກຸ້ງໂຕເທົ່າມະນຸດມາວາງທຽບກັບພຣະ ຂ້ອຍໝັ້ນໃຈເລີຍວ່າ ບໍ່ມີໃຜເບິ່ງອອກລະຫວ່າງພຣະກັບກຸ້ງ ເພາະຂົດພໍໆກັນ ຂ້ອຍພະຍາຍາມຂົ່ມຕາໃຫ້ຫຼັບອີກຄັ້ງ ຂົ່ມຈົນໜັງຕາຊິເປີກອອກ ແຕ່ກໍຍັງຫຼັບບໍ່ລົງ ປະມານຕີສາມໄດ້ຍິນສຽງແວ່ວມາແຕ່ໄກ ເປັນສຽງຄົນເວົ້າຜະສົມມາສາຍລົມ ຂ້ອຍລຸກນັ່ງອີກຄັ້ງ ຕັ້ງໃຈງ່ຽງຫູຟັງສຽງນັ້ນຢ່າງໃຈຈົດໃຈຈໍ່

ອໍ້…ຊັດເຈນແລ້ວ

ນັ້ນຄືສຽງສູດມົນດັງມາຈາກອີກເຕັ້ນໜຶ່ງ

13

ສາມໂມງສີ່ສິບນາທີ

ຂ້ອຍທົນກັບຄວາມໜາວບໍ່ໄຫວກໍເລີຍລຸກຂຶ້ນມານັ່ງ ແລ້ວຍ່າງອອກຈາກເຕັ້ນ ຈົວອົງໜຶ່ງກຳລັງຊຸກຝືນເຂົ້າໄຟ ລາວບອກວ່າ ໜາວແຮງຈົນນອນບໍ່ໄດ້ ເລີຍລຸກຂຶ້ນມາສູດມົນ ແລ້ວກໍອອກມາສຸມໄຟນີ້ແຫຼະ

ບຶດໜຶ່ງ ອ້ອມແອ້ມບໍລິເວນນັ້ນ ມີສຽງຄວ໊າກຄ໊າກ ຄວ໊າກຄ໊າກ

ບໍ່ແມ່ນສຽງສັດ ແຕ່ມັນຄືສຽງຊິບ ຂອງເຕັ້ນ ບາງຄົນລາກຜ້າຫົ່ມອອກມານຳ ສີ່ໂມງເຊົ້າພາກັນລ້ອມວົງຝິງໄຟອີກຄັ້ງ ໃນມືຫຼາຍຄົນຈັບຈອກກາເຟທີ່ເຮັດດ້ວຍກະບອກໄມ້ ບອກໄດ້ຄຳດຽວວ່າ ກາເຟໃນຍາມນີ້

“ໂຄດຮ້ອນ” ລິ້ນອາຕະມາຍັງຊາບໍ່ທັນເຊົາຢູ່ນິ

ພາຍຫຼັງທີ່ລ້າງໜ້າ ກູ້ເຕັ້ນ ກິນເຂົ້າ ເກັບມ້ຽນສະຖານທີ່ ຖ່າຍພາບໝູ່

ເຖິງເວລາທີ່ຈະຕ້ອງຈາກໄປແລ້ວ

ຕັ້ງແຕ່ບ່າຍໂມງຂອງມື້ວານຈົນມາຮອດຕອນນີ້ ນັບເປັນເວລາ ຊາວສີ່ຊົ່ວໂມງ ທີ່ພວກເຮົາໃຊ້ຊີວິດໃນປ່າແຫ່ງນີ້ ຜ່ານຊ່ວງເວລາທີ່ຍາກລຳບາກ ຕ້ອງຂຶ້ນພູ ລົງຫ້ວຍ ບາງຄັ້ງ ເມື່ອຍຈົນລິ້ນຫ້ອຍ ຮ້ອນຈົນເຫື່ອຍ້ອຍອາບແກ້ມ ເໜັບໜາວຈົນນອນແທບບໍ່ຫຼັບ

ໃນຂະນະດຽວກັນພາຍໃນຊາວສີ່ຊົ່ວໂມງແຫ່ງຄວາມລຳບາກນັ້ນ ຂ້ອຍໄດ້ຍິນສຽງນ້ຳໄຫຼ ໄດ້ເຫັນແສງຈັນເທິງຟາກຟ້າ ໄດ້ຍິນສຽງຈັກຈັ່ນຮ້ອງໃນຍາມຄ່ຳຄືນ ໄດ້ຈິບກາເຟທ່າມກາງທຳມະຊາດທີ່ຫ້ອມລ້ອມໄປດ້ວຍຫ້ວຍນ້ຳ ແລະພົງໄພ ເຈົ້າເຊື່ອຄືຂ້ອຍບໍ່ວ່າ

ທ່າມກາງຄວາມລຳບາກ

ມັກມີຄວາມສຸກ..ຜະສົມຢູ່ໃນນັ້ນສະເໝີ

ພູເຂົາຄວາຍ

ລະດູໜາວ, ປີ 2564.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ