ໂດຍ: ຄວັນສີເທົາ
ມະນຸດເກີດມາຈຳເປັນຈະຕ້ອງສຶກສາຮ່ຳຮຽນເພື່ອຄວາມຢູ່ລອດ ນັບຕັ້ງແຕ່ມື້ເຮົາມືນຕາຂຶ້ນມາເບິ່ງໂລກເຮົາກໍຕ້ອງສຶກສາບໍ່ວ່າຈະເປັນການກິນ ການນອນ ການນັ່ງ ເຮົາກໍຕ້ອງສຶກສາຮຽນຮູ້ທັງນັ້ນ ເພາະວ່າເຮົາເກີດມາແລ້ວບໍ່ສາມາດທີ່ຈະດຳເນີນຊີວິດຄືກັບສັດປະເພດອື່ນໄດ້ເລີຍ ເຮົາຕ້ອງອາໄສຄົນຮອບຂ້າງໂດຍສະເພາະພໍ່ແມ່ ປູ່ຍ່າ ຕາຍາຍເປັນຕົ້ນ ແຕ່ວ່າພວກເຂົາບໍ່ສາມາດທີ່ຈະລ້ຽງເຮົາຕະຫຼອດໄປໄດ້ ມີມື້ໜຶ່ງເພິ່ນກໍຕ້ອງລົ້ມຫາຍຕາຍຈາກໂລກນີ້ໄປ ດ້ວຍເຫດນີ້ ມະນຸດຈຶ່ງຕ້ອງຮຽນຮູ້ຊີວິດເພື່ອການດຳລົງໄວ້ເຊິ່ງເຜົ່າພັນຫຼືເພື່ອອັນໃດກໍແລ້ວແຕ່ ແຕ່ທີ່ແນ່ໆຄືທີ່ມີເຮົາໃນມື້ນີ້ກໍເພາະບັນພະບຸລຸດໄດ້ສືບທອດເຜົ່າພັນຂອງເຮົານີ້ໄວ້ ເຊິ່ງປັດໄຈຫຼັກກໍເພາະພວກເຂົາສຶກສາຮຽນຮູ້ຊີວິດວ່າຊິຢູ່ຈັ່ງໃດໃນທ່າມກາງສັງຄົມ ແລະ ສິ່ງແວດລ້ອມທີ່ຕ້ອງພົບເຈີ
ເມື່ອການສຶກສາເປັນປັດໄຈສຳຄັນຂອງການດຳລົງຢູ່ຂອງມະນຸດຈຶ່ງມີຄວາມຈຳເປັນທີ່ມະນຸດຈະຕ້ອງສຶກສາຮຽນຮູ້ໃຫ້ເຂົ້າໃຈ ຄຳວ່າ ການສຶກສາ ໃນທີ່ນີ້ ໝາຍລວມເອົາທັງການສຶກສາໃນລະບົບຄືຕາມສະຖານການສຶກສາຕ່າງໆເຊັ່ນ ປະຖົມ, ມັດທະຍົມ ແລະ ມະຫາໄລ ແລະ ການສຶກສາຕາມອັດທະຍາໄສຄື ການສຶກສາດ້ວຍຕົນເອງ ການສຶກສາແນວນີ້ເປັນການສຶກສາໃນຊີວິດປະຈຳວັນ ຕັ້ງແຕ່ຕື່ນຂຶ້ນມາຈົນກະທັ່ງເຂົ້ານອນ ເວົ້າງ່າຍໆຄືຮຽນຮູ້ທຸກອິລິຍາບົດ ການຮຽນຮູ້ແບບນີ້ ຂຶ້ນຢູ່ກັບຫຼາຍເຫດຫຼາຍປັດໄຈທີ່ເຂົ້າມາກ່ຽວຂ້ອງກັບເຮົາໃນແຕ່ລະມື້ ທັ້ງນີ້ ຂຶ້ນຢູ່ກັບວ່າໃຜຊິຮຽນຮູ້ໄດ້ໜ້ອຍຫຼາຍສ່ຳໃດ
ສະນັ້ນ ການທີ່ເຮົາມາສຶກສາໃນມະຫາວິດທະຍາໄລມະຫາຈຸລາລົງກອນນີ້ ຂ້ານ້ອຍຖືວ່າເປັນໂອກາດອັນດີທີ່ເຮົາຈະຕ້ອງຮຽນຮູ້ຊີວິດໃນສະພາບແວດລ້ອມ ແລະ ສັງຄົມທີ່ຕ່າງຈາກທີ່ທີ່ເຮົາເຄີຍຢູ່ມາ
ເປັນຫຍັງຄືວ່າຈັ່ງຊັ້ນ ?
ຂ້ານ້ອຍຄິດວ່າການທີ່ເຮົາໄດ້ມາຢູ່ໃນສະພາບແວດລ້ອມ ແລະ ສັງຄົມໃໝ່ ເປັນໂອກາດໃນການພັດທະນາຕົນໄດ້ເປັນຢ່າງດີ ເຮົາຊິເຫັນອິຫຍັງຫຼາຍຢ່າງທີ່ຄົນໃນປະເທດເຮົາບໍ່ມີໂອກາດໄດ້ເຫັນ ເໝືອນກັບວ່າແຕ່ກ່ອນເຮົາຢູ່ແຕ່ໃນເຮືອນ ກໍຈະເຫັນສະເພາະພາຍໃນເຊັ່ນ: ຂ້າວ ຂື່ ຝາ ຫ້ອງນອນ ເພດານ ເປັນຕົ້ນ ແຕ່ວ່າເມື່ອໃດກໍຕາມ ເຮົາຕັດສິນໃຈຢ່າງອອກມານອກເຮືອນ ເຮົາຊິເຫັນຫຼາຍຢ່າງທີ່ຕອນຢູ່ໃນເຮືອນເຮົາບໍ່ມີໂອກາດໄດ້ເຫັນເຊັ່ນ: ຫຼັງຄາ, ຝາດ້ານນອກ, ປ່ອງຢ້ຽມ, ຮູບຊົງຂອງເຮືອນ ແລະ ສິ່ງສຳຄັນເຮົາຊິຮູ້ວ່າ ເພື່ອນບ້ານເຂົາເປັນຢູ່ຈັ່ງໃດ ເປັນຕົ້ນ ການທີ່ເຮົາໄດ້ມາຮຽນໃນທີ່ນີ້ຂ້ານ້ອຍຄິດວ່າເປັນຄວາມໂຊກດີຂອງຊີວິດປະການໜຶ່ງ
ຕອນມາຢູ່ຂອນແກ່ນໃໝ່ໆ ຂ້ານ້ອຍບໍ່ໄດ້ຕັ້ງໃຈວ່າຊິມາຮຽນມະຫາໄລ ແຕ່ຊິເປັນເພາະບຸນ ຫຼື ບາບກໍບໍ່ຮູ້ ບັງເອີນວ່າລຸ້ນອ້າຍຈັບຍັດເຂົ້າມະຫາໄລ ຂ້ານ້ອຍກໍເລີຍໄດ້ຮຽນໃນທີ່ນີ້ ເມື່ອເຂົ້າມາຮຽນແລ້ວ ແນ່ນອນອຸປະສັກເປັນເລື່ອງທຳມະດາຂອງຊີວິດ ບໍ່ວ່າຊິໄປຢູ່ໃສ ຈົ່ງຈຳໄວ້ວ່າອຸປະສັກຄືຂອງທີ່ມີຄູ່ກັບໂລກ ຂ້ານ້ອຍຍັງຈື່ໄດ້ວ່າ ມາມື້ທຳອິດກໍເຈີກັບເຫດການທີ່ບໍ່ຢາກພົບເຈີ ຄືມານອນອາຄານມະຫາຈຸລາວັດທາດໂດຍທີ່ບໍ່ມີມຸ້ງ ບໍ່ມີພັດລົມ ຮ້ອນກໍຮ້ອນ ບາງຄົນອາດຈະບອກວ່າໂອ້ຍ ເລື່ອງຈິບຈ໊ອຍ ແຕ່ສຳຫຼັບພວກຂ້ານ້ອຍມັນເປັນເລື່ອງລະດັບຊາດເລີຍເດ້ ເພາະວ່າ ຍຸງ ມະຫາຍຸງ ຍຸງຢູ່ໃນຫ້ອງຫຼາຍກວ່າຢູ່ນອກ ນອນບໍ່ໄດ້ທັ້ງຄືນ ພໍຮອດຕອນເຊົ້າຂຶ້ນມາ ໄດ້ແຕ່ທ້ວງກັນວ່າໜ້າເຈົ້າຄືໝີແພນດ້າເນາະ ອັນນີ້ຄືພຽງແຕ່ເລີ່ມຕົ້ນ
ຫລັງຈາກນັ້ນກໍມີຫຼາຍຢ່າງທີ່ເປັນອຸປະສັກບັນຫາ ເອີ້ນໄດ້ວ່າໃນຊ່ວງທີ່ມາໃໝ່ໆທຸກຢ່າງມັນເປັນບັນຫາໄປທັງນັ້ນແຫຼະ ແຕ່ວ່າພໍຢູ່ໄປດົນໆທຸກຢ່າງມັນກໍຄ່ອຍໆດີຂຶ້ນເລື້ອຍໆ ນອກຈາກເລື່ອງທີ່ຢູ່ອາໄສແລ້ວ ຍັງມີເລື່ອງການຮຽນກໍມີບັນຫາບໍ່ໜ້ອຍໜ້າໄປກວ່າກັນ ທັງການອ່ານ ການຂຽນ ການເວົ້າ ໂອ..ກວ່າຊິຂຽນໄດ້ ກວ່າຊິອ່ານພາສາໄທໄດ້ຄ່ອງ ກໍຕ້ອງໃຊ້ເວລາໃນການເຝິກພໍສົມຄວນ ຕື່ນເຊົ້າຂຶ້ນມາກໍຕ້ອງເຝິກອ່ານ ເຝິກຂຽນທຸກເຊົ້າ ຂ້ານ້ອຍມາໃໝ່ໆທໍ້ໃຈຢູ່ຕັ້ງຫຼາຍເດືອນ ແຕ່ວ່າຢູ່ໄປຢູ່ມາກໍຄິດໄດ້ວ່າເຮົາມາເລີ່ມຕົ້ນໃໝ່ທຸກຢ່າງມັນກໍຕ້ອງໃຊ້ເວລາ ຕ້ອງໃຫ້ເວລາຕົນເອງໃນການເຝິກ ເຝິກທຸກຢ່າງທີ່ເຮົາຍັງເຮັດບໍ່ເປັນ ອ່ານບໍ່ອອກກໍຖາມໝູ່ຜູ້ທີ່ຮູ້ ຫຼື ເປີດກູເກິລ ຂຽນບໍ່ງາມກໍຫັດຂຽນມັນເລື້ອຍໆ ຕໍ່ມາຫຼາຍຢ່າງກໍຄ່ອຍໆດີຂຶ້ນ ກໍເລີຍຮູ້ວ່າມັນບໍ່ມີຫຍັງຍາກເກີນຄວາມສາມາດເຮົາໄປໄດ້ດອກ ຖ້າເຮົາມີຄວາມຕັ້ງໃຈພໍ ບັນຫາທຸກຢ່າງທີ່ເກີດຂຶ້ນມາມັນມີທາງແກ້ສະເໝີ ຖ້າບໍ່ມີທາງແກ້ ມັນບໍ່ມີທາງເກີດຂຶ້ນມາດອກ ສະນັ້ນ ທຸກຢ່າງຊິດີຂຶ້ນໄດ້ ກໍຕ້ອງອາໄສການເຝິກຝົນທັງນັ້ນແຫຼະ ບຸກຄົນທີ່ໜ້າສົງສານທີ່ສຸດຄືຄົນທີ່ບໍ່ມີຄວາມພຽນ ບໍ່ມີບາດແຜໃດຫາຍຂາດໄດ້ພາຍໃນມື້ດຽວ ທຸກຢ່າງຕ້ອງໃຊ້ເວລາ
ຊີວິດໃນໄວຮຽນນີ້ ເຖິງຊິມີອຸປະສັກຫຼາຍຢ່າງ ແຕ່ມັນກໍເປັນຊີວິດທີ່ມີອິດສະຫຼະຫຼາຍເຊັ່ນກັນ ຫຼາຍຄົນບອກວ່າເປັນຊ່ວງທີ່ກຳລັງມີຄວາມສະໜຸກສະໜານຫຼາຍທີ່ສຸດຊ່ວງໜຶ່ງໃນຊີວິດ ເປັນຊ່ວງທີ່ມີກຳລັງວັງຊາ ກຳລັງຄຶກຄັກ ຊີວິດເຕັມໄປດ້ວຍຄວາມໃຝ່ຝັນ ກຳລັງຢາກຮູ້ຢາກເຫັນ ຢາກລິ້ມຢາກລອງສິ່ງໃໝ່ໆສະເໝີ ກຳລັງຕື່ນເຕັ້ນ ຊີວິດມີຄວາມສົດຊື່ນແຈ່ມໃສທີ່ສຸດ ຢາກເຮັດສິ່ງນັ້ນຢາກທຳສິ່ງນີ້ ເປັນຊ່ວງທີ່ຕຽມຕົວ ແລະ ວາງແຜນຊີວິດໄປພ້ອມໆກັນ ກໍເລີຍເປັນຊ່ວງທີ່ມີອິດສະຫຼະໃນການຄິດໃນການວາງແຜນເພື່ອທີ່ເຮົາຈະດຳເນີນໄປຕາມທິດທາງທີ່ວາງເອົາໄວ້ ສະນັ້ນ ເຖິງຊິມີອຸປະສັກບັນຫາ ແຕ່ມັນກໍເປັນສິ່ງທີ່ທ້າທ້າຍຄວາມສາມາດຂອງເຮົາ ຖ້າເຮົາຜ່ານມັນໄປໄດ້ແລ້ວ ເມື່ອເຮົາໄປຢືນຢູ່ຈຸດໃດຈຸດໜຶ່ງຈະກໍ່ໃຫ້ເກີດຄວາມພູມໃຈ ແລະ ມີແຮງພັກດັນໃຫ້ເຮົາຕໍ່ສູ້ຊີວິດຕໍ່ໄປໄດ້ຢ່າງມີພູມຄຸ້ມກັນ ສາສະດາຈານ ດຣ. ວິລ່ຽມ ເຈມສ໌ ບອກວ່າ “ຢ່າໄດ້ວິຕົກກັງວົນກັບຜົນທີ່ຈະເກີດຂຶ້ນໃນອະນາຄົດ ຖ້າເຮົາຕັ້ງໜ້າຕັ້ງຕາຮຽນຢ່າງມຸ່ງໝັ້ນດ້ວຍສັດທາ ໝັ້ນໃຈໄດ້ເລີຍວ່າ ໃນມື້ໜຶ່ງເຮົາຈະຕື່ນຂຶ້ນມາທ່າມກາງອາກາດທີ່ສົດຊື່ນໃນຍາມເຊົ້າ ແລະ ພົບວ່າຕົນເອງເປັນບຸກຄົນທີ່ມີສະມັດຖະພາບສູງຜູ້ໜຶ່ງໃນຍຸກຂອງເຮົາ ບໍ່ວ່າຈະເປັນງານປະເພດໃດທີ່ເຮົາໄດ້ເລືອກເພື່ອດຳເນີນຊີວິດ” ຂໍພຽງມີຄວາມມຸ່ງໝັ້ນ ບໍ່ຫຼຸດລະຄວາມພາກພຽນ ມະຫາຊະນົກບອກວ່າ ເກີດເປັນຄົນຄວນພະຍາຍາມເລື້ອຍໄປ ຈົນກວ່າຈະໄດ້ໃນສິ່ງທີ່ປາຖະໜາ.
ເຮັດແນວໃດກໍໄດ້ເພື່ອໃຫ້ເຮົາກ້າວໄປຂ້າງໜ້າ ໂດຍບໍ່ມົວເສຍເວລາກັບເລື່ອງລາວໃນອະດີດ ບໍ່ເສຍເວລາໄປກັບສິ່ງໄຮ້ສາລະ ໝັ່ນເຕືອນໃຈຕົນເອງຢູ່ສະເໝີວ່າ ຖ້າບິນບໍ່ໄດ້ກໍຈະແລ່ນ ຖ້າແລ່ນບໍ່ໄດ້ກໍຈະຍ່າງ ຖ້າຍ່າງບໍ່ໄດ້ກໍຈະຄານ ບໍ່ວ່າຈະເຮັດສິ່ງໃດກໍຕາມ ຂໍພຽງໃຫ້ເຮົາກ້າວໄປຂ້າງໜ້າ–ແມ່ນແລ້ວ ນີ້ຄືຄຳແນະນຳຈາກ ມາຕິນ ລູເທີ ຄິງ ຈູເນຍຣ໌ ນັກຕໍ່ສູ້ສິດທິພົນລະເມືອງຊາວອາຟຣິກັນ. ຢ່າໄດ້ມອງບັນຫາທຸກຢ່າງວ່າເປັນສັດຕູ ແຕ່ໃຫ້ມອງວ່າ ມັນຄືຄູທີ່ດີທີ່ບໍ່ມີສອນໃນໂຮງຮຽນ ຖ້າຄິດໃນແງ່ນີ້ ເຮົາຈະໃຊ້ຊີວິດໄດ້ງ່າຍຂຶ້ນ ມີຄວາມສຸກກັບການແກ້ໄຂບັນຫາ ແລະ ບັນຫາຈະເປັນບັນໄດໃຫ້ເຮົາໄຕ່ຂຶ້ນໄປສູ່ເປົ້າໝາຍທີ່ສູງຂຶ້ນ.
ຂໍໃຫ້ທຸກຄົນສະໜຸກກັບການໄຕ່ບັນໄດ.
ດ້ວຍຄວາມປາຖະໜາດີ
ຈາກລຸ້ນອ້າຍທີ່ຕົກບັນໄດມາແລ້ວຫຼາຍເທື່ອ
໒໑ ທັນວາ ໒໕໖໑