ຈະມີຈັກຄັ້ງທີ່ຈະມີໂອກາດ ໄດ້ນັ່ງຟັງສຽງຄື່ນທະເລ

ໂດຍ: ຄວັນສີເທົາ

ເຫັນຄື່ນທະເລຊັດກະທົບຝັ່ງແລ້ວແຕກເປັນຟອງຝອຍ ລະລອກແລ້ວລະລອກເລົ່າ ບາງຄື່ນກະທົບໃສ່ກັບໂງ່ນຫີນຢ່າງຈັງຈົນນ້ຳຟົ້ງກະຈາຍ ແລ້ວໄຫຼລົງສູ່ທະເລອີກຄັ້ງໜຶ່ງ ປູທະເລແລ່ນຫຼິ້ນໄປມາທ່າມກາງເມັດນ້ຳທີ່ຟົ້ງຂຶ້ນເທິງກ້ອນຫີນ ເໝືອນເດັກນ້ອຍກຳລັງແລ່ນຫຼິ້ນທ່າມກາງສາຍຝົນ.

ເຫັນແລ້ວ, ນຶກເຖິງວິຊາໜຶ່ງທີ່ເຄີຍຮຽນໃນສະໄໝມັດທະຍົມ ທີ່ກ່າວວ່າ ໃນໂລກນີ້ປະກອບດ້ວຍສິ່ງທີ່ມີຊີວິດ ແລະ ສິ່ງທີ່ບໍ່ມີຊີວິດ. ທະເລ ແລະ ໂລກທີ່ເຮົາອາໄສຢູ່ນີ້ຈັດຢູ່ໃນກຸ່ມທີສອງຄື ສິ່ງທີ່ບໍ່ມີຊີວິດ ເຊິ່ງເປັນສະຖານທີ່ອາໄສຂອງສິ່ງທີ່ມີຊີວິດທັງຫຼາຍ.

ຄຳຖາມຄື ໂລກເຮົາມີຖານະເປັນພຽງສະຖານທີ່ອາໄສຂອງສິ່ງທີ່ມີຊີວິດທັງຫຼາຍເທົ່ານັ້ນຫວາ? ຫຼືມີຖານະເປັນຫຼາຍກວ່ານັ້ນ?

ຕອນນີ້ ຂ້ອຍກຳລັງນັ່ງຢູ່ເທິງໂງ່ນຫີນໃນເກາະແຫ່ງໜຶ່ງທ່າມກາງທະເລອັນດາມັນ ພວກເຮົາທັງໝົດຫົກຊີວິດຮ່ວມກັນເດີນທາງມາຈາກຈັງຫວັດຂອນແກ່ນດ້ວຍໄລຍະທາງໄປກັບເກືອບສາມພັນກິໂລແມັດ ໂດຍມີຈຸດໝາຍສຸດທ້າຍຂອງທຣິບຄືສະຖານທີ່ແຫ່ງນີ້ ສຳນັກສົງເກາະແກ້ວ ຈັງຫວັດພູເກັດ.

ການມາທະເລຄັ້ງນີ້ເຮັດໃຫ້ຮູ້ສຶກວ່າມີຄວາມໃກ້ຊິດກັບທະເລຫຼາຍຂຶ້ນ ອາດຈະເປັນເພາະບັນຍາກາດ ແລະ ສະພາບແວດລ້ອມທີ່ເຮັດໃຫ້ຮູ້ສຶກແບບນັ້ນ. ຈະວ່າໄປແລ້ວ ການນັ່ງເບິ່ງຄື່ນທະເລໂດຍປ່ອຍໃຈໃຫ້ລ່ອງລອຍໄປກັບແຮງລົມ ແລະ ກຽວຄື່ນ ເຮັດໃຫ້ຮູ້ສຶກໄປຕ່າງໆນານາ ບາງຊ່ວງຮູ້ສຶກວ່າ ທະເລຄືສິ່ງມີຊີວິດຊະນິດໜຶ່ງທີ່ມີວິຖີຊີວິດເປັນຂອງຕົນເອງ ບາງຄັ້ງມັນເຄື່ອນໄຫວຈົນເປັນຕາຢ້ານ ບາງຄັ້ງຢຸດນິ້ງ ແລະ ງຽບສະຫງົບຈົນໜ້າເກງຂາມ ບາງຄັ້ງສົ່ງສຽງກັງວານເໝືອນໄປໂກດແຄ້ນຄົນໃດຄົນໜຶ່ງມາ.

ຄົນຂັບເຮືອເລົ່າໃຫ້ຟັງວ່າ ນ້ຳທະເລມີຈັງຫວະການຂຶ້ນລົງຂອງມັນໃນແຕ່ລະມື້ ຫາກວ່າເຮົາມາຜິດຈັງຫວະ ບາງທີອາດຈະຕິດໃນເກາະແຫ່ງນີ້ເປັນເວລາຫຼາຍຊົ່ວໂມງ ຕາມປົກກະຕິ ນ້ຳທະເລບໍລິເວນນີ້ຈະເລີ່ມຫຼຸດລົງໃນຊ່ວງເວລາປະມານບ່າຍສອງເຖິງບ່າຍສາມໂມງ ຫາກຫຼຸດລົງຫຼາຍ ເຮືອຈະບໍ່ສາມາດແລ່ນອອກຈາກຝັ່ງໄປໄດ້.

ສະນັ້ນ ຄົນທີ່ຈະໄປເກາະແຫ່ງນີ້ຕ້ອງອອກໄປຕັ້ງແຕ່ເຊົ້າ ແລ້ວຟ້າວກັບອອກມາກ່ອນບ່າຍສາມ ເພາະຫາກຊ້າໄປກວ່ານັ້ນ ຕ້ອງລໍກັບໃນເຊົ້າຂອງມື້ຕໍ່ມາ ເຈົ້າຄິດຄືຂ້ອຍບໍ່ວ່າ ທະເລໜ້າຈະມີກົນໄກການເຮັດວຽກໃນຕົວຂອງມັນເອງ ເພື່ອໃຫ້ສາມາດດຳລົງຢູ່ໃນໂລກນີ້ຕໍ່ໄປ.

ເວົ້າເຖິງເລື່ອງນີ້ ນຶກເຖິງທິດສະດີຂອງ ເຈມສ໌ ເລີພລ໊ອກ (James Lovelock) ນັກວິທະຍາສາດຊາວອັງກິດ ທີ່ບອກວ່າ ໂລກສາມາດຈັດການຕົວມັນເອງໃຫ້ມີພາວະສົມດຸນລະຫວ່າງສານຕ່າງໆໃນໂລກໄດ້ ຄ້າຍຄືກັບລະບົບຈັດການໃນຮ່າງກາຍຂອງມະນຸດ.

ທິດສະດີນີ້ເກີດຂຶ້ນຈາກການສຶກສາປຽບທຽບຂໍ້ມູນກ່ຽວກັບອົງປະກອບທາງເຄມີຂອງຊັ້ນບັນຍາກາດລະຫວ່າງໂລກກັບດາວອັງຄານ ຈາກການສຶກສານັ້ນພົບວ່າ:

ດາວອັງຄານບໍ່ມີສິ່ງທີ່ມີຊີວິດຊະນິດໃດອາໄສຢູ່ເລີຍ ສານເຄມີຕ່າງໆ ໃນນັ້ນກໍບໍ່ມີການທຳປະຕິກິລິຍາຕໍ່ກັນ ເພາະມັນມີມີພາວະສົມດຸນທາງເຄມີແລ້ວ ມັນຢຸດນິ້ງຢູ່ກັບທີ່ແບບນັ້ນມາເປັນເວລາດົນນານ ໂດຍບໍ່ມີການເຄື່ອນໄຫວທາງດ້ານປະຕິກິລິຍາເຄມີໃດໆເລີຍ.

ມີຄົນປຽບທຽບວ່າ ຊັ້ນບັນຍາກາດຂອງດາວອັງຄານປຽບເໝືອນງານປາຣ໌ຕີ້ທີ່ຜູ້ຄົນດື່ມກິນຈົນເມົາມາຍ ແລະ ຫຼິ້ນຈົນເມື່ອຍລ້າ ແລ້ວພາກັນນອນຂາກ່າຍຄໍກັນແອ໊ງແມ໊ງ ໝົດເຫື່ອແຮງທີ່ຈະຂັບເຄື່ອນງານລ້ຽງໃຫ້ດຳເນີນຕໍ່ໄປ ງານລ້ຽງຈຶ່ງສະຫງົບ ແລະ ງຽບເຫງົາ ເຊິ່ງແຕກຕ່າງຈາກຊັ້ນບັນຍາກາດຂອງໂລກທີ່ມີການທຳປະຕິກິລິຍາທາງເຄມີກັນຢ່າງຕໍ່ເນື່ອງ ສິ່ງມີຊີວິດໃນໂລກດູດຊຶມເອົາກ໊າດຊະນິດຕ່າງໆມານຳໃຊ້ຕະຫຼອດເວລາ ພືດ ແລະ ຕົ້ນໄມ້ກໍຜະລິດອົກຊີແຊນອອກມາເລື້ອຍໆ ກຸ່ມກ໊າດຊະນິດຕ່າງໆກໍທຳປະຕິກິລິຍາຕໍ່ກັນເອງຢ່າງຄຶກຄັກ ສະແດງໃຫ້ເຫັນວ່າໂລກບໍ່ຢຸດນິ້ງຢູ່ກັບທີ່ ແລະ ບໍ່ມີພາວະສົມດຸນທາງເຄມີເລີຍ.

ດ້ວຍເຫດນີ້, ຈຶ່ງເຮັດໃຫ້ຊັ້ນບັນຍາກາດຂອງໂລກເປັນລະບົບເປີດຄື ມີການຖ່າຍເທສະສານ ແລະ ພະລັງງານກັບລະບົບອື່ນຕະຫຼອດເວລາ ປຽບເໝືອນງານລ້ຽງທີ່ຜູ້ຄົນກຳລັງສະໜຸກສະໜານເຕັມທີ່ ດື່ມກິນ ແລ່ນຫຼິ້ນ ເຕັ້ນຄະໂຍກໂຄກຄອນ ເໝືອນປາຖືກນ້ຳຮ້ອນແລ້ວດິ້ນແດ່ວໆ ຄູບາກະເວົ້າເກີນໄປ!

ຊັ້ນບັນຍາກາດຂອງດາວເຄາະທີ່ມີຊື່ວ່າ “ໂລກ” ແຕກຕ່າງຈາກຊັ້ນບັນຍາກາດດາວອັງຄານເຖິງພຽງນີ້ແຫຼະ. ທີ່ເປັນເຊັ່ນນັ້ນ, ເພາະໂລກມີສິ່ງມີທີ່ຊີວິດອາໄສຢູ່ ແລະ ສິ່ງເຫຼົ່ານີ້ກໍທຳໜ້າທີ່ຂັບເຄື່ອນໂລກໄປຂ້າງໜ້າດ້ວຍການຜະລິດ ແລະ ດູດຊຶມເອົາກ໊າດຕ່າງໆ ມາໃຊ້ ໂລກນີ້ຈຶ່ງຄົງຄວາມສົມດູນໄວ້ໄດ້. ນອກຈກນີ້ ສິ່ງມີຊີວິດໃນໂລກຍັງທຳໜ້າທີ່ຄວບຄຸມປະລິມານຂອງກ໊າດເຫຼົ່ານັ້ນໃຫ້ຢູ່ໃນປະລິມານທີ່ເໝາະສົມ ທີ່ເອື້ອຕໍ່ການດຳລົງຢູ່ຂອງສິ່ງທີ່ມີຊີວິດອີກດ້ວຍ.

ເລີພລ໊ອກຄົ້ນພົບຂໍ້ເທັດຈິງອີກຢ່າງໜຶ່ງທີ່ໜ້າອັດສະຈັນໃຈຢ່າງຍິ່ງ ນັ້ນຄື ສັດສ່ວນຂອງອົກຊີແຊນໃນຊັ້ນບັນຍາກາດຂອງໂລກ ຄົງທີ່ຢູ່ໃນລະດັບທີ່ສິ່ງມີຊີວິດສາມາດຢູ່ໄດ້ຕະຫຼອດສາມຮ້ອຍລ້ານປີທີ່ຜ່ານມາ ຄຳຖາມຄື ເປັນໄປໄດ້ແນວໃດທີ່ໂລກສາມາດປັບຄວາມສົມດູນໃຫ້ຄົງທີ່ຢູ່ໄດ້ແບບນັ້ນເລື້ອຍມາ ທັງໆທີ່ສິ່ງຕ່າງໆໃນໂລກປ່ຽນແປງໄປແທບທຸກວິນາທີ. ເປັນໄປໄດ້ບໍ່ວ່າ ທີ່ເປັນແບບນັ້ນ ເພາະດາວເຄາະດວງນີ້ກໍເປັນສິ່ງໜຶ່ງທີ່ມີຊີວິດເຊັ່ນດຽວກັບສິ່ງທີ່ມີຊີວິດທັງຫຼາຍ.

ເຊັ່ນນີ້ແລ້ວ ເຮົາສາມາດກ່າວໄດ້ບໍ່ວ່າ ໂລກກໍມີຊີວິດໃນແບບຂອງມັນເອງ ທະເລກໍມີຊີວິດໃນແບບຂອງມັນເອງ ແຜ່ນດິນກໍມີຊີວິດໃນແບບຂອງມັນເອງ ຫຼື ທຸກຢ່າງໃນໂລກນີ້ມີຊີວິດເປັນຂອງຕົນເອງ ໂດຍບໍ່ໄດ້ຈຳແນກວ່າ ນີ້ຄືສິ່ງມີຊີວິດ ນັ່ນຄືສິ່ງທີ່ບໍ່ມີຊີວິດ ເພາະແທ້ທີ່ຈິງແລ້ວ ທຸກຢ່າງມີຊີວິດ ແລະ ລະບົບການຄວບຄຸມໃນແບບຂອງຕົນເອງ.

ທິດສະດີທີ່ກ່າວມາຂ້າງເທິງນັ້ນ ມີຊື່ວ່າ Gaia (ອ່ານວ່າ “ກາຍ່າ” ບໍ່ແມ່ນ “ໄກອາ”) ຫາກອ່ານຊ້າໆອາດຈະອອກສຽງເປັນ ໄກອາ ແຕ່ຄວາມຈິງແລ້ວເຂົາໃຫ້ອ່ານອອກສຽງໄວໆ ສຽງສຸດທ້າຍທີ່ເຮົາໄດ້ຈຶ່ງເປັນ “ກາຍ່າ” (Gaia Theory).

ຊາວເກຣັກບູຮານ ມີຄວາມເຊື່ອວ່າໂລກນີ້ມີທຳມະຊາດຢ່າງໜຶ່ງເຊິ່ງເປັນຜູ້ໃຫ້ຊີວິດ ຄວບຄຸມ ດູແລ ແລະ ຫຼໍ່ລ້ຽງສັບພະສິ່ງໃຫ້ດຳເນີນໄປຕາມທາງທີ່ຄວນຈະເປັນ ພວກເຂົາເອີ້ນສິ່ງນັ້ນວ່າ ກາຍ່າ ຫຼື ຈິດວິນຍານຂອງໂລກ.

ຫາກປຽບທຽບກັບວັດທະນະທຳຕາເວັນອອກ ຜູ້ທີ່ທຳໜ້າທີ່ແບບນີ້ໄດ້ກໍຄື ແມ່ທໍລະນີນັ້ນເອງ ເຮົາເຊື່ອວ່າແມ່ທໍລະນີຄືມານດາແຫ່ງແຜ່ນດິນ ເປັນທີ່ກໍ່ກຳເນີດ ດູແລ ແລະ ຫຼໍ່ລ້ຽງສັບພະສິ່ງໃຫ້ໄດ້ຮັບຄວາມອຸດົມສົມບູນ ໃນແງ່ທີ່ວ່າທຸກສິ່ງເກີດມາຈາກດິນ ໃນຄວາມເຊື່ອທາງພຣະພຸດທະສາສະໜາບອກວ່າ ເພາະມີແມ່ທໍລະນີ ຈຶ່ງເຮັດໃຫ້ເຈົ້າຊາຍສິດທັດຖະສາມາດເອົາຊະນະພະຍາມານໄດ້ໃນວັນຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າ ນີ້ຄືລະບົບກາຍ່າ ຫຼື ແມ່ທໍລະນີ ຫຼື ຈິດວິນຍານຂອງໂລກໃນຮູບແບບຂອງຄວາມເຊື່ອ.

ແລ້ວຄຳວ່າ ກາຍ່າ ກາຍມາເປັນຊື່ທິດສະດີທາງວິທະຍາສາດໄດ້ແນວໃດ?

ຄວາມຈິງຊື່ນີ້ ເລີພລ໊ອກບໍ່ໄດ້ຕັ້ງເອງ ແຕ່ເປັນນັກຟີສິກຄົນໜຶ່ງທີ່ມີຊື່ວ່າ ວິລລ່ຽມ ໂກລດິງ ເປັນຄົນແນະນຳວ່າ ເຮ! ທິດສະດີຂອງຍູຄວນໃຫ້ຊື່ວ່າ “ກາຍ່າ” ເພາະມີການອະທິບາຍສິ່ງຕ່າງໆ ວ່າມີຄວາມກ່ຽວໂຍງເຖິງກັນແລະກັນເໝືອນຄວາມເຊື່ອຂອງຊາວເກຣັກບູຮານ ເລີພລ໊ອກ ຈຶ່ງຕອບກັບໄປວ່າ Yes ຕາມນັ້ນເລີຍ.

ທິດສະດີກາຍ່າ (Gaia Theory) ເປັນທິດສະດີທີ່ອະທິບາຍລະບົບການຄວບຄຸມຕົນເອງຂອງໂລກ ເຊິ່ງໃນເບື້ອງຕົ້ນທິດສະດີນີ້ ເລີພລ໊ອກເອງກໍບໍ່ສາມາດອະທິບາຍໄດ້ແຈ່ມແຈ້ງວ່າ ສິ່ງຕ່າງໆໃນໂລກມີຄວາມສຳພັນກັນແນວໃດ ຈຶ່ງເຮັດໃຫ້ໂລກມີຄວາມສາມາດໃນການຈັດການຕົວມັນເອງໄດ້ແບບນີ້ ຮູ້ພຽງວ່າ ສິ່ງຕ່າງໆໃນໂລກຕ້ອງມີການກ່ຽວໂຍງລະຫວ່າງກັນບໍ່ທາງໃດກໍທາງໜຶ່ງ. ຕໍ່ມາ ມີນັກຈຸລະຊີວະວິທະຍາຄົນທີ່ສົນໃຈສຶກສາເລື່ອງ “ການຜະລິດ ແລະ ດູດຊຶມກ໊າດຊະນິດຕ່າງໆຂອງສິ່ງມີຊີວິດ” ນາງມີຊື່ວ່າ ລິນນ໌ ມາຣ໌ກູລິສ (Lynn Margulis).

ເມື່ອນັກວິທະຍາສາດທີ່ມີຄວາມຊ່ຽວຊານຄົນລະດ້ານມາພົບກັນ (ເລີພລ໊ອກຊ່ຽວຊານດ້ານເຄມີ ມາຣ໌ກູລິສຊ່ຽວຊານດ້ານຊີວະວິທະຍາ) ການອະທິບາຍເລື່ອງລະບົບຄວບຄຸມຕົນເອງຂອງໂລກຈຶ່ງເກີດຂຶ້ນ ດັ່ງນີ້:

ການປະທຸຂຶ້ນຂອງພູເຂົາໄຟຕ່າງໆໃນໂລກ ເຮັດໃຫ້ຊັ້ນບັນຍາກາດໂລກມີປະລິມານຂອງກ໊າດກາກບອນດີອົກຊີເພີ່ມຫຼາຍຂຶ້ນ ຈົນເຮັດໃຫ້ເກີດພາວະເຮືອນແກ້ວ ເຊິ່ງເປັນສາເຫດຫຼັກເຮັດໃຫ້ໂລກຮ້ອນຂຶ້ນ ລະບົບກາຍ່າຈຶ່ງຕ້ອງສ້າງກົນໄກການຫຼຸດປະລິມານກາກບອນດີອົກຊີໃຫ້ຢູ່ໃນພາວະທີ່ເອື້ອຕໍ່ສິ່ງມີຊີວິດ ເຊິ່ງກົນໄກດັ່ງກ່າວສາມາດອະທິບາຍຜ່ານຂະບວນການພຸພັງ ແລະ ຍ່ອຍສະຫຼາຍຂອງຫີນ.

ໃນຂະບວນການຍ່ອຍສະຫຼາຍຂອງຫີນນັ້ນ, ຫີນ ແລະ ນ້ຳຝົນ ຈະທຳປະຕິກິລິຍາກັບກາກບອນດີອົກຊີ ແລ້ວເກີດສານເຄມີຊະນິດໃໝ່ຂຶ້ນທີ່ເອີ້ນວ່າ ຄາຣ໌ບໍເນັດ (Carbonate). ເມື່ອຫີນແຕກສະຫຼາຍ ຄາຣ໌ບໍເນັດ ຖືກຊະລ້າງໄຫຼລົງສູ່ທະເລເຊິ່ງມີພືດທະເລຂະໜາດນ້ອຍຢູ່ເປັນຈຳນວນຫຼວງຫຼາຍລໍຖ້າດູດເອົາສານຄາຣ໌ບໍເນັດນີ້ໄປໃຊ້ໃນການສ້າງເປືອກຂອງຕົນເອງ ເຊັ່ນ: ອອງປູທະເລ ເປືອກຫອຍກາບ ຫອຍນາງລົມ ໝຶກທີ່ມີອອງ ເປືອກແຂງໆທັງຫຼາຍຂອງພວກມັນສ້າງຂຶ້ນຈາກການຕົກຕະກອນຂອງສານຄາຣ໌ບໍເນັດນີ້ເອງ.

ເມື່ອສັດທະເລເຫຼົ່ານີ້ຕາຍ ສານຄາຣ໌ບໍເນັດບາງສ່ວນທີ່ປະກອບຂຶ້ນເປັນຮ່າງກາຍຂອງພວກມັນກໍຈະຈົມລົງສູ່ກົ້ນມະຫາສະໝຸດ ທັບຖົມກັນເປັນຕະກອນຫີນປູນ ຈາກນັ້ນ ກໍຈົມດິ່ງລົງໄປເຖິງຂົ້ວໂລກ ແລ້ວຫຼອມລະລາຍອີກຄັ້ງໜຶ່ງ ເຊິ່ງສານເຫຼົ່ານີ້ມີສ່ວນເຮັດໃຫ້ເກີດການໄຫວຕົວຂອງແຜ່ນດິນ ຈົນເກີດການກົດທັບບຽດອັດກັນຫຼາຍຂຶ້ນ ຜ່ານຂະບວນການຕ່າງໆເປັນເວລາຫຼາຍລ້ານປີ ຈຶ່ງລະເບີດອອກເປັນພູເຂົາໄຟກາຍເປັນພູເຂົາຫີນອີກຄັ້ງໜຶ່ງ.

ຈະເຫັນໄດ້ວ່າ ວົງຈອນສະທ້ອນກັບ (feedback loop) ແບບນີ້ ມີຜົນຕໍ່ອຸນຫະພູມຂອງໂລກໃຫ້ຮ້ອນຂຶ້ນ ຫຼື ເຢັນລົງໄດ້ ເມື່ອພູເຂົາໄຟລະເບີດໂລກເຕັມໄປດ້ວຍກ໊າດກາກບອນດີອົກຊີ ໂລກຈະຮ້ອນຂຶ້ນ ແລ້ວຂະບວນການຜຸພັງ ແລະ ຍ່ອຍສະຫຼາຍຂອງຫີນຈະເກີດຂຶ້ນ ຂະບວນການນີ້ຈະດຶງເອົາກ໊າດກາກບອນດີອົກຊີມາໃຊ້ ເຮັດໃຫ້ກ໊າດຊະນິດນີ້ເຫຼືອໜ້ອຍ ເມື່ອນັ້ນໂລກຈະເຢັນລົງອີກຄັ້ງ ຂະບວນການຂອງສິ່ງທັງຫຼາຍວິວັດທະນາການເປັນວົງຈອນສະທ້ອນກັບ ວົກໄປວົນມາຢູ່ແບບນີ້.

ເມື່ອເປັນເຊັ່ນນັ້ນ, ເຮົາຈະກ້າປະຕິເສດບໍ່ວ່າ ປູທີ່ກຳລັງແລ່ນຫຼິ້ນກັບກ້ອນຫີນທີ່ຕັ້ງຕະຫງ່ານຢູ່ນັ້ນບໍ່ແມ່ນສິ່ງດຽວກັນ ປູກໍເຄີຍເປັນຫີນມາກ່ອນ ກ້ອນຫີນກໍເຄີຍເປັນປູມາກ່ອນ ພຽງແຕ່ຕອນນີ້ ພວກມັນກຳລັງຢູ່ໃນວົງຈອນສະທ້ອນກັບ. ສິ່ງມີຊີວິດ ແລະ ສິ່ງແວດລ້ອມລ້ວນເປັນສ່ວນດຽວກັນໃນການດຳລົງຢູ່ ບໍ່ມີສິ່ງໃດເປັນສະພາບແວດລ້ອມຂອງສິ່ງໃດ ເໝືອນເລືອດໃນຮ່າງກາຍ ເລືອດບໍ່ແມ່ນສິ່ງແວດລ້ອມຂອງຫົວໃຈ ແຕ່ເປັນສ່ວນໜຶ່ງຂອງຊີວິດ. ແຕ່ລະຢ່າງກຳລັງປ່ຽນແປງໄປສູ່ຄວາມເປັນໄປໄດ້ຖັດໄປເຊິ່ງເປັນສ່ວນໜຶ່ງຂອງໂລກໃບນີ້ ສະນັ້ນ ແຕ່ລະຢ່າງຈຶ່ງມີຜົນຕໍ່ກັນແລະກັນ. ບໍ່ແນ່, ໃນຂະນະທີ່ມະນຸດກຳລັງທຳລາຍຊັບພະຍາກອນທຳມະຊາດຈົນເຮັດໃຫ້ໂລກຮ້ອນຂຶ້ນ ສັດຊະນິດອື່ນໆ ກຸ້ງ ຫອຍ ປູ ປາ ອາດຈະກຳລັງຜະລິດກ໊າດບາງຊະນິດ ເພື່ອໃຫ້ໂລກນີ້ເຢັນລົງກໍເປັນໄດ້.

ໃນໜັງສື Animate Earth: Science, Intuition, And Gaia ຂອງສະເຕຟານ ຮາຣ໌ດິງ ເລົ່າໄວ້ວ່າ:

ໃນປ່າເຂດໜາວແຫ່ງໜຶ່ງທີ່ປະເທດໄອແລນ ເມື່ອພື້ນທີ່ນັ້ນມີຫິມະຫຼາຍຂຶ້ນ ຝູງໝາປ່າຈະລວມຕົວກັນເປັນນັກລ່າຝູງໃຫຍ່ຈົນສາມາດລົ້ມກວາງມູສໄດ້ ເມື່ອລ່າກວາງໄດ້ຫຼາຍ ຕົ້ນສົນເຊິ່ງຕາມປົກກະຕິຈະຖືກກວາງກັດກິນຕັ້ງແຕ່ຍັງເປັນເບ້ຍນ້ອຍ ຈຶ່ງມີໂອກາດຈະເລີນເຕີບໂຕ ເມື່ອຕົ້ນສົນຕຶບໜາກໍເຮັດໃຫ້ອຸນຫະພູມອຸ່ນຂຶ້ນ ແລ້ວຫິມະກໍຕົກໜ້ອຍລົງ ເມື່ອຫິມະຕົກໜ້ອຍ ຝູງໝາປ່າກໍຂ້າກວາງມູສໄດ້ຍາກກວ່າເດີມ ກວາງຈຶ່ງເພີ່ມຈຳນວນຫຼາຍຂຶ້ນ ແລ້ວຕົ້ນສົນກໍເລີ່ມຫຼຸດລົງເພາະຖືກກວາງກັດກິນ ເມື່ອນັ້ນປ່າຈະກັບເຂົ້າສູ່ຄວາມເໜັບໜາວອີກຄັ້ງ ເຮັດໃຫ້ໝາປ່າລ່າກວາງໄດ້ງ່າຍຂຶ້ນ…ວົງຈອນແບບນີ້ເກີດຂຶ້ນເປັນວັດຕະຈັກ.

ເຫດສະນີ້, ເຮົາສາມາດກ່າວໄດ້ບໍ່ວ່າ ກວາງ ໝາປ່າ ແລະ ຕົ້ນສົນ ຕ່າງກໍມີອິດທິພົນຕໍ່ອຸນຫະພູມຂອງໂລກ. ແຕ່ລະຢ່າງຕ່າງກໍມີອິດທະພົນຕໍ່ກັນແລະກັນ ທຸກການເຄື່ອນໄຫວທີ່ກ່າວມາລ້ວນສົ່ງຜົນຕໍ່ລະບົບກາຍ່າ ຫຼື ມານດາຂອງໂລກໃຫ້ສາມາດຄວບຄຸມຕົນເອງ ແລະ ຮັກສາພາວະສົມດູນລະຫວ່າງສິ່ງຕ່າງໆທີ່ເອື້ອຕໍ່ການດຳລົງຢູ່ຂອງສິ່ງມີຊີວິດທັງມວນ. ພວກເຮົາຕ່າງກໍເປັນສ່ວນໜຶ່ງຂອງກັນ ແລະ ກັນ ຊ່ວຍກັນທຳໜ້າທີ່ຂອງຕົນເອງເພື່ອຂັບເຄື່ອນໂລກນີ້ໄປຂ້າງໜ້າ ແມ້ວ່າຈະຮູ້ຕົວຫຼືບໍ່ຮູ້ກໍຕາມ.

ເມື່ອເຮົາເປັນສ່ວນໜຶ່ງຂອງກັນ ແລະ ກັນ ການເໜັງຕີງຂອງສິ່ງໜຶ່ງອາດຈະສົ່ງຜົນຕໍ່ສິ່ງໜຶ່ງຢ່າງຫຼີກລ້ຽງບໍ່ໄດ້ ພຽງແຕ່ເຮົາບໍ່ຮູ້ວ່າ ເຫດການທີ່ເກີດຂຶ້ນຕໍ່ໜ້ານີ້ມີສາເຫດມາຈາກຫຍັງ ເພາະແຕ່ລະຢ່າງປ່ຽນແປງໄປເລື້ອຍໆ ຈາກສິ່ງນ້ອຍໆລະດັບອະນຸພາກທີ່ເບິ່ງດ້ວຍຕາເປົ່າບໍ່ເຫັນກໍສາມາດປ່ຽນເປັນສິ່ງທີ່ຍິ່ງໃຫຍ່ທີ່ສາມາດຈັບຕ້ອງໄດ້ ຈາກເມັດຊາຍກາຍເປັນຫີນຜາ ຈາກກຸ້ງ ຫອຍ ປູ ປາ ກາຍເປັນປ່າໄມ້ສົນຂະໜາດໃຫຍ່ ສະນັ້ນ ເຮົາຈຶ່ງບໍ່ມີວັນຮູ້ເລີຍວ່າແຕ່ລະຢ່າງທີ່ເກີດຂຶ້ນໃນຊີວິດມີສາເຫດມາຈາກສິ່ງໃດກັນແທ້.

ການລ່າເຫຍື່ອຂອງໝາປ່າຢູ່ໄອແລນອາດຈະສົ່ງຜົນໃຫ້ເກີດສຶນາມິຢູ່ຍີ່ປຸ່ນ ການລະເບີດຫີນຢູ່ອາຟຣິກາອາດຈະເຮັດໃຫ້ແຜ່ນດິນໄຫວຢູ່ອິນໂດນີເຊຍ ການຖິ້ມຂີ້ເຫຍື້ອຢູ່ສະໜາມກີລາຊຽງຂວາງອາດຈະເຮັດໃຫ້ໄຟໄໝ້ປ່າຢູ່ອົດສະຕາລີ…ມັນມີຄວາມເປັນໄປໄດ້ທັງນັ້ນແຫຼະ!

ຕອນນີ້ ເວລາປະມານສິບເອັດໂມງເຄິ່ງ ລົມທະເລພັດແຮງຂຶ້ນເລື້ອຍໆ ເຮືອທີ່ຈອດຢູ່ທຽບທ່າຖືກລົມພັດໂຍກໄປມາຢູ່ບໍ່ເຊົາ ພວກເຮົາກຳລັງຈະອອກຈາກເກາະແຫ່ງນີ້ ໃນຂະນະທີ່ ປູທະເລກຳລັງແລ່ນຫຼິ້ນຢ່າງສະໜຸກສະໜານ ນົກໂຕໜຶ່ງບັງເອີນບິນຜ່ານມາແຖວນັ້ນ ຂະນະທີ່ຂ້ອຍກຳລັງກ້າວຂາຂຶ້ນເຮືອເພື່ອກັບຄືນໄປສູ່ຝັ່ງອີກຄັ້ງ ເມັດນ້ຳຈາກຄື່ນທະເລເມັດໜຶ່ງກະເດັນຂຶ້ນມາກະທົບໃບໜ້າ

ມີໃຜຮູ້ບໍ່ວ່າ ຄື່ນທະເລລູກນີ້ເປັນຜົນມາຈາກສິ່ງໃດ?

ມຈຣ. ຂອນແກ່ນ

ຕົ້ນລະດູໜາວ, ປີ 2022

—–

ແຫຼ່ງທີ່ມາ: http://www.sookjai.com/index.php?topic=2988.0;wap2

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ