ຮອຍລຳລຶກທີ່ຜ່ານເລີຍ

ມື້ໜຶ່ງ ທີ່ຫ້ອງເຮັດງານ

ເນື່ອງຈາກວ່າຫ້ອງການຂ້ອຍຕັ້ງຢູ່ຂ້າງລິບແລະບັນໄດຂຶ້ນ ຈຶ່ງມັກຈະມີຄົນຍ່າງຜ່ານໄປມາເປັນປະຈຳ ແຕ່ວ່າຊ່ວງນີ້ເປັນຊ່ວງປິດເທີມຈຶ່ງບໍ່ຄ່ອຍມີຄົນມາເຜັ່ນຜ່ານປານໃດ ດົນໆຈະມີຄົນຍ່າງຜ່ານຄົນໜຶ່ງ-ສອງຄົນ ມື້ນີ ຂະນະທີ່ຂ້ອຍນັ່ງເຮັດງານຢູ່ນັ້ນມີອາຈານສອງຄົນເຊິ່ງເຮັດງານຢູ່ຫ້ອງຖັດໄປໄດ້ຍ່າງຜ່ານ ຄົນໜຶ່ງໄດ້ເວົ້າອອກມາວ່າ ຄວັນສີເທົາ (ຄວາມຈິງລາວເວົ້າຊື່ຈິງຂ້ອຍ) ມາເຮັດງານເປັນເດືອນສຸດທ້າຍແລ້ວ ອູ້ຍ..ເສຍດາຍເດ້ເນາະ ຈັ່ງແມ່ນຟ້າວກັບ (ໝາຍເຖິງກັບມາລາວ) ໜ້າຈະຢູ່ດົນກວ່ານີ້ ດ້ວຍຄວາມງຽບຈຶ່ງເຮັດໃຫ້ຂ້ອຍໄດ້ຍິນສຽງນັ້ນຊັດເຈນ

ຈາກຄຳຂອງອາຈານທ່ານນັ້ນ ຈຶ່ງເຮັດໃຫ້ຂ້ອຍໄດ້ຫວນລະລຶກເຖິງຫຼາຍສິ່ງຫຼາຍຢ່າງທີ່ຜ່ານມາ ຈະວ່າໄປແລ້ວຄົນເຮົາເມື່ອມີປະຕິສຳພັນກັນເປັນເວລານານ ໃນທີ່ທຳງານ ຫຼືໝ່ອງໃດກໍແລ້ວແຕ່ ເມື່ອມີຄົນໃດຄົນໜຶ່ງຈະຈາກໄປກໍຮູ້ສຶກໃຈຫາຍຢູ່ບໍ່ໜ້ອຍ ພຣະພຸດທະເຈົ້າຕັດວ່າ ການພັດພາກຈາກກັນມັກນຳມາເຊິ່ງຄວາມເສົ້າໂສກເສຍໃຈ ບໍ່ວ່າຈະຈາກເປັນຫຼືຈາກຕາຍ ຈະຈາກຊ້າຫຼືໄວ ສຸດທ້າຍເຮົາກໍຮູ້ວ່າຄືການຫ່າງອອກຈາກກັນ

ສຳລັບຄົນທີ່ຮູ້ເທົ່າທັນກໍອາດຈະທຸກໜ້ອຍກວ່າຄົນທີ່ຈົມດິ່ງຢູ່ກັບເລື່ອງນັ້ນເປັນເວລາເຫິງນານ ສະນັ້ນ ພຣະອົງຈຶ່ງຢ້ຳເຕືອນສະເໝີວ່າ

ທຸກເປັນສິ່ງທີ່ຄວນກຳໜົດຮູ້

ໝາຍຄວາມວ່າ ໃຫ້ຮູ້ເທົ່າທັນແລະພະຍາຍາມທຳຄວາມເຂົ້າໃຈມັນທຸກແງ່ມຸມ ຖາມວ່າເພື່ອຫຍັງ? ກໍເພື່ອເຮົາຊິໄດ້ທຸກໜ້ອຍລົງ ຈະບໍ່ ຈົມຢູ່ກັບຄວາມເສົ້າໂສກນັ້ນຈົນເກີນໄປ ນີ້ຄືສິ່ງທີ່ເຮົາສາມາດເຮັດໄດ້ ຖ້າ ປາຖະໜາຈະໃຫ້ໂລກນີ້ບໍ່ມີການພັດພາກຈາກກັນນັ້ນຄົງເປັນໄປໄດ້ຍາກ

ເມື່ອເຮົາຮູ້ແລ້ວວ່າມື້ໃດມື້ໜຶ່ງເຮົາຈະຕ້ອງພັດພາກຈາກກັນ ສິ່ງທີ່ສຳຄັນກໍຄື ເມື່ອຈາກກັນແລ້ວ ເຮົາຈະມີຄວາມຊົງຈຳຕໍ່ຜູ້ຄົນທີ່ຜ່ານເຂົ້າມາໃນຊີວິດແບບໃດ ຄວາມຊົງຈຳທີ່ເຈັບປວດຫຼືເບີກບານ ຫອມຫວານຫຼືຂື່ນຂົມ ຈະມີຄວາມຊົງຈຳແບບໃດນັ້ນ ຂຶ້ນຢູ່ກັບວ່າ ເຮົາເລືອກທີ່ຈະສະແດງອອກຕໍ່ກັນແນວໃດໃນຊ່ວງເວລານັ້ນ ເຮົາບໍ່ຮູ້ດອກວ່າຊ່ວງເວລາທີ່ເຈີກັນຈະຍາວນານພຽງໃດ ເພາະບໍ່ຮູ້ເວລານີ້ແຫຼະ ການເຈີກັນແຕ່ລະຄັ້ງເຮົາຈຶ່ງຄວນເຮັດທຸກຢ່າງ ຫຼືບາງຢ່າງທີ່ມີຄວາມໝາຍແກ່ກັນແລະກັນ

ບາງຄົນຜ່ານເຂົ້າມາເຮັດໃຫ້ເຮົາມອງເຫັນຄຸນຄ່າໃນຊີວິດຫຼາຍຂຶ້ນ ແຕ່ບາງຄົນພຽງແຕ່ຜ່ານເຂົ້າມາບໍ່ມີຄຸນຄ່າຫຍັງໃຫ້ຈົດຈຳເລີຍ ເໝືອນທາງເດີນທີ່ບັງເອີນຜ່ານມາຕັດກັນເທົ່ານັ້ນ ແລ້ວຕ່າງຄົນຕ່າງກໍຈາກກັນໄປ ຄ່ອຍໆກາຍເປັນຄົນແປກໜ້າ ທີ່ຍັງຍ່າງໄປຍ່າງມາບົນໂລກໃບນີ້

ເມື່ອວັນເວລາຜ່ານໄປ ເຮົາຈະຮຽນຮູ້ວ່າ

ມິດສະຫາຍມີຄ່າຫຼາຍກວ່າທີ່ຄິດ

ເພາະມິດຕະພາບ

ເຮັດໃຫ້ຫົວໃຈເຮົາ ບໍ່ຮູ້ສຶກໂດດດ່ຽວ

ການໄດ້ຊ່ວຍເຫຼືອເກື້ອກູນໃນຍາມລຳບາກ

ໄດ້ຕາກແດດຕາກຝົນ ເມື່ອມີກິດຈະກຳກາງແຈ້ງ

ແລະພ້ອມທີ່ຈະແປງຮ່າງເປັນນົກເຄົ້າ ເມື່ອມີງານຕ້ອງຮີບດ່ວນ

ໄດ້ກວນຕີນກັນ..ເມື່ອເຫັນວ່າ ເປັນເວລາສະໜຸກສະໜານ

ແລະອີກສາລະພັດເຫດການທີ່ຮ່ວມກັນເຮັດມາ

ເມື່ອວັນເວລາຜ່ານ

ສິ່ງເຫຼົ່ານັ້ນຈະເປັນຕົວຊີ້ວັດວ່າ ເຮົາໜ້າຈະມີຄວາມຊົງຈຳແບບໃດ ເມື່ອລະລຶກເຖິງເຊິ່ງກັນແລະກັນ ແລ້ວສານເອັນໂດຟິນ (Endorphin) ລັ່ງອອກມາພ້ອມກັບຄວາມຮູ້ສຶກວ່າ..ເອີ ກູໂຄດໂຊກດີເລີຍທີ່ມີຄົນແບບນີ້ຜ່ານເຂົ້າມາໃນຊີວິດ ຄວາມຮູ້ສຶກແບບນີ້ໜ້າຈະເປັນສິ່ງທີ່ມີຄວາມໝາຍທີ່ຫຼາຍຄົນກຳລັງສະແຫວງຫາ ແຕ່ບໍ່ໄດ້ໝາຍຄວາມວ່າທຸກຄົນຈະເຈີມັນ ເພາະການມອງໂລກມອງຊີວິດຂອງຜູ້ຄົນແຕກຕ່າງກັນ ເມື່ອທັດສະນະຕ່າງ ການມີປະຕິສຳພັນຕໍ່ສິ່ງນັ້ນຍ່ອມແຕກຕ່າງກັນ

ຜູ້ອ່ານເຄີຍມີຄວາມຮູ້ສຶກແບບນີ້ບໍ່?

ຄວາມຮູ້ສຶກແບບວ່າ..

ເອີ..ກູໂຄດໂຊກດີເລີຍ ທີ່ມີຄົນແບບນີ້ຜ່ານເຂົ້າມາໃນຊີວິດ

ບຸກຄົນຄົນນັ້ນຄືຜູ້ໃດ?

ຄວັນສີເທົາ ຂຽນ

ຕົ້ນລະດູຝົນ, ປີ 2564.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ