ໂດຍ: ຄວັນສີເທົາ
ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ..
ພາຍຫຼັງສິ້ນສຸດສຽງຄ້ອງບາດທີເກົ້າ ພຣະສົງ-ສາມະເນນກໍທະຍອຍກັນຍ່າງອອກມາຈາກຫ້ອງ ບາງອົງມີແກ້ວນ້ຳຢາດຢູ່ໃນມື ບາງອົງຖືພວງກຸນແຈມານຳ ບາງອົງຈັບມືຖືຂຶ້ນມາເຂ່ຍໃນຂະນະທີ່ຍ່າງມຸ່ງໜ້າໄປສູ່ສິມ ເພື່ອຮ່ວມກັນໄຫວ້ພຣະສູດມົນ.
ການສູດມົນ ຫຼື ເອີ້ນອີກຢ່າງໜຶ່ງວ່າ ການສາທະຍາຍມົນ ເປັນໜຶ່ງໃນກິດຈະວັດທີ່ສຳຄັນຂອງພຣະສົງ-ສາມະເນນ ຕະຫຼອດເຖິງອຸບາສົກ ອຸບາສິກາໃນພຣະພຸດທະສາສະໜາ ສະໄໝກ່ອນການສາທະຍາຍມົນຖືວ່າເປັນໜຶ່ງໃນວິທີທີ່ດີທີ່ສຸດໃນການສືບທອດອາຍຸພຣະພຸດທະສາສະໜາ ການສູດມົນມີມາຕັ້ງແຕ່ສະໄໝພຸດທະການ ພຣະສົງ-ສາມະເນນ ຮຽນຮູ້ພຣະທັມວິນັຍດ້ວຍການທ່ອງປາກຕໍ່ປາກ ທີ່ເອີ້ນວ່າ ມຸຂະປາຖະ ເມື່ອທ່ອງໄດ້ແລ້ວກໍຕ້ອງສູດ ຫຼື ສາທະຍາຍເປັນປະຈຳທຸກເຊົ້າ-ແລງ ເພື່ອບໍ່ໃຫ້ຫຼົງລືມບົດສູດນັ້ນໆ.
ການສັງຄາຍະນາຄັ້ງທີໜຶ່ງ ເຊິ່ງເປັນການວາງຮາກຖານໃນການຈັດລະບຽບຫຼັກທັມຄຳສັ່ງສອນຂອງພຣະສັມມາສັມພຸດທະເຈົ້າ ພຣະພິກສຸສົງກໍອາໄສການສາທະຍາຍທັມຮ່ວມກັນຈຶ່ງເຮັດໃຫ້ການສັງຄາຍະນາຄັ້ງນັ້ນສຳເລັດລຸລ່ວງໄປໄດ້ດ້ວຍດີ ຖ້າບໍ່ມີການສັງຄາຍະນາຄັ້ງນັ້ນ ບໍ່ແນ່ ພຣະພຸດທະສາສະໜາອາດຈະບໍ່ສາມາດດຳລົງຢູ່ໄດ້ມາຮອດທຸກມື້ນີ້ກໍເປັນໄດ້
ສະນັ້ນ ເຮົາຈຶ່ງສາມາດກ່າວໄດ້ວ່າ ເພາະມີການສາທະຍາຍທັມ ຫຼື ສູດມົນ ຈຶ່ງເຮັດໃຫ້ພຣະພຸດທະສາສະໜາຄົງຢູ່ມາຈົນຮອດຍຸກພວກເຮົານີ້ໄດ້. ການສູດມົນນອກຈາກຈະມີຄວາມສຳຄັນດ້ານການສືບທອດອາຍຸພຣະພຸດທະສາສະໜາແລ້ວ ກໍຍັງມີຄວາມສຳຄັນອີກ 3 ປະການຄື:
1. ເພື່ອເຝິກຈິດໃຫ້ສະຫງົບ ການເຝິກຈິດໃຈເປັນໜ້າທີ່ຫຼັກຂອງຊາວພຸດ ໂດຍສະເພາະຜູ້ທີ່ຕ້ອງການຍົກຈິດໃຈຂອງຕົນເອງໃຫ້ສູງຂຶ້ນ ພຣະພຸດທະເຈົ້າຕັດໄວ້ວ່າ “ຈິດທີ່ເຝິກດີແລ້ວຍ່ອມນຳມາເຊິ່ງຄວາມສຸກ” ການເຝິກຈິດມີຫຼາຍວິທີ ກ່າວໂດຍສະຫຼຸບມີ 2 ວິທີຫຼັກຄື:
ໜຶ່ງ-ສະມະຖະກັມມະຖານຄືອຸບາຍໃນການທຳຈິດໃຈໃຫ້ເກີດຄວາມສະຫງົບ ດ້ວຍການນ້ອມຈິດໃຫ້ໄປຢູ່ໃນອາລົມດຽວຢ່າງຕໍ່ເນື່ອງ.
ສອງ-ວິປັດສະນາກັມມະຖານຄືອຸບາຍໃນການເຝິກຈິດໃຫ້ເຫັນແຈ້ງໃນອາລົມ ເມື່ອກຳລັງຄິດສິ່ງໃດກໍໃຫ້ມີສະຕິຮູ້ເທົ່າທັນໃນອາລົມນັ້ນໆ ການສູດມົນຈັດຢູ່ໃນວິທີທີ່ໜຶ່ງຄືສະມະຖະກັມມະຖານ ເຮົາຈະສັງເກດເຫັນວ່າເວລາສູດມົນຈິດໃຈເຮົາຈະຄ່ອຍໆນ້ອມເຂົ້າໄປສູ່ຄວາມສະຫງົບໂດຍລຳດັບ ທັງນີ້ຜູ້ສູດຈະຕ້ອງຈົດຈໍ່ຢູ່ກັບບົດສູດຢ່າງແທ້ຈິງ.
2. ເພື່ອລະລຶກເຖິງຄຸນພຣະຣັດຕະນະໄຕຣ ຄຳວ່າ ພຣະຣັດຕະນະໄຕຣຄືແກ້ວສາມປະການ ກ່າວຄື ພຣະພຸດ ພຣະທັມ ແລະ ພຣະສົງ ເຊິ່ງແຕ່ລະຢ່າງກໍມີຄຸນສົມບັດແຕກຕ່າງກັນ ເຊັ່ນ ພຣະພຸດທະເຈົ້າມີຄຸນ 9 ປະການ, ພຣະທັມມີຄຸນ 6 ປະການ ແລະ ພຣະສົງມີຄຸນ 9 ປະການ ການລະລຶກເຖິງຄຸນພຣະຣັດຕະນະໄຕຣເປັນການນຶກເຖິງສິ່ງທີ່ມີຄຸນຄ່າ ສິ່ງທີ່ດີງາມ ອັນຈະພາໃຫ້ຈິດໃຈເກີດກຸສົນ ແລະ ເຂົ້າເຖິງຄວາມສະຫງົບໄດ້ງ່າຍ.
3. ເພື່ອປ້ອງກັນໄພອັນຕະລາຍຕ່າງໆ ນອກຈາກສອງປະການທີ່ກ່າວມານັ້ນ ການສູດມົນຍັງເປັນອຸບາຍໃນການເຮັດໃຫ້ຈິດໃຈຮູ້ສຶກວ່າມີທີ່ເພິ່ງເມື່ອເກີດໄພອັນຕະລາຍຕ່າງໆ ຊາວພຸດມັກຈະສູດມົນເພື່ອໃຫ້ຕົນເອງປອດໄພຈາກອັນຕະລາຍເຫຼົ່ານັ້ນ ຄວາມຈິງ ຄວາມເຊື່ອນີ້ກໍບໍ່ແມ່ນສິ່ງທີ່ເກີດຂຶ້ນລອຍໆ ແຕ່ມີທີ່ມາຈາກຄຳພີທັມມະບົດ ເລື່ອງມີຢູ່ວ່າ ສະໄໝໜຶ່ງ ໃນເມືອງເວສາລີມີໂຣກເກີດຂຶ້ນ 3 ຊະນິດຄື:
ໜຶ່ງ-ທຸບພິກຂະໄພ ເຂົ້າຍາກໝາກແພງ ຖ້າທຽບໃສ່ຍຸກນີ້ກໍຄື ເສດຖະກິດຕົກຕ່ຳ ເງິນເຟີ້ຢ່າງໜັກ ເຄື່ອງຂອງແພງຂຶ້ນ ແຕ່ຄ່າແຮງຄືລາຍໄດ້ຂອງຜູ້ຄົນຍັງທໍ່ເກົ່າ ຖ້າໜັກໄປກວ່ານັ້ນ ຄືຜູ້ຄົນອົດຢາກຫິວໂຫຍ.
ສອງ-ໂຣຄະໄພ ໂຣກຫ່າລະບາດຢ່າງໜັກ ເຊິ່ງເປັນໂຣກທີ່ເຮັດໃຫ້ຄົນລົ້ມຕາຍເປັນຈຳນວນຫຼວງຫຼາຍ ໃນຄຳພີເລົ່າໄວ້ວ່າ ສົບກອງເລ່ຍລາຍໄປທົ່ວຕົວເມືອງ ໂຄວິດ-19 ໜ້າຈະຈັດຢູ່ໃນໂຣກທີ່ຄຳພີທາງພຸດທະສາສະໜາເອີ້ນວ່າ ໂຣກຫ່າ.
ສາມ-ອະມະນຸດສະໄພ ເມື່ອມີຊາກສົບເປັນຈຳນວນຫຼາຍ ຈຶ່ງເຮັດໃຫ້ພວກອະມະນຸດ ຫຼືພວກພູດຜີປີສາດເຂົ້າມາກິນຊາກສົບ ທັງລົບກວນ ແລະ ທຳຮ້າຍຊາວເມືອງຈົນຜູ້ລົ້ມຕາຍເປັນຈຳນວນຫຼາຍຂຶ້ນ.
ເຈົ້າລິດສະວີຜູ້ປົກຄອງນະຄອນເວສາລີເຫັນເຫດການແບບນີ້ ຈຶ່ງໄດ້ນິມົນພຣະພຸດທະເຈົ້າ ແລະ ຄະນະສົງມາສູດມຸງຄຸນ ເມື່ອສູດແລ້ວພຣະອົງຈຶ່ງໃຫ້ພຣະອານົນໄປປະພົມນ້ຳພຸດທະມົນທົ່ວພຣະນະຄອນ ຝົນຫ່າໃຫຍ່ຕົກລົງມາ ເກັບກວາດເອົາຊາກສົບ ແລະ ສິ່ງເປິເປື້ອນໄປກັບສາຍນ້ຳ ໂຣກໄພທັງຫຼາຍກໍຄ່ອຍໆມະລາຍຫາຍໄປຈົນໝົດສິ້ນ.
ດ້ວຍເຫດຜົນທີ່ກ່າວມາຂ້າງເທິງນັ້ນ ຊາວພຸດບາງສ່ວນຈຶ່ງເຊື່ອວ່າການສູດມົນສາມາດກຳຈັດປັດເປົ່າສິ່ງທີ່ບໍ່ດີອອກໄປຈາກຊີວິດໄດ້ ເຮົາຈະເຫັນໄດ້ວ່າ ເມື່ອເຖິງເທດສະການສົງການ ຊາວພຸດລາວມັກຈະນິມົນພຣະພິກສຸສົງໄປຈະເລີນພຸດທະມົນຢູ່ຕາມເຮືອນຊານບ້ານຊ່ອງ ເພື່ອກຳຈັດປັດເປົ່າສິ່ງທີ່ບໍ່ດີອອກໄປ ໃຫ້ເຫຼືອໄວ້ແຕ່ຄວາມເປັນສິຣິມຸງຄຸນ ປະເພນີນີ້ເກີດມາຈາກຄວາມເຊື່ອທີ່ວ່າ ການສູດມົນ ສາມາດກຳຈັດປັດເປົ່າ ແລະ ປ້ອງກັນໄພອັນຕະລາຍຕ່າງໆໄດ້.
ເຖິງແມ່ນວ່າ ປະໂຫຍດຂອງການສູດມົນຂໍ້ອື່ນໆເປັນຕົ້ນວ່າ ສູດເພື່ອສືບທອດພຣະສາສະໜາ ສູດເພື່ອລະລຶກເຖິງຄຸນພຣະຣັດຕະນະໄຕຣ ແລະ ສູດເພື່ອປ້ອງກັນໄພອັນຕະລາຍຕ່າງໆ ທີ່ກ່າວມາແລ້ວນັ້ນ ຈະເປັນນາມະທັມຈົນເກີນໄປ ແລະ ພິສູດໃຫ້ເຫັນເປັນປະຈັກໄດ້ຍາກ ແຕ່ເຫດຜົນທີ່ວ່າ ການສູດມົນເປັນອຸບາຍໃນການຝຶກໃຈໃຫ້ສະຫງົບ
ຜູ້ຂຽນຄິດວ່າ ເຮົາສາມາດພິສູດໄດ້ດ້ວຍຕົນເອງ
ບໍ່ເຊື່ອ ລອງສູດເບິ່ງ!
ອະຣະຫັງ ສັມມາສັມພຸດໂທ ພະຄະວາ ພຸດທັງ ພະຄະວັນຕັງ ອະພິວາເທມິ (ຂາບ)
ຢ່າງໃດກໍຕາມ ແມ້ພວກເຮົາຈະຮູ້ວ່າ ການສູດມົນມີອານິສົງ ຫຼື ມີປະໂຫຍດຫຼາຍຢ່າງ ແຕ່ເມື່ອຮອດຍາມລົງມືປະຕິບັດຈິງ ຫຼາຍຄົນມັກຮູ້ສຶກອືດອາດຍືດຍາດ ບິດຂີ້ຄ້ານແລ້ວ ບິດອີກ ບາງຄົນສູດໄປນຳເຫງົານອນໄປນຳ (ຫຼືຊິຖຽງ?) ບາງຄົນ ເບິ່ງຄືວ່າເບື່ອໂລກເຕັມທົນ (ໂດຍສະເພາະຕອນເຊົ້າ) ຫງ່ອມ ເຫງົາ ເສົ້າ ຊຶມ ແລະ ແສນທີ່ຈະເຊັງເປັດ (ບໍ່ຮູ້ດອກວ່າ ແທ້ທີ່ຈິງແລ້ວພາຍໃນຂອງແຕ່ລະຄົນຮູ້ສຶກແບບໃດ ແຕ່ກິຣິຍາສະແດງອອກມາແບບນັ້ນ) ສິ່ງເຫຼົ່ານີ້ ສະແດງໃຫ້ເຫັນວ່າ
ບາງທີ ການສູດມົນ ກໍໜ້າເບື່ອບໍ່ໜ້ອຍເລີຍ.
ຈາກປະສົບການທີ່ພໍມີ ອາຕະມາເຫັນວ່າ ທີ່ເປັນເຊັ່ນນັ້ນ ເພາະເກີດຈາກຄວາມບໍ່ມີສັດທາຕໍ່ສິ່ງທີ່ເຮົາກຳລັງຂາບໄຫວ້ແລະ ເບິ່ງບໍ່ເຫັນຄຸນຄ່າທີ່ແທ້ງຈິງຂອງການສູດມົນ ຈາກການສັງເກດຕົນເອງມາເປັນເວລາຫຼາຍປີ ໂດຍສ່ວນຕົວເຫັນວ່າ ການສູດມົນເປັນເຄື່ອງມືໃນການຝຶກຈິດໃຫ້ສະຫງົບໄດ້ເປັນຢ່າງດີ ການສູດມົນຍິ່ງສູດດົນເທົ່າໃດຈິດໃຈຍິ່ງສະຫງົບເທົ່ານັ້ນ ເຊິ່ງແຕກຕ່າງຈາກການນັ່ງສະມາທິ ຍິ່ງນັ່ງດົນຍິ່ງຟຸ້ງຊ່ານ ໂດຍສະເພາະຄົນທີ່ຝຶກນັ່ງໃໝ່ໆ ຮ່າງກາຍຢູ່ບ່ອນໜຶ່ງ ແຕ່ໃຈລ່ອງລອຍໄປໃສກໍບໍ່ຮູ້ ຄິດຮອດລູກ ຄິດຮອດຫຼານ ຄິດຮອດພໍ່ບ້ານ ຄິດຮອດແຟນ ສາລະພັດຄິດ.
ຖາມຕໍ່ໄປວ່າ ເມື່ອຈິດໃຈສະຫງົບແລ້ວມີປະໂຫຍດແນວໃດ?
ຈິດໃຈທີ່ສະຫງົບຈະເຮັດໃຫ້ເຮົາເບິ່ງເຫັນສິ່ງຕ່າງໆຕາມຄວາມເປັນຈິງໄດ້ຫຼາຍຂຶ້ນ
ມີຄຳປຽບທຽບວ່າ ຈິດໃຈທີ່ຟຸ້ງຊ່ານກໍເໝືອນລຳທານທີ່ເຕັມໄປດ້ວຍນ້ຳຂຸ່ນ ຍິ່ງກວນກໍຍິ່ງຂຸ່ນ ເຮົາບໍ່ສາມາດເບິ່ງເຫັນສິ່ງຕ່າງໆຜ່ານນ້ຳຂຸ່ນໄດ້ ສັນໃດ ຈິດໃຈທີ່ຂຸ່ນຍ່ອມບໍ່ສາມາດເບິ່ງເຫັນສິ່ງຕ່າງໄດ້ຊັດເຈນ ສັນນັ້ນ ແຕ່ຖ້າປ່ອຍນ້ຳນັ້ນໄວ້ໃຫ້ຝຸ່ນທີ່ຢູ່ໃນນັ້ນຈົມລົງພື້ນ ເຮົາຈະເບິ່ງເຫັນສິ່ງຕ່າງໆຊັດເຈນຂຶ້ນ ຈິດໃຈສະຫງົບກໍເໝືອນນ້ຳນິ້ງ ແລະ ໃສ
ທີ່ເຮົາບໍ່ສາມາດແກ້ບັນຫາບາງຢ່າງໃນຊີວິດປະຈຳວັນໄດ້ ກໍເພາະໃຈເຮົາຍັງຂຸ່ນດ້ວຍເລື່ອງລາວຕ່າງທີ່ຖາໂຖມເຂົ້າມາໃນແຕ່ລະມື້
ສະນັ້ນ ຖ້າຕ້ອງການໃຈທີ່ນິ້ງແລະຜ່ອງໃສ
ຄວນຫາສະຖານທີ່ງຽບສະຫງັດ ຢູ່ກັບຕົນເອງພຽງລຳພັງ ນັ່ງສູດມົນເບົາໆ ອາດຈະໂດດດ່ຽວ ປ່ຽວກາຍ
ແຕ່ສຸກໃຈ. ຜູ້ອ່ານທີ່ຮັກທັງຫຼາຍ ບໍ່ມີຄວາມສຸກໃດທີ່ຈະຍິ່ງໃຫຍ່ໄປກວ່າ “ຄວາມສະຫງົບ”
ພຣະພຸດທະເຈົ້າກ່າວໄວ້ເຊັ່ນນັ້ນ.
ນະຄອນຫຼວງວຽງຈັນ,
22 ສິງຫາ 2022