ເຫດຜົນຂອງຄົນຄົນໜຶ່ງ

ໂດຍ: ຄວັນສີເທົາ

ເຮົາມັກໄດ້ຮັບການສັ່ງສອນມາວ່າ ການຜິດຖຽງກັນ ຫຼືໂຕ້ແຍ້ງກັນເປັນເລື່ອງທີ່ບໍ່ດີ ຄວນຫຼີກເວັ້ນຖ້າບໍ່ຈຳເປັນຕ້ອງປະທະກັນ ມີຄຳສຸພາສິດບົດໜຶ່ງທີ່ວ່າ “ຮັກຍາວໃຫ້ບັ່ນ ຮັກສັ້ນໃຫ້ຕໍ່” ຄວາມໝາຍຄື ຖ້າຢາກມີຄວາມສຳພັນກັນແບບຍືນຍາວໃຫ້ພະຍາຍາມຫຼີກເວັ້ນການຜິດຖຽງ ເພາະເປັນສາເຫດຂອງການອາຄາດບາດໝາງເຊິ່ງກັນແລະກັນ ສະນັ້ນ ຖ້າຢາກຮັກກັນຍາວໆ ຕັດໄຟແຕ່ຕົ້ນລົມຊ່ະ ຢ່າຜິດຖຽງກັນເລີຍເນາະ! 

ສ່ວນຮັກສັ້ນໃຫ້ຕໍ່ຄື ໃຫ້ຕໍ່ຄວາມຍາວສາວຄວາມຍືດ ແນ່ນອນ ການຕໍ່ວ່າຕໍ່ຂານກັນມັກນຳມາເຊິ່ງຄວາມຂັດແຍ້ງ ເມື່ອມີຄວາມຂັດແຍ້ງ ການອາຄາດບາດໝາງມັກຈະຕາມມາສະເໝີ ບູຮານໃຫ້ຄຳອະທິບາຍສຸພາສິດນີ້ໄວ້ແບບນັ້ນ

ອອສກາຣ໌ ໄວລດ໌ ນັກຂຽນຊາວໄອແລນ ກໍເວົ້າຄ້າຍໆກັນນີ້ວ່າ

“ການໂຕ້ແຍ້ງເປັນສິ່ງທີ່ຫຍາບຄາຍຢ່າງຍິ່ງ ເພາະທຸກຄົນໃນສັງຄົມທີ່ດີ ຍ່ອມມີຄວາມຄິດເຫັນຄືກັນຢ່າງບໍ່ຜິດພ້ຽນເລີຍ” –Oscar Wilde

ແຕ່ຊ້າກ່ອນ ການຕັດໄຟແຕ່ຕົ້ນລົມ ຄືບໍ່ໃຫ້ຜິດຖຽງກັນຫຼືໂຕ້ແຍ້ງກັນເລີຍ ອາດຈະເປັນການຫ້າມທີ່ເຮັດໃຫ້ເຮົາເສຍໂອກາດໃນການຮຽນຮູ້ກໍເປັນໄດ້ ປະເດັນບໍ່ມີຫຍັງດອກ ຜູ້ຂຽນພຽງສົງໄສວ່າ 

ຄຳສຸພາສິດນັ້ນກັບຄຳເວົ້າຂອງ ອອສກາຣ໌ ໄວລດ໌ ອາດຈະຜິດກໍເປັນໄດ້ 

ເຈົ້າຄິດຄືຂ້ອຍບໍ່?

ໂດຍສ່ວນຕົວຜູ້ຂຽນມັກບັນຍາກາດໃນການຖົກຖຽງກັນ (Debate) ໃນປະເດັນໃດປະເດັນໜຶ່ງ ເພື່ອໃຫ້ເກີດຜົນບາງຢ່າງຕາມມາ ບາງຄັ້ງຈົນຖືກມອງວ່າ ເປັນພວກກໍ່ຄວາມວຸ້ນວາຍ ສ້າງຄວາມແຕກແຍກ ມ້າງຄວາມສາມັກຄີ ຖ້າສົ່ງວຽກບ້ານແລ້ວອາຈານຫາຍໄປເລີຍ ບໍ່ມີຄອມເມັ້ນຫຍັງກັບຄືນມາ ຄວາມຮູ້ສຶກປະມານວ່າ ກູເກັ່ງຂະໜາດນັ້ນເລີຍຫວາ? ບໍ່ມີຫຍັງຜິດເລີຍຫວາ? ບໍ່ແມ່ນດັດຈະລິດເດ້ ແຕ່ຢ່າງໜ້ອຍກໍຄອມເມັ້ນກັບມາແດ່ວ່າ ຖືກຜິດ ດີບໍ່ດີ ຄວນປັບປຸງບ່ອນໃດແດ່ ເພື່ອຊິແກ້ໄຂໃຫ້ດີຂຶ້ນ

ແນ່ນອນ ເມື່ອຄອມເມັ້ນກັບມາໃນທາງກົງກັນຂ້າມກັບສິ່ງທີ່ເຮົາຄິດໄວ້ ອາດຈະເຮັດໃຫ້ຮູ້ສຶກເສຍໃຈ ຫຼືເສຍໜ້າ ແຕ່ກໍຍັງດີກວ່າຫງຽບຫາຍໄປເລີຍ ປ່ອຍໃຫ້ຄິດໄປເອງວ່າ ບໍ່ໜ້າຈະມີຫຍັງຜິດ ເຊິ່ງໂດຍສ່ວນຕົວຄິດວ່າ ເປັນການໄວ້ໜ້າກັນ ແຕ່ທຳລາຍຂະບວນການຮຽນຮູ້ (Learning Process) ທີ່ນັກຮຽນຄວນຈະໄດ້ຮັບ

ເຊັ່ນດຽວກັນ ການບອກວ່າ ຢ່າຜິດຖຽງກັນເລີຍ ກໍ່ໃຫ້ເສຍຄວາມຮູ້ສຶກຊື່ໆ ເປັນການທຳລາຍຂະບວນຮຽນຮູ້ໃນຊີວິດຈິງ 

ອາດາມ ແກຣນທ໌ ເວົ້າເຖິງເລື່ອງນີ້ໃນໜັງສື Think again (ຄິດແລ້ວ ຄິດອີກ) ວ່າ ຄວາມຂັດແຍ້ງບໍ່ຈຳເປັນຕ້ອງນຳໄປສູ່ຜົນຮ້າຍສະເໝີໄປ ໂດຍລາວໄດ້ຍົກເອົາຄຳເວົ້າຂອງນັກຈິດຕະວິທະຍາຄົນໜຶ່ງມາສະໜັບສະໜຸນແນວຄິດນີ້ວ່າ ຄວາມຂັດແຍ້ງມີສອງຢ່າງ 

ໜຶ່ງ-ຄວາມຂັດແຍ້ງເລື່ອງຄວາມສຳພັນ (Relationships conflict) 

ສອງ-ຄວາມຂັດແຍ້ງເລື່ອງງານ (Task conflict) 

ໂດຍທົ່ວໄປ ເມື່ອເວົ້າເຖິງຄວາມຂັດແຍ້ງ ເຮົາມັກນຶກເຖິງຄວາມຂັດແຍ້ງປະເພດທີ່ໜຶ່ງ ເຊິ່ງເປັນຄວາມຂັດແຍ້ງທີ່ໃຊ້ອາລົມເປັນຫຼັກໃນການໂຕ້ຕອບກັນ ແລະສິ່ງທີ່ຕາມມາກໍຄື ຄວາມອາຄາດບາດໝາງ ແລະ ຄວາມກຽດຊັງ

ສ່ວນຄວາມຂັດແຍ້ງແບບທີສອງ ເປັນການປະທະກັນຂອງແນວຄິດແລະຄວາມເຫັນ ເຊັ່ນ: ຈະຈ້າງຄົນແບບໃດເຂົ້າມາເຮັດງານ ມື້ແລງຈະກິນອາຫານແບບໃດດີເປັນຕົ້ນ ຄວາມຂັດແຍ້ງເລື່ອງງານມັກຈະກໍ່ໃຫ້ເກີດໄອເດຍໃໝ່ໆຂຶ້ນມາລະຫວ່າງຄົນທັງສອງ ການຖົກຖຽງເຮັດໃຫ້ເກີດວິທີການມອງສິ່ງຕ່າງໆໃນມຸມມອງໃໝ່” 

ຫຼາຍຄັ້ງ ການໂຕ້ຖຽງກັນກໍເປັນການຊີ້ໃຫ້ເຫັນຈຸດບົກພ່ອງຂອງແນວຄິດແຕ່ລະຄົນໃຫ້ຊັດຂຶ້ນ ເປັນຫຍັງຄືວ່າແບບນັ້ນ ເພາະບໍ່ມີແນວໃດສົມບູນແບບ ທຸກທິດສະດີມີຈຸດອ່ອນໃນຕົວເອງ ສະນັ້ນ ທີມງານວິໄຈກຸ່ມໜຶ່ງຈຶ່ງຕັ້ງຂໍ້ສະຫຼຸບໄວ້ວ່າ “ການບໍ່ມີຄວາມຂັດແຍ້ງບໍ່ແມ່ນຄວາມສາມັກຄີ ແຕ່ເປັນຄວາມເພີກເສີຍຕ່າງຫາກ

         ຈາກການສຶກສາຂອງອາດາມ ແກຣນທ໌ ພົບວ່າ:

ຄວາມຂັດແຍ້ງເລື່ອງຄວາມສຳພັນສົ່ງຜົນເສຍຕໍ່ຜົນງານ ແຕ່ຄວາມຂັດແຍ້ງເລື່ອງງານເປັນປະໂຫຍດໃນທາງສ້າງສັນ ເພາະກໍ່ໃຫ້ເກີດຄວາມຫຼາກຫຼາຍທາງຄວາມຄິດ ພ້ອມທັງປ້ອງກັນບໍ່ໃຫ້ເຮົາຕິດຢູ່ກັບວົງຈອນຄວາມຄິດເດີມໆ ຄວາມຂັດແຍ້ງແບບນີ້ຊ່ວຍໃຫ້ເຮົາເປັນຄົນຖ່ອມຕົວຫຼາຍຂຶ້ນ ຫຼຸດຄວາມຍຶດຕິດໃນຄວາມຄິດຂອງຕົນເອງລົງໄດ້ ກະຕຸ້ນໃຫ້ເຮົາສົງໄສຕໍ່ແນວຄິດຕົນເອງວ່າ ຮູ້ໄດ້ແນວໃດວ່າຄວາມຄິດຂອງເຮົາຖືກຕ້ອງ  ບາງທີ ອາດຈະຜິດກໍເປັນໄດ້ 

ເພາະສະນັ້ນ ຄວາມຂັດແຍ້ງແບບນີ້ຈຶ່ງຊ່ວຍໃຫ້ເຮົາໄດ້ທົບທວນຄວາມຄິດຂອງຕົນເອງຫຼາຍຂຶ້ນ

ເວົ້າເຖິງເລື່ອງນີ້ຜູ້ຂຽນນຶກເຖິງ ທິດສະດີໜຶ່ງທີ່ເຊື່ອວ່າ ຄວາມຂັດແຍ້ງຈະນຳໄປສູ່ການປ່ຽນແປງທີ່ດີຂຶ້ນ ເປັນການຖົກຖຽງກັນຕັ້ງແຕ່ສອງຄົນຂຶ້ນໄປທີ່ມີມຸມມອງຕ່າງກັນກ່ຽວກັບຫົວຂໍ້ໃດໜຶ່ງ ໂດຍໃຊ້ເຫດຜົນເປັນຕົວນຳ ໃນທາງປັດຊະຍາ ເອີ້ນວິທີການແບບນີ້ວ່າ ວິພາດວິທີ (Dialectic Method) ເຊິ່ງເກີດຂຶ້ນໃນສະໄໝເກຣັກບູຮານ ນັກປັດຊະຍາທີ່ມີຊື່ສຽງທ່ານໜຶ່ງ ມັກໃຊ້ວິທີນີ້ໃນການສະແຫວງຫາຄວາມຮູ້ ນັ້ນກໍຄື ໂສເຄຣຕີສ 

ໂດຍທົ່ວໄປ ໂສເຄຣຕີສ ມັກຍ່າງໄປຕາມສະຖານທີ່ຕ່າງໆ ບ່ອນທີ່ມີຄົນປະກາດຕົນວ່າເປັນຜູ້ຮູ້ກ່ຽວກັບເລື່ອງນັ້ນເລື່ອງນີ້ດີ ແລ້ວລາວຈະຖາມຊັກໄຊ້ໄລ່ລຽງໄປເລື້ອຍໆ ຈົນບາງຄັ້ງຜູ້ທີ່ປະກາດວ່າຕົນເປັນຜູ້ຮູ້ນັ້ນຕອບບໍ່ໄດ້ ຫຼື ຈຳນົນຕໍ່ເຫດຜົນຂອງລາວ ເພາະໂສເຄຣຕີສມັກຖາມຈີ້ຈຸດ ຫຼືຢົ່ວຢວນກວນບາທາ 

ເວົ້າງ່າຍໆວ່າ ຖາມແບບກວນຕີນ 

ແຕ່ມັນກະຕຸ້ນໃຫ້ຄິດໃນມຸມທີ່ບໍ່ເຄີຍຄິດມາກ່ອນ ເຮັດໃຫ້ບຸກຄົນນັ້ນໆຮູ້ວ່າ ຄຳສອນຫຼືແນວຄິດຂອງຕົນມີຈຸດບົກພ່ອງບ່ອນໃດ ເມື່ອກະຕຸ້ນໃຫ້ຄິດແລ້ວ ລາວກໍຈະຈາກໄປ ປ່ອຍໃຫ້ຜູ້ນັ້ນງົງກັບຊີວິດວ່າ ແລ້ວກູຊິເອົາຈັ່ງໃດຕໍ່ດີ ດ້ວຍເຫດນັ້ນ ຈຶ່ງມີຄົນມັນໄສ້ໂສເຄຣຕີສໄປທົ່ວເມືອງ  

ນັກປັດຊະຍາອີກທ່ານໜຶ່ງທີ່ໃຊ້ວິທີນີ້ໃນການອະທິບາຍແນວຄິດຂອງຕົນ ລາວເປັນຄົນຊາວເຢຍລະມັນ ຊື່ວ່າ ເຮເກລ (Friedrich Hegel) ມີຄວາມເຊື່ອວ່າ ຄວາມຈິງມີລັກສະນະສົມບູນແບບ ແລະ ການຈະເຂົ້າເຖິງຄວາມສົມບູນແບບໄດ້ ຈະຕ້ອງເຂົ້າເຖິງດ້ວຍຫຼັກ ວິພາດວິທີ (Dialectic) ເຊິ່ງເປັນວິທີທີ່ເຊື່ອວ່າ ຄວາມຂັດແຍ້ງຈະນຳໄປສູ່ຄວາມສົມບູນແບບ ໝາຍຄວາມວ່າ ສິ່ງໃດກໍແລ້ວແຕ່ຈະສົມບູນໄດ້ ຈະຕ້ອງມີສອງດ້ານສະເໝີ ຄື ດ້ານສະໜັບສະໜຸນ ແລະ ດ້ານປະຕິເສດ 

ຄາຣ໌ລ ມາຣ໌ກ-ນັກປັດຊະຍາ ແລະ ນັກສັງຄົມວິທະຍາ ກໍມອງວ່າ ຄວາມເປັນໄປຕ່າງໆເກີດຂຶ້ນບົນຄວາມຂັດແຍ້ງ ໂລກຂອງເຮົາກຳລັງດຳເນີນຢູ່ບົນຄວາມຂັດແຍ້ງ ເຊັ່ນ: ໃນມິຕິທາງສັງຄົມ ມາຣ໌ກມອງວ່າເປັນການດິ້ນຮົນຂອງຄົນສອງກຸ່ມ-ກຸ່ມທີ່ຂູດຮີດ ແລະ ກຸ່ມທີ່ຖືກຂູດຮີດ ທັງສອງກຸ່ມນີ້ມີການປະທະກັນເລື່ອງຜົນປະໂຫຍດ ຈາກຄວາມຂັດແຍ້ງນີ້ ທ້າຍທີ່ສຸດ ຈະນຳໄປສູ່ສັງຄົມຮູບແບບໃໝ່ໆ 

ຈາກທີ່ກ່າວມາທັງໝົດນັ້ນ ຈະເຫັນໄດ້ວ່າ ຄວາມຂັດແຍ້ງບໍ່ໄດ້ນຳໄປສູ່ຜົນຮ້າຍສະເໝີໄປ ແຕ່ກົງກັນຂ້າມ ຫຼາຍຄັ້ງ ຄວາມຂັດແຍ້ງມັກນຳໄປສູ່ການປ່ຽນແປງທີ່ດີຂຶ້ນ ນັກປຣາດທັງຫຼາຍມອງວ່າຄວາມຂັດແຍ້ງເປັນພຽງຂະບວນການທີ່ຊີ້ໃຫ້ເຫັນຈຸດບົກພ່ອງຂອງສິ່ງທີ່ມີຢູ່ເດີມ ອາດຈະເປັນຄວາມຄິດເດີມ ປະເພນີເດີມ ສະພາບສັງຄົມເດີມໆ ເມື່ອມີຄວາມຄິດໃໝ່ເກີດຂຶ້ນ ແນ່ນອນ ຍ່ອມເກີດການປະທະກັນລະຫວ່າງແນວຄິດທັງສອງ (ໃໝ່ ແລະ ເກົ່າ) ຈາກການປະທະກັນນັ້ນ ຈະກໍ່ໃຫ້ເກີດແນວຄິດໃໝ່ໆຂຶ້ນມາ ແຕ່ທັງນີ້ທັງນັ້ນ ການຖົກຖຽງກັນຕ້ອງຕັ້ງຢູ່ບົນພື້ນຖານຂອງເຫດແລະຜົນ

ແຕ່ກໍຢ່າງວ່າລະເນາະ ມະນຸດຂີ້ເໝັນ (ຄຳນີ້ອາຈານສະເຫຼີມໄຊເປັນຄົນເວົ້າ) ເມື່ອມີຄວາມຂັດແຍ້ງເຮົາມັກໃຊ້ອາລົມຫຼາຍກວ່າເຫດຜົນສະເໝີ

ບັນຫາກໍຄື 

ເມື່ອມີການຖົກຖຽງກັນ ເຮົາຈະໃຊ້ເຫດຜົນຫຼາຍກວ່າອາລົມໄດ້ແນວໃດ?

ອາດາມ ແກຣນທ໌ ບອກວ່າ ເມື່ອໃດກໍຕາມທີ່ເຮົາເລີ່ມຕົ້ນຄຳຖາມດ້ວຍຄຳວ່າ ເປັນຫຍັງ (Why) ເຊັ່ນ: ຖາມວ່າ ເປັນຫຍັງຄືເຊື່ອເລື່ອງພະຍານາກ? ການຖາມຫາເຫດຜົນແບບນີ້ມັກຈະນຳເຮົາໄປສູ່ຄວາມຍຶດຕິດໃນແນວຄິດຂອງຕົນ ແລ້ວບໍ່ສົນໃຈໃນຈຸດຢືນຂອງອີກຝ່າຍ ການຖາມທີ່ເລີ່ມຕົ້ນດ້ວຍ Why  ຈຶ່ງເຮັດໃຫ້ເກີດອາລົມຮ້ອນໄດ້ງ່າຍ ເວົ້າພາສາບ້ານໆ ກໍຄື ຂອງຂຶ້ນງ່າຍ ເປັນຫຍັງຄືເຊື່ອເລື່ອງພະຍານາກ? ກະກູເຊື່ອແບບນີ້ ມຶງມີບັນຫາຫຍັງ? ອາລົມໜ້າຈະປະມານນີ້

ວິທີແກ້ກໍຄື ເມື່ອຄິດບໍ່ຄືກັນໃນເລື່ອງໃດເລື່ອງໜຶ່ງ ໃຫ້ເລີ່ມຕົ້ນຄຳຖາມດ້ວຍ How (ແນວໃດ) ເຊັ່ນ: ເປັນແນວໃດ ຫຼືຄິດແນວໃດ ຈຶ່ງເຊື່ອເລື່ອງພະຍານາກ? ອາດາມ ແກຣນທ໌ ບອກວ່າ ການຖາມທີ່ເລີ່ມຕົ້ນດ້ວຍ How ແບບນີ້ ເປັນການຂໍໃຫ້ອີກຝ່າຍອະທິບາຍເຖິງສິ່ງນັ້ນວ່າດີຫຼືບໍ່ດີແນວໃດ ຫຼືມີຄວາມເປັນໄປເປັນມາແນວໃດຈຶ່ງສົນໃຈເລື່ອງພະຍານາກ ເຊິ່ງເປັນການກະຕຸ້ນໃຫ້ອີກຝ່າຍຄິດທົບທວນກ່ຽວກັບເລື່ອງນັ້ນຫຼາຍຂຶ້ນ ເມື່ອພວກເຂົາເຫັນຊ່ອງໂຫວ່ໃນຄວາມເຊື່ອຂອງຕົນເອງ ກໍຈະເກີດຄວາມສົງໃນຄວາມຄິດ ຫຼືຄວາມເຊື່ອນັ້ນ ແລ້ວຈະກາຍເປັນຄົນສຸດໂຕ່ງນ້ອຍລົງ ຟັງຄົນອື່ນຫຼາຍຂຶ້ນ

ເມື່ອບັນຍາກາດໃນການຖົກຖຽງດຳເນີນໄປແບບນີ້ ໂດຍທີ່ຕ່າງຝ່າຍກໍຍັງມີແນວຄິດເຫັນເປັນຂອງຕົນເອງ ແລະພະຍາຍາມອະທິບາຍຄວາມຄິດ ຫຼືຄວາມເຊື່ອຂອງຕົນໃຫ້ແກ່ກັນແລະກັນ

ສິ່ງທີ່ເຮົາລືມສັງເກດກໍຄື ຄວາມຮູ້ມັກເກີດຂຶ້ນ ໃນລະຫວ່າງນັ້ນ ນັ້ນແຫຼະ

ລະຫວ່າງທີ່ເຮົາພະຍາຍາມຫາເຫດຜົນມາຫັກລ້າງອີກຝ່າຍ

ຂອນແກ່ນ

ລະດູຝົນ ປີ 2022

—–

ຕົວເອນທັງໝົດ ມາຈາກໜັງສື Think again ຂຽນໂດຍ Adam Grant ສຳນັກພິມ We Learn

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ