ເຄີຍສົງໄສບໍ່?
ເປັນຫຍັງຄົນໃນຍຸກກ່ອນຈຶ່ງບໍ່ມີໄຟຟ້າໃຊ້ ບໍ່ມີເທັກໂນໂລຊີສະໄໝໃໝ່ເໝືອນກັບປັດຈຸບັນ ຄຳພີທາງພຣະພຸດທະສາສະໜາໄດ້ເລົ່າເຖິງການວຽນວ່າຍຕາຍເກີດຂອງພຣະໂພທິສັດວ່າ ເກີດມາແລ້ວຫຼາຍພົບຫຼາຍຊາດ ໂລກເກີດແລ້ວດັບບໍ່ຮູ້ວ່າຈັກຄັ້ງ ແຕ່ກໍແປກເນາະ ບໍ່ມີຊາດໃດເລີຍທີ່ເລົ່າວ່າ ພຣະໂພທິສັດໄດ້ຂັບລົດເບນສ໌ໄປເຮັດບຸນເລີຍ ຢ່າວ່າແຕ່ລົດເບນສ໌ເລີຍ ລົດຈັກຄຳພີກໍບໍ່ເຄີຍໄດ້ກ່າວເຖິງ ເຄີຍໄດ້ຍິນບໍ່ວ່າ ຄັ້ງໜຶ່ງພຣະໂພທິສັດໄດ້ພາພັນລະຍາພ້ອມດ້ວຍບຸດໄປເຮັດບຸນ ໂດຍໄດ້ເດີນທາງດ້ວຍເຄື່ອງບິນເຈັດສ່ວນຕົວ..ບໍ່ມີ!
ທີ່ຜູ້ຂຽນກ່າວເຊັ່ນນັ້ນບໍ່ໄດ້ໝາຍຄວາມວ່າຄົນສະໄໝກ່ອນບໍ່ມີປັນຍາ ຫຼືບໍ່ມີຄວາມສາມາດເທົ່າກັບຄົນຍຸກປັດຈຸບັນ
ຈະວ່າໄປແລ້ວ
ຄົນທຸກຍຸກທຸກສະໄໝກໍບໍ່ໄດ້ມີຄວາມສະຫຼາດລື່ນກັນປານໃດດອກ ແຕ່ທີ່ເຮົາສາມາດເຮັດອິຫຍັງໄດ້ຫຼາຍຢ່າງທີ່ຄົນສະໄໝກ່ອນເຮັດບໍ່ໄດ້ນັ້ນ ກໍເພາະເຮົາມີຂໍ້ມູນ ຂໍ້ມູນເປັນປັດໄຈສຳຄັນທີ່ເຮັດໃຫ້ມະນຸດຕັດສິນໃຈເຮັດສິ່ງໃດສິ່ງໜຶ່ງ ມະນຸດຈະຕັດສິນໃຈຈາກຂໍ້ມູນທີ່ມີຢູ່ ການທີ່ຄົນໃນຍຸກເຮົາມີຂໍ້ມູນຫຼາຍກວ່າຍຸກກ່ອນກໍບໍ່ແມ່ນເຮົາຫາກ່ອນສ້າງຂຶ້ນ ແຕ່ຂໍ້ມູນໄດ້ຖືກເກັບສະສົມແລະສືບທອດກັນມາຢ່າງຍາວນານ ສະນັ້ນ ເຮົາຈຶ່ງໄດ້ປຽບໃນແງ່ທີ່ວ່າ ເຮົາມີຂໍ້ມູນຫຼາຍກວ່າເມື່ອເຮົາຈະຕ້ອງຕັດສິນໃຈອິຫຍັງບາງຢ່າງ
ໜຶ່ງໃນບັນດານັກວິທະຍາສາດທີ່ມີຊື່ສຽງຜູ້ມີນາມວ່າ ໄອແຊັກ ນິວຕັນ (Isaac Newton) ເຄີຍກ່າວໄວ້ວ່າ “ທີ່ຂ້ອຍເຫັນໄດ້ກວ້າງໄກ ເພາະຂ້ອຍຍືນຢູ່ເທິງບ່າໄຫຼ່ຂອງຍັກ” (If I have seen further it is by standing on the shoulders of giants) ສະແດງໃຫ້ເຫັນວ່າວິທະຍາການຕ່າງໆ ບໍ່ໄດ້ເກີດພຽງລຳພັງ ແຕ່ເກີດຈາກຄົນສະໄໝກ່ອນໄດ້ສ້າງຮາກຖານແລະຕໍ່ຍອດກັນມາເລື້ອຍໆ ຈົນກະທັ່ງມີວິທະຍາການທີ່ທັນສະໄໝໃນແບບປັດຈຸບັນ
ວິທະຍາການຕ່າງໆ ເຊັ່ນ ປັດຊະຍາ ສາສະໜາ ແລະວິທະຍາສາດ ລ້ວນແລ້ວແຕ່ເປັນພູມປັນຍາທີ່ຊົງຄຸນຄ່າ ໃນແງ່ທີ່ວ່າຄວາມຄິດ ຄວາມເຊື່ອເຫຼົ່ານີ້ ໄດ້ຖືກເຈຍລະໄນມາເປັນເວລານານ ເຖິງແມ່ນວ່າບາງຄວາມເຊື່ອເຮົາຈະບໍ່ສາມາດພິສູດໄດ້ວ່າມີຢູ່ຈິງ..ແຕ່ກໍບໍ່ມີໃຜສາມາດພິສູດໄດ້ເຊັ່ນກັນວ່າ ມັນບໍ່ມີຢູ່ຈິງ ສະນັ້ນ ມະນຸດຈຶ່ງຕ້ອງຫາຫຼັກຖານມາຢືນຍັນແນວຄິດແລະຄວາມເຊື່ອຂອງຕົນຕໍ່ໄປ
ປັດຈຸບັນເປັນຍຸກແຫ່ງຂໍ້ມູນຂ່າວສານ ແຕ່ວ່າກໍແປກເນາະທີ່ມະນຸດບາງຄົນບໍ່ຄ່ອຍສົນໃຈຂໍ້ມູນເຫຼົ່ານັ້ນ ເຄີຍມີຢູ່ສ່ຳໃດກໍພໍໃຈພຽງເທົ່ານັ້ນ ຫຼາຍມື້ກ່ອນຜູ້ຂຽນເລື່ອນໄປເຫັນຄອມເມັ້ນໜຶ່ງໃນເຟສບຸ໊ກ “ຂ້ອຍບໍ່ອ່ານໜັງສືຕ່າງປະເທດ ໂດຍສະເພາະໜັງສືໄທ ເພາະຢ້ານເຂົາລ້າງສະໝອງ” ຂ້ອຍອ່ານຄອມເມັ້ນນີ້ແລ້ວ ບອກໄດ້ຄຳດຽວວ່າ “ສະຫຼົດໃຈ” ທີ່ສະຫຼົດໃຈເພາະຄິດວ່າ ຄວາມຄິດແບບນີ້ໄດ້ມະລາຍຫາຍໄປຈາກສັງຄົມບ້ານເຮົາດົນແລ້ວ ແຕ່ອະນິດຈາ..ຂ້ານ້ອຍຄິດຜິດໄປເອງ ບໍ່ຄິດບໍ່ຝັນວ່າມັນຈະປາກົດຂຶ້ນເທິງໜ້າເຟສບຸ໊ກເຊິ່ງເປັນຍຸກທີ່ເຮົາເຊື່ອວ່າ ການເປີດໃຈໃຫ້ກວ້າງ ຍອມຮັບຄວາມແຕກຕ່າງ ເປັນສິ່ງທີ່ຈະເຮັດໃຫ້ໂລກນີ້ໜ້າຢູ່ຫຼາຍຂຶ້ນ
ກັບມາທີ່ເລື່ອງການຖ່າຍທອດພູມປັນຍາ ຜູ້ຂຽນຄິດວ່າຖ້າເຮົາມີບັນຍາກາດໃນການສົນທະນາກັນ ອາດຈະຜ່ານໂລກອອນໄລນ໌ (ຟັງແລະຂຽນ) ຫຼືພົບປະກັນເຊິ່ງໜ້າ ຕ່າງຄົນຕ່າງແຊຣ໌ປະສົບການ ແລະແນວຄິດຂອງຕົນດ້ວຍເຫດແລະຜົນ ແນ່ນອນ ແຕ່ລະຄົນໄດ້ຮັບການເຝິກຝົນມາບໍ່ຄືກັນ ເຕີບໃຫຍ່ມາໃນສະພາບແວດລ້ອມທີ່ຕ່າງກັນ ແນວຄິດບໍ່ມີທາງຈະຄືກັນທຸກຢ່າງດອກ ຈະຕ່າງຫຼືບໍ່ຕ່າງບໍ່ແມ່ນປະເດັນສຳຄັນ ແຕ່ເມື່ອຕ່າງແລ້ວເຮົາມີປະຕິກິລິຍາຕໍ່ສິ່ງນັ້ນແນວໃດ ນີ້ຕ່າງຫາກທີ່ເຮົາຄວນຈະຊ່ວຍກັນຄິດ
ການສະແຫວງຫາຄວາມຮູ້ມີຫຼາກຫຼາຍວິທີ ໜຶ່ງໃນວິທີທີ່ຜູ້ຂຽນເຫັນວ່າມີປະສິດທິພາບທີ່ສຸດກໍຄື ການຕັ້ງວົງສົນທະນາ ນັກປັດຊະຍາຜູ້ໜຶ່ງທີ່ໃຊ້ປະໂຫຍດຈາກວົງສົນທະນາໄດ້ເປັນຢ່າງດີ ກໍຄື ໂສເຄຣຕີສ (Socrates) ນັກປັດຊະຍາເກຣັກບູຮານ ຕາມປະຫວັດເລົ່າວ່າ ເມື່ອເມຍໃຊ້ໃຫ້ໄປຊື້ເຄື່ອງຢູ່ຕະຫຼາດ (ອາດຈະເປັນນ້ຳປາ ແປ້ງນົວ ຫຼືຊອດໝາກເຂືອເທດ ອິຫຍັງກໍແລ້ວແຕ່) ນັກປັດຊະຍາທ່ານນີ້ມັກໄປທ່ຽວຖາມຜູ້ນັ້ນຜູ້ນີ້ ໂດຍສະເພາະຄົນທີ່ປະກາດຕົນວ່າເປັນຜູ້ຮູ້ ຫຼືກູຣູ ຖາມໄດ້ທຸກເລື່ອງ ບາງຄັ້ງຈົນເຮັດຜູ້ຮູ້ເຫຼົ່ານັ້ນຮູ້ສຶກເສຍໜ້າເພາະຕອບບັນຫາຂອງລາວບໍ່ໄດ້
ໂສເຄຣຕີສບອກວ່າຫຼາຍເລື່ອງລາວກໍບໍ່ຮູ້ດອກ ແຕ່ກໍຍັງດີທີ່ຮູ້ສຶກຕົວວ່າຕົນເອງບໍ່ຮູ້ຫຍັງ ລາວເວົ້າວ່າ “ສິ່ງດຽວທີ່ຂ້າພະເຈົ້າຮູ້ຄືຮູ້ວ່າຂ້າພະເຂົ້າບໍ່ຮູ້ຫຍັງເລຍ” ບໍ່ຮູ້ກໍຍອມຮັບວ່າບໍ່ຮູ້ ເຮົາກໍຍັງມີໂອກາດພັດທະນາໃຫ້ດີຂຶ້ນ ພຣະພຸດທະເຈົ້າກໍກ່າວເຊັ່ນນັ້ນ ຄົນໂງ່ທີ່ຮູ້ຕົວວ່າໂງ່ ຍັງມີໂອກາດໄດ້ພັດທະນາ ແຕ່ໂງ່ແລ້ວບໍ່ຮູ້ຕົວ ນັ້ນແຫຼະໂງ່ຂອງແທ້ ເຮົາຈະເຫັນໄດ້ວ່າ ໂສເຄຣຕີສ ເປັນນັກປັດຊະຍາທີ່ຍິ່ງໃຫຍ່ໄດ້ກໍອາໄສການສົນທະນາ ການຊັກຖາມ ແມ່ນແຕ່ພຣະພຸດທະເຈົ້າກໍໃຊ້ວິທີນີ້ເຊັ່ນກັນ ການສົນທະນາບໍ່ຈຳເປັນຕ້ອງມີຄວາມຄິດເຫັນຄືກັນທຸກຢ່າງ ຜູ້ຂຽນຄິດວ່າແຕກຕ່າງນັ້ນແຫຼະດີແລ້ວ ເຮົາຈະໄດ້ເຫັນຫຼາກຫຼາຍມຸມມອງ
ການສ້າງວົງສົນທະນາທີ່ມີຄວາມຄິດຫຼາກຫຼາຍ ແຕ່ຍອມຮັບກັນໄດ້ ຍອມຮັບວ່າ ຄວາມຄິດເຮົາກໍບໍ່ຄືຄົນອື່ນ ແນວຄິດຄົນອື່ນກໍບໍ່ຄືເຮົາ ຄວາມແຕກຕ່າງບໍ່ໄດ້ສ້າງຄວາມແຕກແຍກສະເໝີໄປ ແຕ່ຊິເຮັດແນວໃດໃຫ້ຄົນທີ່ມີແນວຄິດແຕກຕ່າງແລ້ວສາມາດຢູ່ຮ່ວມກັນໄດ້ ຮ່ວມສົນທະນາກັນໄດ້ດ້ວຍໃຈທີ່ເປີດກວ້າງແລະພ້ອມທີ່ຈະຍອມຮັບສິ່ງໃໝ່ໆສະເໝີ
ຜູ້ຂຽນຄິດວ່າສັງຄົມແບບນີ້ຈະເກີດຂຶ້ນໄດ້ຕ້ອງອາໄສການຮຽນຮູ້ເຊິ່ງກັນແລະກັນໃຫ້ຫຼາຍຂຶ້ນ ຈະດ້ວຍວິທີການໃດກໍໄດ້ທີ່ສາມາດເຮັດໃຫ້ເຮົາຮູ້ຈັກກັນຫຼາຍຂຶ້ນ ພຸດທະເຈົ້າຕັດວ່າ ຄວາມຄຸ້ນເຄີຍຈະເຮັດໃຫ້ເຮົາຮູ້ສຶກໃກ້ຊິດກັນຫຼາຍຂຶ້ນ (ວິສາສະປະຣະມາ ຍາຕິ-ຂຸ.ທ.) ຈະຄຸ້ນເຄີຍກັນໄດ້ຕ້ອງອາໄສການເວົ້າຈາສົນທະນາກັນ ຮຽນຮູ້ເຊິ່ງກັນແລະກັນ ຄົນເຮົາເມື່ອຮູ້ສຶກຄຸ້ນເຄີຍກັນແລ້ວ ຄວາມເຫັນອົກເຫັນໃຈ ຄວາມຮັກ ຄວາມເມດຕາ ຈະຄ່ອຍໆຕາມມາທີຫຼັງ
ຮຽນເຊີນທຸກທ່ານມາຮ່ວມກັນສ້າງສັງຄົມທີ່ນິຍົມການຮຽນຮູ້ ແລະຖ່າຍທອດພູມປັນຍາໃນຍຸກນີ້ໄປສູ່ຍຸກຕໍ່ໄປ ເປັນບ່າໄຫຼ່ຂອງຍັກອີກໂຕໜຶ່ງໃຫ້ຄົນຮຸ່ນຫຼັງໄດ້ຢືນເບິ່ງໂລກ ແຕ່ຈະເຮັດແບບນັ້ນໄດ້ຕ້ອງອາໄສການຮ່ວມມືກັນໃນທ່າມກາງຄວາມເຫັນທີ່ແຕກຕ່າງຢ່າງສ້າງສັນ
ເຈົ້າ ຂ້ອຍ ທ່ານ ມາລ້ອມວົງກັນສົນທະນາ
ເທິງເວທີແຫ່ງນີ້ ບໍ່ໄດ້ຈຳກັດເຊື້ອຊາດ ສາສະໜາແລະເຜົ່າພັນ ຖ້າທ່ານຄິດວ່າ ແນວຄິດທີ່ຈະນຳມາສະເໜີ ມີປະໂຫຍດຕໍ່ສ່ວນລວມແລ້ວລະກໍ
ຂໍຢ່າໄດ້ລັງເລ…ເຊີນ!
ຄວັນສີເທົາ ຂຽນ
ຕົ້ນລະດູຝົນ, ປີ 2564.