ໂດຍ: ຄວັນສີເທົາ
ຖ້າໃຫ້ຄວາມໝາຍຂອງຄຳວ່າ “ຊີວິດ” ຄື ການລົ້ມ ແລະ ການລຸກ ພວກເຮົາໜ້າຈະມີຄວາມສຸກ ທຸກຄັ້ງທີ່ສາມາດປະຄັບປະຄອງຕົນເອງຂຶ້ນມາໄດ້
ຈາກ: ຄວາມຜິດຫວັງ, ຄວາມເສົ້າໂສກ ແລະ ຄວາມທຸກຕ່າງໆນານາ
ອັນເປັນຜົນມາຈາກການຕັດສິນໃຈ ແລະ ການໃຊ້ຊີວິດທີ່ຜິດພາດ
ແຕ່ກ່ອນ ທັມມະສະຖານແຫ່ງນີ້ ເຄີຍເຕັມໄປດ້ວຍຕົ້ນໄມ້ນານາຊະນິດ ມີນົກໜູປູປີກບິນຜ່ານໄປຜ່ານມາເປັນປະຈຳ ບາງກຸ່ມກໍມາພັກອາໄສພຽງຊົ່ວຄາວ ບາງກຸ່ມກໍຄາບກິ່ງໄມ້ໃບຫຍ້າມາກໍ່ສ້າງຮັງຢູ່ໝ່ອງນີ້ແບບຖາວອນເລີຍ ເອີ້ນໄດ້ວ່າເປັນສະຖານທີ່ຮົ່ມເຢັນ; ເປັນຣົມມະນີຍະສະຖານແຫ່ງໜຶ່ງໃນຂອບເຂດນີ້ ພຸ້ນແລ້ວ ຄູບາ–ພໍ່ຕູ້ຄົນໜຶ່ງກຳລັງເລົ່າຄວາມຫຼັງໃຫ້ຂ້ອຍຟັງ
ແລ້ວເປັນຫຍັງຄືຕ້ອງຕັດຕົ້ນໄມ້ອອກໄປໝົດ ພໍ່ຕູ້! ຂ້ອຍຖາມດ້ວຍຄວາມສົງໄສ
ໂອ້ຍ! ຄູບາເອີຍ ຂ້ານ້ອຍບໍ່ຢາກເວົ້າ
ກໍເພາະອຳນາດກິເລດຂອງມະນຸດຜູ້ທີ່ຫິວໂຫຍຊັບສົມບັດ ຈົນມືນຫູມືນຕາບໍ່ຂຶ້ນນັ້ນແລ້ວ ເວົ້າມາແລ້ວ ຢ່າໃຫ້ຂ້ານ້ອຍເປັນບາບເປັນກັມທ້ອນ ຄັນບໍ່ຟ້າວໄລ່ຄູບາອົງນັ້ນອອກໄປ ປານນີ້ຈັກອິຫຍັງຊິເສຍໄປອີກແດ່ຫຶ?
ກໍບໍ່ເປັນຫຍັງດອກເນາະ ຕັດອອກໄປໄດ້ ກໍປູກໃໝ່ໄດ້
ແມ່ນຢູ່ດອກຄູບາ..ປູກນັ້ນງ່າຍ ແຕ່ໃຜຊິມາຄອຍດູແລ ຫົດນ້ຳໃສ່ຝຸ່ນ. ບໍ່ແມ່ນຕົ້ນໄມ້ປະດັບຕາມຫົນທາງເດ້ທີ່ປູກໄວ້ແລ້ວໃຫ້ມັນຫາກິນນ້ຳເອງ
ເຈົ້າກໍຊ່າງປຽບທຽບໜໍ ພໍ່ຕູ້
ຂ້ອຍນັ່ງສົນທະນາກັບພໍ່ຕູ້ຄົນໜຶ່ງເຊິ່ງເປັນພໍ່ອອກຄ້ຳວັດມາເປັນເວລາດົນ
ໃນມື້ນັ້ນ ມີພຣະສົງສາມະເນນປະມານສິບກວ່າອົງພາກັນອະນາໄມເດີ່ນວັດ ແລະ ປັບພື້ນດິນເພື່ອຊິປູຕົ້ນໄມ້ຄືນໃໝ່ ທັງຖາງຫຍ້າ ແລະ ລິກິ່ງໄມ້ ໃນຂະນະທີ່ພວກເຮົາກຳລັງເຮັດວຽກຢູ່ນັ້ນ ມີກະຮອກໂຕໜຶ່ງກະໂດດລົງມາຈາກຕົ້ນຕານ ຜ່ານໄປສູ່ກໍໃຜ່ ແຕ່ດ້ວຍເຫດໃດ ກໍບໍ່ອາດຈະມີໃຜຮູ້ໄດ້ຂ້ອຍຄິດວ່າ ແມ່ນແຕ່ກະຮອກເອງກໍໜ້າຈະຍັງງົງກັບເຫດການທີ່ເກີດຂຶ້ນເຊັ່ນກັນ
ຄືແນວນີ້ ໃນຂະນະທີ່ຂ້ອຍກຳລັງຖາງຫຍ້າຢູ່ກ້ອງຕົ້ນຕານນັ້ນ ຂ້ອຍຮູ້ສຶກເມື່ອຍແຮງທັງປວດເອັນຄໍກໍເລີຍ ມາພັກເຊົາເມື່ອຍເອົາແຮງ ບັງເອີນວ່າໃນຂະນະທີ່ນັ່ງເຊົາເມື່ອຍຢູ່ນັ້ນ ໄດ້ແຫງນໜ້າໄປເບິ່ງຕົ້ນຕານ ທັນໃດນັ້ນ ກໍເຫຼືອບໄປເຫັນກະຮອກໂຕໜຶ່ງກຳລັງແລ່ນປໍລໍຫົວອອກມາຈາກໃບຕານ ມັນທຳທ່າຊິກະໂດດໄປໃສ່ຕົ້ນໄມ້ອີກຕົ້ນເຊິ່ງຢູ່ຫ່າງກັນປະມານສິບແມັດ ບໍ່ພໍຄາວ ມັນກໍກະໂດດໄປຕາມທີ່ຄາດຄິດອິຫຼີ ແຕ່ສິ່ງທີ່ບໍ່ເປັນໄປຕາມທີ່ຄິດຄື ມັນກະໂດດບໍ່ຮອດຕົ້ນໄມ້ຕົ້ນນັ້ນ ຕົກລົງຕໍ່ໜ້າພຣະສົງ-ສາມະເນນ ສຽງດັງ ແອັກ! ບໍ່ຕ້ອງຖາມວ່າເຈັບຫຼືບໍ່? ແຄ້ນພຸ້ນແລ້ວ!
ຄົງຈະເປັນດ້ວຍໄຫວພິບປະຕິພານຂອງເຜົ່າພັນກະຮອກ ຫຼື ແນວໃດກໍບໍ່ຮູ້ ເມື່ອຮູ້ຕົວວ່າກະຈັງຫວະຜິດພາດ ມັນຟ້າວລຸກຂຶ້ນ ອ່ວຍໜ້າ ຫາງຕັ້ງ ແລ່ນຂຶ້ນຕົ້ນໄມ້ອີກຕົ້ນທັນທີ
ຂ້ອຍນັ່ງເບິ່ງເຫດການທີ່ເກີດຂຶ້ນ ຈັກຊິຫົວຂວັນ ຫຼື ຊິສົງສານມັນດີ
ຄັນຊິຫົວອອກມາ ກະຢ້ານໝູ່ຄິດວ່າ ຄູບາອັນນີ້ ຈັ່ງແມ່ນໃຈຮ້າຍໄມ້ລະກຳ ເຫັນສັດອື່ນເປັນທຸກຕົກຍາກ ແທນທີ່ຊິມີເມດຕາສົງສານ ກັບນັ່ງຫົວຂວັນເສີຍ..ເພາະຄິດແນວນີ້ຂ້ອຍຈຶ່ງໄດ້ ເກັບອາລົມນັ້ນໄວ້. ຄິດໃນໃຈ ຄ່ອຍ ຫົວຕອນທີ່ໄປເລົ່າໃຫ້ຄົນອື່ນຟັງກໍແລ້ວກັນເນາະ ຮາຮາ…ເລື່ອງທີ່ຈະເລົ່າກໍຈົບສ່ຳນີ້ລ່ະ
ແຕ່ຢ່າຟ້າວເລື່ອນໜີ!!! ຍັງມີມຸມມອງຕໍ່ເຫດການດັ່ງກ່າວຢູ່ (ນິໄສ..ອ່ານບໍ່ເຄີຍຈົບ)
ທຳອິດ ຂ້ອຍກໍບໍ່ໄດ້ຄິດຫຍັງດອກ ຢູ່ໄປຢູ່ມາກໍຄິດຂຶ້ນໄດ້ວ່າ ໜ້າຈະຂຽນເລື່ອງນີ້ໃຫ້ຄົນອື່ນໄດ້ຮູ້ນຳ ແຕ່ຢ່າງວ່າລະເນາະ ງານຂຽນກໍຕ້ອງມີສາລະຈັກໜ່ອຍເພື່ອໃຫ້ຄຸ້ມຄ່າເວລາໃນການອ່ານ ສະນັ້ນ ຫຍໍ້ໜ້າຖັດໄປຂ້ອຍຈະສົມມຸດຕົນເອງວ່າ ເປັນຄົນມີສາລະ
ສົມມຸດວ່າ ກະຮອກໂຕນີ້ຕົກຮອດພື້ນແລ້ວມົວນອນເສົ້າໂສກເສຍໃຈຮ້ອງໄຫ້ອາໄລອາວອນກັບຄວາມພິດພາດນັ້ນ ຂ້ອຍຄິດວ່າມັນມີໂອກາດສູງທີ່ຈະຫາຍໄປຈາກໂລກນີ້ກ່ອນໄວອັນຄວນ ມັນຈະກາຍເປັນອາຫານລົດເດັດຂອງໝາແມວທີ່ຢູ່ບໍລິເວນນັ້ນຢ່າງແນ່ນອນ ແຕ່ເຫດການບໍ່ໄດ້ເປັນເຊັ່ນນັ້ນ ດ້ວຍສັນຊາດຕະຍານການເອົາຕົວລອດຈຶ່ງບໍ່ປ່ອຍໃຫ້ກະຮອກໄດ້ມານັ່ງເສຍໃຈກັບສິ່ງທີ່ເກີດຂຶ້ນ ຕົກປັບ! ມັນຟ້າວລຸກຂຶ້ນ ອ່ວຍໜ້າ ຫາງຕັ້ງ ແລ່ນຂຶ້ນຕົ້ນໄມ້ອີກຕົ້ນທັນທີ.
ຫຼຽວມາເບິ່ງຫຼາຍເຫດການໃນຊີວິດມະນຸດ
ຄົງບໍ່ມີໃຜປະຕິເສດໄດ້ວ່າ ບໍ່ເຄີຍເຮັດຫຍັງຜິດພາດເລີຍ ໜ້າຈະມີແນ່ລະທີ່ເຮັດຜິດພາດກັບບາງສິ່ງບາງຢ່າງໃນຊີວິດ ເຄີຍໄດ້ຍິນຄຳເວົ້າທີ່ວ່າ ຄົນທີ່ບໍ່ເຄີຍເຮັດຫຍັງຜິດພາດ ຄືຄົນທີ່ບໍ່ເຄີຍເຮັດຫຍັງເລີຍ ໄມເຄິລ ຈໍຣ໌ແດນ ໜຶ່ງໃນນັກບາສະເກັດບານທີ່ເກັ່ງທີ່ສຸດໃນໂລກ ບອກວ່າ “ຕະຫຼອດຊີວິດການຫຼິ້ນຂອງຂ້ອຍ ຂ້ອຍຊູດ (shoot) ພາດໄປ 9,000 ຄັ້ງ ແພ້ໄປເກືອບ 300 ເກມ ມີຢູ່ 26 ຄັ້ງທີ່ຂ້ອຍມີໂອກາດຊູດໃນວິນາທີສຸດທ້າຍເພື່ອໃຫ້ທີມກັບມາແຊງຊະນະ ແຕ່ຂ້ອຍກໍພາດໂອກາດນັ້ນໄປ ຊີວິດນີ້ຂ້ອຍພາດແລ້ວພາດອີກ ຄັ້ງແລ້ວຄັ້ງເລົ່າ ແຕ່ກໍເພາະສິ່ງນັ້ນແຫຼະຄືເຫດຜົນທີ່ເຮັດໃຫ້ຂ້ອຍປະສົບຄວາມສຳເລັດ” ຈາກຄຳເວົ້ານີ້ສະແດງໃຫ້ເຫັນວ່າຄວາມຜິດພາດເປັນເລື່ອງທຳມະດາທີ່ສາມາດເກີດຂຶ້ນໄດ້ກັບມະນຸດທຸກຄົນ ບາງຄົນອາດຈະເຄີຍຜິດພາດຫຼາຍ ບາງຄົນອາດຈະຜິດພາດໜ້ອຍ ຈະໜ້ອຍ ຫຼື ຫຼາຍ ບໍ່ແມ່ນປະເດັນສຳຄັນ..ສິ່ງສຳຄັນຄື ເມື່ອຜິດພາດແລ້ວ ເຮົາມີທັດສະນະຕໍ່ສິ່ງນັ້ນແນວໃດ
ບາງຄົນ ເມື່ອຜິດພາດແລ້ວມັກຈົມຢູ່ກັບເຫດການນັ້ນ ຈົນກາຍເປັນຄວາມທຸກທີ່ທັບຖົມ ບໍ່ໄດ້ໝາຍຄວາມວ່າບໍ່ໃຫ້ມີຄວາມກົງວົນ ຫຼື ເປັນທຸກກັບຄວາມຜິດພາດນັ້ນ ເປັນທຸກໄດ້, ເສຍໃຈໄດ້, ຮ້ອງໄຫ້ໄດ້
ແຕ່ຫຼັງຈາກຮ້ອງໄຫ້ແລ້ວ ລຸກຂຶ້ນມາ ຫາທາງສູ້ຕໍ່ໄປ ຢ່າຈົມດິ່ງຢູ່ກັບບັນຫາດົນເກີນໄປ ຖ້າເຮົາຈົມດິ່ງລົງ ເຮົາຈະຈົມເລິກລົງເລື້ອຍໆຈົນຍາກທີ່ປີນປ່າຍຂຶ້ນມາ ຍິ່ງຈົມລົງເລິກເທົ່າໃດເຮົາກໍທຸກຫຼາຍເທົ່ານັ້ນ ແລະ ການແກ້ໄຂກໍຕ້ອງໃຊ້ເວລານານຂຶ້ນ ຄຳຖາມງ່າຍໆກໍຄື
ມັນຄຸ້ມຄ່າຢູ່ບໍ່ທີ່ຈະເສຍເວລາໄປກັບຄວາມຜິດພາດ ແລ້ວພາເຮົາຈົມດິ່ງໄປສູ່ຄວາມທຸກຊັກໄຊ້?
ຂ້ອຍຄິດວ່າໜ້າຈະເປັນການເສຍເວລາທີ່ຫາປະໂຫຍດບໍ່ໄດ້
ສິ່ງທີ່ຈຳແນກມະນຸດໃນສັງຄົມໃຫ້ແຕກຕ່າງກັນໃນແງ່ທີ່ວ່າ ບາງຄົນມີຄວາມທຸກງ່າຍແຕ່ສຸກຍາກ ບາງຄົນມີທຸກຍາກແຕ່ສຸກງ່າຍ ກໍເພາະການມີທັດສະຄະຕິຕໍ່ເຫດການທີ່ເກີດຂຶ້ນໃນຊີວິດແຕກຕ່າງກັນ ດັ່ງນັ້ນ ການມອງໃນແງ່ທີ່ວ່າຈະພາໃຫ້ເຮົາຈົມດິ່ງລົງເລື້ອຍໆ ເຮົາກໍຮູ້ແລ້ວວ່າມັນຈະນຳພາເຮົາໄປສູ່ສິ່ງໃດ ຖ້າເຮົາກັບມຸມມອງເປັນອີກແບບໃໝ່ ໜ້າຈະເຮັດໃຫ້ເຮົາໃຊ້ຊີວິດໄດ້ງ່າຍຂຶ້ນເນາະ
ມອງແບບໃດລະ ຄູບາ?
ແບບກະຮອກເດ້!! ລົ້ມແລ້ວຈຸກ ເຮີຍ!! ລົ້ມແລ້ວລຸກ ລຸກແລ້ວແລ່ນເລີຍ!
ຂໍໃຫ້ທຸກຄົນມີຄວາມສຸກກັບ ການລົ້ມລຸກ, ລຸກລົ້ມ ແລະ ລົ້ມລຸກ
ເພາະນັ້ນຄື ການມີຄວາມສຸກກັບຊີວິດ
ຕົ້ນລະດູໜາວ, ປີ 2564.