01
ຫາກຜູ້ອ່ານຕິດຕາມການຣີວິວໜັງສືເຫຼັ້ມນີ້ມາຕັ້ງແຕ່ຕົ້ນ ກໍຈະຮູ້ວ່າພວກເຮົາເດີນທາງມາຮອດຄວາມລັບຂໍ້ສຸດທ້າຍກັນແລ້ວ ບໍ່ຮູ້ວ່າຜູ້ອ່ານຍັງຈື່ກັນໄດ້ບໍ່ ວ່າຄວາມລັບແຕ່ລະຂໍ້ມີຫຍັງແດ່ແລະໄດ້ລອງນຳໄປໃຊ້ໃນຊີວິດຈິງໄດ້ໜ້ອຍຫຼາຍສ່ຳໃດ ແຕ່ຖ້າຈື່ບໍ່ໄດ້ກໍບໍ່ເປັນຫຍັງ ຄວັນສີເທົາ ຊິຂໍເປັນມ້າຮັບໃຊ້ ເພື່ອນຳເອົາຄວາມລັບທັງຫ້າຂໍ້ມາສະແດງຕໍ່ຜູ້ອ່ານອີກຄັ້ງໜຶ່ງ
ໜຶ່ງ-ຊື່ສັດກັບຕົນເອງ
ສອງ-ຢ່າປ່ອຍໃຫ້ເສຍດາຍ
ສາມ-ໃຊ້ຊີວິດດ້ວຍຄວາມຮັກ
ສີ່-ຢູ່ກັບປັດຈຸບັນ
ແລະ ຫ້າ-ໃຫ້ຫຼາຍກວ່າຮັບ ເຊິ່ງເປັນຂໍ້ສຸດທ້າຍທີ່ພວກເຮົາກຳລັງຈະໄດ້ທັດສະນາໃນຫຍໍ້ໜ້າຕໍ່ໄປ-ຂໍຮຽນເຊີນ!
ດຣ.ໄອໂຊ ໄດ້ເລີ່ມຕົ້ນບົດນີ້ດ້ວຍງານສົບ
ລາວເລົ່າວ່າສະໄໝເປັນບ່າວຕອນທີ່ລາວເຮັດງານເປັນອະນຸສາສະນາຈານ (ທະຫານທີ່ດູແລເລື່ອງກ່ຽວກັບສາສະໜາໃນກອງທັບ) ລາວໄດ້ຈັດພິທີສົບໃຫ້ແກ່ຊາຍຄົນໜຶ່ງຜູ້ທີ່ອາໄສຢູ່ໃນເມືອງນັ້ນມາເກືອບຕະຫຼອດຊີວິດ ແຕ່ອະນິດຈາ ລາວຫຼຽວຫຼັງແລໜ້າກໍເຫັນແຕ່ຜູ້ຈັດພິທີກັບຕົນເອງເທົ່ານັ້ນ ເພາະບໍ່ມີແມ່ນແຕ່ຄົນດຽວທີ່ມາຮ່ວມໄວ້ອາໄລແກ່ຊາຍຄົນນັ້ນເລີຍ ແມ່ນແຕ່ລູກຕົນເອງທີ່ອາໄສຢູ່ບໍ່ໄກຈາກພິທີກໍບໍ່ມີໃຜຄິດຈະມາຮ່ວມງານ ຈາກເຫດການນີ້ຈຶ່ງເຮັດໃຫ້ໄອໂຊແປກໃຈແຮງ ຊີວິດຄົນໆໜຶ່ງທີ່ດຳເນີນມາຢ່າງຍາວນານ ແຕ່ເປັນຫຍັງຈຶ່ງມີຄວາມສຳພັນກັບຜູ້ຄົນໜ້ອຍຂະໜາດນີ້?
ຕໍ່ມາ ຄວາມສົງໄສຂອງລາວກໍມະລາຍຫາຍໄປ ເມື່ອມາຮູ້ພາຍຫຼັງວ່າຕະຫຼອດຊີວິດຂອງຊາຍຜູ້ນີ້ໄດ້ໝົກໝຸ້ນຢູ່ແຕ່ກັບເລື່ອງຂອງຕົນເອງເທົ່ານັ້ນ ໝາຍຄວາມວ່າ ລາວສົນໃຈສະເພາະແຕ່ເລື່ອງຂອງຕົນເອງ ໂດຍບໍ່ໄດ້ຄິດເຖິງຜູ້ອື່ນເລີຍ ຈົນຊີວິດໃນຊ່ວງສຸດທ້າຍຂອງລາວຕ້ອງຂື່ນຂົມແລະເຈັບປວດແສນສາຫັດ ສິ່ງໃດທີ່ເກີດມາພ້ອມກັບລາວສິ່ງນັ້ນກໍດັບໄປພ້ອມຕົວຕົນຂອງລາວ
ໄອໂຊ ໄດ້ປຽບທຽບງານສົບຂອງຊາຍຜູ້ນີ້ກັບງານສົບປູ່ຂອງລາວວ່າ ມັນຊ່າງແຕກກັນປານນາງຟ້າກັບໝາວັດ (ມັນກ່ຽວຫຍັງກັນຫຶ) ເອົາເປັນວ່າມັນຕ່າງກັນຫຼາຍກໍແລ້ວກັນ ເພາະງານສົບປູ່ຂອງລາວມີຄົນມາຮ່ວມຢ່າງລົ້ນຫຼາມຈົນເຮັດໃຫ້ຫ້ອງຈັດງານທີ່ເຄີຍກວ້າງກາຍເປັນຫ້ອງແຄບໄປທັນທີ ສິ່ງນີ້ເກີດຈາກການທີ່ປູ່ຂອງລາວດຳເນີນຊີວິດມາອີກແບບໜຶ່ງເຊິ່ງຕ່າງໂດຍສິ້ນເຊີງຈາກຊາຍຄົນນັ້ນ
ຈາກເຫດການທັງສອງຈຶ່ງເຮັດໃຫ້ລາວໄດ້ຂໍ້ສະຫຼຸບວ່າ ງານສົບເປັນສັນຍາລັກບອກວ່າ “ມະນຸດໃຊ້ຊີວິດມາແບບໃດ ເຂົາກໍຈະຕາຍໄປແບບນັ້ນ”
“ຄວາມສຸກສູງສຸດໃນຊີວິດມາຈາກ ສິ່ງທີ່ເຮົາໃຫ້ອອກໄປ ບໍ່ແມ່ນສິ່ງທີ່ເຮົາຮັບເຂົ້າມາ” ລຸງເຄນ-ຊ່າງຕັດຜົມໜຶ່ງໃນຜູ້ທີ່ໄອໂຊສຳພາດໄດ້ກ່າວໄວ້
ລຸງເຄນບອກວ່າ “ເຄີຍໄປຮ່ວມງານສົບມາຫຼາຍງານ ແຕ່ລະງານຈະມີຄວາມແຕກຕ່າງກັນ ບາງງານໃຊ້ເວລາສິບນາທີ ບາງງານໃຊ້ເວລາເກີນສິບຊົ່ວໂມງ ລາວບອກວ່າບາງຄົນມີຊີວິດທີ່ສົ່ງຜົນກະທົບຕໍ່ຊີວິດຜູ້ອື່ນໃນທາງທີ່ດີຈົນມີແຕ່ຄົນຢາກເວົ້າເຖິງຢ່າງບໍ່ມີທີ່ສິ້ນສຸດ ສິ່ງແບບນີ້ຈະບໍ່ມີທາງເກີດຂຶ້ນໄດ້ໃນງານສົບຂອງຄົນທີ່ສົນໃຈແຕ່ເລື່ອງຂອງຕົນເອງ ລາວຈຶ່ງແນະນຳວ່າ ເຮົາຄວນໃຊ້ຊີວິດໃນແບບທີ່ວ່າ ງານສົບຂອງເຮົາຈະໃຊ້ເວລາເກີນສິບຊົ່ວໂມງ”
ຈາກເລື່ອງລາວຂອງລຸງເຄນເຮັດໃຫ້ລະລຶກຂຶ້ນມາວ່າ ເອ..ງານສົບຂອງເຮົາຊິມີໜ້າຕາເປັນແບບໃດນໍ ສິບນາທີຫຼືສິບຊ່ວງໂມງ ແລ້ວຜູ້ອ່ານລ່ະຢາກໃຫ້ງານສົບມີໜ້າຕາເປັນແບບໃດ? ເຊີນອອກແບບເອງໄດ້ເລີຍ
ບາງຄົນອາດຈະຄັນປາກຢາກຖຽງວ່າ ຄວັນສີເທົາ ເຮົາບໍ່ໄດ້ເກີດມາເພື່ອຊິຈັດງານສົບເພື່ອໃຫ້ຍິ່ງໃຫຍ່ອະລັງການງານສ້າງອິຫຍັງດອກ ຕາຍໄປແລ້ວໃຜຊິມາຮ່ວມຫຼືບໍ່ມາກໍຊ່າງຫົວ….ເຖາະ (ກະລຸນາເຕີມຄຳໃນຊ່ອງວ່າງ ເຜືອກ ມັນ ສາລີ ເຂົ້າໂພດ ອິຫຍັງກໍວ່າໄປ) ເພາະເຮົາຈະຂຶ້ນສະຫວັນຫຼືລົງນາຮົກບໍ່ແມ່ນເພາະຄົນມາຮ່ວມງານສົບໜ້ອຍຫຼືຫຼາຍດອກ
ຂ້ອຍຄິດວ່າຂໍສັງເກດນີ້ໜ້າຟັງ ການມີງານສົບທີ່ອະລັງການຫຼືມີຄົນມາຮ່ວມງານຢ່າງລົົ້ນຫຼາມ ບໍ່ໄດ້ກາຣັນຕີວ່າ ບຸກຄົນຄົນນັ້ນເປັນຄົນດີຫຼືມີຄວາມສຸກສະເໝີໄປ
ແຕ່ທ້າຍທີ່ສຸດເຮົາກໍຕ້ອງຍອມຮັບວ່າ ຄົນທີ່ເອື້ອເຟື້ອຕໍ່ເພື່ອມະນຸດ ຄົນທີ່ບໍ່ເຫັນແກ່ຄວາມຕ້ອງການຂອງຕົນເອງຈົນເກີນໄປ ເມື່ອລົ້ມຫາຍຕາຍຈາກ ເຖິງແມ່ນວ່າບໍ່ຕ້ອງການໃຫ້ໃຜມາຮ່ວມງານສົບ ຄົນກໍຫຼັ່ງໄຫຼມາຢູ່ດີ ສາສະດາຂອງສາສະໜາທັງຫຼາຍເປັນຕົວຢ່າງທີ່ດີຂອງບຸກຄົນເຊັ່ນນີ້ ເອົາຕົວຢ່າງໃນຍຸກປັດຈຸບັນກໍໄດ້ ຫຼວງພໍ່ພຸດທະທາດ ຫຼວງພໍ່ປັນຍາ ຍາທ່ານຊາລີ ຍາທ່ານຜ່ອງເປັນຕົ້ນ ຂ້ອຍບໍ່ຮູ້ດອກທ່ານເຫຼົ່ານີ້ຕ້ອງການໃຫ້ຄົນມາຮ່ວມງານສົບຫຼືໄວ້ອາໄລໜ້ອຍຫຼາຍສ່ຳໃດ ແຕ່ຄວາມເປັນຈິງຄືມີຄົນຫຼັ່ງໄຫຼມາຈາກທຸກສາລະທິດ ນີ້ສະແດງໃຫ້ເຫັນວ່າບຸກຄົນເຫຼົ່ານີ້ໃຊ້ຊີວິດອີກແບບໜຶ່ງທີ່ຕ່າງໄປຈາກຄົນທົ່ວໄປ ຖ້າຖາມ ດຣ.ໄອໂຊ ລາວຄົງບອກວ່າ
ຄູບາ! ເບິ່ງປາກໄອໂຊໃຫ້ດີ ບຸກຄົນເຫຼົ່ານີ້ລ້ວນແລ້ວແຕ່ມີຊີວິດທີ່ເອື້ອເຟື້ອຕໍ່ເພື່ອນມະນຸດທັງນັັ້ນແຫຼະ-ຂໍນະມັດສະການ ຂ້ານ້ອຍ.
02
ຊີວິດທີ່ມີຄວາມໝາຍຄືຊີວິດທີ່ສາມາດສະຫຼາຍອັດຕາຕົນເອງໄດ້
ຈາກການສຳພາດຜູ້ຄົນມາມາກຫຼາຍ ດຣ.ໄອໂຊ ບອກວ່າ ລາວຮູ້ສຶກແລະເຊື່ອວ່າ “ເລິກໆແລ້ວເຮົາຕ່າງປາຖະໜາທີ່ຈະເຊື່ອມໂຍງຕົນເອງກັບບາງສິ່ງທີ່ໃຫຍ່ກວ່າ ແລະການໃຫ້ (ລວມທັງຄວາມເອື້ອເຟືອ ເກື້ອກູນແລະເມດຕາ) ສາມາດເຮັດໃຫ້ເຮົາເຊື່ອມໂຍງກັບສິ່ງນັ້ນໄດ້” ຄຳວ່າ ສິ່ງທີ່ໃຫຍ່ກວ່າຕົວເຮົາ ອາດຈະໝາຍເຖິງໂລກແລະມະນຸດຊາດທັງມວນ ຫຼືພຣະຜູ້ເປັນເຈົ້າຕາມຄວາມເຊື່ອຂອງສາສະໜາເທວະນິຍົມ ຫຼືອາດຈະເປັນທຳມະຊາດຕາມຄວາມເຊື່ອຂອງສາສະໜາອະເທວະນິຍົມເຊັ່ນ ພຸດ ເຊນ ຂົງຈື້ເປັນຕົ້ນ ການມີສາຍສຳພັນຫຼືເຊື່ອມໂຍງຕົວເຮົາກັບສິ່ງທີ່ຍິ່ງໃຫຍ່ນີ້ຈະເຮັດໃຫ້ເຮົາຮູ້ສຶກວ່າ ຊີວິດມີຄວາມໝາຍ
ຈິມ-ໜຶ່ງໃນບຸກຄົນທີ່ໄອໂຊສຳພາດອະທິບາຍວ່າ “ສິ່ງທີ່ເຮັດໃຫ້ຊີວິດຂ້ອຍມີຄວາມໝາຍຄືການຮູ້ວ່າຂ້ອຍໄດ້ເຮັດໃຫ້ສະຖານທີ່ທີ່ຄ້າງຄືນມີສະພາບດີກວ່າຕອນທີ່ຂ້ອຍໄດ້ພົບມັນ” ເມື່ອອ່ານມາຮອດໝ່ອງນີ້ເຮັດໃຫ້ຂ້ອຍລະນຶກເຫັນປ້າຍທີ່ຕິດໄວ້ຂ້າງເສົາກຸຕິຫຼັງໜຶ່ງ ເມື່ອຕອນທີ່ຂ້ອຍຍ້າຍມາຢູ່ວຽງຈັນໃໝ່ໆ ໃນປ້າຍນັ້ນມີຂໍ້ຄວາມວ່າ “ຢູ່ໃຫ້ເພິ່ນວ່າດີ ໜີໃຫ້ເພິ່ນຄິດຮອດ” ຂ້ອຍຄິດວ່າຄຳເວົ້າຂອງຈິມກັບຄຳເວົ້າໃນປ້າຍນີ້ໜ້າຈະມີຄວາມໝາຍບໍ່ຕ່າງກັນ ເພາະມັນຊີ້ໄປຫາຄວາມສຳພັນລະຫວ່າງຕົວເຮົາກັບສິ່ງທີ່ໃຫຍ່ກວ່າເຮົາ ຈິມກັບສະຖານທີ່ທີ່ລາວຄ້າງຄືນ ຂ້ອຍກັບວັດທີ່ຂ້ອຍອາໄສຢູ່ ແນ່ນອນ ສະຖານທີ່ຍ່ອມໃຫຍ່ກວ່າຕົວເຮົາຢູ່ແລ້ວ
ສະນັ້ນ ການມີຄວາມສຳພັນອັນດີລະຫວ່າງເຮົາກັບສິ່ງນັ້ນຈຶ່ງເຮັດໃຫ້ເຮົາຮູ້ສຶກດີ ຮູ້ສຶກວ່າເຮົາບໍ່ໄດ້ໃຊ້ສະຖານທີ່ນັ້ນພຽງຢ່າງດຽວ ແຕ່ໄດ້ສ້າງສິ່ງດີງາມໃຫ້ແກ່ສິ່ງນັ້ນພ້ອມ ເຊັ່ນ ທຳຄວາມສະອາດ ຫຼືສ້າງປະໂຫຍດແກ່ຜູ້ຄົນທີ່ອາໄສຢູ່ໃນນັ້ນ ເມື່ອເຮົາຈາກໄປ ຄວາມຮູ້ສຶກທີ່ເກີດຂຶ້ນຄື ເຮົາກັບສິ່ງນັ້ນບໍ່ໄດ້ຫ່າງໄກກັນ ເພາະມີສາຍໃຍທີ່ໂຍງເຮົາເຂົ້າກັບສິ່ງນັ້ນໄດ້ຕະຫຼອດເວລາ
ຈາກການສຳພາດຜູ້ຄົນໄອໂຊສັງເກດເຫັນວ່າ ຄວາມຕ່າງລະຫວ່າງຜູ້ສູງໄວທີ່ມີຄວາມພໍໃຈກັບຊີວິດກັບຜູ້ສູງໄວທີ່ຂົມຂື່ນ ກໍຄື ຄວາມຮູ້ສຶກວ່າຊີວິດມີສາຍສຳພັນກັບບາງຢ່າງທີ່ຍິ່ງໃຫຍ່ກວ່າຕົນ ເມື່ອເປັນເຊັ່ນນັ້ນ ໃນຊີວິດມະນຸດຈຶ່ງມີພາລະກິດສຳຄັນຈະຕ້ອງເຮັດສອງເລື່ອງຄື ໜຶ່ງ-ການຄົ້ນຫາຕົນເອງ ສອງ-ສະຫຼາຍຕົວຕົນນັ້ນ ເພາະຍິ່ງເຮົາສະຫຼາຍຕົວຕົນໄດ້ຫຼາຍເທົ່າໃດກໍຈະເຮັດໃຫ້ເຮົາເຂົ້າໃກ້ສິ່ງທີ່ຍິ່ງໃຫຍ່ໄດ້ຫຼາຍຂຶ້ນເທົ່ານັ້ນ ໃນການສະຫຼາຍຕົວຕົນບໍ່ມີວິທີໃດດີເທົ່າການອຸທິດຊີວິດແກ່ການໃຫ້ ອຸທິດໃຫ້ແກ່ການປັບໂລກໃຫ້ດີຂຶ້ນກວ່າມື້ທີ່ເຮົາມາພົບມັນ
ສິ່ງທີ່ເວົ້າມາອາດຈະເປັນນາມະທັມເກີນໄປຂໍຂະຫຍາຍຄວາມອີກຈັກໜ່ອຍ ໃນວັດທະນະທຳຂອງຊາວພຸດເຮົາເຊື່ອວ່າ ພຣະນິບພານຄືສິ່ງສູງສຸດ ຜູ້ທີ່ປາຖະໜາຈະບັນລຸເຖິງນິບພານນັ້ນ ຕ້ອງຂັດເກົາຕົນເອງໃຫ້ເປັນຜູ້ທີ່ບໍລິສຸດ ໃນອະນັດຕະລັກຂະນະສູດກ່າວໄວ້ວ່າ ຜູ້ທີ່ກຳຈັດໂລພະ ໂທສະ ແລະໂມຫະໄດ້ແລ້ວ ນັ້ນຄືສະພາວະທີ່ເປັນນິບພານ ໝາຍຄວາມວ່າ ຖ້າເຮົາຢາກເຂົ້າໃກ້ພຣະນິບພານ ເຮົາຕ້ອງພະຍາຍາມກຳຈັດໂລພະ ໂທສະ ແລະໂມຫະໃຫ້ເຫຼືອໜ້ອຍລົງເທົ່າທີ່ຈະເຮັດໄດ້
ແລ້ວເຮົາຈະກຳຈັດໂລພະ ໂທສະແລະໂມຫະໄດ້ແນວໃດ?
ໂທສະກຳຈັດດ້ວຍເມດຕາ ໂມຫະກຳຈັດດ້ວຍປັນຍາ ສ່ວນໂລພະເຮົາສາມາດກຳຈັດໄດ້ດ້ວຍການໃຫ້ ດ້ວຍການເສຍສະລະ ດ້ວຍການເອື້ອເຟື້ອເຜື່ອແຜ່ຕໍ່ເພື່ອນມະນຸດ ເມື່ອເຮົາກຳຈັດສິ່ງເຫຼົ່ານີ້ໄດ້ຫຼາຍສ່ຳໃດກໍສະແດງວ່າເຮົາເຂົ້າໃກ້ຫຼືເຊື່ອມໂຍງຕໍ່ພຣະນິບພານຫຼືສິ່ງທີ່ຍິ່ງໃຫຍ່ໄດ້ຫຼາຍສ່ຳນັ້ນ
ຫາກເຮົາເອົາແຕ່ສົນໃຈສະເພາະເລື່ອງຕົນເອງ ໝຸກໝຸ້ນຢູ່ແຕ່ກັບຕົນເອງ ໂດຍບໍ່ສົນໃຈຊາວໂລກເລີຍນັ້ນ ຄຳຖາມຄືວ່າ ແລ້ວເຮົາຊິຮູ້ສຶກເຊື່ອມໂຍງກັບໂລກໃບນີ້ລວມເຖິງຜູ້ຄົນຕ່າງໆໄດ້ແນວໃດ ຊີວິດທີ່ຢູ່ຢ່າງໂດດດ່ຽວທາງຈິດວິນຍານຍ່ອມຫ່າງໄກຈາກສິ່ງທີ່ຍິ່ງໃຫຍ່ ບຸກຄົນທີ່ມີຄວາມສຸກທີ່ສຸດຄືບຸກຄົນທີ່ໝຸກໝຸ້ນກັບຕົນເອງໜ້ອຍທີ່ສຸດ ແລ້ວມຸ້ງຄວາມສົນໃຈໄປທີ່ສິ່ງທີ່ຢາກຝາກໄວ້ໃຫ້ຄົນຮຸ່ນຫຼັງ ໂລກນີ້ເປັນສິ່ງທີ່ເຮົາຍືມມາຈາກຄົນຮຸ່ນກ່ອນແລະເຮົາຈະສົ່ງໃຫ້ຄົນຮຸ່ນຕໍ່ໄປ ແຕ່ຊິເຮົາເຮັດແນວໃດໃຫ້ໂລກນີ້ດີກວ່າມື້ທີ່ເຮົາມາພົບມັນ?
ການໝຸກໝຸ້ນຢູ່ແຕ່ກັບເລື່ອງຂອງຕົນເອງ ການເຫັນແກ່ຕົວເອງພຽງຢ່າງດຽວ ການກອບໂກຍແລະສະສົມຊັບສົມບັດໃຫ້ຫຼາຍຂຶ້ນ ທ້າຍທີ່ສຸດເຮົາກໍຮູ້ວ່າສິ່ງເຫຼົ່ານີ້ບໍ່ແມ່ນສາລະສຳຄັນຂອງຊີວິດເລີຍ ກົງກັນຂ້າມ ການເຫັນແກ່ຕົວໃຫ້ໜ້ອຍ ເອື້ອເຟື້ອໃຫ້ຫຼາຍຂຶ້ນ ເປັນມິດກັບເພື່ອນຮ່ວມໂລກໃຫ້ຫຼາຍຂຶ້ນ ເຝິກໃຊ້ຊີວິດເພື່ອຄົນອື່ນໃຫ້ຫຼາຍຂຶ້ນ ໃຊ້ຊີວິດແບບນີ້ ຈະສາມາດສະຫຼາຍອັດຕາແລ້ວຫຼອມລວມຕົວເຮົາເຂົ້າກັບສິ່ງທີ່ຍິ່ງໃຫຍ່ໄດ້
ການເຊື່ອມໂຍງຕົນເອງກັບສິ່ງທີ່ຍິ່ງໃຫຍ່ຈະເຮັດໃຫ້ເຮົາຮູ້ສຶກວ່າ
ຊີວິດນີ້ມີຄວາມໝາຍແລະຕາຍຢ່າງມີຄວາມສຸກ-ນີ້ຄືຄວາມລັບທີ່ຜູ້ອາວຸໂສທັງຫຼາຍໄດ້ຄົ້ນພົບ
ຂໍໃຫ້ຜູ້ອ່ານມີຊີວິດເຊັ່ນນັ້ນ
ຄວັນສີເທົາ ອ່ານ
ຕົ້ນລະດູຝົນ, ປີ 2564.