Discrimination

ຂ້ອຍໄດ້ຍິນຄຳຄຳນີ້ມາຈາກວິດີໂອສັ້ນໆ ທີ່ໝູ່ຄົນໜຶ່ງໃນຫ້ອງຮຽນພາສາອັງກິດສົ່ງມາໃຫ້ ໃນວິດີໂອນັ້ນ ເຂົາກ່າວເຖິງຊີວິດຂອງຄົນຜິວສີວ່າເປັນຄົນທີ່ຖືກຄົນອື່ນເອົາປຽບແທບທຸກຢ່າງ ຖືກດູຖູກ ດູໝິ່ນ ເຮັດໃຫ້ຄົນຜິວສີມີຊີວິດທີ່ລຳບາກທ່າມກາງສັງຄົມໂລກ ເຂົາບອກວ່າ ໂດຍທົ່ວໄປແລ້ວມະນຸດມັກຊື່ນຊອບຄົນຜິວຂາວເພາະມັນສະແດງອອກເຖິງຄວາມບໍລິສຸດ ຜ່ອງໃສ ຂະນະດຽວກັນເຮົາກໍບໍ່ມັກຜິວດຳເພາະເບິ່ງແລ້ວບໍ່ງາມຕາ ສະນັ້ນ ຜູ້ຄົນຈຶ່ງສ້າງຄ່ານິຍົມນີ້ຂຶ້ນໃນສັງຄົມ ຜົນທີ່ຕາມມາກໍຄືຕ່າງຄົນກໍຕ່າງຢາກມີຜິວຂາວ ຜູ້ຂາວຢູ່ແລ້ວກໍພະຍາຍາມຮັກສາໃຫ້ມັນຂາວຕະຫຼອດໄປ ສ່ວນຜູ້ທີ່ບໍ່ຂາວກໍຫາທຸກວິທີເພື່ອປັບຜິວໃຫ້ກະຈ່າງໃສຂຶ້ນ ຈາກຄ່ານິຍົມນີ້ ຈຶ່ງເຮັດໃຫ້ບໍລິສັດເຄື່ອງສຳອາງເກີດຂຶ້ນມາກມາຍໃນໂລກ ແລະ ບໍລິສັດປະເພດນີ້ນີ້ເອງ ທີ່ເປັນສິ່ງທີ່ກະຕຸ້ນໃຫ້ຜູ້ຄົນທີ່ມີຄວາມຢາກຢູ່ແລ້ວ ຢາກຍິ່ງຂຶ້ນໄປອີກ ໃນຊ່ວງທ້າຍຂອງວິດີໂອ ເຂົາສະຫຼຸບວ່າ ບໍ່ວ່າໂລກຈະປ່ຽນແປງໄປຫຼາຍສ່ຳໃດ ການດູຖູກດູໝິ່ນຄົນຜິວສີ ຈະຍັງຄົງຢູ່ຄູ່ກັບສັງຄົມໂລກຕໍ່ໄປ

ຄວາມຈິງ ບໍ່ແມ່ນສະເພາະແຕ່ເລື່ອງຜິວພັນດອກທີ່ມະນຸດເຮົາເລືອກປະຕິບັດຕໍ່ກັນ ມັນຍັງລວມໄປເຖິງ ເພດ ເຜົ່າພັນ ເຊື້ອຊາດ ສາສະໜາ ແລະ ວັດທະນະທຳ ຄວາມແຕກຕ່າງເຫຼົ່ານີ້ເຮັດໃຫ້ມະນຸດຂ້າຟັນກັນຈົນລົ້ມຕາຍໄປແລ້ວບໍ່ຮູ້ວ່າຈັກລ້ານຄົນ ໃນສະໄໝສົງຄາມໂລກຄັ້ງທີ 2 ມີເຫດການໜຶ່ງທີ່ໂລກບໍ່ມີວັນລືມ ມັນເປັນເຫດການທີ່ເສົ້າສະຫຼົດ ບໍ່ໜ້າເຊື່ອວ່າການກະທຳແບບນີ້ຈະອອກມາຈາກຈິດໃຈຂອງມະນຸດທີ່ເຮົາເຊື່ອວ່າເປັນຜູ້ທີ່ມີມະນຸດສະຍະທັມ ເຫດການດັັ່ງກ່າວເປັນເຫດການສັງຫານໝູ່ຊາວຍິວຂອງພັກນາຊີເຢຍລະມັນ (The Holocaust) ໜຶ່ງໃນສາເຫດຂອງການຂ້າລ້າງເຜົ່າພັນຄັ້ງນີ້ແມ່ນ ຄວາມແຕກຕ່າງເລື່ອງຊາດເຊື້ອ ແລະ ເຜົ່າພັນ ອະດ໊ອບ ຮິດເລີ ຜູ້ນຳນາຊີໃນສະໄໝນັ້ນ ເຊື່ອວ່າ ເຜົ່າພັນຂອງຕົນ (ອາຣະຍັນ) ເທົ່ານັ້ນ ທີ່ສູງສົ່ງ ແລະ ສົມຄວນຢູ່ໃນໂລກຕໍ່ໄປ ສ່ວນເຜົ່າພັນອື່ນສົມຄວນຖືກລົບລ້າງອອກໄປ ດ້ວຍຄວາມເຊື່ອເຊັ່ນນີ້ ຈຶ່ງເຮັດໃຫ້ລາວສັ່ງຂ້າຄົນຍິວ ແລະ ສະເລີຍເສິກ ປະມານ 6 ລ້ານຄົນ ລອງຄິດເບິ່ງວ່າຫົກລ້ານຄົນຫຼາຍສ່ຳໃດ ເກືອບເທົ່າກັບຄົນລາວທັງປະເທດໃນປັດຈຸບັນນີ້ (ປັດຈຸບັນລາວມີປະກອນປະມານ 7 ລ້ານຄົນ) ເຫດການແບບນີ້ຈະບໍ່ເກີດຂຶ້ນເລີຍຖ້າເຮົາຍອມຮັບຄວາມແຕກຕ່າງຂອງກັນ ແລະ ກັນໄດ້ ຍອມຮັບວ່າ ເຮົາກໍບໍ່ຄືຄົນອື່ນ ຄົນອື່ນກໍບໍ່ຄືເຮົາ ແຕ່ເຮົາຈຳເປັນຕ້ອງຢູ່ຮ່ວມກັນໃນໂລກ

ໂລກມະນຸດມີໄພອັນຕະລາຍຫຼາຍຢ່າງ ຖ້າແບ່ງແບບກວ້າງໆກໍມີ 2 ຢ່າງຄື ໜຶ່ງ-ໄພຈາກທຳມະຊາດ ເຊັ່ນ ນ້ຳຖ້ວມ ແຜ່ນດິນໄຫວ ພູເຂົາໄຟລະເບີດ ໂຣຄາພະຍາດຕ່າງໆ ເປັນຕົ້ນ ສອງ-ໄພຈາກມະນຸດດ້ວຍກັນ ເຊັ່ນ ສົງຄາມ ການດູໝິ່ນຖິ່ນແຄນກັນ ເປັນຕົ້ນ ຖ້າໃຜຕິດຕາມຂ່າວຈະຮູ້ວ່າປັດຈຸບັນນີ້ເກີດຄວາມຂັດແຍ້ງກັນຂຶ້ນໃນໂລກຫຼາຍແຫ່ງ ເຊິ່ງໜຶ່ງໃນນັ້ນກໍຄື ເລື່ອງທະເລຈີນໃຕ້ ຫຼາຍປະເທດກໍອ້າງວ່າເປັນເຂດແດນຂອງຕົນ ເມື່ອບໍ່ມີໃຜຍອມໃຜ ກໍຕ້ອງສະແດງກຳລັງເຂົ້າໃສ່ກັນ ຕອນນີ້ ກຳລັງ ຫຶ່ມໆ ກັນຢູ່ ບໍ່ຮູ້ວ່າໃນອະນາຄົດຊິລົງເອີຍກັນແນວໃດ ຖ້າໜັກໄປອາດຈະລຸກລາມໄປເປັນສົງຄາມໂລກກໍເປັນໄດ້ ນີ້ຄືໄພທີ່ມະນຸດດ້ວຍກັນສ້າງຂຶ້ນ ຜູ້ຂຽນມອງວ່າ ໄພຢ່າງທີສອງນີ້ ເປັນໄພທີ່ບໍ່ຈຳເປັນເລີຍທີ່ເຮົາຈະສ້າງມັນຂຶ້ນ ລຳພັງແຕ່ໄພຈາກທຳມະຊາດເຊັ່ນ ໂຣກໂຄວິດ-19 ເຮົາກໍຍັງຊິຮັບມືບໍ່ໄຫວແລ້ວ ອັນນີ້ເຮົາຍັງມາຕໍ່ສູ້ກັນເອງອີກ ຂ້ອຍຄິດວ່າເປັນການກະທຳທີ່ບໍ່ສະຫຼາດເລີຍ

ເວົ້າໃຫ້ແຄບເຂົ້າມາອີກໃນສັງຄົມລາວເຮົາ ກໍຍັງມີຄວາມຂັດແຍ້ງຫຼາຍຢ່າງ ແຕ່ເປັນຄວາມຂັດແຍ້ງທີ່ຍັງບໍ່ແຜ່ອອກເປັນວົງກວ້າງ ຄັ້ງໜຶ່ງ ໝູ່ຮຸ່ນອ້າຍໄດ້ເລົ່າໃຫ້ຂ້ອຍຟັງວ່າ ຕອນທີ່ລາວກຳລັງສຶກສາຢູ່ມະໄລແຫ່ງຊາດ ມີນັກສຶກສາທີ່ນັບຖືສາສະໜາແຕກຕ່າງກັນມາຮຽນໃນຫ້ອງດຽວກັນ ເວລາວ່າງພວກເຂົາມັກຈະລົມກັນຫຼິ້ນຕາມພາສາຂອງໝູ່ເພື່ອນ ແຕ່ໃນຂະນະດຽວກັນກໍມີນັກສຶກສາບາງຄົນທີ່ພະຍາຍາມຊັກຊວນເພື່ອນໃນຫ້ອງວ່າ ພວກເຈົ້ານີ້ກຳລັງຖືກໄຟໄໝ້ຢູ່ເດີ ຖ້າວ່າບໍ່ຟ້າວປ່ຽນສາສະໜາຕໍ່ໄປຊິເຮັດໃຫ້ເປັນທຸກຫຼາຍຢ່າງຕາມມາ, ອີກເຫດການໜຶ່ງ ຂ້ອຍໄດ້ຍິນມາຈາກໝູ່ຂ້ອຍເອງ ລາວເລົ່າວ່າ ໃນໝູ່ບ້ານຂອງລາວ ແຕ່ກ່ອນມີບ້ານເຮືອນກະແຈກກະຈາຍຢູ່ ແຕ່ລະໝ່ອງກໍມີຄວາມເຊື່ອທີ່ແຕກຕ່າງກັນ ຢູ່ມາມື້ໜຶ່ງພວກເຂົາຈຶ່ງໄດ້ມາລວມຕົວກັນສ້າງເປັນໝູ່ບ້ານດຽວ ແລະ ຄວາມເຊື່ອທີ່ແຕກຕ່າງກັນຢ່າງຫຼາກຫຼາຍນັ້ນກໍຄ່ອຍໆ ຫຼອມລວມເປັນອັນໜຶ່ງອັນດຽວກັນ ຈົນມາຮອດມື້ໜຶ່ງ ປາກົດວ່າມີບາງຄອບຄົວ (ປະມານ 4-5 ຄອບຄົວ) ໄປຮັບເອົາຄວາມເຊື່ອອີກແບບໜຶ່ງເຂົ້າມາ ເຮັດໃຫ້ຄົນພາຍໃນໝູ່ບ້ານນັ້ນຂັບໄລ່ 4-5 ຄອບຄົວນັ້ນອອກຈາກໝູ່ບ້ານໄປ

ເບິ່ງເອົາເທີດທ່ານຜູ້ອ່ານ ມະນຸດເຮົາກຽດຊັງກັນໄດ້ ພຽງເພາະເຂົາເຊື່ອບໍ່ຄືກັບເຮົາ ມີຄວາມຄິດທີ່ແຕກຕ່າງຈາກເຮົາ ມີອຸດົມການທາງການເມືອງທີ່ແຕກຕ່າງໄປຈາກເຮົາ ນັບຖືສາສະໜາແຕກຕ່າງໄປຈາກເຮົາ ມີລົດສະນິຍົມທີ່ແຕກຕ່າງໄປຈາກເຮົາ ຄຳຖາມກໍຄືວ່າ ມັນສົມຄວນແລ້ວບໍ່ທີ່ເຮົາຈະກຽດຊັງກັນພຽງເພາະຄວາມແຕກຕ່າງເຫຼົ່ານີ້ ສົມມຸດວ່າ ມື້ໜຶ່ງ ທ່ານຜູ້ອ່ານເດີນທາງໄປສູ່ສະຖານທີ່ໃດໜຶ່ງດ້ວຍເຮືອ ໃນເຮືອລຳນັ້ນມີຄົນທີ່ນັບຖືສາສະໜາຕ່າງໆຮ່ວມເດີນທາງໄປນຳກັນ ເມື່ອອອກເດີນທາງໄປຮອດກາງທະເລ ທ່ານຮູ້ສຶກເບື່ອໆກັບການນັ່ງດົນໆ ຈຶ່ງອອກມາຢືນຊົມວິວທາງດາດຟ້າ ແຕ່ດ້ວຍເຫດບັງເອີນບາງຢ່າງເຮັດໃຫ້ທ່ານພະລາດຕົກລົງໄປໃນທະເລ ທ່ານກຳລັງລອຍຄໍຢູ່ໃນນັ້ນ ຊິຈົມບໍ່ຈົມແລ

ຄຳຖາມງ່າຍໆທີ່ຜູ້ຂຽນຢາກຈະຖາມກໍຄື ໃນຊ່ວງເວລາເຊັ່ນນີ້ ທ່ານຍັງຈະຕ້ອງແບ່ງແຍກຢູ່ບໍ່ວ່າ ຕ້ອງການໃຫ້ໃຜມາຊ່ວຍ ລະຫວ່າງຄົນ ຄຣິດ ພຸດ ມຸດສະລິມ ຮິນດູ ຊາຍ ຍິງ ເກຍ໌ ເລດສະບຽນ ຜິວດຳ ຜິວຂາວ ປະຊາທິປະໄຕ ຫຼື ຄອມມູນິດ ຜູ້ຂຽນມອງວ່າ ໃນຊ່ວງເວລາເຊັ່ນນີ້ ຄວາມແຕກຕ່າງທັງຫຼາຍທີ່ກ່າວມານັ້ນ ລ້ວນແລ້ວແຕ່ເປັນເລື່ອງຮອງໄປທັງສິ້ນ ໃນເວລານີ້ຄົນກໍຄືຄົນ ໃຜກໍໄດ້ທີ່ສາມາດຍົກເຮົາຂຶ້ນຈາກຫ້ວງນ້ຳນັ້ນ ຈະຄິດຄືກັນກັບເຮົາ ຫຼື ບໍ່ ບໍ່ແມ່ນເລື່ອງສຳຄັນເລີຍ ສິ່ງສຳຄັນຄືບຸກຄົນຜູ້ນັ້ນເປັນຜູ້ທີ່ມີມະນຸດສະຍະທັມ ເປັນຜູ້ມີຈິດໃຈສູງສົ່ງ ເຫັນອົກເຫັນໃຈເພື່ອນມະນຸດດ້ວຍກັນ ໂດຍບໍ່ຄຳນຶງເຖິງຄວາມແຕກຕ່າງທີ່ກ່າວມານັ້ນທັງສິ້ນ ຄົນແບບນີ້ແຫຼະຄືຄົນທີ່ໂລກເຮົາຕ້ອງການ ຖ້າເຮົາຊ່ວຍເຫຼືອກັນໃນຍາມຕົກທຸກໄດ້ຍາກ ແນ່ນອນ ທຸກຄົນຍ່ອມຈະໄປເຖິງຈຸດໝາຍປາຍທາງໄດ້ຢ່າງປອດໄພ

ເຮົາມາຢູ່ໃນໂລກນີ້ກໍເໝືອນການລົງເຮືອລຳດຽວກັນເພື່ອເດີນທາງໄປສູ່ຈຸດໝາຍໃດໜຶ່ງ ຄົນໃນໂລກມີຕັ້ງ 7 ພັນລ້ານຄົນ ຈະໃຫ້ຄິດ ແລະ ເຊື່ອ ຄືກັນທັງໝົດເປັນໄປບໍ່ໄດ້ດອກ ຄວາມແຕກຕ່າງທັງຫຼາຍທີ່ກ່າວມານັ້ນ ເປັນພຽງເປືອກນອກ ແກ່ນແທ້ຄືສະພາວະແຫ່ງຄວາມເປັນຄົນ ການລົງເຮືອລຳດຽວກັນ ເພື່ອມຸ່ງໜ້າໄປສູ່ຈຸດໝາຍຂອງຕົນໂດຍບໍ່ສົນໃຈຄວາມແຕກຕ່າງທາງເຊື້ອຊາດ ສາສະໜາ ແລະ ເຜົ່າພັນ ກໍສາມາດນຳເຮົາໄປເຖິງຈຸດໝາຍປາຍທາງໄດ້ເຊັ່ນກັນ ຖ້າເຮົາຄິດແບບນີ້ ໂລກນີ້ຈະບໍ່ມີເຫດການຂ້າລ້າງເຜົ່າພັນ ບໍ່ມີການດູໝິ່ນກັນພຽງເພາະສີຜິວ ບໍ່ມີສົງຄາມໃນນາມສາສະໜາ ຈະບໍ່ມີຄຳເວົ້າທີ່ວ່າ ພວກເຈົ້ານີ້ກຳລັງຖືກໄຟໄໝ້ຢູ່ເດີ ແລະ ຈະບໍ່ມີເຫດການຂັບໄລ່ຄົນທີ່ຄິດຕ່າງອອກໄປຈາກສັງຄົມ

ທັງນີ້ ມະນຸດຕ້ອງເປີດໃຈຍອມຮັບຄວາມແຕກຕ່າງ

ແລ້ວເຮົາຈະເດີນທາງໄປສູ່ຈຸດໝາຍຂອງຕົນຢ່າງມີຄວາມສຸກ

ຄວັນສີເທົາ ຂຽນ

ລະດູຝົນ, ປີ 2564

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ