ໍຊີວະປະຫວັດ ແລະ ວຽກງານພຣະອາຈານໃຫຍ່ ຊາລີ ກັນຕະສີໂລ

ຍາທ່ານ ຊາລີ ກັນຕະຊີໂລ ມີຊື່ເດີມວ່າ  “ຊາລີ” ນາມສະກຸນ “ສີຫຼ້າ” ເກີດ 17 ມີນາ ພ.ສ 2475 (1933) ທີ່ບ້ານສິງ ຕາແສງສິງ ເທດສະບານ ແຂວງຍະໂສທອນ ບັນພະບຸລຸດເປັນເຊື້ອສາຍວຽງຈັນ ພໍ່ຊື່ “ຍົງ” ແມ່ຊື່ “ຕາ” ນາມສະກຸນ “ສີຫຼ້າ” ອ້າຍເອື້ອຍນ້ອງ ຮ່ວມກັນ 4 ຄົນ ແລະນ້ອງຕ່າງແມ່ອີກ 4

ພ.ສ 2483 (1940) – ເຂົ້າຮຽນຊັ້ນປະຖົມທີ່ໂຮງຮຽນບ້ານສິງ

ພ.ສ 2496 (1953) – ອາຍຸ 20 ບໍຣິບູນ ອຸປະສົມບົດເປັນພຣະພິກຂຸສົງ ທີ່ພັດທະສີມາ ວັດທາດ ບ້ານສິງ ຊື່ພຣະ ຊາລີ ສາຍາ “ກັນຕະສີໂລ” ມີພຣະຄຣູສຸວັນ ສິງຫະເຂດ ເປັນອຸປັດຊາ ພຣະອາຈານເສົາ ຊະນະປຸນໂຍ ເປັນກັມມະວາຈາກັ້ມຂວາ ພຣະອາຈານສັງວອນ ຖາວະໂຣ ກັມມະວາຈາກັ້ມຊ້າຍ ຈຳພັນສາທຳອິດທີ່ບ້ານເກີດ ວັດຈຳປານາຄໍາ

ພ.ສ 2497 (1954) – ເດີນທາງສູ່ແຂວງ ຫນອງຄາຍ ກັບພຣະມະຫາເແສນ ຊູຣັດ ຈຳພັນສາທີ່ວັດໂພໄຊ

ພ.ສ 2498 (1955) – ເດືອນມັງກອນ ຫຼັງຈາກເສັງໄດ້ນນັກທັມຕີ ພຣະມະຫາແສນ ພາໄປຝາກຮຽນວິປັສສນາກັມມະຖານ ກັບພຣະອາຈານມະຫາປານ ອານັນໂທ ເພີ່ນໄດ້ ພາເຂົ້າມາລາວ ເຂົ້າຝຶກອົບຮົມວິປັສສນາ ຄັ້ງທຳອິດທີ່ ວັດສ້າງເຫວີຍ 3 ມື້ ຕໍ່ມາວັດພຸດທະວົງສາປ່າຫຼວງ (ວັດໂສກປ່າຫຼວງ) 5 ມື້ ວັດໂພນໂຮງ 5 ມື້ ຈາກນັ້ນໄດ້ຂໍກັມມະຖານ ເຂົ້າຫ້ອງປະຕິບັດຈາກອາຈານມະຫາປານ ຈົນຮອດໄລຍະເຂົ້າພັນສາ ໄດ້ຍ້າຍມາທີ່ ວັດຊຽງແວ່ ຮຽນອະພິທັມເບື້ອງຕົ້ນ

ພ.ສ 2499 (1956) – ເຂົ້າຈຳພັນສາທີ່ວັດໂສກປ່າຫຼວງ ເລີ່ມຕົ້ນຊ່ວຍງານພຣະອາຈາຣຍ໌ມະຫາປານ ໃນການເຝິກອົບຮົມຜູ້ມາປະຕິບັດວິປັສສນາກັມມະຖານ

ພ.ສ 2500 (1957)- ເດີນທາງໄປຮຽນອະພິທັມປິດົກ ທີ່ວັດຣະຄັງໂຄສິຕາຣາມ ກຸງເທບ 6 ເດືອນ

ພ.ສ 2501 (1958) – ກັບມາເລີ່ມຕົ້ນຊ່ວຍວຽກສອນອະພິທັມ ໃນລະດັບຈຸລະຕຣີ ແລະ ສອບໄດ້ນັກທັມໂທ

ພ.ສ 2501-2508 (1958-1965) – ທ້າຍປີ ໄດ້ກັບມາຮຽນຕໍ່ອະພິທັມທີ່ ວັດຣະຄັງໂຄສິຕາຣາມ ຈົນຈົບ ມະຫາອະພິທັມເອກ ໂດຍມີ ພຣະອາຈານໂຊຕິກະ (ສັທທັມມະກະ ທັມມາຈະຮິຍະ) ຈາກສົມເດັດພຸດທະໂຄສາຈານ (ຍາໂນທະ ໂຍ) ວັດສະເກດ ໄລຍ ນັ້ນຍັງສອບເສັງໄດ້ນັກທັມເອກ

ພ.ສ 2509-2511(1996-1968)- ເດີນທາງກັບວັດປ່າໂສກປ່າຫຼວງ ພຣະອາຈານຍ໌ມະຫາປານ ໄດ້ມອບຫມາຍໃຫ້ສອນອະພິທັມ ແລະວິປັສສນາກັມມະຖານ ໂດຍ ສ້າງໂຮງຮຽນພຣະອະພິທັມ 3 ຊັ້ນຂຶ້ນ ແລະ ຂະຫຍາຍວຽກງານເຜີຍແຜ່ອອກໄປຍັງຕ່າງແຂວງຢ່າງກວ້າງຂວງ.

ພ.ສ 2511 (1968) – ພຣະອາຈາຣຍ໌ມະຫາປານ ອານັນໂທ ມໍຣະນະພາບລົງໄດ້ສືບທອດງານເຜີຍແຜ່ວິປັສສນາກັມມະຖານ ແລະ ການສອນອະພິທັມ ທີ່ວັດໂສກປ່າຫຼວງ ໃນຂະນະທີ່ລູກສິດລູກຫາທ່ານອື່ນທີ່ເຄີຍເປັນຫຼັກເລີ່ມທົດຖອຍຫາຍໄປ.

ພ.ສ 2516 (1973) – ຈັດຕັງລັດຖະບານປະສົມຂອງລາວ ເຮັດໃຫ້ ການສອນວິປັສສນາກັມມະຖານ ແລະ ອະພິທັມຕ້ອງຢຸດຊົ່ວຄາວ ແຕ່ຍັງມີການສອນສີລະທັມສັມພັນກັບການເມືອງ ແລະ ປັບການຮຽນປະຣິຍັດຕິທັມສົງມາເປັນສາຍສາມັນ ຄື ເອົາວິຊາຂອງສາມັນ ຂອງກະຊວງສຶກສາມາຮຽນໂດຍກົງ.

ພ.ສ 2517 (1974) – ຈັດງານຊາປະນະກິດສົບ ພຣະອາຈາຣຍ໌ມະຫາປານ ແລະ ໄດ້ຮັບຄັດເລືອກເປັນເຈົ້າອະທິການວັດພຸທວົງສາປ່າຫຼວງ ສືບຕໍ່ຈາກພຣະອາຈາຣຍ໌ ມະຫາປານ ອານັນໂທ.

ພ.ສ 2519 (1976) – ໄດ້ເຂົ້າຮ່ວມຮຽນແນວຄິດທິດສະດີສັງຄົມນິຍົມຮ່ວມກັບ ທາງຄະນະສົງ ແລະແນວລາວ ໂດຍມີທ່ານພູມີວົງວິຈິດ ຕາໍແຫນ່ງລັດຖະມົນຕີກະຊວງສຶກສາ ເປັນຜູ້ນຳໃນການຄົ້ນຄວ້າໃຊ້ເວລາຢູ່ 3 ເດືອນ ໄດ້ຮັບການແຕ່ງຕັ້ງເປັນຮອງເຈົ້າຄະນະຕາແສງທາດຂາວ

ພ.ສ 2519-2520 (1976-1977) – ເດີນທາງໄປຢາມພໍ່ລຸງທີ່ບ້ານເກີດ ຍະໂສທອນ (ພຣະອາຈາຣຍ໌ເສົາ ຊະນະປຸນໂຍ ອ້າຍຂອງແມ່) ຈົນພໍ່ລຸງມໍຣະນພາບ ໄດ້ຢູ່ຊ່ວຍ ຈັດງານສົບ ເຊິ່ງໄລຍະນັ້ນຖືກທາງການໄທສອບສວນ ແລະຕິດຕາມໃນຖານະ “ພຣະຄອມມິວນິດ”

ພ.ສ 2521 (1978) – ໄດ້ຮ່ວມປະຊຸມ ທີ່ໂຊວຽດ ອົງການ ABCP ຫຼືອົງການພຸດທະສາສະຫນາສັມພັນອາຊີເພື່ອສັນຕິພາບ ເປັນການຮວມຕົວຂອງອົງການທາງສາສະຫນາຂອງທາງຝ່າຍ ສັງຄົມນິຍົມ

ພ.ສ 2525 (1982)- 10 ປີ ຫຼັງງົດການສອນທັມມະວິໄນ ອະພິທັມ ແລະ ປະຕິບັດກັມມະຖານ ທ່ານພູມີວົງວິຈິດ ໄດ້ປຶກສາຫາລືກັບທາງຄະນະສົງ ແລະອະນຸມັດທາງວາວາ ໃຫ້ຟື້ນຟູການສອນພຣະທັມວິໄນ ແລະວິປັສສນາກັມມະຖານ ໂດຍໄດ້ເລີ່ມກັບເຂົ້າໄປສອນໃນໂຮງຮຽນປະຣິຍັດຕິສາມັນ

ພ.ສ 2552 (1989) – ຮວບຮວມຄະນະ ແລະ ເລີ່ມຟື້ນຄືນວຽກງານອົບຮົມວິປັສສນາອີກຄັ້ງ ໂດຍຂັດຂື້ນທີ່ວັດສວນວັດທະນະ 7 ມື້  ຕາມດ້ວຍວັດສ້າງເຫວີຍ 5 ມື້ ແລະ ປີດຽວກັນນັ້ນ ໄດ້ຟື້ນຟູວິປັສສນາພູມ ທີ່ວັດໂສກປ່າຫຼວງ ເຊີນວິປັສສນາຈານທັງສົງ ແລະ ຄະຣາວາດ ມາເຂົ້າຮ່ວມເຝິກ 20 ມື້

ພ.ສ 2537-2538 (1994-1995) – ຈັດອົບຮົມທັມມະ 7 ເດືອນ ທີ່ວັດໂສກປ່າຫຼວງ ເລີ່ມຈາກເຂົ້າພັນສາ ຮຽນທິດສະດີ ພຣະສູດ, ພຣະວິໄນ, ແລະ ພຣະອະພິທັມ ພຸດທະປະຫວັດ, ສາສະຫນາພາມ ອິດສະລາມ ແລະ ວິຊາພັດທະນາບ້ານເມືອງ

ພ.ສ 2538 (1995) – ເລີ່ມຕົ້ນງານພຸດທະສາສະຫນາ ຊ່ວຍເຫຼືອສັງຄົມ ເນື່ອງຈາ ເລີ່ມເກີດບັນຫາທາງສັງຄົມ ເຊັ່ນບັນຫາໂຣກເອດສ໌ ບັນຫາຢາເສບຕິດ

ພ.ສ 2543 (2000) – ຍ້າຍຈາກວັດໂສກປ່າຫຼວງ ໄປປະຈໍາຢູ່ທີ່ວັດປ່ານາຄູນນ້ອຍ ມຸ່ງຫວັງໃຫ້ເປັນສູນວິປັສນາກັມມະຖານ ແລະ ຮຽນອະພິທັມໃຫ້ຜູ້ສົນໃຈມາສຶກສາປະຕິບັດໄດ້ຕໍ່ເນື່ອງ

ພ.ສ 2544 (2001) – ຂະຫຍາຍວຽກງານພຸດທະສາສະຫນາເພື່ອສັງຄົມ ໃຫ້ມີການ ລົງສອນສີລະທັມໃນໂຮງຮຽນ ຮຽກວ່າທັມມະສັນຈອນ ເປັນການເຮັດວຽກແກ້ໄຂບັນຫາທີ່ ຕົ້ນເຫດ _ ພ.ສ 2546 (2003) – ກໍ່ຕັ້ງໂຄງການພຸດທະສາສະຫນາ ເພື່ອການພັດທະນາ (ຄ.ພ.ພ.) ໂດຍ 5 ຫນ່ວຍງານ ທີ່ສືບເນື່ອງມາຮອດປັດຈຸບັນ

ພ.ສ 2552 (2009) -ເລີ່ມຕົ້ນໂຄງການ ແປພຣະໄຕປິດົກສະບັບອັກສອນບາລີລາວ ແລະ ແປເປັນພາສາລາວ

ພ.ສ 2553 (2010) – ຈັດສະຫຼອງການດໍາເນີນໂຄງການແປພຣະໄຕປິດົກສະບັບ ຕົວອັກສອນບາລີ ລາວສໍາເລັດ ພ້ອມກັບການສະຫຼອງວຽງຈັນເປັນນະຄອນຫຼວງ ຄົບຮອບ 450 ປີ

2011 ດຳລົງຕໍາແຫນ່ງ ຮອງປະທານອົງການພຸດທະສາສະຫນາສັມພັນລາວ ຫົວຫນ້າກັມມາທິການເຜີຍແຜ່ສີລທັມ ແລະ ປະຕິບັດກັມມະຖານ ສູນກາງ ທັງເປັນປະທານໂຄງການພຸດທະສາສະໜາເພື່ອການພັດທະນາ (ຄ.ພ.ພ)

ມໍຣະນະ ວັນທີ 11 ກັນຍາ 2013 ທີ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ອ່ານ ເພີ່ມເຕີມ ຫນັງສື 80 ປີ ຊີວິດທັມ ພຣະອາຈານໃຫຍ່ ຊາລີ ກັນຕະສີໂລ

Author: Singkham
I regularly blog on dhamma, Buddhist news, How to IT, and more