ເປັນຫຍັງ ເສລີພາບ ຫຼື ພາວະທີ່ບໍລິສຸດ ແທ້ໆ ຈື່ງຫາໄດ້ຍາກບໍ່ວ່າຈະສົງຄົມ ຫລື ບ້ານເມື່ອງໃດໆ.

The Buddha image and Bodhi leaf

ເຖີງເຂົາຈະກ່າວວ່າປະເທດຂອງຕົນ ເປັນປະເທດແຫ່ງເສລີພາບ ທຸກຄົນສະເຫມີພາບກັນ ບໍ່ມີລຳອຽງ ຫຼື ໃຫ້ຄວາມສຳຄັນກັບບຸກຄົນຂອງຂ້ອຍຂອງເຈົ້າຫຼາຍກວ່າ ແຕ່ໃນທາງຄວາມຄິດ ຈົນໄປເຖີງການປະຕິບັດຈິງ ກໍ່ຍັງມີຄວາມບໍ່ສະເໝີຢູ່ນັ້ນແລະ ເລື່ອງນີ້ແບບນີ້ ຂ້ອຍກໍຫ້າວຄິດໄປເນາະ ຮູ້ຢູ່ດອກມັນເປັນເລື່ອງໃຫຍ່ ເລື່ອງກວ້າງໆ ຈະວ່າໄປມັນກໍ່ເປັນເລື່ອງທີ່ມີຢູ່ປະຈຳໂລກນັ້ນແຫລະ ເລື່ອງແບບນີ້ກໍ່ເຄິຍເກີດຂື້ນແລ້ວໃນສະໄຫມພຸດທະການ ການແບ່ງແຍກ ຊົນຊັ້ນ ວັນນະ ກໍ່ເພາະວ່າ ເມື່ອໃດທີ່ມະນຸດຍັງມີໂລພະ ໂທສະ ແລະ ໂມຫະ ແລະ ມີກັມທີ່ແຕກຕ່າງກັນຢູ່ ເສລີພາບອັນບໍລິສຸດແທ້ຈື່ງຫາໄດ້ຍາກ ຄົງຈະແກ້ໄດ້ດ້ວຍເມດຕາພາວະນາຂັ້ນສູງ (friendliness practice) ຄືມີຄວາມເມດຕາມະຫາກຸລນາຕໍ່ທຸກຄົນສະເໝີເທົ່າກັນ.ພຣະພຸດທະເຈົ້າຖືວ່າເປັນບຸກຄົນຕົ້ນແບບ ທີ່ມີເມດຕາ ມະຫາກະລຸນາສູ່ງສົ່ງ ເຫັນຄວາມເທົ່າທຽມຂອງມະນຸດ ຕາມຄວາມເປັນຈິງ ດ້ວຍກັມຂອງແຕ່ລະບຸກຄົນຈະເປັນຕົວແຍກແຍະ ແລະ ກຳໜົດຄວາມແຕກຕ່າງນີ້ ທຸກຄົນຈະດີຈະຮ້າຍ ກໍ່ເພາະອາໃສ່ກັມ ຄືການກະທຳຂອງຕົນ.


ອີກປະການຫນື່ງ ພຸດທະອົງບອກວ່າ ສັດທັງຫຼາຍ ທັງປວງ ມີກັມເປັນຂອງຕົນ ມີກັມເປັນແດ່ນເກີດ ມີກັມເປັນເຜົ່າພັນ ມີກັມເປັນຜູ້ນຳໄປ ແລະ ອື່ນໆ…..ອິດທິພົນຂອງກັມຍິ່ງໃຫຍ່ ຫາທີສຸດ ຫາປະມານບໍ່ໄດ້.

ຄຳວ່າມີກັມ “ເປັນເຜົ່າພັນ” ນັ້ນ ກໍ່ອາດໝາຍເຖີງ ກຸ່ມຄົນໜື່ງ ປະຕິບັດກັມຕໍ່ ກຸ່ມຄົນໜື່ງ ແຕກຕ່າງກັນໄປ ນັ້ນເອງ.ກຸ່ມຄົນທີ່ວ່ານີ້ ອາດຈະເລີ່ມຕົ້ນດ້ວຍກຸ່ມຄົນນ້ອຍໆ ຫາ ກຸ່ມຄົນໃຫຍ່ໆ ໄປຈົນເຖີງການປະຕິບັດທີ່ແຕກຕ່າງ ລະດັບລະຫວ່າງປະເທດ. ທ່ານອາດຈະຍັງບໍ່ເຫັນພາບ ສະນັ້ນ ລອງມາສັງເກດຈາກຕົວທ່ານເອງເບິ່ງວ່າ

ເປັນຫຍັງເມື່ອເຮົາເຈີຄົນໃນຄອບຄົວ ຈື່ງໃຫ້ຄວາມສຳຄັນກວ່າຄົນອື່ນ ແລະ ເປັນມິດກວ່າຄົນອື່ນ.
ເຈີຄົນໃນບ້ານດ່ຽວກັນ ໃຫ້ຄວາມສຳຄັນກວ່າ ແລະ ເປັນມິດກວ່າຄົນບ້ານອື່ນ.
ເຈີຄົນໃນປະເທດດ່ຽວກັນ (ເມື່ອຢູ່ຕ່າງປະເທດ) ຈື່ງສຳຄັນກວ່າ ແລະ ເປັນມິດກວ່າຄົນປະເທດອື່ນ.

ຈາກເຫດການສົມມຸດຂ້າງເທິງນັ້ນ ທ່ານຈະເຫັນວ່າ ມະນຸດ ມີການປະຕິບັດທີ່ບໍ່ສະເໝີພາບກັນ ຕັ້ງແຕ່ລະດັບບຸກຄົນ,ຄອບຄົວ ແລະ ລະດັບປະເທດຊາດ

ເມື່ອຄົນເຮົາປະຕິບັດຕ່າງກັນ,ຢູ່ໃນຄອບຄົວທີ່ຕ່າງກັນ,ຢູ່ໃນສະພາບແວດລ້ອມທີ່ຕ່າງກັນ,ມີພາສາທີ່ຕ່າງກັນ ມີຄວາມຢາກບໍ່ເທົ່າທຽມກັນ ຫຼື ໂລພະ,ໂທສະ ໂມຫະຢູ່ ນັ້ນແລ ເສລີພາບທາງສັງຄົມ ຈື່ງຫາໄດ້ຍາກຍິ່ງ.

Author: Singkham
I regularly blog on dhamma, Buddhist news, How to IT, and more