ໄຫວ້ພຣະຢູ່ໃສ່ດີ ?

ໃນບົດຄວາມນີ້ຜູ້ຂຽນຫມາຍເຖີງ ການໄຫວ້ ຫຼື ການເຮັດອັນໃດ່ກໍ່ຕາມທີ່ເປັນການສະແດງຄວາມເຄົບລົບຕໍ່ ບໍ່ວ່າຈະເປັນ ພຣະພຸດທະຮູບ, ຮູບຖ່າຍ,ຮູບເຫມືອນ ຫລື ສິ່ງຂອງ ທີ່ກ່ຽວກັບພຣະພຸດທະເຈົ້າ ເຊັ່ນ ໃບໂພແຫ້ງ ຫລື ຕົ້ນໂພທຽມ ທີ່ທ່ານ ອາດຈະມີໄວ້ຢູ່ໃນບ້ານເຮືອນ. ກັບການເດີນທາງອອກຈາກເຮືອນໄປກາບໄຫວ້ພຣະພຸດທະຮູບ ຫລື ຕົ້ນສີມະຫາໂພ ທີ່ຢູ່ຫ່າງໄກບ້ານ ຜົນທີ່ອາດຈະໄດ້ຮັບແຕກຕ່າງ ຫຼື ເຫມືອນກັນແນວໃດ່?

ພຣະພຸດທະຮູບທຸກຮູບ ທຸກລັກສະນະ ບໍ່ວ່າຈະຢູ່ໃສ່ ປະເທດໃດ່ ກໍ່ເປັນການສ້າງສະແດງແທນເຖີງ (Attribute) ພຣະເຈົ້າອົງດ່ຽວກັນ ຄື ໂຄຕະມະພຸດທະເຈົ້າ, ແນ່ນອນວ່າພຣະພຸດທະຮູບໃນແຕ່ລະປະເທດມີລັກສະນະທີ່ແຕກຕ່າງກັນຢູ່ ເພາະຝີມືສີລະປະຂອງແຕ່ລະບຸກຄົນມີບໍ່ເທົ່າກັນ ແຕ່ກໍ່ເຊື່ອວ່ານັກສີລະປະ ໄດ້ພະຍາຍາມສ້າງຕາມແບບຂອງ ມະຫາບຸຣິສະລັກສະນະ 32 ປະການ ທີ່ມີມາໃນພຣະໄຕຣປິດົກ.

ດັ່ງນັ້ນ ການໄຫວ້ພຣະພຸດທະຮູບ ຖ້າມາເບິ່ງ ວັດຖຸປະສົງດັ້ງເດີມຂອງການໄຫວ້ພຣະ ບໍ່ວ່າຈະໄຫວ້ຢູ່ເຮືອນ,ຢູ່ວັດ ຫຼື ສາສະນະສະຖານທີ່ໃດ່ໆ ກໍ່ບໍ່ມີຄວາມແຕກຕ່າງກັນ ແຕ່ທີ່ສຳຄັນ ຕ້ອງເປັນສະຖານທີ່ສະຫງົບ ບໍ່ມີສຽງລົບກວນ ແລ້ວ ຕັ້ງຈິດ ນ້ອມລະນຶກເຖີງ ພຣະພຸດທະຄຸນ ຂາບເທື່ອທີ່ 1, ລະນຶກເຖີງ ພຣະທັມມະຄຸນ ຂາບເທື່ອທີ່ ແລະ ລະນຶກເຖີງ ພຣະສັງຄະຄຸນ ຂາບເທື່ອທີ່ 3 ຈາກນັ້ນ ຕັ້ງໃຈ ສາທະຍາຍບົດສູດ ຖ້າເປັນຄະລະວາດ ບໍ່ສາມາດທ່ອງບົດສູດໄດ້ ເຮົາກໍ່ສາມາດອ່ານຕາມແບບຕຳລາບົດສູດມົນຕ໌ ເຊົ້າ-ແລງ  ມີທັງແບບ ບາລີ ແລະ ບາລີ ແປ ລາວ.

ສຳຫຼັບຜູ້ເລີ່ມຕົ້ນ ຄິດວ່າຕົນຍັງອ່ານພາສາບາລີ ຫຼື ສູດຍັງບໍ່ຖືກຕ້ອງຕາມອັກຂະລະ ອາດຈະເຂົ້າໄປສູດໃນວັດລວມຫມູ່ກັບພຣະສົງ ໃນເບື້ອງຕົ້ນເຮົາອາດຈະພະຍາຍາມຟັງ ແລ້ວ ອ່ານຕາມ. 

ການສາທະຍາຍບົດສູດມົນຕ໌ກໍ່ເຫມືອນການທົບທວນຄຳສອນຂອງພຣະພຸດທະເຈົ້າ ດັ່ງນັ້ນ ຖ້າເຮົາສູດພ້ອມເຂົ້າໃຈຄວາມຫມາຍຂອງພາສາກໍ່ຈະດີຫຼາຍ.ຖ້າພຽງແຕ່ໄປນັ່ງນົບມື ຟັງພາສາບາລີທີ່ບໍ່ເຂົ້າໃຈຄວາມຫມາຍແລ້ວ ຈິດໃຈຍັງຟຸ້ງຊ່ານໄປທາງອື່ນອີກ ອາດຈະບໍ່ເກີດປະໂຫຍດອັນໃດ່ເທົ່າທີ່ຄວນ.

ບາງຄົນມີຄວາມເຊື່ອວ່າ ການກາບໄຫວ້ພຣະພຸດທະຮູບອົງໃຫຍ່ກວ່າ ຈະໄດ້ບຸນຫຼາຍກວ່າພຣະກາບພຣະພຸດທະຮູບອົງນ້ອຍ ຫຼື ເດີນທາງໄປກາບພຣະໃຫ້ໄດ້ເກົ້າວັດ ຊີວິດຈະໄດ້ຈະເລີນກ້າວຫນ້າ ຄວາມເຊື່ອແບບນີ້ ຟັງເຫມືອນບໍ່ຄ່ອຍຈະຖືກຕ້ອງ ດັ່ງຄຳເວົ້າຂອງນັກປັດຊະຍາທ່ານຫນື່ງກ່າວວ່າ “ສາສະໜາພຸດ ເນັ້ນຄວາມຈະເລີນທາງຈິດໃຈ ທີ່ສ້າງພຣະພຸດທະຮູບອົງໃຫຍ່ ຫລື ສາສະນະສະຖານ ອະລັງການ ກໍ່ເພື່ອດຶງດູດສັດທາເທົ່ານັ້ນ.”  ແນ່ນອນວ່າ ສິ່ງທີ່ທ່ານຈະໄດ້ ກໍ່ຄື ຄວາມອັດສະຈັນໃຈ ທີ່ໄດ້ເຫັນພຣະພຸດທະຮູບອົງໃຫຍ່ ຫລື ໄດ້ພົບກັນລະຍານະມິດຕະຫລອດເສັ້ນທາງການເດີນທາງ ດີແດ່ ຄື ໄດ້ໃຫ້ທານ ຮັກສາ ສີນ ພາວະນາ.

ພຣະພຸດທະເຈົ້າກໍ່ເຫມືອນພໍ່ແມ່ແຫ່ງທັມ ຜູ້ທີ່ນຳຄວາມສຸກ ຄວາມສະຫງົບ ຄວາມຈະເລີນກ້າວໜ້າທາງຈິດໃຈມາສູ່ມະນຸດທຸກຄົນ ຈະໃຫ້ ຜູ້ຂຽນບັນຍາຍຄຸນຂອງພຣະພຸດທະເຈົ້າ ພຣະທັມມະເຈົ້າ ແລະ ພຣະສັງຄະເຈົ້າຄົງຊິບໍ່ຫມົດ. ຂໍບັນຍາຍຄຸນຂອງພໍ່ແມ່ປຽບທຽບໃນທີ່ນີ້ວ່າ ພໍ່ແມ່ ມີຄຸນຕໍ່ບຸດທິດາ ຄື ໃຫ້ກຳເນີດ ບຳລຸງ ລ້ຽງເຂົ້າຫນົມ ນົມເນີຍ ຈົນເຕີບໃຫຍ່ ຮູ້ຄວາມ ຖ້າເຮົາຮູ້ຄຸນຂອງພໍ່ແມ່ປານນັ້ນ ກໍ່ຄວນຈະໃຫ້ຄວາມເຄົາລົບບູຊາ ພໍ່ແມ່ ເຫມືອນພຣະ ໃນບ້ານ ເມື່ອທ່ານຈາກໄປ ກໍ່ເຮັດບຸນອຸທິດຫາ ຫລື ອາດຈະມີ ຮູບປັ້ນ ຮູບຖ່າຍເກັບໄວ້ ເປັນທີ່ລະນຶກ ຄິດເຖີງ ຄຸນງາມຄວາມດີຂອງເພີ່ນ ແລະ ແບບຢ່າງທີ່ດີທີ່ເພີ່ນໄດ້ປະຕິບັດຕໍ່ເຮົາ. 

ສະຫລຸບວ່າ ການໄຫວ້ພຣະພຸດທະຮູບ ອົງນ້ອຍ ຫຼື ອົງໃຫຍ່ ຢູ່ໄກ້ ຫຼື ໄກ ຢູ່ບ້ານໃຕ້ ຫລື ບ້ານເຫນືອ ກໍ່ມີວັດຖຸປະສົງອັນດ່ຽວກັນ ຄື ລະນຶກ ແລະ ບູຊາຄຸນ ຂອງພຣະສາສະດາສັມມາສັມພຸດທະເຈົ້າ ພ້ອມນຳຫລັກທັມທີ່ເພີ່ນສອນມາປະຕິບັດ.

 

Author: Singkham
I regularly blog on dhamma, Buddhist news, How to IT, and more