ເຮັດບຸນໃຫ້ທານແນວໃດ່ ແລະ ກັບໃຜ ໄດ້ອະນິສົງຫລາຍທີ່ສຸດ

ພຣະພຸດທະເຈົ້າຕັດວ່າ ພຣະພິກຂຸສົງນັ້ນ ເປັນເນື້ອນາບຸນຂອງໂລກ (ປຸນຍະເຂຕຕັງ ໂລກັສສາຕິ) ບໍ່ມີນາບຸນອື່ນໃດ່ຍິ່ງກວ່າ, ຄຸນນະສົມບັດຂອງພຣະພິກຂຸສົງເປັນແນວໃດ່ ພຣະພຸດທະເຈົ້າຈື່ງບອກວ່າເປັນເນື້ອນາບຸນຂອງໂລກ ເຮົາຈະຮູ້ໄດ້ແນວໃດ່ ແລ້ວເຮັດບຸນກັບໃຜ ເຮັດບຸນປະເພດໃດ ຈື່ງຈະໄດ້ບຸນອະນິສົງຫລາຍ.

ຫລັກໆແລ້ວການເຮັດບຸນໃນພຸດທະສາສະໜາ ມີ 3 ຂັ້ນ ການເຮັດບຸນແຕ່ລະຂັ້ນຍ່ອມມີອະນິສົງບໍ່ສະເຫມີກັນ ແຕ່ວ່າ ພຸດທະບໍລິສັດຕ້ອງເຮັດບຸນທັງ ປະເພດນີ້ຄວບຄູ່ກັນໄປ ຄື 

ທານະມັຍ ເຮັດບຸນດ້ວຍການໃຫ້ທານ 

ສີລະມັຍ ເຮັດບຸນດ້ວຍການຮັກສາສີລ 

ພາວະນາມັຍ ເຮັດບຸນ ດ້ວຍການ ຈະເລີນ ຈິດຕະພາວະນາ

ໃນບົດນີ້ ຈະກ່າວເຖີງສະເພາະ ທານະມັຍ ຄືການເຮັດບຸນດ້ວຍການໃຫ້ທານ ການແບ່ງປັນ ການເສຍສະຫລະ ວັດຖຸ ສິ່ງຂອງ ວັດຖຸທານນີ້ກໍ່ມີຫລາຍປະເພດ ກ່າວກວ້າງໆກໍ່ ປັດໄຈ 4 ຄື ຈີວອນລວມເຖີງຜ້າ ເຄື່ອງຫນຸ່ມຫົ່ມ ບິນທະບາດ ລວມເຖີງເຄື່ອງບໍລິໂພກທຸກຢ່າງ ເສນາສະນະ ທີ່ຢູ່ອາໄສ ແລະ ຄິລານະເພຊັດ ຄືຍາຮັກສາໂຣກ

ທານະ ຫຼື ການໃຫ້ນີ້ ຍັງລວມເຖີງການໃຫ້ ຕັ້ງແຕ່ສັດເດລະສານນ້ອຍໃຫຍ່ ~ ບຸກຄົນທຳມະດາສາມັນ ຈົນເຖີີງ ໃຫ້ທານ ແກ່ ພຣະພຸດທະເຈົ້າ. ສຳຫລັບອະນິສົງຂອງການໃຫ້ແຕ່ລະບຸກຄົນ ຍ່ອມບໍ່ສະເຫມີກັນ

ໃຫ້ຜູ້ມີສິນນ້ອຍກໍ່ໄດ້ອະນິສົງນ້ອຍ ໃຫ້ຜູ້ມີສີນຫລາຍກໍ່ຈະໄດ້ອະນິສົງຫລາຍ

ການຖວາຍທານແກ່ສົງທີ່ເອີ້ນວ່າ ສັງຄະທານ ນັ້ນ ຄຳວ່າ ສົງ ເພີ່ນມຸ່ງເຖີງ ພຣະອະຣິຍະສົງ ຄື ພຣະໂສດາປະຕິມັກ ພຣະໂສດາປະຕິຜົນ ພຣະສະກະທາຄາມີມັກ ພຣະສະກະທາຄາມີຜົນ ພຣະອານາຄາມີມັກ ພຣະອານາຄາມີຜົນ ພຣະອະຣະຫັນຕະມັກ ພຣະອະຣະຫັນຕະຜົນ ລວມເປັນ 4 ຄູ່ 8 ບຸກຄົນ ບໍ່ໄດ້ຫມາຍເຖີງສົມມຸດຕິສົງ ເພາະວ່າພຣະອະຣິຍະສົງນັ້ນເປັນສາວົກຂອງພຣະພຸດທະເຈົ້າ ຜູ້ ສຸປະຕິປັນໂນ ຄື ປະຕິບັດດີ ອຸຊຸປະຕິປັນໂນ ປະຕິບັດຕົງ ຍາຍະປະຕິປັນໂນ ປະຕິບັດແລ້ວເພື່ອຍາຍະທັມ(ຄວາມຖືກຕ້ອງ,ຄວາມຈິງ) ສາມີຈິປະຕິປັນໂນ ປະຕິບັດຊອບ ພຣະອະຣິຍະສົງເຫລົ່ານັ້ນຍັງເປັນ ອາຫຸເນີຍໂຍ ເປັນຜູ້ຄວນແກ່ຂອງທີ່ເຂົານຳມາບູຊາ ປາຫຸເນີຍໂຍ ເປັນຜູ້ຄວນແກ່ຂອງທີ່ເຂົານຳມາຕ້ອນຮັບ ທັກຂິເນີຍໂຍ ເປັນຜູ້ຄວນແກ່ໄທຍະທັມທີ່່ນຳມາຖວາຍດ້ວຍສັດທາ ອັນຊະລີກະລະນີໂຍ ເປັນຜູ້ຄວນແກ່ການກະທຳອັນຊະລີ (ການໄຫວ້) ອະນຸດຕະລັງ ປຸນຍັກເຂດຕັງ ໂລກັດສາຕິ ເປັນນາບຸນຂອງໂລກ ບໍ່ມີນາບຸນອື່ນໄດ່ຍິ່ງກວ່າ

ພຣະພຸດທະເຈົ້າໄດ້ປຽບເຫມືອນການຫວ່ານພຶດລົງໃນນາທີ່ປະກອບດ້ວຍລັກສະນະ 8 ຢ່າງ ຍ່ອມໃຫ້ຜົນຫຼາຍ ໃຫ້ຄວາມພໍໃຈຫຼາຍ ໃຫ້ກຳໄລຫຼາຍ ປະກອບດ້ວຍລັກສະນະ 8 ຢ່າງ ຄື

ນາໃນກໍລະນີ ເປັນພື້ນທີ່ບໍ່ເປັນຂຸມ ເປັນດອນ ບໍ່ມີກ້ອນຫີນ ກ້ອນຊາຍ ດິນບໍ່ເຄັມ ໄຖໃຫ້ເລິກໄດ້ ມີທາງນ້ຳເຂົ້າ ມີທາງນ້ຳອອກ ມີເຫມືອງ ມີຫົວຄັນນາ ແບບນີ້

ກໍ່ເຫມືອນກກັນ ທານທີ່ບຸກຄົນໃຫ້ໃນສາມະນະພາມ ທີ່ປະກອບດ້ວຍລັກສະນະ 8 ຢ່າງເຫລົ່ານີ້ ເປັນທານມີຜົນຫລາຍ ມີອານິສົງຫລາຍ ມີຄວາມຮຸ່ງເຮື່ອງຫລາຍ ແຜ່ໄພສານຫລາຍ ປະກອບດ້ວຍ 8 ຢ່າງ ແບບນີ້ ຄື 

ສຳມະນະພາມໃນກໍລະນີນີ້ ເປັນຜູ້ມີສັມມາທິດຖິ ມີສັມມາສັງກັບປະ ມີສັມມາວາຈາ ມີສັມມາກັມມັນຕະ ມີສັມມາອາຊີວະ ມີສັມມາວາຍາມະ ມີສັມມາສະຕິ ມີສັມມາສະມາທິ ປະກອບດ້ວຍ ອົງ 8 ຢ່າງນີ້ແລ ເປັນທານ  ມີຜົນຫລາຍ ມີອານິສົງຫລາຍ ມີຄວາມຮຸ່ງເຮື່ອງຫລາຍ ແຜ່ໄພສານຫລາຍ.

ໃຫ້ທານແນວໃດ່ມີຜົນອານິສົງຫລາຍ

1,ໃຫ້ທານໂດຍເຄົາລົບ ຄືໃຫ້ໂດຍຄວາມເຕັ້ມໃຈ ບໍ່ໃຫ້ດ້ວຍຄວາມຢ້ານກົວ ຫຼື ຈຳໃຈໃຫ້ ເວລາໃຫ້ກໍ່ໃຫ້ດ້ວຍກິຣິຍາທີ່ນອບນ້ອມຍິ້ມແຍ້ມແຈ່ມໃສ່

2,ໃຫ້ທານໂດຍກັ່ນກອງດີ ຄືເຄົາລົບໃນທານຂອງຕົນ ແລະ ເຄົາລົບໃນຜູ້ຮັບ ເລືອກໃຫ້ແຕ່ຂອງດີ ຂອງມີປະໂຫຍດ ຂອງສະອາດມີຣົດດີ ເປັນຕົ້ນ 

ອີກປະການຫນື່ງ ຜູ້ທີ່ໃຫ້ຂອງທີ່ພໍໃຈ ຍ່ອມໄດ້ຂອງທີ່ພໍໃຈ ຜູ້ທີໃຫ້ຂອງທີ່ເລີດ ຍ່ອມໄດ້ຂອອງທີ່ເລີດ ຜູ້ທີ່ໃຫ້ຂອງທີດີ ຍ່ອມໄດ້ຂອງດີ ຜູ້ທີ່ໃຫ້ຂອງທີ່ປະເສີດ ຍ່ອມເຂົ້າເຖີງສະຖານທີ່ປະເສີດ ນໍລະຊົນໃດ່ ໃຫ້ຂອງທີ່ເລີດ ໃຫ້ຂອງທີ່ດີ ໃຫ້ຂອງທີ່ປະເສີດ ນໍລະຊົນນັ້ຈະບັງເກີດໃນທີ່ໃດ່ໆ ຍ່ອມມີອາຍຸຢືນ ມີຍົດ ນີ້ເປັນພຣະດຳລັດຂອງພຣະຜູ້ມີພຣະພາກເຈົ້າ

ການເລືອກຜູ້ຮັບທີ່ສົມຄວນແກ່ຂອງ ແລະ ເລືອກຜູ້ຮັບເປັນຜູ້ມີສີນ ມີຄຸນນະທັມ ເອີ້ນວ່າ ເຄົາລົບໃນຜູ້ຮັບ ອັນນີ້ບໍ່ໄດ້ຫມາຍເຖີງວ່າ ຖ້າຜູ້ຮັບເປັນສັດເດລະສານ ຫລື ເປັນຜູ້ບໍ່ມີສີນແລ້ວ ບໍ່ຕ້ອງໃຫ້ ຄວນໃຫ້ຫມົດແລະ ແຕ່ຂອງທີ່ດີ ຂອງທີ່ປານີດ ຂອງທີ່ສະອາດ ມີຣົດເລີດ ຍ່ອມສົມຄວນແກ່ຜູ້ຮັບທີ່ເລີດ ຄືຜູ້ປະພຶດທັມ ຜູ້ມີສີລຍິ່ງກວ່າຜູ້ອື່ນ ຍິ່ງໃຫ້ແກ່ຜູ້ມີສີລຈຳນວນຫລາຍເປັນປະໂຫຍດສຸກແກ່ຜູ້ມີສີລຈຳນວນຫລາຍ ທີ່ເອີ້ນວ່າ ສັງຄະທານ ຍິ່ງມີຜົນຈົນປະມານບໍ່ໄດ້ວ່າເທົ່ານັ້ນເທົ່ານີ້

3,ໃຫ້ດ້ວຍມືຂອງຕົນ ຂໍ້ນີ້ ຫມາຍຄວາມວ່າ ເວລານີ້ເຮົາເປັນມະນຸດ ມີມື ມີຕີນ ມີອາໄວຍະວະຄົບບໍລິບູນເຮົາຈຶ່ງສົມຄວນເຮັດທານນັ້ນດ້ວຍມືຂອງຕົນ ບໍ່ຄວນໃຊ້ຜູ້ອື່ນເຮັດແທນຕະຫລອດ ຖ້າຈະໃຫ້ກໍ່ເປັນບາງເທື່ອ ໃນເວລາຈຳເປັນ ນອກຈາກນັ້ນແລ້ວ ຄວນເຮັດທານດ້ວຍມືຂອງຕົນເອງ ເພາະນອກຈາກຈະເຮັດໃຫ້ເກີດເຈດຕະນາທີ່ເປັນບຸນໃນຂະນະກຳລັງໃຫ້ແລ້ວ ໃນວັດຕະອັນດົນນານນີ້ ເຮົາບໍ່ອາດຮູ້ໄດ້ວ່າ ເຮົາຈະເກີດເປັນຄົນທີ່ມີອະໄວຍະວະທີ່ສົມບູນບໍ່ ຖ້າເຮົາເກີດເປັນຄົນມືຂາດ ແລ້ວຂອງທີ່ເຮົາຢາກໃຫ້ທານດ້ວຍມືຂອງຕົນ ເຮົາຈະໃຫ້ໄດ້ແນວໃດ່.

4,ໃຫ້ເປັນປະຈຳ ຂໍ້ນີ້ຫມາຍເຖີງ ບໍ່ແມ່ນແຕ່ຢາກໃຫ້ຕາມໆຄົນອື່ນ ບໍ່ແມ່ນຕາມປະເພນີນິຍົມ ຫຼືໃຫ້ແບບຂວາງຖີ້ມ

5,ເຫັນຜົນໃນອະນາຄົດຈື່ງໃຫ້ ຫມາຍເຖີງ ໃຫ້ເພາະເຊື່ອວ່າ ທານມີຈິງ ຜົນຂອງທານມີຈິງ ທານເຮັດໃຫ້ເກີດໃນສະຫວັນໄດ້ຈິງ ເຖີງເກີດເປັນມະນຸດກໍ່ເປັນຜູ້ຮັ່ງມີ ບໍລິບູນດ້ວຍຊັບສິນ ຫລື ເຊື່ອວ່າ ທານເປັນການຂັດເກົ່າຄວາມຂີ້ຖີ່ ຄວາມຍືດຫມັ້ນຖືຫມັ້ນໃນຕົວຕົນ ເປັນແນວທາງກ້າວເຂົ້າໄປສູ່ສະຫວັນມັກຜົນ ນິບພານໄດ້.  

ສະຫລຸບແລ້ວ ການໃຫ້ທານທີ່ເປັນສັງຄະທານ ບໍ່ສະເພາະເຈາະຈົງແກ່ຮູບໃດ່ຮູບຫນື່ງ ໃຫ້ທານທີ່ເປັນກາລະທານ ຖືກທີ່ຖືກເວລາ ແລະໃຫ້ທານກັບຜູ້ມີສີນ ມີຜົນ ຜູ້ປະຕິບັດທັມ.ປະກອບດ້ວຍ ສັດທາ ໃນພຣະພຸດ,ພຣະທັມ ແລະ ພຣະສົງ ຈະມີຜົນອະນິສົງດີຫນັກແລ.

 

⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋

Grateful to these sources

ພຣະໄຕປິດົກສະບັບຫລວງ (ภาษาไทย) ເຫລັ່ມທີ່ 14 ສຸຕຕັນຕະປິດົກ ມັດຊິມະນິກາຍ ອຸປະຣິປັນນາດ ທັນຕະພູມສູດ ຫນ້າ 212

https://84000.org/tipitaka/book/bookpn01.html#3

http://www.manomayitthi.com/articles/42342184/%E0%B8%97%E0%B8%B2%E0%B8%99%E0%B8%A1%E0%B8%B1%E0%B8%A2%20%E0%B8%AA%E0%B8%B5%E0%B8%A5%E0%B8%A1%E0%B8%B1%E0%B8%A2%20%E0%B8%A0%E0%B8%B2%E0%B8%A7%E0%B8%99%E0%B8%B2%E0%B8%A1%E0%B8%B1%E0%B8%A2.html

Author: Singkham
I regularly blog on dhamma, Buddhist news, How to IT, and more