ໂດຍ: ຄວັນສີເທົາ
ປັ໋ງ!…ບໍ່ຕ້ອງຕື່ນຕົກໃຈ ສຽງນີ້ບໍ່ໄດ້ດັງມາຈາກປະເທດອິດສະເອລແນ່ນອນ
ອັນຕະລາຍມີຢູ່ຮອບຕົວ ຫາກບໍ່ລະວັງ ເຮົາຈະກາຍເປັນເຫຍື່ອຂອງສິ່ງເຫຼົ່ານັ້ນກໍເປັນໄດ້
ກ່ອນອອກເດີນທາງໄປເລຫ໌ລາດັກມື້ນີ້ ພວກເຮົາມີພາຣະກິດຢ່າງໜຶ່ງຄື ການໄປໄຫວ້ພຣະສີອະຣິຍະເມດໄຕຣ (ບ້ານເຮົາມັກເອີ້ນວ່າ ພຣະສີອານນັ້ນແຫຼະ ອົງດຽວກັນເດີ) ທີ່ຕັ້ງຢູ່ຫ່າງຈາກຕົວເມືອງກາຣ໌ກິລປະມານສິບຫົກກິໂລແມັດ ແຕ່ໃນການໄປຄັ້ງນີ້ຈະບໍ່ໄດ້ໃຊ້ລົດຄັນທີ່ນັ່ງມາຈາກສີນາກາຣ໌ ເພາະກົດໝາຍທ້ອງຖິ່ນຂອງທີ່ນີ້ບັງຄັບໃຫ້ນັກທ່ອງທ່ຽວຕ້ອງເໝົາລົດໃນເມືອງນີ້ເທົ່ານັ້ນ ລົດຈາກເມືອງອື່ນສາມາດພານັກທ່ອງທ່ຽວໄປໄດ້ສະເພາະເສັ້ນທາງຫຼັກ (National High Way) ຫາກຝ່າຝືນຕ້ອງຖືກປັບໃໝ. ສະນັ້ນ ໂຊເຟີລົດຂອງພວກເຮົາຈຶ່ງນອນຫົວຫົດຢູ່ໃນໂຮງແຮມ ເພາະຄວາມໜາວ. ຕອນນີ້ເວລາຫ້າໂມງເຄິ່ງ ພວກເຮົາພາກັນຟ້າວຍັດຕົນເອງເຂົ້າໄປໃນລົດຕູ້ນ້ອຍໆຄັນໜຶ່ງ ເບິ່ງຈັ່ງໃດ໋ກໍບໍ່ຄືລົດຕູ້ ຄ້າຍຄືລົດຕຸ໊ກຕຸກບ້ານເຮົານີ້ແຫຼະ ຕ່າງແຕ່ມີປະຕູປິດເທົ່ານັ້ນເອງ ມີເບາະຢູ່ສາມຈຸດຄື ເບາະໜ້າສຸດ ອາຈານນັ່ງກັບຄົນຂັບ ເບາະຖັດມາເປັນເບາະທີ່ປິ່ນໜ້າກັບຫຼັງ (ນັ່ງແລ້ວຮູ້ວິງວຽນຄ້າຍຈະເປັນລົມ) ເບາະສຸດທ້າຍຄືເບາະຫຼັງສຸດ ແຕ່ລະເບາະນັ່ງໄດ້ສອງຄົນແບບບຽດໆ ເມື່ອຍັດຕົວໄປຮຽບຮ້ອຍໂຊເຟີປິດປະຕູ ປັ໋ງ! ໂອ້! ມາຍກ໊ອດ ຂ້ອຍຖົກຂາເກືອບບໍ່ທັນ (ສຽງດັງທີ່ຢູ່ແຖວທໍາອິດເກີດຈາກການປິດປະຕູນີ້ແຫຼະ)
ພວກເຮົາມຸ່ງໜ້າໄປສູ່ໝູ່ບ້ານຊື່ວ່າ ກາຣ໌ເຊກ້າຣ໌ (Karchey Khar) ອັນເປັນສະຖານທີ່ຕັ້ງຂອງພຣະສີອະຣິຍະເມດໄຕຣ ສອງຂ້າງທາງໂອບລ້ອມໄປດ້ວຍສາຍພູ ຝັ່ງຊ້າຍເປັນພູຫົວໂລ້ນ ຝັ່ງຂວາມີຕົ້ນໄມ້ຂຶ້ນເປັນບາງຍ່ານ ໜ້າຈະເປັນບ່ອນເຮັດການເພາະປູກຂອງປະຊາຊົນເປັນສ່ວນຫຼາຍ ເຄິ່ງກາງລະຫວ່າງສອງຝາກຄືແມ່ນ້ຳທີ່ເປັນເສັ້ນເລືອດຄອຍຫຼໍ່ລ້ຽງຜູ້ຄົນທີ່ອາໄສຢູ່ໃນແຖບນີ້ ເບິ່ງອອກໄປຂ້າງໜ້າໄກໆເຫັນຈອມພູທີ່ປົກຄຸມດ້ວຍຫິມະ ພວກເຮົາໃຊ້ເວລາປະມານໜຶ່ງຊົ່ວໂມງກໍມາຮອດບ້ານກາຣ໌ເຊກ້າຣ໌ ພໍແຕ່ກ້າວຂາລົງຈາກລົດເທົ່ານັ້ນແຫຼະ ຄວາມເຢັນຍະເຍືອກກໍເຂົ້າມາປະທະໃບໜ້າ ລາມໄປເຖິງແຂນຂາແລະທຸກສ່ວນຂອງຮ່າງກາຍ ອຸນຫະພູມຕອນນີ້ປະມານລົບຫ້າອົງສາ ພວກເຮົາພາກັນອູ້ມກ້ອງຖ່າຍຮູບແລະວິດີໂອ ແລ່ນ (ນ້ອຍ) ຕາມຫຼັງພຣະອາຈານລົງໄປຫາພຣະພຸດທະຮູບເຊິ່ງຫ່າງອອກໄປອີກປະມານຮ້ອຍກວ່າແມັດ ເລາະລຽບຕາມຄອງນໍ້າໄປເລື້ອຍໆ ຈົນໃນທີ່ສຸດກໍໄດ້ຂ້າມຄອງນໍ້າ ແລ້ວຫັນຫຼັງກັບມາ ໂອ່..ມາຍບຸດດາ ຕັ້ງຢູ່ນີ້ນີ້ເອງ.
ພຣະພຸດທະຮູບອົງນີ້ຖືກແກະສະລັກໄວ້ທີ່ໜ້າຜາ ມີຄວາມສູງປະມານແປດແມັດເຄິ່ງ ເປັນພຣະພຸດທະຮູບຊົງເຄື່ອງປະດັບປະດາໄປດ້ວຍສາຍຄໍ ສາຍແຂນ ຕຸ້ມຫູ ແລະ ສາຍແອວ ພຣະສຽນ (ຫົວ) ໃສ່ໝວກທີ່ປະດັບລວດລາຍເໝືອນໝວກພຣະຖັງຊຳຈັ໋ງໃນຊີຣີ່ໄຊອິ໋ວ ມືຊ້າຍຖືໝໍ້ນໍ້າ ມືຂວາຍົກຂຶ້ນພຽງໜ້າເອິກເປັນສັນຍາລັກແຫ່ງການໃຫ້ພອນ ດ້ານຂວາມືຂອງພຸດທະຮູບມີທຸງມົນຕຣາທິເບດເນັ່ງເປັນສາຍລະໂຍງລະຍາງເຫັນແລ້ວຮູ້ສຶກເຖິງຄວາມເຂັ້ມຂັງ ແລະ ສັກສິດ. ດ້ານໜ້າພຣະພຸດທະຮູບໄກອອກໄປມີສາຍນໍ້າທີ່ໄຫຼຄົດຄຽວໄປຕາມລ້ອງຫີນ ມີທົ່ງຫຍ້າຂຽວຊະອຸ່ມ ແລະ ມີພູເຂົາທີ່ປົກຄຸມໄປດ້ວຍຫິມະຍາວຢຽດສຸດລູກຫູລູກຕາ. ທ່າມກາງທໍາມະຊາດທີ່ສວຍງາມຜະສົມຜະສານກັບມົນຂັງແຫ່ງອາຣະຍະທັມທີ່ເກົ່າແກ່ ການໄດ້ມາຢືນຢູ່ທ່າມກາງຂອງສິ່ງເຫຼົ່ານີ້ ຮູ້ສຶກວ່າຕົນເອງຕົວລີບລົງທັນທີ ເບື້ອງໜ້າເປັນພຸດທະຮູບທີ່ຍິ່ງໃຫຍ່ອະລັງການເຊິ່ງເກີດຈາກສີມືຂອງມະນຸດ ດ້ານຫຼັງເປັນພູເຂົາໂອບອ້ອມເຊິ່ງເປັນສີມືຂອງທໍາມະຊາດ.
ເວົ້າເຖິງເລື່ອງນີ້ເຮັດໃຫ້ນຶກເຖິງການເກີດຂຶ້ນຂອງສາສະໜາແນວເທວະນິຍົມ (ສາສະໜາທີ່ບູຊາພຣະເຈົ້າ) ໃນຍຸກເລີ່ມຕົ້ນມະນຸດອາໄສຢູ່ຕາມຖ້ຳຕາມປ່າ ເມື່ອເກີດຟ້າຮ້ອງ ຟ້າຜ່າ ແຜ່ນດິນໄຫວ ແລະ ພູເຂົາໄຟລະເບີດ ກໍເຮັດໃຫ້ເຮົາເກີດຄວາມຢ້ານກົວຕໍ່ປາກົດການເຫຼົ່ານີ້ ເມື່ອເກີດຂຶ້ນເລື້ອຍໆ ກໍຍິ່ງເພີ່ມຄວາມຢ້ານກົວແກ່ມະນຸດຫຼາຍຂຶ້ນ ພວກເຮົາຈຶ່ງເຊື່ອວ່າເບື້ອງຫຼັງຂອງປາກົດການເຫຼົ່ານີ້ຕ້ອງມີສິ່ງຫຼືຜູ້ມີອຳນາດເປັນຜູ້ບັນດານແນ່ນອນ ສະນັ້ນ ຈຶ່ງຄິດຫາວິທີແກ້ໄຂດ້ວຍການເອົາອົກເອົາໃຈທຳມະຊາດມີການເຊັ່ນໄຫວ້ ສັກກາຣະບູຊາ ອ້ອນວອນເປັນຕົ້ນ ເພື່ອໃຫ້ສິ່ງມີອຳນາດນັ້ນພໍໃຈ ການເຮັດແບບນີ້ບາງຄັ້ງກໍໄດ້ຜົນ ບາງຄັ້ງກໍໄຮ້ຜົນ ຖ້າບູຊາແລ້ວໄດ້ຜົນກໍຖືວ່າເປັນການບູຊາທີ່ຖືກຕ້ອງ ຖ້າໄຮ້ຜົນກໍຖືວ່າຜິດວິທີ ດ້ວຍເຫດນີ້ ເຮົາຈຶ່ງມີພິທີກັມຕ່າງໆ ຈາກພິທີກັມເຫຼົ່ານັ້ນຈຶ່ງກາຍມາເປັນສາສະໜາໃນທີ່ສຸດ. ຄົນທີ່ອາໄສຢູ່ໃນແຖບນີ້ ພວກເຂົາຢູ່ຮ່ວມກັບທຳມະຊາດຢ່າງໃກ້ຊິດ ຈະວ່າໂຫດຮ້າຍກໍໜ້າຈະພໍເວົ້າໄດ້ ຂະໜາດພວກເຮົາມາຊ່ວງລະດູຮ້ອນ (ເດືອນມິຖຸນາ) ອາກາດຍັງໜາວເຖິງພຽງນີ້ ມິຕ້ອງກ່າວໃຍໄປເຖິງລະດູໜາວອຸນຫະພູມຕິດລົບຊາວເຖິງສາມສິບອົງສາ ພູມິປະເທດກໍເຕັມໄປດ້ວຍຜູ້ຜາທີ່ສູງໃຫຍ່ ເບິ່ງແລ້ວໜ້າເກງຂາມ ມະນຸດຕົວນ້ອຍໆຈະອາດຫານໄປທຽບກັບທຳມະຊາດເຫຼົ່ານີ້ໄດ້ແນວໃດ ສະນັ້ນ ສິ່ງໜຶ່ງທີ່ເປັນເຄື່ອງຫຼໍ່ລ້ຽງຈິດວິນຍານຂອງພວກເຂົາກໍຄື ຄວາມເຊື່ອທາງສາສະໜາ ເຊິ່ງເປັນທີ່ເພິ່ງທາງໃຈສຳຄັນຍິ່ງ ເມື່ອເກີດປາກົດການທາງທຳມະຊາດແບບດັ່ງກ່າວຜູ້ຄົນຕ່າງກໍຫັນໜ້າເຂົ້າຫາຄວາມເຊື່ອທາງສາສະໜາ ອາດຈະເປັນພຣະເຈົ້າ ເທບເທວາ ເຈົ້າແມ່ ຫຼັກທັມ ຫຼື ສິ່ງອື່ນໆ ຕາມຄວາມເຊື່ອຂອງຕົນເອງ.
ຜູ້ຂຽນເຊື່ອວ່າ ພຣະສີອະຣິຍະເມດໄຕຣທີ່ຕັ້ງຢູ່ເບື້ອງຂອງພວກເຮົາໃນຕອນນີ້ກໍເປັນໜຶ່ງໃນຜົນງານທີ່ເກີດຈາກຄວາມຕ້ອງການທີ່ເພິ່ງທາງໃຈຂອງຊາວພຸດໃນຍຸກນັ້ນ ເຊິ່ງສ້າງຂຶ້ນໃນຊ່ວງຣາຊະວົງກຸສານະ ປະມານ ພ.ສ 500-700 (ກ່ອນ ຄ.ສ 1) ຣາຊະວົງນີ້ເປັນຣາຊະວົງທີ່ມີເຊື້ອສາຍມາຈາກຊົນເຜົ່າມົງໂກ ເດີມທີອາໄສຢູ່ແຖບອາຊີກາງ ຕໍ່ມາຖືກຊາວຮັ່ນຮຸກຮານຈຶ່ງອົບພະຍົບມາຄອບຄອງດິນແດນໃນອິນເດຍທາງຕາເວັນຕົກສ່ຽງເໜືອ ແລ້ວແຜ່ອານາເຂດອອກໄປຈົນກາຍເປັນອານາຈັກທີ່ຍິ່ງໃຫຍ່ ເບື້ອງຕົ້ນຕັ້ງເມືອງຫຼວງຢູ່ທີ່ເປຊະວາ (ປາກີສະຖານໃນປັດຈຸບັນ) ຕໍ່ມາຈຶ່ງຍ້າຍລົງມາຕັ້ງຢູ່ເມືອງມະຖຸຣາ (ຫ່າງຈາກກຸງນິວເດລີລົງໄປປະມານ 137 ກມ).
ຫາກທ່ານໃດສົນໃຈສິລະປະໜ້າຈະເຄີຍໄດ້ຍິນຄໍາວ່າ ສິລະປະແບບມະຖຸຣາ ເຊິ່ງເປັນໜຶ່ງໃນຍຸກສະໄໝສິລະປະຂອງອິນເດຍທີ່ມີຄວາມສວຍງາມ ແລະ ມີເອກະລັກສະເພາະຕົນ (ຮູບແບບສິລະປະອິນເດຍແບ່ງອອກເປັນ 5 ຍຸກຄື ແບບສານຈີ, ແບບຄັນທາຣະ, ແບບມະຖຸຣາ, ແບບອະມະຣາວະດີ ແລະ ແບບຄຸບຕະ) ກະສັດທີ່ມີຊື່ສຽງ ແລະ ຍິ່ງໃຫຍ່ທີ່ສຸດອົງໜຶ່ງຂອງອິນເດຍກໍຢູ່ໃນຣາຊະວົງກຸສານະນີ້ເອງ ພຣະອົງມີນາມວ່າ ພຣະເຈົ້າກະນິດສະກະມະຫາຣາດ ຊົງມີສັດທາໃນພຣະພຸດທະສາສະໜາຢ່າງແຮງກ້າ ສ້າງວັດວາອາຮາມ ແລະ ສະຖູບເປັນຈໍານວນຫຼາຍ ຊົງທໍານຸບໍາລຸງພຸດທະສາສະໜາເປັນຢ່າງດີ ທັງເປັນອົງອຸປະຖໍາການສັງຄາຍະນາຄັ້ງທີສີ່ຂອງຝ່າຍມະຫາຍານ. ຈາກນັ້ນ ກໍໄດ້ສົ່ງສະມະນະທູດອອກໄປປະກາດພຣະພຸດທະສາສະໜາໃນອາຊີກາງ ເຮັດໃຫ້ພຸດທະສາສະໜາຝ່າຍມະຫາຍານແຜ່ກວ້າງອອກໄປຍັງປະເທດຈີນ ເກົາຫຼີ ຍີ່ປຸ່ນ ແລະ ມົງໂກເລຍ ຈົນຮອດທຸກວັນນີ້. ຣາຊະວົງນີ້ເດີນທາງມາໄດ້ປະມານ 200 ປີກວ່າໆ ກໍເລີ່ມເສື່ອມອໍານາດລົງຈົນໃນທີ່ສຸດກໍສູນສິ້ນຣາຊະວົງ ເມື່ອ ປີ ພ.ສ 700 ເຫຼືອໄວ້ພຽງຮ່ອງຮອຍ ແລະ ບູຮານສະຖານໃຫ້ຄົນຮຸ່ນຫຼັງໄດ້ສຶກສາວ່າຄັ້ງໜຶ່ງດິນແດນແຖບນີ້ເຄີຍຈະເລີນຮຸ່ງເຮືອງພຽງໃດ.
ພຣະພຸດທະຮູບແກະສະລັກທີ່ພວກເຮົາກໍາລັງຂາບໄຫວ້ຢູ່ຕອນນີ້ ກໍເປັນໜຶ່ງໃນຮ່ອງຮອຍທີ່ຜູ້ຄົນໃນຍຸກນັ້ນໄດ້ປະໄວ້ໃຫ້. ພວກເຂົາໃຊ້ເວລາປະມານສອງຮ້ອຍປີໃນການກໍ່ສ້າງເອກະລັກ ແລະ ວັດທະນະທໍາຂອງຕົນເອງຂຶ້ນ ຈົນຈະເລີນຮຸ່ງເຮືອງເຖິງຂັ້ນໃດຂັ້ນໜຶ່ງ ແລະແລ້ວເມື່ອຄວາມເສື່ອມຖອຍມາເຖິງກໍຕ້ອງປ່ອຍໄປຕາມເລື່ອງລາວ ພຸດທະສາສະໜາສອນວ່າ ການທີ່ສິ່ງໃດສິ່ງໜຶ່ງຈະເລີນຂຶ້ນຫຼືເສື່ອມລົງນັ້ນ ສ່ວນໜຶ່ງເປັນເພາະພຶດຕິກໍາຂອງມະນຸດ ເຮົາຈະສັງເກດເຫັນຈາກພັດທະນາການຂອງສັງຄົມ ເມື່ອໃດທີ່ມະນຸດມີຄວາມເຂັ້ມແຂງ ມີຄວາມພຽນ ໃຝ່ໃຈໃນການຮຽນຮູ້ ແລະ ມີແນວຄິດສ້າງສັນ ສັງຄົມໃນເມື່ອນັ້ນກໍຈະເລີນຮຸ່ງເຮືອງ ແຕ່ເມື່ອໃດຫາກມະນຸດມີພຶດຕິກໍາໃນທາງກົງກັນຂ້າມ ແລະ ຫຼົງມົວເມົາໃນການເສບບໍລິໂພກ ເມື່ອນັ້ນສັງຄົມກໍເສື່ອມລົງ[1] ອານາຈັກທີ່ຍິ່ງໃຫຍ່ຂອງຣາຊະວົງກຸສານະທີ່ເສື່ອມຖອຍລົງໄປນັ້ນ ສ່ວນໜຶ່ງອາດເປັນເພາະພຶດຕິກໍາຂອງຄົນໃນຍຸກນັ້ນກໍເປັນໄດ້. ແຕ່ກໍຢ່າງວ່າລະເນາະ ເໝືອນທີ່ພຣະເພິ່ນວ່າ ຍົດ ຊັບ ອໍານາດ ລ້ວນເປັນສິ່ງຫອມຫວານ ຜູ້ຄົນຕ່າງກໍພະຍາຍາມໄຂວ່ຄວ້າຫາມັນມາຄອບຄອງ ເມື່ອໄດ້ຄອບຄອງສົມດັ່ງໃຈແລ້ວ ສິ່ງເຫຼົ່ານີ້ (ຍົດ ຊັບ ອໍານາດ) ບາງທີ ກໍເຮັດໃຫ້ຄົນຍິ່ງໃຫຍ່ໄດ້ ແຕ່ບາງທີກໍທໍາລາຍຄົນບາງຄົນໃຫ້ຕ້ອຍຕໍ່າຈົນຈົມດິນ ເພາະເມື່ອເຂົາໄດ້ມັນມາແລ້ວກໍຫຼົງໄຫຼຈົນລືມເຫັນຫົວຄົນອື່ນ ບາງຄົນອາດຈະມອງເຫັນຄົນອື່ນເປັນຂ້ອຍຂ້າມ້າໃຊ້ໂດຍບໍ່ຄຳນຶງເຖິງຄວາມຮູ້ສຶກ ແລະ ລືມຄວາມເປັນຄົນຂອງຜູ້ອື່ນເລີຍກໍເປັນໄດ້. ພຶດຕິກໍາເຫຼົ່ານີ້ຫາກດໍາເນີນໄປດົນເຂົ້າ ຜູ້ຂຽນເຊື່ອວ່າ ວັນໜຶ່ງສັງຄົມຈະມີວິທີໃນການຈັດການຕົວມັນເອງ.
ຄວາມຈິງແລ້ວ ຄວາມຈະເລີນ ແລະ ຄວາມເສື່ອມລ້ວນເປັນເລື່ອງທໍາມະດາຂອງໂລກ ບໍ່ວ່າຈະເປັນສິ່ງຕ່າງໆ ຫຼື ຕົວເຮົາເອງ ຄົນດີ ຄົນຊົ່ວ ມິດສະຫາຍ ຍາດພີ່ນ້ອງ ຫຼື ແມ້ກະທັ່ງສັດຕູ ວັນໜຶ່ງກໍຕ້ອງຖິ້ມຮ່ອງຮອຍບາງຢ່າງໄວ້ໃນໂລກ ແຕ່ສິ່ງສໍາຄັນຄືຮ່ອງຮອຍຂອງເຮົາທີ່ວ່ານັ້ນຄືສິ່ງໃດຕ່າງຫາກ. ຫາກຄິດເຊັ່ນນີ້ແລ້ວ ບໍ່ຮູ້ວ່າຊາວໂລກຈະຕໍ່ສູ້ ຍາດແຍ່ງ ຊິງດີ ຊິງເດັ່ນກັນໄປເພື່ອຫຍັງ ເພາະທ້າຍທີ່ສຸດແລ້ວພວກເຮົາຕ່າງກໍມຸ່ງໜ້າໄປສູ່ຄວາມສິ້ນສະຫຼາຍກັນທັງນັ້ນ.
ສິ້ນສຸດສຽງກ້ອງ..ຊ໋ອດສຸດທ້າຍ
ຄະນະພວກເຮົາພາກັນຍັດຕົວເຂົ້າໄປໃນລົດຄັນເດີມ ເພື່ອກັບເຂົ້າໄປເມືອງກາຣ໌ກິລອີກຄັ້ງ ຕົວເມືອງໃນຍາມນີ້ຜູ້ຄົນຂວັກໄຂວ່ໄປມາ ພໍ່ຄ້າກຳລັງຮຽກເອີ້ນໃຫ້ຄົນເຂົ້າຮ້ານ ນັກຮຽນກຳລັງຍ່າງໄປໂຮງຮຽນ ບາງຄົນກຳລັງຫາຊື້ອາຫານເຊົ້າ ໃນຂະນະທີ່ພວກເຮົາກໍາລັງຈະອອກເດີນທາງ ປ່ອຍໃຫ້ພຣະພຸດທະຮູບ ພູເຂົາຫິມະ ທຸງມົນຕຣາທີ່ສັກສິດ ແລະ ບັນຍາກາດໃນເມືອງກາຣ໌ກິລໄວ້ຂ້າງຫຼັງ ເກັບຄວາມຊົງຈຳໃສ່ກະເປົ໋າ ມຸ່ງໜ້າໄປສູ່ເລຫ໌ລາດັກຕໍ່ໄປ.
ວັດພຣະຂາວພັນນາຣາມ
ຕົ້ນລະດູໜາວ
16 ມັງກອນ 2024
[1] ສົມເດັດພຸດທະໂຄສາຈານ (ປ.ອ.ປະຍຸດໂຕ), ຈາຣິກບຸນ ຈາລຶກທັມ, (ກຸງເທບ ຯ: ສໍານັກພິມຜະລິທັມ, 2561), ໜ້າ 375.