ປະຫວັດຫຍໍ້ ຊາດພູມ ພຣະຄຣູອະນາວິໂຣ ( ບຸນທອງ ວິປຣະໄຊຍ໌, ຊາໂງນ )

ປະຖົມພູມ

ທ່ານ ເກີດເມື່ອວັນອາທິດ ທີ 14 ກຸມພາ ປີ ຄ.ສ 1940 ທີ່ ບ້ານດອນຊ້າງໄພໂພນກ່າມ, ຕາແສງ ບ້ານ ຫ້ວຍ, ເມືອງ ໂຂງ ແຂວງສີພັນດອນ ( ຈໍາປາສັກ ) ບັນພະຊາເປັນສາມະເນນ ປີ ຄ.ສ 1957 ທີ່ວັດ ຊ້າງແກ້ວກໍາແພງເພັດ ບ້ານດອນຊ້າງໄພໂພນກ່າມ ເມືອງໂຂງແຂວງຈໍາປາສັກ ຈົບການສຶກສາສໍານັກທັມ ຊັ້ນເອກ, ປະໂຫຍກ 3 ແລະ ອະພິທັມ ຊັ້ນຕົ້ນ, ດ້ານການປະຕິບັດ ໄດ້ປະຕິບັດກໍາມະຖານໂດຍກົງຈາກພຣະອາຈານໃຫ່ຍ ຊາຄໍາແດງ ຍານະວຸດໂທ. ທ່ານຄືພຣະຜູ້ປ່ຽມລົ້ນດ້ວຍ ພົມວິຫານທັມ ແລະ ສົງຄຸນອັນປະເສີດ, ຕະຫຼອດຊີວິດຂອງທ່ານໄດ້ທຸ້ມເທແຮງກາຍ, ແຮງໃຈ ຄວາມຄິດ, ສະຕິປັນຍາ, ເມື່ອພຣະພຸດທະ ສາສະຫນາຢ່າງບໍ່ເຫັນແກ່ຄວາມອິດເຫມືອຍ, ຕັ້ງແຕ່ອາດີດຈົນເທິງວາລະສຸດທ້າຍຂອງຊີວິດທ່ານມີສາສະຫນາກິດຢ່າງຫຼວງຫຼາຍເຊັ່ນ:

ດ້ານການ ປົກຄອງ

ທ່ານໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແຫນ່ງ ເປັນເຈົ້າອະທິການ, ເປັນປະທານ ອ.ພ.ສ ເມືອງ ເປັນຮອງປະທານ ອ.ພ,ສ ແຂວງຈໍາປາສັກ ແລະ ກໍາມະການອົງການພຸດທະສາສະຫນາສໍາພັນລາວ, ທ່ານປົກຄອງຄະນະສົງຈົນພຣະພິກຂຸສາມະເນນມີລະບຽບວິໄນເປັນທີ່ຕັ້ງແຫ່ງຄວາມ ເຫຼື້ອມໃສສັດທາ,

ດ້ານວຽກງານການສຶກສາ

ທ່ານໄດ້ສົ່ງເສີມລູກຫຼານທີ່ດ້ອຍໂອກາດທາງການສຶກສາໃຫ້ໄດ້ເຂົ້າມາບວດເພື່ອສຶກສາຕໍ່ທາງທັມ ຈົບການສຶກສາໃນລະດັບນັກທັມປາລີເປັນ ມະຫາ ແລະ ອະພິທັມ ກໍຫຼາຍອົງ, ສວນການສຶກສາທາງຝ່າຍໂລກກໍຈົບການສຶກສາ ໃນລະດັບປະຣິນ ຍາຕີ, ປະຣິນຍາໂທ ປະຣິນຍາເອກກໍ່ຫຼາຍອົງສິກອອກມາເຮັດວຽກງານທາງຝ່າຍບ້ານ ເມືອງ ເຊັ່ນ: ເປັນທະຫານ ຕໍາຫຼວດ ພະນັກງານລັດຖະ ກອນ ນັກທຸລະກິດ ໄດ້ດິບໄດ້ດີ ກໍຫຼາຍຄົນກະຈາຍທົ່ວໄປໃນປະເທດ ເປັນການຊ່ວຍສ້າງພັດທະນາບ້ານເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງ, ຜູ້ທີ່ ຍັງບວດກໍ່ເປັນເຈົ້າອະທິການວັດດ ເປັນຄະນະ ອ.ພ.ສ ເມືອງ ຄະນະ ອ.ພ.ສ ແຂວງ ຄະນະ ອ.ພ.ສ ສູນກາງ ກະຈາຍຢູ່ທົ່ວໄປທັງພາຍໃນ ແລະ ຕ່າງປະເທດກໍຫຼວງຫຼາຍ, 

ດ້ານການຈັດການເຜີຍແຜ່

ທ່ານເທດສະຫນາອົບຮົມສັ່ງສອນ ພຣະພິກຂຸ ສາມະເນນ ອຸປາສົກ ອຸປາສິກາ ຢູ່ເລື້ອຍໆ ແລະ ໄດ້ຮັບອາຣາດທະນາໃຫ້ເປັນຜູ້ສະແດງພຣະທັມມະເທດສະຫນາ ໃນພິທີຕ່າງໆ ຫຼວງຫຼາຍ, ນອກຈາກນີ້ທ່ານຍັງໃຫ້ຄວາມສໍາຄັນກັບການອົບຮົມ ເຍົາວະຊົນ, ຜູ້ເປັນອະນາຄົດຂອງຊາດໃຫ້ເປັນຄົນດີທີສົມບູນ,ທັງຄວາມຮູ້ວິທີການເທັກໂນໂລຊີຕ່າງໆ ແລະ ຄຸນນະທໍາອັນຈະເປັນຫົວໃຈຫຼັກໃນ ການດໍາເນີນຊີວິດເພື່ອໃຫ້ເຂົາເຫຼົ່ານັ້ນເປັນກໍາລັງສໍາຄັນໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງໃນທຸກໆດ້ານ

ດ້ານການຈັດການສາທາຣະນູປະການ

ທ່ານໄດ້ເປັນປະທານນໍາພາກໍ່ສ້າງວັດຫຼວງຫຼາຍ ທ່ານລົງມືສ້າງຢູ່ບ່ອນໃດກໍປະສົບຜົນສໍາເລັດຢູ່ບ່ອນນັ້ນ ທ່ນເປັນພຣະຜູ້ເວົ້າແລ້ວ ເຮັດຄືເວົ້າແຕ່ຄວາມຈິງ ແລະ ເຮັດແຕ່ຄວາມຈິງສະເຫມີເປັນຜູ້ມີສັດຈະທໍາປະຈໍາໃຈ, ນອກຈາກນັ້ນ ທ່ານໄດ້ຊ່ວຍເຫຼືອພຣະສົງ ສາມະເນນ ແລະ ສັງຄົມຫຼວງຫຼາຍຈົນນັບບໍ່ຖ້ວນພຣະຄຣູ ອະນາວິໂຣ ( ບຸນທອງ ວິປຣະໄຊຍ, ຊາໂງນ ) ຫຼື ອາຈານພໍ່ຂອງບັນດາສິດສານຸສິດທັງຫຼາຍວ່າ ດ້ວຍນ້ໍາໃຈ ແລະ ອັດຖາຍາໄສອັນແທ້ຈິງ ແລ້ວ ພຣະອາຈານເປັນພຣະຜູ້ທີ່ມີເມດຕາທັມອັນສູງສົ່ງ, ມີຄວາມຮັກ ມີຄວາມຫ່ວງໃຍ ໃນເຫຼົ່າສິດສານຸສິດທຸກໆ ຖ້ວນຫນ້າ, ທັງພຣະພິກຂຸສາມະເນນ ແລະ ສິດຄາຣະວາດທີ່ໄດ້ເພິ່ງພາອາໄສປາຣະມີຂອງທ່ານ, ທ່ານເປັນພຣະສົງແທ້ທີ່ບໍ່ຮັກບັງຊັງບ່ຽງ ບໍ່ເລືອກຊັ້ນວັນນະທີ່ຈະປະຕິບັດ, ຂໍພຽງແຕ່ນິມົນແລະຕັ້ງໃຈທ່ານກໍເມດຕາໃຫ້ກັບເຮົາແລ້ວ. ສິດສານຸສິດເຫັນແລ້ວວ່າ ພຣະອາຈານໃຫຍ່ທ່ານມີ ເມດຕາທັມ ມີຄວາມຮັກແພງຫ່ວງໃຍ ໃນສິດຂອງຕົນສະເຫມີຕົ້ນສະເຫມີປາຍໃນການປົກຄອງຂອງທ່ານພຣະອາຈານໃຫຍ່ຈະໃຊ້ຢູ່ 2 ວິທີການ ໃຫຍ່ໆຄື:

1. ຖ້າບອກສອນບໍ່ເຊື່ອຟັງຕ້ອງປາບປາມ ເພື່ອໃຫ້ກັບຈິດກັບໃຈເປັນຄົນດີກັມາ

2. ຖ້າບອກສອນເຊື້ອຟັງປະຕິບັດຕາມກໍຍົກຍ້ອງ ສັນລະເສີນ ( ພາສາພຣະເອີ້ນວ່າ ໃຊ້ພຣະເດດ ແລະ ຟູຣະຄຸນ ຄື: ໃຫ້ຄຸນ ແລະ ໃຫ້ໂທດໄດ້ )

ທັງສອງຂໍ້ນີ້ ທ່ານຈະນໍາໃຊ້ຄວບຄູ່ກັນໄປຖ້າສິດ ຄົນໃດຢູ່ໃຕ້ການປົກຄອງຜູ້ທີ່ເປັນລູກໃນທັມ ( ລູກເຜິ້ງ ລູກທຽນ ) ມີຄວາມດື້ດ້ານບໍ່ເຊື່ອຟັງວ່າຍາກສອນຍາກ ຫຼື ຂັດຕໍ່ຄໍາສັງສອນບໍ່ເຄົາລົບກົດ ລະບຽບວິໄນ ແລະ ກົດຫມາຍບ້ານ ເມືອງ, ຫຼີ້ນການພະນັນ, ຕິດອະບາຍຍະມຸກຕ່າງໆ ທ່ານຈະເອົາບົດຄະຣາວາດສະທັມມາເທດສອນຖ້າສອນ ແລ້ວບໍ່ປະຕິບັດຕາມທ່ານ ທ່ານພຣະອາຈານກໍຈະໃຊ້ວິທີການປາບປາມເພື່ອໃຫ້ຄົນນັ້ນມີຄວາມສໍານຶກໄດ້ພຣະເນນ ຫຼື ຄາຣາວາດ ຜູ້ໃດຢູ່ ໃຕ້ການປົກຄອງປະພຶດປະຕິບັດຖືກຕ້ອງຮູ້ ແລະ ເຂົ້າໃຈໃນຫນ້າທີ່ ທີ່ທ່ານໄດ້ມອບຫມາຍໃຫ້ແລ້ວປະຕິບັດຫນ້າທີ່ນັ້ນ ໃຫ້ສໍາເລັດລຸລ່ວງຮຽບຮ້ອຍ ດ້ວຍດີທ່ານພຣະອາຈານກໍຍົກຍ້ອງສັນລະເສີນ ແລະ ເມດຕາສົງເຄາະ ອະນຸເຄາະດ້ວຍດີ.

ທ່ານ ເປັນພຣະມະຫາເຖຣະອົງຫນຶ່ງຂອງປະເທດລາວທີ່ມີຄວາມຮູ້ແຕກສານໃນພຣະທັມວິໄນຂອງພຣະສັມມາສັມພຸດທະເຈົ້າ, ມີຄວາມສາມາດກ້າຫານ ເສຍສະຫຼະທ່ານໄດ້ອຸທິດຊີວິດເຫື່ອແຮງ ສະຕິປັນຍາ ແລະ ຈິດວິນຍານອັນບໍຣິສຸດຂອງເພີ່ນສ້າງຜົນງານໃນທຸກໆດ້ານ ນ້ອມຖວາຍເປັນພຸດທະ ບູຊາ, ທັມມະບູຊາ ແລະ ສັງຄະບູຊາ, ດ້ວຍພະລັງສັດທາອັນສູງສົ່ງ ເພື່ອສຶບທອດສົ່ງເສີມ ແລະ ພັດທະນາພຸດທະສາສະຫນາ ຕາມຫຼັກພຣະທັມ ວິໄນຢ່າງເຄັ່ງຄັດ ແລະ ມີຫົວຄິດປະດິດສ້າງ ໂດຍປັບປ່ຽນໃຫ້ເປັນໄປຕາມກາລະແລະໂອກາດແລະເງື່ອນໄຂພາວະວິໄສຂອງໂລກແຫ່ງຍຸກໃຫ່ມ ທ່ານເປັນພຣະມະຫາເຖຣະທີ່ຫນ້າຍົກຍ້ອງສັນລະເສີນ ທ່ານເປັນພຣະນັກປະຕິບັດທັມ ແລະ ນັກພັດທະນາທີ່ມີຄວາມຄິດແລະສ້າງສັນພັດທະນາ .. ວັດຖຸ ແລະ ພັດທະນາຈິດໃຈເອື້ອເຟື້ອເພື່ອແຜ່ມີເມດຕາທັມມີຄວາມປາດຖະນາໃຫ້ຜູ້ອື່ນເປັນສຸກທ່ານເປັນຜູ້ທີ່ມີບຸນຍາທິການສູງສົ່ງເປັນທີ່ເພິ່ງ ທາງດ້ານຈິດໃຈຂອງສາທຸຊົນ ແລະ ເປັນຮົມເຮືອນອັນເຢືອກເຢັນໃຫ້ແກ່ລູກຫຼານຕະຫຼອດມາ,

ຊ່ວງວາລະສຸດທ້າຍ

ທ່ານໄດ້ລະສັງຂານ ໃນວັນທີ 15/10/2012 ກົງກັບວັນດັບ 15 ຄ່ໍາ ເດືອນ 10 ພສ 2555 ປີມະໂລງ ເວລາ 6:00 ຕອນເຊົ້າ ລວມອາຍຸໄດ້ 72 ປີ 52 ພັນສາ

 

ຄັດຈາກ ຫນັງສື ອາໄລຫາ… ຈາຣຶກຄຸນ ຂຽນໂດຍ: ພຣະມະຫາດຣ. ບຸນທະວີ ວິໄລຈັກຣ

 

ຂອບໃຈ ຂໍ້ມູນຈາກເວັບໄຊຕ໌

http://phousalao.epizy.com/

http://www.pvs999.com/newscontent/%E0%BA%9E%E0%BA%A3%E0%BA%B0%E0%BA%84%E0%BA%A3%E0%BA%B9%20%E0%BA%AD%E0%BA%B0%E0%BA%99%E0%BA%B2%E0%BA%A7%E0%BA%B4%E0%BB%82%E0%BA%A3%20%E0%BA%9A%E0%BA%B8%E0%BA%99%E0%BA%97%E0%BA%AD%E0%BA%87%20%E0%BA%A7%E0%BA%B4%E0%BA%9B%E0%BA%B0%E0%BB%84%E0%BA%8A%20(%E0%BA%8A%E0%BA%B2%E0%BB%82%E0%BA%87%E0%BB%88%E0%BA%99)

Author: Singkham
I regularly blog on dhamma, Buddhist news, How to IT, and more