ເກີດເຫດເສົ້າສະຫຼົດໃຈ! ຟ້າຜ່າ 2 ພີ່ນ້ອງ ເສຍຊີວິດຄາທີ່ ທີ່ເມືອງຮ້ຽມ, ແຂວງຫົວພັນ.

ເກີດເຫດເສົ້າສະຫຼົດໃຈຟ້າຜ່າຍິງ 2 ພີ່ນ້ອງ ເສຍຊີວິດຄາທີ ທີ່ບ້ານນາກູດ ເມືອງຮ້ຽມ ແຂວງຫົວພັນ ເມື່ອເວລາປະມານ 2.00 ໂມງ ຂອງວັນທີ 5 ມິຖຸນາ 2021​ ຜ່ານມານີ້.

ໂດຍ ທ້າວ ທອນ ອາຍຸ 50 ປີ ປະຊາຊົນຢູ່ບ້ານນາກູດ ເມືອງຮ້ຽມ ແຂວງຫົວພັນ ໄດ້ຢືນຢັນວ່າ ເຫດການຟ້າຜ່າແມ່ນເກີດຂຶ້ນຈິງ ມີຄົນເສຍຊີວິດ 2 ຄົນ ຄື :

ຜູ້ທີ່ 1 ຊື່ ນາງ ບົວນັ້ນ ອາຍຸ 21 ປີ ຜູ້ເປັນລູກໄພ້ ຄອຄົວຜູ້ກ່ຽວ

ຜູ້ທີ່ 2 ຊື່ ນາງ ໂມທອງ ອາຍຸ 17 ປີ ນັກຮຽນ ມ7 ຜູ້ເປັນລູກສາວຄອບຄົວຜູ້ກ່ຽວ

ເຫດເກີດໃນຂະນະຝົນຕົກ ທັງສອງພີ່ນ້ອງ ໄດ້ໄປອາໃສ່ກ້ອງຕົ້ນໄມ້ເພື່ອລົບຝົນ ແຕ່ເກີດເຫດທີ່ບໍ່ຄາດຝັນ ຟ້າຜ່າລົງມາໃສ່ຕົ້ນໄມ້ທີ່ຢູ່ຫາງຈາກພວກເຂົາທັງສອງປະມານ​ 36 ແມັດ. ຕາມການສັນນິຖານວ່າ ມີແສງໄຟຈາກຈຸດທີ່ຟ້າຜ່າມາຝາດເອົາພວກເຂົາທັງສອງຈົນເສຍຊີວິດຄາທີ.

 

ເລື່ອງນີ້ ຖືເປັນຄະຕິເຕືອນໃຈໃຫ້​ທຸກຄົນວ່າ ​ເວລາຝົນຕົກຟ້າຮ້ອງຢ່າໄດ້ໄປຢູ່ກ້ອງຕົ້ນໄມ້ໃຫຍ່.ເພື່ອຫຼີກລ້ຽງເຫດທີ່ບໍ່ຄາດຝັນແບບນີ້.

Author: Singkham
I regularly blog on dhamma, Buddhist news, How to IT, and more