ເນື່ອງຈາກ ຂ້າພະເຈົ້າໄດ້ຮັບເຊີນ ຮ່ວມລາຍການສົດ ເຝິກສົນທະນາພາສາອັງກິດ ໃນຫົວຂໍ້ ຊີວິດທິດ-ຊຽງ ຂອງເຟສບຸກເພກ ສິດມີຄູ.ມີຫຼາຍຄຳຖາມທີ່ຫນ້າສົນໃຈ ແຕ່ການສື່ສານພາສາອັງກິດຂອງຂ້າພະເຈົ້າບໍ່ດີ.ຈຶ່ງຂໍອະນຸຍາດນຳມາຂຽນຕອບເປັນແນວຄວາມຄິດສ່ວນຕົວອິງທັມມະ ກັບ ຄຳຖາມທີ່ວ່າ ຊີວິດພຣະກັບຄະລາວາດແຕກຕ່າງກັນແນວໃດ?.
ຊີວິດພຣະກັບຄະລະວາດ ສ່ວນຕົວຄິດວ່າ ບໍ່ມີຄວາມແຕກຕ່າງກັນຫຼາຍ ເພາະ ຄຳວ່າ ຊີວິດ ກໍ່ຄື ຕາມທຳມະຊາດຊີີວິດເມື່ອ ຫິວກໍ່ຕ້ອງກິນ ຢາກນອນ ກໍ່ຕ້ອງນອນ… ເຊີ່ງເປັນກົນໄກຂອງທຳມະຊາດ ນີ້ແມ່ນຊີວິດທີ່ເຫມືອນໆກັນ.ຈະວ່າໄປແລ້ວ ພຣະກັບຄະລາວາດ ກໍ່ຄື ມະນຸດ ເຫມືອນກັນ ເຊີ່ງເປັນສັດທີ່ປະເສີດທີ່ສຸດໃນໂລກ ມະນຸດ ຫຼື ມະນະ ກໍ່ຄືສັດທີ່ມີ ຈິດໃຈ (Thinking mind) ສາມາດພັດທະນາໄປຈົນເຖີງລະດັບສູງສຸດໄດ້ ແຕກຕ່າງກັບສັດຊະນິດອື່ນ ທີ່ສາມາດພັດທະນາຈິດໃຈໄດ້ຈຳກັດ ແລະ ດຳລົງຊີວິດຕາມສັນຊາດຕະຍານເທົ່ານັ້ນ.
ຖ້າເຮົາເປັນສັດມະນຸດເໝືອນກັນ ກິນ,ນອນ ແລະ ມີຮູບຮ່າງເຫມືອນກັນ ແລ້ວແມ່ນຫຍັງ ? ທີ່ຈະບົ່ງບອກຄວາມແຕກຕ່າງ ລະຫວ່າງຄົນກັບຄົນ ຫຼື ພຣະ ກັບ ຄະລາວາດ ການແຕ່ງກາຍຫວາ,ການແຕ່ງກາຍແບບພຣະໃຜກໍ່ແຕ່ງໄດ້ ຜູ້ຊາຍທຸກຄົນບວດໄດ້ ແມ່ນແຕ້ຜູ້ຍິງກໍໍ່ບວດໄດ້ ຫຼື ທີ່ຢູ່ອາໃສ່ຫວາ ຄົນທົ່ວໄປກໍ່ໄປຢູ່ວັດໄດ້ບໍ່ແມ່ນແຕ່ພຣະຢູ່ ນອກຈາກນັ້ນ,ເຖີງແມ່ນວ່າ ທຸກຄົນທີ່ບວດແລ້ວຈະເປັນພຣະປະຕິບັດຕາມພຣະທັມມະວິໄນໝົດ. ດັ່ງທີ່ເຮົາມັກເຫັນໄດ້ ຂ່າວບໍ່ດີກ່ຽວກັບພຣະສົງທີ່ລະເມີດອາບັດ ເຊັ່ນວ່າ ພຣະສົງຍັງກິນຢູ່ແບບຄະລາວາດ,ຍັງແຕ່ງກາຍເໝືອນຄະລາວາດ ຫຼື ແມ້ແຕ່ ເສບກາມແບບຄະລາວາດ ຖ້າແບບນີ້ແລ້ວ ຈະຫາຄວາມແຕກຕ່າງຈາກຄະລະວາດໄດ້ແນວໃດ.
ທີ່ກ່າວມາຂ້າງເທິງນັ້ນ ກະລຸນາຢ່າດ່ວນເຂົ້າໃຈຜິດ ຄິດວ່າຂ້າພະເຈົ້າກ່າວຕູ່ພຣະສົງ ວ່າສິ່ງທີ່ບໍ່ມີມູນຄວາມຈິງວ່າເປັນຄວາມຈິງ ແຕ່ຖ້າຫາກມີຄວາມຈິງຢູ່ແດ່ ກໍຂໍໃຫ້ເຂົ້າໃຈວ່າ ນັ້ນເປັນພຽງຈຸດດາງດຳພຽງສ່ວນນ້ອຍໃນຄວາມຂາວສະອາດ ແລະ ງົດງາມ ຂອງພຣະສົງສ່ວນຫຼາຍ ພາຍໃຕ້ຮົ່ມເງົາໃນພຸດທະສາສະໜາ ທີ່ມີພຣະພຸດ ພຣະທັມ ແລະ ພຣະສົງເປັນທີ່ເພິ່ງ ເປັນທີ່ລະນຶກປະກອບດ້ວຍ ຄວາມມຸ້ງຫມັ້ນຕັ້ງໃຈ (determination) ຫຼື ຄວາມຫມັ້ນສັນຍາ (committment) ທີ່ຈະປະຕິບັດຕາມພຣະທັມວິໄນ ຢ່າງຈິງຈັງ ເມື່ອຊີວິດມີທັມ ແລະ ທັມມະ ນ້ີແຫລະ ຈະເປັນຕົວກຳຫນົດ ພຶດຕິກຳ ແລະ ວິຖີປະຕິບັດທີ່ແຕກຕ່າງລະຫວ່າງພຣະ ກັບ ຄະລາວາດ.
ອີກປະການໜື່ງ ຕາມຄວາມໝາຍດັງເດີມຂອງ ພຣະ ກໍ່ຄື ນັກບວດ ເປັນຊີວິດທີ່ສະຫຼະແລ້ວຈາກໂລກຢ່າງໝົດສິ້ນ ຄື ສະຫຼະຈາກຄວາມມີຊັບສົມບັດ,ຍາດພີ່ນ້ອງ,ເສື້ອຜ້າອາພອນແບບຄະລາວາດ,ການກິນຢູ່ແບບຄະລາວາດ,ການໃຊ້ສອຍແບບຄະລາວາດ,ກິລິຍາອາການແບບຄະລາວາດ ແລະ ລະເລິກຄວາມຮູ້ສຶກນຶກຄິດແບບຄະລາວາດ.ດັ່ງນັ້ນ,ຊີວິດຂອງພຣະຈື່ງເປັນຊີວິດເວັ້ນແລ້ວຈາກວິໄສຂອງຊາວໂລກ ມີຊີວິດຢູ່ຢ່າງປະເສີດ ເພື່ອປະໂຫຍດສຸກ ຂອງເທວະດາ ແລະ ມະນຸດທັງຫຼາຍ ໂດຍມີ ອະຣິຍະມັກມີອົງ 8 ເປັນແນວທາງປະຕິບັດ.
ສ່ວນຊີວິດຂອງຄະລະວາດ ຄື ຜູ້ຄອງເຮືອນ ມີຄອບຄົວ,ຍາດພີ່ນ້ອງ ທີ່ຕ້ອງຮັບຜິດຊອບ ເປັນຊີວິດທີ່ຄັບແຄບ ມີແຕ່ທາງມາຂອງກິເລດ ວ່າໂດຍລວມ ຄື ຄວາມໂລບ,ໂກທ,ຫຼົງ ຈະມີໂອກາດໄດ້ສຶກສາ ພຣະສັດຈະທັມ ກໍ່ບໍ່ງ່າຍ ດັ່ງນັ້ນ, ບຸກຄົນຜູ້ເຫັນໄພ ຄື ຄວາມເກີດ,ແກ່,ເຈັບ ຕາຍ ຈື່ງຄວນແຖຜົມ ແລະ ໜວດ ຄອງຜ້າກາສາວະພັດ ອອກຈາກເຮືອນ ເປັນຜູ້ບໍ່ມີເຮືອນ ບວດເປັນບັນພະຊິດ…
ສະຫຼຸບແລ້ວ ບໍ່ວ່າ ພຣະ ກັບ ຄະລາວາດ ກໍ່ເປັນມະນຸດເໝືອນກັນ ແຕກຕ່າງທີ່ຈິດໃຈໂດຍມີທັມມະເປັນຕົ້ນຕໍ ກໍ່ໃຫ້ເກີດການກະທຳ ນຳທາງຊີວິດໄປສູ່ຄວາມສູງ ຫຼື ຕຳ່ ດຳ ຫຼື ຂາວ ຈົນເຖີງທີ່ສຸດ ຄື ພຣະນິບພານ… ແຕກຕ່າງກັນໄປ.