ຄົ້ນຫາຕົວຕົນຜ່ານການເດີນທາງ

ໂດຍ: ຄວັນສີເທົາ

ທຸກເສັ້ນທາງທີ່ເຮົາກ້າວຜ່ານ

ເປັນດັ່ງແວ່ນແຍງທີ່ສ່ອງສະທ້ອນໃຫ້ເຫັນຕົວຕົນຂອງຕົນເອງ ແລະ ບາງແງ່ມຸມຂອງຊີວິດ

ພາຍຫຼັງໂຊເຟີປິດປະຕູ ລໍ້ລົດກໍເລີ່ມໝູນອອກຈາກທີ່ພັກໃນເມືອງເລຫ໌ທັນທີ

ພວກເຮົາກຳລັງມຸ່ງໜ້າໄປສູ່ວັດດິດສະກິດ (Diskit Gompa) ລ້ຽວຊ້າຍ! ທີ່ຕັ້ງຢູ່ທ່າມກາງຫຸບເຂົານູບຣາ (Nubra Valley) ລ້ຽວຂວາ! ຫ່າງຈາກເມືອງເລຫ໌ປະມານ 115 ກິໂລແມັດ ລ້ຽວຊ້າຍ! ຕາມແຜນການເດີນທາງ ມື້ນີ້ ພວກເຮົາຈະຕ້ອງກັບມານອນຢູ່ເມືອງເລຫ໌ຄືເກົ່າ ນັ້ນໝາຍຄວາມວ່າ ໄລຍະທາງທີ່ຈະຕ້ອງນັ່ງລົດທັງໄປແລະກັບກໍຄື 230 ກມ ນັ່ງຈົນດາກດ້ານກັນໄປຂ້າງໜຶ່ງເລີຍທີດຽວ ລ້ຽວຂວາ! ອາດຈະກ່າວໄດ້ວ່າທຸກໆໜຶ່ງຮ້ອຍແມັດຂອງຖະໜົນເສັ້ນນີ້ຈະຕ້ອງລ້ຽວຊ້າຍ ລ້ຽວຂວາຕະຫຼອດເວລາ ເພາະເປັນຖະໜົນທີ່ຕັດຂຶ້ນພູເຂົາສູງຊັນ ການຈະຕັດເປັນທາງຊື່ຂຶ້ນໄປເລີຍນັ້ນຄົງເປັນໄປໄດ້ຍາກ ຂະໜາດນັກວິຊາການອິນເດຍທີ່ວ່າເກັ່ງຍັງຍົກທຸງຂາວ ຈຳເປັນຕ້ອງສ້າງລຽບໄປຕາມເຈີ້ຍພູ ແລະ ສັນພູ ໂຄ້ງໄປໂຄ້ງມາເໝືອນພະຍານາກເລື້ອຍຂຶ້ນພູແບບໃດແບບນັ້ນເລີຍ ຂຶ້ນວິດຈອມພູໜ່ວຍໜຶ່ງແລ້ວກໍຍັງມີອີກໜ່ວຍໃໝ່ ວິດໜ່ວຍໃໝ່ແລ້ວ ກໍຍັງມີໜ່ວຍໃໝ່ອີກ ຢ່າຖາມວ່າຈັກໜ່ວຍ…ເພາະບໍ່ໄດ້ນັບ.

ຈະວ່າໄປແລ້ວ ການເດີນທາງແບບນີ້ກໍຄ້າຍຄືກັບການໃຊ້ຊີວິດແຫຼະເນາະ ເມື່ອປີນປ່າຍຂຶ້ນໄປເຖິງຈຸດສູງສຸດຂອງພູໜ່ວຍໜຶ່ງແລ້ວ ກໍຍັງມີໜ່ວຍໃໝ່ໃຫ້ປ່າຍປີນຂຶ້ນໄປອີກ ຜ່ານຄວາມຫຍຸ້ງຍາກເທື່ອນີ້ແລ້ວກໍມີຄວາມຫຍຸ້ງຍາກອັນໃໝ່ເຂົ້າມາອີກ ຄ້າຍໆກັບວ່າຊີວິດຈະບໍ່ມີທີ່ສິ້ນສຸດ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ມະນຸດບໍ່ເຄີຍຢຸດນິ້ງຢູ່ບ່ອນເກົ່າ ພວກເຮົາທຸກຄົນລ້ວນແຕ່ມອງຫາສະຖານທີ່ທີ່ຢູ່ແລ້ວເກີດຄວາມສະບາຍໃຈ ແລະຕ້ອງການສະພາບແວດລ້ອມທີ່ເອື້ອໃຫ້ເກີດຄວາມສະຫງົບສຸກ ແຕ່ການຈະໄດ້ສິ່ງເຫຼົ່ານີ້ມາ ຄົນທີ່ຢູ່ອ້ອມຂ້າງຖືວ່າມີສ່ວນສຳຄັນບໍ່ໜ້ອຍ ຫາກເວົ້າໃນສະເກລທີ່ໃຫຍ່ຂຶ້ນອາດຈະເວົ້າໄດ້ວ່າ ສະພາບແວດລ້ອມທີ່ດີທີ່ເອື້ອໃຫ້ເກີດຄວາມສຸກຈະເກີດຂຶ້ນໄດ້ນັ້ນ ຕ້ອງອາໄສຜູ້ຄົນໃນສັງຄົມຊ່ວຍກັນສ້າງຂຶ້ນ.

ເມື່ອພົ້ນເຂດຊຸມຊົນແລ້ວ ກໍເຫຼືອແຕ່ທາງໂຄ້ງ ພູເຂົາສູງ ອາກາດໜາວ ແລະອົກຊີແຊນທີ່ເບົາບາງ ລະຫວ່າງທາງຈະມີຈຸດຊົມວິວເອີ້ນວ່າ Zero Point ຄືຈຸດໜາວສຸດຂົ້ວ ພວກເຮົາພາກັນລົງໄປຖ່າຍຮູບກັນຢ່າງເມົາມັນ ແລະເມົາຫິມະ ຈາກນັ້ນ ກໍເດີນທາງຕໍ່ດ້ວຍຄວາມຕືື່ນເຕັ້ນທີ່ເພີ່ມຂຶ້ນເລື້ອຍໆ ບາງບ່ອນມີການກໍ່ສ້າງທາງ ບາງບ່ອນມີຫິມະຖະລົ່ມເຮັດໃຫ້ລົດບໍ່ສາມາດສວນທາງກັນໄດ້ ຕ້ອງລໍໃຫ້ລົດອີກຝັ່ງໜຶ່ງມາຈົນໝົດກ່ອນຈຶ່ງຈະສາມາດໄປຕໍ່ໄດ້ ການເດີນທາງໃນອິນເດຍລົດຕິດສາມສີ່ຊົ່ວໂມງຖືວ່າເປັນເລື່ອງປົກກະຕິ ອາດຈະຮູ້ສຶກເບື່ອແດ່ແຕ່ກໍເປັນເລື່ອງທຳມະດາຂອງການເດີນທາງ ສິ່ງໜຶ່ງທີ່ຮູ້ສຶກປະທັບໃຈ+ຕື່ນເຕັ້ນ+ຕາໂຕ ຄື ຄຳຄົມທີ່ຕິດໄວ້ເປັນຍ່ານໆຕະຫຼອດເສັ້ນທາງ ເພື່ອເຕືອນສະຕິແລະໃຫ້ກຳລັງໃຈແກ່ຜູ້ສັັນຈອນ ບາງຄຳອ່ານແລ້ວໄດ້ສະຕິ ບາງຄຳອ່ານແລ້ວໄດ້ກຳລັງໃຈ ບາງຄຳອ່ານແລ້ວສະດຸ້ງ ບາງຄຳອ່ານແລ້ວຮູ້ສຶກໂຣແມນຕິກ ເວົ້າໄປຫຼາຍຈະຫາວ່າໂມ້..ລອງໄປອ່ານນຳກັນເລີຍດີກວ່າ

“Tough time never last, but tough people do” ຊ່ວງເວລາທີ່ຍາກລຳບາກຈະຄົງຢູ່ກັບເຮົາໄດ້ບໍ່ນານ ຄົນເຂັ້ມແຂງເທົ່ານັ້ນຈະເປັນຜູ້ຊະນະ. ແນ່ະ!..ຮູ້ອີກວ່າພຣະເມື່ອຍ ຖືວ່າຮູ້ໃຈກັນ.“Speed is a knife that cuts life” ຄວາມໄວກໍເໝືອນມີດທີ່ສາມາດເອົາຊີວິດເຈົ້າໄດ້ທຸກເມື່ອ. ໂຢ້!..ຢຽບເບຣກແທບບໍ່ທັນ.“Slow and steady complete the journey” ການຮຽນເປັນເລື່ອງຍາກ ແຕ່ຖ້າຄ່ອຍໆຮຽນຮູ້ກັນໄປ ຈັກໜ່ອຍກໍຮັກກັນເອງ ເຮີ໋ຍ! ແປມົ້ວຕີ໋ຄູບາ ໄປຊ້າໆ ແລະ ສະໝໍ່າສະເໝີ ຈັ່ງໃດກໍຮອດແນ່ນອນ. ໄປຕໍ່ “if married divorce speed” ຖ້າແຕ່ງງານມີພັນລະຍາແລ້ວ ກໍເຊັນໃບຢ່າ (ຮ້າງ) ກັບຄວາມໄວຊ່ະ. ເລືອກມາດຽວນີ້..ວ່າຊິເອົາໃຜ? ອີກຈັກອັນເນາະ “Drive with a reason this holiday season” ໃຊ້ເຫດຜົນໃນການຂັບຂີ່ ຂັບລົດດີໆເດີໃນຊ່ວງເທດສະການ (ເປັນຫ່ວງ). ແຖມໃຫ້ອີກອັນໜຶ່ງ “An idle mind is the devil’s workshop” ຖ້າໃຈລອຍໃນຍາມຂັບຂີ່ ອາດຈະຖືກທັກວ່າ ສະບາຍດີ..ຈາກຍົມພິບານ.

ນັ່ງລົດໄປອ່ານຄຳຄົມໄປນຳ ເອີ..ກໍໄດ້ບັນຍາກາດດີ

ຈາກທີ່ຕື່ນເຕັ້ນກັບຫິມະແລະພູມິປະເທດໃນຊ່ວງເລີ່ມຕົ້ນຕອນນີ້ກໍພາກັນເລີ່ມຊົບເຊົາ ບາງຄົນເລີ່ມເຂົ້າສູ່ໂໝດນິດທຣາ ບາງຄົນນັ່ງຊຶມໆ ເອົາມືລູບໜວດເຄົາເບິ່ງຜ່ານແກ້ວປະຕູລົດອອກໄປດ້ານນອກທີ່ມີພູເຂົານ້ຳແຂງໜ່ວຍແລ້ວໜ່ວຍເລົ່າເໝືອນກຳລັງຄິດອິຫຍັງບາງຢ່າງ ໃນລະຫວ່າງນັ້ນ ຄວາມຕື່ນເຕັ້ນຂອງຂ້ອຍກໍຫົດຫາຍໄປເກືອບໝົດແລ້ວ ໃນຕອນເລີ່ມຕົ້ນພູມິປະເທດທີ່ເຫັນເປັນສິ່ງແປກໃໝ່ ເມື່ອເຫັນຫຼາຍຕໍ່ຫຼາຍເທື່ອ ດົນໄປກໍເລີ່ມກາຍເປັນສິ່ງປົກກະຕິ ຈະວ່າໄປແລ້ວກໍເປັນສິ່ງທີ່ໜ້າຖາມຄືກັນວ່າ ເຮົາເດີນທາງໄປເພື່ອຫຍັງ? ຈື່ໄດ້ວ່າເຄີຍຖາມໝູ່ເພື່ອນຫຼາຍຄົນຕອນທີ່ເປັນນັກສຶກສາວ່າ ຄວາມຝັນໃນຊີວິດຂອງເຈົ້າມີຫຍັງແດ່? ແຕ່ລະຄົນມີຄຳຕອບທີ່ຫຼາກຫຼາຍແຕກຕ່າງກັນ ແຕ່ມັກຈະມີຂໍ້ໜຶ່ງທີ່ເໝືອນກັນຄື ການເດີນທາງທ່ອງທ່ຽວໄປທົ່ວໂລກ ເມື່ອຖາມຕໍ່ວ່າ ເຮົາເດີນທາງທ່ອງທ່ຽວໄປເພື່ອຫຍັງ? ມັກຈະໄດ້ຄຳຕອບທີ່ຄຸມເຄືອ

ຫຼືວ່າແທ້ຈິງແລ້ວເຮົາບໍ່ຈຳເປັນຕ້ອງມີເປົ້າໝາຍກໍໄດ້ ເດີນທາງກໍຄືເດີນທາງ ມັນເປັນຈຸດໝາຍໃນຕົວເອງ (End). ແຕ່ຖ້າສັງເກດເບິ່ງຄວາມຮູ້ສຶກໃນການອອກເດີນທາງແຕ່ລະຄັ້ງຄ້າຍກັບວ່າເຮົາກຳລັງສະແຫວງຫາບາງສິ່ງບາງຢ່າງທີ່ຕົວເຮົາເອງກໍບໍ່ຮູ້ວ່າມັນແມ່ນຫຍັງ?

ອາຈານ ເສກສັນ ປະເສີດກຸນ ບອກວ່າ “ແກ່ນແທ້ຂອງການເດີນທາງຄືການພັດພາກຈາກຜູ້ອື່ນ ແລະສິ່ງອື່ນ ເພື່ອນັດພົບກັບຕົນເອງ” ຫາກຄິດໃນແງ່ນີ້ກໍສະແດງວ່າ ເຮົາອອກເດີນທາງເພື່ອຄົ້ນຫາບາງຢ່າງ ພາສາອັງກິດໃຊ້ຄຳວ່າ Soul ຄືຈິດວິນຍານເດີມແທ້ຂອງເຮົານັ້ນເອງ.

ຄຸຣຸທາງວິນຍານບາງຄົນບອກວ່າ ຈິດວິນຍານເດີມແທ້ນັ້ນເປັນສິ່ງບໍລິສຸດ ມີອິດສະລະເສລີ ແຕ່ເພາະອຳນາດກົດເກນຂອງສັງຄົມກົດທັບໄວ້ຈຶ່ງເຮັດໃຫ້ມັນມີຄຸນສົມບັດແຕກຕ່າງອອກໄປ ສັງເກດໄດ້ຕອນເປັນເດັກນ້ອຍເຮົາມີອິດສະລະໃນການຄິດແລະຈິນຕະນາການ ເໝືອນກັບວ່າເຮົາຈະສາມາດເຮັດໄດ້ທຸກຢ່າງຕາມທີ່ຄິດ ແຕ່ພໍເຕີບໃຫຍ່ເປັນໄວລຸ້ນຈຶ່ງຮູ້ວ່າ ບໍ່ແມ່ນທຸກຢ່າງທີ່ຄິດຈະສາມາດເຮັດໄດ້ ເພາະເຮົາຖືກລ້ອມກອບໄວ້ດ້ວຍກົດເກນບາງຢ່າງຂອງສັງຄົມ ນັ້ນກໍເຮັດບໍ່ໄດ້ ນີ້ກໍເຮັດບໍ່ໄດ້ ພຽງເພາະວ່າ ບໍ່ຖືກຮີດຄອງ ບໍ່ສອດຄ່ອງກັບແນວທາງຂອງຜູ້ໃຫຍ່ທີ່ອາບນ້ຳຮ້ອນມາກ່ອນ ຜົນຈາກການເຕີບໃຫຍ່ຂຶ້ນມາຢູ່ໃນກອບບາງຢ່າງນັ້ນເຮັດໃຫ້ເຮົາກາຍເປັນຄົນສະຫງ່ຽມຄ່ຽມຄົມ ກາຍເປັນຄົນດີໃນສາຍຕາຂອງຜູ້ອື່ນ ແຕ່ເລິກໆຂ້າງໃນຂອງເຮົາກັບຮຽກຮ້ອງແລະຖະຫວິນຫາອິດສະລະເສລີອັນເປັນຄຸນສົມບັດເດີມແທ້ຂອງຈິດວິນຍານ ເພາະຈິດໃຈທີ່ຖືກກັກຂັງຈົນກາຍເປັນການເກັບກົດນີ້ເອງ ຈຶ່ງເຮັດໃຫ້ເຮົາປ່ວຍໄຂ້ທາງຈິດວິນຍານ–ຮູ້ສຶກເບື່ອໜ່າຍຊີວິດໂດຍບໍ່ຮູ້ສາເຫດ.

ອາດຈະເປັນເພາະເຫດຜົນນີ້ ຈຶ່ງເຮັດໃຫ້ຜູ້ຄົນສ່ວນໃຫຍ່ຢາກອອກເດີນທາງທ່ອງທ່ຽວ ໜີໄປຈາກພື້ນທີ່ປອດໄພທີ່ເຕັມໄປດ້ວຍກົດເກນຕ່າງໆ ອັນປຽບເໝືອນກົງຂັງທີ່ເຮົາມອງບໍ່ເຫັນ ແລ້ວໄປຜະຈົນໄພກັບໂລກພາຍນອກ ປົດປ່ອຍຈິດວິນຍານເດີມແທ້ຂອງເຮົາໃຫ້ໄດ້ຮັບອິດສະລະເສລີອີກຄັ້ງ ດ້ວຍເຫດນີ້ເມື່ອພົບພໍ້ສິ່ງແປກໃໝ່ຈຶ່ງເຮັດໃຫ້ເຮົາຕື່ນເຕັ້ນໄປກັບມັນທຸກຄັ້ງ ແມ້ຈະພຽງຊົ່ວຄາວແຕ່ມັນຄືອິດສະລະພາບທີ່ຈິດວິນຍານທຸກດວງຖະຫວິນຫາ “ການເດີນທາງອາດຈະເປັນເລື່ອງສະໜຸກທີ່ກະຕຸ້ນໃຫ້ເຮົາໂຫຍຫາທີ່ຈະໃຊ້ຊີວິດ ການເດີນທາງອາດຈະເປັນສະພາວະອ້າງວ້າງທີ່ຫຼາຍຄົນບໍ່ເຄີຍຜ່ານພົບ ແຕ່ເຊື່ອຫຼືບໍ່ວ່າການເດີນທາງສ່ວນໃຫຍ່ສິ່ງທີ່ເຮົາຈະໄດ້ພົບພໍ້ຄື ຕົວຕົນຂອງເຮົາເອງ” ຂ້ອຍຂ້ອນຂ້າງຈະເຫັນດ້ວຍກັບຄຳເວົ້ານີ້ຂອງອາຈານເສກສັນ ການເດີນທາງຊ່ວຍໃຫ້ຊີວິດປອດໂປ່ງ ເຫັນສະພາວະຈິດໃຈຂອງຕົນເອງຫຼາຍຂຶ້ນ ຫຼື ຈະເວົ້າອີກແບບໜຶ່ງວ່າ ການເດີນທາງເປັນການສະແຫວງຫາສັດຈະທັມແຫ່ງຊີວິດກໍໜ້າຈະໄດ້.

ເວົ້າເຖິງເລື່ອງນີ້ເຮັດໃຫ້ນຶກເຖິງວັນນະກຳເລື່ອງໜຶ່ງຊື່ວ່າ “ສິດທາຣະຖະ” ເປັນເລື່ອງລາວຂອງຊາຍໜຸ່ມຄົນໜຶ່ງທີ່ມີໂປຣໄຟລ໌ດີ ມິສະຕິປັນຍາແຫຼມຄົມ ໜ້າຕາຫຼໍ່ເຫຼົາ ແລະທີ່ສຳຄັນຄືເປັນລູກຄົນລວຍ ເວລາຍ່າງໄປຕາມຖະໜົນລ້ວນເປັນເປົ້າສາຍຕາຂອງສາວໆທັງຫຼາຍທີ່ຈັບຈ້ອງດ້ວຍຄວາມສະເໜ່ຫາ ຈະເວົ້າວ່າ ແຈັກສັນຫວັງຫຼົງຍຸກໄປກໍໜ້າຈະພໍໄດ້. ໃນສາຍຕາຂອງຄົນອື່ນສິດທາຣະຖະຄືຄົນທີ່ສົມບູນແບບມີພ້ອມທຸກຢ່າງ ອະນາຄົດຈະສົດໃສ ເສັ້ນທາງຊີວິດລ້ວນໂຮຍດ້ວຍດອກກຸຫຼາບ ແຕ່ເປັນເລື່ອງທຳມະດາຂອງມະນຸດທີ່ມັກຈະບໍ່ຄ່ອຍພໍໃຈໃນຊີວິດຂອງຕົນເອງ ຢ່າງກໍລະນີຂອງສິດທາຣະຖະຄືລາວຮູ້ສຶກວ່າຄວາມຮັກທັງຫຼາຍທີ່ພໍ່ແມ່ແລະຄົນອື່ນໆມອບໃຫ້ນັ້ນບໍ່ອາດຈະເຕີມເຕັມຈິດໃຈຂອງລາວໄດ້ ດັ່ງນັ້ນ ຈຶ່ງໄດ້ອຳລາພໍ່ແມ່ຍາດຕິກາວົງສາແລ້ວອອກເດີນທາງເພື່ອສະແຫວງຫາຄຳຕອບບາງຢ່າງຂອງຊີວິດ.

ສິດທາຣະຖະມີໝູ່ຄົນໜຶ່ງຊື່ວ່າໂຄວິນຖະ ທັງສອງອອກໄປຄົ້ນຫາຄວາມໝາຍຂອງຊີວິດນຳກັນ ເບື້ອງຕົ້ນທັງຄູ່ໄດ້ໄປຢູ່ຮ່ວມກັບກຸ່ມນັກບວດທັງຫຼາຍເພື່ອເຝິກຈິດດ້ວຍວິທີຕ່າງໆ ຈົນມື້ໜຶ່ງໄດ້ມີໂອກາດຟັງທັມມະເທດສະໜາຂອງພຸດທະເຈົ້າເຮັດໃຫ້ໂຄວິນທະຕັດສິນໃຈອອກບວດເປັນພິກສຸໃນພຸດທະສາສະໜາ ສ່ວນສິດທາຣະຖະແມ້ວ່າຈະເລື່ອມໃສແລະຊື່ນຊົມໃນແນວຄິດຂອງພຸດທະເຈົ້າຫຼາຍປານໃດກໍຕາມ ແຕ່ລາວບໍ່ໄດ້ອອກບວດເພາະເຊື່ອວ່າ ຫົນທາງທີ່ຈະເຂົ້າເຖິງສັດຈະທັມໄດ້ນັ້ນບໍ່ໜ້າມາຈາກວິທີການດຽວ ວິທີຂອງພຸດທະເຈົ້າເປັນພຽງໜຶ່ງໃນວິທີການທັງຫຼາຍເທົ່ານັ້ນ ສັດຈະທັມເປັນປະສົບການສ່ວນບຸກຄົນ ບໍ່ມີໃຜເຂົ້າເຖິງສັດຈະທັມໄດ້ພຽງເພາະການຟັງຄຳສອນພຽງຢ່າງດຽວ

ຂ້າພຣະອົງມິເຄີຍມີຂໍ້ສົງໄສໃນຕົວພຣະອົງແມ້ຊົ່ວຂະນະໜຶ່ງເລີຍ ມິເຄີຍສົງໄສເລີຍວ່າພຣະອົງຄືພຣະພຸດທະເຈົ້າ ວ່າພຣະອົງໄດ້ບັນລຸເປົ້າໝາຍແລ້ວ ເປົ້າໝາຍສູງສຸດທີ່ພຣາມແລະບຸດພຣາມຫຼາຍພັນຄົນກຳລັງມຸ່ງໄຂວ່ຄວ້າ ພຣະອົງໄດ້ພົບຫົນທາງຫຼຸດພົ້ນຈາກຄວາມຕາຍ ເປັນສິ່ງທີ່ໄດ້ມາຈາກການສະແຫວງຫາຂອງພຣະອົງເອງ ດ້ວຍວິທີຂອງພຣະອົງເອງ ຜ່ານການຄິດພິຈາລະນາ ຜ່ານສະມາທິ ຜ່ານການໄຕ່ຕອງ ຜ່ານການຕັດສະຮູ້ ບໍ່ແມ່ນໄດ້ມາຈາກການຮຽນການສອນ..ນັ້ນແຫຼະຄືຄວາມຄິດຂອງຂ້າພຣະອົງ ບໍ່ມີໃຜໄປເຖິງນິບພານໄດ້ໂດຍອາໄສພຽງການຟັງຄຳສອນ ພຣະອົງບໍ່ອາດຖ່າຍທອດປະສົບການທີ່ເກີດຂຶ້ນໃນໂມງຍາມແຫ່ງການຕັດສະຮູ້ໃຫ້ຜູ້ໃດຮັບຮູ້ໄດ້ ໂດຍອາໄສພຽງຄຳເວົ້າຫຼືການເທດສະໜາສັ່ງສອນ

ຂໍ້ຄວາມຂ້າງເທິງນີ້ຄືສິ່ງທີ່ສິດທາຣະຖະເວົ້າກັບພຸດທະເຈົ້າ ລາວຄິດວ່າ ປະສົບການຂອງແຕ່ລະຄົນເປັນເລື່ອງສ່ວນຕົວ ບໍ່ມີໃຜສາມາດສອນຫຼືຮຽນຮູ້ຈາກກັນໄດ້ພຽງເພາະຖ້ອຍຄຳ ປະສົບການການຕັດສະຮູ້ຂອງພຣະພຸດທະເຈົ້າກໍເປັນເລື່ອງສ່ວນຕົວຂອງພຣະອົງເອງ ແມ້ເຮົາຈະອ່ານຈາກໜັງສືຫຼືຟັງຈາກການເລົ່າຂອງພຣະອົງເອງ ແຕ່ເຮົາບໍ່ສາມາດໄປຮ່ວມຮູ້ສຶກກັບພຣະອົງໃນຂະນະນັ້ນໆໄດ້ເລີຍເຊັ່ນ: ຄວາມຮູ້ສຶກທຸກທໍລະມານໃນຂະນະທີ່ອົດເຂົ້າອົດນ້ຳ ຄວາມຮູ້ສຶກເປັນສຸກພາຍຫຼັງຕັດສະຮູ້ແລ້ວເປັນຕົ້ນ ເພາະເຊື່ອວ່າສັດຈະທັມຄືປະສົບການສະເພາະຕົວສ່ວນບຸກຄົນ ຈຶ່ງເຮັດໃຫ້ສິດທາຣະຖະຂາບລາພຣະພຣະພຸດທະເຈົ້າ ແລ້ວອອກສະແຫວງສັດຈະທັມດ້ວຍຕົນເອງຕໍ່ໄປ

ຈຸດໝາຍປາຍທາງອາດຈະບໍ່ສຳຄັນເທົ່າກັບການເດີນທາງ ເຊັ່ນດຽວກັນ ຕົວສັດຈະທັມເອງ ກໍອາດຈະບໍ່ສຳຄັນເທົ່າການໄດ້ອອກຄົ້ນຫາສັດຈະທັມ

ເມື່ອຄິດເຊັ່ນນີ້ ສິດທາຣະຖະຈຶ່ງເອົາຕົນເອງໄປປະສົບກັບເຫດການຕ່າງໆ ຈາກຄົນທີ່ສະລະບ້ານເຮືອນໄປສະແຫວງສັດຈະທັມຮ່ວມກັບນັກບວດທັງຫຼາຍແລ້ວກໍກັບໄປເປັນປຸຖຸຊົນອີກຄັ້ງ ໄດ້ພົບຮັກກັບກະມະລາຍິງສາວຄະນິກາຜູ້ງົດງາມຍິ່ງ ໄດ້ແຕ່ງງານ ມີລູກຊາຍ ແລະມີຄວາມສຸກເໝືອນຄົນທົ່ວໄປ. ຈາກນັ້ນ ກໍໄດ້ຮຽນຮູ້ເລື່ອງການເຮັດທຸລະກິດຜ່ານຄວາມສຳເລັດ ລົ້ມເຫຼວ ຖືກຫຼອກລວງແລ້ວກໍສ້າງເນື້ອສ້າງຕົວຂຶ້ນມາໃໝ່ອີກຄັ້ງ ໄດ້ຮຽນຮູ້ແລະເຂົ້າໃຈຄວາມຜິດຫວັງ ຄວາມເສົ້າໂສກເມື່ອສູນເສຍຄົນຮັກໄປ ໄດ້ຮຽນຮູ້ເຖິງໂທດໄພເມື່ອນຳຕົນເອງເຂົ້າສູ່ວົງການພະນັນ ຮູ້ຊຶ້ງເຖິງຄວາມທຸກທໍລະມານທີ່ບໍ່ໄດ້ຮັບຄວາມຮັກຈາກລູກຊາຍຫົວແກ້ວຫົວແຫວນ ແລະ ສຸດທ້າຍ ໄດ້ຫັນຕົວໄປເປັນຄົນພາຍເຮືອຂ້າມຝາກຈົນສາມາດຮຽນຮູ້ສັດຈະທັມຈາກສາຍນ້ຳນັ້ນເອງ ເອີ້ນໄດ້ວ່າ ສິດທາຣະຖະໄດ້ນຳຕົນເອງໄປປະສົບກັບເຫດການທັງດີແລະຮ້າຍຈົນເຮັດໃຫ້ຄວາມເປັນຕົວຕົນທີ່ຖືກບົ່ມເພາະໂດຍສັງຄົມນັ້ນແຫຼກສະລາຍໄປຈົນໝົດສິ້ນ ຈາກນັ້ນ ຈຶ່ງຕື່ນຂຶ້ນມາເປັນສິດທາຣະຖະຄົນໃໝ່.

ໃນບັ້ນປາຍຊີວິດ ລາວໄດ້ພົບກັບໂຄວິນທະອີກຄັ້ງ ຜູ້ເປັນໝູ່ທີ່ເຄີຍອອກຄົ້ນຫາສັດຈະທັມຮ່ວມກັນ ແຕ່ແນວທາງໃນການຄົ້ນຫາສັດຈະທັມຂອງທັງສອງມີຄວາມແຕກຕ່າງກັນຢ່າງສິ້ນເຊີງ-ໂຄວິນທະເລືອກທີ່ຈະອອກບວດແລ້ວປະຕິບັດຕາມຄຳສອນຂອງພຸດທະເຈົ້າຢ່າງເຄັ່ງຄັດ ໃນຂະນະທີ່ສິດທາຣະຖະເລືອກທີ່ຈະສະແຫວງຫາສັດຈະທັມດ້ວຍການຮຽນຮູ້ຈາກປະສົບການຂອງຕົນເອງ. ເມື່ອມາພົບກັນອີກຄັ້ງສິດທາຣະຖະຈຶ່ງກ່າວກັບໂຄວິນທະວ່າ ເພາະທ່ານມົວແຕ່ມຸ່ງສະແຫວງຫາ ຈຶ່ງມິໄດ້ພົບເຫັນ ການສະແຫວງຫາສິ່ງທີ່ຍັງບໍ່ແຈ່ມແຈ້ງເປັນເລື່ອງດີ ແຕ່ຫາກໝົກໝຸ່ນຢູ່ແຕ່ກັບເລື່ອງນັ້ນຫຼາຍຈົນເກີນໄປອາດຈະເຮັດໃຫ້ເສຍໂອກາດໃນການຮຽນຮູ້ເລື່ອງອື່ນອ້ອມຂ້າງກໍເປັນໄດ້ເວລາໃດກໍຕາມທີ່ຄົນກຳລັງສະແຫວງຫາ ມັນເປັນການງ່າຍທີ່ດວງຕາຂອງເຂົາຈະມອງເຫັນແຕ່ສິ່ງສະແຫວງຫາ ຈົນມິອາດພົບສິ່ງອື່ນໃດໄດ້ ມິອາດເປີດທາງໃຫ້ສິ່ງອື່ນໃດເຂົ້າໄປໃນຈິດໃຈ ບໍ່ຄິດເຖິງສິ່ງໃດນອກເໜືອໄປຈາກສິ່ງທີ່ກຳລັງສະແຫວງຫາ ເພາະເຂົາມີເປົ້າໝາຍແລະມຸ່ງຢູ່ກັບເປົ້າໝາຍນັ້ນ ການສະແຫວງຫານັ້ນຄືການມີເປົ້າໝາຍ ແຕ່ການພົບຄືການມີອິດສະລະ ເປີດໃຈກວ້າງ ໄຮ້ເຊິ່ງເປົ້າໝາຍໃດໆ ທັງສິ້ນສະນັ້ນ ເມື່ອການສະແຫວງຫາ ການໄຂວ່າຄວ້າ ແລະຄວາມທະເຍີທະຍານໃນໃຈງຽບສະຫງົບລົງ ເມື່ອນັ້ນ ສ່ວນທີ່ດີທີ່ສຸດຈະຕື່ນຂຶ້ນມາ.

ພ້ອມກັບການຄົ້ນພົບສັດຈະທັມຂອງສິດທາຣະຖະ ຂ້ອຍກໍຕື່ນຂຶ້ນຈາກພະວັງແຫ່ງຫ້ວງຄິດ

ຕອນນີ້ ລົດຂອງພວກເຮົາກຳລັງແລ່ນຜ່ານຜືນຊາຍອັນກວ້າງໃຫຍ່ທີ່ໂອບລ້ອມໄວ້ດ້ວຍພູເຂົາທັງສອງຝາກ ດ້ານເທິງເປັນທ້ອງຟ້າກວ້າງທີ່ເວີ້ງຫວ້າງ ດ້ານໜ້າໄກອອກໄປເປັນພູເຂົາສູງລຽງລາຍສະລັບຊັບຊ້ອນກັນໄປ ບາງໜ່ວຍມີຫິມະປົກຄຸມຍອດ ບາງໜ່ວຍເປັນພູເຂົາຫີນລ້ວນ ຝຸ່ນຄວັນທີ່ເກີດຈາກລົມພັດຊາຍກຳລັງອົບອວນໄປທັ່ວ ບາງຊ່ວງທີ່ລົມພັດແຮງຂຶ້ນຝຸ່ນຍິ່ງຟຸ້ງຂະຈອນຈົນບົດບັງທັດສະນະວິໄສ ເມື່ອຜ່ານຜືນຊາຍມາແລ້ວກໍເຂົ້າສູ່ເຂດພູເຂົາອີກຄັ້ງດ້ວຍເສັ້ນທາງທີ່ຄົດຄ້ຽວແລະຄັບແຄບລຽບໄປຕາມຕີນພູ. ການໄດ້ເດີນທາງຜ່ານພູມິປະເທດທີ່ແປກໃໝ່ ດິນຟ້າອາກາດທີ່ແປປວນ ພົບບັນຫາທີ່ຄາດບໍ່ເຖິງ..ສິ່ງເຫຼົ່ານີ້ ນອກຈາກຈະເຮັດໃຫ້ເກີດຄວາມຕື່ນເຕັ້ນແລ້ວ ຍັງຊ່ວຍສັນສ້າງພື້ນທີ່ໃໝ່ໆໃຫ້ເກີດຂຶ້ນໃນໃຈເຮົາໄດ້ເຊັ່ນກັນ. ຫົວໃຈຂອງນັກເດີນທາງຍ່ອມເປີດກວ້າງ ມີຈິນຕະນາການບໍ່ສິ້ນສຸດ ມອງເຫັນຄວາມຫຼາກຫຼາຍ ຄວາມລຶກລັບ ແລະຄວາມສວຍງາມຂອງໂລກ ເໜືອສິ່ງອື່ນໃດກໍຄືການມອງເຫັນຄວາມປ່ຽນແປງທີ່ເກີດຂຶ້ນພາຍໃນຈິດໃຈຂອງຕົນເອງ

ການເດີນທາງຄືການສ້າງຮອຍຂີດຂ່ວນພາຍໃນໃຈຂອງຕົນເອງທີ່ເອີ້ນວ່າ ປະສົບການ.

ພຣະຂາວພັນນາຣາມ

ຕົ້ນລະດູຝົນ, ປີ 2024.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ