ບາງຄຳຖາມຜ່ານເຂົ້າມາເພື່ອບອກກັບເຮົາວ່າ

ໂດຍ: ຄວັນສີເທົາ

ຫຼາຍຄັ້ງທີ່ເຮົານຳຕົນເອງອອກໄປຜະເຊີນກັບສະຖານທີ່ແປກໃໝ່ ຜູ້ຄົນທີ່ແປກໜ້າ ແລະສະພາບແວດລ້ອມທີ່ເຮົາບໍ່ຄຸ້ນເຄີຍ ຊີວິດກໍມັກໂຍນແງ່ຄິດບາງຢ່າງມາໃຫ້ໂດຍທີ່ເຮົາບໍ່ທັນໄດ້ຕັ້ງຕົວ ບາງຄັ້ງແງ່ຄິດທີ່ວ່ານັ້ນຄືຈຸດເລີ່ມຕົ້ນຂອງການດຳເນີນຊີວິດໃນແບບທີ່ເຮົາຕ້ອງການ ມີໃຜເຄີຍເປັນບໍ່ ໃນລະຫວ່າງການເດີນທາງໄປສະຖານທີ່ໃດໜຶ່ງ ມັກຈະມີແນວຄິດບາງຢ່າງແລ່ນເຂົ້າມາໃນຫົວ ທັງໆທີ່ເຮົາກໍບໍ່ຄ່ອຍໄດ້ຄິດເຖິງເລື່ອງນັ້ນມາກ່ອນ ເຫດການແບບນີ້ເກີດຂຶ້ນກັບຜູ້ຂຽນ ໃນຂະນະທີ່ລົດກຳລັງແລ່ນອອກຈາກເມືອງສີນາກາຣ໌ມຸ່ງໜ້າໄປສູ່ເມືອງກາຣ໌ກິລ ທາງພາກເໜືອຂອງປະເທດອິນເດຍ

ເໝືອນກັບວ່າບ້ານເຮືອນຄ່ອຍໆໄຫຼຜ່ານພວກເຮົາໄປເທື່ອລະຫຼັງສອງຫຼັງ ສາມ ສີ່ ຫ້າ ຈົນຕອນນີ້ນັບບໍ່ຖ້ວນເລີຍວ່າຜ່ານໄປຈຳນວນເທົ່າໃດແລ້ວ ຜູ້ຄົນທີ່ຍ່າງຕາມຖະໜົນກໍໄຫຼຜ່ານພວກເຮົາໄປ ຄົນແລ້ວຄົນເຫຼົ່າ “ໂອ້! ພໍ່ໃຫຍ່ນີ້ບໍ່ມີແຂນ” ໜຶ່ງໃນຄະນະພວກເຮົາອຸທານຂຶ້ນ. ອີກຄົນຕອບກັບໄປທັນຄວັນວ່າ “ບໍ່ແມ່ນ, ເຂົາໜາວຊື່ໆ” ດ້ວຍສະພາບອາກາດທີ່ເໜັບໜາວຜູ້ຄົນເຂດນີ້ຈຶ່ງຕ້ອງໃສ່ເສື້ອແຂນຍາວແທບຕະຫຼອດເວລາ ບາງຄົນເຫັນແຕ່ແຂນເສື້ອຫ້ອຍຕ່ອງແຕ່ງແກວ່ງໄປແກວ່ງມາ ສ່ວນແຂນຄົນເຊື່ອງໄວ້ດ້ານໃນເພື່ອກອດຄວາມອົບອຸ່ນໄວ້ໃຫ້ຮ່າງກາຍໄດ້ໃຊ້ງານ ທ່າມກາງໝອກຈາກທຳມະຊາດ ແລະຄວັນລົດຈາກທໍ່ໄອເສຍ ພວກເຮົາເຄື່ອນຕົວອອກຈາກຕົວເມືອງໄປເລື້ອຍໆຈົນຮອດຈຸດໜຶ່ງ ໂຊເຟີຈຶ່ງຈອດລົດຢູ່ຕໍ່ໜ້າຜູ້ຊາຍສອງສາມຄົນທີ່ກຳລັງໂບກໄມ້ໂບກມືຢູ່ກາງຖະໜົນ ເໝືອນຈະເປັນເຈົ້າໜ້າທີ່ ແຕ່ທ່າທາງຄິດວ່າຄ້າຍຄືເຈົ້າພໍ່ຫຼາຍກວ່າ ຄົນໜຶ່ງປາກຍັງຄາບກອກຢາ ພົ່ນຄວັນອອກເປັນໄລຍະໆ ໜວດເຄົາດຳທະມຶນທຶນ ມືໜຶ່ງຈັບເງິນ ຍ່າງມຸ່ງຕົງມາທີ່ລົດຂອງພວກເຮົາ ໂຊເຟີຈຶ່ງເລື່ອນແກ້ວລົດລົງພ້ອມກັບຍື່ນເງິນໃຫ້ ຄິດວ່າໜ້າຈະເປັນຄ່າຜ່ານທາງ ແລ້ວໂຊເຟີຂອງພວກເຮົາກໍຢື້ມືໄປຈັບເອົາກອກຢາທີ່ຊາຍຄົນນັ້ນຄາບຢູ່ເຊິ່ງເຫຼືອປະມານໜຶ່ງຂໍ້ມື ແລ້ວເອົາມາຮີດຕໍ່ໃນລົດ ຂ້ອຍຮູ້ສຶກຕົກໃຈເລັກໜ້ອຍຈົນອຸທານຂຶ້ນໃນໃຈວ່າ “ພໍ່ໃຫຍ່!…ເຈົ້າຄືເຮັດແນວນັ້ນ! ເກີດລາວຢາກຮ້າຍຂຶ້ນມາ ແລ້ວພາໝູ່ອີກສອງຄົນມາກະທືບພຣະໄສ້ແຕກ ເຈົ້າຊິເຮັດໃດ” ລາວເຮັດໜ້າເໝືອນກັບວ່າ “ມັນເປັນເລື່ອງປົກກະຕິ ຄູບາ ຢ່າໄປຊີຣຽດກັບຊີວິດ”  

ເມື່ອຜ່ານດ່ານມາແລ້ວ ພວກເຮົາກໍທະລຸເຖິງທົ່ງພຽງທີ່ໂອບລ້ອມດ້ວຍພູເຂົາທັງສອງຂ້າງ ເທິງພູແຕ່ລະໜ່ວຍປົກຄຸມໄປດ້ວຍຫິມະ ແລະອາຍໝອກ ບາງບ່ອນເສັ້ນທາງເລາະລຽບໄປຕາມແຄມພູທີ່ເຕັມໄປດ້ວຍຕົ້ນໄມ້ນານາຊະນິດ ໃນຂະນະທີ່ອີກຝັ່ງເປັນຫ້ວຍນ້ຳແລະໂຂດຫີນ ໄຫຼເປັນສາຍຍາວຄົດໂຄ້ງໄປຕາມໜ່ວຍພູ ຕອນນີ້ ຫົນທາງເລີ່ມຄ້ອຍຊັນຂຶ້ນເລື້ອຍໆ ການນັ່ງລົດຊົມທິວທັດພູມິປະເທດແບບນີ້ໃຫ້ອາລົມຄ້າຍກັບວ່າ ກຳລັງທ່ອງທ່ຽວຢູ່ໃນປະເທດແຖບສະແກນດິເນເວຍທີ່ຢູ່ທາງພາກເໜືອຂອງເອີຣົບ ແຕ່ດ໋ຽວ!..ເຍ້ໂຕຊິດຕີ້ ຮຳນາຮີ ໂຕເຣງເກ້…ໂຕເຣງເກ້ ເພງອິຫຍັງຂອງເຈົ້າ ພໍ່ໃຫຍ່!

ພວກເຮົາຜ່ານພູເຂົາມາຈັກໜ່ວຍບໍ່ຮູ້ ຮູ້ພຽງວ່າຕອນນີ້ລົດຕິດ ຕິດ ແລະຕິດ ຍາວເປັນສອງສາມກິໂລ ເກີດມາຫາກໍເຄີຍເຫັນລົດຕິດເທິງພູເຂົາທີ່ອ້ອມຮອບດ້ວຍຫິມະ ຫຼຽວອອກໄປດ້ານນອກເຫັນແຕ່ໂຊເຟີລົດຄັນອື່ນໆພາກັນນັ່ງດຶກກ້ອນຫີນຫຼິ້ນແກ້ເຊັງ ພວກເຮົາຢູ່ໃນລົດຮູ້ສຶກເຊັງໆ ກໍເລີຍພາກັນຍ່າງອອກມາ ຢຽດແຂ່ງຢຽດແຂນ ບິດຕົນບິດໂຕ ຂັບໄລ່ຄວາມຂີ້ຄ້ານອອກໄປແລ້ວຖ່າຍຮູບກັນຄົນລະທ່າສອງທ່າ. ໜ່ອຍໜຶ່ງໂຊເຟີຮ້ອງມາໃສ່ come on ຂຶ້ນລົດໄວໆ ພໍແຕ່ສິ້ນສຽງການປິດປະຕູດັງ ປັງ! ລາວກໍຟ້າວຢຽບຄັນເລັ່ງແຊງຄັນອື່ນໆປະມານສິບກວ່າຄັນ ແຕ່ເຄື່ອນມາໄດ້ບໍ່ພໍສາມສີ່ຮ້ອຍແມັດ ກໍມາຕິດແງັກຢູ່ທາງໜ້າຄືເກົ່າ ອິຫຍັງວ່ະ?

ເວົ້າເຖິງເລື່ອງນີ້ນຶກເຖິງເລື່ອງລາວຂອງຜູ້ຊາຍຄົນໜຶ່ງທີ່ປະສົບຊະຕາກຳຄືພວກເຮົານີ້ແຫຼະ ລາວມີຊື່ວ່າ ຈອຫ໌ນລາວເປັນຄົນທີ່ຈິງຈັງກັບຊີວິດຕັ້ງແຕ່ນ້ອຍ ຕັ້ງໃຈຮຽນໜັງສືຈົນຈົບປະລິນຍາ ແລະໄດ້ເຮັດວຽກໃນບໍລິສັດແຫ່ງໜຶ່ງສົມຄວາມປາຖະໜາ ເພາະເປັນຄົນຂະຫຍັນຂັນແຂງຈຶ່ງໄດ້ຮັບຄວາມໄວ້ວາງໃຈໃຫ້ຕຳແໜ່ງທີ່ສູງຂຶ້ນຕາມລຳດັບ ຕຳແໜ່ງທີ່ສູງຂຶ້ນກໍມາພ້ອມກັບຄວາມຮັບຜິດຊອບທີ່ຫຼາຍຂຶ້ນ ບໍ່ວ່າຈະຂະຫຍັນພຽງໃດກໍຕາມ ຄົນເຮົາກໍມີມື້ເມື່ອຍແລະຂີ້ຄ້ານໄດ້ເຊັ່ນກັນລາວຮູ້ສຶກເມື່ອຍລ້າກັບຊີວິດທີ່ຊ້ຳຊາກວົນລູ໊ບບໍ່ຮູ້ວ່າຈະໄປຈົບສິ້ນຍາມໃດ. ຕື່ນຂຶ້ນມາຍາມເຊົ້າກິນເຂົ້າແລ້ວກໍອອກໄປເຮັດງານ ນັ່ງຢູ່ໃນຫ້ອງສີ່ຫຼ່ຽມເປັນເວລາສິບເຖິງສິບສອງຊົ່ວໂມງຕໍ່ວັນ ເລີກງານແລ້ວກໍຂັບລົດຝ່າຈະລາຈອນທີ່ແສນວຸ້ນວາຍມີທັງຝຸ່ນຄວັນ ແລະລົດຕິດ ກວ່າຈະຮອດເຮືອນກໍມືດພໍດີ ກິນເຂົ້າແລງແລ້ວກໍຟ້າວພັກຜ່ອນເອົາແຮງ ເພື່ອທີ່ຈະຕື່ນຂຶ້ນມາ ແລ້ວອອກໄປເຮັດງານຄືເກົ່າ ວົນວຽນຢູ່ແບບນີ້.

ສະພາວະແບບນີ້ເກີດຂຶ້ນມາຈາກໃສ?

ນັກປັດຊະຍາທີ່ຊື່ວ່າ ຄາຣ໌ລ ມາຣ໌ກ ເອີ້ນສະພາວະແບບນີ້ວ່າ ຄວາມແປກແຍກ (Alienation) ເປັນພາວະທີ່ມະນຸດແຍກອອກຫ່າງຈາກຄວາມເປັນທຳມະຊາດຂອງສິ່ງທັງປວງທີ່ມີຄວາມສຳພັນກັບຊີວິດມະນຸດ ຜົນທີ່ຕາມມາຈາກພາວະແບບນີ້ຄື ເຮົາຖືກຫຼຸດຄຸນຄ່າຂອງຄວາມເປັນມະນຸດລົງ ຮູ້ສຶກວ່າຊີວິດໄຮ້ຄວາມໝາຍ ຫງຸດງິດງ່າຍ ເປັນຕົ້ນ ມາຣ໌ກ ບອກວ່າ ພາວະແບບນີ້ເກີດມາຈາກລະບົບເສດຖະກິດທີ່ເນັ້ນຜົນຜະລິດ ແລ້ວກະຕຸ້ນໃຫ້ເກີດການບໍລິໂພກໃຫ້ຫຼາຍຂຶ້ນ ເຊັ່ນ: ໃນເມື່ອກ່ອນ ເຮົາເຮັດໂຕ໊ະໄດ້ມື້ລະໜຶ່ງໜ່ວຍ ເລີ່ມຕັ້ງແຕ່ການຫາໄມ້ມາເລື່ອຍ ກົບ ວັດແທກສັດສ່ວນ ແລະປະກອບເປັນໂຕ໊ະໜຶ່ງໜ່ວຍ ເມື່ອເຮັດສຳເລັດແລ້ວ ເຮົາຈະຮູ້ສຶກພູມໃຈ ຮູ້ສຶກຜູກພັນກັບໂຕ໊ະໜ່ວຍນີ້ ເພາະເຮົາຮູ້ກະບວນການທັງໝົດຂອງໂຕ໊ະໜ່ວຍນີ້ ຕໍ່ມາດ້ວຍການພັດທະນາທາງການຜະລິດເຮັດໃຫ້ເຮົາເຮັດໂຕ໊ະໄດ້ຫຼາຍຂຶ້ນພາຍໃນເວລາໜຶ່ງມື້ເທົ່າກັນ ແຕ່ກະບວນການຜະລິດປ່ຽນໄປ ຄົນໜຶ່ງເປັນຜູ້ຫາໄມ້ ອີກຄົນເປັນຜູ້ເລື່ອຍ ຄົນອື່ນໆເປັນຜູ້ວັດແທກສັດສ່ວນ ເວົ້າງ່າຍໆວ່າ ແຍກກັນເຮັດ ກະບວນການຜະລິດແບບນີ້ເຮັດໃຫ້ເຮົາຜະລິດສິນຄ້າໄດ້ໄວຂຶ້ນກໍຈິງ ແຕ່ເຮົາຈະບໍ່ຮູ້ສຶກຜູກພັນກັບຜົນຜະລິດທີ່ເກີດຈາກແຮງງານນັ້ນ ເຮົາມີຄວາມຊ່ຽວຊານໃນສ່ວນທີ່ຮັບຜິດຊອບຢູ່ກໍຈິງ ແຕ່ເມື່ອເຮົາເຮັດໄປດົນໆ ຄວາມຊິນຊາ ຫຼືເອີ້ນອີກແບບໜຶ່ງວ່າ ພາວະຕາຍດ້ານ ຈະເກີດຂຶ້ນໃນຈິດໃຈ ຈົນກໍ່ໃຫ້ເກີດຄວາມແປກແຍກ (Alienation) ສ່ວນໜຶ່ງເປັນເພາະເມື່ອຜະລິດແລ້ວ ເຮົາບໍ່ໄດ້ຄອບຄອງ ແຕ່ເປັນນາຍທຶນ ຫຼືເຈົ້າຂອງໂຮງງານເປັນຜູ້ຄອບຄອງແທນ ກາຍເປັນວ່າເຮົາເປັນພຽງຟັນເຟືອງໜຶ່ງຂອງກະບວນຜະລິດເທົ່ານັ້ນ ຫາກເຮົາຕາຍ ນາຍທຶນກໍຫາຟັນເຟືອງຕົວໃໝ່ມາແທນທີ່ ເໝືອນຄຳເວົ້າທີ່ວ່າ ເງິນເດືອນຄືຢາເສບຕິດທີ່ເຈົ້ານາຍມອບໃຫ້ ເພື່ອໃຫ້ເຈົ້າລືມຄວາມຝັນຂອງຕົນເອງ

ສະນັ້ນ ຄາຣ໌ລ ມາຣ໌ກ ຈຶ່ງບອກວ່າ ລະບົບເສດຖະກິດທຶນນິຍົມເຮັດໃຫ້ເກີດຄວາມແປກແຍກ ເຊິ່ງຜົນທີ່ຕາມມາຄື ມະນຸດຮູ້ສຶກວ່າຕົນເອງບໍ່ມີຄຸນຄ່າ ເມື່ອລ້າກັບຊີວິດ ສັງຄົມ ແລະວັດທະນະທຳທີ່ຕົນອາໄສຢູ່ ຜູ້ຊາຍທີ່ຊື່ວ່າ ຈອຫ໌ນ ທີ່ເຮົາກ່າວເຖິງຂ້າງເທິງນັ້ນກຳລັງປະສົບພາວະແບບນີ້ແຫຼະ (ຫຼາຍຄົນໃນສັງຄົມຍຸກໃໝ່ອາດຈະກຳລັງສົບພາວະແບບນີ້ຢູ່ກໍເປັນໄດ້)

ເມື່ອເກີດພາວະເມື່ອລ້າຈາກການເຮັດງານ ຈອຫ໌ນຈຶ່ງຕັ້ງໃຈຈະລາງານໜຶ່ງອາທິດເພື່ອໄປພັກຜ່ອນ “ສາກແບດເຕີຣີ່” ກ່ອນອອກເດີນທາງ ລາວໄດ້ວາງແຜນໄວ້ເປັນຢ່າງດີວ່າຈະໄປສະຖານທີ່ໃດແດ່ ເມື່ອຮອດມື້ຈຶ່ງຂັບລົດອອກໄປຕາມຖະໜົນສາຍຫຼັກຈາກແຂວງໜຶ່ງໄປສູ່ອີກແຂວງໜຶ່ງ ລາວຂັບໄປເລື້ອຍໆຈົນຮອດຈຸດໜຶ່ງແລ້ວພົບວ່າລົດເລີ່ມຕິດຂຶ້ນເລື້ອຍໆ ຍາວຢຽດເປັນສອງສາມກິໂລຈົນໃນທີ່ສຸດລົດທຸກຄັນກໍຢຸດນິ້ງຢູ່ກັບທີ່ເປັນເວລາຫຼາຍຊົ່ວໂມງ ທຸກຄົນບົນທ້ອງຖະໜົນຕ່າງກໍຈົ່ມບຸມບາມໆ ບາງຄົນເຖິງກັບຮ້ອງໂວກເວກໂວຍວາຍ ຈອຫ໌ນອົດບໍ່ໄຫວຈຶ່ງຕັດສິນໃຈລ້ຽວລົດກັບ ຈາກເບື້ອງຕົ້ນວາງແຜນຈະລົງໄປທາງໃຕ້ ຕອນນີ້ ແຜນການນັ້ນລົ້ມເຫຼວໂດຍສິ້ນເຊີງ ລາວຂັບໄປເລື້ອຍໆໂດຍບໍ່ມີຈຸດໝາຍປາຍທາງ ຈາກທີ່ຂັບຢູ່ຖະໜົນສາຍຫຼັກກໍລ້ຽວເຂົ້າຊອກຊອຍເຊິ່ງເປັນຫົນທາງທີ່ລາວບໍ່ຄຸ້ນເຄີຍ ແລະຫ່າງໄກຄວາມຈະເລີນ ບໍ່ຮູ້ວ່າເວລາຜ່ານມານານເທົ່າໃດແລ້ວ ມາຮູ້ເມື່ອຄີງອີກທີກໍພົບວ່າ ຕົນເອງໄດ້ຫຼົງທາງເປັນທີ່ຮຽບຮ້ອຍ

ລາວຮູ້ສຶກປວດແຂ່ງ ປວດຂາ ແລະອິດເມື່ອຍໄປທັງຕົວ ເຂົ້າເມັດໜຶ່ງກໍບໍ່ທັນໄດ້ຕົກເຖິງທ້ອງຕັ້ງແຕ່ເຊົ້າ ຊ້ຳຮ້າຍໄປກວ່ານັ້ນຄື ນ້ຳມັນລົດໃກ້ຈະໝົດລົງເຕັມທີແລ້ວ ຕາເວັນຈາກທີ່ເປັນສີຂາວສ່ອງສະຫວ່າງຍາມບ່າຍກໍຄ່ອຍໆກາຍເປັນສີສົ້ມເຂັ້ມເຊິ່ງເປັນສັນຍານວ່າ ມັນໃກ້ຈະລັບຂອບຟ້າໄປແລ້ວ ແສງໃກ້ຈະໝົດ ຄວາມມືດກຳລັງຄືບຄານເຂົ້າມາ ສັດສາວາສິ່ງກຳລັງກັບຮວງຮັງ ຈອຫ໌ນໄດ້ແຕ່ຂັບລົດໄປເລື້ອຍໆ ຫວັງເປັນຢ່າງຍິ່ງວ່າ ເມື່ອລ້ຽວເຂົ້າຊອຍນີ້ແລ້ວຈະໄດ້ພົບປ້ຳນ້ຳມັນແລະຮ້ານອາຫານ ແຕ່ຄວາມຫວັງຂອງລາວກໍເລືອນລາງແລະມືດມິດເຕັມທີ ເພາະຍິ່ງຂັບໄປເສັ້ນທາງຍິ່ງປ່ຽວ ຕອນນີ້ ນ້ຳມັນຫຼ່ອຍຫຼໍລົງເລື້ອຍໆຈົນເຂັມວັດລະດັບຕົກລົງມາຢູ່ກ້ອງຂີດແດງ ລາວຄິດໃນໃຈຄືນນີ້ຄົງຈະໄດ້ນອນກາງປ່າເປັນແນ່ແທ້ ຕອນນີ້ ເວລາປະມານເກົ້າໂມງແລງ ຫຼຽວໄປທາງໃດກໍມີແຕ່ຄວາມມືດມິດ ໃນຂະນະທີ່ກຳລັງຈະຈອດລົດນັ້ນ ສາຍຕາຂອງລາວບັງເອີນເຫຼືອບໄປເຫັນແສງໄຟວິບວັບໜ້ອຍໜຶ່ງ ລາວຄິດໃນໃຈໜ້າຈະມີບ້ານເຮືອນຄົນຢູ່ແຖວນີ້ ຈຶ່ງມຸ່ງຕົງໄປຫາແສງນັ້ນ ເມື່ອໄປຮອດປາກົດວ່າ ເປັນພຽງແສງຈາກເສົາໄຟຫົນທາງເທົ່ານັ້ນ ແຕ່ລາວກໍຕ້ອງປະຫຼາດໃຈເພາະຫ່າງຈາກນັ້ນບໍ່ໄກມີອາຄານສີຂາວສີ່ຫຼ່ຽມຫຼັງໜຶ່ງຕັ້ງຢູ່ຢ່າງໂດດດ່ຽວ ລາວຈຶ່ງຟ້າວລ້ຽວລົດເຂົ້າໄປຈອດຢູ່ໜ້າອາຄານທັນທີ ເທິງອາຄານມີປ້າຍທີ່ເຮັດຈາກຫຼອດໄຟນີອອນຂຽນໄວ້ວ່າ “The why are you here café” ຄາເຟ່ສຳລັບຄົນຫຼົງທາງ.

ເມື່ອກ້າວຂາເຂົ້າໄປໃນຮ້ານ ລາວກໍແປກໃຈອີກຄັ້ງເພາະມີລູກຄ້ານັ່ງຢູ່ໃນນັ້ນແລ້ວສອງສາມຄົນ ລາວຄິດວ່າພວກເຂົາກໍໜ້າຈະຫຼົງທາງມາເຊັ່ນດຽວກັນ ເພາະຕະຫຼອດເສັ້ນທາງທີ່ຜ່ານມາບໍ່ເຫັນມີລົດແຊງໜ້າມາຈັກຄັນເລີຍ ດ້ວຍຄວາມຫິວລາວຈຶ່ງຍົກມືຂໍເມນູຈາກພະນັກງານເສີຣ໌ບ ແລ້ວສັ່ງອາຫານສາມສີ່ຢ່າງ ແລະແລ້ວຄວາມປະຫຼາດໃຈກໍເກີດຂຶ້ນກັບລາວອີກຄັ້ງເມື່ອເປີດເບິ່ງດ້ານຫຼັງເມນູມີຄຳຖາມປາກົດຢູ່ໃນນັ້ນຈຳນວນໜຶ່ງ ພາຍຫຼັງ ການສົນທະນາກັນລະຫວ່າງຈອຫ໌ນກັບພະນັກງານເສີຣ໌ບທີ່ມີຊື່ວ່າ ເຄຊີຍ໌ ເຮັດໃຫ້ການຫຼົງທາງຂອງຈອຫ໌ນໃນຄັ້ງນີ້ເປັນຈຸດປ່ຽນໜຶ່ງໃນການເດີນທາງໄກຂອງຊີວິດ

ດ້ວຍເຫດໃດຈຶ່ງມາທີ່ນີ້? ນີ້ຄືຄຳຖາມຂໍ້ທີໜຶ່ງ

ດ້ວຍຄວາມສົງໄສ ຈອຫ໌ນຈຶ່ງຖາມເຄຊີຍ໌ວ່າ “ຄຳຖາມນີ້ໝາຍຄວາມວ່າແນວໃດ”

“ແຕ່ຄົນລະຄົນຕີຄວາມຄຳຖາມນີ້ແຕກຕ່າງກັນໄປ” ເຄຊີຍ໌ກ່າວ ບາງຄົນ ອ່ານແລ້ວກໍເຂົ້າໃຈຕາມຕົວອັກສອນໂດຍບໍ່ໄດ້ຄິດຫຍັງຫຼາຍ ແຕ່ບາງຄົນຄິດເລິກເຊິ່ງໄປກວ່ານັ້ນ ບາງຄົນເຖິງຂັ້ນຄິດເຊື່ອມໂຍງກັບຊີວິດວ່າປຽບເໝືອນການເດີນທາງເພື່ອມຸ່ງໄປຫາຈຸດໝາຍບາງຢ່າງທີ່ແມ້ແຕ່ເຮົາເອງກໍຍັງບໍ່ຮູ້ ແຕ່ເມື່ອຮອດຈຸດໃດຈຸດໜຶ່ງແລ້ວ ຊີວິດມັກຈະມີຄຳຖາມບາງຢ່າງປາກົດຂຶ້ນໃນໃຈເຊັ່ນ: ເຫດໃດເຮົາຈຶ່ງມາຢູ່ຈຸດນີ້ ເຮົາມີຊີວິດໄປເພື່ອຫຍັງ ແມ່ນຫຍັງຄືຄວາມໝາຍຂອງການມີຊີວິດຢູ່ ເຄຊີຍ໌ກ່າວຕໍ່ວ່າ ຄຳຖາມນີ້ມີຄວາມໝາຍເລິກເຊິ່ງຍິ່ງໄປກວ່າການຕີຄວາມຕາມຕົວອັກສອນ ທັງນີ້ ຢູ່ທີ່ວ່າໃຜຈະຕີຄວາມແບບໃດ ແມ້ທຸກຄົນຈະອ່ານຄຳຖາມດຽວກັນ ແຕ່ຄຳຕອບທີ່ໄດ້ມີຄວາມແຕກຕ່າງກັນອອກໄປ ເຄຊີຍ໌ບອກວ່າ ຄວາມໝາຍທີ່ຈິງຂອງຄຳຖາມນີ້ຄື

ເຮົາມີຊີວິດໄປເພື່ອຫຍັງ?

ຄຳຖາມທີ່ດີຈະຊ່ວຍກະຕຸ້ນຈິດໃຈຂອງຄົນຄົນໜຶ່ງໃຫ້ຄົ້ນຫາຄຳຕອບທີ່ເຂົາໂຫຍຫາມານານ ເຄຊີຍ໌ກ່າວວ່າ “ເມື່ອຄົນໃດຄົນໜຶ່ງຄົ້ນຫາຄຳຕອບ ພະລັງອັນມະຫາສານຈະກໍ່ກຳເນີດຂຶ້ນ ເມື່ອຄົນໃດຄົນໜຶ່ງຮູ້ວ່າດ້ວຍເຫດໃດເຂົາຈຶ່ງມາທີ່ນີ້ ເຫດໃດເຂົາຈຶ່ງມີຕົວຕົນ ຮູ້ເຫດຜົນຂອງການມີຊີວິດຢູ່ ເຂົາຈະຢາກຕອບສະໜອງຕໍ່ເຫດຜົນນັ້ນ” ການຮູ້ເຫດຜົນຂອງການມີຊີວິດຢູ່ຈະເຮັດໃຫ້ເຮົາມີໄຟຕໍ່ສູ້ກັບອຸປະສັກຕ່າງໆໄດ້ເປັນຢ່າງດີ ແມ້ຈະເມື່ອຍແຕ່ກໍຮູ້ວ່າເຮົາເມື່ອຍເພື່ອສິ່ງໃດ ປຽບເໝືອນການກາງແຜນທີ່ລ່າສົມບັດອອກມາ ແລ້ວຮູ້ວ່າ ຈຸດໃດຄືຈຸດທີ່ສົມບັດຖືກຝັງຢູ່ ເຮົາຈະມີພະລັງ ແລະຄວາມຕື່ນເຕັ້ນຢາກຈະເດີນທາງໄປຫາສົມບັດນັ້ນໄວເທົ່າທີ່ຈະໄວໄດ້

ໃນຊີວິດຂອງເຮົາກໍເຊັ່ນດຽວກັນ ຫາກເຮົາຮູ້ວ່າ ຮຽນໄປເພື່ອຫຍັງ? ເຮັດວຽກໄປເພື່ອຫຍັງ? ຫຼືສິ່ງອື່ນໆທີ່ເຮົາເຮັດຢູ່ໃນປັດຈຸບັນນີ້ ຖ້າຮູ້ວ່າເຮົາເຮັດໄປເພື່ອຫຍັງ? ພາວະທີ່ວ່າໝົດໄຟໃນການເຮັດງານ (Burnout) ຈະບໍ່ເກີດຂຶ້ນເລີຍ ເປັນໄປໄດ້ບໍ່ວ່າ ການທີ່ເຮົາໝົດໄຟສ່ວນໜຶ່ງເປັນເພາະເຮົາລືມຖາມຄຳຖາມນີ້ກັບຕົນເອງ ການໝັ່ນຖາມຕົນເອງດ້ວຍຄຳຖາມນີ້ໜ້າຈະຊ່ວຍໃຫ້ເຮົາມີແຮງຮຶດສູ້ຊີວິດໄດ້ຫຼາຍຂຶ້ນ ຢ່າງໜ້ອຍກໍຮູ້ວ່າ ເຮົາເມື່ອຍໄປເພື່ອຫຍັງ.

ຕອນນີ້ ລົດຂອງຄະນະພວກເຮົາມາຈອດຢູ່ທ່າມກາງພູເຂົາທີ່ຫ້ອມລ້ອມໄປດ້ວຍຫິມະ ມອງໄປຂ້າງໜ້າເຫັນທາງຍາວຄົດໂຄ້ງໄປຕາມສາຍພູ ທາງແດງຜະສົມນ້ຳທີ່ລະລາຍມາຈາກຫິມະກາຍເປັນທາງຕົມທີ່ມີສີສັນຕັດກັບຫິມະຂາວອອກລອກ ບໍ່ຮູ້ວ່າຈະຂ້າມພູເຂົາໄປອີກຈັກໜ່ວຍ ຈະພົບກັບລົດຕິດໄປອີກຈັກບ່ອນ ພວກເຮົາຈຶ່ງຈະເຖິງຈຸດໝາຍປາຍທາງ ໃນຂະນະທີ່ລົດກຳລັງເຄື່ອນຍ້າຍໄປໄດ້ເທື່ອລະແມັດສອງແມັດ ຄະນະພວກເຮົາກໍອິດເມື່ອຍກັບການເດີນທາງເຕັມທີ ຫຼາຍຄົນຜ້ອຍຫຼັບໄປແລ້ວ ບາງຄົນສັບປະຫງົກເປັນຄັ້ງຄາວຕາມຄວາມຖີ່ຂອງຂຸມບົນພື້ນຖະໜົນ ບາງບ່ອນເປັນເຫວສູງ ຫາກວ່າພາດພັ້ງຕົກລົງໄປອາດຈະໃຊ້ເວລາເປັນເດືອນກວ່າຈະເກັບຊາກລົດ ແລະສົບຄົນຂຶ້ນມາໄດ້ ການເດີນທາງແບບນີ້ກໍເໝືອນການອອກຜະຈົນໄພ ຊີວິດເຄິ່ງໜຶ່ງຝາກໄວ້ກັບໂຊເຟີ ອີກເຄິ່ງໜຶ່ງຕັ້ງຢູ່ເຄິ່ງກາງລະຫວ່າງຄວາມເປັນ ແລະຄວາມຕາຍ ເພາະຫາກລົດພາດທ່າເສຍທາງເກີດອຸບັດຕິເຫດຕົກເຫວ ໂອກາດລອດຄົງມີບໍ່ພໍເທົ່າໃດເປີເຊັນ ຈະວ່າໄປແລ້ວ ໃນບົດສົນທະນາລະຫວ່າງຈອຫ໌ນກັບເຄຊີຍ໌ ຄຳຖາມທີສອງທີ່ພວກເຂົາລົມກັນກໍຄື

ເຈົ້າຢ້ານຕາຍບໍ່?

“ແນ່ນອນ” ຫາກໃຫ້ຜູ້ຂຽນຕອບຄົງໃຊ້ຄຳນີ້ແຫຼະ ບໍ່ມີໃຜທີ່ຢາກຕາຍ ແມ້ແຕ່ຄົນທີ່ເຮັດບຸນທຸກມື້ ແລະໝັ້ນໃຈວ່າມີບຸນຫຼາຍກວ່າບາບກໍຄົງບໍ່ຢາກຕາຍ ເພາະໃນໂລກນີ້ມີຫຼາຍສິ່ງທີ່ເຮົາຢາກເຮັດ ທີ່ຈິງແລ້ວ, ເຮົາຮູ້ເລິກໆໃນໃຈວ່າ ບໍ່ມື້ໃດກໍມື້ໜຶ່ງຈະຕ້ອງຕາຍຢ່າງແນ່ນອນ ວັນເວລາທີ່ຜ່ານໄປ ໂອກາດທີ່ຈະໄດ້ເຮັດໃນສິ່ງທີ່ເຮົາຕ້ອງການກໍເຫຼືອນ້ອຍລົງທຸກທີ ນີ້ຄືເຫດຜົນວ່າເປັນຫຍັງຄົນສ່ວນໃຫຍ່ຈຶ່ງຢ້ານຕາຍ ເພາະຍັງບໍ່ໄດ້ເຮັດໃນສິ່ງທີ່ເຮົາຕ້ອງການຢ່າງແທ້ຈິງ ຜູ້ອ່ານໜ້າຈະເຄີຍໄດ້ຍິນຄຳເວົ້າທີ່ວ່າ “ຖ້າໄດ້ເຮັດສິ່ງນີ້ແລ້ວ ກໍນອນຕາຍຕາຫຼັບ” ຄຳເວົ້ານີ້ກຳລັງບອກວ່າ ຫາກໄດ້ເຮັດໃນສິ່ງທີ່ຢາກເຮັດຢ່າງແທ້ຈິງແລ້ວ ຄວາມຕາຍຈະບໍ່ແມ່ນສິ່ງທີ່ໜ້າຢ້ານກົວອີກຕໍ່ໄປ ແລະຄຳຖາມຂໍ້ສຸດທ້າຍທີ່ພວກເຂົາລົມກັນກໍຄື

ຕອນນີ້ເຈົ້າພໍໃຈກັບຊີວິດແລ້ວຫຼືຍັງ?

“ຖາມໂງ່ໆ ຖ້າຂ້ອຍມີຄວາມສຸກກັບຊີວິດ ຂ້ອຍຄົງບໍ່ຂັບລົດ ແລ້ວຫຼົງທາງມານີ້ດອກ” ຈອຫ໌ນບໍ່ໄດ້ເວົ້າແບບນີ້ ຄວັນສີເທົາເວົ້າເອງ! ຄວາມຈິງຈອຫ໌ນຕອບວ່າ “ຕາບໃດທີ່ຍັງບໍ່ຮູ້ວ່າມີຊີວິດໄປເພື່ອຫຍັງ ແລະຍັງບໍ່ທັນໄດ້ເຮັດສິ່ງນັ້ນເທື່ອ ຂ້ອຍກໍຍັງບໍ່ທັນພໍໃຈກັບຊີວິດເທື່ອດອກ” ຜູ້ຂຽນຄິດວ່າ ເຮົາໜ້າຈະໂຍນຄຳຖາມນີ້ໃສ່ຕົນເອງເປັນໄລຍະໆ ເພື່ອກວດສອບຄວາມຮູ້ສຶກຕົນເອງໃນຂະນະນັ້ນວ່າ ເຮົາມີຄວາມພໍໃຈກັບຊີວິດຕອນນີ້ແລ້ວຫຼືຍັງ? ຫາກວ່າຍັງ ແມ່ນຫຍັງຄືສິ່ງທີ່ຄິດວ່າເມື່ອໄດ້ເຮັດແລ້ວຈະຊ່ວຍໃຫ້ເຮົາຮູ້ສຶກດີຂຶ້ນ ບາງຄົນຄືການໄດ້ເຮັດໂຄງການໃດໜຶ່ງໃຫ້ສຳເລັດຕາມໃບສັນຍາ ຫຼືບາງຄົນອາດຈະເປັນການໄດ້ເຮັດລາຍການ (List) ທີ່ຂຽນໄວ້ແຕ່ລະມື້ໃຫ້ສຳເລັດກໍຮູ້ສຶກດີແລ້ວ ຜູ້ຂຽນເຊື່ອວ່າ ຄວາມເມື່ອຍລ້າຈາກການເຮັດງານ ຫຼືທີ່ເຮົາເອີ້ນວ່າ ພາວະໝົດໄຟ (Burnout) ຈະຫາຍໄປ ຫາກວ່າເຮົາໄດ້ເຮັດໃນສິ່ງທີ່ເຮົາຢາກເຮັດຢ່າງແທ້ຈິງໄປແລ້ວ ຫຼືກຳລັງເຮັດຢູ່ທຸກມື້ ເພາະຖ້າເຮົາກຳລັງເຮັດໃນສິ່ງທີ່ຢາກເຮັດທຸກເມື່ອເຊື່ອວັນ ການເຮັດວຽກນັ້ນຄືການສາກແບດໄປໃນຕົວ

ແຕ່ຖ້າວ່າເຮົາບໍ່ແມ່ນຄົນໂຊກດີເຖິງຂັ້ນໄດ້ເຮັດວຽກທີ່ເຮົາມັກເໝືອນທີ່ກ່າວມາ ຜູ້ຂຽນຄິດວ່າ ການລາງານສາມສີ່ມື້ ແລ້ວນຳຕົນເອງອອກໄປຜະເຊີນກັບສະຖານທີ່ແປກໃໝ່ ຜູ້ຄົນທີ່ແປກໜ້າ ແລະສະພາບແວດລ້ອມທີ່ເຮົາບໍ່ຄຸ້ນເຄີຍໜ້າຈະເປັນທາງເລືອກທີ່ເໝາະສົມ ບາງທີການລາງານໃນຄັ້ງນັ້ນອາດຈະເປັນຈຸດປ່ຽນທີ່ສຳຄັນທີ່ສຸດຂອງຊີວິດກໍເປັນໄດ້ ເມື່ອນຳເອົາຕົນເອງອອກຈາກສະຖານທີ່ທີ່ເຮົາຄຸ້ນເຄີຍແລ້ວ ໂລກມັກຈະໂຍນບົດຮຽນບາງຢ່າງທີ່ສາມາດຊະລ້າງສະໜິມທີ່ເກາະຢູ່ໃນໃຈອອກໄດ້ ແລະການເດີນທາງຂອງຄະນະພວກເຮົາໃນຄັ້ງນີ້ ສ່ວນໜຶ່ງເປັນເພາະເຫດຜົນດຽວກັນນີ້ແຫຼະ

ໄລຍະທາງຈາກສີນາກາຣ໌ຮອດກາຣ໌ກິລ ຍາວປະມານ 200 ກິໂລແມັດ ຖ້າຂັບຕາມຫົນທາງປົກກະຕິຈະໃຊ້ເວລາປະມານສີ່ເຖິງຫ້າຊົ່ວໂມງ ແຕ່ມື້ນີ້ພວກເຮົາໃຊ້ເວລາຕັ້ງສິບສອງຊົ່ວໂມງກວ່າຈະຮອດຈຸດໝາຍ ສາເຫດໜຶ່ງເປັນເພາະສະພາບການສັນຈອນທີ່ບໍ່ຄ່ອຍເອື້ອອຳນວຍ ແລະປັດໄຈອື່ນໆ ແຕ່ຫາກຄິດວ່າ ນີ້ແຫຼະຄືບົດຮຽນໜຶ່ງທີ່ໂລກໂຍນມາໃຫ້ ເມື່ອອອກເດີນທາງຈະມີອຸປະສັກຫຼາຍຢ່າງຕາມມາ ແຕ່ນັ້ນກໍທຽບບໍ່ໄດ້ກັບພາວະໝົດໄຟທີ່ເຮົາຕ້ອງທົນທຸກໃນການຢ່ຳຢູ່ກັບທີ່ ສະພາບແວດລ້ອມເດີມໆ ວົນລູບໄປມາ ແລ້ວປ່ອຍໃຫ້ຈິດໃຈຫ່ຽວແຫ້ງໄປເທື່ອລະໜ້ອຍ ທີ່ເຮົາເອີ້ນວ່າ ຕາຍອອກມາຈາກຂ້າງໃນ (Dead inside)

ຄະນະພວກເຮົາມາຮອດເມືອງກາຣ໌ກິລເວລາປະມານແປດໂມງແລງ ກາຣ໌ກິລເປັນເມືອງທີ່ຕັ້ງຢູ່ທ່າມກາງພູເຂົາຊື່ວ່າ ຫຸບເຂົາສຸຣຸ ມີແມ່ນ້ຳໄຫຼຜ່ານກາງ ປະຊາກອນສ່ວນໃຫຍ່ເປັນຊາວມຸດສະລິມ ຮອງລົງມາຄືຮິນດູ ແລະຊາວພຸດ ຕອນທີ່ພວກເຮົາມາຮອດຜູ້ຄົນກຳລັງຍ່າງຂວັກໄຂວ່ໄປມາ ຈັບຈ່າຍຊື້ຂາຍຕ້ອງທ້ອງຖະໜົນ ສຽງແກລົດດັງກີ໊ກໆ ກ໊າກໆ ເມື່ອຜ່ານເຂດວຸ້ນວາຍມາແລ້ວ ກໍທະລຸຮອດທາງໂຄ້ງບ່ອນໜຶ່ງດ້ານຂວາເປັນເນີນພູທີ່ມີບ້ານເຮືອນຂອງປະຊາຊົນ ດ້ານຊາຍເປັນແມ່ນ້ຳມີຮົ້ວກັ້ນລະຫວ່າງທາງກັບແມ່ນ້ຳ ທີ່ຮົ້ວນັ້ນມີເສົາໄຟທີ່ໃຫ້ແສງສະຫວ່າງພໍໃຫ້ຄົນແນມເຫັນຫົນທາງແບບສະຫຼົວໆ ຂະນະນັ້ນ ຂ້ອຍເຫຼືອບໄປເຫັນຜູ້ຊາຍຄົນໜຶ່ງກຳລັງຍ່າງມາດ້ວຍຄວາມເຊື່ອງຊ້າ ທ່າທາງເໝືອນກຳລັງອິດເມື່ອຍ ແລະສິ້ນຫວັງກັບສິ່ງໃດສິ່ງໜຶ່ງໃນຊີວິດ ອາຍຄວັນທີ່ພຸ່ງອອກຈາກປາກຂອງລາວບົ່ງບອກວ່າອາກາດຂ້າງນອກນັ້ນເໜັບໜາວພຽງໃດ

ໃນຮອບໜຶ່ງວັນທີ່ຜ່ານມາ ມີໃຜຮູ້ບໍ່ວ່າ ຊີວິດຂອງຜູ້ຊາຍຄົນນີ້ໄດ້ຜ່ານສິ່ງໃດມາແດ່?

ພຣະຂາວພັນນາຣາມ

ທ້າຍລະດູຝົນ, ປີ 2023

ເອກະສານອ້າງອິງ

ເລື່ອງເລົ່າຂອງຈອຫ໌ນ ແລະຄຳຖາມໄດ້ມາຈາກ “The why café” ຄາເຟ່ສຳລັບຄົນຫຼົງທາງ ຂຽນໂດຍ: John Strelexcky

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ