ການເປີດ ແລະ ປິດໃຈສົ່ງຜົນແນວໃດຕໍ່ຊີວິດ

ໂດຍ: ຄວັນສີເທົາ

ຖ້າສາມາດຈຳແນກມະນຸດໃນໂລກນີ້ອອກເປັນສອງປະເພດ ຜູ້ອ່ານຈະຈຳແນກອອກໃນລັກສະນະໃດ? ເປັນໄປໄດ້ບໍ່ທີ່ເຮົາຈະຈຳແນກມະນຸດອອກເປັນສອງປະເພດ ດັ່ງນີ້: ໜຶ່ງ-ມະນຸດທີ່ມີຈິດໃຈກວ້າງຂວາງ ສອງ-ມະນຸດທີ່ມີຈິດໃຈບໍ່ກວ້າງຂວາງ ຫຼືເວົ້າງ່າຍໆວ່າ ມີຈິດໃຈຄັບແຄບນັ້ນແຫຼະ ມະນຸດທັງສອງປະເພດນີ້ມີຄວາມແຕກຕ່າງກັນແນວໃດ? ເປັນໄປໄດ້ບໍ່ທີ່ຄຸນລັກສະນະທັງສອງແບບນີ້ຈະມີຢູ່ໃນຕົວຄົນຄົນໜຶ່ງໃນຊ່ວງເວລາດຽວກັນ? ແລະ ທີ່ສຳຄັນ ການມີຈິດໃຈເຊັ່ນນັ້ນມີຜົນຕໍ່ການດຳລົງຂອງພວກເຮົາແນວໃດ?

ຄຳຕອບອາດຈະມີຢູ່ໃນຫຍໍ້ໜ້າຖັດໄປ…

ໃນໜັງສື Principles ຂຽນໂດຍ ເຣຍ໌ດາລິໂອ—ເສດຖີ ແລະ ນັກລົງທຶນ ຊາວອາເມຣິກາ ເວົ້າເຖິງເລື່ອງນີ້ໄວ້ວ່າ: ຄົນທີ່ມອງຄວາມຄິດເຫັນຄົນອື່ນທີ່ຕ່າງຈາກຕົນວ່າ ເປັນການໂຈມຕີ ຫຼືເປັນສັດຕູ ແມ້ວ່າຄວາມຄິດນັ້ນຈະມີເຫດຜົນດີກວ່າຕົນກໍຕາມ ພຶດຕິກຳແບບນີ້ ບົ່ງບອກວ່າ ຄົນຄົນນັ້ນເປັນຄົນໃຈແຄບ ການເປັນຄົນໃຈແຄບສາມາດສະແດງອອກຜ່ານພຶດຕິກຳຫຼາຍຢ່າງ ເຊັ່ນ: ບໍ່ສາມາດຍອມຮັບຄວາມຄິດເຫັນຂອງຄົນອື່ນໄດ້ ມອງຄົນທີ່ຄິດຕ່າງວ່າ ເປັນສັດຕູ ເມື່ອມອງຄົນອື່ນເປັນສັດຕູ ສິ່ງທີ່ຈະຕ້ອງເຮັດຕໍ່ໄປຄື ຕ້ອງກຳຈັດບຸກຄົນນັ້ນອອກໄປ ການເປັນຄົນໃຈແຄບມີຜົນຮ້າຍຫຼາຍກວ່າທີ່ເຮົາຄິດ ເຣຍ໌ກ່າວວ່າ ຄົນທີ່ມີຄວາມພູມໃຈໃນຕົນເອງສູງ ຫຼືຄິດວ່າຕົນເອງເກັ່ງ ມັກຈະຮຽນຮູ້ສິ່ງຕ່າງໆໄດ້ນ້ອຍລົງ, ຕັດສິນໃຈຜິດພາດໄດ້ງ່າຍ ແລະ ຈະກາຍເປັນຄົນຂາດສັກກະພາບໄປໃນທີ່ສຸດ  ພຶດຕິກຳແບບນີ້ສາມາດເກີດຂຶ້ນໄດ້ແມ້ກັບຄົນທີ່ເກັ່ງ ແລະ ສະຫຼາດ ຜົນທີ່ຕາມມາຈາກການມີພຶດຕິກຳແບບນີ້ຄື ບຸກຄົນນັ້ນຈະດຳເນີນຊີວິດໄປວັນໆ ໂດຍບໍ່ໄດ້ຮັບການພັດທະນາຕົນເອງໃຫ້ດີຂຶ້ນເລີຍ ເພາະບໍ່ມີໃຜຢາກໃຫ້ຄຳແນະນຳ

ພຶດຕິກຳແບບນີ້ເກີດມາຈາກໃສ?

ໃນໜັງສືເຫຼັ້ມດຽວກັນນັ້ນ ເຣຍ໌ດາລິໂອ ອະທິບາຍວ່າ ຄວາມໃຈແຄບເກີດມາຈາກຄວາມຂັດແຍ້ງກັນເອງຂອງສະໝອງສອງສ່ວນຄື ສະໝອງທີ່ເຮັດໜ້າທີ່ຄວບຄຸມດ້ານເຫດຜົນ (Prefrontal cortex) ແລະ ສະໝອງທີ່ເຮັດໜ້າທີ່ຄວບຄຸມດ້ານອາລົມ (Amygdala). ເມື່ອພວກເຮົາຈະຕັດສິນໃຈເຮັດສິ່ງໃດສິ່ງໜຶ່ງ ສະໝອງສອງສ່ວນນີ້ຈະຕີກັນແທບທຸກຄັ້ງ ສົມມຸດວ່າ ຊ່ວງນີ້ ເຈົ້າກຳລັງຄວບຄຸມນ້ຳໜັກຂອງຕົນເອງ ມື້ໜຶ່ງ ພາຍຫຼັງທີ່ກັບມາຈາກການເຮັດວຽກ ກຳລັງຫິວຢ່າງແຮງ ເຈົ້າຍ່າງໄປເປີດຕູ້ເຢັນ ປາກົດວ່າມີເຄັກວາງໄວ້ຢູ່ໃນນັ້ນໜຶ່ງກ້ອນກັບບ່ວງໜຶ່ງອັນ (ຂະໜາດເລົ່າເອງຍັງຫິວເລີຍ) ເຊິ່ງເຈົ້າສາມາດຕັກກິນເຄັກນັ້ນໄດ້ຕະຫຼອດເວລາ ໃນຂະນະທີ່ເຈົ້າກຳລັງຄິດວ່າ ຈະກິນຫຼືບໍ່ກິນດີ ສະໝອງສອງສ່ວນນີ້ຈະຕີກັນໃນຫົວຂອງເຈົ້າກ່ອນ ຖ້າສະໝອງສ່ວນໃດຊະນະ ສະແດງວ່າເຈົ້າຈະຕັດສິນໃຈເຮັດສິ່ງນັ້ນ ຖ້າສະໝອງສ່ວນທີ່ເຮັດໜ້າທີ່ຄວບຄຸມດ້ານອາລົມເປັນຝ່າຍຊະນະ ໝາຍຄວາມວ່າ ເຄັກກ້ອນນັ້ນຈະຫາຍໄປທັນທີ ແຕ່ຖ້າເຄັກກ້ອນນັ້ນຍັງຄົງເດີມຢູ່ຄືເກົ່າ ສະແດງສະໝອງທີ່ເຮັດໜ້າທີ່ຄວບຄຸມດ້ານເຫດຜົນເປັນຝ່າຍຊະນະ. ທີນີ້ ໃນຊີວິດປະຈຳວັນ ກ່ອນທີ່ຈະຕັດສິນໃຈເຮັດສິ່ງໃດສະໝອງສອງສ່ວນນີ້ຈະຕີກັນກ່ອນ ຖ້າຝ່າຍໃດຊະນະກໍສະແດງວ່າ ເຮົາຈະເຮັດຕາມສະໝອງສ່ວນນັ້ນສັ່ງການ.

 ຈາກການສຶກສານີ້ສະແດງໃຫ້ເຮົາເຫັນວ່າ ສິ່ງທີ່ເຮັດໃຫ້ມະນຸດມີຈິດໃຈຄັບແຄບເກີດມາຈາກສະໝອງທີ່ເຮັດໜ້າທີ່ຄວບຄຸມດ້ານອາລົມເປັນຝ່າຍຊະນະ ເມື່ອຊະນະແລ້ວ ມັນຈະເປັນຝ່າຍຄວບຄຸມສະໝອງສ່ວນອື່ນໆຄື ກົດສະໝອງສ່ວນອື່ນໄວ້ບໍ່ໃຫ້ສະແດງຕົວອອກມາ ຮ້າຍຍິ່ງໄປກວ່ານັ້ນ ມັນຈະແຜ່ລາມໄປຫາຄົນອື່ນທີ່ຢູ່ອ້ອມຂ້າງນຳ ໂດຍສະເພາະຄົນທີ່ບໍ່ເຫັນດ້ວຍກັບຄວາມຄິດຂອງມັນ ພວກເຮົາມັກເອີ້ນຄົນຜູ້ທີ່ຖືກສະໝອງສ່ວນນີ້ຄວບຄຸມວ່າ “ຄົນເອົາແຕ່ໃຈຕົນເອງ” ການເປັນຄົນເອົາແຕ່ໃຈຕົນເອງນີ້ ມັກເຮັດໃຫ້ເສຍໂອກາດໃນການພັດທະນາ ເພາະການປິດໃຈຄືການປິດກັ້ນຕົນເອງຈາກຄຳວິພາກວິຈາກທີ່ສ້າງສັນ ບາງຄັ້ງ ເຖິງຂັ້ນເປັນອັນຕະລາຍຕໍ່ຊີວິດ ເລື່ອງແບບນີ້ມີໃຫ້ເຮົາເຫັນໄດ້ຕະຫຼອດປະຫວັດສາດທີ່ຜ່ານມາ ໂດຍສະເພາະຈາກຜູ້ນຳຜະເດັດການທັງຫຼາຍ.

ເຮົາຈະສັງເກດເຫັນວ່າ ໃນສັງຄົມທີ່ເຮົາອາໄສຢູ່ ຖ້າມີຄົນປະເພດນີ້ຢູ່ນຳ ຈະເຮັດໃຫ້ບັນຍາກາດໃນການເຮັດວຽກ ຫຼືການຮຽນໜັງສືໜ້າອຶດອັດໄປໝົດ ຍິ່ງຖ້າບຸກຄົນຄົນນັ້ນເປັນຜູ້ທີ່ມີອຳນາດດ້ວຍແລ້ວລະກໍ ຍິ່ງໜ້າອຶດອັດໄປໃຫຍ່ ລອງຈິນຕະນາການເບິ່ງ ເວລາຍ່າງໄປໃສ ຫຼືເວລາຢູ່ໃນທີ່ປະຊຸມໂດຍມີຄົນແບບນີ້ເປັນປະທານ ເຫຼືອບຕາໄປທາງໃດ ລູກນ້ອງຈະຫຼົບສາຍຕາປຸ໊ບປັບ ເພາະລັງສີອຳມະຫິດແຜ່ຊ່ານອອກມາ ຖ້າຜູ້ໃດຢູ່ໃຕ້ບັງຄັບບັນຊາຄົນແບບນີ້ຄົງເວົ້າໄດ້ພຽງຄຳດຽວວ່າ “ຮູ້ສຶກປົງກັບຊີວິດ”

ຄຳຖາມຄື ທ່ານຢາກຈະເປັນຄົນແບບນັ້ນບໍ? ຄົນເອົາແຕ່ໃຈຕົນເອງ

ເມື່ອເປັນແນວນີ້ແລ້ວ ເຮົາຈະມີວິທີແກ້ໄຂແນວໃດ?

ຖ້າຢາກແກ້ໄຂບັນຫານີ້ ສິ່ງທຳອິດທີ່ຈະຕ້ອງເຮັດຄື ຍອມຮັບໃຫ້ໄດ້ວ່າ ບໍ່ມີຫຍັງສົມບູນແບບ (Nothing is perfect) ລວມທັງຕົວເຮົາເອງນຳ ຕົວເຮົາເອງຍ່ອມມີຈຸດບອດ ຫຼືຂໍບົກພ່ອງຢ່າງໃດຢ່າງໜຶ່ງຢ່າງແນ່ນອນ. ເມື່ອຍອມຮັບກົດຂໍ້ນີ້ແລ້ວ ເຮົາຈະຫັນກັບມາພິຈາລະນາຕົນເອງຫຼາຍຂຶ້ນ ເມື່ອໃດກໍຕາມທີ່ຍອມຮັບວ່າ ຕົນເອງມີຈຸດບອດ ເມື່ອນັ້ນ ເຮົາຈະຄ່ອຍໆເປີດໃຈໃຫ້ກວ້າງ ກ້າຍອມຮັບຄວາມແຕກຕ່າງ ແລະ ງ່ຽງຫູຮັບຟັງຄວາມຄິດເຫັນຂອງຄົນອື່ນດ້ວຍຄວາມເຕັມໃຈ ເຣຍ໌ດາລິໂອ ບອກວ່າ: ການເປີດຮັບມຸມມອງຂອງຄົນອື່ນບໍ່ແມ່ນການປິດກັ້ນອິດສະລະທາງຄວາມຄິດຂອງຕົນ ເຮົາຍັງສາມາດຕັດສິນໃຈດ້ວຍຕົນເອງໄດ້ຄືເກົ່າ ພຽງແຕ່ມີໄອເດຍໃໝ່ໆເພີ່ມຂຶ້ນມາເທົ່ານັ້ນເອງ

ການເປີດໃຈຍອມຮັບຟັງຄວາມຄິດເຫັນຂອງຄົນອື່ນ ບໍ່ໄດ້ໝາຍຄວາມວ່າ ເຮົາສູນເສຍຈຸດຢືນຂອງຕົນເອງ ຫຼືເຮົາຕ້ອງເຫັນດ້ວຍກັບບຸກຄົນນັ້ນສະເໝີໄປ ແຕ່ຄືການເປີດໃຈໃຫ້ເຮົາພິຈາລະນາເຫດຜົນຂອງຄົນອື່ນ ແທນທີ່ຈະດື້ດ້ານ ແລະ ຍຶດໝັ້ນໃນແນວຄິດຂອງຕົນເອງຢ່າງໄຮ້ເຫດຜົນ ເຜື່ອໃຈໄວ້ວ່າ ຄວາມຄິດຂອງເຮົາອາດຈະຜິດກໍເປັນໄດ້ ມັນບໍ່ງ່າຍທີ່ຄຳຕອບທີ່ດີທີ່ສຸດຈະມາຈາກຄວາມຄິດຂອງຄົນພຽງຄົນດຽວ ເຣຍ໌ດາລິໂອ ກ່າວໄວ້ເຊັ່ນນັ້ນ. ສະນັ້ນ ເຮົາຄວນໝັ່ນຮັບຟັງຄວາມຄິດເຫັນຂອງຄົນອື່ນໃຫ້ຫຼາຍຂຶ້ນ ໂດຍສະເພາະຄຳວິພາກວິຈານທີ່ບໍ່ເຫັນດ້ວຍກັບຄວາມຄິດຂອງຕົນ. ແນ່ນອນ ມະນຸດມັກຮັບຟັງຄຳຊົມຫຼາຍກວ່າຄຳຕິ ຄຳຊົມອາດຈະເຮັດໃຫ້ເຮົາອາລົມດີ ແຕ່ຄຳຕິຈະຊ່ວຍໃຫ້ການຕັດສິນໃຈຂອງເຮົາມີປະສິດທິພາບຫຼາຍຂຶ້ນ ແລະ ເມື່ອເຮົາໄດ້ຍິນຄຳຕິ ຫຼືຄຳວິພາກວິຈານຈາກຄົນອື່ນຫຼາຍຂຶ້ນ ໝາຍຄວາມວ່າ ເຮົາໜ້າຈະມີຈຸດບົກພ່ອງຢ່າງໃດຢ່າງໜຶ່ງແນ່ນອນ. ພຸດທະເຈົ້າຕັດວ່າ ໃຫ້ມອງຄົນວິພາກວິຈານຫຼືຕຳນິເໝືອນກັບເປັນຜູ້ທີ່ຊີ້ຂຸມຊັບໃຫ້ ເພາະນັ້ນຄືຈຸດເລີ່ມຕົ້ນຂອງການພັດທະນາ.

ການຄົ້ນຫາມຸມມອງທີ່ແຕກຕ່າງເພື່ອຕັດສິນໃຈສົ່ງຜົນຕໍ່ຊີວິດຂອງເຮົາມະຫາສານ

ເຣຍ໌ດາລິໂອເລົ່າເຖິງເຫດການທີ່ເກີດຂຶ້ນກັບລາວຄັ້ງໜຶ່ງວ່າ: ປີ 2013 ລາວໄປກວດສຸຂະພາບປະຈຳປີກັບໝໍຄົນໜຶ່ງ ຜົນກວດອອກມາວ່າ ລາວມີໂອກາດສູງເຖິງ 15% ທີ່ຈະເປັນມະເລັງໃນຫຼອດອາຫານ ຖ້າບໍ່ຮີບຮັກສາລາວຈະຕາຍດ້ວຍໂຣກຊະນິດນີ້ໃນອີກສາມເຖິງຫ້າປີຂ້າງໜ້າ ການຮັກສາໂດຍທົ່ວໄປຄື ຕ້ອງຕັດຫຼອດອາຫານອອກ ແຕ່ບັນຫາຄື ເຣຍ໌ບໍ່ຢາກເຮັດແບບນັ້ນ ເພາະເຫດຜົນສ່ວນຕົວບາງຢ່າງ ສິ່ງທີ່ລາວເຮັດໄດ້ຕອນນັ້ນຄື ທຳໃຈ ແລະ ລໍວັນຕາຍ.

ໃນຫ້ວງເວລາທີ່ກຳລັງສິ້ນຫວັງ ໃຈໜຶ່ງກໍຍັງມີແຮງຮຶດສູ້ເພື່ອໃຫ້ມີຊີວິດລອດ ສິ່ງທີ່ລາວເຮັດຕໍ່ຈາກນັ້ນຄື ການໄປກວດກັບໝໍຄົນອື່ນໆທີ່ຊຳນານດ້ານນີ້ເຊິ່ງມີມຸມມອງຕ່າງກັນ ໝໍຄົນໜຶ່ງບອກວ່າ ໂຣກທີ່ລາວເປັນຢູ່ສາມາດແພ່ລາມໄດ້ຢ່າງໄວວາ ແລະ ຮັກສາໄດ້ຍາກຢ່າງຍິ່ງ ຖ້າຜ່າຕັດມີໂອກາດເສຍຊີວິດທັນທີ 10% ແລະ ມີໂອກາດ 70% ທີ່ຈະບໍ່ກັບມາເປັນປົກກະຕິ. ໝໍອີກຄົນໜຶ່ງບອກວ່າ ໂຣກມະເລັງທີ່ລາວເປັນຢູ່ນີ້ບໍ່ໜ້າເປັນຫ່ວງປານໃດ ພຽງແຕ່ເຝົ້າຕິດຕາມອາການ ແລະ ສ່ອງກ້ອງເປັນປະຈຳທຸກສາມເດືອນກໍພຽງພໍແລ້ວ ຖ້າວ່າກ້ອນເນື້ອໃຫຍ່ຂຶ້ນ ກໍພຽງແຕ່ໄປຕັດອອກແລ້ວຈະສາມາດໃຊ້ຊີວິດໄດ້ເປັນປົກກະຕິ ຈາກນັ້ນ ລາວກໍໄປຫາໝໍທີ່ຊຳນານດ້ານນີ້ອີກສອງທ່ານເຊິ່ງຄຳແນະນຳຂອງພວກເຂົາມີທັງເໝືອນ ແລະ ຕ່າງກັນຈາກໝໍຄົນທີ່ຜ່ານມາ.

ເລື່ອງດຽວກັນ ແຕ່ເມື່ອໃຫ້ຜູ້ຊ່ຽວຊານຫຼາຍຄົນໃຫ້ຄຳຕອບ ແຕ່ລະຄົນຕ່າງກໍມີຄຳແນະນຳແຕກຕ່າງກັນໄປ ບາງຄົນແນະນຳໃຫ້ຜ່າຕັດ ບາງຄົນແນະນຳໃຫ້ເຝົ້າເບິ່ງອາການ ບາງຄົນບອກວ່າເປັນໂຣກທີ່ອັນຕະລາຍຢ່າງຍິ່ງ ບາງຄົນບອກວ່າເປັນໂຣກທີ່ບໍ່ຮ້າຍແຮງເຖິງຂັ້ນຊີວິດ ສິ່ງທີ່ເກີດຂຶ້ນແກ່ເຣຍ໌ດາລິໂອໃນຕອນນັ້ນຄື ແລ້ວກູຈະເຊື່ອໃຜດີຫວ່ະ! ອາລົມໜ້າຈະປະມານແຫຼະ.

ເນື່ອງຈາກວ່າເຣຍ໌ເປັນຄົນທີ່ເປີດໃຈ ຢາກຮູ້ມຸມມອງທີ່ແຕກຕ່າງກັນຂອງຫຼາຍຄົນ ເມື່ອຜົນວິນິດໄສຂອງຜູ້ຊ່ຽວຊານທັງສີ່ມີຄວາມແຕກຕ່າງກັນ ລາວຈຶ່ງຈັບຜູ້ຊ່ຽວຊານທັງຫຼາຍນັ້ນມາລົມກັນ ເພື່ອໃຫ້ທຸກຄົນໄດ້ສະແດງຄວາມຄິດເຫັນຕໍ່ມຸມມອງຂອງອີກຝ່າຍວ່າມີຄວາມເປັນໄປໄດ້ໜ້ອຍຫຼາຍພຽງໃດ ໃຫ້ມັນຮູ້ດຳຮູ້ແດງໄປເລີຍ ແລ້ວລາວຈະເປັນຜູ້ນັ່ງຟັງ ເຣຍ໌ເອີ້ນວິທີການແບບນີ້ວ່າ ການເປີດຕາ (Eye Opening) ຕອນທີ່ລາວເຂົ້າໄປຫາໝໍເປັນການສ່ວນຕົວ ພວກເຂົາແນະນຳວິທີຮັກສາແຕກຕ່າງຫຼາຍ ແຕ່ເມື່ອໃຫ້ພວກເຂົາທັງສີ່ມາລົມກັນ ຕ່າງຄົນຕ່າງກໍພະຍາຍາມຫຼີກລ່ຽງຂໍ້ທີ່ຂັດແຍ້ງກັນ ຖົກຖຽງກັນດ້ວຍຄວາມສຸພາບ ຈົນໄດ້ຄຳຕອບທີ່ດີທີ່ສຸດ. ການຖົກຖຽງ (ບໍ່ແມ່ນການໂຕ້ຖຽງ) ກັນແບບນີ້ ເປັນພຽງການຄົ້ນຫາແບບເປີດກວ້າງວ່າສິ່ງໃດເປັນສິ່ງທີ່ຖືກຕ້ອງ ແລ້ວຫາຂໍ້ສະຫຼຸບຮ່ວມກັນ.

ດ້ວຍວິທີແບບນີ້ເຮັດໃຫ້ເຣຍ໌ເຫັນຄວາມຈິງ ແລະ ເຂົ້າໃຈກ່ຽວກັບໂຣກທີ່ເປັນຢູ່ຫຼາຍຂຶ້ນ ໃນທີ່ສຸດ ລາວຈຶ່ງໄດ້ຄຳຕອບວ່າ: “ໃນຊ່ວງ 48 ຊົ່ວໂມງທີ່ຜ່ານມາ ຂ້າພະເຈົ້າເໝືອນລອດພົ້ນຈາກການຖືກປະຫານຊີວິດທີ່ຕ້ອງຄວ້ານໄສ້ ແລະ ພຸງອອກ ທ້າຍທີ່ສຸດຂ້າພະເຈົ້າກໍພົບວິທີທີ່ງ່າຍກວ່າ ນັ້ນຄື ການເຝົ້າລະວັງ ແລະ ຕັດເຊື້ອທີ່ມັນຂະຫຍາຍຕົວອອກ ກ່ອນທີ່ມັນຈະລຸກລາມໄປສູ່ຈຸດອື່ນ”  ຈາກນັ້ນ ລາວກັບ ດຣ.ເກຣເຊີຣ໌ເຊິ່ງເປັນໝໍປະຈຳຕົວ ກໍໄປພົບແພດຜູ້ຊ່ຽວຊານລະດັບໂລກອີກສອງທ່ານ ພວກເຂົາໃຫ້ຄຳແນະນຳທີ່ກົງກັນວ່າ ການສ່ອງກ້ອງແລ້ວຕັດເອົາເນື້ອເຍື່ອໄປໃຫ້ຫ້ອງທົດລອງວິນິດໄສເປັນວິທີຮັກສາທີ່ດີທີ່ສຸດ. ໜຶ່ງອາທິດຕໍ່ມາ ຜົນກວດອອກມາວ່າ ລາວບໍ່ມີເຊື້ອມະເລັງທີ່ມີຄວາມສ່ຽງສູງເໝືອນໝໍຄົນທີ່ຜ່ານມາບອກເລີຍ.

ຄຳຖາມຄື ວິທີທີ່ໝໍແນະນຳໃນເບື້ອງຕົ້ນນັ້ນເປັນວິທີທີ່ຜິດຫວາ?

ຜູ້ອ່ານຄິດວ່າແນວໃດ?

ຜູ້ອ່ານທັງຫຼາຍ ທີ່ຜູ້ຂຽນຍົກເລື່ອງນີ້ຂຶ້ນມາ ຢາກຊີ້ໃຫ້ເຫັນພຽງວ່າ ບາງຄັ້ງ ຜູ້ຊ່ຽວຊານກໍອາດຈະມີຄວາມຜິດພາດໄດ້ເຊັ່ນກັນ ການເປີດໃຈຮັບຟັງຄວາມຄິດເຫັນຂອງຄົນອື່ນໃນມຸມມອງຕ່າງໆຈຶ່ງເປັນເລື່ອງທີ່ດີ ແລະ ຄວນເຮັດຢ່າງຍິ່ງ. ທ່ານລອງຄິດເບິ່ງວ່າ ຖ້າເຣຍ໌ບໍ່ຍອມຮັບຟັງຄວາມເຫັນຂອງໝໍຫຼາຍໆຄົນໃນຕອນນັ້ນ ບໍ່ຮູ້ວ່າຕອນນີ້ຊີວິດຂອງລາວຈະເປັນແນວໃດ ດັ່ງນັ້ນ ຈຶ່ງຄວນເປີດໃຈຮັບຟັງຄວາມເຫັນທີ່ແຕກຕ່າງ ເພາະມັນມີຜົນຢ່າງຍິ່ງຕໍ່ການຕັດສິນໃຈ ແລະ ການໃຊ້ຊີວິດຂອງເຮົາ. ຄົນທີ່ເປີດໃຈມັກຈະເຊື່ອວ່າ ບໍ່ມີສິ່ງໃດຖືກຫຼືຜິດຮ້ອຍເປີຣ໌ເຊັນ ທຸກຢ່າງມີໂອກາດຖືກຕ້ອງຫຼືຜິດພາດໄດ້ສະເໝີ ພວກເຂົາຈຶ່ງມັກຟັງຫຼາຍກວ່າເວົ້າ ແລ້ວນຳເອົາຄວາມເຫັນທີ່ຂັດແຍ້ງນັ້ນມາໄຕ່ຕອງເຖິງຂໍ້ດີຂໍ້ເສຍ ເພື່ອໃຫ້ໄດ້ສິ່ງທີ່ດີທີ່ສຸດ. ອ່ານມາຮອດບັນທັດນີ້ ທຸກທ່ານຕອບຕົນເອງໄດ້ຫຼືຍັງວ່າ:  

ການເປີດ ແລະ ປິດໃຈສົ່ງຜົນແນວໃດຕໍ່ຊີວິດ

ນະຄອນຫຼວງວຽງຈັນ, 27 ຕຸລາ 2022

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ