ເຄັກ,ເຂົ້າໜົມ ວັດຖຸມຸງຄຸນກິນໄດ້.

ກຳລັງເປັນທີ່ໂດງດັ່ງ ເມື່ອເຈົ້າຂອງຮ້ານເຂົ້າຫນົມໄທແຫ່ງໜື່ງ ເກີດໄອເດຍ ເຮັດເຂົ້າຫນົມອາລົວ  ເຮັດອອກມາເປັນຮູບພຣະເຄື່ອງ ຫຼາຍແບບ ຮູບພຣະສົມເດັດກໍ່ມີ ຈົນຄົນສັ່ງຊື້ຫຼາຍ ເຮັດຈົນບໍ່ທັນ.ງົດຮັບອໍເດີ້ຊົ່ວຄາວ.

ແຕ່ເລື່ອງນີ້ ອາດຈະກາຍເປັນອີກເລື່ອງຫນື່ງໄປເລີຍ ເມື່ອ ສຳນັກງານພຣະພຸດທະສາສະໜາແຫ່ງຊາດ (ປະເທດໄທ) ທ່ານ ນະລົງ ຊົງອາລົມ ບອກວ່າ ເປັນສິ່ງທີ່ບໍ່ເຫມາະສົມ ບໍ່ຄວນເຮັດ  ເພາະຮູບພຣະເຄື່ອງ ຖືເປັນວັດຖຸມົງຄຸນ ເຄື່ອງສັກກາລະບູຊາຂອງພຸດທະສາສະໜາ.

ອີກທ່ານຫນື່ງ ໂຄສົກ ທ່ານ ສິດບໍ່ວອນ ເມື່ອມັນເປັນເລື່ອງຂອງພຸດທະສາສະໜາ ຕ້ອງບອກວ່າຄວາມຈິງແລ້ວມັນກໍ່ບໍ່ເຫມາະ ແຕ່ມັນກໍ່ບໍ່ໄດ້ມີຂໍ້ບັນຍັດຊັດເຈນ ວ່າເຈົ້າຜິດແນວນັ້ນ ແນວນີ້ ແຕ່ມັນເປັນເລື່ອງລະອຽດອ່ອນ ຈະໃຫ້ໄປເຈາະຈົງວ່າເຂົາຜິດແນວນັ້ນ ແນວນີ້ມັນບໍ່ແມ່ນ  ແຕ່ເລື່ອງນີ້ມັນເປັນເລື່ອງຄວາມເຫມາະສົມ ແລະ ບໍ່ເຫມາະສົມ.

ອີທານ ຫນື່ງ ສຳນັກງານວັດທະນະທຳຈັງຫວັດສະຫມຸດສົງຄາມ ທ່ານ ນາງສຸຊາດາ ຫິຣັນພຣັດທຣານັນ ບອກວ່າການນຳສິ່ງທີ່ເຄົາລົບຂອງຊາວພຸດ ໄປເຮັດເປັນຮູບອາຫານ ແນວໃດ່ກໍ່ບໍ່ເຫມາະສົມ ແມ່ນຢູ່ເລື່ອງການປະກອບອາຊີບ ເປັນເລື່ອງທີ່ຄວນໃຫ້ການສະນັບສະນູນ ແຕ່ກໍ່ຄວນເຮັດ.ຄວນຈະເຮັດສິ່ງທີ່ເປັນອັດຕະລັກຂອງແຂວງເຊັ່ນ ຮູບກຸງ ຮູບຫອຍ ຮູບປາ ກໍ່ຮຸ່ງເຮື່ອງໄດ້ເຊັ່ນກັນ.ວັດຖຸມຸງຄຸນມັນເປັນຄວາມຮູ້ສຶກທາງຈິດໃຈ ທີ່ເອົາຂອງສູງມາເຮັດເປັນອາຫານ ຢ້ານວ່າມື້ຫນື່ງເຂົ້າຫນົມມັນບູດ ແລ້ວ ມີຄົນເອົາໄປຖີ້ມ ແລ້ວມີ ແມວ ມີມາ ມາກິນ ມັນກໍ່ບໍ່ເຫມາະສົມ.

ສ່ວນພຮະພະຍອມກໍ່ໄດ້ອອກຄວາມຄິດເຫັນວ່າ ຂອງທີ່ຄົນເຂົາເຄົາລົບນັບຖື ແລ້ວເອົາມາກິນຫລີ້ນ ຫລີ້ນອິຫຍັງກໍ່ຫລີ້ນໄດ້ ແຕ່ຢ່າເອົາຂອງທີ່ເຂົາເຄົາລົບນັບຖື ມາຫລີ້ນ ມັນມີຄົນເຊື່ອຖື ຈະເຮັດຫຍັງກໍ່ຢ່າໃຫ້ສະເທືອນຈິດໃຈ ຄົນທີ່ເຂົານັບຖື ຈະດີທີ່ສຸດ.

ສ່ວນໃນມູມຕ່າງຂອງ ພຣະມະຫາໄພວັນ ພຣະວັດສອຍທອງ ແຂວງນົນທະບູລີ ສະແດງຄວາມຄິດເຫັນວ່າ ອັດຕະມາບໍ່ເຫັນວ່າມັນສິເປັນເລື່ອງລົບຫລູອິຫລັງ ເຮົາມັກຈະຮັບບໍ່ໄດ້ກັບເລື່ອງລັກສະນະນີ້ ແຕ່ເຮົາພັດຮັບໄດ້ ຖ້າພຣະເຄື່ອງເຫຼົ່ານີ້ຈະຖືກປ້ັມອອກມາວາງຂາຍເປັນກອງໆ ຕາມຂ້າງທາງ ອົງລະ 5 ບາດ 10 ບາດ ເຮົາຮັບບໍ່ໄດ້ທີ່ພຣະເຄື່ອງຈະກາຍເປັນເຂົ້າຫນົມ ແຕ່ຮັບໄດ້ຖ້າພຣະເຄື່ອງຈະກາຍເປັນສິນຄ້າມີລາຄາ ເຊີ່ງຄົນຈະຊື້ຂາຍກັນເຫມືອນເພັດພອຍໃນລາຄາລາຍສິບລ້ານ.

ຢາກໃຫ້ຊີເຣສເວລາຄົນເອົາພຣະພຸດທະເຈົ້າໄປເຮັດເປັນຂອງຄັງ ໄປເຮັດເປັນເລື່ອງໄຊຍະສາດອວດອ້າງສັພພະຄຸນ ໄປເຮັດເປັນຂອງຄ້າຂາຍຫຼອກຫຼວງຄົນກັນເອງ. ຖ້າທານກິນບໍ່ລົງກໍ່ຊື້ໄປເກັບບູຊາກໍ່ໄດ້. ຢ່າງນ້ອຍຄົນເຮັດກໍ່ກ້າຄິດກ້າເຮັດ.ໃນຊ່ວງໂຄວິດແບບນີ້ ຖືວ່າເຂົາເຂົ້າໃຈວິທີການຫາລູກຄ້າ.

ໃນມູມຂອງເຈົ້າຂອງຮ້ານ ມາດາບຊຸບ ຂຽນລົງເຟສບຸກເພຈວ່າ ການເຮັດຂະນົມເຮັດໄປດ້ວຍຄວາມຈິງໃຈ ໃສ່ໃຈ ຊື່ສັດກັບຄົນຊື້ ມັນເປັນຄວາມສຸກ ບໍ່ໄດ້ຫວັງກະແສ ແລະ ຍັງບອກອີກວ່ ບໍ່ຄິດເລີຍວ່າມັນຈະກາຍເປັນເລື່ອງດຣາມ້າ ມີຫຼາຍຄົນເວົ້າເຖີງຫຼາຍຂະນາດນີ້ ລາວຍັງບອກອີກວ່າຄວາມຈິງແລ້ວລາວເຄີຍເຫັນໄອເດຍເຂົ້າຫນົມທີ່ເຮັດເປັນຮູບພຣະເຄື່ອງມາກ່ອນແລ້ວ ຄົນບາງສ່ວນອາດຈະເບີ່ງວ່າບໍ່ເຫມາະສົມເປັນການດູມິ່ນສິ່ງທີ່ເຄົາລົບບູຊາ ແຕ່ສ່ວນຕົວລາວບອກວ່າ ບໍ່ໄດ້ຍຶດຕິດກັບວັດຖຸມຸງຄຸນ ສິ່ງທີ່ລາວຍຶດຖື ຄືແນວທາງຄຳສອນຫຼາຍກວ່າ.

ທາງເຟສບຸກເພສ ສະໂລໄລອິນເຈແປນ ຍັງເອົາຮູບເຂົ້າຫນົມໃນຢີ່ປຸ່ນມາໃຫ້ເບິ່ງ ເປັນຮູບເຂົ້າຂອງວັດໄດບຸຊື້ ເມືອງພຣະໃຫຍ່ ເຮັດອອກມາເປັນເຂົ້າຫນົມສອງແບບ ໄທຍາກິ ກັບ ເຂົ້າຫນົມເຄລບ ເເປັນຫນ້າພຣະພຸດທະເຈົ້າເລີຍ. ຄົນໂພສກໍ່ປຽບທຽບກັນ ເຂົ້າຫນົມ ອາລົວຂອງໄທ ເຮັດເປັນຮູບພຣະເຄືາ່ອງ ກັບຂອງຢີ່ປຸນມັນຕ່າງກັນບ່ອນໃດ່.

ນອກຈາກເຂົ້າໜົມອາລົວ ຮູບພຣະເຄື່ອງແລ້ວ ກໍ່ຍັງມີຮູບແບບເປັນເຄັກ,ຄຸກກີ້ ແລະ ຂອງຫວານຊະນິດຕ່າງທີ່ມີປະກົດໃຫ້ເຫັນທັງໃນໄທ ແລະ ຕ່າງປະເທດອີກດ້ວຍ.

Sources:

shorturl.at/hOTUW

shorturl.at/mxBGK

https://www.facebook.com/paivan01

Author: Singkham
I regularly blog on dhamma, Buddhist news, How to IT, and more