ກະຊວງສາທາລະນະສຸກຂໍເຊີນປະຊາຊົນບັນດາກຸ່ມເປົ້າໝາຍພື່ອລົງທະບຽນຮັບວັກຊີນກັນພະຍາດໂຄວິດ-19.

ທ່ານສາມາດເຂົ້າໄປຮັບຊັກວັກຊີນດ້ວຕົວເອງ ແຕ່ວັນຈັນ – ວັນສຸກ ລະຫວ່າງ 9 ໂມງເຊົ້າ – 4 ໂມງແລງ ຍົກເວັ້ນຊ່ວງເວລາພັກທ່ຽງ (12 – 1 ໂມງ). ຢູ່ບັນດາໂຮງໝໍສູນກາງໃນນະຄອນຫຼວງ, ໂຮງໝໍແຂວງ ແລະ ໂຮງໝໍເມືອງທົ່ວປະເທດແມ່ນກໍາລັງເປີດໃຫ້ວັກຊີນແກ່ສາທາລະນະແລ້ວ.

ສ່ວນການລົງທະບຽນອອນລາຍລວງຫນ້າ ນັດເວລາແມ່ນຈະສາມາດນັດໄດ້ຕາມໂຮງໝໍສູນກາງໃນໃນະຄອນຫຼວງດ້ານລຸ່ມນີ້ ຄື.

ໂຮງໝໍມິດຕະພາບ ສະຖານທີ່ນຳທາງ

ໂຮງໝໍໄຊເສດຖາ (ວຽງຈັນເຊັນເຕີ້) ສະຖານທີ່ນຳທາງ

ກ່ອນອື່ນໃຫ້ຫມັ້ນໃຈວ່າທ່ານຢູ່ໃນກຸ່ມເປົ້າຫມາຍດັ່ງນີ້ ຄື

1.ບຸກຄະລາກອນທາງການແພດ ຜູ້ທີ່ມີຄວາມສ່ຽງຕິດເຊື້ອ ແລະ ແຜ່ເຊື້ອໂຄວິດ-19 ເຊັ່ນ: ພະນັກງານແພດ (ກະຊວງສາທາລະນະສຸກ, ກະຊວງປ້ອງກັນຊາດ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນເອກະຊົນ), ພະນັກງານຫ້ອງວິເຄາະ, ເພສັດຊະກອນ, ອາສາສະໝັກສາທາລະນະສຸກບ້ານ ແລະ ນັກສຶກສາແພດ.

2.ຜູ້ສູງອາຍຸ (≥60 ປີຂຶ້ນໄປ) ຜູ້ທີ່ມີ ອາຍຸ 60 ປີ ຂື້ນໄປ ເນື່ອງຈາກຄວາມສ່ຽງໃນການເປັນເຈັບປ່ວຍຮຸນແຮງ ແລະ ເສຍຊີວິດຍ້ອນພະຍາດ ໂຄວິດ-19 ຈະເພີ່ມຂຶ້ນຕາມອາຍຸ ສະນັ້ນ ຜູ້ສູງອາຍຸແມ່ນກຸ່ມທີ່ມີຄວາມສ່ຽງສູງສຸດ.

3.ຜູ້ທີ່ເປັນພະຍາດຊໍ້າເຮື້ອ ຜູ້ທີ່ມີພະຍາດປະຈໍາຕົວເຊັ່ນ – ພະຍາດທາງລະບົບຫາຍໃຈ ຫຼື ລະບົບຫຼອດເລືອດຫົວໃຈ, ເບົາຫວານ, ມວນນໍ້າໜັກເກີນ ຫຼື ພະຍາດຕຸ້ຍ, ພະຍາດພູມຄຸ້ມກັນບົກຜ່ອງ ແລະ ອື່ນໆ.

4.ບຸກຄະລາກອນອື່ນທີ່ມີຄວາມສ່ຽງສູງ ຜູ້ທີ່ເຮັດວຽກໃນຂົງເຂດທີ່ມີຄວາມຈໍາເປັນເພື່ອຮັກສາສະພາບເສດຖະກິດສັງຄົມໃຫ້ດໍາເນີນໄປເປັນປົກກະຕິ ເຊັ່ນ: ພະນັກງານ, ຕໍາຫຼວດ ຫຼື ທະຫານປະຈໍາດ່ານ, ຄູອາຈານ, ລັດຖະກອນ, ໄອຍະການ, ພະນັກງານໃນຂົງເຂດຂົນສົ່ງມວນຊົນ, ພະລັງງານ, ບໍ່ແຮ່, ໄຟຟ້າ, ນໍ້າປະປາ, ການເງິນການທະນາຄານ, ເຈົ້າໜ້າທີ່ພາສີ ແລະ ອື່ນໆ.

5.ບຸກຄົນທີ່ຈໍາເປັນຕ້ອງ ເດີນທາງ ເຂົ້າ-ອອກ ປະເທດ ຜູ້ທີ່ອາໄສຢູ່ໃນ ສປປ ລາວ ທີ່ມີແຜນຈະເດີນທາງອອກຕ່າງປະເທດ ແລະ ສ່ຽງທີ່ຈະນໍາເຊື້ອພະຍາດກັບຄືນມາປະເທດເຊັ່ນ: ນັກການທູດ, ແຮງງານ ຫຼື ພະນັກງານທີ່ຈໍາເປັນຕ້ອງໄປເຮັດວຽກຢູ່ຕ່າງປະເທດ, ນັກສຶກສາທີ່ຈະໄປຮຽນຕໍ່ຕ່າງປະເທດ, ນັກທຸລະກິດ, ພະນັກງານອົງການຈັດຕັ້ງສາກົນ ແລະ ອື່ນໆ.

ຂໍ້ສັງເກດ.

ບຸກຄົນໃນບັນດາກຸ່ມນີ້ຈະໄດ້ຮັບວັກຊີນຈຳນວນສອງໂດສ(ສອງເຂັມ)

ແລະ ວັກຊີນຈະຊັກໃຫ້ສະເພາະ ຜູ້ທີ່ຈະສາມາດກັບມາຊັກເຂັມທີ 2 ເທົ່ານັ້ນ.

ຫຼັງຈາກໄດ້ຮັບວັກຊີນ COVID-19

ທ່ານອາດຈະມີອາການຂ້າງຄຽງ ເຊີ່ງເປັນສັນຍານປົກກະຕິວ່າຮ່າງກາຍຂອງທ່ານກຳລັງສ້າງພູມຄຸ້ມກັນ.

ອາການດັ່ງຕໍ່ໄປນີ້ສາມາດເກີດຂຶ້ນໄດ້ ແລະ ໂດຍທົ່ວໄປແລ້ວຈະດີຂຶ້ນພາຍໃນ 2–3 ວັນ ພາຍຫຼັງສັກວັກຊີນ.

ອາການຂ້າງຄຽງທີ່ມັກພົບເຫັນເລື້ອຍ ອາການເຈັບ, ແດງ, ໃຄ່ບວມ ບໍລິເວນທີ່ສັກວັກຊີນ, ຮູ້ສຶກຄີງຮ້ອນ, ວິນຫົວ, ປວດກ້າມຊີ້ນ (ຍ້ອນກົນໄກການສ້າງພູມຄຸ້ມກັນຂອງຮ່າງກາຍ), ເມື່ອຍ, ເຈັບຫົວ

ພ້ອມແລ້ວ ເຂົ້າໄປລົງທະບຽນອອນລາຍໄດ້ເລີຍ ທີ່ ລິງຄ໌ນີ້ https://vaccinatelaos.la/reg.html

ກ່ອນທີ່ຈະລົງທະບຽນລ່ວງໜ້າ, ແມ່ນ ສະເພາະບຸກຄົນທີ່ນອນຢູ່ໃນກຸ່ມເປົ້າໝາຍເທົ່ານັ້ນ ຈື່ງສາມາດລົງທະບຽນລ່ວງໜ້າໄດ້.ຖ້າທ່ານບໍ່ນອນຢູ່ໃນກຸ່ມເປົ້າໝາຍ, ກະລຸນາຢ່າດຳເນີນຕໍ່ໄປ. ທ່ານຍັງຈະມີໂອກາດ.ໃຫ້ໝັ້ນໃຈວ່າຂໍ້ມູນຂ່າວສານທີ່ສະໜອງໃຫ້ ຖືກຕ້ອງກັບຄວາມປອດໄພຂອງທ່ານ.ທ່ານພຽງແຕ່ລົງທະບຽນລ່ວງໜ້າພຽງຄັ້ງດຽວເທົ່ານັ້ນ. ກະລຸນາບໍ່ຕ້ອງສົ່ງຟອມຫຼາຍຄັ້ງ.ຈາກນັ້ນ ເລືອກກຸ່ມເປົ້າໝາຍ, ຕອບຄຳຖາມປະຫວັດທາງການແພດ

ໃສ່ປະຫວັດພື້ນຖານພື້ນຖານຂອງເຮົາ,ເລືອກບ່ອນຮັບວັກຊີນທີ່ເປີດຮັບ,ເລືອກວັນເດືອນປີ ທີ່ຈະໄປຊັກ ແລ້ວກົດສົ່ງແບບຟອມຂໍ້ມູນເລີຍ.ກ່ອນໄປຊັກຢ່າລືມເອົາຫຼັກຖານການຈອງຂອງທ່ານໄປຮັບວັກຊີນທີ່ ວຽງຈັນເຊັນເຕີ້.

ກຣາບສະແດງທ່ານຢູ່ໃນກຸ່ມຄວນໄດ້ຮັບວັກຊີນຫຼືບໍ່?

ຂອບໃຈຂໍ້ມູນ https://vaccinatelaos.la/

Author: Singkham
I regularly blog on dhamma, Buddhist news, How to IT, and more