ເປີດໂຄງການເຝິກອົບຮົມ ຄຣູວິປັສສະນາກັມມະຖານ

ພິທີເປີດໂຄງການເຝິກອົບຮົມ ” ຄູຣວິປັດສະນາ ” ໃນຕອນບ່າຍຂອງວັນທີ 14 ກໍລະກົດ 2020 ທີ່ສຳນັກວິປັສສະນາກັມມະຖານ ວັດປ່ານາຄູນນ້ອຍ
ມດຕາເປັນປະທານຝ່າຍສົງໂດຍ:
ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ)ຮອງປະທານສູນກາງ ອພສ ອົງຊີ້ນຳວຽກງານຂອງກັມມາທິການເຜີຍແຜ່ສີລະທັມແລະປະຕິບັດກັມມະຖານ ສູນກາງ.
ປະທານຝ່າຍຄາລະວາດ
1.ທ່ານ ສົມບູນ ຄຳພູແສງ ຮອງຫົວໜ້າກົມຊົນເຜົ່າແລະສາສະໜາ ກກະຊວງພາຍໃນ

  1. ທ່ານ ບຸນທະວີ ພອນທະສິນ ຮອງຫົວຫນ້າກົມສາສະໜາ ສູນກາງ ແນວ ລາວສ້າງຊາດ
    3.ທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດນະຄອນຫລວງວຽງຈັນ.
    ຫນ້າທີ່ອັນສຳຄັນຂອງພຣະສົງສາມະເນນຜູ້ທີ່ບວດເຂົ້າມາແລ້ວເພີ່ງກະທຳ ມີ 2 ປະການ ຄື 1.ຄັນທະທຸລະ ຄື ການສຶກສາຮ່ຳຮຽນ ທັມມະວິໄນ ຕາມຄຳພີດີກາ ມີພຣະໄຕຣປິດົກ ເປັນຕົ້ນ ລວມທັງ ການເທດສະນາສັງສອນ ແລະ ສ້າງວັດວາອາຣາມ.2.ວິປັດສະນາທຸລະ ຄືການປະຕິບັດ ພັດທະນາຈິດໃຈ ໃຫ້ຫລຸດພົ້ນຈາກກິເລດຕັນຫາ
    ໃນສ່ວນຂອງ ວິປັດສະນາທຸລະ, ໂດຍສະເພາະແນວທາງການປະຕິບັດວິປັດສະນາກັມມະຖານແມ່ນເຫັນວ່າຍັງບໍ່ເປັນເອກກະພາບກັນເທົ່າທີ່ຄວນ.
    ດັ່ງນັ້ນທາງສຳນັກປະຕິບັດວິປັດສະນາກັມມະຖານແຫ່ງວັດປ່ານາຄູນນ້ອຍ ໄດ້ເລັງເຫັນຄວາມສຳຄັນຂອງວິປັດສະນາກັມມະຖານຈິ່ງໄດ້ຈັດຕັ້ງໂຄງການເຝິກອົບຮົມຄຣູວິປັດສະນາຂື້ນເພື່ອສະໜັບສະໜູນ ແລະ ສົ່ງເສີມໃຫ້ພຣະສົງສາມະເນນແມ່ຂາວ ແລະ ຄາລະວາດໄດ້ມາສຶກສາ ປະຕິບັດຢ່າງຈິງຈັງ ແລະ ຕໍ່ເນື່ອງ ເພື່ອປະໂຫຍດສ່ວນຕົນ ແລະ ຄົນອື່ນ ສົມດັ່ງ ທີ່ພຣະພຸດທະອົງໄດ້ຕຣັສໄວ້ໃນທີຂະນິກາຍມະຫາວັກວ່າ “ດູລາພິກຂຸທັງຫລາຍທ່ານທັງຫລາຍຈົ່ງທ່ຽວຈາລິກໄປເພື່ອອະນຸເຄາະ ເພືື່ອປະໂຫຍດ ແລະ ຄວາມສຸກແກ່ຫມູ່ມະຫາຊົນ ແລະທວຍເທບເຖີ້ດ”
    ເປັນໂອກາດທີແລ້ວ ທີ່ພຣະສົງສາມະເນນ,ແມ່ຂາວ ແລະ ອຸປາສົກ ອຸປາສິກາ ຜູ້ໄຝ່ສຶກສາ ພັດທະນາຈິດໃຈ,ສ້າງຄວາມເຂົ້າໃຈໃນແນວທາງປະຕິບັດວິປັດສະນາກກັມມະະຖານຕາມຫລັກສະຕິປັດຖານສີ່ ພ້ອມທັງກຽມຄວາມພ້ອມເຮັດຫນ້າທີ່ຄຣູວິປັດສະນາກັມມຖານໃນອະນາຄົດ.
    ຫລັກສະນະການເຝິກອົບຮົມ ມີ ພາກທິດສະດີ,ພາກປະຕິບັດ ແລະ ທັດສະນະສຶກສາສະຖານທີ່ສຳຄັນ ແລະ ຈະໃຊ້ເວລາອົບຮົມທັງຫມົດ 9 ເດືອນ (ພາກທິດສະດີ 3 ເດືອນ ພາກປະຕິບັດ 6 ເດືອນ) ເລີ່ມແຕ່ວັນທີ່ 6 ກໍລະກົດ 2020 ຫາທີ່ 6 ເມສາ 2021
    ວິທະຍາກອນເຝິກອົບຮົມ
    1.ຈາກອົງການພຸດທະສາສະນາສຳພັນແຫ່ງ ສປປ ລາວ (ກັມມາທິການເຜີຍແຜ່ສີລທັມ ແລະ ປະຕິບັດກັມມະຖານ)
    2.ໂຄງການພຸດທະສາສະນາເພື່ອການພັດທະນາ (ຄພພ)
    3.ອົງການຈັດຕັ້ງພັກລັດ ແລະ ເອກກະຊົນທີ່ກ່ຽວຂ້ອງ
    4.ສຳນັກວັດປ່ານາຄູນນ້ອຍ
    ສະຖານທີ່ເຝິກອົບຮົມ
    ໂຄງການເຝິກອົບຮົມຄຣູວິປັດສະນາຈະໄດ້ຈັດຂື້ນທີ່ສຳຫນັກປະຕິບັດວິປັດສະນາກັມມະຖານວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ.
Author: Singkham
I regularly blog on dhamma, Buddhist news, How to IT, and more