ເຈົ້າພາບຖວາຍທີ່ດິນ 30 ເຮັດຕາ ໃຫ້ ອພສ

ທ່ານຄຳພອນ ພົນເສນາ ພ້ອມດ້ວຍຄອບຄົວ ເຊີ່ງ ທ່ານ ເປັນນັກທຸລະກິດ ປະຈຳຢູ່ບ້ານຊຽຍືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ມີສັດທາ ຖວາຍດິນ 30 ເຮັກຕາທີ່ຕັ້ງຢູ່ລະຫວ່າງກາງ ບ້ານສາມສະອາດ-ບ້ານນາຊັບ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ແດ່ອົງການພຸດທະສາສະນາສຳພັນແຫ່ງ ສປປ ລາວ.

ອົງການພຸດທະສະນາສຳພັນແຫ່ງ ສປປລາວ ໄດ້ຕົກລົງມອບສິດຫນ້າທີ່ ໃນການດຳເນີນການສ້າງວັດ ແລະ ສະຖານການສຶກສາສົງໃຫ້ພຣະຍອດຄຳ ວໍຣະທຳມຸນີ (ປອ ພວງປະເສີດ ພູມມະວົງ) ຄະນະບໍລິຫານງານ ປະຈຳການ ສູນກາງອົງການພຸດທະສາສະນາສຳພັນແຫ່ງ ສປປ ລາວ ເປັນຜູ້ດຳເນີນການສ້າງສາ ພັດທະນາ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໃຫ້ເປັນໄປຕາມວັດຖຸປະສົງຂອງການຖວາຍທີ່ດິນນີ້.

ເຊີ່ງພິທີມອບໃບຕາດິນ ໃຫ້ເປັນສິດຂອງ ອພສ ໄດ້ມີຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ່ 8 ກໍລະກົດ 2020 ໂດຍການເປັນປະທານຝ່າຍສົງມີ ພຣະຫລັກແກ້ວມະຫາບຸນມາ ສິມມາພົມ ຮັກສາການປະທານ ສູນກາງ​ອພສ, ພຣະຫລັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານ ສູນກາງ ອພສ ພ້ອມດ້ວຍພຣະຍອດຄຳ ພຣະຫລັກຄຳ ພຣະເຖຣານຸເຖຣະ

ຝ່າຍຄາລະວາດ ມີ​ ທ່ານສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາກົມການເມືອງສູນກາງພັກ,​ ທ່ານ ຄຳໃບ ດຳລັດ ຮອງປະທານສູນກາງແນວລາວສ້າງຊາດ,​ ທ່ານ ຮສ. ປອ. ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ.​ ຄອບຄົວການນຳ ພໍ່ແມ່ປະຊາຊົນ ແລະ ຊາວບ້ານທ້ອງຖິ່ນເຂົ້າຮ່ວມເປັນສັກຂີພະຍານຢ່າງຫລວງຫລາຍ.

ເຈົ້າພາບ ທ່ານຄຳພອນ ພົນເສນາ ໃຫ້ສຳພາດຕອນຫນື່ງວ່າ “ຂ້າພະເຈົ້າມີສັດທາໃນພຸດທະສາສນາ ຖວາຍທີ່ດິນນີ້ ໃຫ້ສ້າງເປັນວັດ ເປັນສະຖານສຶກສາ ທັມມະ-ບາລີ, ໃຫ້ພຣະສົງສຳມະເນນ ມີສະຖານສຶກສາສົງ, ເພາະປັດຈຸບັນນີ້ ເຫັນພຣະສົງລາວສ່ວນຫຼາຍ ໄປສົນໃຈສຶກສາ ສາຍວິຊາທາງໂລກ ເມື່ອຈົບແລ້ວ ກໍ່ສິກຂາອອກໄປ ແລະ ທ່ານຍັງໃຫ້ເຈດຈຳນົງເພີ່ມຕື່ມວ່າ ໃຫ້ເຂດສະຖານທີ່ແຫ່ງນີ້ ເປັນບ່ອນສັກສິດ ເປັນບ່ອນສັກກາລະບູຊາ ເປັນບ່ອນສ້າງຄົນໃຫ້ມີຄວາມຮູ້ ຄວາມສາມາດໃນອະນາຄົດ ແລະ ຕໍ່ໆໄປ.”

ທາງອົງການພຸດທະສາສະໜາສຳພັນແຫ່ງ ສປປລາວ ຂໍອະນຸໂມທະນາ ໃນກຸສົນສັມປະທາຈິດ ອັນປະເສີດຂອງທ່ານ ແລະ ຄອບຄົວຢ່າງສຸດໃຈ.

Author: Singkham
I regularly blog on dhamma, Buddhist news, How to IT, and more