ຄະນະ​ບໍລິຫານ​​ ສູນກາງ​ ອພສ ຮ່ວມໄວ້ອາໄລແດ່ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ

ວັນທີ​ 14​ ພຶດສະພາ​ 2020
ຄະນະ​ບໍລິຫານ​ງານ​ ປະຈຳການ​ສູນກາງ​ ອພສ. ເຊີ່ງໄດ້ຮັບຄວາມເມດຕານຳພາຄະນະ ໂດຍ ພຣະຫຼັກແກ້ວ​ມະຫາສຸເມທາທິບໍດີ(ມະຫາບຸນມາ ສິມມາພົມ) ຮັກສາການ ປະທານ​ ສູນກາງ​ອົງການ​ພຸດ​ທະ​ສາສະໜາສຳພັນ ແຫ່ງ ສປປ ລາວ,ພຣະຫຼັກແກ້ວ ມະຫາວໍຣະຍານນາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານ ສູນກາງ ອພສ, ພຣະຫຼັກແກ້ວມະຫາໂພທິວົງສາທິບໍດີ (ມະຫາຄຳມາ ປັນຍາວິຈິດ) ຮອງປະທານສູນກາງ ອພສ ອົງທີ່ສອງ  ພ້ອມຄະນະ.​ ໄດ້ຮ່ວມໄວ້ອາໄລ ຢ່າງສຸດຊື້ງຕໍ່ການຈາກໄປ ຂອງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກໍາມະການສູນກາງພັກສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິ ການສູນກາງພັກ ສະໄໝທີ III, IV, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ,ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາເເພງນະຄອນວຽງຈັນ, ອະດີດລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ
ທີ່ ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ,

ຂ່າວ ແລະ ພາບ ໂດຍ: ກຳມາທິການເຜີຍແຜ່ ສີລະທັມ ແລະ ປະຕິບັດກຳມະຖານສູນກາງ.

Author: Singkham
I regularly blog on dhamma, Buddhist news, How to IT, and more