ກອງປະຊຸມ ວິທະຍາສາດ ວ່າດ້ວຍຊື່ເອີ້ນນຳຫນ້າ ບຸກຄະລາກອນສົງໃຫມ່ ໃນຄະນະບໍລິຫານງານພຣະສົງ ອພສ

ວັນທີ 01 ກັນຍາ 2020 ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມວິທະຍາສາດ ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບຊື່ເອີ້ນນຳໜ້າ ຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແຕ່ລະຂັ້ນ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ສຳນັກງານສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ.

ກອງປະຊຸມດັ່ງກ່າວ ໄດ້ຮັບຄວາມເມດຕາ ເປັນປະທານສົງ ໂດຍ ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ທ່ານ ຮສ. ດຣ. ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ.

ພ້ອມດ້ວຍບັນດາກະຊວງ ອົງການທຽບເທົ່າກະຊວງ ເຂົ້າຮ່ວມ 18 ພາກສ່ວນ ຄື

  1. ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
    2. ສູນກາງແນວລາວສ້າງຊາດ
    3. ສຳນັກງານນາຍົກລັດຖະມົນຕີ
    4. ຫ້ອງວ່າການສູນກາງພັກ
    5. ສະພາແຫ່ງຊາດ
    6. ກະຊວງພາຍໃນ
    7.ກະຊວງຍຸຕິທຳ
    8. ກະຊວງປ້ອງກັນຄວາມສະຫງົບ
    9.ກະຊວງສຶກສາທິການ ແລະ ກີລາ
    10.ກະຊວງການເງິນ
    11.ກະຊວງການຕ່າງປະເທດ
    12. ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ
    13. ໂຄສະນາອົບຮົມສູນກາງພັກ
    14. ຄະນະພົວພັນຕ່າງປະເທດ ສູນກາງພັກ
    15. ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ
    16. ສູນກາງສະຫະພັນແມ່ຍິງ
    17. ແນວລາວສ້າງຊາດນະຄອນຫຼວງ
    18. ສື່ມວນຊົນແຕ່ລະພາກສ່ວນ

ກອງປະຊຸມດັ່ງກ່າວ ມີຈຸດປະສົງ ຄື

1. ເພື່ອສ້າງຄວາມເຂົ້າໃຈ ໃນການນຳໃຊ້ຊື່ເອີ້ນນຳໜ້າ ຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແຕ່ລະຂັ້ນ ຕໍ່ພາກສ່ວນຕ່າງໆ ຄື ພຣະສົງ-ສາມະເນນ ບຸກຄົນ ນິຕິບຸກຄົນ ການຈັດຕັ້ງ ພຸດທະສາສະນິກະຊົນ ແລະ ປະຊາຊົນໂດຍທົ່ວໄປ.
2. ເພື່ອຈະຍົກໃຫ້ເຫັນ ພາຣະບົດບາດ ສິດ ແລະໜ້າທີ່ ຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ແຕ່ລະຂັ້ນ ທາງດ້ານການບໍລິຫານ ການຈັດຕັ້ງ ຄວາມເປັນລະບຽບຮຽບຮ້ອຍ ຂອງພຣະສົງ-ສາມະເນນ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ.
3. ເພື່ອຍົກໃຫ້ເຫັນເຖິງພາຣະບົດບາດ ຂອງພຣະສົງລາວ ໃນການເຊື່ອມສຳພັນ ກັບວຽກງານການຕ່າງປະເທດ ທາງດ້ານພຣະພຸດທະສາສະໜາ.
4. ເພື່ອໃຫ້ເຫັນເຖິງຄວາມສຳຄັນ ຂອງພາສາປາລີ-ສັນສະກິດ ອັນເປັນພາສາທີ່ນຳໃຊ້ບັນທຶກ ສືບທອດ ສືບຕໍ່ ຫຼັກທັມຄຳສັ່ງສອນ ຂອງອົງພຣະສັມມາສັມພຸດທະເຈົ້າ.
5. ເພື່ອຮັກສາ ສົ່ງເສີມ ສືບຕໍ່ ຫຼັກພາສາຂອງລາວ ທີ່ມີຄວາມມ່ວນແມ້ງ ອ່ອນໂຍນ ງົດງາມ ທີ່ມີມາ ຕັ້ງແຕ່ບູຮານຫຼາຍຮ້ອຍຫຼາຍພັນປີ ຊຶ່ງໄດ້ກໍ່ເກີດເປັນວັດທະນະທຳ ທາງພາສາການປາກເວົ້າ ຂອງ ສັງຄົມລາວ ມາຈົນເຖິງຍຸກປັດຈຸບັນ.

ເຊິ່ງກອງປະຊຸມແມ່ນໄດ້ຮັບໝາກຜົນ ແລະຜົນສຳເລັດອັນຈົບງາມ ສະຫຼຸບໄດ້ວ່າ ການມີຊື່ເອີ້ນນຳໜ້າ ຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ ແມ່ນມີຜົນດີຫຼາຍປະການ ຄືມີຜົນດີຕໍ່ພຣະພຸດທະສາສະໜາ ການສຶກສາຂອງພຣະສົງ-ສາມະເນນ ມີຜົນດີຕໍ່ລະບົບການບໍລິຫານ ການຈັດຕັ້ງທາງພຣະພຸດທະສາສະໜາ ມີຜົນດີຕໍ່ການສຶກສາ ການສະແຫວງຫາປັນຍາຄວາມຮູ້ຜົນດີຕໍ່ພາສາສາດ ນິຣຸດຕິວິທະຍາ ຜົນດີຕໍ່ວັດທະນະທຳຂອງຊາດ ຈຶ່ງສົມຄວນຮັກສາ ເລື່ອງຊື່ເອີ້ນນຳໜ້າຂອງບຸກຄະລາກອນສົງນີ້ ໄວ້ດ້ວຍດີ ແລະ ຍິ່ງໄປກວ່ານັ້ນ ຄວນໃຫ້ມີການສືບທອດ ສົ່ງເສີມ ເສີມຂະຫຍາຍ ເຜີຍແຜ່ໃຫ້ກວ້າງຂວາງອອກໄປ ໃຫ້ເປັນທີ່ຮັບຮູ້ ເຂົ້າໃຈ ຂອງຊົນທັງຫຼາຍ ທັງພາຍໃນ ແລະຕ່າງປະເທດ.

ຜົນສຳເລັດ ຂອງກອງປະຊຸມດັ່ງກ່າວ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ມອບໃຫ້ບັນດາທ່ານ ທຸກພາກສ່ວນ ໄດ້ຊ່ວຍອົງການພຸດທະສາສະໜາ ໃນການເຜີຍແຜ່ສ້າງຄວາມເຂົ້າໃຈ ວ່າດ້ວຍຊື່ເອີ້ນນຳໜ້າຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ອົງການພຸດທະສາສະໜາ ນີ້ ໃຫ້ແກ່ພາກສ່ວນຕ່າງໆ ຂອງການຈັດຕັ້ງ ແລະສັງຄົມ ແລະໂດຍສະເພາະຈະເຣີນພອນມາຍັງກົມໂຄສະນາອົບຮົມສູນກາງພັກ, ກົມໂຄສະນາອົບຮົມ ສູນກາງແນວລາວສ້າງຊາດ ໄດ້ເປັນຫຼັກ ໃນການຊ່ວຍເຜີຍແຜ່ ສ້າງຄວາມເຂົ້າໃຈກ່ຽວກັບຊື່ເອີ້ນນຳໜ້າດັ່ງກ່າວ ໃຫ້ກັບທຸກພາກສ່ວນ ຊ່ວຍອົງການພຸດທະສາສະໜາ ເພື່ອໃຫ້ທຸກໆ ພາກສ່ວນ ທັງການຈັດຕັ້ງ ແລະ ສັງຄົມ ໄດ້ເຂົ້າໃຈ ຕາມເຫດຜົນ ຈຸດມຸ່ງໝາຍ ຂອງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ກໍ່ຄື ຄູບາອາຈານ.

Author: Singkham
I regularly blog on dhamma, Buddhist news, How to IT, and more