ໂດຍ: ຄວັນສີເທົາ
ຊີວິດຈະມີຄຸນຄ່າ ຂຶ້ນກັບວ່າເຮົາເອົາເວລາທີ່ມີຢູ່ໄປໃຊ້ກັບເລື່ອງໃດ
ປັດຈຸບັນ ມະນຸດມີອາຍຸສະເລ່ຍປະມານ 75 ປີ ຖ້ານັບເປັນວັນຄື 27,375 ວັນ ພວກເຮົາມີເວລາຫຼາຍຂະໜາດນີ້ກໍຈິງ ແຕ່ເວລາເປັນສິ່ງທີ່ແປກປະຫຼາດ ເມື່ອທຳມະຊາດໄດ້ມອບໃຫ້ແກ່ເຮົາແລ້ວ ແມ້ວ່າຈະໃຊ້ຫຼືບໍ່ໃຊ້ກໍຕາມ ເວລານັ້ນຈະໝົດໄປເອງ ສິ່ງນີ້ສະແດງໃຫ້ເຫັນວ່າເວລາຂອງແຕ່ລະຄົນເປັນສິ່ງທີ່ມີຈຳກັດ ພາຍໃນເວລາທີ່ມີຈຳກັດນີ້ ບາງຄົນໃຊ້ມັນຢ່າງຄຸ້ມຄ່າຈົນປະສົບຜົນສຳເລັດສູງສຸດໃນຊີວິດ ແຕ່ບາງຄົນໃຊ້ມັນຢ່າງຟຸ່ມເຟືອຍຈົນຫາປະໂຫຍດຫຍັງບໍ່ໄດ້ ເຮັດໃຫ້ຊີວິດໄຮ້ຄຸນຄ່າ ໄຮ້ຄວາມໝາຍ ມີຊີວິດຢູ່ພຽງເພື່ອລໍວັນຕາຍເທົ່ານັ້ນ. ສະນັ້ນ ເຮົາຈຶ່ງສາມາດກ່າວໄດ້ວ່າ ການໃຊ້ເວລາ ຫຼື ເອີ້ນອີກຢ່າງວ່າ ການບໍລິຫານເວລາ ຂອງແຕ່ລະຄົນສາມາດກຳນົດຊະຕາຊີວິດຂອງບຸກຄົນຄົນນັ້ນໄດ້ເລີຍກໍວ່າໄດ້ ເມື່ອເຮົາຮູ້ວ່າການໃຊ້ເວລາມີຄວາມສຳຄັນເຖິງພຽງນີ້ ເຮົາຈະມີວິທີໃນການບໍລິຫານເວລາແບບໃດ ເພື່ອໃຫ້ເກີດປະໂຫຍດຫຼາຍທີ່ສຸດໃນຖານະທີ່ເຮົາເກີດມາເປັນມະນຸດຄົນໜຶ່ງ ປ່ະ! ລອງໄປຄົ້ນຫາວິທີນຳກັນ.
ເວລາເປັນສິ່ງທີ່ມະນຸດສົມມຸດຂຶ້ນ ເພື່ອສະດວກໃນການກຳນົດຊ່ວງຍາມຂອງເຫດການໃດໜຶ່ງ ເພາະມີເວລາຈຶ່ງເຮັດໃຫ້ມະນຸດສາມາດໃຊ້ຊິວິດໄດ້ງ່າຍຂຶ້ນ ລອງຈິນຕະນາການເບິ່ງ ຫາກໂລກນີ້ບໍ່ມີການສົມມຸດເລື່ອງເວລາຂຶ້ນມາໃຊ້ ພວກເຮົາຈະດຳລົງຊີວິດຢູ່ດ້ວຍຄວາມຍາກລຳບາກພຽງໃດ ນັດໝູ່ເພື່ອນໄປກິນເຂົ້າ ແຕ່ບໍ່ໄດ້ກຳນົດເລື່ອງເວລາ ມີໂອກາດສູງທີ່ເຮົາຈະໄດ້ນັ່ງກິນເຂົ້າຄົນດຽວ ນີ້ຄືເຫດຜົນທີ່ວ່າ ເປັນຫຍັງເວລາຈຶ່ງເປັນສິ່ງສຳຄັນ. ສິ່ງສຳຄັນຍິ່ງໄປກວ່ານັ້ນຄື ການບໍລິຫານເວລາຂອງເຮົາເພື່ອເຮັດສິ່ງຕ່າງໆໃນຊີວິດປະຈຳວັນ.
ໃນບາງວັດທະນະທຳໃຫ້ຄວາມສຳຄັນເລື່ອງເວລາມາເປັນທີ່ໜຶ່ງ ໂດຍສະເພາະວັດທະນະທຳຕາເວັນຕົກ ຖ້າມີນັດກັບໝູ່ເພື່ອນແລ້ວເຮົາໄປຊ້າພຽງ 5-10 ນາທີ ຄົນອັງກິດຈະຖືວ່າເຮົາບໍ່ມີມາລະຍາດ ເປັນການບໍ່ໃຫ້ກຽດຄົນອື່ນຢ່າງຍິ່ງ. ເບັນຈະມິນ ແຟຣງກລິນ ໜຶ່ງໃນບິດາຜູ້ສ້າງຊາດອາເມຣິກາ ເຖິງກັບກ່າວໄວ້ວ່າ Time is money ເວລາເປັນສິ່ງທີ່ມີຄ່າແພງທີ່ສຸດເໝືອນດັ່ງເງິນຄຳ ການສູນເສຍເວລາຄືການເສຍລາຍໄດ້ ສົມມຸດວ່າ ເຮົາສາມາດຫາເງິນໄດ້ສະເລ່ຍເງິນເດືອນລະ 3,000,000 ກີບ ຖ້າເຮົາເຮັດວຽກເຕັມ 30 ມື້ຕໍ່ເດືອນ ນັ້ນໝາຍຄວາມວ່າເຮົາມີລາຍໄດ້ມື້ລະ 100,000 ກີບ ຄິດຍ່ອຍລົງໄປອີກ ເຮົາເຮັດວຽກມື້ລະແປດຊົ່ວໂມງ ເອົາໜຶ່ງແສນຫານແປດ ສະແດງວ່າ ເຮົາຈະມີລາຍໄດ້ຊົ່ວໂມງລະ 12,500 ກີບ.
ທີນີ້ ຖ້າໃນໜຶ່ງວັນເຮົາສູນເສຍເວລາໄປກັບສິ່ງທີ່ໄຮ້ປະໂຫຍດໜຶ່ງຊົ່ວໂມງ ເຮົາຈະສູນເສຍເງິນຈຳນວນ 12,500 ກີບ ເບິ່ງຄືວ່າເປັນຈຳນວນເງິນທີ່ໜ້ອຍແຮງ ແຕ່ຢ່າລືມວ່າໃນແຕ່ລະມື້ເຮົາສູນເສຍເວລາໄປຈັກຊົ່ວໂມງ ຫາກຄິດແນວນີ້ ການໄປເຮັດການຊ້າຫຼືໄວ ຫ້ານາທີ ສິບນາທີ ລ້ວນແລ້ວແຕ່ສົ່ງຜົນດີຫຼືຜົນເສຍຕໍ່ການຈະເລີນເຕີບໂຕຂອງເສດຖະກິດແຫ່ງຊາດ ດ້ວຍເຫດນີ້ ປະເທດທີ່ເຂົາຄິດວ່າ ເວລາເປັນເງິນເປັນຄຳ ເຂົາຈຶ່ງລວຍເອົ໋າລວຍເອົາ.
ຫັນມາເບິ່ງວັດທະນະທຳລາວເຮົາ
ວັນທີ 3 ທັນວາ 2021 ທີ່ຜ່ານມາ ລາວເຮົາມີເຫດການປະຫວັດສາດເກີດຂຶ້ນໜຶ່ງເຫດການ ກໍ່ໃຫ້ເກີດຄວາມຕື່ນເຕັ້ນໄປທົ່ວສັງຄົມລາວ ນັ້ນຄືການເປີດໃຫ້ບໍລິການລົດໄຟລາວ-ຈີນຂະບວນທຳອິດ ຈາກສະຖານີ້ວຽງຈັນໄປສູ່ຄຸນເໝິງ ເຮັດໃຫ້ຄົນແຫ່ໄປຊື້ປີ້ເພື່ອໃຫ້ໄດ້ນັ່ງລົດໄຟຂະບວນປະຫວັດສາດນີ້ ໜຶ່ງໃນກຸ່ມຜູ້ໂດຍທັງຫຼາຍນັ້ນ ມີພຣະສົງກຸ່ມໜຶ່ງທີ່ຮ່ວມເດີນທາງຄັ້ງນີ້ (ມີໂຍມສັດທາຢາກໃຫ້ພຣະສົງຮ່ວມເດີນທາງໄປເພື່ອຄວາມເປັນສິລິມຸງຄຸນ) ເມື່ອໄປຮອດສະຖານີປາຍທາງຂອງລາວຄືບໍ່ເຕັນ ຜູ້ໂດຍສານຄົນລາວຕ້ອງລົງ ເພາະຊ່ວງນັ້ນຈີນຍັງບໍ່ອະນຸຍາດໃຫ້ຄົນຕ່າງຊາດເຂົ້າປະເທດເນື່ອງດ້ວຍການລະບາດຂອງເຊື້ອໂຄວິດ-19 ເມື່ອລົງຈາກລົດແລ້ວຄະນະພຣະສົງສາມະເນນກຸ່ມນີ້ກໍພາກັນຍ່າງຫຼິ້ນທ່ຽວຊົມພື້ນທີ່ແຖວນັ້ນ ໂດຍມີນັດໝາຍກັນມາຂຶ້ນລົດໄຟກ່ອນເວລາ 12 ໂມງ ເພື່ອເດີນທາງກັບນະຄອນຫຼວງວຽງຈັນ. ຜູ້ອ່ານທັງຫຼາຍເຊື່ອບໍ່ວ່າ ມີພຣະກຸ່ມໜຶ່ງຕົກລົດ!!! ຢາກຈະຫົວອອກມາເປັນພາສາຈີນດັງໆວ່າ ຈູ໋ໜີຫາວຢວິ໋ນ! ໂຊກດີເດີຄູບາ ນິມົນເດີນທຸດົງກັບວັດ ຂ້ານ້ອຍ.
ເລື່ອງນີ້ສະທ້ອນເຖິງຫຍັງ?
ນີ້ຄືການລະເລີຍ ຫຼື ບໍ່ໃຫ້ຄວາມສຳຄັນເລື່ອງເວລາ ພຣະຄົງຄິດວ່າມາຊ້າພຽງຫ້ານາທີລົດໄຟຄືຊິຈອດລໍ ແຕ່ຄວາມຈິງຄື ບໍ່ ລົດໄຟເຂົາອອກຕາມເວລາ. ນີ້ເປັນພຽງໜຶ່ງໃນລ້ານໆເຫດການທີ່ກ່ຽວຂ້ອງກັບເວລາທີ່ເກີດຂຶ້ນໃນບ້ານເຮົາ “ຄົນລາວຍັງຂາດວິໄນດ້ານຄວາມຕົງຕໍ່ເວລາຢູ່ບໍ່ໜ້ອຍ ແມ້ຈະມີການລົນນະລົງເພື່ອສ້າງວິໄນດ້ານນີ້ຢູ່ເປັນໄລຍະກໍຕາມ” ນີ້ຄືບັນທັດທຳອິດຂອງບົດຄວາມວ່າດ້ວຍມາລະຍາດທາງທຸລະກິດ ແລະ ວັດທະນະທຳ ປະເມີນໂດຍສູນພັດທະນາການຄ້າ ແລະ ທຸລະກິດໄທໃນອາຊຽນ. ຄວາມຈິງແມ້ຄົນອື່ນບໍ່ເວົ້າ ເຮົາກໍປະເມີນຕົນເອງອອກວ່າຄົນລາວໃຫ້ຄວາມສຳຄັນເລື່ອງເວລາໜ້ອຍຫຼາຍສ່ຳໃດ ເມື່ອໃຫ້ຄວາມສຳຄັນໜ້ອຍເຮົາຈຶ່ງມັກໃຊ້ເວລາຢ່າງໄຮ້ຄຸນຄ່າ ເປັນການເອົາເວລາໄປຖິ້ມໂດຍບໍ່ເກີດປະໂຫຍດຫຍັງເລີຍ. ການເວົ້າແບບນີ້ບໍ່ໄດ້ໝາຍຄວາມວ່າ ຄົນລາວເປັນແບບນີ້ທຸກຄົນ ແຕ່ເຮົາກຳລັງເວົ້າເຖິງພາບລວມແຫ່ງລັກສະນະ ແລະ ອຸປະນິໄສຂອງຄົນລາວເມື່ອທຽບກັບຄົນປະເທດອື່ນ ໂດຍສະເພາະປະເທດແຖບຕາເວັນຕົກ. ທີນີ້ ລອງມາເບິ່ງວ່າຄົນລາວມັກເສຍເວລາໄປກັບເລື່ອງໃດແດ່.
ໜຶ່ງ–ງານລ້ຽງສັງສັນ ການເວົ້າວ່າ ງານລ້ຽງສັງສັນ ຟັງແລ້ວຮູ້ສຶກວ່າເປັນງານລ້ຽງເພື່ອສ້າງມິດຕະພາບ ຫຼື ຄົນທີ່ເປັນໝູ່ກັນຢູ່ແລ້ວກໍເພື່ອຮັກສາມິດຕະພາບໃຫ້ຍືນຍາວ ແຕ່ການເວົ້າແບບນີ້ເໝືອນວ່າເຮົາກຳລັງອະທິບາຍໃຫ້ຕົນເອງດູດີເກີນໄປ ລອງສັງເກດເບິ່ງກໍໄດ້ໃນງານລ້ຽງມີຫຍັງແດ່. ແນ່ນອນ, ສິ່ງໜຶ່ງທີ່ຂາດບໍ່ໄດ້ຄືເຫຼົ້າເບຍ ຫຼືມີໃຜເຄີຍເຫັນງານກິນລ້ຽງທີ່ມີແຕ່ກາເຟແຈກກັນທັງງານບໍ? ບໍ່ມີດອກ! ອັນນັ້ນມັນງານຜ້າປ່າ. ສະນັ້ນ ການເວົ້າວ່າ ງານລ້ຽງສັງສັນ ຖ້າເວົ້າເຖິງເນື້ອແທ້ແບບບໍ່ເກງໃຈກໍຄື ການຊຸມເຫຼົ້າຢາປາປິ້ງກັນດີໆນີ້ແຫຼະ! ການເອົາເວລາໄປໃຊ້ກັບສິ່ງເຫຼົ່ານີ້ຫຼາຍເກີນໄປຈະເຮັດໃຫ້ເຮົາສູນເສຍຫຼາຍຢ່າງ ເສຍສຸຂະພາບ ເສຍເງິນ ເສຍເວລາ ບາງທີອາດຈະເສຍທັງມິດຕະພາບທີ່ດີ ເພາະເມົາແລ້ວໄປຕີຂຸມຕາຄົນອື່ນ.
ສອງ–ການໝົກໝຸ້ນຢູ່ກັບສັງຄົມອອນໄລນ໌ ປັດຈຸບັນຄົນລາວຫັນມາໃຊ້ເທັກໂນໂລຊີເຂົ້າໃນການເຮັດກິດຈະກຳຕ່າງໆຫຼາຍຂຶ້ນເຊັ່ນ: ດ້ານການສຶກສາ ການຂົນສົ່ງ ດົນຕີ ກີລາ ຄວາມບັນເທີງເປັນຕົ້ນ ການນຳໃຊ້ເທັກໂນໂລຊີກັບເລື່ອງເຫຼົ່ານີ້ຖືວ່າເປັນສິ່ງທີ່ດີ ໃນແງ່ທີ່ເກີດປະໂຫຍດ ແຕ່ຜູ້ອ່ານເຊື່ອບໍ່ວ່າ ຄົນລາວສ່ວນຫຼາຍໃຊ້ເທັກໂນໂລຊີເພື່ອຄວາມບັນເທີງເປັນສ່ວນໃຫຍ່ໂດຍສະເພາະເດັກນ້ອຍໄວ້ລຸ້ນ. ຈາກງານວິໄຈຂອງມະຫາວິທະຍາໄລຂອນແກ່ນທີ່ໄດ້ສຶກສາກ່ຽວກັບພຶດຕິກຳການໃຊ້ສື່ສັງຄົມອອນໄລນ໌ຂອງນັກຮຽນມັດທະຍົມສຶກສາລາວໃນນະຄອນຫຼວງວຽງຈັນ ຜົນການວິໄຈພົບວ່າ: “ໂດຍສະເລ່ຍແລ້ວນັກຮຽນລາວໃຊ້ສື່ສັງຄົມອອນໄລນ໌ເພື່ອຕິດຕໍ່ໝູ່ເພື່ອນ ແລະ ເພື່ອຄວາມບັນເທີງຫຼາຍທີ່ສຸດ” ຜົນທີ່ຕາມມາຈາກພຶດຕິກຳເຫຼົ່ານີ້ຄື ເຮັດໃຫ້ຄວາມສຳພັນອັນດີກັບໝູ່ເພື່ອນເສື່ອມຖອຍ ເກີດຄວາມວິຕົກກັງວົນຫຼາຍຂຶ້ນ ຜົນການຮຽນຫຼຸດລົງ ຮູ້ສຶກຫງຸດຫງິດງ່າຍເມື່ອບໍ່ມີອິນເຕີເນັດ ສູນເສຍສຸຂະພາບ ແລະ ເສຍເວລາຫຼາຍທີ່ສຸດ.
ສາມ–ການທ່ຽວຫຼິ້ນກິນດື່ມໃນຍາມຄ່ຳຄືນ ເຮົາຈະສັງເກດເຫັນວ່າ ໃນຍຸກນີ້ການທ່ຽວຫຼິ້ນຕາມເທັກ ບາຣ໌ ແລະ ສະຖານບັນເທີງ ໄດ້ກາຍເປັນເລື່ອງປົກກະຕິຂອງສັງຄົມເມືອງໄປແລ້ວ. ບາງຄົນ ບໍ່ໄດ້ດື່ມສະເພາະເຫຼົ້າເບຍ ແຕ່ແຜ່ລາມໄປເຖິງຢາເສບຕິດຊະນິດຕ່າງໆ. ເມື່ອບໍ່ດົນມານີ້ ມີສິ່ງໜຶ່ງໄດ້ກາຍເປັນທີ່ນິຍົມຂອງໄວລຸ້ນລາວ ນັ້ນຄື ການສູບປູມເປົ້າ (Laughing Balloon) ເປັນການນຳເອົາແກສເຄມີຊະນິດໜຶ່ງທີ່ມີຊື່ວ່າ ໄນຕຣັສອັອກຊາຍ ອັດເຂົ້າໃນປູມເປົ້າແລ້ວນຳມາສູບເຂົ້າປາກຜ່ານໄປສູ່ປອດ ແກສຊະນິດນີ້ຖ້າເສບເປັນປະຈຳ ມັນຈະທຳລາຍລະບົບປະສາດ ເຮັດໃຫ້ເຊວສະໝອງຂາດອັອກຊີເຈນແບບກະທັນຫັນ ແລະ ເຮັດໃຫ້ຜູ້ທີ່ສູບໝົດສະຕິໄດ້ງ່າຍໆ ສິ່ງເຫຼົ່ານີ້ກຳລັງເປັນທີ່ນິຍົມ (Trend) ໃນກຸ່ມໄວລຸ້ນຢູ່ບ້ານເຮົາ ແທນທີ່ຈະເອົາເວລາຍາມຄ່ຳຄືນມາທົບທວນຊີວິດ ວາງແຜນງານໃນມື້ຕໍ່ໄປ ຫຼືອ່ານໜັງສືເພື່ອພັດທະນາທັກສະດ້ານຕ່າງໆ ເຮົາກັບເອົາໄປໃຊ້ທ່ຽວຫຼິ້ນແບບນີ້ ເຫັນແລ້ວກໍເກີດຄວາມອະນາດໃຈ.
ຈາກບັນຫາທີ່ກ່າວມາທັງສາມຂໍ້ນັ້ນ ເຮົາຈະເຫັນໄດ້ວ່າຄົນລາວສ່ວນໃຫຍ່ຍັງບໍ່ທັນໄດ້ໃຫ້ຄວາມສຳຄັນເລື່ອງເວລາເທົ່າທີ່ຄວນ ຈຶ່ງເຮັດໃຫ້ເຮົາໃຊ້ເວລາໄປກັບສິ່ງໄຮ້ສາລະຈົນກໍ່ໃຫ້ເກີດຜົນເສຍຕາມມາຫຼາຍຢ່າງ ສະນັ້ນ ເພື່ອແກ້ໄຂບັນຫາທີ່ເຮົາກຳລັງປະສົບຢູ່ ແລະ ປ້ອງກັນບໍ່ໃຫ້ເຍົາວະຊົນທີ່ກຳລັງເຕີບໃຫຍ່ມາພາຍຫຼັງປະສົບບັນຫາແບບນີ້ອີກ. ເຮົາຈະຕ້ອງສອນໃຫ້ຄົນພາຍໃນຊາດເຫັນຄຸນຄ່າຂອງເວລາໃຫ້ຫຼາຍຂຶ້ນ ເລີ່ມຕັ້ງແຕ່ຕົວບຸກຄົນໄປຈົນຮອດລະດັບສັງຄົມ ທຸກຄົນຕ້ອງຊ່ວຍກັນ ເລີ່ມຕັ້ງແຕ່ພໍ່ແມ່ໄປຈົນຮອດກຸ່ມຄົນທີ່ມີອິດທິພົນດ້ານການຊີ້ທິດເຍືອງທາງແກ່ສັງຄົມເຊັ່ນ: ນັກການເມືອງ ນັກເວົ້າ ນັກຂຽນ ຄູອາຈານ ນັກບວດເປັນຕົ້ນ. ເຮັດແນວໃດຈະໃຫ້ຄົນເຫັນວ່າ ເວລາຄືເງິນຄຳ (Time is money) ການສູນເສຍເວລາຄືການສູນເສຍສິ່ງທີ່ມີຄຸນຄ່າທີ່ສຸດໃນຊີວິດ.
ຜູ້ຂຽນຄິດວ່າ ໃນເບື້ອງຕົ້ນເຮົາຄວນຕະໜັກເຖິງວັນເວລາທີ່ຜ່ານໄປໃນແຕ່ລະມື້ວ່າ ມື້ໜຶ່ງໆ ເຮົາເອົາເວລາໄປເຮັດຫຍັງແດ່ ເມື່ອຄົນໃຊ້ເວລາຂອງຕົນຢ່າງມີຄຸນນະພາບ ສັງຄົມເຮົາຈະຄ່ອຍໆເຫັນຄວາມສຳຄັນຂອງມັນຂຶ້ນມາ. ໃນໜັງສື Eat that frog! ຂຽນໂດຍ ໄບຣອັນ ເທຣຊີ ໄດ້ແນະນຳການໃຊ້ເວລາໃນແຕ່ລະມື້ໃຫ້ເກີດຄຸນຄ່າ ແລະ ເກີດປະໂຫຍດໄວ້ຫຼາຍວິທີ ໂດຍລາວເລີ່ມຈາກການບອກວ່າ ເຮົາບໍ່ມີເວລາຫຼາຍພໍທີ່ຈະເຮັດທຸກຢ່າງຕາມທີ່ເຮົາຕ້ອງການ ເພາະຊີວິດເຮົາຖ້ວມທົ້ນໄປດ້ວຍການງານ ແລະ ພາລະກິດສ່ວນຕົວ ມີໜັງສືຫຼາຍເຫຼັ້ມທີ່ເຮົາຕັ້ງໃຈຈະອ່ານໃນຍາມວ່າງ ແຕ່ຄວາມຈິງຄື ເຮົາບໍ່ເຄີຍມີເວລາວ່າງເລີຍ. ສະນັ້ນ ເພື່ອໃຫ້ງານຂອງເຮົາສຳເລັດລຸລ່ວງໄປດ້ວຍດີໃນແຕ່ລະມື້ ເທຣຊີ ມີຄຳແນະນຳ ດັງນີ້:
ໜຶ່ງ–ວາງແຜນໄວ້ລ່ວງໜ້າທຸກເຊົ້າ ໂດຍລາວແນະນຳໃຫ້ເສຍສະລະເວລາຫ້າເຖິງສິບນາທີຂຽນເປັນລາຍການ (Make a list) ອອກມາວ່າໃນມື້ນັ້ນມີງານຫຍັງແດ່ທີ່ເຮົາຈະຕ້ອງເຮັດ ງານໃດສຳຄັນທີ່ສຸດ ລຽງລຳດັບຄວາມສຳຄັນຂອງງານແຕ່ລະຢ່າງໃຫ້ດີແລ້ວລົງມືເຮັດງານນັ້ນໄດ້ເລີຍ ເພາະບໍ່ມີປະໂຫຍດທີ່ຈະນັ່ງທອດອາໄລເບິ່ງມັນໄປເລື້ອຍໆ ສຸດທ້າຍ ເວລາກໍຜ່ານໄປໂດຍທີ່ເຮົາບໍ່ໄດ້ລົງມືເຮັດຫຍັງເລີຍ.
ສອງ–ຈັດການເວລາໃຫ້ສຳພັນກັບເປົ້າໝາຍ ເທຣຊີ ບອກວ່າ ເຫດຜົນໜຶ່ງທີ່ເຮົາມັກໃຊ້ເວລາໄປຢ່າງໄຮ້ຄຸນຄ່າ ເພາະວ່າ ເຮົາມີເປົ້າໝາຍບໍ່ຊັດເຈນ ຫຼາຍຄັ້ງເຮົາພຽງແຕ່ຈັບມືຖືຂຶ້ນມາແລ້ວເຂ່ຍໜ້າຈໍໄປເລື້ອຍເປື່ອຍ ຈຶ່ງເຮັດໃຫ້ເຮົາເສຍເວລາໄປຫຼາຍຊົ່ວໂມງ ດັ່ງນັ້ນ ກ່ອນຈະເຮັດສິ່ງໃດຄວນມີເປົ້າໝາຍ ແລ້ວກຳນົດເສັ້ນຕາຍ (Death line) ໃຫ້ກັບຕົນເອງວ່າ ງານຊິ້ນນີ້ຈະເຮັດໃຫ້ແລ້ວພາຍໃນຈັກຊົ່ວໂມງ ເຊັ່ນ: ຖ້າຢາກຂຽນບົດຄວາມບົດໜຶ່ງ ເປົ້າໝາຍຄືການຂຽນບົດຄວາມ ເມື່ອເປີດໂນ໊ດບຸກຂຶ້ນມາກຳນົດໄວ້ເລີຍວ່າ ງານຊິ້ນນີ້ຈະຂຽນໃຫ້ແລ້ວພາຍໃນຈັກຊົ່ວໂມງ. ເທຣຊີ ບອກວ່າ ເປົ້າໝາຍທີ່ປາສະຈາກການກຳນົດເສັ້ນຕາຍ ເຮົາຈະບໍ່ມີຄວາມກະຕືລືລົ້ນ ເພາະມັນຫາຈຸດເລີ່ມຕົ້ນ ແລະ ຈຸດຈົບບໍ່ໄດ້. ສະນັ້ນ ກຳນົດເປົ້າໝາຍຂອງກິດຈະກຳຕ່າງໆ ແລ້ວວາງເສັ້ນຕາຍໃຫ້ມັນຊ່ະ! ຕ້ອງແລ້ວພາຍໃນຊົ່ວໂມງນີ້ເທົ່ານັ້ນ.
ສາມ–ໃຊ້ກົດ 80/20 ກົດມີຊື່ອີກຢ່າງໜຶ່ງວ່າ ຫຼັກການພາເຣໂຕ (Pareto principle) ຫຼັກການນີ້ເກີດຂຶ້ນຈາກການສັງເກດການຂອງນັກເສດຖະສາດຊາວອີຕາລີຄົນໜຶ່ງນາມວ່າ ວິລເຟຣໂດ ພາເຣໂຕ ເຊິ່ງພົບວ່າ ລາຍໄດ້ 80% ຂອງປະເທດອີຕາລີມາຈາກຄົນກຸ່ມນ້ອຍໆພຽງ 20% ເທົ່ານັ້ນ. ຕໍ່ມາ ຄົນພົບວ່າຫຼັກການນີ້ສາມາດປະຍຸກໃຊ້ກັບການບໍລິຫານເວລາໃນຊີວິດປະຈຳວັນຂອງເຮົາໄດ້ເຊັ່ນກັນ. ຫຼັກການນີ້ເປັນສິ່ງທີ່ຊ່ວຍໃຫ້ເຮົາມອງເຫັນ ແລະ ຈົດຈໍ່ກັບງານ ຈຳນວນນ້ອຍແຕ່ເປັນງານສຳຄັນຢ່າງແທ້ຈິງ ຕົວຢ່າງ: ເຮົາມີສິ່ງທີ່ຈະຕ້ອງເຮັດສິບຢ່າງພາຍໃນໜຶ່ງວັນ ໃນສິບຢ່າງນັ້ນຈະຕ້ອງມີງານທີ່ສຳຄັນ ແລະ ມີຄຸນຄ່າທີ່ສຸດໜຶ່ງຫຼືສອງງານ. ເທຣຊີ ບອກວ່າ ຫຼາຍຄັ້ງ ງານໜຶ່ງຊິ້ນໃນງານສິບຢ່າງນັ້ນ ມີຄ່າຫຼາຍກວ່າງານເກົ້າຢ່າງທີ່ເຫຼືອລວມກັນເສຍອີກ. ສິ່ງນີ້ກຳລັງບອກເຮົາວ່າໃຫ້ເຮົາເລືອກເຮັດງານທີ່ສຳຄັນທີ່ສຸດກ່ອນ ເຊິ່ງເປັນສ່ວນ 20% ເທົ່ານັ້ນ ແຕ່ເປັນສ່ວນທີ່ຈະໃຫ້ຜົນຮັບທີ່ຍິ່ງໃຫຍ່ “ຄວາມສາມາດໃນການເລືອກລະຫວ່າງງານທີ່ສຳຄັນກັບງານທີ່ບໍ່ສຳຄັນຄືເຄື່ອງຕັດສິນຄວາມສຳເລັດໃນຊີວິດ ແລະ ໃນໜ້າທີ່ການງານຂອງເຮົາ” ໄບຣອັນ ເທຣຊີ ກ່າວໄວ້ເຊັ່ນນັ້ນ. ສະນັ້ນ ໃຊ້ກົດ 80/20 ສາ! ແລ້ວຈະຮູ້ວ່າຊີວິດມີເວລາເພີ່ມຫຼາຍຂຶ້ນ.
ການບໍລິຫານເວລາຄືການບໍລິຫານຊີວິດ ເປັນການຈັດລຳດັບຄວາມສຳຄັນຂອງເຫດການຕ່າງໆ ວ່າອັນໃດຄວນມາກ່ອນອັນໃດຄວນເຮັດທີຫຼັງ ນີ້ຄືເຫດຜົນວ່າເປັນຫຍັງ ບາງຄົນຈຶ່ງປະສົບຜົນສຳເລັດໃນຊີວິດ ເພາະເຂົາໃຊ້ເວລາໄດ້ຢ່າງຄຸ້ມຄ່າ ເຂົາຮູ້ວ່າແຕ່ລະເຊົ້າຈະຕື່ນຂຶ້ນມາເຮັດຫຍັງ ໂດຍມີເປົ້າໝາຍຂອງງານນັ້ນຊັດເຈນ ມອງເຫັນຕົນເອງໃນອີກຫ້າປີ ຫຼື ສິບປີຂ້າງໜ້າວ່າ ຈະຢືນຢູ່ຈຸດໃດ. ຢ່າລືມວ່າ ຄືນວັນແລະເວລາບໍ່ເຄີຍລໍຖ້າຜູ້ໃດ ເໝືອນລົດໄຟລາວ-ຈີນທີ່ບໍ່ລໍຖ້າຄູບາກຸ່ມນັ້ນ ການວາງແຜນໃນໄລຍະຍາວຈະຊ່ວຍໃຫ້ເຮົາບໍລິຫານເວລາໄດ້ດີຂຶ້ນ. ພຣະພຸດທະເຈົ້າຊົງສອນວ່າ “ເວລາແຕ່ລະມື້ຢ່າປ່ອຍໃຫ້ຜ່ານໄປໂດຍເປົ່າປະໂຫຍດ ຈະນ້ອຍຫຼືຫຼາຍຂໍໃຫ້ໄດ້ຫຍັງຈັກຢ່າງ” ເວລາມີຄ່າເໝືອນເງິນຄຳກໍຈິງ ແຕ່ເວລາແຕກຕ່າງຈາກເງິນຄຳບ່ອນວ່າ ມັນມີຈຳກັດ ເງິນຄຳທີ່ເສຍໄປແລ້ວຍັງຫາໃໝ່ໄດ້ ແຕ່ເວລາທີ່ເສຍໄປ ເຮົາບໍ່ສາມາດເອົາກັບຄືນມາໃໝ່ໄດ້ເລີຍ. ການໃຊ້ເວລາຄືການວັດຄຸນຄ່າຂອງຄົນ ຊີວິດຈະມີຄຸນຄ່າ ຈະມີລາຄາຢູ່ທີ່ວ່າ ເຮົາເອົາເວລາທີ່ມີຢູ່ໄປໃຊ້ກັບເລື່ອງໃດ ຂໍໃຫ້ທຸກຄົນໃຊ້ມັນຢ່າງຄຸ້ມຄ່າ ເພາະເວລາເປັນສິ່ງທີ່ມີຈຳກັດ.
ວັດພຣະຂາວພັນນາຣາມ
ຕົ້ນລະດູຮ້ອນ, ປີ 2023
ເອກະສານອ້າງອິງ
1. Eat that frog!, Brian Tracy (ຂຽນ), ວັນທະນາ ວົງຊັດ (ແປ).
2. https://so01.tci-thaijo.org/index.php/HUSO/article/view/207219/164965
3. https://www.facebook.com/infolaopdr/photos/a.106315237646528/113434936934558/
4. https://th.hrnote.asia/orgdevelopment/8020rule-paretoprinciple-01182021/