ເຄື່ອງໝາຍ Dash ( – ) ເປັນເຄື່ອງໝາຍວັກຕອນ ທີ່ໃຊ້ເນັ້ນຊະນິດໜຶ່ງ ຊຶ່ງສ່ວນໃຫຍ່ ຈະໃຊ້ສະແດງ ຫຼື ບອກໃຫ້ຮູ້ເຖິງສະພາບທີ່ກຳລັງຢຸດຄິດ ການເວົ້າສອດຂຶ້ນ ການຢຸດຂໍ້ຄວາມ ການຂະຫຍາຍຂໍ້ຄວາມ ຫຼື ລະຂໍ້ຄວາມໄວ້ໃນຖານທີ່ເຂົ້າໃຈ.
ເຄື່ອງໝາຍວັກຕອນອະເນກປະສົງນີ້ສາມາດໃຊ້ແຍກຂໍ້ຄວາມ ລົງທ້າຍ ປະໂຫກ ຫຼື ຈົບປະໂຫກ ສອດແຊກໃສ່ວັກ ຂໍ້ຄວາມ ແລະ ລະຄຳເວົ້າ.
ຫຼັກການທີໜຶ່ງ: ໃຊ້ແຍກຄຳ ຫຼື ແຍກຂໍ້ຄວາມ (Separation)
ໃຊ້ເຄື່ອງໝາຍ ( – ) ເພື່ອແຍກອານຸປະໂຫຍ ຫຼື ປະໂຫຍກນ້ອຍ (clause) ຊຶ່ງໃຊ້ສະຫຼຸບຂໍ້ຄວາມ ຫຼື ຄວາມຄິດຈາກປະໂຫຍກນຳ.
ຕົວຢ່າງ:
Money, fame, power – these were his goals in his life.
ເງິນ ຊື່ສຽງ ອຳນາດ – ສິ່ງເຫຼົ່ານີ້ ຄືເປົ້າໝາຍໃນຊີວິດຂອງລາວ.
ໝາຍເຫດ: ໃນການໃຊ້ແຍກປະໂຫຍກ ແລະສະຫຼຸບຂໍ້ຄວາມນັ້ນ ບໍ່ຄວນໃຊ້ເຄື່ອງໝາຍ ອື່ນແທນເຄື່ອງໝາຍ ( – ) ເຖິງວ່າ ພວກເຮົາສາມາດໃຊ້ເຄື່ອງໝາຍຈ້ຳຄູ່ : (Colon) ແທນໄດ້ກໍຕາມ ແຕ່ເຄື່ອງໝາຍຈ້ຳຄຸ່ນີ້ມີຄວາມໝາຍໜ້ອຍກວ່າ.
ຫຼັກການທີສອງ: ການລົງທ້າຍປະໂຫຍກ (Termination)
ໃຊ້ເຄື່ອງໝາຍ ( – ) ເພື່ອສະແດງປະໂຫຍກ ຫຼື ຄຳເວົ້າທີ່ຍັງບໍ່ສຸດ ຫຼື ລະຂໍ້ຄວາມເອົາໄວ້ ເຊັ່ນສະຖານະການຢູ່ໃນປະໂຫຍກສົນທະນາຕໍ່ໄປນີ້:
ຕົວຢ່າງ:
“Neither of us could spell the word erysip – ”
“ພວກເຮົາສອງຄົນ ບໍ່ມີໃຜສະກົດຄຳ erysip ໄດ້ເລີຍ”
When he entered, Boonma began, “Mr. Sulath, may I ask – ”
ເມື່ອຍ່າງເຂົ້າມາ ບຸນມາເລີ່ມເວົ້າວ່າ “ທ່ານ ຊູລາດ ຂໍຖາມແດ່ – ”
ໝາຍເຫດ: ເມື່ອໃຊ້ເຄື່ອງໝາຍ ( – ) ຢູ່ທ້າຍປະໂຫຍກແລ້ວ ກໍ່ບໍ່ຕ້ອງໃຊ້ເຄື່ອງໝາຍວັກຕອນອື່ນອີກ.
ຫຼັກການທີ່ສາມ: ການຢຸດແລະເວັ້ນວັກ (Interruption)
ໃຊ້ເຄື່ອງໝາຍ ( – ) ເພື່ອສອດແຊກຄວາມຄິດ ຢຸດຄິດ ຫຼື ປ່ຽນຄວາມຄິດຂອງຜູ້ເວົ້າ ແລະ ຜູ້ຂຽນ.
ຕົວຢ່າງ:
When I was in college – but I have already talked about that.
ຕອນຂ້ອຍຮຽນຢູ່ວິທະຍາໄລ – ແຕ່ວ່າຂ້ອຍໄດ້ເວົ້ກ່ຽວກັບເລື່ອງນັ້ນແລ້ວ.
I started to say, “But – ” “But me no but’s,” roared the supervisor.
ຂ້ອຍເລີ່ມເວົ້າ “ແຕ່…” ຫົວໜ້າຊາກໃສ່ “ສຳລັບຂ້ອຍ ບໍ່້ມີຄຳວ່າແຕ່”
ຫຼັກການທີສີ່: ການຂະຫຍາຍຄວາມ (Introduction) ໃຊ້ເຄື່ອງໝາຍ ( – ) ເພື່ອຂະຫຍາຍຄຳ ຫຼື ກຸ່ມຄຳທີ່ເຮົາຕ້ອງການເນັ້ນ.
ຕົວຢ່າງ:
What he needed most he never got – love.
ສິ່ງທີ່ລາວຕ້ອງການຫຼາຍທີີສຸດ ຊຶ່ງລາວບໍ່ເຄີຍໄດ້ຮັບຄືຄວາມຮັກ.
This is our most important question – can we find a buyer for our product?
ອັນນີ້ແມ່ນຄຳຖາມສຳຄັນທີ່ສຸດ – ຫາຄົນມາຊື່້ຜະລິດຕະພັນຂອງພວກເຮົາໄດ້ບໍ່?
ໝາຍເຫດ: ໃນໂຄງສ້າງປະໂຫຍກລັກສະນະນີ້ເຮົາສາມາດໃຊ້ເຄື່ອງໝາຍຈ້ຳຄູ່ : (Colon)ຄືເຄື່ອງໝາຍຈຸດ (Comma) ແທນໄດ້ ແຕ່ເຄື່ອງໝາຍ ( – ) ຈະເພີ່ມຄວາມເຂັ້ມຂຸ້ນ ມີການເນັ້ນແລະສະແດງອາລົມໄດ້ຫຼາຍກວ່າ.
ຫຼັກການທີຫ້າ: ການສອດແຊກ (Enclosure)
ໃຊ້ເຄື່ອງໝາຍ ( – ) ເພື່ອແຊກຄຳ ຫຼື ຄວາມຄິດທີ່ເຮົາຕ້ອງການເນັ້ນ ຄື ເພື່ອໃຫ້ມີປະສິດທິຜົນໃນຮູບແບບຂອງການຂຽນ. ວະລີໃຊ້ຂະຫຍາຍຄວາມຍາວໆ ມັກຖືກແຊກດ້ວຍເຄື່ອງໝາຍ ( – ).
ຕົວຢ່າງ:
I think – no, I am positive – that you should go.
ຂ້ອຍຄິດວ່າ ບໍ່ຂ້ ອຍຢືນຢັນໄດ້ວ່າ ເຈົ້າຄວນໄປ.
My mother can bandage that – she’s a trained nurse, you know – that so it won’t hurt at all.
ແມ່ຂ້ອຍສາມາດພັນແຜນັ້ນໄດ້ ລາວເປັນນາງພະຍາບານ ທີ່ໄດ້ຜ່ານການຝຶກມາແລ້ວ ເຈົ້າຮູ້ບໍ່ ດັ້ງນັ້ນ ມັນຈະບໍ່ເຈັບດ໋ອກ.
If you do succeed – and try hard – telephone me promptly.
ຖ້າເຈົ້າປະສົບຄວາມສຳເລັດ ແລະພະຍາຍາມເຕັ້ມທີ່ແລ້ວ ໂທຫາຂ້ອຍທັນທີເດີ້.
ໝາຍເຫດ: ພວກເຮົາສາມາດໃຊ້ເຄື່ອງໝາຍຈຸດ (Common) ຫຼື ວົງເລັບຄູ່ແທນເຄື່ອງໝາຍ ( – ) ໄດ້ ແຕ່ມັນບໍ່ເຂັ້ມຂຸ້ນ ແລະ ມີຄວາມໝາຍຕ່າງກັນ.
ຫຼັກການທີີ່ຫົກ: ການລະໄວ້ (Omission)
ໃຊ້ເຄື່ອງໝາຍ ( – ) ເພື່ອສະແດງການລະຕົວອັກສອນ ຄື ຄຳ ແຕ່ບໍ່ ແມ່ນການຫຍໍ້ຄຳ ແລະ ໃຊ້ເຊື່ອມຕົວອັກສອນ.
ຕົວຢ່າງ:
Doctor S – was from my hometown.
ທ່ານ ໝໍສົມບູນເປັນຄົນເມືອງດຽວກັນກັບຂ້ອຍ.
We were in one h – of a predicament when happened.
ພວກເຮົາຕິດຢູ່ໃນສະຖານະການທີ່ລຳບາກໜຶ່ງຊົ່ວໂມງ ຕອນທີ່ເຫດການນັ້ນເກີດຂຶ້ນ.
ສະຫຼຸບ
ໃຊ້ເຄື່ອງໝາຍ ( – ) ຢ່າງຈຳກັດ ຢ່າໃຊ້ຮ່ວມກັບເຄື່ອງໝາຍອື່ນ ເພາະວ່າມັນມີຄວາມໝາຍສົມບູນຢູ່ໃນຕົວ ສາມາດໃຊ້ໄດ້ຕາມລຳພັງ.
Source: Bounthanh Phongphichid