ເມື່ອເວົ້າເຖິງເງິນ ຜູ້ໃດກໍຢາກໄດ້. ມີຄົນບອກວ່າ ມະນຸດເຮົາຈະສຸກຈະທຸກກໍເພາະເງິນ ແລະຈະຕາຍກໍເພາະເງິນ. ເງິນໄດ້ເຂົ້າມາມີບົດບາດໃນຊີວິດມະນຸດ ກໍຕໍ່ເມື່ອມະນຸດຍອມຮັບຄຸນຄ່າຂອງມັນ ເພື່ອແລກປ່ຽນກັບສິ່ງຕ່າງໆ ຊຶ່ງແມ່ນສິ່ງຈໍາທີ່ຄົນເຮົາຕ້ອງໃຊ້ແລະບໍລິໂພກໃນຊີວິດປະຈໍາວັນ.
ການທີ່ມະຫາອໍານາດຕາເວັນຕົກແລະສະຫະລັດອາເມຣິກາເກາະກຸ່ມກັນຢ່າງໜຽວ ແໜ້ນມາເປັນເວລາດົນນານຈົນກາຍເປັນຜູ້ຈັດລະບຽບໂລກ ແລະກາຍມາເປັນມະຫາອໍານາດເບີ 1 ຂອງໂລກຕະຫຼອດສະຕະວັດທີ 20 ແລະໄດ້ຜະລິດເງິນໂດລາອອກມາ ຈົນກາຍມາເປັນສະກຸນເງິນ ທີ່ມີບົດບາດສໍາຄັນຕໍ່ເສດຖະກິດແລະການເງິນຂອງໂລກໃນປັດຈຸບັນນີ້ໄດ້ ບໍ່ແມ່ນເລື່ອງບັງເອີນ. ເລື່ອງນີ້ມີເບື້ອງຫຼັງແລະຄວາມເປັນມາແນວໃດນັ້ນ ພວກເຮົາມາສຶກສານໍາກັນເບິ່ງ.
ພາຍຫຼັງສົງຄາມກາງເມືອງ (Civil War) ໃນສະຫະລັດອາມເຣິກາສິ້ນສຸດລົງ ໃນປີ 1864 ຊາວເອີຣົບພາກັນຫຼັ່ງໄຫຼເຂົ້າໄປດິນແດນໃໝ່ຫຼືໂລກໃໝ່ (New World) ເປັນແສນໆ ຈົນມີປະຊາກອນເຖິງ 32 ລ້ານຄົນ. ຜູ້ອົບພະຍົບເຂົ້າມາສ່ວນໃຫຍ່ແມ່ນຊາວໄອຣີສຈາກເກາະອັງກິດ ຮອງລົງມາແມ່ນຊາວເຢຍລະມັນ, ຮົງກຣີ ຕໍ່ມາແມ່ນພວກສະແກນດີເນເວຍ (ເອີຣົບຕອນ ເໜືອ), ຊາວຝຣັ່ງ, ຊາວໂປໂລຍ, ເຊັກສ໌, ຣັດເຊຍແລະອື່ນໆ. ເຂົາເຈົ້າຖືວ່າ ບ່ອນນີ້ແມ່ນດິນແດນພັນທະສັນຍາ (The Promised Land) ທີ່ພະຜູ້ເປັນເຈົ້າມອບໃຫ້ແກ່ຜູ້ທີ່ຖືກກົດຂີ່ ມາລົງຫຼັກປັກຖານແລະທໍາມາຫາກິນ ເພື່ອສ້າງໂອກາດໃຫ້ແກ່ຕົວເອງ.
ລະຫວ່າງປີ 1865 ຫາປີ 1900 ຖືວ່າເປັນຍຸກທອງ (Golden Age) ຂອງປະເທດສະຫະລັດອາເມຣິກາ. ອັນນີ້ຄືຍຸກແຫ່ງການເຟື່ອງຟູທາງດ້ານອຸດສາະຫະກໍາ ຊຶ່ງເຮັດໃຫ້ປະເທດນີ້ມີຄວາມມັ່ງຄັ່ງແລະເຂັ້ມແຂງທາງດ້ານເສດຖະກິດ, ການເງິນແລະແສນຍານຸພາບທາງທະຫານ ເນື່ອງຈາກປັດໄຈເອື້ອອໍານວຍຫຼາຍປະການ ດັ່ງນີ້:
1. ຈາກຫຼັງສົງຄາມກາງເມືອງ ຊາວອາເມຣິກາໄດ້ຂະຫຍາຍດິນແດນສູ່ພາກຕາເວັນຕົກຈົນຮອດມະຫາສະມຸດແປຊີຟິກ ເຮັດໃຫ້ສະຫະລັດອາເມຣິກາມີດິນແດນກວ້າງໃຫຍ່ໄພສານ ທີ່ອຸດົມດ້ວຍຊັບພະຍາກອນທໍາມະຊາດ ເຊັ່ນ: ປ່າໄມ້, ຖ່ານຫີນ, ນໍ້າມັນ, ເຫຼັກ, ຄໍາ, ທອງແດງ, ເງິນ, ມາດ (ກໍາມະຖັນ), ກົ່ວ ແລະອື່ນໆ.
2. ມີການກໍຕັ້ງມະຫາວິທະຍາໄລ 5 ແຫ່ງຢູ່ໃນລັດພາກຕາເວັນອອກ ຊຶ່ງເປັນການນໍາເອົາຄວາມຮູ້ຈາກມະຫາວິທະຍາໄລສອງແຫ່ງຂອງລາຊະອານາຈັກອັງກິດໃນຂະນະນັ້ນ ຄຶ: Oxford ແລະ Cambridge ເພື່ອນໍາໄປຕໍ່ຍອດ.
3. ມີນັກປະດິດຄິດຄົ້ນສິ່ງຕ່າງໆອອກມາ ເຊັ່ນ: Elias Howe; ຜູ້ຜະລິດຈັກຫຍິບຜ້າ, Samuel F. B. Morse; ຜູ້ຜະລິດເຄື່ອງສົ່ງໂທລະເລກ, Alexander Graham Bell; ຜູ້ຜະລິດໂທລະສັບ, Thomas Alva Edison; ຜູ້ຜະລິດຫຼອດໄຟຟ້າ ເຄື່ອງຫຼິ້ນແຜ່ນສຽງ ແລະຄົນອື່ນໆ.
4. ເນື່ອງຈາກຜູ້ຄົນມາຈາກຫຼາຍປະເທດທີ່ແຕກຕ່າງກັນ ມີຄວາມຄິດ ຄວາມຮູ້ ມີປະສົບການ ມີທັກສະທີ່ຫຼາກຫຼາຍ. ໃນຈໍານວນນີ້ມີທັງພວກນັກທຸລະກິດ ປັນຍາຊົນ ແຕ່ສ່ວນໃຫຍ່ແມ່ນຜູ້ມາໃຊ້ແຮງງານຢູ່ໃນວຽກກະສິກໍາ ແລະກໍາມະກອນໂຮງຈັກໂຮງງານ.
5. ມີການຂະຫຍາຍລະບົບຄົມະນາຄົມໄປທົ່ວປະເທດ ດ້ວຍກາສ້າງເສັ້ນທາງລົດໄຟຈາກຊາຍຝັ່ງມະຫາສະມຸດແອຕລັງຕິກໄປຮອດຝັ່ງແປຊີແຟກ ມາຮອດປີ 1900 ອາເມຣິກາມີເສັ້ນທາງລົດໄຟຍາວ 200,000 ໄມລ໌. ທຸລະກິດການລົດໄຟເຮັດໃຫ້ເກີດນັກປະກອບການ ຊື່ Andrew Carnegie ຊຶ່ງຕໍ່ມາກາຍເປັນມະຫາເສດຖີໂຮງງານຫຼອມເຫຼັກ ແລະຜູກຂາດການຜະລິດເຫຼັກກ້າຢູ່ໃນປະເທດນີ້.
6. ມີການຄົ້ນພົບບໍ່ນໍ້າມັນຊຶ່ງແມ່ນວັດສະດຸເຊື້ອໄຟສໍາຄັນໃນການຂັບເຄື່ອນຍານພາຫະນະແລະເຄື່ອງຈັກຕ່າງໆໃນພາກກະສິກໍາແລະອຸດສາຫະກໍາ. John D. Rockefeller ໄດ້ຕັ້ງບໍລິສັດ Standard Oil Company ເພື່ອຜູກຂາດການຄ້າຂາຍນໍ້າມັນຢູ່ທົ່ວປະເທດ.
7. ທຸລະກິດທະນາຄານ ຊຶ່ງລິເລີ່ມໂດຍ John Pierpont Morgan ແຕ່ປີ 1637 ມີບົດບາດສໍາຄັນໃນການຂະຫຍາຍພາກທຸລະກິດຕ່າງໆຢູ່ໃນຍຸກຮຸ່ງເຮືອງທາງດ້ານເສດຖະກິດນີ້.
ການພັດທະນາແບບກ້າວກະໂດດນີ້ໄດ້ເຮັດໃຫ້ຄວາມຄິດແບບທຶນນິຍົມຝັງຮາກເລິກຢູ່ໃນສັງຄົມອາເມຣິກາ ໂດຍລັດຖະບານປ່ອຍໃຫ້ມີການແຂ່ງຂັນໃນວົງການທຸລກິດໂດຍບໍ່ຄໍານຶງເຖິງສິລະທັມຫຼືມະນຸດສະທັມໃດໆທັງສິ້ນ. ທິດສະດີຂອງດາຣ໌ວິນ (Darwinism) ທີ່ບອກວ່າ “ຄົນທີ່ເຂັ້ມແຂງເທົ່ານັ້ນທີ່ຈະຢູ່ລອດໄດ້ ສ່ວນຜູ້ອ່ອນແອກໍຕ້ອງຕາຍໄປ” ຖືກນໍາມາໃຊ້ໃນພາກທຸລະກິດ. ມີການເກາະກຸ່ມລະຫວ່າງນັກທຸລະກິດປະເພດດຽວກັນ ເອີ້ນວ່າລະບົບ (Trust) ເພື່ອຜູກຂາດລາຄາສິ້ນຄ້າ ສ້າງຄວາມເດືອດຮ້ອນໃຫ້ແກ່ຜູ້ຜະລິດລາຍຍ່ອຍ ຊາວກະສິກອນ, ຜູ້ບໍລິໂພກຊຶ່ງແມ່ນປະຊາຊົນສ່ວນໃຫຍ່ຂອງປະເທດ.
ຜົນທີ່ຕາມມາ ຄື ສັງຄົມໄດ້ແບ່ງຊັ້ນຄົນອອກເປັນ 3 ປະເພດ ຄື: ຊົນຊັ້ນສູງ (The Upper Class) ເປັນເຈົ້າຂອງທຸລະກິດ ເປັນເສດຖີຮ້ອຍລ້ານໂດລາ ໃຊ້ຊີວິດຫຼູ່ຫຼາ ຢູ່ຄະລືຫາດຫຼັງໃຫຍ່ ສົ່ງລູກໄປຮຽນຢູ່ທະວີບເອີຣົບ ແລະມະຫາວິທະຍາໄລພາຍໃນປະເທດ. ຕໍ່ມາແມ່ນຊົນຊັ້ນກາງ ຫຼືຜູ້ມີລາຍໄດ້ປານກາງ (The Middle Class) ເປັນພວກທີ່ມີອາຊີບປະຈໍາ ມີລາຍໄດ້ຈາກການໃຊ້ຄວາມສາມາດແລະທັກສະດ້ານມັນສະໝອງ. ສຸດທ້າຍແມ່ນ ຊົນຊັ້ນຕໍ່າ (The Poor People) ຊຶ່ງເປັນຄົນກຸ່ມໃຫຍ່ ເປັນກຸ່ມແຮງງານຫຼັກໃນຍຸກອຸກສາຫະກໍາ ປະກອບດ້ວຍກຸ່ມຜູ້ໃຊ້ແຮງງານ ຫຼືກໍາມະກອນ ສ່ວນອີກກຸ່ມໜຶ່ງແມ່ນຊາວເອີຣົບທີ່ອົບພະຍົບເຂົ້າມາໃນລັກສະນະກະເສດຖະກອນ. ຊົນຊັ້ນຕໍ່າແມ່ນພວກທີ່ມີບັນຫາຫຼາຍທີ່ສຸດ ຄືຖືກກົດຂີ່ຂູດຮີດ ຈາກຄ່າແຮງງານຕໍ່າ ຖືກບັງຄັບໃຫ້ເຮັດວຽກ 10-12 ຊົ່ວໂມງຕໍ່ມື້. ພວກເຂົາອາໄສຢູ່ຊຸມຊົນແອອັດ ຂາດອານາໄມ ແລະມີພະຍາດຕ່າງໆນາໆ.
ເນື່ອງຈາກບ້ານເມືອງມີຄວາມສະງົບ ສົງຄາມກັບເມັກຊິໂກສິ້ນສຸດລົງແລ້ວ ແລະປະເທດນີ້ບໍ່ກ້າມາຕໍ່ກອນກັບສະຫະລັດອາເມຣິກາອີກເລີຍ ສ່ວນທາງເໜືອແມ່ນປະເທດການາດາ ຊຶ່ງກໍຫາກໍ່ຕັ້ງເປັນປະເທດ ແຕ່ຍັງບໍ່ທັນເຂັ້ມແຂງເທື່ອ. ເມື່ອມີການກ້າວໜ້າທາງດ້ານອຸດສາຫະກໍາ ສະຫະລັດອາເມຣິກາກໍເລີ່ມດໍາເນີນນະໂຍບາຍລັດທິຈັກກະວັດນິຍົມ (Imperialism) ໂດຍປະຖິ້ມນະໂຍບາຍບໍ່ຫຍຸ້ງກ່ຽວກັບຄວາມຂັດແຍ່ງລະຫວ່າງປະເທດ ຫຼືເຂົ້າໄປແຊກແຊງກິດຈະການຂອງປະເທດອື່ນ ຕອນກໍ່ຕັ້ງປະເທດໃໝ່ໂດຍປະທານາທິບໍດີ Gorge Washington ບອກໄວ້ໃນປີ 1797 ແລະຢໍ່າເຕືອນອີກຕື່ມດ້ວຍລັດທິມອນໂຣ (Monroe) ປະທານາທິບໍດີຄົນທີ 5 ທີ່ໃຫ້ສະຫະລັດອາເມຣິການຍຶດຖືນະໂບຍາຍເປັນກາງ ແລະບໍ່ໃຫ້ປະເທດໃດມາຫຍຸ້ງກ່ຽວກັບກິດຈະການຢູ່ໃນທະວີບອາເມຣິກາ.
ປັດໄຈທີ່ເຮັດໃຫ້ສະຫະສັດ ອາເມຣິກາດໍາເນີນນະໂຍບາຍລັດທິຈັກກະວັດ ຄື:
1. ເຫັນປະເທດອື່ນໆ ເຊັ່ນ: ອັງກິດ, ຝຣັ່ງ, ເບລຢຽມ, ເນເທີຣ໌ແລນດ໌, ເຢຍລະມັນ, ອິຕາລີ, ຣັດເຊຍແລະຍີ່ປຸ່ນ ຊຶ່ງເປັນຄູ່ແຂ່ງດ້ານການຄ້າ ໄດ້ດໍາເນີນນະໂຍບາຍຈັກກະວັດໄປແລ້ວ ແລະໄດ້ສ້າງຄວາມລໍ້າລວຍ ດ້ວຍການເຂົ້າໄປຍຶດຄອງເອົາປະເທດຕ່າງໆຢູ່ທະວີບອາຟຣິກາ, ອາຊີແລະອາຊີຕາເວັນອອກສ່ຽງໃຕ້.
2. ເກີດຈາກການກົດດັນຈາກພາຍໃນ ຈາກນັກທຸກິດພາຍໃນປະເທດທີ່ຜັກດັນໃຫ້ລັດຖະບານ ຊອກຫາແຫຼ່ງຊັບພະຍາກອນທໍາມະຊາດ ເພື່ອຫາວັດຖຸດິບມາປ້ອນໂຮງຈັກໂຮງງານ ແລະຊອກຫາຕະຫຼາດ ເພື່ອສົ່ງສິນຄ້າທີ່ຜະລິດຢູ່ໃນປະເທດໄປຂາຍ.
ເມື່ອນະໂຍບາຍສະແຫວງຫາອານານິຄົມໄດ້ກໍ່ຕົວຂຶ້ນ ສະຫະລັດ ອາເມຣິກາກໍເລີ່ມປັບປຸງກອງທັບເຮືອ ເລີ່ມແຕ່ປີ 1882 ແລະມາຮອດປີ 1895 ປະເທດນີ້ກໍມີກອງທັບເຮືອທີ່ເຂັ້ມແຂງ ຊຶ່ງພ້ອມຈະປະຕິບັດການໄດ້. ສະຫະລັດອາເມຣິກາເລີ່ມຊອກຫາດິນແດນເພື່ອເອົາມາເປັນເມືອງຂຶ້ນຂອງຕົນນັ້ນ ເລີ່ມແຕ່ປີ 1898 ຄືຫຼັງຈາກປະສົບໄຊຊະນະໃນສົງຄາມກັບສເປນແລ້ວ ສະຫະລັດອາເມຣິກາກໍເຂົ້າຍຶດຄອງໝູ່ເກາະຊາມົວຢູ່ມະຫາສະມຸດແປຊີຟິກຕອນໃຕ້. ຕໍ່ມາແມ່ເກາະຮາວາຍ ຊຶ່ງທະຫານເຮືອອາເມຣິກາໄດ້ເຂົ້າໄປຊ່ວຍນັກປະຕິວັດໃນທ້ອງຖິ່ນຍຶດອໍານາດໃນປີ 1893 ແລະໃນທີ່ສຸດໝູ່ເກາະຮາວາຍກໍກາຍມາເປັນດິນແດນຂອງສະຫະລັດອາເມຣິກາ. ຫຼັງຈາກນັ້ນ ໃນປີ 1899 ສະຫະລັດອາເມຣິກາກໍເຂົ້າຍຶດຄອງປະເທດຟີລິບປິນ ແທນເຈົ້າອານານິຄົມສເປນ.
ສົງຄາມໂລກຄັ້ງທີ I ເລີ່ມແຕ່ປີ 1914 ຫາ 1918 ລະຫວ່າງຝ່າຍພັນທະມິດປະກອບດ້ວຍ ເຊີເບຍ, ຝຣັ່ງ, ອັງກິດ, ຣັດເຊຍແລະອິຕາລີ ກັບອີກຝ່າຍໜຶ່ງໄດ້ເຢຍລະມັນແລະອອສເຕັຣຍ-ຮົ່ງກຣີ, ບູກາຣີແລະຈັກກະວັດອອຕໂຕມານ. ຕອນເລີ່ມຕົ້ນ ອາເມຣິກາບໍ່ໄດ້ເຂົ້າໄປຮ່ວມ ແຕ່ຕໍ່ມາ ເມື່ອເຮືອກໍາປັ່ນດໍານໍ້າຂອງຝ່າຍເຢຍລະມັນໄດ້ຈົມເຮືອບັນທຸກສິນຄ້າຂອງອາເມຣິກາ ສະຫະລັດອາເມຣິກາຈຶ່ງສົ່ງທະຫານ, ອາວຸດຍຸດໂທປະກອນແລະສໍາພາລະຕ່າງໄປຊ່ວຍຝ່າຍພັນທະມິດ ຈົນໄດ້ຮັບໄຊຊະນະໃນສົງຄາມຄັ້ງນີ້.
ໄຊນະຊະໃນສົງຄາມໂລກຄັ້ງທີ I ໄດ້ສະແດງໃຫ້ຊາວໂລກຮູ້ເຖິງແສນຍານຸພາບທາງດ້ານເສດຖະກິດແລະການທະຫານຂອງສະຫະລັດອາເມລິກາ. ພາຍຫຼັງສົງຄາມ ສະຫະລັດອາເມຣິກາມີບົດບາດສໍາຄັນໃນການກໍ່ຕັ້ງອົງການສັນນິບາດ (The League of Nations) ຢູ່ນະຄອນເຈນິວາ ປະເທດສວິສເຊີແລນດ໌ ໃນວັນທີ 10 ມັງກອນປີ 1920. ນີ້ຄືການຈັກລະບຽບໂລກ (World Order) ຄັ້ງທໍາອິດ ໂດຍອາເມຣິກາເປັນອ້າຍໃຫຍ່ຂອງປະເທດເອີຣົບຕາເວັນຕົກທີ່ເປັນຝ່າຍຊະນະ. ຈຸດປະສົງຫຼັກຂອງອົງການນີ້ ຄືຫາທາງປ້ອງກັນບໍ່ໃຫ້ສົງຄາມເກີດຂຶ້ນຊໍ້າອີກ ແລະການຟື້ນຟູເສດຖະກິດຂອງປະເທດທີ່ໄດ້ຮັບຄວາມເສຍຈາກສົງຄາມ.
ຂະນະນັ້ນ ທຸກປະເທດເອີຣົບບອບຊໍ້າຢ່າງໜັກຈາກສົງຄາມ ສ່ວນສະຫະລັດອາເມຣິກາໄດ້ຮັບຜົນກະທົບພຽງໜ້ອຍດຽວ. ສະຫະລັດອາເມຣິກາຊຶ່ງຮັ່ງມັ່ງແລະມີຄວາມເຂັ້ມແຂງດ້ານເສດຖະກິດ ຈຶ່ງປ່ອຍເງິນກູ້ໃຫ້ແກ່ປະເທດເອີຣົບຕ່າງໆ ເພື່ອນໍາໄປຟື້ນຟູບູລະນະປະເທດ. ຕັ້ງແຕ່ນັ້ນມາ ສະກຸນເງິນໂດລາເລີ່ມມີຄວາມສໍາຄັນຕໍ່ເສດຖະກິດໂລກ ເພາະປະເທດກູ້ຢືມຕ້ອງຊໍາລະໜີ້ຄືນເປັນວັດຖຸ ເປັນຄໍາຫຼືເງິນໂດລາເທົ່ານັ້ນ. ເມື່ອສົງຄາມໂລກຄັ້ງທີ II ສິ້ນສຸດລົງໃນປີ 1945 ສະຫະລັດ ອາເມຣິກາກໍປ່ອຍເງິນກູ້ຈໍານວນ 1 ໝື່ນ 3 ພັນລ້ານໂດລາໃຫ້ປະເທດຕ່າງໆ ເພື່ອນໍາໄປຟື້ນຟູປະເທດ ພາຍໃຕ້ໂຄງການ Marshall Plan. ແຕ່ກຸ່ມປະເທດເອີຣົບຕາເວັນອອກ (ຝ່າຍສັງຄົມນິຍົມ) ບໍ່ໄດ້ຮັບເງິນກ້ອນນີ້. ອັນນີ້ຍິ່ງເຮັດໃຫ້ປະເທດເອີຣົບຕາເວັນຕົກມີຂໍ້ຜູກມັດກັບສະຫະລັດອາເມຣິກາຢ່າງຫຼີກລ່ຽງບໍ່ໄດ້.
ໃນເດືອນສິງຫາ ປີ 1944 ສະຫະລັດອາເມຣິກາໄດ້ເຊີນລັດຖະມົນຕີກະຊັງການຄັງຈາກ 44 ປະເທດມາເຂົ້າຮ່ວມກອງປະຊຸມຢູ່ທີ່ເມືອງ Bretton Woods ລັດ New Hampshire. ເນື່ອງຈາກປະເທດຕ່າງໆລ້ວນແຕ່ເປັນລູກໜີ້ສະຫະລັດອາເມຣິກາເປັນເງິນຈໍານວນມະຫາສານ ນອກຈາກນັ້ນແລ້ວ ໃນເວລານັ້ນ ສະຫະລັດອາເມຣິກາຍັງເປັນປະເທດທີ່ມີຄໍາຫຼາຍທີ່ສຸດ ຄືມີ 70% ຫຼື ສອງສ່ວນສາມຂອງຄໍາທີ່ມີຢູ່ໃນໂລກທັງໝົດ.
ໃນກອງປະຊຸມນີ້ (Bretton Woods Conference) ສະຫະລັດ ອາເມຣິກາໄດ້ກໍານົດອັດຕາແລກປ່ຽນເງິນໂດລາອີງໃສ່ຄໍາ ເອີ້ນວ່າ Fixed Exchange Rate ຄື ຄໍາ 1 ounce ( ປະມານສອງບາດປາຍ) ເທົ່າກັບ 35 ໂດລາ ແລະການຄ້າຂາຍລະຫວ່າງປະເທດໃຫ້ໃຊ້ສະກຸນໂດລາ ລວມທັງລະບົບການໂອນເງິນລະຫວ່າງປະເທດກໍໃຫ້ໃຊ້ສະກຸນເງິນໂດລາເປັນຕົວກາງ. ນີ້ຄືບາດກ້າວທໍາອິດໃນການຈັດລະບຽບການເງິນຂອງໂລກ ໂດຍປະເທດຕ່າງໆເລີ່ມມີຄວາມຜູກມັດກັບເງິນໂດລາຢ່າງບໍ່ມີທາງຫຼີກລ່ຽງໄດ້. ຕໍ່ມາ ເມື່ອອາເມຣິກາເຂົ້າມາມີບົດບາດຢູ່ພາກຕາເວັນອອກກາງ ກໍຊັກຊວນບັນດາປະເທດອາຣັບໃຫ້ຄ້າຂາຍນໍ້າມັນດ້ວຍສະກຸນເງິນໂດລາ ຈຶ່ງເປັນທີ່ມາຂອງຄໍາວ່າ Petrol Dollar ປະກົດຂຶ້ນມາ.
ສິ່ງສໍາຄັນຄືສະຫະລັດອາເມຣິກາເປັນຜູ້ມີບົດບາດສໍາຄັນ ໃນການກໍ່ຕັ້ງອົງການສະຫະປະຊາຊາດ (The United Nations) ໃນວັນທີ 14 ເດືອນສິງຫາ ປີ 1945 ຊຶ່ງປັດຈຸບັນມີສໍານັກງານໃຫຍ່ຢູ່ນະຄອນນິວຢອຣ໌ກ ແລະສະຫະລັດອາເມຣິກາເປັນຜູ້ອອກເງິນສ່ວນໃຫຍ່ສໍາລັບການໃຊ້ຈ່າຍກິດຈະການຕ່າງໆຂອງອົງການນີ້. ມາຮອດວັນທີ 4 ເມສາ 2022 ລັດຖະບານອາເມຣິກາໄດ້ປະກອບສ່ວນເປັນເງິນໃຫ້ແກ່ອົງການສະຫະປະຊາຊາດ ຈໍານວນ 11.6 ພັນລ້ານໂດລາ. ສາມາດເວົ້າໄດ້ວ່າ ອົງການສະຫະລັດປະຊາຊາດແມ່ນອົງການຈັດລະບຽບໂລກໃນປັດຈຸບັນ ແລະສະຫະລັດອາເມຣິກາເປັນປະເທດທີ່ມີບົດບາດສໍາຄັນຢູ່ໃນອົງການນີ້.
ເມື່ອເງິນໂດລາມີບົດບາດສໍາຄັນຢູ່ໃນເວທີໂລກ ເງິນສະກຸນນີ້ຈຶ່ງເປັນທີ່ຕ້ອງການຂອງຜູ້ຄົນທົ່ວໂລກ ຊຶ່ງປະເທດໃດກໍຢາກໄດ້ມາໄວ້ຄອບຄອງ ເພື່ອສະດວກແກ່ການຄ້າຂາຍ. ນອກຈາກນັ້ນສະຫະລັດ ອາເມຣິກາຍັງບອກປະເທດຕ່າງໆວ່າ ເຂົາເຈົ້າສາມາດເອົາເງິນໂດລາໃຊ້ເປັນທຶນສໍາຮອງລະຫວ່າງປະເທດໄດ້ (International Reserves). ຕາມຫຼັກການແລ້ວ ປະເທດໃດໜຶ່ງຈະພິມເງິນຂອງຕົນເອງ ຈະຕ້ອງມີຄໍາຄໍ້າປະກັນໃນມູນຄ່າຈໍານວນເງິນທີ່ຈະພິມ ຢູ່ໃນກອງທຶນສໍາຮອງລະຫວ່າງປະເທດ. ແຕ່ສະຫະລັດອາເມຣິກາບອກວ່າ ສາມາດໃຊ້ເງິນໂດລາຄໍ້າປະກັນແທນຄໍາໄດ້ ເພາະຕົນເອງມີຄໍາຄໍ້າປະກັນໃຫ້ຢູ່ແລ້ວ.
ຕໍ່ມາ ເມື່ອອາເມຣິກາພິມເງິນໂດລາອອກມາເປັນຈໍານວນຫຼາຍຫຼວງ ປະເທດຕ່າງໆທີ່ຄ້າຂາຍກັບອາເມຣິກາ ໂດຍສະເພາະປະເທດເອີຣົບຄິດວ່າເງິນໂດລາຈະຕ້ອງເຟີ້ ຈຶ່ງຟ້າວເອົາເງິນໂດລາທີ່ຕົນມີໄປປ່ຽນເອົາຄໍາຈາກອາເມຣິກາ ຈົນເຮັດໃຫ້ຄໍາທີ່ສະສົມຂອງອາເມຣິກາຫາຍໄປ 50% ຕັ້ງແຕ່ປີ 1959 ເປັນຕົ້ນມາ. ເມື່ອເຫັນວ່າຄໍາຊຶ່ງເປັນທຶນສໍາຮອງຂອງຕົນກໍາລັງຈະໝົດ ມາຮອດວັນທີ 15 ສິງຫາ ປີ 1971 ປະທານາທິບໍດີ ຣິກຊາຣ໌ດ ນິກສັນ (Richard Nixon) ກໍປະກາດໃຫ້ລາຄາຄໍາລອຍຕົວຢ່າງເສລີ ບໍ່ໃຫ້ອີງຕາມອັດຕາແລກປ່ຽນ ຄໍາ 1 ounce ເທົ່າກັບ 35 ໂດລາ ອີກຕໍ່ໄປ.
ເມື່ອເງິນສະກຸນໂດລາມີບົດບາດສໍາຄັນຕໍ່ເສດຖະກິດຂອງໂລກ ເພາະທຸກປະເທດຕ້ອງທໍາທຸລະກິດໂດຍໃຊ້ເງິນສະກຸນນີ້ ໃນການຄ້າຂາຍ ໃນລະບົບທະນາຄານ ຕະຫຼອດການໂອນເງິນລະຫວ່າງປະເທດ ນອກຈາກນັ້ນແລ້ວ ນໍ້າມັນຊຶ່ງເປັນເສັ້ນເລືອດໃຫຍ່ສໍາລັບພາກອຸດສາຫະກໍາ ແລະໃຊ້ສໍາລັບຍານພາຫະນະຂົນສົ່ງຢູ່ທົ່ວໂລກ ກໍຍັງຕ້ອງຊື້ຂາຍກັນດ້ວຍເງິນໂດລາ. ດັ່ງນັ້ນ ຈຶ່ງບໍ່ເປັນເລື່ອງແປກທີ່ມັນຈະກາຍເປັນອາວຸດສໍາຄັນ ໃນການບັງຄັບໃຫ້ປະເທດໃດກໍຕາມທີ່ບໍ່ຍອມໃຊ້ເງິນໂດລາໃນການຊື້ຂາຍນໍ້າ ເຊັ່ນບາງປະເທດອາຣັບ. ນອກຈາກນັ້ນ ຖ້າປະເທດໃດຢູ່ໃນໂລກບໍ່ດໍາເນີນນະໂຍບາຍໄປຕາມທິດທາງທີ່ຕົນເອງຕ້ອງການ ສະຫະລັດອາເມຣິກາກໍຈະສົ່ງຄົນເຂົ້າໄປ ປຸກລະດົມປະຊາຊົນໃຫ້ໂຄນລົ້ມລັດຖະບານຂອງປະເທດນັ້ນ.
ເນື່ອງຈາກສະກຸນເງິນໂດລາມີຄ່າກວ່າເງິນສະກຸນອື່ນໆຢູ່ໃນໂລກ ມັນຈຶ່ງກາຍເປັນອາວຸດທີ່ມີປະສິດທິພາບອີກຊະນິດ ເພື່ອທໍາລາຍເສດຖກິດຂອງປະເທດອື່ນ ຈຶ່ງເກີດມີເສດຖີຫາກໍາໄລດ້ວຍການໃຊ້ເງິນສະກຸນນີ້ໂຈມຕີສະກຸນເງິນຂອງປະເທດໃດກໍໄດ້. ຜູ້ມີຊື່ສຽງດ້ານນີ້ ຈົນມີຄົນເອີ້ນວ່າ ພໍ່ມົດການເງິນ ຄື George Soros ເປັນຊາວອາເມຣິກາ ສັນຊາດຮົ່ງກຣີ. ວິລະກໍາທີ່ໂດ່ງດັງໃນປີ 1997 ຊຶ່ງເຂົາຕ້ອງການໂຈມຕີຄ່າເງິນຢວນຂອງຈີນ ແຕ່ບໍ່ສາມາດເຮັດໄດ້ເພາະເສດຖະກິດຈີນໝັ້ນຄົງ. ປະເທດອາຊີຕາເວັນອອກສ່ຽງໃຕ້ຈຶ່ງເປັນຜູ້ຮັບເຄາະ ເຊັ່ນ: ຮົ່ງກົ່ງ, ເກົາຫຼີ, ອິນໂດນິເຊຍ, ໄທແລະມາເລເຊຍ.
ປະເທດໄທເສຍຫາຍຢ່າງໜັກຈາກການໂຈມຕີຄ່າເງິນບາດດ້ວຍເງິນໂດລາໃນປີ 1994. George Soros ໃຊ້ເງິນໂດລາເລີ່ມກວາດຊື້ເງິນບາດໄທຕັ້ງແຕ່ປີ 1993 ຢູ່ໃນປະເທດໄທແລະຢູ່ປະເທດອື່ນໃນອັດຕາແລກປ່ຽນ 1 ໂດລາຕໍ່ 25 ບາດ. ນອກຈາກນັ້ນ ຍັງປ່ອຍເງິນກູ້ດອກເບ້ຍຕໍ່າໃຫ້ນັກລົງທຶນຈໍານວນຫຼວງຫຼາຍເພື່ອລົງທຶນໃນດ້ານທີ່ດິນ, ເຮືອນຢູ່ອາໄສແລະໂຄງການອື່ນໆ ເນື່ອງຈາກປະເທດໄທມີກໍາມະກອນທີ່ມີທັກສະແລະມີລາຄາຖືກກວ່າປະເທດອື່ນໃນຂະນະນັ້ນ. ເວລາບໍ່ດົນຜ່ານໄປ ພໍ່ມົດຄົນນີ້ກໍປ່ອຍຂ່າວວ່າ ເງິນບາດໄທກໍາລັງຈະອ່ອນຄ່າລົງ (ເງິນເຟີ້) ເຮັດໃຫ້ຜູ້ຄົນຟ້າວເອົາເງິນບາດໄປຊື້ເອົາເງິນໂດລາ ແຕ່ຕອນນີ້ອັດຕາແລກປ່ຽນ ແມ່ນ 1 ໂດລາ ຕໍ່ 50 ບາດ. ວິກິດການເງິນຄັ້ງນີ້ ຜູ້ຄົນເອີ້ນວ່າ ວິກິດຕົ້ມຍໍາກຸ້ງ ເຮັດໃຫ້ນັກທຸລະກິດໄທລົ້ມລະລາຍແລະບໍລິສັດນັບພັນຕ້ອງປິດຕົວລົງ ລວມທັງທະນາຄານຫຼາຍສິບແຫ່ງ ຈົນລັດຖະບານໄທຕ້ອງຫັນໄປເພິ່ງອົງການການເງິນລະຫວ່າງປະເທດ (IMF: International Monetary Fund).
ເມື່ອກ້າວເຂົ້າສູ່ສະຕະວັດທີ 21 ປັດຈຸບັນສະພາບການຂອງໂລກປ່ຽນແປງໄປແລ້ວ ປະເທດ ໃໝ່ໆທີ່ມີຄວາມເຂັ້ມແຂງທາງດ້ານເສດຖະກິດ ໄດ້ຊອກຫາຊ່ອງທາງປົດປ່ອຍຕົນເອງໃຫ້ຫຼຸດພົ້ນອອກຈາກອໍານາດເງິນໂດລາ ແລະການຈັດລະບຽບໂລກແບບເກົ່າທີ່ບໍ່ເປັນທັມ ເຊັ່ນ: ສປ ຈີນ, ຣັດເຊຍ, ເບຼຊິນ, ອິນເດຍແລະອາຟຣິກາໃຕ້. ປະເທດເຫຼົ່ານີ້ໄດ້ລວມກຸ່ມກັນ ຈັດຕັ້ງກຸ່ມ ບລິກສ໌ (BRICS) ເພື່ອຮ່ວມມືກັນທາງດ້ານເສດຖະກິດ ໂດຍໃຫ້ມີການຊື້ຂາຍສິນຄ້າລະຫວ່າງກັນດ້ວຍເງິນສະກຸນຂອງປະເທດຕົນເອງ ຈຸດປະສົງກໍຄືສ້າງຄວາມເປັນທັມແລະບໍ່ມີການເອົາທຽບກັນແລະກັນ.
ບາດກ້າວນີ້ ຖືວ່າເປັນການທ້າທາຍເງິນໂດລາຂອງອາເມຣິກາ ແຕ່ຄົງຕ້ອງໃຊ້ເວລາ ເພາະວ່າອິດທິພົນແລະຄວາມນິຍົມຊົມຊອບເງິນໂດລາຂອງຄົນສ່ວນໃຫຍ່ໃນໂລກຍັງມີຢູ່ຕໍ່ໄປ. ນອກຈາກນັ້ນແລ້ວ ຜູ້ຄົນປະເທດສ່ວນໃຫຍ່ໃນໂລກຊິນເຄີຍກັບລະບົບການເງິນແບບສາກົນ ຜ່ານການໂອນເງິນແບບ SWIFT ຊຶ່ງແມ່ນອາເມຣິກາແລະປະເທດຕາເວັນຕົກ ເປັນຜູ້ອອກແບບຂຶ້ນ ແລະເລີ່ມນໍາມາໃຊ້ເມື່ອວັນທີ 3 ພຶດສະພາ ປີ 1973. ປັດຈຸບັນ ທັງຣັດເຊຍແລະຈີນພະຍາຍາມຄິດຄົ້ນລະບົບໃໝ່ຂຶ້ນມາແທນ ແຕ່ປະເທດອື່ນຈະທໍາຕາມຫຼືບໍ່ນັ້ນ ເປັນເລື່ອງຂອງອະນາຄົດທີ່ຈະຕ້ອງພິດສູດ.
ພວກເຮົາເຫັນແລ້ວວ່າ ບັນດາປະເທດເອີຣົບຕາເວັນຕົກເປັນໜີ້ບຸນຄຸນສະຫະລັດອາເມຣິກາຫຼາຍພຽງໃດ. ສະຫະລັດອາເມຣິກາໄດ້ຊ່ວຍປະເທດເຫຼົ່ານີ້ໃນສົງຄາມໂລກທັງສອງຄັ້ງ ຈົນໄດ້ຮັບໄຊຊະນະ ແລະໄດ້ຊ່ວຍເຫຼືອດ້ານການເງິນຢ່າງມະຫາສານ ໃນຮູບແບບເງິນກູ້ຢືມ ເພື່ອບູຣະນະຟື້ນຟູປະເທດ. ອີກດ້ານໜຶ່ງໃນສະຕະວັດທີ 20 ສະຫະລັດອາເມຣິກາ ມີເສດຖະກິດທີ່ເຂັ້ມແຂງ ມີແສນຍານຸພາບທາງທະຫານ ມີລະບົບການເງິນທີ່ໝັ້ນຄົງ ຈຶ່ງບໍ່ຕ້ອງສົງໄສວ່າ ສະກຸນເງິນໂດລາຈະກາຍມາເປັນເງິນຕາລະຫວ່າງປະເທດ ມີບົດບາດສໍາຄັນໃນລະບົບການເງິນຂອງໂລກໃນຂະນະນີ້. ການທີ່ຈະເຮັດໃຫ້ເງິນສະກຸນນີ້ດ້ອຍຄ່າ ແລະເຮັດໃຫ້ບົດບາດຂອງມັນຫຼຸດໜ້ອຍຖອຍລົງຢູ່ໃນເວທີໂລກ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງແລະຕ້ອງໃຊ້ເວລາອີກຫຼາຍປີ.
ຂອບໃຈສໍາລັບຜູ້ທີ່ອ່ານຕັ້ງແຕ່ຕົ້ນຈົນຈົບ ຫວັງຢ່າງຍິ່ງວ່າ ທ່ານຄົງໄດ້ຄວາມຮູ້ໃໝ່ບໍ່ຫຼາຍກໍ ໜ້ອຍ.
ບົດຄວາມໂດຍ : ອາຈານ ບຸນທັນ ພົງພິຈິດ