ຊ່ອງ Youtube ອະມະຣິນ ທີວີ -Amarin TV ຖືກຜູ້ບໍ່ຫວັງດີແຮັກ

ຊ່ອງ Youtube  Amarin TV ຖືກແຮັກ  ໂດຍ ແຮັກເກີ້ ປ່ຽນຊື່  ຈາກ Amarin TV ມາເປັນ LIVE [ADA] ແລະ ປ່ຽນຊື່ ຄລິບ ວີດີໂອເກືອບທັງໝົດ ເປັນ CARDANO BREAKOUT IMMINENT?! (Why ADA Price Is Set For Big Week) MAJOR CARDANO EVENT: ADA 10$ SOON

ມີຕັ້ງແຕ່ຄລິບຍ້ອນຫຼັງໄປ 7 ປີ. ADA ເປັນຊື່ຂອງຫຼຽນ Cryto ຕົວໜື່ງ ແຕ່ຄາດວ່າບໍລິສັດຫຼຽນດັ່ງກ່າວ ຄົງບໍ່ມີສ່ວນກ່ຽວຂ້ອງຫຍັງກັບການແຮັກຄັ້ງນີ້ ເປັນການແອບອ້າງຊື່ຂອງແຮັກເກີ້ເທົ່ານັ້ນ.

ເຊີ່ງຂະນະນີ້ ທາງບໍລິສັດ Amarin TV ກໍ່ໄດ້ອອກມາໂພສທາງຊ່ອງ ໃນສ່ວນຂອງ Community  ວ່າ…

เนื่องจากขณะนี้ Youtube AMARIN TVHD channel ถูกผู้ไม่หวังดีเข้ามาเปลี่ยนชื่อช่องและชื่อคลิปวิดีโอ ซึ่งอมรินทร์ทีวีได้ประสานกับ Youtube Thailand เพื่อแก้ไขปัญหาดังกล่าวแล้ว และจะกลับมาใช้งานได้ตามปกติเร็วๆนี้ อย่างไรก็ตามขอขอบคุณทุกกำลังใจที่ส่งเข้ามาถึงเราในทุกช่องทางมา ณ ที่นี้ หากมีความคืบหน้าจะแจ้งให้ทราบต่อไป

ການທີ່ Amarin TV ອອກມາແຈ້ງແບບນີ້ ກໍ່ສະແດງວ່າ ແອດມິນຜູ້ດູແລ່ຊ່ອງຍັງສາມາດເຂົ້າຊ່ອງ Youtube ໄດ້ຢູ່ ແຕ່ຈະສາມາດທຳການແກ້ໄຂ່ເອົາຊື່ຊ່ອງ ແລະ ຄວບຄຸມໄດ້ເຫມືອນເກົ່າຫຼືບໍ່ນັ້ນ ກໍ່ຕ້ອງຕິດຕາມກັນຕໍ່ໄປ.

ນອກຈາກນີ້ ກໍລະນີ້ແບບດ່ຽວກັນຢ່າງ Bie the ska. youtuber ຊື່ດັງຂອງເມືອງໄທ  ກໍ່ເຄີຍຖືກແຮັກແບບນີ້ມາແລ້ວ ແຕ່ກໍ່ສາມາເອົາກັບຄືນມາໄດ້.ໂດຍໃຫ້ທາງ ບໍລິສັດ Youtube ແຫ່ງປະເທດໄທ ຊ່ວຍດຳເນີນການແກ້ໄຂ່

ຄລິບ ຊ່ວງວິນາທີ  Bie the ska ຖືກແຮັກຊ່ອງ

Author: Singkham
I regularly blog on dhamma, Buddhist news, How to IT, and more