ໂດຍ: ຄວັນສີເທົາ
ຢູ່ລານຈອດລົດແຫ່ງໜຶ່ງ ຜູ້ຊາຍສີ່ຫ້າຄົນກຳລັງຍົກກະເປົ໋າເດີນທາງລົງຈາກທ້າຍລົດ ຄົນໜຶ່ງຮູດຊິບກະເປົ໋າອອກແລ້ວຟ້າວຍັດເຄື່ອງທີ່ວາງຢູ່ທ້າຍລົດເຂົ້າໄປ ເບິ່ງຄືວ່າກຳລັງຂຸ້ນຂ້ຽວເພື່ອໃຫ້ທັນເວລາກັບອີກເຫດການໜຶ່ງທີ່ຈະເກີດຂຶ້ນໃນອີກບໍ່ດົນຂ້າງໜ້າ ເຫດການນີ້ເກີດຂຶ້ນຄ້າຍຄືກັບສາກເລີ່ມຕົ້ນຂອງໜັງສາຍລັບແລະໂຈລະກັມ ທີ່ມີຄົນກຸ່ມໜຶ່ງເໝືອນກຳລັງເຮັດພາລະກິດສຳຄັນບາງຢ່າງ ໂດຍທີ່ພວກເຮົາ (ຜູ້ເບິ່ງ) ບໍ່ຮູ້ມາກ່ອນວ່າ ພວກເຂົາກຳລັງເຮັດຫຍັງຢູ່ ພວກເຂົາແມ່ນໃຜ ມາຈາກໃສ ກຳລັງຈະໄປໃສ ແລະເປັນຫຍັງຕ້ອງມາຢູ່ບ່ອນນີ້ ຈາກນັ້ນ ໜັງຈຶ່ງຍ້ອນກັບໄປເລົ່າເຖິງຈຸດເລີ່ມຕົ້ນຂອງເລື່ອງລາວທັງໝົດອີກຄັ້ງໜຶ່ງ
ຂ້ອຍຢາກເລີ່ມຕົ້ນເລື່ອງລາວຂອງພວກເຮົາໃນລັກສະນະດຽວກັນນີ້ແຫຼະ! ແຕ່ບໍ່ໄດ້ເຖິງຂັ້ນກັບວ່າ ໄປຈີ້ເຄື່ອງບິນ ປຸ້ນຜູ້ໂດຍສານ ແລະບັງຄັບກັບຕັນໃຫ້ໄປລົງຈອດຢູ່ບ່ອນໃດບ່ອນໜຶ່ງ ແລ້ວໃຫ້ລັດຖະບານເອົາເງິນຫຼາຍໝື່ນລ້ານໄປໄຖ່ຕົວເອົາເທື່ອລະຄົນສອງຄົນ ບໍ່ໄດ້ໂຫດຮ້າຍຂະໜາດນ໊ານນນ…ພວກເຮົາພຽງແຕ່ອອກເດີນທາງໄປຄົ້ນຫາບາງຢ່າງຂອງຊີວິດ ໂດຍມີຈຸດໝາຍຢູ່ທີ່ພາກເໜືອຂອງປະເທດອິນເດຍ. “ຄວັນສີເທົາ” ຈະສົມມຸດຕົນເອງເປັນຜູ້ທຳໜ້າທີ່ເລົ່າເລື່ອງລາວທີ່ເກີດຂຶ້ນຕະຫຼອດສິບສອງວັນແກ່ທຸກທ່ານ…ພ້ອມທີ່ຈະເກັບເສື້ອຜ້າໃສ່ກະເປົ໋າອອກເດີນທາງໄປກັບພວກເຮົາແລ້ວຫຼືຍັງ?
ພວກເຮົາອອກເດີນທາງຈາກຈັງຫວັດຂອນແກ່ນປະມານບ່າຍສາມໂມງແລງ. ເວລາ 3:50 ນາທີ ຫຼາຍຄົນອາດຈະຄິດວ່ານີ້ຄືເວລາທີ່ພວກເຮົາມາຮອດສະໜາມບິນສຸວັນນະພູມ ແຕ່ຜິດເດີ ນີ້ຄືເວລາທີ່ເຄື່ອງບິນເທັກອ໊ອຟ (Take off) ພວກເຮົາມາຮອດສະໝາມບິນສຸວັນນະພູມປະມານສິບໂມງປາຍ ຍ່າງໄປຖາມຢູ່ຄາວເຕີ້ ໄດ້ຄວາມວ່າ ຖ້ຽວບິນຂອງພວກເຮົາຈະສາມາດເຊັກອິນໄດ້ໃນເວລາຕີໜຶ່ງເຄິ່ງ ເພາະຕອນນີ້ຍັງບໍ່ທັນເປີດ ນັ້ນໝາຍຄວາມວ່າພວກເຮົາຕ້ອງນັ່ງລໍເຊັກອິນປະມານສາມເຖິງສີ່ຊົ່ວໂມງ ພວກເຮົານັ່ງ ນັ່ງ ແລະກໍນັ່ງ (ບໍ່ມີບ່ອນນອນ) ຈົນຮອດຕີໜຶ່ງ ຍ່າງໄປຖາມອີກຄັ້ງ ເຂົາບອກວ່າເຄື່ອງບິນດີເລຍ໌ (Delay) ເລື່ອນໄປເປັນແປດໂມງສີ່ສິບຫ້າ ໂອ້! ມາຍກ໊ອດ..ອາຈານເຫັນວ່າຈະຕ້ອງລໍໄປຈົນຮອດຕອນເຊົ້າກໍເລີຍພາພວກເຮົາໄປພັກຢູ່ຫ້ອງຮັບຮອງພຣະສົງທີ່ຢູ່ອີກຊັ້ນໜຶ່ງຂອງສະໝາມບິນ ໄປຮອດ ປາກົດວ່າມີພຣະນັ່ງຢູ່ໃນນັ້ນກ່ອນແລ້ວໜຶ່ງອົງ ໃນຫ້ອງຮັບຮອງນີ້ບໍ່ມີບ່ອນນອນ ແຕ່ນີ້ບໍ່ເປັນບັນຫາສຳລັບພວກເຮົາ ໄດ້ໝອນຄົນລະໜ່ວຍແລ້ວກໍເຂົ້າສູ່ໂໝດນິດທາ
ຕອນເຊົ້າ ພາຍຫຼັງທີ່ກິນເຂົ້າແລ້ວໄປເຊັກເບິ່ງຖ້ຽວບິນອີກຄັ້ງ ປາກົດວ່າມັນເລື່ອນໄປອີກເປັນ 9:50 ນາທີ ສາລະພາບຕົງໆເລີຍວ່າຮູ້ສຶກເຊັງບໍ່ໜ້ອຍເພາະດີເລຍ໌ມາຫົກຊົ່ວໂມງແລ້ວ (ບໍ່ລວມເວລາທີ່ພວກເຮົາມານັ່ງລໍຖ້າເຊັກອິນ) ພວກເຮົາເຂົ້າໄປລໍຢູ່ພາຍໃນເທີມິນໍ ບໍ່ມີຫຍັງເຮັດ ເລີຍພາກັນຍ່າງໄປຍ່າງມາ ຍ່າງມາແລ້ວກໍຍ່າງໄປ ດ໋ຽວນັ່ງ ດ໋ຽວລຸກ, ດ໋ຽວລຸກ ດ໋ຽວນັ່ງ ວົນວຽນຢູ່ຫຼາຍຮອບ ລະຫວ່າງທາງໄປຫ້ອງນ້ຳມີຈໍບອກເວລາທີ່ເຄື່ອງບິນຈະອອກຢູ່ໃນນັ້ນ ໃຫ້ເດົາວ່າມັນຈະໜ້າດ້ານເລື່ອນອີກຫຼືບໍ? ຕາມນັ້ນແຫຼະ! ມັນເລື່ອນອີກ. ອາລົມໃນຕອນນັ້ນປະມານວ່າ ມຶງຢາກເລື່ອນກໍເລື່ອນໄປ ກູເຮັດຫຍັງບໍ່ໄດ້ ກູກໍຈະລໍຕໍ່ໄປ! ຈັ່ງໃດກໍລໍມາຕັ້ງຫົກຊົ່ວໂມງແລ້ວ ລໍອີກຈັກໜ່ອຍບໍ່ໜ້າຈະເປັນຫຍັງດອກ. ເຄື່ອງບິນທະຍານຂຶ້ນສູ່ທ້ອງຟ້າອິຫຼີຄືເວລາ 12 ໂມງພໍດີ ສະຫຼຸບຄືພວກເຮົາໃຊ້ຊີວິດຢູ່ສະໜາມບິນນີ້ເປັນເວລາສິບສາມຊົ່ວໂມງ ດົນທີ່ສຸດໃນຊີວິດຂອງຂ້ອຍ. ບາງຄັ້ງຊີວິດກໍໂຍນບົດຮຽນບົດຍາກໆມາໃຫ້ ເພື່ອພິສູດຄວາມອົດທົນຂອງເຮົາ ຜູ້ໃດອ່ອນແອກໍແພ້ໄປ ການລໍຄອຍເປັນສິ່ງທີ່ທໍລະມານເລື່ອງນີ້ໃຜກໍຮູ້ ແຕ່ມີຄົນບອກວ່າຜົນຂອງມັນຫອມຫວານ ແລະສົດຊື່ນ ເຈົ້າເຫັນດ້ວຍກັບຄຳເວົ້ານີ້ບໍ? “ອົດສົ້ມໄວ້ກິນຫວານ”
ມີການທົດສອບຄັ້ງໜຶ່ງໃນລະຫວ່າງປີ 1960 ເຖິງ 1970 ໂດຍສາສະດາຈານ ວອລເຕີ ມິສເຊລ (Walter Mischel) ຈາກມະຫາວິທະຍາລັຍສະແຕນຟອຣ໌ດ (Stanford University) ເຂົາເອີ້ນວິທີການທົດສອບໃນຄັ້ງນີ້ວ່າ The Marshmallow Test ວິທີການທົດສອບກໍຄື ໃຫ້ເດັກນ້ອຍຈຳນວນ 600 ຄົນ ທີ່ມີອາຍຸລະຫວ່າງ 4-6 ປີ ເລືອກເອົາເຂົ້າໜົມທີ່ຕົນເອງມັກເຊັ່ນ: ມາຣ໌ຊະມໍໂລ, ຄຸກກີ້ ແລະເຂົ້າໜົມເຄັກເປັນຕົ້ນ ແລ້ວໃຫ້ໄປນັ່ງຢູ່ໃນຫ້ອງຄົນດຽວພ້ອມກັບເຂົ້າໜົມທີ່ຕົນເອງເລືອກມາໜຶ່ງກ້ອນ ໂດຍຜູ້ທົດສອບໄດ້ບອກກັບເດັກນ້ອຍວ່າ ພາຍຫຼັງທີ່ລາວຍ່າງອອກຈາກຫ້ອງແລ້ວເດັກນ້ອຍສາມາດກິນເຂົ້າໜົມໄດ້ທຸກເມື່ອ ແຕ່ຫາກວ່າເດັກນ້ອຍຄົນນັ້ນລໍຄອຍໄດ້ຈົນເເຖິງ 15 ນາທີ ຜູ້ທົດສອບຈະເອົາເຂົ້າໜົມມາໃຫ້ເພີ່ມອີກໜຶ່ງກ້ອນ. ເມື່ອໃຫ້ເດັກນ້ອຍຢູ່ຕາມລຳພັງກັບເຂົ້າໜົມທີ່ຕົນເອງມັກ ຜູ້ທົດສອບທັງຫຼາຍກໍພາກັນສັງເກດການຢູ່ນອກຫ້ອງຜ່ານແກ້ວ ແລະອັດວິດີໂອໄວ້.
ຈາກການທົດສອບນີ້ເຮັດໃຫ້ພວກເຂົາຮູ້ວ່າ ເດັກນ້ອຍບາງຄົນເລືອກປິດຕາໄວ້ເພື່ອບໍ່ໃຫ້ເຫັນເຂົ້າໜົມທີ່ວາງຢູ່ຂ້າງໜ້າຕົນເອງ ບາງຄົນນັ່ງເບິ່ງຊື່ໆ ບາງຄົນເອົາມືຈິ້ມຫຼິ້ນ ບາງຄົນຈັບມາທຳທ່າຈະໂມ່ມໃສ່ປາກແລ້ວເອົາວາງໄວ້ຄືເກົ່າ ບາງຄົນເຕະໂຕ໊ເຕະຕັ່ງ ບາງຄົນເອົາລິ້ນເລຍຫຼິ້ນ ບາງຄົນຜ່ານໄປສອງສາມນາທີທົນບໍ່ໄດ້ກໍຈັບເຂົ້າໜົມມາກິນ ບາງຄົນເລືອກທີ່ຈະກິນທັນທີພາຍຫຼັງຜູ້ທົດສອບຍ່າງອອກຈາກຫ້ອງ ມີເດັກນ້ອຍພຽງໜຶ່ງໃນສາມເທົ່ານັ້ນທີ່ສາມາດລໍຄອຍໄດ້ຈົນຄົບ 15 ນາທີ ໂດຍທີ່ບໍ່ກິນເຂົ້າໜົມນັ້ນກ່ອນ.
ຜ່ານມາ 10 ປີ ໄດ້ມີການສຶກສາຕິດຕາມ (Follow-up Study) ຊີວິດຂອງເດັກນ້ອຍເຫຼົ່ານັ້ນໃນປີ 1988 ພົບວ່າ ກຸ່ມເດັກນ້ອຍທີ່ມີຄວາມສາມາດອົດທົນລໍຄອຍໄດ້ນັ້ນ ກາຍເປັນຄົນທີ່ມີຄວາມສາມາດທົ່ວໄປສູ່ງກວ່າອີກກຸ່ມ ແລະໄດ້ມີການສຶກສາຕິດຕາມຄັ້ງທີສອງໃນປີ 1990 ພົບວ່າ ເດັກນ້ອຍກຸ່ມທີ່ສາມາດລໍຄອຍໄດ້ນັ້ນມີຄະແນນເສັງເຂົ້າມະຫາວິທະຍາລັຍສູງກວ່າອີກກຸ່ມ ແລະໄດ້ມີການສຶກສາຕິດຕາມອີກຫຼາຍຄັ້ງຕໍ່ມາເຊິ່ງພົບວ່າ ເດັກນ້ອຍກຸ່ມທີ່ສາມາດລໍຄອຍໄດ້ນັ້ນລ້ວນໄດ້ຜົນໃນທາງບວກເມື່ອທຽບກັບອີກກຸ່ມ ເມື່ອບໍ່ດົນມານີ້ໄດ້ມີນັກສຶກສາລາວຄົນໜຶ່ງທີ່ສຶກສາຄົ້ນຄວ້າກ່ຽວກັບຄວາມອົດທົນລໍຄອຍກັບການເຮັດທຸລະກິດມີຄວາມເຊື່ອໂຍງກັນແນວໃດ ຜົນການສຶກສາພົບວ່າ ຄົນທີ່ມີຄວາມອົດທົນລໍຄອຍ “ຕ່ຳ” ມີແນວໂນ້ມທີ່ຈະລາອອກຈາກງານແລ້ວມາປະກອບທຸລະກິດຂອງຕົນເອງ ແຕ່ຄົນທີ່ມີຄວາມອົດທົນລໍຄອຍ “ສູງ” ມີແນວໂນ້ມປະສົບຜົນສຳເລັດໃນການປະກອບທຸລະກິດຂອງຕົນເອງຫຼາຍກວ່າຄົນທີ່ມີຄວາມອົດທົນລໍຄອຍຕ່ຳ.
ການທົດລອງນີ້ຊີ້ໃຫ້ເຫັນວ່າ ເດັກນ້ອຍທີ່ບໍ່ຫຸນຫັນພັນແລ່ນ ຮູ້ຈັກອົດທົນລໍຄອຍເປັນ ອົດທົນຕໍ່ສິ່ງລໍ່ຕາລໍ່ໃຈໃນປັດຈຸບັນໄດ້ຄືຄົນທີ່ມີຄຸນລັກສະນະນິໄສທີ່ນຳໄປສູ່ສິ່ງດີໆ ເມື່ອເຕີບໃຫຍ່ຂຶ້ນ. ເວົ້າງ່າຍໆວ່າ ໃຜອົດສົ້ມໄວ້ກິນຫວານໄດ້ນັ້ນ ເປັນສິ່ງທີ່ດີ.
ໃນທີ່ສຸດພວກເຮົາກໍເດີນທາງມາຮອດສະໜາມບິນນານາຊາດອິນທິຣາຄານທີ (Indira Gandhi International Airport) ພາຍຫຼັງທີ່ໄປຮັບກະເປົ໋າເດີນທາງແລ້ວກໍໄປເຊັກອິນເພື່ອທີ່ຈະບິນໄປຕໍ່ທີ່ເມືອງສີນາກາຣ໌ (Srinagar) ເຊິ່ງເປັນເມືອງຫຼວງຂອງລັດຈຳມູ ແລະແຄັດສະເມຍ ເຊັກອິນແລ້ວນັ່ງລໍຖ້າອີກສີ່ຊົ່ວໂມງ ໃນຂະນະທີ່ລໍເຄື່ອງບິນ ມີສິ່ງໜຶ່ງທີ່ຕ້ອງເຮັດຄື ຊອກຫາລູກສິດອາຈານອີກຄົນໜຶ່ງທີ່ເປັນຄົນອິນເດຍ ຜູ້ທີ່ຈະຮ່ວມເດີນທາງໄປກັບພວກເຮົາ ອາຈານໃຫ້ມາລໍຖ້າຢູ່ສະໜາມບິນນີ້ແລ້ວ ແຕ່ບັນຫາຄືພວກເຮົາຍັງບໍ່ທັນໄດ້ພົບກັນ ບັນຫາໃຫຍ່ໄປກວ່ານັ້ນຄືພວກເຮົາຕິດຕໍ່ກັນບໍ່ໄດ້ ເພາະບໍ່ມີອິນເຕີເນັດ ບໍ່ຮູ້ວ່າຈະໄປຊອກຫາຫາຢູ່ໃສ ພວກເຮົາກໍເລີຍເລືອກທີ່ຈະນັ່ງລໍ. ຖ້າຢູ່ປະມານສິບກວ່ານາທີບັງເອີນວ່າລາວຍ່າງມາພໍ້ພວກເຮົາພໍດີ ເປັນໄປໄດ້ບໍ່ວ່າ ບາງຄັ້ງການລໍຄອຍກໍເປັນການຕາມຫາອີກຮູບແບບໜຶ່ງ ຫຼືເວົ້າອີກຢ່າງໜຶ່ງວ່າ ການຮູ້ຈັກອົດທົນລໍຄອຍໃຫ້ເປັນໃນປັດຈຸບັນ ຈະກໍ່ໃຫ້ເກີດລາງວັນທີ່ດີງາມໃນອະນາຄົດ ເໝືອນກັບເດັກນ້ອຍທີ່ສາມາດອົດທົນລໍຄອຍບໍ່ກິນເຂົ້າໜົມກ່ອນເວລາ ພວກເຂົາຈຶ່ງໄດ້ຮັບລາງວັນຢ່າງງາມໃນເວລາຕໍ່ມາ
ແຕ່ຜູ້ອ່ານທັງຫຼາຍຢ່າຟ້າວເຄີບເຄີ້ມໄປກັບງານສຶກສາວິຈັຍເຫຼົ່ານີ້ຈົນລືມຕັ້ງຂໍ້ສັງເກດ. ແນ່ນອນ, ການທົດສອບທີ່ກ່າວເຖິງນັ້ນມີທັງຄົນເຫັນດ້ວຍ ແລະເຫັນຕ່າງ ໂດຍກຸ່ມທີ່ເຫັນຕ່າງກໍພະຍາຍາມທຳການທົດສອບໃນແບບດຽວກັນ ແຕ່ໃຊ້ກຸ່ມຕົວຢ່າງທີ່ໃຫຍ່ຂຶ້ນ ແລະມີພູມຫຼັງທາງສັງຄົມທີ່ຫຼາກຫຼາຍກວ່າ ຜົນຂອງການທົດສອບຂອງຄົນກຸ່ມນີ້ພົບວ່າ ຄວາມກ່ຽວຂ້ອງກັນລະຫວ່າງການຮູ້ຈັກອົດທົນລໍຄອຍບໍ່ໄດ້ສຳພັນກັນໂດຍຕົງຕໍ່ຄວາມສຳເລັດໃນອະນາຄົດ (ກະລຸນາອ່ານປະໂຫຍກຕົວເອນນີ້ອີກຄັ້ງ) ໂດຍໃຫ້ເຫດຜົນວ່າ ເຮົາບໍ່ສາມາດນຳເອົາຜົນການທົດສອບເລື່ອງຄວາມອົດທົນລໍຄອຍນີ້ມາຕັດສິນຊີ້ຂາດອະນາຄົດຂອງຜູ້ໃດຜູ້ໜຶ່ງໄດ້ ແມ້ແຕ່ວິທີການທົດສອບຂອງຄະນະນັກວິຈັຍລຸ້ນກ່ອນກໍຖືກຄົນກຸ່ມຫຼັງນີ້ວິຈານວ່າ ກຸ່ມຕົວຢ່າງ (ເດັກນ້ອຍທີ່ນຳມາທົດສອບ) ທີ່ຄະນະນັກວິຈັຍລຸ້ນກ່ອນນຳມານັ້ນລ້ວນມາຈາກລູກຫຼານຂອງຊົນຊັ້ນກາງທີ່ມີການສຶກສາສູງຢູ່ແລ້ວ ແລະຄຸນສົມບັດເລື່ອງຄວາມອົດທົນກໍດີ ການຢັບຢັ້ງຊັ່ງໃຈກໍດີ ເປັນຄຸນນະທັມພື້ນຖານຂອງຄົນຊົນຊັ້ນກາງ ແລະຄົນທີ່ມີຖານະດີ ເພາະພວກເຂົາເຕີບໂຕມາໃນຄອບຄົວທີ່ອົບອຸ່ນ ມີການສຶກສາດີ ຍ່ອມໄດ້ຮັບການປູກຝັງໃຫ້ຮູ້ຈັກອົດທົນລໍຄອຍໄດ້ ຫາກວ່າເອົາຄົນທີ່ມີພື້ນຖານມາຈາກຄົນຫຼາກຫຼາຍກຸ່ມເຊັ່ນ ຄົນຍາກຈົນ ຄົນຈອນຈັດເປັນຕົ້ນ ມາເປັນກຸ່ມຕົວຢ່າງ ບາງທີ ເຂົ້າໜົມທີ່ວາງຢູ່ຂ້າງໜ້າອາດຈະເປັນຄວາມສຸກທັງໝົດຂອງພວກເຂົາໃນຕອນນັ້ນກໍເປັນໄດ້ ດັ່ງນັ້ນ ກໍໂມ່ມເຂົ້າປາກເສຍເລີຍດີກວ່າ. ຫຼືອີກແງ່ໜຶ່ງ ເຮົາສາມາດສົງໄສໄດ້ວ່າ ທີ່ເດັກນ້ອຍຄົນນັ້ນບໍ່ກິນເຂົ້າໜົມທີ່ວາງຢູ່ຕໍ່ໜ້າທັນທີເພາະລາວອາດຈະບໍ່ມັກເຂົ້າໜົມຫວານກໍເປັນໄດ້.
ເມື່ອເປັນເຊັ່ນນີ້ແລ້ວ ຄຸນນະທັມເລື່ອງຄວາມອົດທົນລໍຄອຍອາດຈະບໍ່ແມ່ນຕົວຊີ້ວັດໜຶ່ງດຽວໃນການບົ່ງບອກຄວາມສຳເລັດໃນອະນາຄົດຂອງຜູ້ໃດຜູ້ໜຶ່ງ.
ທີນີ້ ອາດຈະເກີດຄຳຖາມຂຶ້ນວ່າ ສະຫຼຸບແລ້ວ ຈະໃຫ້ອົດທົນລໍຄອຍຫຼືບໍ່ຕ້ອງອົດທົນລໍຄອຍ?
ຈະຕອບຄຳຖາມນີ້ໄດ້ ຜູ້ຂຽນມອງວ່າ ເຮົາຄວນແຍກເປັນເລື່ອງໆໄປ ເຮົາຈະເໝົາເອົາຄຸນນະທັມເລື່ອງຄວາມອົດທົນລໍຄອຍມາໃຊ້ກັບທຸກເລື່ອງໃນຊີວິດບໍ່ໄດ້ ເມື່ອເຕີບໃຫຍ່ຂຶ້ນຫຼາຍຄົນອາດຈະສົງໄສວ່າ ການອົດທົນລໍຄອຍຈະນຳໄປສູ່ສິ່ງທີ່ດີໄດ້ແທ້ຈິງຫຼືບໍ່? ບາງຄັ້ງການຈະບອກວ່າ ຄວນອົດທົນລໍຄອຍ ຫຼືວ່າເຮັດທັນທີ ຕ້ອງມີຄຸນນະທັມຫຼາຍຢ່າງມາເປັນສ່ວນປະກອບໃນການຕັດສິນໃຈ ຈະອາໄສພຽງຄຸນນະທັມຂໍ້ໃດຂໍ້ໜຶ່ງອາດຈະກໍ່ໃຫ້ເກີດຄວາມຜິດພາດໄດ້ງ່າຍ ເຮົາສາມາດຖາມໄດ້ວ່າ ຕ້ອງລໍໄປຮອດມື້ໃດຈຶ່ງຈະມີຄົນເອົາເຂົ້າໜົມມາເພີ່ມໃຫ້ອີກກ້ອນ ບາງເລື່ອງການອົດທົນລໍຄອຍກັບການເລື່ອນມື້ເລື່ອນເວັນກໍເປັນສອງສິ່ງທີ່ມີເສັ້ນບາງໆຂັ້ນກາງ ເພາະຕອນນີ້ເຮົາບໍ່ແມ່ນເດັກນ້ອຍທີ່ຕ້ອງລໍຖ້າໃຫ້ຜູ້ໃຫຍ່ເອົາເຂົ້າໜົມມາໃຫ້ອີກແລ້ວ
ສະນັ້ນ ການທີ່ຈະຕັດສິນໃຈໄດ້ວ່າເຮົາຄວນຈະເຮັດທັນທີ ຫຼື ຄວນລໍຕໍ່ໄປ ຂຶ້ນກັບວ່າເຮົາມອງເລື່ອງນັ້ນໃນມຸມມອງແບບໃດຕ່າງຫາກ
ຜູ້ຂຽນມອງວ່າ ເລື່ອງໃດກໍຕາມທີ່ຢູ່ເໜືອການຄວບຄຸມຂອງເຮົາ (Out of our control) ກໍຄວນອົດທົນລໍຄອຍໃຫ້ໄດ້ເຊັ່ນ: ການປູກຕົ້ນໄມ້ແລ້ວລໍໃຫ້ມັນອອກຜົນ ການລໍເຄື່ອງບິນທີ່ດີເລຍ໌ເພາະເຮົາບໍ່ສາມາດຄວບຄຸມດິນຟ້າອາກາດໄດ້ເປັນຕົ້ນ ສ່ວນເລື່ອງໃດທີ່ເຮົາຄວບຄຸມໄດ້ຄວນລົງມືເຮັດທັນທີເຊັ່ນ: ເຮົາບໍ່ມັກນິໄສຕົນເອງທີ່ເປັນຢູ່ໃນຕອນນີ້ ກໍຄວນຫາວິທີປ່ຽນແປງ ຫາກປ່ອຍໃຫ້ຕົນເອງຈົມຢູ່ກັບເລື່ອງນັ້ນດົນຈົນເກີນໄປ ເຮົາອາດຈະເສຍປະໂຫຍດທີ່ຄວນຈະໄດ້ ຈະມີ ແລະຈະເປັນໃນອະນາຄົດກໍເປັນໄດ້.
ເວົ້າມາຮອດນີ້ ຢາກຖາມທຸກທ່ານອີກຄັ້ງວ່າ ຄິດແນວໃດຕໍ່ຄຳສຸພາສິດທີ່ວ່າ “ອົດສົ້ມໄວ້ກິນຫວານ”?
ຕອນນີ້ ເຄື່ອງບິນຈາກກຸງເດລີສູ່ສີນາກາຣ໌ກຳລັງຈະລົງຈອດ (Landing) ຂ້ອຍຈັບມືຖືຂຶ້ນມາເບິ່ງ ຕົວເລກໃນໜ້າຈໍບອກວ່າ ຕອນນີ້ເວລາແປດໂມງແລງ ພໍແຕ່ຍ່າງຜ່ານພົ້ນຈາກປະຕູເຄື່ອງບິນ ໃບໜ້າກໍກະທົບເຂົ້າກັບອາກາດຢ່າງຈັງ…ໜາວຈີ໊ດດດ ອຸນຫະພູມປະມານສິບກວ່າອົງສາ ພວກເຮົາຍ່າງອອກຈາກສະໜາມບິນເພື່ອຊອກຫາຄົນຂັບລົດທີ່ນັດໝາຍກັນໄວ້ ແຕ່ຍັງຄົງມີບັນຫາເດີມຄື ຕິດຕໍ່ກັນບໍ່ໄດ້ ກໍເລີຍຕ້ອງຍ່າງສາລະວົນຊອກຫາກັນຢູ່ດົນພໍສົມຄວນ ທ້າຍທີ່ສຸດ ພວກເຮົາກໍພໍ້ກັນດ້ວຍວິທີປັນຍາປະດິດຂອງອິນເດຍ ຄືເຂົາຈະຂຽນຊື່ຫົວໜ້າຄະນະພວກເຮົາໃສ່ເຈ້ຍແກັດແລ້ວຍ່າງຕາມຫາ ພວກເຮົາກໍຍ່າງຕາມຫາລາວ ສຸດທ້າຍພຣະເຈົ້າກໍຈັບພວກເຮົາມາເຈີກັນຈົນໄດ້ “ເຮົາຈະເຫັນໃນສິ່ງທີ່ເຮົາຕາມຫາ”
ລໍ້ລົດທັງສີ່ລໍ້ຄ່ອຍໆໝຸນອອກຈາກສະໜາມບິນສີນາກາຣ໌ ນຳພາຜູ້ໂດຍສານທັງຫ້າຊີວິດມຸ່ງໜ້າໄປສູ່ໂຮງແຮມທີ່ຈະພັກໃນຄ່ຳຄືນນີ້ ຍິ່ງລໍ້ລົດໝຸນໄວເທົ່າໃດສະໜາມບິນກໍຄ່ອຍໆເລືອນຫາຍອອກຈາກສາຍຕາພວກເຮົາຫຼາຍເທົ່ານັ້ນຈົນມັນຄ່ອຍໆກົມກືນໄປກັບຄວາມມືດ ພວກເຮົາມາຮອດໂຮງແຮມສະເຕີຣ໌ລິງ (Sterling Hotel) ດ້ວຍຄວາມຮູ້ສຶກໜາວໆ ຫຼັງຈາກໄດ້ກະແຈຫ້ອງນອນຄົບແລ້ວ ອາຈານຫັນໄປຖາມພະນັກງານໜ້າເຄົາວ໌ເຕີຣ໌ວ່າ ມື້ອື່ນມີອາຫານເຊົ້າບໍ່? No dinner, No breakfast, No anything! ນີ້ຄືຄຳຕອບທີ່ພວກເຮົາໄດ້ຮັບ (ຄຳສຸດທ້າຍນີ້ຄວັນສີເທົາເຕີມເອງເດີ) ກໍເໝາະສົມກັບຄຳສຸດທ້າຍນີ້ດີ ເພາະໃນຫ້ອງມີພຽງຕຽງນອນ ຜ້າເຊັດຕົວ ໝອນກັບຜ້າຫົ່ມ ນ້ຳດື່ມກໍບໍ່ມີ ຢ່າຖາມຫາກາເຟກັບໝໍ້ນ້ຳ ເພາະຫ້ອງຈະຫັນມາຖາມວ່າ ມັນຄືຫຍັງ ກູບໍ່ຮູ້ໂວ໊ຍ!
ອາບນ້ຳເສັດຊັບຮຽບຮ້ອຍ ຊຸກຕົວເຂົ້າໄປຜ້າຫົ່ມ ໄອ້ຢ໋າ!! (ຂໍຕົກໃຈສອງທີເພາະມີຢູ່ນຳກັນສອງຄົນ) ຜ້າຫົ່ມມີແຕ່ຂຸຍ ຄິດໃນໃຈນີ້ຄືໂຮງແຮມ ຫຼືເລົ້າໄກ່ຫວ່ະນິ. ຈະເລົ້າໄກ່ຫຼືໂຮງແຮມບໍ່ເປັນບັນຫາ ສຳລັບນັກເດີນທາງ ຂໍພຽງມີບ່ອນຊຸກຫົວນອນໃນຍາມຄ່ຳຄືນ–ນັ້ນໜ້າຈະພຽງພໍແລ້ວ. ເຮົາອອກເດີນທາງເພື່ອສະແຫວງຫາບາງຢ່າງໃນໂລກກວ້າງ ແຕ່ແປກ ຍິ່ງໄດ້ເຫັນໂລກກວ້າງຫຼາຍເທົ່າໃດ ເຮົາຍິ່ງໄດ້ຮຽນຮູ້ຈິດໃຈຂອງຕົນເອງຫຼາຍຂຶ້ນເທົ່ານັ້ນ ຮູ້ວ່າຈະຄວບຄຸມຕົນເອງໄດ້ແນວໃດເມື່ອຫຼາຍສິ່ງບໍ່ເປັນໄປຕາມແຜນການ ເຮົາສາມາດລະເບີດອາລົມໃສ່ຄົນອ້ອມຂ້າງໄດ້ທຸກເມື່ອເພາະການລໍຄອຍທີ່ແສນຍາວນານແລະໜ້າເບື່ອໜ່າຍ–ແຕ່ສິ່ງນີ້ກໍບໍ່ໄດ້ເກີດຂຶ້ນກັບພວກເຮົາ ເປັນໄປໄດ້ບໍ່ວ່າ ການເດີນທາງແຕ່ລະຄັ້ງ ຄືການເຄາະເປືອກເກົ່າຂອງເຮົາອອກໄປ ແລ້ວສ້າງຕົວຕົນໃໝ່ຂຶ້ນມາແທນ.
ພຣະຂາວພັນນາຣາມ, ນະຄອນຫຼວງວຽງຈັນ
19 ມິຖຸນາ 2023
ເອກະສານອ້າງອິງ:
https://thematter.co/social/patience-vs-impatience/68544
https://www.thairath.co.th/content/318249
https://www.emerald.com/insight/content/doi/10.1108/JEEE-10-2018-0104/full/html