ແກ້ນິໄສທີ່ເຮົາບໍ່ມັກ..ດ້ວຍວິທີນີ້

ນິໄສທີ່ເຮົາບໍ່ມັກຈະຫາຍໄປ

ເມື່ອເຮົາມຸ້ງຄວາມສົນໃຈໄປຍັງສິ່ງທີ່ເຮົາຕ້ອງການ

ຜູ້ຂຽນເຊື່ອວ່າຫຼາຍຄົນທີ່ກຳລັງອ່ານຂໍ້ຄວາມນີ້ຢູ່ເຄີຍຕັ້ງເປົ້າໝາຍໄວ້ໃນຊີວິດຫຼາຍຢ່າງ ໂດຍສະເພາະໃນໂອກາດປີໃໝ່ທຸກໆປີເຮົາມັກຈະມີປະນິທານຫຼືຄວາມຕັ້ງໃຈວ່າຊິເຮັດສິ່ງນັ້ນສິ່ງນີ້ໃຫ້ສຳເລັດ ແຕ່ປີໃໝ່ຜ່ານມາຫຼາຍປີແລ້ວ ປະນິທານນັ້ນກໍຍັງບໍ່ເຄີຍສຳເລັດ ຫຼືບາງຄົນ ໄດ້ຮັບແຮງບັນດານໃຈມາຈາກແຫຼ່ງໃດແຫຼ່ງໜຶ່ງອາດຈະເກີດການຟັງຫຼືການອ່ານ (ໂດຍສະເພາະໜັງສືປະເພດຮາວທູ) ແລ້ວກໍເກີດຄວາມຫຶກເຫີມເໝືອນໄປກິນ M-150 ມາສິບຂວດ ສິ່ງຕໍ່ມາທີ່ເຮົາຈະເຮັດຄືຕັ້ງປະນິທານຫຼືຕັ້ງໃຈວ່າຊິເຮັດສິ່ງນັ້ນໃຫ້ສຳເລັດເຊັ່ນ ຊິຫຼຸດນ້ຳໜັກໃຫ້ໄດ້ພາຍໃນສາມເດືອນ ຊິອ່ານໜັງໃຫ້ໄດ້ຮ້ອຍເຫຼັ້ມຕໍ່ປີ ຊິອອກກຳລັງກາຍໃຫ້ໄດ້ມື້ລະສາມສິບນາທີ ແລະອີກສາລະພັດຄວາມຕັ້ງໃຈ ແຕ່ເຊື່ອບໍ່ວ່າ ຄວາມຕັ້ງໃຈເຫຼົ່ານັ້ນຈະລຸກເປັນໄຟຢູ່ໄດ້ພຽງສອງສາມວັນຫຼືດົນກວ່ານັ້ນຄືສອງສາມອາທິດເທົ່ານັ້ນລ່ະ..ຖາມວ່າເປັນເພາະຫຍັງ? ຕອບຕົງໆເລີຍ ຂີ້ຄ້ານ!

ຖ້າຜູ້ໃດມີນິໄສຢ່າງທີ່ວ່າມາກໍຢ່າຟ້າວເສຍອົກເສຍໃຈຈົນຮ້ອງໄຫ້ໄປກອດກົກເປົ້າເໝືອນສາວພອນເດີ ເພາະວ່າເຈົ້າຍັງມີໝູ່ອີກໜຶ່ງຄົນທີ່ກຳລັງກຸ້ມໃຈກ່ຽວກັບເລື່ອງນີ້ຢູ່ເຊັ່ນກັນ ນັ້ນຄື ຄວັນສີເທົາ ຈະວ່າໄປ ລາວກໍບໍ່ຕ່າງໄປຈາກຫຼາຍຄົນປານໃດດອກ ລາວຕັ້ງປະນິທານຊິເຮັດສິ່ງນັ້ນສິ່ງນີ້ທຸກປີ ຈົນສິ່ງທີ່ຕັ້ງກາຍເປັນເສົາອິດເສົາປູນໄປໝົດແລ້ວ ຖ້າເອົາໄປເຮັດເຮືອນຄົງສຳເລັດໄປຫຼາຍຫຼັງແລ້ວລ່ະ ມື້ໜຶ່ງລາວເຊັງແຮງກັບນິໄສບ້າໆນີ້ ກໍເລີຍໄປຄວານຫາວິທີແກ້ໄຂ ເຊິ່ງຫຍໍ້ໜ້າຖັດໄປນີ້ຄືວິທີທີ່ລາວໄປຄວານຫາມາ

ອາຈານອິຊິອຸຣະ ໂອອິຊິ (ໄດ້ຍິນຊື່ນີ້ແລ້ວຫິວນ້ຳຂຶ້ນມາທັນທີເລີຍ) ຜູ້ຊ່ຽວຊານດ້ານສະໝອງຊາວຍີ່ປຸ່ນໄດ້ກ່າວໄວ້ວ່າ “ຖ້າເຮົາຕ້ອງການປ່ຽນພຶດຕິກຳເຄີຍຊິນ ຈະຕ້ອງປ່ຽນແປງໂຄງສ້າງທາງສະໝອງ ໝາຍຄວາມວ່າ ເຮົາຈະຕ້ອງເຝິກຫັດເຮັດສິ່ງນັ້ນຊ້ຳໆຢ່າງນ້ອຍທີ່ສຸດໜຶ່ງເດືອນ ບໍ່ແມ່ນພາຍໃນສາມມື້ ແຕ່ຕ້ອງເຮັດຊ້ຳໆຕະຫຼອດສາມສິບມື້” ເພາະແບບແຜນຂອງການດຳເນີນຊີວິດບໍ່ແມ່ນການຕັດສິນໃຈທີ່ໜັກແໜ້ນ ແຕ່ເປັນການເຝິກຫັດ ແລະແກ້ໄຂໄປຢ່າງຕໍ່ເນື່ອງ ພໍ່ໃຫຍ່ນີ້ເວົ້າເປັນນາມະທັມເກີນໄປເນາະ ລອງເບິ່ງວິທີຂອງອີກຄົນເບິ່ງດຸ

ໃນໜັງສືຄວາມລັບຫ້າຂໍ້ທີ່ໄດ້ຣີວິວໄປແລ້ວ (ໃຜສົນໃຈສາມາດອ່ານໄດ້ທີ່ https://dekwatlaos.com/category/my-reviews/) ມີບົດໜຶ່ງທີ່ ດຣ.ໄອໂຊ ໄດ້ເວົ້າເຖິງວິທີການປ່ຽນນິໄສ ລາວເລົ່າວ່າຈາກການສຶກສາວິໄຈຈາກຄົນຮ້ອຍກວ່າຄົນ ຄົນເຫຼົ່ານີ້ຕ້ອງການປ່ຽນນິໄສບາງຢ່າງເພື່ອໃຫ້ຊີວິດດີຂຶ້ນເຊັ່ນ ການອອກກຳລັງກາຍ ການກິນອາຫານເພື່ອສຸຂະພາບ ແລະອື່ນໆ ການສຶກສາວິໄຈນີ້ ໄດ້ແບ່ງຄົນອອກເປັນສອງກຸ່ມ ແລ້ວໃຫ້ພວກເຂົາຂຽນສິ່ງທີ່ຕົນຢາກປ່ຽນແປງອອກມາ ຈາກນັ້ນແຕ່ລະກຸ່ມຈະໄດ້ຮັບວິທີໃນການເຝິກຝົນເພື່ອປ່ຽນແປງຕົນເອງໄປສູ່ສິ່ງນັ້ນ

            ກຸ່ມ ກ.-ພວກເຂົາໄດ້ຖືກຂໍໃຫ້ຂຽນລາຍລະອຽດໃນການປະຕິບັດຕົນແບບຊັດເຈນວ່າຕ້ອງເຮັດຫຍັງແດ່ແລະໃຊ້ເວລາດົນສ່ຳໃດເຊັ່ນ ແລ່ນອາທິດລະສາມຄັ້ງ ກິນອາຫານເພື່ອສຸຂະພາບສິບອາທິດ ເປັນຕົ້ນ ແລ້ວໃຫ້ແຕ່ລະຄົນທົບທວນການປະຕິບັດຂອງຕົນອາທິດລະໜຶ່ງຄັ້ງ ຕິດຕໍ່ກັນເປັນເວລາແປດສິບວັນຫຼືສິບສອງອາທິດ

            ສ່ວນກຸ່ມ ຂ.-ພວກເຂົາໄດ້ຮັບວິທີໃນການປະຕິບັດຕົນຕ່າງໄປຈາກກຸ່ມທີ່ໜຶ່ງທີ່ຕ້ອງປະຕິບັດຕົນແບບຊັດເຈນ ແຕ່ວ່າກຸ່ມນີ້ພວກເຂົາໄດ້ຮັບບັດຫຼືເຈ້ຍນ້ອຍຄົນລະຫຼາຍແຜ່ນ ແລ້ວຜູ້ວິໄຈກໍໃຫ້ພວກເຂົາຂຽນຖ້ອຍຄຳຫຼືປະໂຫຍກທີ່ຕ້ອງການຈະປ່ຽນແປງລົງໃນບັດນັ້ນເພື່ອໄວ້ເຕືອນໃຈ ເຊັ່ນ ສົມມຸດວ່າມີຄົນໃດຄົນໜຶ່ງຢາກດູແລສຸຂະພາບໃຫ້ດີຂຶ້ນ ອາດຈະຂຽນວ່າ ກິນອາຫານເພື່ອສຸຂະພາບ ອອກກຳລັງກາຍໃຫ້ຫຼາຍຂຶ້ນເປັນຕົ້ນ ຈາກນັ້ນໃຫ້ນຳບັດໃບນີ້ຕິດຕົວໄປທຸກຫົນທຸກແຫ່ງ ໃຫ້ຈັບຂຶ້ນມາອ່ານມື້ລະສິບເຖິງຊາວຄັ້ງ ເປັນເວລາແປດສິບວັນຫຼືສິບສອງອາທິດເຊັ່ນກັນ ໃຫ້ລະລຶກຮູ້ໃນເວລາຕັດສິນໃຈເຮັດສິ່ງໃດສິ່ງໜຶ່ງ ແລະທີ່ສຳຄັນບໍ່ຄວນໂທດຕົນເອງເວລາທີ່ເຮັດຕາມທີ່ຂຽນໄວ້ບໍ່ໄດ້ເຊັ່ນ ບາງຄົນອາດຈະທົນບໍ່ໄດ້ທີ່ຈະກິນອາຫານທີ່ບໍ່ດີຕໍ່ສຸຂະພາບ ເຂົາບອກວ່າຖ້າກິນແລ້ວກໍບໍ່ຕ້ອງຮູ້ສຶກຜິດ ພຽງແຕ່ໃຫ້ເຮົາລະລຶກຮູ້ເທົ່າທັນໃຫ້ຫຼາຍຂຶ້ນກ່ອນຊິຕັດສິນໃຈເຮັດສິ່ງໃດ

ສິບສອງອາທິດຜ່ານໄປ

ທັງສອງກຸ່ມຕ່າງມີພັດທະນາການຂຶ້ນ ແຕ່ວ່າມີກຸ່ມໜຶ່ງທີ່ປ່ຽນແປງໄປໄດ້ຫຼາຍກວ່າຢ່າງຊັດເຈນ ໃນໜັງສືບອກວ່າຫຼາຍເຖິງສາມເທົ່າ ກຸ່ມທີ່ວ່ານັ້ນຄືກຸ່ມທີ່ຖືບັດຕິດຕົວຕະຫຼອດເວລາ ຂ້ອຍຂ້ອນຂ້າງແປກໃຈທີ່ການກະທຳງ່າຍໆພຽງແຕ່ຖືບັດຕິດຕົວຕະຫຼອດເວລາແລະຕະໜັກຮູ້ວ່າເຮົາຕ້ອງການປ່ຽນແປງຫຍັງ ສາມາດປ່ຽນແປງນິໄສເຮົາໄດ້ ແລະຜົນຈາກການວິໄຈບົ່ງບອກວ່າວິທີນີ້ໄດ້ຜົນດີກວ່າ ການຕັ້ງເປົ້າໝາຍທີ່ເຄັ່ງຄັດເສຍອີກ

ໃນໜັງສືເຂົາອະທິບາຍເພີ່ມເຕີມວ່າ ທີ່ເປັນເຊັ່ນນັ້ນເພາະວ່າ “ການປ່ຽນແປງເກີດຂຶ້ນໄດ້ດ້ວຍການກະທຳທີ່ງ່າຍໆ ພຽງແຕ່ພຸ່ງຄວາມສົນໃຈໄປທີ່ສິ່ງນັ້ນ”

ເຖິງແມ່ນວ່າການຕັ້ງເປົ້າໝາຍທີ່ເຄັ່ງຄັດແລະຊັດເຈນຈະກະຕຸ້ນການຮັບຮູ້ຂອງເຮົາກໍຕາມ ແຕ່ວ່າມັນກໍມີຜົນລົບຕໍ່ການລົງມືປະຕິບັດຂອງເຮົາ ເປັນໄປໄດ້ວ່າຄົນຕັ້ງເປົ້າໝາຍໃນການແລ່ນອາທິດລະສາມຄັ້ງແລະເຮັດໄດ້ສຳເລັດ ແຕ່ອິຫຍັງຈະເກີດຖ້າສົມມຸດວ່າ ການແລ່ນອາທິດຫຼືມື້ທຳອິດ ເຮັດໃຫ້ລາວໄດ້ຮັບບາດເຈັບ ແລ້ວມື້ຕໍ່ໄປລາວແລ່ນຕໍ່ບໍ່ໄດ້ ເຊິ່ງສິ່ງຈະຕາມມາກໍຄື ບຸກຄົນຄົນນັ້ນຈະຮູ້ສຶກວ່າຕົນເອງລົ້ມເຫຼວແລະມີໂອກາດສູງທີ່ຈະລົ້ມເລີກຄວາມພະຍາຍາມນັ້ນ ເຊິ່ງມັນກົງກັນຂ້າມກັບວິທີທີ່ຖືບັດຕິດຕົວແລະນຳອອກມາອ່ານມື້ລະສິບເຖິງຊາວຄັ້ງ ວິທີນີ້ສາມາດເຮັດໃຫ້ປ່ຽນພຶດຕິກຳໄດ້ກໍເພາະວ່າ ໂດຍທຳມະຊາດຂອງມະນຸດຈະເກີດຄວາມຄິດ ປະມານ 45,000-55,000 ຄວາມຄິດຕໍ່ມື້ ແລະຄວາມຄິດເຫຼົ່ານີ້ມີຜົນຢ່າງຍິ່ງຕໍ່ການຕັດສິນໃຈ ເປັນໄປໄດ້ວ່າໃນຂະນະທີ່ລາວຈັບບັດເຕືອນໃຈນັ້ນມາອ່ານ ລາວກຳລັງຊິກ້າວຂາເຂົ້າລິບ ແຕ່ເມື່ອອ່ານແລ້ວ ລາວອາດຈະ ປ່ຽນໃຈມາຍ່າງຂຶ້ນຂັ້ນໄດແທນ ເຊິ່ງມັນດີຕໍ່ສຸຂະພາບ ຫຼືເວລາໄປນັ່ງຢູ່ຮ້ານອາຫານກຳລັງຊິສັ່ງເມນູມາກິນແຕ່ຍັງຕັດສິນໃຈບໍ່ໄດ້ ຂະນະນັ້ນລາວອາດຈະຈັບບັດຂຶ້ນມາອ່ານອີກຄັ້ງ ທີນີ້ ແທນທີ່ລາວຈະສັ່ງອາຫານທີ່ເປັນພິດຕໍ່ສຸຂະພາບລາວກໍສາມາດຫຼີກລ້ຽງໄດ້ ສະນັ້ນ ການຮັບຮູ້ຢູ່ຕະຫຼອດເວລາວ່າເຮົາຕ້ອງການທີ່ຈະປ່ຽນແປງສິ່ງໃດຫຼືມີເປົ້າໝາຍແນວໃດ ຈະເຮັດໃຫ້ເຮົາຕັດສິນໃຈເຮັດສິ່ງຕ່າງໆໄດ້ກົງກັບສິ່ງທີ່ເຮົາຕ້ອງການຫຼາຍຂຶ້ນ ນີ້ຄືເຫດຜົນວ່າເປັນຫຍັງການພົກບັດຕິດຕົວຈຶ່ງສາມາດປ່ຽນແປງພຶດຕິກຳຫຼືນິໄສຂອງເຮົາໄດ້

ແຕ່ຖ້າຜູ້ໃດທົດລອງເຮັດແລ້ວ ປາກົດວ່າມັນບໍ່ໄດ້ຜົນ ຫຼືທີ່ເຮົາມັກເວົ້າວ່າມັນບໍ່ເວີຣ໌ກ (Work) ກໍຢ່າຟ້າວເສຍອົກເສຍໃຈໄປເດີ ເພາະນັ້ນເປັນພຽງແຕ່ວິທີການໜຶ່ງເທົ່ານັ້ນ ບາງວິທີອາດຈະເວີຣ໌ກສຳລັບບາງຄົນ ສ່ວນບາງຄົນຕໍ່ທີ່ເຮັດຈົນຕາຍກໍບໍ່ມີຜົນຫຍັງເກີດຂຶ້ນ ອັນນີ້ກໍຕ້ອງປ່ອຍໄປ ເພາະມັນບໍ່ແມ່ນທາງຂອງເຮົາ! ຊີວິດບໍ່ມີສູດຕາຍຕົວ ແຕ່ເຮົາຈະຕ້ອງຮຽນຮູ້ແລະແກ້ໄຂໄປເທື່ອລະນ້ອຍແລະສະໝ່ຳສະເໝີ

ຂໍທຸກຄົນໄດ້ພົບເຈີທາງຂອງຕົນໄວໆ

ຂໍໃຫ້ມີຄວາມສຸກກັບຊີວິດ

ຄວັນສີເທົາ ຂຽນ

ຫຼັກຊາວເຈັດ, ປີ 2564.

ເອກະສານອ້າງອິງ

ຄິມ ຣັນໂດ (ຂຽນ) ວິທິຍາ ຈັນພັນ (ແປ), ເພາະເປັນໜຸ່ມສາວ ເຮົາຈຶ່ງເຈັບປວດ, ກຸງເທບຯ: springbooks, 2564.

ຈອຫ໌ນ ໄອໂຊ (ຂຽນ) ອໍຣະວັນ ອົມຣົມ (ແປ), ຄວາມລັບ 5 ຂໍ້ ທີ່ເຈົ້າຕ້ອງຄົ້ນໃຫ້ພົບກ່ອນຕາຍ, ນົນທະບຸຣີ: Oh My God, 2554.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ