ເມື່ອວເວົ້າເລື່ອງການໄປສຶກສາຢູ່ຕ່າງປະເທດ ຫຼາຍຄົນມັກຈະຄຸ້ນເຄີຍແຕ່ທາງຄະລາວາດ ທີ່ມີຈຸດເຮັດຫນ້າທີ່ເໝືອນນາຍຫນ້າຄ່ອຍໃຫ້ບໍລິການຊ່ວຍເຫຼືອໃຫ້ຄຳປຶກສາ ຮັບສະໝັກ ແລະ ຈັດການເລື່ອງເອກກະສານການໄປຮຽນຕໍ່ທີ່ຕ່າງປະເທດ ທາງພຣະສົງເຮົາກໍມີເໝືອນກັນ ກໍຄືຜູ້ປະສານງານການສຶກສາ ແລະ ກິດຈະກຳ ເພາະການສຶກສາຄວນເປີດກວ້າງ ແລະ ຫຼາກຫຼາຍ ຫຼາຍຄົນອາດມີຄຳຖາມວ່າ ມະຫາຈຸລາລົງກອນຣາຊະວິທະຍາໄລແມ່ນມະຫາໄລແນວໃດ? ພຣະ ພັນທອງ ວິສຸດທິປັນໂຍແມ່ນໃຜ? ເປັນຫຍັງຈຶ່ງໄດ້ຮັບການແຕ່ງຕັ້ງ.?
ມະຫາວິທະຍາໄລ ມະຫາຈຸລາລົງກອນຣາຊະວິທະຍາໄລ(ມຈຣ) ເປັນ ມະຫາວິທະຍາໄລແຫ່ງຄະນະສົງໄທ ສ້າງຕັ້ງຂຶ້ນໂດຍພຣະມະຫາກະສັດ ຣາຊະການທີ 5 ປັນຈຸບັນຢູ່ພາຍໃຕ້ລັດ ແລະໄດ້ຮັບເງິນສະໜັບສະໜູນຈາກລັດຖະບານໄທທຸກປີ. ມຈຣ ສ່ວນກາງຕັ້ງຢູ່ ເມືອງວັງນ້ອຍ ແຂວງພຣະນະຄອນສີອະຍຸດທະຍາ ກຸງເທບ. ເປັນສະຖານບັນການສຶກສາພຣະໄຕຣປິດົກ ແລະ ວິຊາການຊັ້ນສູງສຳຫຼັບພຣະພິກຂຸ ສະມາເນນ ແລະ ຄະລາວາດທົ່ວໄປ.
ມຈຣ. ມີສາຂາ ຫຼື ວິທະຍາເຂດ 10 ກວ່າວິທະຍາເຂດທົ່ວປະເທດ ແລະມະຫາຈຸລາລົງກອນຣາຊະວິທະຍາໄລ.ວິທະຍາເຂດຂອນແກ່ນ ເປັນວິທະຍາເຂດທີ່ໃຫຍ່ທີ່ສຸດໃນພາກອິສານ ແຕ່ລະປີ ມີນິສິດນັກສຶກສາຫຼາຍພັນຄົນ ຫຼາຍເຊື້ອຊາດທັງພຣະສົງ ແລະ ຄະລາວາດເຂົ້າມາສຶກສາ ສະເພາະຄົນລາວປີໜຶ່ງເຄີຍມີເປັນຮ້ອຍ ແລະ ຍັງມີຄະລຶຫັດລາວໄປຮຽນນຳອີກ.
ເມື່ອວັນທີ 7 ມີນາ 2025 ພຣະຣາຊພັດທະນະວະຊະຣະບັນດິດ ຮສ.ດຣ,ຮອງອະທິການບໍດີ ມຈຣ.ຂອນແກ່ນ ໄດ້ມີຄຳສັ່ງແຕ່ງຕັ້ງພຣະພັນທອງ ວິສຸດທິປັນໂຍ,ໂພມີໄຊ ເຈົ້າອາວາດວັດຈັນທະປ່າລານເປັນຫົວຫນ້າຜູ້ປະສານງານພຣະນິສິດຕ່າງປະເທດ ປະຈຳປະເທດລາວ.ພຣະພັນທອງ ເປັນສິດເກົ່າ ມຈຣ.ຂອນແກ່ນຍຸກທຳອິດ ແຕ່ປີ ຄ.ສ 2012 ໄດ້ຮັບການຍົກຍ້ອງຈາກຫຼວງປູ່ພຣະເທບກິດຕິລັງສີ ອະດີດເຈົ້າຄະນະຈັງຫວັດຂອນແກ່ນ ເຈົ້າອາວາດວັດທາດພຣະອາລາມຫຼວງຫຼາຍໃນເລື່ອງຂອງວັດປະຕິບັດ ເມື່ອຫຼວງປູ່ຄຳຕັນ ວໍຣະຣາຊ ອະດີດເຈົ້າອະທິການວັດຈັນທະປ່າລານ ມໍລະນະພາບຈຶ່ງໄດ້ເປັນເຈົ້າອາວາດແທນ ແລ້ວຈຶ່ງກັບມາຮຽນຕໍ່ ປະລິນຍາໂທສາຂາພຸດທະສາດສະໜາ ທີ່ ມຈຣ ວິທະຍາເຂດຫນອງຄາຍ ພສ 2566 ໄດ້ຮັບລາງວັນສິດເກົ່າດີເດັ່ນຈາກ ມຈຣ.ຂອນແກ່ນ ພຣະອາຈານພັນທອງ ຍັງໄດ້ຊ່ວຍປະສານງານກັບມຈຣ ຂອນແກ່ນມາຕະຫລອດ ແລະ ຊ່ວຍເຫລືອກິດຈະກຳຂອງຊົມຣົມນິສິດລາວມາບໍ່ໄດ້ຂາດ.

